ໂຄສະນາ

วันอาทิตย์ที่ 24 กรกฎาคม พ.ศ. 2565

ຄວາມຮັກແລະຄວາມເຊື່ອຂອງຟີເລໂມນ

 

1ໂປ­ໂລ ຜູ້ຖືກຈຳຈອງຢູ່ເພາະພຣະ­ເຢຊູ­ຄຣິດ ແລະຕີ­ໂມ­ທຽວນ້ອງຂອງເຮົາ, 2ເຖິງ ຟີ­ເລ­ໂມນເພື່ອນຮ່ວມງານທີ່ຮັກຂອງເຮົາກັບຄຣິສ­ຕະ­ຈັກທີ່­ຢູ່ໃນເຮືອນຂອງເຈົ້າແລະອັບ­ເຟຍ ນ້ອງສາວກັບອາ­ຂີ­ໂປ ຜູ້ເປັນເພື່ອນທະ­ຫານດ້ວຍກັນກັບເຮົາ. 3ຂໍພຣະ­ຄຸນ ແລະສັນ­ຕິສຸກຈາກພຣະ­ບິ­ດາເຈົ້າຂອງເຮົາທັງ­ຫລາຍ ແລະຈາກພຣະ­ເຢຊູ­ຄຣິດເຈົ້າ ຈົ່ງມີຢູ່ກັບເຈົ້າທັງ­ຫລາຍເທີນ.

ຄວາມຮັກແລະຄວາມເຊື່ອຂອງຟີເລໂມນ

4ຟີ­ເລ­ໂມນເອີຍເຮົາຂອບພຣະ­ຄຸນພຣະ­ຜູ້­ເປັນ­ເຈົ້າຂອງເຮົາຢູ່ສະ­ເໝີ ແລະລະ­ນຶກເຖິງເຈົ້າເມື່ອເຮົາອ້ອນ­ວອນ. 5ເພາະເຮົາໄດ້ຮັບຂ່າວເລື່ອງຄວາມຮັກແລະຄວາມເຊື່ອຂອງເຈົ້າ ທີ່ເຈົ້າມີຕໍ່ພຣະ­ເຢຊູ­ເຈົ້າ ແລະຕໍ່ບັນ­ດາໄພ່ພົນທັງປວງຂອງພຣະ­ເຈົ້າ. 6ເຮົາໄດ້ອ້ອນ­ວອນຂໍໃຫ້­ການເຂົ້າສ່ວນໃນຄວາມເຊື່ອຂອງເຈົ້ານັ້ນ ຈົ່ງໄດ້ເກີດຜົນ ຄືເພີ່ມພູນຄວາມສັງ­ເກດຮູ້ໃນການດີທຸກຢ່າງ ທີ່ພວກເຮົາມີໃນພຣະ­ຄຣິດ. 7ນ້ອງເອີຍເຮົາມີຄວາມຍິນ­ດີຫລາຍ ແລະໄດ້ຮັບການຊູໃຈເພາະຄວາມຮັກຂອງເຈົ້າ ຈິດ­ໃຈຂອງໄພ່ພົນຂອງພຣະ­ເຈົ້າໄດ້ຊຸ່ມເຢັນຂຶ້ນເພາະເຈົ້າ.

