ໂຜດສັງເກດວ່າ ຄວາມຜິດບາບບໍ່ແມ່ນເປັນພຽງແຕ່ສະເພາະການ ກະທຳຢ່າງຮ້າຍແຮງ ເຊັ່ນການຂ້າຄົນເທົ່ານັ້ນ ແມ່ນແຕ່ຄວາມຄິດບໍ່ດີ ຄວາມໂລບ ຫລືຄວາມອິດສາບັງບຽດຊຶ່ງເຊື່ອງຢູ່ໃນຈິດໃຈ ທີ່ເພື່ອນມະນຸດເບິ່ງບໍ່ເຫັນ ກໍເປັນຄວາມບາບທັງໝົດ ເມື່ອປຽບທຽບຕົນເອງກັບໝູ່ເພື່ອນມະນຸດ ບາງທີຈະຮູ້ສຶກພໍໃຈໃນຕົວເອງ ເຫັນວ່າດີກວ່າຄົນອື່ນຢູ່ແລ້ວ ນີ້ອາດຈະເປັນຄວາມຈິງກໍໄດ້ ແຕ່ພໍປຽບທຽບກັບພະເຈົ້າຜູ້ບໍລິສຸດ ຜູ້ທີ່ຊົງສ້າງເຮົາ ກໍເຫັນທັນທີວ່າເປັນຄົນຜິດບາບແທ້ໆ
ພະເຈົ້າຊົງເປັນຕົ້ນເຫດແຫ່ງຄວາມຊອບທຳທັງປວງ
ພະອົງຢູ່ຝ່າຍຄວາມດີສະເໝີ ດັ່ງນັ້ນການກະທຳບາບທີ່ຂັດຂວາງຄວາມດີຈຶ່ງເປັນການຕໍ່ສູ້ກັບພະເຈົ້າ
ຫລືທີ່ພະຄຳພີກ່າວວ່າ ເປັນການກະບົດຕໍ່ພະອົງ ມະນຸດເຮົາບໍ່ຍອມຢູ່ຢ່າງພໍໃຈໃນຄວາມເປັນຢູ່ຂອງຕົນ
ຕ້ອງການຍົກຕົນໃຫ້ເທົ່າທຽມກັບພະເຈົ້າຜູ້ຊົງສ້າງເຮົາມາ
ບໍ່ຍອມຟັງຄວາມພະອົງເພາະມີຄວາມຄິດໃຝ່ສູງ ເຖິງຈະຮູ້ວ່າຄວນຈະເຮັດຢ່າງໃດກໍບໍ່ຍອມເຮັດ
ສະຕິສຳປະຊັນຍະ (ຄວາມຮູ້ສຶກຕົວ) ທີ່ພະເຈົ້າປະທານໃຫ້ ບອກເຮົາວ່າທາງໃດຖືກທາງໃດດີ
ແຕ່ເຮົາປະຕິເສດທາງນັ້ນ ເຮົາຈຶ່ງປະຕິເສດພະເຈົ້າແລະກະບົດຕໍ່ພະອົງ
ສົມມຸດວ່າທ່ານມີລູກຄົນໜຶ່ງ
ທ່ານຮັກລູກຄົນນັ້ນຫລາຍ ຍອມໃຫ້ທຸກໆ ສິ່ງແກ່ລູກນັ້ນ ແຕ່ແທນທີ່ລູກຈະຂອບໃຈທ່ານ
ເຂົາກັບຕົບໜ້າທ່ານ ໂລກຍ່ອມກ່າວໃສ່ຄົນນັ້ນວ່າ ເປັນຄົນຊົ່ວຊ້າ ມະນຸດເຮົາກຳລັງເຮັດແບບນັ້ນຕໍ່ພະເຈົ້າຜູ້ຊົງຮັກເຮົາຫລາຍທີ່ສຸດ
ຊົງປະທານທຸກສິ່ງໃຫ້ແກ່ເຮົາ ແຕ່ມະນຸດເຮົາກັບຫັນຫລັງໃຫ້ແກ່ພະອົງ
ບໍ່ຍອມຟັງຄວາມພະອົງ
ດ້ວຍເຫດນີ້ພະຄຳພີຈຶ່ງກ່າວວ່າ
ຄວາມບາບເປັນການລ່ວງລະເມີດທຳມະບັນຍັດຂອງພະເຈົ້າ (1 ໂຢຮັນ 3:4) ບ້ານເມືອງມີບົດບັນຍັດມີກົດຫມາຍ ທີ່ພົນລະເມືອງທຸກຄົນຕ້ອງປະຕິບັດຕາມ
