ຂ່າວປະເສີດເລຶ່ອງພຣະເຢຊູເຈົ້າຕາມ
ໂຢຮັນ
ຄໍານໍາ
ການຮັບຮອງລວຍ ກ
ຂ່າວປະເສີດເລື່ອງພຣະເຢຊູເຈົ້າຕາມໂຢຮັນ ສະເຫນີພຣະເຢຊູເຈົ້າວ່າ
ເປັນພຣະທໍາອັນຕະຫລອດໄປເປັນນິດຂອງພຣະເຈົ້າ ຄືຜູ້ທີ່ໄດ້ເກີດເປັນມະ ນຸດ
ແລະໄດ້ມີຊີວິດຢູ່ທ່າມກາງເຮົາທັງຫລາຍ. ຫນັງສືຂ່າວປະເສີດເຫຼັ້ມນີ້ໄດ້ ຂຽນຂຶ້ນ
ເພື່ອບັນດາຜູ້ອ່ານຈະໄດ້ເຊື່ອວ່າ ພຣະເຢຊູເຈົ້າແມ່ນພຣະຜູ້ໂຜດ
ຊ່ວຍໃຫ້ພົ້ນບາບກໍຕາມພຣະສັນຍາຂອງພຣະອົງ ຄືພຣະບຸດຂອງພຣະເຈົ້າ
ແລະໂດຍທາງຄວາມເຊື່ອໃນພຣະອົງນັ້ນ ມວນມະນຸດຈະໄດ້ມີຊີວິດນິຣັນ ດອນ (20:31).
31ແຕ່ທີ່ໄດ້ຈົດເຫດການເຫລົ່ານີ້ໄວ້ ກໍເພື່ອທ່ານທັງຫລາຍຈະໄດ້ເຊື່ອວ່າ ພຣະເຢຊູຊົງເປັນພຣະຄຣິດພຣະບຸດຂອງພຣະເຈົ້າ ແລະເມື່ອມີຄວາມເຊື່ອແລ້ວທ່ານ ກໍມີຊີວິດໂດຍພຣະນາມຂອງພຣະອົງ.
ຫລັງຈາກຄໍາແນະນໍາ
ທີ່ໃຫ້ຮູ້ພຣະທໍາອັນຕະຫລອດໄປເປັນນິດ ຂອງ ພຣະເຈົ້າກັບພຣະເຢຊູເຈົ້າແລ້ວ
ພາກຕົ້ນຂອງຂ່າວປະເສີດນີ້ ສະເຫນີການ ອັດສະຈັນຫລາຍລັກສະນະ ຊຶ່ງສະແດງວ່າ
ພຣະເຢຊູເຈົ້າເປັນພຣະຜູ້ໂຜດ ຊ່ວຍໃຫ້ພົ້ນຕາມພັນທະສັນຍາ ຄືພຣະບຸດຂອງພຣະເຈົ້າ,
ການອັດສະຈັນ ເຫລົ່ານີ້ ຕິດຕາມດ້ວຍການບັນລະຍາຍ
ຊຶ່ງອະທິບາຍເຖິງສິ່ງທີ່ໄດ້ເກີດຂຶ້ນ ໃນການອັດສະຈັນນັ້ນ.
ພາກນີ້ຂອງຫນັງສືບອກໃຫ້ຮູ້ວ່າມີບາງຄົນໄດ້ເຊື່ອໃນ
ພຣະເຢຊູເຈົ້າ
ແລະກາຍເປັນຜູ້ຕິດຕາມພຣະອົງຢ່າງໃດ ໃນຂະນະທີ່ຄົນ ອື່ນໆຂັດຄ້ານແລະບໍ່ເຊື່ອ, ອ່ານບົດ 13 ຫາບົດ 17 ໄດ້ບັນທຶກໂດຍສົມບູນ ຄວາມສາ
ມັກຄີທໍາອັນໃກ້ຊິດ ລະຫວ່າງພຣະເຢຊູເຈົ້າກັບສາວົກຂອງພຣະອົງໃນຄືນ ທີ່ພຣະອົງຖືກຈັບ
ແລະຖ້ອຍຄໍແຫ່ງການຈັດຕຽມ ແລະຄວາມຊູໃຈພວກ ສາວົກ ກ່ອນວັນທີ່ພຣະອົງຖືກຄຶງທີ່ໄມ້ກາງແຂນ.
ສ່ວນຕອນມ້ວນທ້າຍນັ້ນ, ບອກເຖິງເລື່ອງທີ່ພຣະເຢຊູເຈົ້າຖືກຈັບຄຸມ
ແລະຖືກສອບສວນ, ຖືກຄຶງທີ່ ໄມ້ກາງແຂນ
ແລະຖືກບັນດານໃຫ້ເປັນຄືນມາຈາກຕາຍ ແລະການປາກົດ ຕົວຂອງພຣະອົງຕໍ່ພວກສາວົກ
ຫລັງຈາກທີ່ພຣະອົງເປັນຄືນມາຈາກຕາຍ.
ເລື່ອງແມ່ຍິງຖືກຈັບໃນຖານຫລິ້ນຊູ້ (8:1-11)
ໄດ້ຖືກຈັດວາງໄວ້ໃນວົງ ເລັບ ເພາະວ່າເອກະສານທີ່ຂຽນດ້ວຍມືຫລາຍສະບັບ
ແລະບົດແປຄັ້ງທໍາ ອິດບາງບົດລະເວັ້ນຕອນນີ້ ແຕ່ບາງການແປກໍເອົາຮ່ວມໃສ່ໃນທີ່ອື່ນ.
ພຣະທໍາໂຢຮັນ
ເນັ້ນເຖິງຂອງປະທານແຫ່ງຊີວິດອັນຕະຫລອດໄປເປັນ ນິດ
ໂດຍທາງພຣະຄຣິດເປັນຂອງປະທານໃຫ້ທີ່ເລີ່ມຕົ້ນດຽວນີ້ ແລະອື່ນ ໃຫ້ແກ່ຜູ້ທີ່ຮັບວ່າພຣະເຢຊູເຈົ້າເປັນທາງນັ້ນ,
ເປັນຄວາມຈິງ ແລະເປັນຊີວິດ. ລັກສະນະສະເພາະທີ່ປະທັບໃຈຂອງພຣະທໍາໂຢຮັນ
ເເມ່ນການໃຊ້ສິງຂອງ ທົ່ວໆໄປຈາກຊີວິດປະຈໍາວັນ ສູ່ຄວາມເປັນຈິງຝ່າຍຈິດວິນຍານ ເປັນສັນຍາ
ລັກເຊັ່ນ: ນ້ໍາ, ເຂົ້າຈີ່, ຄວາມສະຫວ່າງ,
ຜູ້ລ້ຽງແກະກັບຝູງແກະຂອງຕົນ ແລະເຄື່ອອະງຸ່ນກັບຫມາກອະງຸ່ນ.
ສະຫລຸບຄວາມຂອງເນື້ອເລື່ອງ
ບົດນໍາ (1 : 1-18) ໂຢຮັນບັບຕິສະໂຕ ແລະສາວົກຫມວດທໍາອິດຂອງພຣະເຢຊູເຈົ້າ
(1 : 19-51) ການປະກາດໃນທ່າມກາງປະຊາຊົນຂອງພຣະເຢຊູເຈົ້າ
(2:1-12:50)
ອາທິດສຸດທ້າຍໃນນະຄອນເຢຣູຊາເລັມ
ແລະບໍລິເວນໃກ້ຄຽງ ເs (13:1-19:42)
ການເປັນຄືນມາຈາກຕາຍ
ແລະການປາກົດຕົວຂອງອົງພຣະຜູ້ເປັນ
ເຈົ້າ (20:1-31) - ບົດສົ່ງທ້າຍ: ການປາກົດຕົວອີກເທື່ອຫນຶ່ງໃນຄາລີເລ (21:1-25)
**********************
ໂຢຮັນ
ບົດທີ 1
ພຣະທຳບັງເກີດເປັນມະນຸດ
1ເມື່ອຕົ້ນເດີມນັ້ນພຣະທຳຊົງເປັນຢູ່ແລ້ວ ພຣະທຳນັ້ນຊົງສະຖິດຢູ່ກັບພຣະເຈົ້າ ພຣະທຳນັ້ນແຫລະ, ຊົງເປັນພຣະເຈົ້າ. 2ເມື່ອຕົ້ນເດີມນັ້ນ ພຣະທຳຊົງສະຖິດຢູ່ກັບພຣະເຈົ້າ. 3ພຣະເຈົ້າຊົງສ້າງສິ່ງທັງປວງຂຶ້ນມາໂດຍພຣະທຳ ໃນບັນດາສິ່ງທີ່ເປັນມານັ້ນ ບໍ່ມີຈັກສິ່ງທີ່ເປັນມາໂດຍນອກຈາກພຣະທຳ. 4ພຣະທຳນັ້ນຊົງມີຊີວິດຢູ່ໃນພຣະອົງເອງ ແລະຊີວິດນັ້ນເປັນຄວາມສະຫວ່າງຂອງມະນຸດສະໂລກ. 5ຄວາມສະຫວ່າງກໍສ່ອງເຂົ້າມາໃນຄວາມມືດ ແລະຄວາມມືດນັ້ນບໍ່ໄດ້ຊະນະຕໍ່ຄວາມສະຫວ່າງ.