ໂປໂລຂໍຮ້ອງເລື່ອງໂອເນຊີໂມ

8ເຫດສັນ­ນັ້ນເຖິງແມ່ນວ່າຍ້ອນເຮົາເປັນພີ່­ນ້ອງກັນໃນພຣະ­ຄຣິດ ເຮົາມີ­ໃຈກ້າພໍທີ່ຈະສັ່ງເຈົ້າໃຫ້ເຮັດສິ່ງທີ່ຄວນເຮັດ. 9ແຕ່ເພາະເຫັນ­ແກ່ຄວາມຮັກ ເຮົາຈຶ່ງຂໍຮ້ອງເຈົ້າກໍດີກວ່າ ເຮົາຄືໂປ­ໂລຜູ້ເປັນລາ­ຊະ­ທູດຂອງພຣະ­ເຢຊູ­ຄຣິດແລະບັດນີ້ໄດ້ຖືກຈຳຈອງຢູ່ເພາະເຫັນ­ແກ່ພຣະ­ອົງດ້ວຍ. 10ເຮົາຂໍຮ້ອງເຈົ້າດ້ວຍເລື່ອງໂອ­ເນ­ຊີ­ໂມລູກຂອງເຮົາ ທີ່ເຮົາໄດ້ເກີດເປັນພໍ່ຂອງລາວຝ່າຍຄວາມເຊື່ອ ເມື່ອເຮົາຖືກຈຳຈອງຢູ່. 11ເມື່ອກ່ອນລາວບໍ່ເປັນປະ­ໂຫຍດແກ່ເຈົ້າ ແຕ່ບັດນີ້ກໍເປັນປະ­ໂຫຍດແກ່ເຈົ້າແລະແກ່ເຮົາເໝືອນກັນ. 12ບັດນີ້ເຮົາໄດ້ໃຊ້ລາວຄືນມາຫາເຈົ້າ ໂອ­ເນ­ຊີ­ໂມຜູ້ນີ້ທໍ່ກັບໝາກຫົວ­ໃຈຂອງເຮົາ. 13ເຮົາຢາກໃຫ້ລາວຢູ່ກັບເຮົາ ເພື່ອລາວຈະໄດ້ບົວ­ລະ­ບັດເຮົາແທນເຈົ້າ ໃນລະ­ຫວ່າງທີ່ເຮົາຖືກຈຳຈອງຢູ່ເພາະຂ່າວປະ­ເສີດນັ້ນ. 14ແຕ່ວ່າເຮົາບໍ່ຢາກເຮັດສິ່ງໃດກ່ອນໄດ້ຮັບຄວາມເຫັນຈາກເຈົ້າ ເພື່ອຄຸນຄວາມດີທີ່ເຈົ້າເຮັດນັ້ນຈະບໍ່ເປັນການຂົ່ມໃຈ ແຕ່ໃຫ້ເປັນຕາມຄວາມປະ­ສົງຂອງເຈົ້າດ້ວຍ. 15ເພາະ­ວ່າບາງ­ທີອາດຈະເປັນເພາະເຫດນີ້ ທີ່ໃຫ້ລາວໄດ້ພາກຈາກໄປຈັກຄາວ­ໜຶ່ງເພື່ອເຈົ້າຈະໄດ້ຮັບລາວກັບຄືນມາຢູ່ອີກຕໍ່ໄປ. 16ບໍ່ແມ່ນລາວຈະເປັນຂ້ອຍຂ້າຕໍ່ໄປແຕ່ດີກວ່າຂ້ອຍຂ້າອີກ ຄືເປັນອ້າຍນ້ອງທີ່ຮັກ ລາວເປັນທີ່ຮັກຂອງເຮົາ ແຕ່ຄົງຈະເປັນທີ່ຮັກຂອງເຈົ້າຫລາຍກວ່ານັ້ນອີກ ທັງໃນຖາ­ນະເປັນເພື່ອນມະ­ນຸດ ແລະເປັນເພື່ອນຄຣິ­ສະ­ຕຽນດ້ວຍກັນ. 17ເຫດສັນ­ນັ້ນຖ້າເຈົ້າຖືວ່າເຮົາເປັນເພື່ອນຮ່ວມງານຂອງເຈົ້າ ກໍຈົ່ງຮັບລາວໄວ້ເໝືອນຮັບຕົວເຮົາເອງ. 18ແລະຖ້າລາວໄດ້ເຮັດຜິດ­ພາດຕໍ່ເຈົ້າປະ­ການໃດ ຫລືໄດ້ເປັນໜີ້ເຈົ້າ ກໍໃຫ້ເຈົ້າຄິດເອົານຳເຮົາ. 19ຝ່າຍເຮົາໄດ້ລົງ­ມືຂຽນໄວ້ວ່າ, “ເຮົາໂປ­ໂລ ຈະໃຊ້ແທນໃຫ້” ແຕ່ສ່ວນເຈົ້າເປັນໜີ້ເຮົານັ້ນ ຄືຊີ­ວິດຂອງເຈົ້າເອງ ເຮົາຈະບໍ່ອ້າງເຖິງ. 20ດັ່ງ­ນີ້ແຫລະ ນ້ອງເອີຍຂໍໃຫ້ເຮົາໄດ້ຮັບປະ­ໂຫຍດຈາກເຈົ້າເພາະເຫັນ­ແກ່ອົງພຣະ­ຜູ້­ເປັນ­ເຈົ້າ ໃຫ້ໃຈຂອງເຮົາຊຸ່ມເຢັນຂຶ້ນໃນຖາ­ນະເປັນຄຣິ­ສະ­ຕຽນຮ່ວມກັນ. 21ເຮົາມີຄວາມໝັ້ນໃຈວ່າເຈົ້າຈະເຊື່ອຟັງເຮົາ ຈຶ່ງໄດ້ຂຽນຈົດ­ໝາຍມາເຖິງເຈົ້າເພາະຮູ້ວ່າເຈົ້າຈະເຮັດລື່ນກວ່າທີ່ເຮົາເວົ້ານັ້ນອີກ. 22ແຕ່ຢ່າງ­ໃດກໍດີເຈົ້າຈົ່ງຈັດແຈງທີ່ພັກໄວ້ຖ້າເຮົາ ເພາະເຮົາຫວັງໃຈວ່າພຣະ­ເຈົ້າຈະຊົງໂຜດໃຫ້ເຮົາມາຫາເຈົ້າອີກ ຕາມຄວາມອ້ອນ­ວອນຂອງພວກເຈົ້າ.