ຖ້າໃຜຝ່າຝືນຍ່ອມຕ້ອງໄດ້ຮັບໂທດຕາມກົດຫມາຍ ຖ້າຂ້າພະເຈົ້າຂັບລົດໄປຕາມຖະໜົນ
ຈົນເຖິງສີ່ແຍກແຫ່ງໜຶ່ງທີ່ມີສັນຍານໄຟຈະລາຈອນ ໄຟສັນຍານເປີດໄຟແດງ
ລົດທຸກຄັນຕ້ອງຢຸດ ຖ້າຂ້າພະເຈົ້າຂືນຂັບລົດຝ່າໄຟແດງ ຕຳລວດຈະລາຈອນຕ້ອງຈັບແນ່ນອນໆ
ໃນທຳນອງດຽວກັນພະເຈົ້າປະທານພະບັນຍັດໃຫ້ແກ່ມະນຸດເຮົາ ຖ້າຜູ້ໃດຂັດຂືນ
ຖືວ່າຄົນນັ້ນໄດ້ເຮັດຜິດບາບ
ທ່ານອາດຈະຖາມວ່າ ກົດຂອງພະເຈົ້າດັ່ງກ່າວນີ້
ມະນຸດຈະຮູ້ໄດ້ຢ່າງໃດ ຄຳຕອບກໍຄື ບໍ່ຕ້ອງມີຄົນໄປບອກໃຫ້ຮູ້ ເພາະວ່າກົດນັ້ນມີຢູ່ໃນຈິດໃຈຂອງມະນຸດທຸກໆ
ຄົນ ແມ່ນແຕ່ຄົນປ່າທີ່ບໍ່ເຄີຍໄດ້ຍິນເລື່ອງຂອງພະເຈົ້າ ບໍ່ເຄີຍອ່ານພະຄຳພີ
ກໍຮູ້ຢູ່ແລ້ວວ່າ ຖ້າຈັບເອົາພັນລະຍາຂອງເພື່ອນບ້ານມາເປັນພັນລະຍາຂອງຕົນ ກໍເປັນການຜິດ
ຖ້າລັກເອົາເຄື່ອງຂອງຄົນອື່ນກໍເປັນການຜິດ ຖ້າເອົາໄມ້ຕີຫົວໝູ່ເພື່ອນກໍເປັນການຜິດ
ແມ່ນແຕ່ການເວົ້າຕົວະເຂົາກໍຮູ້ວ່າຜິດ ທັງໝົດນີ້ສອດຄ້ອງກັບຂໍ້ພະຄຳພີທີ່ກ່າວໄວ້ວ່າ “ເຂົາສະແດງໃຫ້ເຫັນວ່າ ຫລັກການປະຕິບັດຕາມພະບັນຍັດນັ້ນ ກໍຈາລຶກໄວ້ໃນໃຈຂອງເຂົາ”
(ໂຣມ 2:15) ຈິດສຳນຶກຜິດຊອບເປັນສິ່ງທີ່ພະເຈົ້າຊົງປະທານໃຫ້ແກ່ມະນຸດທຸກຄົນ
ນອກຈາກນັ້ນຍັງມີຄຳຂຽນໄວ້ໃນພະຄຳພີອີກວ່າ
“ຜູ້ໃດຮູ້ວ່າອັນໃດເປັນການດີແລະບໍ່ເຮັດ ຜູ້ນັນຈິ່ງມີບາບ” (ຢາໂກໂບ 4:17) ເປັນອັນວ່າ ການລະເລີຍບໍ່ກະທຳການດີກໍເປັນຄວາມບາບ
ຂໍຍົກຕົວຢ່າງຂະຫຍາຍຄວາມຂໍ້ນີ້ ມີເດັກນ້ອຍຄົນໜຶ່ງເຈັບໜັກ ແມ່ຂອງເດັກນ້ອຍຄົນນັ້ນບໍ່ໄດ້ຮັກສາ
ບໍ່ໄດ້ເບິ່ງແຍງ ຕໍ່ມາເດັກນ້ອຍກໍຕາຍ ເຮົາອາດກ່າວໄດ້ວ່າ ແມ່ໄດ້ຂ້າເດັກນ້ອຍຄົນນັ້ນ
ທັງໆ ທີ່ແມ່ບໍ່ໄດ້ເຮັດຫຍັງເລີຍ
0 Comments:
แสดงความคิดเห็น