6ແລະເກີດມີຊາຍຄົນໜຶ່ງທີ່ພຣະເຈົ້າຊົງໃຊ້ມາ ຊື່ວ່າໂຢຮັນ. 7ທ່ານໄດ້ມາເປັນພະຍານ ເພື່ອອ້າງຄວາມພະຍານເລື່ອງຄວາມສະຫວ່າງນັ້ນ ເພື່ອຄົນທັງປວງຈະໄດ້ເຊື່ອດ້ວຍທ່ານ. 8ທ່ານບໍ່ແມ່ນຄວາມສະຫວ່າງ ແຕ່ມາເປັນພະຍານກ່ຽວເລື່ອງຄວາມສະຫວ່າງນັ້ນ. 9ອັນນີ້ຄືຄວາມສະຫວ່າງອັນແທ້ຈິງ ທີ່ຂະນະນັ້ນກຳລັງເຂົ້າມາໃນໂລກ ແລະສ່ອງເຖິງຄົນທັງປວງ. 10ພຣະອົງຊົງສະຖິດຢູ່ໃນໂລກ ຊຶ່ງພຣະເຈົ້າຊົງສ້າງຂຶ້ນດ້ວຍພຣະອົງນັ້ນ ແຕ່ໂລກບໍ່ໄດ້ຮູ້ຈັກພຣະອົງ. 11ພຣະອົງໄດ້ສະເດັດມາຍັງບ້ານເມືອງຂອງພຣະອົງ ແລະຊາວບ້ານຊາວເມືອງຂອງພຣະອົງບໍ່ໄດ້ຕ້ອນຮັບພຣະອົງ. 12ແຕ່ສ່ວນບັນດາຜູ້ທີ່ຕ້ອນຮັບພຣະອົງ ຄືຜູ້ທີ່ເຊື່ອໃນພຣະນາມຂອງພຣະອົງ ພຣະອົງກໍຊົງປະທານສິດໃຫ້ກາຍເປັນບຸດຂອງພຣະເຈົ້າ. 13ຊຶ່ງບໍ່ໄດ້ເກີດຈາກເລືອດເນື້ອຫລືກາມ, ຫລືຄວາມປະສົງຂອງມະນຸດ ແຕ່ເກີດຈາກພຣະເຈົ້າ.
14ພຣະທຳໄດ້ຊົງບັງເກີດເປັນມະນຸດ ແລະຊົງອາໃສຢູ່ຖ້າມກາງເຮົາທັງຫລາຍບໍລິບູນດ້ວຍພຣະຄຸນແລະຄວາມຈິງ ເຮົາທັງຫລາຍໄດ້ເຫັນສະຫງ່າລາສີຂອງພຣະອົງຄືສະຫງ່າລາສີອັນສົມກັບພຣະບຸດອົງດຽວຂອງພຣະບິດາ. 15ໂຢຮັນໄດ້ເປັນພະຍານໃຫ້ແກ່ພຣະອົງແລະຮ້ອງປະກາດວ່າ, “ຜູ້ນີ້ແຫລະ, ຄືຜູ້ທີ່ເຮົາໄດ້ກ່າວເຖິງວ່າ ‘ຜູ້ທີ່ມາພາຍຫລັງເຮົາກໍຈະອອກກ່ອນໜ້າເຮົາ ເພາະທ່ານເປັນຢູ່ກ່ອນເຮົາ’.” 16ແລະເຮົາທຸກຄົນໄດ້ຮັບຈາກຄວາມຄົບບໍລິບູນຂອງພຣະອົງ ເປັນພຣະຄຸນຊ້ອນພຣະຄຸນ. 17ເພາະວ່າພຣະເຈົ້າໄດ້ຊົງປະທານພຣະບັນຍັດນັ້ນດ້ວຍໂມເຊ ສ່ວນພຣະຄຸນແລະຄວາມຈິງມາດ້ວຍພຣະເຢຊູຄຣິດ. 18ບໍ່ມີໃຜໄດ້ເຫັນພຣະເຈົ້າຈັກເທື່ອແຕ່ພຣະບຸດອົງດຽວ ຜູ້ຊົງເປັນພຣະເຈົ້າຊຶ່ງຊົງສະຖິດຢູ່ໃນພຣະຊວງຂອງພຣະບິດາ ພຣະອົງນັ້ນແຫລະ, ໄດ້ຊົງສະແດງໃຫ້ຮູ້.
ຄຳພະຍານຂອງໂຢຮັນບັບຕິສະໂຕ
(ມທ 3:1-12; ມຣກ 1:7-8; ລກ 3:15-17)
19ນີ້ເປັນຄຳພະຍານຂອງໂຢຮັນ ຄືເມື່ອພວກຢິວໄດ້ໃຊ້ພວກປະໂລຫິດແລະພວກເລວີຈາກກຸງເຢຣູຊາເລັມໄປຖາມທ່ານວ່າ, “ທ່ານຄືຜູ້ໃດ.” 20ທ່ານກໍຍອມບໍ່ໄດ້ປະຕິເສດ ຄືໄດ້ຍອມຮັບວ່າ, “ເຮົາບໍ່ແມ່ນພຣະຄຣິດ.” 21ເຂົາຈຶ່ງຖາມວ່າ, “ຖ້າຢ່າງນັ້ນທ່ານຄືຜູ້ໃດ ທ່ານແມ່ນເອລີຢາຫລື” ທ່ານຕອບວ່າ, “ເຮົາບໍ່ແມ່ນເອລີຢາ” “ທ່ານຄືຜູ້ປະກາດພຣະທຳຫລື” ທ່ານຕອບວ່າ, “ບໍ່ແມ່ນ.” 22ເຂົາຈຶ່ງຖາມອີກວ່າ, “ທ່ານຄືໃຜ ເພື່ອເຮົາຈະໄດ້ເອົາຄຳຕອບໄປບອກຄົນທີ່ໄດ້ໃຊ້ເຮົາມານັ້ນ ຝ່າຍທ່ານ, ທ່ານເວົ້າຢ່າງໃດ.”
23ທ່ານຕອບວ່າ, “ຝ່າຍເຮົາເປັນສຽງຂອງຜູ້ທີ່ຮ້ອງປະກາດໃນປ່າວ່າ, ‘ຈົ່ງເຮັດຫົນທາງຂອງອົງພຣະຜູ້ເປັນເຈົ້າໃຫ້ຊື່ໄປ’”ຕາມທີ່ເອຊາຢາຜູ້ປະກາດພຣະທຳໄດ້ກ່າວໄວ້. 24ຝ່າຍພວກທີ່ຮັບໃຊ້ມານັ້ນແມ່ນແຕ່ພັກພວກຟາຣີຊາຍ. 25ເຂົາຈຶ່ງຖາມໂຢຮັນວ່າ, “ຖ້າທ່ານບໍ່ແມ່ນພຣະຄຣິດ, ບໍ່ແມ່ນເອລີຢາ ຫລືບໍ່ແມ່ນຜູ້ປະກາດພຣະທຳນັ້ນ ເປັນຫຍັງທ່ານຈຶ່ງໃຫ້ຮັບບັບຕິສະມາ.”
26ໂຢຮັນໄດ້ຕອບເຂົາວ່າ, “ຝ່າຍເຮົານີ້ໃຫ້ຮັບບັບຕິສະມາດ້ວຍນ້ຳ ແຕ່ມີຜູ້ໜຶ່ງທີ່ຢືນຢູ່ຖ້າມກາງພວກທ່ານ ຊຶ່ງພວກທ່ານບໍ່ຮູ້ຈັກ. 27ຜູ້ນັ້ນແຫລະ, ມາພາຍຫລັງເຮົາ ເຖິງແມ່ນແຕ່ສາຍຮັດເກີບຂອງທ່ານ ເຮົາກໍບໍ່ສົມຄວນຈະແກ້.” 28ເຫດການເຫລົ່ານີ້ໄດ້ບັງເກີດຂຶ້ນທີ່ບ້ານເບັດທານີ ຟາກແມ່ນ້ຳຢໍແດນທາງທິດຕາເວັນອອກ ເປັນບ່ອນທີ່ໂຢຮັນກຳລັງໃຫ້ຮັບບັບຕິສະມາຢູ່.
ພຣະເມສານ້ອຍຂອງພຣະເຈົ້າ
29ລ່ວງໄປວັນໜຶ່ງໂຢຮັນໄດ້ເຫັນພຣະເຢຊູກຳລັງສະເດັດມາຫາ ທ່ານຈຶ່ງກ່າວວ່າ, “ເບິ່ງແມ, ພຣະເມສານ້ອຍຂອງພຣະເຈົ້າ ຜູ້ຊົງຮັບເອົາຄວາມຜິດບາບຂອງມະນຸດສະໂລກໄປເສຍ. 30ຜູ້ນີ້ແຫລະ, ທີ່ເຮົາກ່າວວ່າຈະມີຜູ້ໜຶ່ງມາພາຍຫລັງເຮົາ, ຈະອອກກ່ອນໜ້າເຮົາເພາະວ່າທ່ານເປັນຢູ່ກ່ອນເຮົາ. 31ເຮົາເອງກໍບໍ່ໄດ້ຮູ້ຈັກທ່ານ ແຕ່ເພື່ອໃຫ້ທ່ານເປັນທີ່ປະກົດແຈ້ງແກ່ພວກອິສຣາເອນ ເຮົາຈຶ່ງໄດ້ໃຫ້ຮັບບັບຕິສະມາໃນນ້ຳ.”