ຄຳສະແດງຄວາມຄິດເຖິງໃນຕອນທ້າຍ

23ເອ­ປາ­ຟາຜູ້ຖືກຈຳຈອງດ້ວຍກັນກັບເຮົາ ເພາະເຫັນ­ແກ່ພຣະ­ເຢຊູ­ຄຣິດ ກໍຝາກຄວາມຄຶດເຖິງມາຍັງເຈົ້າ. 24ມາ­ຣະ­ໂກອາ­ຣິດ­ຕາ­ໂຂເດ­ມາແລະລູ­ກາເພື່ອນຮ່ວມງານຂອງເຮົາ ກໍຝາກຄວາມຄຶດເຖິງມາຍັງເຈົ້າດ້ວຍ. 25ຂໍພຣະ­ຄຸນຂອງພຣະ­ເຢຊູ­ຄຣິດເຈົ້າ ຈົ່ງສະ­ຖິດຢູ່ກັບຈິດວິນຍານຂອງເຈົ້າທັງ­ຫລາຍເທີນ.

 

Share:

วันเสาร์ที่ 23 กรกฎาคม พ.ศ. 2565

ພຣະເຢຊູຊົງເປັນທາງໄປສູ່ພຣະບິດາ

 ພຣະເຢຊູຊົງເປັນທາງໄປສູ່ພຣະບິດາ

    1“ຢ່າໃຫ້ໃຈຂອງທ່ານທັງ­ຫລາຍວຸ້ນ­ວາຍໄປ ຈົ່ງໄວ້ວາງ­ໃຈໃນພຣະ­ເຈົ້າແລະໄວ້ວາງ­ໃຈໃນເຮົາເໝືອນກັນ. 2ໃນຜາ­ສາດພຣະ­ບິ­ດາຂອງເຮົາມີທີ່­ຢູ່ຫລາຍບ່ອນ ຖ້າບໍ່ມີເຮົາຄົງໄດ້ບອກພວກທ່ານແລ້ວ ເພາະເຮົາໄປຈັດແຈງບ່ອນໄວ້ສຳ­ລັບທ່ານທັງ­ຫລາຍ. 3ເມື່ອເຮົາໄປຈັດແຈງບ່ອນໄວ້ສຳ­ລັບພວກທ່ານແລ້ວ ເຮົາຈະກັບມາອີກຮັບທ່ານໄປຢູ່ກັບເຮົາ ເພື່ອວ່າເຮົາຢູ່ທີ່ໃດພວກທ່ານຈະຢູ່ທີ່ນັ້ນເໝືອນກັນ. 4ແລະທ່ານຮູ້­ຈັກທາງທີ່ເຮົາຈະໄປນັ້ນ.”

5ໂທ­ມາທູນພຣະ­ອົງວ່າ, “ນາຍເຈົ້າເອີຍພວກຂ້າ­ນ້ອຍບໍ່ຮູ້ວ່າທ່ານຈະໄປໃສ ພວກຂ້າ­ນ້ອຍຈະຮູ້­ຈັກທາງນັ້ນດ້ວຍຢ່າງ­ໃດ.” 6ພຣະ­ເຢຊູຊົງຕອບລາວວ່າ, “ເຮົານີ້ແຫລະເປັນທາງນັ້ນເປັນ­ຄວາມຈິງແລະ ເປັນຊີ­ວິດ ບໍ່ມີຜູ້ໃດມາເຖິງພຣະ­ບິ­ດາໄດ້ນອກ­ຈາກຈະມາທາງເຮົາ. 7ຖ້າທ່ານທັງ­ຫລາຍຮູ້­ຈັກເຮົາແລ້ວ ທ່ານກໍຄົງຮູ້­ຈັກພຣະ­ບິ­ດາຂອງເຮົາເໝືອນກັນ ຕັ້ງ­ແຕ່ນີ້ໄປທ່ານທັງ­ຫລາຍກໍຮູ້­ຈັກພຣະ­ອົງ ແລະໄດ້ເຫັນພຣະ­ອົງ.”

8ຟີ­ລິບທູນພຣະ­ອົງວ່າ, “ນາຍເຈົ້າເອີຍຂໍສະ­ແດງພຣະ­ບິ­ດາໃຫ້ຂ້າ­ນ້ອຍທັງ­ຫລາຍໄດ້ເຫັນ ພວກຂ້າ­ນ້ອຍກໍຈະພໍ­ໃຈແລ້ວ.” 9ພຣະ­ເຢຊູຊົງຕອບວ່າ, “ຟີ­ລິບເອີຍເຮົາໄດ້ຢູ່ກັບພວກທ່ານເຫິງມາເຖິງພຽງນີ້ ແລະພວກທ່ານຍັງບໍ່ຮູ້­ຈັກເຮົາອີກຫລື ຜູ້ທີ່ໄດ້ເຫັນເຮົາກໍໄດ້ເຫັນພຣະ­ບິ­ດາ ເປັນສັນ­ໃດທ່ານຈຶ່ງກ່າວວ່າ, ‘ຂໍສະ­ແດງພຣະ­ບິ­ດາໃຫ້ພວກຂ້າ­ນ້ອຍເຫັນ.’ 10ທ່ານບໍ່ເຊື່ອຫລືວ່າເຮົານີ້ຢູ່ໃນພຣະ­ບິ­ດາ ແລະພຣະ­ບິ­ດາຊົງຢູ່ໃນເຮົາ ຖ້ອຍຄຳທີ່ເຮົາກ່າວແກ່ທ່ານທັງ­ຫລາຍນັ້ນເຮົາບໍ່ໄດ້ກ່າວໂດຍລຳ­ພັງເຮົາເອງ ແຕ່ພຣະ­ບິ­ດາຜູ້ຊົງສະ­ຖິດຢູ່ໃນເຮົາໄດ້ຊົງກະ­ທຳພຣະ­ລາ­ຊະ­ກິດຂອງພຣະ­ອົງ. 11ຈົ່ງເຊື່ອເຮົາວ່າເຮົາຢູ່ໃນພຣະ­ບິ­ດາແລະພຣະ­ບິ­ດາຊົງຢູ່ໃນເຮົາ ຖ້າບໍ່ດັ່ງ­ນັ້ນກໍຈົ່ງເຊື່ອເພາະກິດ­ຈະ­ການເຫລົ່າ­ນັ້ນ. 12“ເຮົາບອກທ່ານທັງ­ຫລາຍຕາມຄວາມຈິງວ່າ ຜູ້ທີ່ເຊື່ອໃນເຮົາກໍຈະເຮັດກິດ­ຈະ­ການທີ່ເຮົາເຮັດຢູ່ນັ້ນເໝືອນກັນ ແລະຜູ້ນັ້ນຈະເຮັດການໃຫຍ່ກວ່ານັ້ນອີກ ເພາະ­ວ່າຝ່າຍເຮົາໄປເຖິງພຣະ­ບິ­ດາ. 13ສິ່ງໃດທີ່ທ່ານທັງ­ຫລາຍຈະຂໍໃນນາມຂອງເຮົາ ເຮົາກໍຈະເຮັດສິ່ງນັ້ນເພື່ອວ່າພຣະ­ບິ­ດາຈະຊົງຮັບກຽດ­ຕິ­ຍົດດ້ວຍພຣະ­ບຸດ. 14ຖ້າທ່ານທັງ­ຫລາຍຂໍສິ່ງໃດກັບເຮົາໃນນາມຂອງເຮົາ ຝ່າຍເຮົາກໍຈະເຮັດສິ່ງນັ້ນ.