32ແລະໂຢຮັນກ່າວເປັນພະຍານວ່າ, “ເຮົາໄດ້ເຫັນພຣະວິນຍານເໝືອນດັ່ງນົກເຂົາສະເດັດລົງມາຈາກຟ້າສະຫວັນ ແລະຊົງສະຖິດຢູ່ເທິງທ່ານ. 33ເຮົາເອງບໍ່ໄດ້ຮູ້ຈັກທ່ານ ແຕ່ພຣະອົງຜູ້ຊົງໃຊ້ເຮົາມາໃຫ້ຮັບບັບຕິສະມາດ້ວຍນ້ຳນັ້ນ ໄດ້ຊົງກ່າວກັບເຮົາວ່າ, ເຈົ້າຈະເຫັນພຣະວິນຍານລົງມາສະຖິດຢູ່ເທິງຜູ້ໃດ ຜູ້ນັ້ນແຫລະ, ເປັນຜູ້ໃຫ້ຮັບບັບຕິສະມາດ້ວຍພຣະວິນຍານບໍລິສຸດ. 34ແລະເຮົາໄດ້ເຫັນແລ້ວຈຶ່ງເປັນພະຍານວ່າ ທ່ານຜູ້ນີ້ແຫລະ, ເປັນພຣະບຸດຂອງພຣະເຈົ້າ.”
ສາວົກໝວດທຳອິດ
35ລ່ວງໄປອີກວັນໜຶ່ງໂຢຮັນກຳລັງຢືນຢູ່ກັບລູກສິດຂອງຕົນສອງຄົນ. 36ແລະທ່ານໄດ້ເພ່ງເບິ່ງພຣະເຢຊູກຳລັງສະເດັດກາຍໄປ ຈຶ່ງກ່າວວ່າ, ເບິ່ງແມ, ພຣະເມສານ້ອຍຂອງພຣະເຈົ້າ.” 37ລູກສິດສອງຄົນໄດ້ຍິນໂຢຮັນເວົ້າດັ່ງນັ້ນ ເຂົາຈຶ່ງຕິດຕາມພຣະເຢຊູໄປ. 38ຝ່າຍພຣະເຢຊູຊົງຫລຽວຫລັງເຫັນເຂົາທັງສອງຕິດຕາມມາ ຈຶ່ງຊົງຖາມເຂົາວ່າ, “ພວກທ່ານຊອກຫາຫຍັງ” ເຂົາທູນພຣະອົງວ່າ, “ຮັບບີ (ຊຶ່ງແປວ່າ ອາຈານ) ທ່ານອາໃສຢູ່ທີ່ໃດ.” 39ພຣະອົງຊົງຕອບເຂົາວ່າ, “ຈົ່ງມາເບິ່ງ” ເຂົາກໍໄປແລະເຫັນບ່ອນຊຶ່ງພຣະອົງຊົງອາໃສ ວັນນັ້ນເຂົາກໍໄດ້ພັກຢູ່ກັບພຣະອົງ ເພາະເປັນເວລາປະມານສີ່ໂມງແລງແລ້ວ.
40ໃນສອງຄົນທີ່ໄດ້ຍິນໂຢຮັນເວົ້າແລະຕິດຕາມພຣະເຢຊູໄປນັ້ນ ຜູ້ໜຶ່ງຄືອັນເດອານ້ອງຊາຍຂອງຊີໂມນເປໂຕ. 41ອັນເດອາກໍໄປຫາຊີໂມນອ້າຍຂອງຕົນກ່ອນແລະໄດ້ບອກວ່າ, “ໝູ່ເຮົາໄດ້ພົບເມຊີອາແລ້ວ” (ທີ່ແປວ່າ ພຣະຄຣິດ). 42ອັນເດອາຈຶ່ງພາຊີໂມນໄປເຝົ້າພຣະເຢຊູ ເມື່ອຊົງທອດພຣະເນດແລ້ວພຣະອົງຈຶ່ງຊົງກ່າວວ່າ, “ທ່ານຄືຊີໂມນລູກຂອງໂຢຮັນ ທ່ານຈະໄດ້ຊື່ໃໝ່ວ່າ ເກຟາ” (ທີ່ແປວ່າ ເປໂຕ ຄືຫີນ).
ຊົງເອີ້ນເອົາຟີລິບແລະນະທານາເອັນ
43ລ່ວງໄປວັນໜຶ່ງ ພຣະເຢຊູຊົງຕັ້ງພຣະໄທຈະສະເດັດໄປແຂວງຄາລີເລ ພຣະອົງຊົງພົບຟີລິບຈຶ່ງຊົງກ່າວວ່າ, “ຈົ່ງຕາມເຮົາມາ”. 44ຟີລິບມາຈາກເບັດຊາອີດາເມືອງຂອງອັນເດອາແລະເປໂຕ. 45ຟີລິບໄດ້ໄປຫານະທານາເອັນບອກວ່າ, “ເຮົາໄດ້ພົບຜູ້ທີ່ໂມເຊໄດ້ກ່າວເຖິງໃນໜັງສືພຣະບັນຍັດ ແລະທີ່ພວກຜູ້ປະກາດພຣະທຳໄດ້ກ່າວເຖິງເໝືອນກັນ ຄື ເຢຊູລູກຂອງໂຢເຊັບ ໄທນາຊາເຣັດ.” 46ນະທານາເອັນຖາມຟີລິບວ່າ, “ສິ່ງດີອັນໃດຈະມາຈາກນາຊາເຣັດໄດ້ຫລື” ຟີລິບຕອບວ່າ, “ມາເບິ່ງເອົາ.”
47ພຣະເຢຊູຊົງເຫັນນະທານາເອັນມາຫາພຣະອົງ ກໍຊົງກ່າວເຖິງເລື່ອງຂອງທ່ານວ່າ, “ເບິ່ງແມ, ຜູ້ນີ້ຄືຊົນຊາດອິສຣາເອນແທ້ ໃນຕົວທ່ານບໍ່ມີອຸບາຍ.” 48ນະທານາເອັນໄດ້ທູນຖາມພຣະອົງວ່າ, “ທ່ານຮູ້ຈັກຂ້ານ້ອຍໄດ້ຢ່າງໃດ” ພຣະເຢຊູຊົງຕອບວ່າ, “ເຮົາໄດ້ເຫັນທ່ານແລ້ວເມື່ອທ່ານຢູ່ໃຕ້ຕົ້ນເດື່ອເທດ ກ່ອນທີ່ຟີລິບໄດ້ເອີ້ນທ່ານນັ້ນ.” 49ນະທານາເອັນທູນຕອບພຣະອົງວ່າ, “ພຣະອາຈານເອີຍ, ທ່ານເປັນພຣະບຸດຂອງພຣະເຈົ້າ ທ່ານເປັນກະສັດຂອງຊາດອິສຣາເອນ.” 50ພຣະເຢຊູຊົງຕອບວ່າ, “ທ່ານເຊື່ອເຮົາ ເພາະເຮົາໄດ້ບອກວ່າເຮົາໄດ້ເຫັນທ່ານຢູ່ໃຕ້ຕົ້ນເດື່ອນັ້ນຫລື ທ່ານຍັງຈະເຫັນເຫດການໃຫຍ່ກວ່ານັ້ນອີກ.” 51ພຣະອົງຊົງກ່າວແກ່ທ່ານວ່າ, “ເຮົາບອກຕາມຄວາມຈິງແກ່ທ່ານທັງຫລາຍວ່າ ພວກທ່ານຈະໄດ້ເຫັນທ້ອງຟ້າແຫວກອອກ ແລະບັນດາເທວະດາຂອງພຣະເຈົ້າຂຶ້ນແລະລົງຢູ່ເທິງບຸດມະນຸດ.”
ໂຢຮັນ ບົດທີ 2
ງານສົມລົດທີ່ບ້ານການາ
1ວັນຖ້ວນສາມມີງານພິທີສົມລົດທີ່ບ້ານການາ ແຂວງຄາລີເລ ແລະມານດາຂອງພຣະເຢຊູກໍຢູ່ຫັ້ນ. 2ພຣະເຢຊູກັບພວກສາວົກໄດ້ຮັບເຊີນໄປໃນງານນັ້ນເໝືອນກັນ. 3ເມື່ອເຫລົ້າແວງໝົດແລ້ວ ມານດາຂອງພຣະເຢຊູຈຶ່ງທູນພຣະອົງວ່າ, “ເຫລົ້າແວງເຂົາບໍ່ມີແລ້ວ.” 4ພຣະເຢຊູຊົງຕອບມານດາວ່າ, “ນາງເອີຍ, ປະໃຫ້ເປັນທຸລະຂອງເຮົາເສຍ ເພາະເວລາຂອງເຮົາຍັງບໍ່ທັນມາເຖິງ.” 5ມານດາຂອງພຣະອົງຈຶ່ງບອກຕໍ່ຄົນໃຊ້ວ່າ, “ເມື່ອເພິ່ນບອກພວກເຈົ້າໃຫ້ເຮັດອັນໃດ ຈົ່ງເຮັດຕາມເນີ.”