ຊົງສັນຍາຈະປະທານພຣະວິນຍານບໍລິສຸດ

15“ຖ້າທ່ານທັງ­ຫລາຍຮັກເຮົາ ທ່ານກໍຈະຖືຮັກ­ສາຂໍ້ບັນ­ຍັດຂອງເຮົາ. 16ຝ່າຍເຮົາຈະທູນຂໍພຣະ­ບິ­ດາ ແລະພຣະ­ອົງຈະຊົງປະ­ທານຜູ້ຊ່ອຍອີກຜູ້ໜຶ່ງໃຫ້ແກ່ພວກທ່ານ ເພື່ອຈະຢູ່ກັບພວກທ່ານຕະ­ຫລອດໄປເປັນ­ນິດ, 17ຄືພຣະ­ວິນ­ຍານແຫ່ງຄວາມຈິງ ຊຶ່ງໂລກບໍ່ອາດຈະຮັບໄດ້ເພາະໂລກບໍ່ເຫັນແລະບໍ່ຮູ້­ຈັກພຣະ­ອົງ ແຕ່ທ່ານທັງ­ຫລາຍຮູ້­ຈັກພຣະ­ອົງ ເພາະພຣະ­ອົງຊົງສະ­ຖິດຢູ່ກັບພວກທ່ານ ແລະຈະປະ­ທັບຢູ່ໃນພວກທ່ານ.

18“ເຮົາຈະບໍ່ປະຖິ້ມທ່ານທັງ­ຫລາຍໄວ້ໃນເປັນກຳ­ພ້າ ເຮົາຈະມາຫາພວກທ່ານ. 19ອີກໜ້ອຍໜຶ່ງໂລກຈະບໍ່ເຫັນເຮົາແຕ່ພວກທ່ານຈະເຫັນເຮົາ ເພາະເຮົາເປັນຢູ່ທ່ານທັງ­ຫລາຍກໍຈະເປັນຢູ່ເໝືອນກັນ. 20ໃນວັນນັ້ນທ່ານຈະຮູ້ວ່າເຮົາຢູ່ໃນພຣະ­ບິ­ດາຂອງເຮົາ ແລະພວກທ່ານຢູ່ໃນເຮົາ ແລະເຮົາຢູ່ໃນພວກທ່ານ. 21ຜູ້ທີ່ມີຂໍ້ບັນ­ຍັດຂອງເຮົາແລະຖືຂໍ້ບັນ­ຍັດນັ້ນ ຜູ້ນັ້ນແຫລະເປັນຜູ້ທີ່ຮັກເຮົາ ແລ້ວຜູ້ທີ່ຮັກເຮົາພຣະ­ບິ­ດາຂອງເຮົາຈະຊົງຮັກຜູ້ນັ້ນ ແລະຝ່າຍເຮົາຈະຮັກຜູ້ນັ້ນ ພ້ອມທັງຈະສະ­ແດງຕົວເຮົາໃຫ້ແກ່ຜູ້ນັ້ນ.”

22ຢູ­ດາ (ບໍ່ແມ່ນອິ­ສະ­ກາ­ຣີ­ອົດທູນພຣະ­ອົງວ່າ, “ນາຍເຈົ້າເອີຍເປັນດ້ວຍເຫດໃດທ່ານຈຶ່ງສະ­ແດງຕົວໃຫ້ປະ­ກົດແກ່ພວກຂ້າ­ນ້ອຍ ແຕ່ບໍ່ໃຫ້ປະ­ກົດແກ່ໂລກ.” 23ພຣະ­ເຢຊູຊົງຕອບວ່າ, “ຖ້າຜູ້ໃດຮັກເຮົາ ຜູ້ນັ້ນຈະຖືຮັກ­ສາພຣະ­ທຳຂອງເຮົາ ແລະພຣະ­ບິ­ດາຂອງເຮົາຈະຊົງຮັກຜູ້ນັ້ນ ແລ້ວເຮົາທັງສອງຈະມາຫາຜູ້ນັ້ນແລະຈະຕັ້ງຢູ່ກັບຜູ້ນັ້ນ. 24ຜູ້ທີ່ບໍ່ຮັກເຮົາກໍບໍ່ຖືຮັກ­ສາຖ້ອຍຄຳທັງ­ຫລາຍຂອງເຮົາ ພຣະ­ທຳທີ່ທ່ານທັງ­ຫລາຍໄດ້ຍິນນັ້ນບໍ່ແມ່ນຂອງເຮົາ ແຕ່ແມ່ນຂອງພຣະ­ບິ­ດາຜູ້ຊົງໃຊ້ເຮົາມາ.

25“ຂໍ້­ຄວາມເຫລົ່ານີ້ເຮົາໄດ້ກ່າວຕໍ່ທ່ານທັງ­ຫລາຍ ເມື່ອເຮົາຍັງຢູ່ກັບພວກທ່ານ. 26ແຕ່ພຣະ­ຜູ້­ຊ່ອຍຄືພຣະ­ວິນ­ຍານ­ບໍ­ລິ­ສຸດທີ່ພຣະ­ບິ­ດາຈະຊົງໃຊ້ມາໃນນາມຂອງເຮົາ ອົງນັ້ນແຫລະຈະຊົງສອນທ່ານທັງ­ຫລາຍທຸກ ສິ່ງ ແລະຈະເຕືອນພວກທ່ານໃຫ້ລະ­ນຶກເຖິງທຸກສິ່ງທີ່ເຮົານີ້ໄດ້ກ່າວແກ່ພວກທ່ານແລ້ວນັ້ນ.

27ເຮົາມອບຄວາມສະ­ຫງົບສຸກໄວ້ກັບທ່ານທັງ­ຫລາຍ ຄວາມສະ­ຫງົບສຸກຂອງເຮົາ ເຮົາປະ­ທານໃຫ້ແກ່ທ່ານທັງ­ຫລາຍ ຝ່າຍເຮົາໃຫ້ແກ່ພວກທ່ານບໍ່ເໝືອນໂລກໃຫ້ນັ້ນ ຢ່າໃຫ້ໃຈຂອງພວກທ່ານວຸ້ນ­ວາຍໄປແລະຢ່າຊູ່ຢ້ານ. 28ທ່ານທັງ­ຫລາຍໄດ້ຍິນເຮົາກ່າວແກ່ພວກທ່ານແລ້ວວ່າ ‘ເຮົາຈະຈາກໄປແລະຈະກັບມາຫາພວກທ່ານ’ ຖ້າພວກທ່ານຮັກເຮົາ ພວກທ່ານກໍຈະຊົມ­ຊື່ນຍິນ­ດີທີ່ເຮົາໄປຫາພຣະ­ບິ­ດາ ເພາະພຣະ­ບິ­ດາຊົງເປັນໃຫຍ່ກວ່າເຮົາ. 29ບັດນີ້ເຮົາໄດ້ບອກທ່ານທັງ­ຫລາຍກ່ອນເຫດ­ການນັ້ນຈະເກີດຂຶ້ນ ເພື່ອວ່າເມື່ອເຫດ­ການນັ້ນເກີດຂຶ້ນແລ້ວພວກທ່ານຈະໄດ້ເຊື່ອ. 30ຕັ້ງ­ແຕ່ນີ້ໄປເຮົາຈະບໍ່ສົນ­ທະ­ນາຫລາຍຄຳກັບພວກທ່ານ ເພາະ­ວ່າຜູ້ປົກ­ຄອງໂລກຈະມາແລະຜູ້ນັ້ນບໍ່ມີສິດອັນໃດກ່ຽວກັບເຮົາ. 31ແຕ່ເຮົາໄດ້ເຮັດຕາມທີ່ພຣະ­ບິ­ດາໄດ້ຊົງບັນ­ຊາ ເພື່ອໂລກຈະໄດ້ຮູ້ວ່າເຮົາຮັກພຣະ­ບິ­ດາ ຈົ່ງລຸກ­ຂຶ້ນເຮົາທັງ­ຫລາຍພາ­ກັນຈາກທີ່ນັ້ນໄປເທາະ.”

 

ຈາກພະຄໍາພີ: ໂຢຮັນ ບົດ 14

Share:

ຕົວດໍາເນີນການທາງຄະນິດສາດ

 ໃນການຂຽນໂປຣແກຣມທີ່ມີການຄໍານວນທາງຄະນິດສາດ ຈໍາເປັນຕ້ອງຮູ້ຄວາມໝາຍຂອງຕົວດໍາເນີນການທາງຄະນິດສາດຕາມລັກສະນະໂຄງສ້າງຂອງພາສາຊີ ເພື່ອໃຫ້ສາມາດຂຽນໂປຣແກຣມຄໍານວນໄດ້ຢ່າງຖູກຕ້ອງ

ຕົວດໍາເນີນການທາງຄະນິດສາດ

 

ຄວາມໝາຍ

+

-

*

/

%

++

--

ການບວກ

ການລົບ

ການຄູນ

ການຫານ

ການຫານທີ່ຄິດສະເພາະເສດ

ການເພີ່ມຄ່າຂື້ນ 1

ການລົດຄ່າລົງ 1

 