6ທີ່ນັ້ນມີອ່າງຫີນຫົກໜ່ວຍຕັ້ງຢູ່ ເພື່ອໃຊ້ຊຳລະລ້າງຕາມທຳນຽມຂອງພວກຢິວ ອ່າງໜ່ວຍໃດກໍໃສ່ນ້ຳໄດ້ສີ່ຫລືຫ້າກະໂລ່ງ. 7ພຣະເຢຊູຊົງບອກຕໍ່ເຂົາວ່າ, “ຈົ່ງຕັກນ້ຳໃສ່ອ່າງໃຫ້ເຕັມ” ແລະເຂົາໄດ້ຕັກນ້ຳໃສ່ອ່າງເຫລົ່ານັ້ນເຕັມພຽງປາກ. 8ແລ້ວພຣະອົງຊົງບອກເຂົາວ່າ, “ບັດນີ້ຈົ່ງຕັກສົ່ງໄປໃຫ້ພະນັກງານເນີ” ເຂົາກໍຕັກສົ່ງໃຫ້. 9ເມື່ອພະນັກງານຊີມນ້ຳທີ່ກາຍເປັນເຫລົ້າແວງນັ້ນແລ້ວ ແລະບໍ່ຮູ້ວ່າມາແຕ່ໃສ (ແຕ່ຄົນໃຊ້ທີ່ຕັກນ້ຳກໍຮູ້) ພະນັກງານຈຶ່ງເອີ້ນເຈົ້າບ່າວມາ. 10ແລະກ່າວວ່າ, “ທຸກຄົນເຄີຍເອົາເຫລົ້າແວງອັນດີມາໃຫ້ກ່ອນ ແລະເມື່ອເຂົາດື່ມຫລາຍແລ້ວຈຶ່ງເອົາອັນບໍ່ດີມາ ແຕ່ຝ່າຍທ່ານໄດ້ກັກເຫລົ້າແວງອັນດີໄວ້ຈົນເຖິງບັດນີ້.” 11ການໝາຍສຳຄັນເທື່ອຕົ້ນນີ້ ພຣະເຢຊູຊົງເຮັດທີ່ບ້ານການາແຂວງຄາລີເລ ພຣະອົງໄດ້ຊົງສະແດງສະຫງ່າລາສີຂອງພຣະອົງໃຫ້ປະກົດ ຝ່າຍພວກສາວົກກໍໄດ້ເຊື່ອໃນພຣະອົງ.
12ພາຍຫລັງນັ້ນມາພຣະອົງໄດ້ສະເດັດລົງໄປຍັງເມືອງກາເປນາອູມ ກັບມານດາພ້ອມທັງພວກນ້ອງຊາຍ ແລະສາວົກຂອງພຣະອົງ ກໍຊົງອາໃສຢູ່ທີ່ນັ້ນບໍ່ຫລາຍວັນ.
ຊົງຊຳລະພຣະວິຫານ
(ມທ 21:12-13; ມຣກ 11:15-18; ລກ
19:45-46)
13ແລະເທດສະການປັດສະຄາຂອງພວກຢິວໃກ້ເຂົ້າມາແລ້ວ ພຣະເຢຊູສະເດັດຂຶ້ນເມືອຍັງກຸງເຢຣູຊາເລັມ.
14ຢູ່ໃນບໍລິເວນພຣະວິຫານພຣະອົງໄດ້ພົບຄົນຂາຍງົວ, ຂາຍແກະ, ແລະຂາຍນົກເຂົາ ກັບທັງພວກຄົນແລກເງິນທີ່ນັ່ງຢູ່ຫັ້ນ. 15ພຣະອົງຊົງເອົາເຊືອກເຮັດແສ້ ໄລ່ຄົນເຫລົ່ານັ້ນພ້ອມກັບແກະແລະງົວອອກໄປຈາກບໍລິເວນພຣະວິຫານ ຊົງຖອກເງິນແລະຂວ້ຳໂຕະຂອງຄົນແລກເງິນ. 16ແລ້ວພຣະອົງຊົງກ່າວແກ່ບັນດາຄົນທີ່ຂາຍນົກເຂົາວ່າ, “ຈົ່ງເອົາຂອງເຫລົ່ານີ້ອອກໄປເສຍ ຢ່າເຮັດໃຫ້ທີ່ສະຖິດພຣະບິດາຂອງເຮົາເປັນບ່ອນຄ້າຂາຍ.” 17ພວກສາວົກຂອງພຣະອົງໄດ້ລະນຶກເຖິງຄຳທີ່ຂຽນໄວ້ວ່າ, “ຄວາມຮ້ອນໃຈສຳລັບພຣະວິຫານຂອງພຣະອົງກໍໄໝ້ຢູ່ພາຍໃນຂ້າພຣະອົງເສຍ.”
18ພວກຢິວຈຶ່ງທູນພຣະອົງວ່າ, “ເຈົ້າຈະສະແດງການສຳຄັນອັນໃດໃຫ້ພວກເຮົາເຫັນວ່າ ເຈົ້າມີສິດເຮັດການຢ່າງນີ້.” 19ພຣະເຢຊູຊົງຕອບເຂົາວ່າ, “ຖ້າມ້າງວິຫານນີ້ລົງເສຍ ເຮົາຈະສ້າງຂຶ້ນໃໝ່ໃນສາມວັນ.” 20ພວກຢິວຈຶ່ງທູນວ່າ, “ພຣະວິຫານນີ້ເຂົາໄດ້ສ້າງຂຶ້ນເຖິງສີ່ສິບຫົກປີຈຶ່ງສຳເລັດ ຝ່າຍເຈົ້າຈະສ້າງຂຶ້ນໃໝ່ໃນສາມວັນຫລື.” 21ແຕ່ພຣະວິຫານທີ່ພຣະອົງຊົງກ່າວເຖິງນັ້ນ ຄືພຣະກາຍຂອງພຣະອົງ. 22ເຫດສັນນັ້ນເມື່ອພຣະອົງຖືກຊົງບັນດານໃຫ້ເປັນຄືນມາແລ້ວ ພວກສາວົກກໍລະນຶກໄດ້ວ່າ ພຣະອົງຊົງກ່າວດັ່ງນີ້ ແລະເຂົາກໍເຊື່ອພຣະຄຳພີກັບທັງພຣະທຳທີ່ພຣະເຢຊູໄດ້ຊົງກ່າວແລ້ວນັ້ນ.
ພຣະເຢຊູຊົງຮູ້ຈັກມະນຸດທຸກຄົນ
23ເມື່ອພຣະອົງປະທັບຢູ່ໃນກຸງເຢຣູຊາເລັມເວລາເທດສະການປັດສະຄານັ້ນ ມີຫລາຍຄົນໄດ້ເຊື່ອໃນພຣະນາມຂອງພຣະອົງ ເພາະເຂົາໄດ້ເຫັນການສຳຄັນທີ່ພຣະອົງໄດ້ຊົງກະທຳຂຶ້ນ. 24ແຕ່ພຣະເຢຊູບໍ່ໄດ້ຊົງວາງພຣະໄທໃນຄົນເຫລົ່ານັ້ນ ເພາະພຣະອົງຊົງຮູ້ຈັກມະນຸດທຸກຄົນແລ້ວ. 25ແລະພຣະອົງບໍ່ຊົງມີຄວາມຈຳເປັນທີ່ຈະມີພະຍານໃນເລື່ອງມະນຸດ ດ້ວຍພຣະອົງເອງຊົງຊາບວ່າ ອັນໃດມີຢູ່ໃນມະນຸດ.
ໂຢຮັນ ບົດທີ 3
ພຣະເຢຊູກັບນີໂກເດມ
1ມີຊາຍຄົນໜຶ່ງໃນພວກຟາຣີຊາຍຊື່ນີໂກເດມ ເປັນເຈົ້ານາຍຂອງພວກຢິວ. 2ຜູ້ນີ້ໄດ້ມາຫາພຣະເຢຊູໃນເວລາກາງຄືນທູນພຣະອົງວ່າ, “ອາຈານເອີຍ, ພວກຂ້ານ້ອຍຊາບຢູ່ວ່າທ່ານເປັນຄູທີ່ມາຈາກພຣະເຈົ້າ ເພາະບໍ່ມີຜູ້ໃດອາດເຮັດໝາຍສຳຄັນທີ່ທ່ານເຮັດຢູ່ນັ້ນ ເວັ້ນແຕ່ພຣະເຈົ້າຊົງສະຖິດຢູ່ນຳ.” 3ພຣະເຢຊູຊົງຕອບວ່າ, “ເຮົາບອກທ່ານຕາມຄວາມຈິງວ່າຖ້າຜູ້ໃດບໍ່ບັງເກີດມາໃໝ່ ຜູ້ນັ້ນຈະເຫັນລາຊະແຜ່ນດິນຂອງພຣະເຈົ້າບໍ່ໄດ້.” 4ນີໂກເດມທູນພຣະອົງວ່າ, “ຄົນເຖົ້າແລ້ວຈະບັງເກີດໄດ້ຢ່າງໃດ ຈະເຂົ້າໃນທ້ອງແມ່ຂອງຕົນເທື່ອທີ່ສອງແລ້ວເກີດມາໄດ້ຫລື.”
5ພຣະເຢຊູຊົງຕອບວ່າ, “ເຮົາບອກທ່ານຕາມຄວາມຈິງວ່າ ຖ້າຜູ້ໃດບໍ່ໄດ້ບັງເກີດມາຈາກນ້ຳແລະຈາກພຣະວິນຍານ ຜູ້ນັ້ນຈະເຂົ້າໃນລາຊະແຜ່ນດິນຂອງພຣະເຈົ້າບໍ່ໄດ້. 6ຊຶ່ງບັງເກີດຈາກເນື້ອກາຍກໍເປັນເນື້ອກາຍ ແລະຊຶ່ງບັງເກີດຈາກພຣະວິນຍານກໍເປັນວິນຍານ. 7ຢ່າປະຫລາດໃຈທີ່ເຮົາບອກທ່ານວ່າ ທ່ານທັງຫລາຍຈຳເປັນຕ້ອງບັງເກີດມາໃໝ່. 8ລົມຢາກພັດໄປທິດໃດກໍພັດໄປທິດນັ້ນ ແລະທ່ານໄດ້ຍິນສຽງມັນ ແຕ່ທ່ານບໍ່ຮູ້ວ່າມັນມາແຕ່ໃສຫລືໄປໃສ ທຸກຄົນທີ່ບັງເກີດຈາກພຣະວິນຍານກໍເປັນດັ່ງນັ້ນແຫລະ.”
9ນີໂກເດມທູນພຣະອົງວ່າ, “ເຫດການເຫລົ່ານີ້ຈະບັງເກີດຂຶ້ນໄດ້ຢ່າງໃດ.” 10ພຣະເຢຊູຊົງຕອບວ່າ, “ທ່ານເປັນອາຈານຂອງພວກອິສຣາເອນແລະຍັງບໍ່ຮູ້ຈັກສິ່ງເຫລົ່ານີ້ຫລື. 11ເຮົາບອກຄວາມຈິງແກ່ທ່ານວ່າ ພວກເຮົາເວົ້າສິ່ງທີ່ເຮົາຮູ້ແລະເປັນພະຍານເຖິງສິ່ງທີ່ພວກເຮົາໄດ້ເຫັນ ແຕ່ທ່ານທັງຫລາຍບໍ່ໄດ້ຮັບຄຳພະຍານຂອງເຮົາ 12ຖ້າເຮົາບອກທ່ານທັງຫລາຍເຖິງສິ່ງຝ່າຍໂລກ ແລະທ່ານບໍ່ເຊື່ອ ຖ້າເຮົາບອກທ່ານເຖິງສິ່ງຝ່າຍສະຫວັນ ພວກທ່ານຈະເຊື່ອໄດ້ຢ່າງໃດ. 13ບໍ່ມີຜູ້ໃດໄດ້ຂຶ້ນໄປສູ່ສະຫວັນ ນອກຈາກຜູ້ທີ່ລົງມາຈາກສະຫວັນຄືບຸດມະນຸດ.” 14ໂມເຊໄດ້ຍົກງູຂຶ້ນໃນປ່າສັນໃດ ບຸດມະນຸດຈະຕ້ອງຖືກຍົກຂຶ້ນສັນນັ້ນ, 15ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະອົງຈະມີຊີວິດອັນຕະຫລອດໄປເປັນນິດ.
16ເພາະວ່າພຣະເຈົ້າຊົງຮັກໂລກຈົນໄດ້ ປະທານພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫລອດໄປເປັນນິດ. 17ເພາະວ່າພຣະເຈົ້າໄດ້ຊົງໃຊ້ພຣະບຸດຂອງພຣະອົງເຂົ້າມາໃນໂລກ ບໍ່ແມ່ນຈະຕັດສີນລົງໂທດມະນຸດສະໂລກ ແຕ່ເພື່ອມະນຸດສະໂລກຈະພົ້ນໄດ້ດ້ວຍພຣະບຸດນັ້ນ. 18ຜູ້ທີ່ວາງໃຈໃນພຣະບຸດກໍບໍ່ຖືກຕັດສີນໂທດ ແຕ່ຜູ້ທີ່ບໍ່ວາງໃຈກໍໄດ້ຖືກຕັດສີນລົງໂທດແລ້ວ ເພາະບໍ່ໄດ້ເຊື່ອໃນພຣະນາມພຣະບຸດອົງດຽວຂອງພຣະເຈົ້າ. 19ນີ້ແຫລະ, ແມ່ນການຕັດສີນລົງໂທດ ຄືວ່າຄວາມສະຫວ່າງໄດ້ເຂົ້າມາໃນໂລກ ແຕ່ມະນຸດໄດ້ຮັກຄວາມມືດຫລາຍກວ່າຮັກຄວາມສະຫວ່າງ ເພາະກິດຈະການຂອງເຂົາຊົ່ວ. 20ດ້ວຍວ່າທຸກຄົນທີ່ເຮັດຊົ່ວກໍຊັງຄວາມສະຫວ່າງ ແລະບໍ່ມາເຖິງຄວາມສະຫວ່າງ ເພາະຢ້ານວ່າ ການເຮັດຂອງຕົນຈະເປີດເຜີຍ. 21ແຕ່ບຸກຄົນທີ່ເຮັດຕາມຄວາມຈິງກໍມາຫາຄວາມສະຫວ່າງ ເພື່ອໃຫ້ການຂອງຕົນປະກົດວ່າໄດ້ເຮັດດ້ວຍອາໃສພຣະເຈົ້າ.
ພຣະເຢຊູກັບໂຢຮັນບັບຕິສະໂຕ
22ຫລັງຈາກນັ້ນພຣະເຢຊູໄດ້ສະເດັດໄປຍັງແຂວງຢູດາຍພ້ອມກັບພວກສາວົກຂອງພຣະອົງ ແລະປະທັບຢູ່ກັບເຂົາທີ່ນັ້ນ ແລ້ວຊົງໃຫ້ຮັບບັບຕິສະມາ. 23ຝ່າຍໂຢຮັນກໍໃຫ້ຮັບບັບຕິສະມາຢູ່ບ້ານໄອໂນນໃກ້ບ້ານຊາລາອິມເໝືອນກັນ ເພາະທີ່ນັ້ນມີນ້ຳຫລາຍ ແລະຝູງຄົນກໍພາກັນມາຮັບບັບຕິສະມາ. 24ດ້ວຍວ່າເວລານັ້ນໂຢຮັນຍັງບໍ່ທັນໄດ້ຕິດຄຸກ.
25ເກີດການໂຕ້ຖຽງກັນຂຶ້ນລະຫວ່າງລູກສິດຂອງໂຢຮັນກັບຢິວຄົນໜຶ່ງ ເລື່ອງການຊຳລະລ້າງ. 26ລູກສິດນັ້ນຈຶ່ງໄປຫາໂຢຮັນແລະເວົ້າວ່າ, “ອາຈານເອີຍ, ຜູ້ທີ່ຢູ່ນຳອາຈານທີ່ຟາກແມ່ນ້ຳຢໍແດນພຸ້ນ ຄືຜູ້ທີ່ອາຈານເປັນພະຍານເຖິງນັ້ນ ເບິ່ງແມ, ຜູ້ນັ້ນກຳລັງໃຫ້ຮັບບັບຕິສະມາ ແລະຄົນທັງປວງກໍພາກັນໄປຫາເພິ່ນ.”
27ໂຢຮັນຕອບວ່າ, “ມະນຸດຈະຮັບສິ່ງໃດບໍ່ໄດ້ ເວັ້ນໄວ້ແຕ່ທີ່ຊົງໂຜດປະທານຈາກສະຫວັນໃຫ້ເຂົາ. 28ທ່ານທັງຫລາຍກໍເປັນພະຍານຝ່າຍເຮົາວ່າເຮົາໄດ້ກ່າວແລ້ວວ່າ ‘ເຮົາບໍ່ເປັນພຣະຄຣິດແຕ່ເປັນຜູ້ຮັບໃຊ້ມາກ່ອນໜ້າພຣະອົງ.’ 29ຜູ້ທີ່ມີເຈົ້າສາວກໍແມ່ນເຈົ້າບ່າວນັ້ນແຫລະ ແຕ່ສະຫາຍຂອງເຈົ້າບ່າວທີ່ຢືນຟັງເຈົ້າບ່າວຢູ່ ກໍມີຄວາມຍິນດີຫລາຍເພາະໄດ້ຍິນສຽງຂອງເຈົ້າບ່າວນັ້ນ ຢ່າງນັ້ນແຫລະ, ຄວາມຍິນດີຂອງເຮົາກໍຄົບຖ້ວນແລ້ວ. 30ພຣະອົງນັ້ນຕ້ອງຊົງໃຫຍ່ຂຶ້ນ ແຕ່ເຮົາຈະຕ້ອງນ້ອຍລົງ.”
ຜູ້ທີ່ສະເດັດມາຈາກສະຫວັນ
31ພຣະອົງຜູ້ສະເດັດມາຈາກທາງເທິງຊົງຢູ່ເໜືອທຸກສິ່ງ ຜູ້ທີ່ເປັນແຕ່ແຜ່ນດິນໂລກກໍເປັນຝ່າຍໂລກ ແລະຍ່ອມກ່າວຝ່າຍໂລກ ພຣະອົງຜູ້ສະເດັດຈາກສະຫວັນຊົງຢູ່ເໜືອທຸກສິ່ງ. 32ສິ່ງທີ່ພຣະອົງໄດ້ຊົງເຫັນແລະໄດ້ຍິນ ພຣະອົງກໍຊົງເປັນພະຍານຕໍ່ສິ່ງນັ້ນ ແຕ່ບໍ່ມີຜູ້ໃດໄດ້ຮັບຄຳພະຍານຂອງພຣະອົງ. 33ຜູ້ທີ່ຮັບຄຳພະຍານຂອງພຣະອົງກໍປະທັບຕາລົງວ່າພຣະເຈົ້າຊົງສັດຈິງ. 34ເພາະພຣະອົງຜູ້ທີ່ພຣະເຈົ້າຊົງໃຊ້ມານັ້ນຊົງກ່າວພຣະທຳຂອງພຣະເຈົ້າ ເພາະພຣະເຈົ້າບໍ່ໄດ້ປະທານພຣະວິນຍານໃຫ້ໂດຍຈຳກັດ. 35ພຣະບິດາຊົງຮັກພຣະບຸດ ແລະຊົງມອບທຸກສິ່ງໄວ້ໃນພຣະຫັດຂອງພຣະອົງ. 36ຜູ້ທີ່ວາງໃຈໃນພຣະບຸດກໍມີຊີວິດອັນຕະຫລອດໄປເປັນນິດ ຜູ້ທີ່ບໍ່ເຊື່ອຟັງພຣະບຸດກໍຈະບໍ່ໄດ້ເຫັນຊີວິດ ແຕ່ພຣະພິໂລດຂອງພຣະເຈົ້າປົກຄຸມຢູ່ເທິງຜູ້ນັ້ນ.