ຕົວຢ່າງການໃຊ້ຕົວດໍາເນີນການທາງຄະນິດສາດ


a = b+5;    ໝາຍເຖິງ  a ເທົ່າກັບ b ບວກ 5

c = a-2;    ໝາຍເຖິງ  c ເທົ່າກັບ a ລົບ 5

x = a*b;    ໝາຍເຖິງ  x ເທົ່າກັບ a ຄູນ b

y = a/b;    ໝາຍເຖິງ  y ເທົ່າກັບ a ຫານ b

z = 7%2;    ໝາຍເຖິງ  z ເທົ່າກັບ ເສດທີ່ໄດ້ຈາກການຫານ 7 ດ້ວຍ 2 ຊື່ງຈະໄດ້ຜົນລັບຄື 1

a++; ຫຼື a = a+1;    ໝາຍເຖິງ  ເພີ່ມຄ່າ a ຄັ້ງລະ 1

a--; ຫຼື a = a-1;    ໝາຍເຖິງ  ລົດຄ່າ a ຄັ້ງລະ 1

 

 

Share:

วันศุกร์ที่ 22 กรกฎาคม พ.ศ. 2565

IT ແມ່ານຫຍັງ ແລະ ຄໍາວ່າ IT ຫຍໍ້ມາຈາກ ໃສ ທີ່ນີ້ມີຄໍາຕອບ

         IT ຫຍໍ້ມາຈາກ information technology

    ຊຶ່ງຫມາຍຄວາມວ່າເຕັກໂນໂລຊີຂໍ້ມູນຂ່າວສານ. ໃນການລວບລວມຂໍ້ມູນ. ການ​ເກັບ​ຮັກ​ສາ​ລະ​ບົບ​ ດຶງຂໍ້ມູນໄວ, ການປະມວນຜົນ, ການວິເຄາະຜົນຂອງການປະມວນຜົນ. ລວມທັງການເນັ້ນໃສ່ການສະແດງ ແລະ ເຜີຍແຜ່ຂໍ້ມູນນັ້ນຢ່າງມີປະສິດທິພາບ ໃນຮູບແບບທີ່ເຫມາະສົມສໍາລັບຜູ້ທີ່ຈະນໍາໄປໃຊ້ຕໍ່ໄປ ຕະຫຼອດຈົນເຖິງການສື່ສານຂໍ້ມູນນັ້ນໄປຍັງໜ່ວຍງານຕ່າງໆດ້ວຍ  ​ເວົ້າ​ໄດ້​ວ່າ IT ພວມ​ກ້າວ​ເຂົ້າ​ມາ​ແທນ MIS (management information system) ​ເພາະວ່າ​ມັນ​ມີ​ຄວາມກວ້າງ​ກວ່າ​ເກົ່າ, ​ເວົ້າ​ສັ້ນໆ​ໄດ້ວ່າ ກໍ​ຄື​ການ​ນຳ​ເອົາ​ວິທະຍາການ​ຄອມ​ພິວ​ເຕີ ((computer science)) ​ໄປ​ສົມທົບ​ກັບ​ສື່ສານ​ມວນ​ຊົນ. (mass communications)


Share:

วันเสาร์ที่ 9 กรกฎาคม พ.ศ. 2565

ນິໃສຄົນທີ່ເກີດໃນ 7 ວັນ

ຄົນທີ່ເກີດວັນ ຈັນ

   ເປັນຄົນມັກຄິດຫຼາຍ ຄິດເລື່່ອຍເປື່ອຍ ແຕ່ໜ້າຕາດີ ຫົວໄວ ໜ້າຮັກ ເປັນຄົນຕະຫຼົກ ບ້າໆບໍໆ ກັບເພື່ອນໄດ້ໝົດຂໍໃຫ້ບອກ ໃຜເຫັນກໍມັກ ຮັກໃຜແລ້ວກໍຮັກຈິງ ຮັກຫຼາຍ ຫ່ວງຫຼາຍ ຮັກແລ້ວບໍ່ນອກໃຈ ໃຜໄດ້ເປັນແຟນ ຖືວ່າໂຊກດີທີ່ສຸດໃນ 3 ໂລກ

 


ຄົນທີ່ເກີດວັນ ອັງຄານ 

   ມີສະເໜ່ ສົດໃສ ຕົງໄປຕົງມາ ບໍ່ເຈົ້າຊູ້ ຂີ້ເລັ່ນ ມັກແກ້ງເພື່ອນ ເປັນຄົນຄິດຫລາຍ ມັກເກັບບັນຫາໄວ້ຄົນດຽວ ຖ້າບໍ່ຢາກລົມກັບໃຜຈະນິ້ງໃສ່ ກັ້ນນ້ຳຕາເກັ່ງ ເລື່ອງຄວາມຮັກທຸ້ມເທສຸດຕົວ ແພ້ຄົນຂີ້ອ້ອນ ໃສ່ໃຈເກັ່ງ ຊັງຄົນຂີ້ຕວະ ແລະ ເຫັນແກ່ຕົວ