ໂຢຮັນ ບົດທີ 4
ພຣະເຢຊູກັບຍິງຊາວຊາມາເຣຍ
1ເມື່ອພຣະເຢຊູຊົງຊາບວ່າ ພວກຟາຣີຊາຍໄດ້ຍິນຂ່າວວ່າ ພຣະອົງຊົງມີສາວົກແລະຊົງໃຫ້ບັບຕິສະມາຫລາຍກວ່າໂຢຮັນ, 2(ຄວາມຈິງພຣະເຢຊູບໍ່ໄດ້ຊົງໃຫ້ບັບຕິສະມາເອງ ແຕ່ພວກສາວົກຂອງພຣະອົງເປັນຜູ້ໃຫ້), 3ພຣະອົງຈຶ່ງສະເດັດອອກຈາກແຂວງຢູດາຍ ແລະກັບໄປຍັງແຂວງຄາລີເລອີກ.
4ແລະພຣະອົງຕ້ອງສະເດັດຜ່ານແຂວງຊາມາເຣຍໄປ. 5ພຣະອົງຈຶ່ງສະເດັດໄປເຖິງເມືອງໜຶ່ງຊື່ຊີຂາໃນແຂວງຊາມາເຣຍ ໃກ້ທີ່ດິນຊຶ່ງຢາໂຄບໃຫ້ແກ່ໂຢເຊັບລູກຊາຍຂອງຕົນ. 6ນ້ຳສ້າງຂອງຢາໂຄບກໍຢູ່ທີ່ນັ້ນ ພຣະເຢຊູຊົງເດີນທາງເມື່ອຍຈຶ່ງປະທັບລົງແຄມນ້ຳສ້າງເປັນເວລາປະມານທ່ຽງວັນ.
7ມີຍິງຊາວຊາມາເຣຍຄົນໜຶ່ງມາຕັກນ້ຳ ພຣະເຢຊູຊົງກ່າວກັບນາງວ່າ, “ຂໍໃຫ້ເຮົາກິນນ້ຳແດ່.” 8(ຂະນະນັ້ນພວກສາວົກຂອງພຣະອົງເຂົ້າໄປຊື້ອາຫານໃນເມືອງ.) 9ຍິງຊາວຊາມາເຣຍທູນພຣະອົງວ່າ, “ດ້ວຍເຫດໃດທ່ານຜູ້ເປັນຊາດຢິວຈຶ່ງຂໍດື່ມນ້ຳນຳຂ້ານ້ອຍຜູ້ເປັນຊາດຊາມາເຣຍ” (ເພາະພວກຢິວກັບພວກຊາມາເຣຍບໍ່ເຄີຍມີການກ່ຽວຂ້ອງກັນ).
10ພຣະເຢຊູຊົງຕອບນາງວ່າ, “ຖ້າເຈົ້າໄດ້ຮູ້ຈັກຂອງທີ່ພຣະເຈົ້າຊົງປະທານ ແລະຮູ້ຈັກຜູ້ທີ່ກຳລັງເວົ້າກັບເຈົ້າວ່າ ‘ຂໍໃຫ້ເຮົາກິນນ້ຳແດ່’ ເຈົ້າກໍຄົງຈະຂໍຈາກເພິ່ນ ແລະຜູ້ນັ້ນກໍຄົງຈະໃຫ້ນ້ຳອັນປະກອບດ້ວຍຊີວິດໃຫ້ແກ່ເຈົ້າ.” 11ນາງທູນຕອບພຣະອົງວ່າ, “ນາຍເອີຍ, ນາຍບໍ່ມີຫຍັງຕັກ ແລະນ້ຳສ້າງນີ້ກໍເລິກ ນາຍຈະໄດ້ນ້ຳປະກອບດ້ວຍຊີວິດນັ້ນມາແຕ່ໃສ. 12ນາຍໃຫຍ່ກວ່າຢາໂຄບບັນພະບຸລຸດຂອງເຮົາ ຜູ້ໄດ້ໃຫ້ນ້ຳສ້າງນີ້ແກ່ເຮົາຫລື ແລະຢາໂຄບເອງກໍໄດ້ດື່ມແຕ່ນ້ຳສ້າງນີ້ຮ່ວມທັງລູກຊາຍແລະຝູງສັດຂອງເພິ່ນ.”
13ພຣະເຢຊູຊົງຕອບນາງວ່າ, “ທຸກຄົນທີ່ກິນນ້ຳນີ້ກໍຍັງຈະຢາກອີກ. 14ແຕ່ຜູ້ທີ່ກິນນ້ຳຊຶ່ງເຮົາຈະປະທານໃຫ້ນັ້ນ ຈະບໍ່ຢາກອີກຕໍ່ໄປຈັກເທື່ອ ນ້ຳຊຶ່ງເຮົາຈະປະທານໃຫ້ນັ້ນຈະກາຍເປັນນ້ຳພຸໃນຕົວຜູ້ນັ້ນ ແລະຈະພຸ່ງຂຶ້ນເຖິງຊີວິດອັນຕະຫລອດໄປເປັນນິດ.” 15ນາງທູນພຣະອົງວ່າ, “ນາຍເອີຍ, ຂໍປະທານນ້ຳນັ້ນໃຫ້ຂ້ານ້ອຍ ເພື່ອຂ້ານ້ອຍຈະບໍ່ຢາກແລະຈະບໍ່ໄດ້ມາຕັກທີ່ນີ້ອີກ.” 16ພຣະເຢຊູຊົງບອກນາງວ່າ, “ຈົ່ງໄປເອີ້ນເອົາຜົວຂອງເຈົ້າມາທີ່ນີ້.” 17ນາງທູນວ່າ, “ຂ້ານ້ອຍບໍ່ມີຜົວ” ພຣະເຢຊູຊົງກ່າວວ່າ, “ເຈົ້າເວົ້າຖືກແລ້ວວ່າເຈົ້າບໍ່ມີຜົວ. 18ເພາະເຈົ້າມີຜົວຫ້າຄົນແລ້ວ ແລະຜູ້ທີ່ເຈົ້າມີຢູ່ດຽວນີ້ກໍບໍ່ແມ່ນຜົວຂອງເຈົ້າ ທີ່ເຈົ້າເວົ້ານັ້ນເປັນຄວາມຈິງ.”
19ນາງທູນພຣະອົງວ່າ, “ນາຍເອີຍ, ຂ້ານ້ອຍເຫັນຈິງແລ້ວວ່ານາຍເປັນໝໍທຳນວາຍ. 20ບັນພະບຸລຸດຂອງພວກຂ້ານ້ອຍກໍນະມັດສະການທີ່ພູນີ້ ແຕ່ພວກທ່ານວ່າສະຖານທີ່ທີ່ຄວນນະມັດສະການ ກໍຄືກຸງເຢຣູຊາເລັມນັ້ນແຫລະ.” 21ພຣະເຢຊູຊົງກ່າວກັບນາງວ່າ, “ຍິງເອີຍ, ເຊື່ອເຮົາເທາະ ຄົງມີວັນໜຶ່ງທີ່ພວກເຈົ້າຈະບໍ່ໄດ້ນະມັດສະການທີ່ພູນີ້ ຫລືທີ່ກຸງເຢຣູຊາເລັມ. 22ຊຶ່ງພວກເຈົ້ານະມັດສະການນັ້ນ ເຈົ້າບໍ່ຮູ້ຈັກ ແຕ່ຝ່າຍພວກເຮົາ ຊຶ່ງເຮົານະມັດສະການນັ້ນເຮົາກໍຮູ້ຈັກ ເພາະຄວາມລອດພົ້ນນັ້ນມາຈາກຊາດຢິວ. 23ແຕ່ເວລານັ້ນໃກ້ເຂົ້າມາແລະບັດນີ້ກໍມາເຖິງແລ້ວ ຄືເມື່ອຜູ້ທີ່ນະມັດສະການຢ່າງຖືກຕ້ອງຈະນະມັດສະການພຣະບິດາດ້ວຍຈິດວິນຍານແລະຄວາມຈິງ ເພາະວ່າພຣະບິດາຊົງສະແຫວງຫາຄົນແນວນັ້ນນະມັດສະການພຣະອົງ. 24ພຣະເຈົ້າຊົງເປັນພຣະວິນຍານ ແລະຜູ້ທີ່ນະມັດສະການພຣະອົງຕ້ອງນະມັດສະການດ້ວຍຈິດວິນຍານແລະຄວາມຈິງ.” 25ນາງທູນພຣະອົງວ່າ, “ຂ້ານ້ອຍຊາບວ່າພຣະເມຊີອາ (ທີ່ເອີ້ນວ່າພຣະຄຣິດ) ຈະສະເດັດມາ ເມື່ອພຣະອົງສະເດັດມາແລ້ວພຣະອົງຈະຊົງຊີ້ແຈງທຸກສິ່ງແກ່ພວກຂ້ານ້ອຍ.” 26ພຣະເຢຊູຊົງກ່າວກັບນາງວ່າ, “ເຮົາຜູ້ທີ່ເວົ້າກັບເຈົ້າຢູ່ນີ້ແຫລະ, ຄືທ່ານຜູ້ນັ້ນ.”