 

ຄົນທີ່ເກີດວັນ ພຸດ  

   ຫົວໄວ ໜ້າຕາດີ ສະຫຼາດໄປທຸກເລື່ອງ ໂກດງ່າຍ ຫາຍໄວ ປາກຮ້າຍ ແຕ່ໃຈດີ ເປັນຄົນມັກກວນຕີນ ໜ້າຮັກ ໃຜເຫັນກໍມັກ ເປັນຄົນຮັກຈິງ ຮັກແລ້ວບໍ່ນອກໃຈ ຖ້າໃຜໄດ້ເປັນແຟນ ຮັບຮອງບໍ່ມີວັນເບື່ອ


ຄົນທີ່ເກີດວັນ ພະຫັດ 

   ເວລາຮັກໃຜສັກຄົນ ຈະຈິງຈັງຈິງໃຈກັບຄົນນັ້ນ ເວົ້າຕົງ ເວົ້າແຮງ ຕີສອງໜ້າບໍ່ເປັນ ເປັນຄົນຈິງໃຈ ໃຈດີແຕ່ບໍ່ຄ່ອຍສະແດງອອກ ເປັນຄົນຂີ້ອາຍ ໂກດງ່າຍແຕ່ຫາຍໄວ ຄືຈະເຈົ້າຊູ້ ແຕ່ຮັກໃຜແລ້ວກໍຮັກໝົດໃຈ ຂີ້ເຫງົາ ມັກໃຫ້ຄົນອື່ນສົນໃຈ ຂີ້ປະຊົດ ມັກລອງໃຈຄົນ ເປັນພວກຂີ້ດື້ງຽບໆ

 

ຄົນທີ່ເກີດວັນ ສຸກ 

   ເປັນຄົນມີສະເໜ່ ມີຄວາມສົດໃຈ ບໍ່ເຈົ້າຊູ້ ແລະ ມັກຄິດຫຼາຍທີ່ສຸດ ເພາະບໍ່ກ້າຖາມຄວາມຈິງ ເປັນຄົນກັ້ນນໍ້າຕາເກັ່ງ ຫຼາຍຄັ້ງທີ່..... ແອບຮັອງໃຫ້ຄົນດຽວ ແພ້ຄົນຂີ້ອ້ອນ ເອົາໃຈເກັ່ງ ໃສ່ໃຈເກັ່ງ ແລະ ຊັງຄົນເຫັນແກ່ຕົວທີ່ສຸດ

 

ຄົນທີ່ເກີດ ວັນເສົາ 

   ເປັນຄົນຕົງໆ ໂກດງ່າຍຫາຍໄວ ຮັກຄົນງ່າຍ ແຕ່ຖ້າໄດ້ຮັກແລ້ວຈະຮັກຈົນບໍ່ເພື່ອໃຈ ເຮັດໃຫ້ເວລາຖືກເທຈະເສຍໃຈຫຼາຍ ເປັນຄົນຊຸ່ມຊ່າມມັກແກ້ງແລະກວນຕີນຄົນອື່ນມັກເຮັດໃຫ້ຄົນອື່ນມີຄວາມສຸກແຕ່ເວລາຕົນເອງທຸກກັບບໍ່ເວົ້າອອກໄປ ເກັບຄວາມຮູ້ສຶກໄວ້ຄົນດຽວ


ຄົນທີ່ເກີດວັນ ອາທິດ  

    ນິດໃສຄືເດັກນ້ອຍ ຊື່ສັດ ກ້າໄດ້ກ້າເສຍ ຈິງຈັງກັບຄວາມຮັກ ເວລາຮັກໃຜໃຫ້ໝົດໃຈ ເວົ້າຫຼາຍ ຢາກຮູ້ ຢາກເຫັນ ເປັນຄົນມີສະເໜ່ຕົງໄປຕົງມາແຕ່ມັກຄິດຫຼາຍ ມັກເກັບໄວ້ຄົນດຽວ ເປັນຄົນຍີ້ມແຍ້ມແຈ່ມໃສກັບທຸກສະຖານະການ ເຖິງແມ້ຕົວເອງຈະເປັນທຸກກໍຕາມ

Share:

proinfinity.fun

pipeflare.io

xfaucet.org

neygain

overline.network

rollercoin


faucetsfly

freebitco.in

freebnbcoin.com

earnbitmoon.club

Earnbitmoon - ultimate faucet !
Copyright © ITLAOS | kai kh & a m |kham 4.0