27ໃນຂະນະນັ້ນພວກສາວົກຂອງພຣະອົງກໍມາເຖິງ ເຂົາກໍປະຫລາດໃຈເພາະພຣະອົງຊົງສົນທະນາກັບຜູ້ຍິງ ເຖິງປານນັ້ນກໍບໍ່ມີໃຜຖາມວ່າ, “ທ່ານປະສົງອັນໃດ” ຫລື “ເຫດໃດທ່ານຈຶ່ງສົນທະນາກັບນາງ.” 28ຍິງນັ້ນຈຶ່ງປະໝໍ້ນ້ຳຂອງຕົນໄວ້ແລະເຂົ້າໄປໃນເມືອງ ບອກຄົນທັງປວງວ່າ, 29“ຈົ່ງມາເບິ່ງຊາຍຜູ້ໜຶ່ງທີ່ບອກຂ້ອຍເຖິງສິ່ງສາລະພັດທີ່ຂ້ອຍເຮັດມາແລ້ວ ຜູ້ນີ້ບໍ່ແມ່ນພຣະຄຣິດຫລື.” 30ແລະຄົນທັງຫລາຍກໍພາກັນອອກຈາກເມືອງໄປຫາພຣະອົງ.
31ໃນລະຫວ່າງນັ້ນພວກສາວົກທູນພຣະອົງວ່າ, “ອາຈານເຈົ້າຂ້າເອີຍ, ເຊີນຮັບປະທານອາຫານ.” 32ແຕ່ພຣະອົງຊົງຕອບເຂົາວ່າ, “ເຮົາມີອາຫານກິນທີ່ທ່ານທັງຫລາຍບໍ່ຮູ້.” 33ພວກສາວົກຈຶ່ງຕັ້ງເວົ້າກັນວ່າ, “ບໍ່ມີໃຜເອົາມາໃຫ້ເພິ່ນຮັບປະທານດອກຕີ້.” 34ພຣະເຢຊູຊົງກ່າວກັບເຂົາວ່າ, “ອາຫານຂອງເຮົາຄື ການເຮັດຕາມພຣະໄທຂອງພຣະອົງຜູ້ຊົງໃຊ້ເຮົາມາ ແລະເຮັດໃຫ້ງານຂອງພຣະອົງສຳເລັດ. 35ທ່ານທັງຫລາຍເວົ້າວ່າອີກສີ່ເດືອນຈະເຖິງລະດູກ່ຽວເຂົ້າບໍ່ແມ່ນຫລື ນີ້ແຫລະ, ເຮົາບອກທ່ານທັງຫລາຍວ່າ ຈົ່ງເງີຍໜ້າເບິ່ງທົ່ງນາເພາະເຂົ້າກໍເຫລືອງພໍກ່ຽວແລ້ວ. 36ຜູ້ກ່ຽວກໍກຳລັງໄດ້ຮັບຄ່າຈ້າງ ແລະກຳລັງຮີບໂຮມຜົນໄວ້ສຳລັບຊີວິດອັນຕະຫລອດໄປເປັນນິດ ເພື່ອທັງຜູ້ຫວ່ານແລະຜູ້ກ່ຽວຈະຊົມຊື່ນຍິນດີພ້ອມກັນ. 37ເພາະເຫດນີ້ແຫລະ, ຄຳທີ່ວ່າ ‘ຄົນໜຶ່ງຫວ່ານແລະຄົນໜຶ່ງກ່ຽວ’ ຈຶ່ງເປັນຄຳຈິງ. 38ເຮົາໃຊ້ທ່ານທັງຫລາຍໄປກ່ຽວອັນທີ່ທ່ານບໍ່ໄດ້ລົງແຮງເຮັດ ຄົນອື່ນໄດ້ລົງແຮງເຮັດແລະພວກທ່ານໄດ້ຮັບປະໂຫຍດຈາກງານຂອງເຂົາ.”
39ຊາວຊາມາເຣຍຈຳນວນຫລວງຫລາຍທີ່ມາຈາກເມືອງນັ້ນໄດ້ເຊື່ອໃນພຣະອົງເພາະຖ້ອຍຄຳຂອງຍິງຜູ້ນັ້ນກ່າວເປັນພະຍານວ່າ, “ເພິ່ນໄດ້ບອກຂ້ອຍເຖິງສິ່ງສາລະພັດທີ່ຂ້ອຍໄດ້ເຮັດມາແລ້ວ.” 40ດັ່ງນັ້ນເມື່ອຊາວຊາມາເຣຍ ມາເຖິງພຣະອົງ ເຂົາຈຶ່ງທູນເຊີນພຣະອົງໃຫ້ປະທັບຢູ່ກັບເຂົາ ແລະພຣະອົງກໍປະທັບຢູ່ທີ່ນັ້ນສອງວັນ. 41ແລະຄົນອື່ນອີກຈຳນວນຫລວງຫລາຍໄດ້ເຊື່ອດ້ວຍພຣະທຳຂອງພຣະອົງ. 42ຄົນເຫລົ່ານັ້ນໄດ້ກ່າວຕໍ່ຍິງຜູ້ນັ້ນວ່າ, “ຕັ້ງແຕ່ນີ້ໄປທີ່ເຮົາເຊື່ອນັ້ນບໍ່ແມ່ນເພາະຄຳຂອງເຈົ້າແຕ່ເພາະເຮົາໄດ້ຍິນເອງ ແລະເຮົາຮູ້ວ່າທ່ານຜູ້ນີ້ແທ້ເປັນພຣະຜູ້ໂຜດມະນຸດສະໂລກໃຫ້ພົ້ນ.”
ພຣະເຢຊູຊົງໂຜດລູກຊາຍເຈົ້ານາຍຜູ້ໜຶ່ງໃຫ້ດີ
(ມທ 8:5-13; ລກ 7:1-10)
43ຄັນສອງວັນນັ້ນລ່ວງໄປແລ້ວ ພຣະເຢຊູສະເດັດອອກຈາກທີ່ນັ້ນໄປຍັງແຂວງຄາລີເລ. 44ເພາະພຣະເຢຊູເອງຊົງເປັນພະຍານວ່າ ຜູ້ປະກາດພຣະທຳບໍ່ໄດ້ຮັບກຽດໃນບ້ານເມືອງຂອງຕົນ. 45ເມື່ອພຣະອົງສະເດັດໄປເຖິງແຂວງຄາລີເລ ຊາວຄາລີເລໄດ້ຕ້ອນຮັບພຣະອົງ ເພາະເຂົາໄດ້ເຫັນສິ່ງສາລະພັດທີ່ພຣະອົງຊົງກະທຳໃນເທດສະການທີ່ກຸງເຢຣູຊາເລັມ ດ້ວຍວ່າເຂົາໄດ້ໄປໃນເທດສະການເໝືອນກັນ.
46ແລ້ວພຣະອົງໄດ້ສະເດັດໄປຍັງບ້ານການາໃນແຂວງຄາລີເລອີກ ຄືບ່ອນທີ່ພຣະອົງຊົງເຮັດໃຫ້ນ້ຳກາຍເປັນເຫລົ້າແວງນັ້ນ ມີເສນາບໍດີຄົນໜຶ່ງໃນເມືອງກາເປນາອູມ ຊຶ່ງລູກຊາຍຂອງທ່ານກໍປ່ວຍຢູ່. 47ເມື່ອທ່ານໄດ້ຍິນຂ່າວວ່າພຣະເຢຊູໄດ້ສະເດັດຈາກແຂວງຢູດາຍມາເຖິງແຂວງຄາລີເລແລ້ວ ທ່ານຈຶ່ງໄປທູນອ້ອນວອນພຣະອົງໃຫ້ສະເດັດລົງໄປໂຜດລູກຂອງຕົນໃຫ້ດີ ເພາະລູກນັ້ນໃກ້ຈະຕາຍແລ້ວ. 48ພຣະເຢຊູຊົງກ່າວກັບທ່ານວ່າ. “ຖ້າທ່ານທັງຫລາຍບໍ່ເຫັນໝາຍສຳຄັນແລະການອັດສະຈັນທ່ານຈະບໍ່ເຊື່ອ.” 49ເສນາບໍດີຜູ້ນັ້ນຈຶ່ງທູນພຣະອົງວ່າ, “ນາຍເອີຍ, ຂໍເຊີນທ່ານລົງໄປກ່ອນທີ່ລູກຂ້ານ້ອຍຈະຕາຍ.” 50ພຣະເຢຊູຊົງກ່າວກັບທ່ານວ່າ, “ຈົ່ງກັບເມືອສາລູກຂອງທ່ານຈະບໍ່ຕາຍ” ແລະທ່ານໄດ້ເຊື່ອພຣະທຳທີ່ພຣະເຢຊູຊົງກ່າວແກ່ເພິ່ນ ແລ້ວກໍທູນລາກັບເມືອ.
51ໃນຂະນະທີ່ທ່ານກຳລັງກັບເມືອ ພວກຂ້ອຍໃຊ້ໄດ້ມາຕ້ອນຮັບ ບອກຂ່າວວ່າລູກຂອງທ່ານພົ້ນຊີວິດແລ້ວ. 52ທ່ານຈຶ່ງຖາມເຖິງເວລາທີ່ລູກຕັ້ງຕົ້ນມີແຮງມາ ຄົນເຫລົ່ານັ້ນບອກວ່າ, “ໄຂ້ກໍຫາຍຈາກລາວວານນີ້ເວລາບ່າຍໂມງໜຶ່ງ.” 53ບິດາຈຶ່ງຮູ້ວ່າຊົ່ວໂມງນັ້ນແຫລະ, ເປັນເວລາທີ່ພຣະເຢຊູໄດ້ກ່າວກັບຕົນວ່າ, “ລູກຂອງທ່ານຈະບໍ່ຕາຍ” ແລະທ່ານເອງກໍເຊື່ອພ້ອມທັງຄົວເຮືອນຂອງຕົນ. 54ນີ້ເປັນໝາຍສຳຄັນທີສອງທີ່ພຣະເຢຊູຊົງກະທຳ ເມື່ອພຣະອົງສະເດັດຈາກແຂວງຢູດາຍໄປຍັງແຂວງຄາລີເລ.
ໂຢຮັນ ບົດທີ 5
ຊົງໂຜດຄົນໜຶ່ງຢູ່ແຄມສະໃຫ້ດີພະຍາດ
1ຫລັງຈາກນັ້ນກໍເຖິງເທດສະການຂອງຊາດຢິວ ແລະພຣະເຢຊູກໍສະເດັດຂຶ້ນເມືອຍັງກຸງເຢຣູຊາເລັມ. 2ໃນກຸງເຢຣູຊາເລັມທີ່ຮີມປະຕູແກະມີສະໜ່ວຍໜຶ່ງ ພາສາເຮັບເຣີເອີ້ນສະນັ້ນວ່າ ເບັດສາທາ ມີສາລາອ້ອມຢູ່ຫ້າຫລັງ. 3ໃນສາລາເຫລົ່ານັ້ນມີຄົນປ່ວຍເປັນຈຳນວນຫລາຍ ຄືຄົນຕາບອດ, ຄົນຂາເສັ້ງ, ແລະຄົນອົງຄະລີບນອນຢູ່ [ຄອຍຖ້ານ້ຳເຟືອນ. 4ດ້ວຍວ່າມີເທວະດາຄົນໜຶ່ງຂອງພຣະຜູ້ເປັນເຈົ້າລົງມາກວນນ້ຳສະນັ້ນເປັນຍາມ ແລະເມື່ອນ້ຳເຟືອນຜູ້ໃດລົງໄປໃນນ້ຳກ່ອນກໍຫາຍຈາກພະຍາດທີ່ຕົນເປັນຢູ່ນັ້ນ]. 5ທີ່ນັ້ນມີຊາຍຄົນໜຶ່ງປ່ວຍຢູ່ໄດ້ສາມສິບແປດປີມາແລ້ວ. 6ເມື່ອພຣະເຢຊູຊົງເຫັນຄົນນັ້ນນອນຢູ່ ແລະຊົງຊາບວ່າລາວເປັນຢູ່ຢ່າງນັ້ນເຫິງແລ້ວ ພຣະອົງຈຶ່ງຊົງຖາມວ່າ, “ເຈົ້າຢາກດີຫລື.” 7ຄົນປ່ວຍນັ້ນຈຶ່ງທູນວ່າ, “ນາຍເອີຍ, ເວລານ້ຳເຟືອນຂຶ້ນບໍ່ມີໃຜຈະເອົາຂ້ານ້ອຍລົງໄປໃນສະ ແລະເມື່ອຂ້ານ້ອຍກຳລັງລົງໄປຄົນອື່ນກໍລົງໄປກ່ອນແລ້ວ.” 8ພຣະເຢຊູຊົງບອກຄົນນັ້ນວ່າ, “ຈົ່ງລຸກຂຶ້ນຍົກເອົາບ່ອນນອນຂອງເຈົ້າຍ່າງໄປ.” 9ໃນທັນໃດນັ້ນຊາຍຄົນນັ້ນກໍດີພະຍາດ ຈຶ່ງຍົກເອົາບ່ອນນອນຂອງຕົນແລ້ວຍ່າງໄປ.
10ວັນນັ້ນເປັນວັນຊະບາໂຕ ດັ່ງນັ້ນພວກຢິວຈຶ່ງເວົ້າກັບຄົນທີ່ຖືກຊົງບັນດານໃຫ້ດີພະຍາດນັ້ນວ່າ, “ວັນນີ້ເປັນວັນຊະບາໂຕ ທີ່ເຈົ້າຈະຍົກເອົາບ່ອນນອນຂອງເຈົ້າໄປກໍຜິດພຣະບັນຍັດ.” 11ຄົນນັ້ນຈຶ່ງຕອບເຂົາວ່າ, “ຜູ້ທີ່ໃຫ້ຂ້ານ້ອຍດີພະຍາດນັ້ນໄດ້ບອກຂ້ານ້ອຍວ່າ, ‘ຈົ່ງຍົກເອົາບ່ອນນອນຂອງເຈົ້າຍ່າງໄປ’.” 12ເຂົາຈຶ່ງຖາມຄົນນັ້ນວ່າ, “ແມ່ນໃຜທີ່ບອກເຈົ້າວ່າ, ‘ຈົ່ງເອົາບ່ອນນອນຍ່າງໄປ’.” 13ແຕ່ວ່າຄົນທີ່ໄດ້ດີພະຍາດນັ້ນບໍ່ຮູ້ວ່າແມ່ນໃຜ ດ້ວຍວ່າພຣະເຢຊູໄດ້ສະເດັດຫລົບໄປແລ້ວເພາະວ່າຢູ່ທີ່ນັ້ນມີຫລາຍຄົນ.
14ພາຍຫລັງນັ້ນພຣະເຢຊູໄດ້ຊົງພົບຄົນນັ້ນໃນບໍລິເວນພຣະວິຫານ ແລ້ວຊົງບອກວ່າ, “ນີ້ແຫລະ, ເຈົ້າດີພະຍາດແລ້ວ ຢ່າເຮັດບາບຕໍ່ໄປ ຢ້ານວ່າເຫດຮ້າຍກວ່ານັ້ນຈະເກີດກັບເຈົ້າອີກ.” 15ຊາຍຜູ້ນັ້ນກໍໄດ້ໄປບອກພວກຢິວວ່າ ຜູ້ທີ່ໄດ້ເຮັດໃຫ້ຕົວດີພະຍາດນັ້ນຄືພຣະເຢຊູ.
16ເຫດສັນນັ້ນພວກຢິວຈຶ່ງໄດ້ຂົ່ມເຫງພຣະເຢຊູ ເພາະພຣະອົງຊົງເຮັດການນັ້ນໃນວັນຊະບາໂຕ. 17ແຕ່ພຣະເຢຊູຊົງຕອບເຂົາວ່າ, “ພຣະບິດາຂອງເຮົາຍັງຊົງກະທຳກິດຈະການມາຈົນເຖິງບັດນີ້ ແລະຝ່າຍເຮົາກໍເຮັດຢູ່ເໝືອນກັນ.” 18ເຫດສັນນັ້ນພວກຢິວແຮ່ງຊອກໂອກາດຈະຂ້າພຣະອົງເສຍ ບໍ່ແມ່ນຍ້ອນພຣະອົງລ່ວງກົດວັນຊະບາໂຕເທົ່ານັ້ນ ແຕ່ຍັງໄດ້ຊົງເອີ້ນພຣະເຈົ້າວ່າເປັນພຣະບິດາຂອງຕົນ ຊຶ່ງເປັນການເຮັດໃຫ້ຕົນສະເໝີກັນກັບພຣະເຈົ້າ.
ອຳນາດໜ້າທີ່ຂອງພຣະບຸດ
19ພຣະເຢຊູຊົງກ່າວກັບເຂົາວ່າ, “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າພຣະບຸດຈະກະທຳສິ່ງໃດຕາມໃຈບໍ່ໄດ້ ນອກຈາກທີ່ໄດ້ເຫັນພຣະບິດາຊົງກະທຳ ເພາະສິ່ງໃດທີ່ພຣະບິດາຊົງກະທຳ ສິ່ງນັ້ນແຫລະ, ພຣະບຸດຈຶ່ງຊົງກະທຳເໝືອນກັນ. 20ເພາະວ່າພຣະບິດາຊົງຮັກພຣະບຸດ ແລະຊົງສະແດງໃຫ້ພຣະບຸດເຫັນທຸກສິ່ງທີ່ພຣະອົງເອງຊົງກະທຳ ແລ້ວພຣະອົງຈະຊົງສະແດງໃຫ້ພຣະບຸດເຫັນການໃຫຍ່ກວ່ານັ້ນອີກ ຊຶ່ງທ່ານທັງຫລາຍຈະອັດສະຈັນໃຈ. 21ເພາະພຣະບິດາຊົງບັນດານໃຫ້ຄົນທີ່ຕາຍແລ້ວຄືນມີຊີວິດສັນໃດ ຖ້າພຣະບຸດປາດຖະໜາຈະບັນດານໃຫ້ຜູ້ໃດມີຊີວິດກໍຈະເຮັດສັນນັ້ນເໝືອນກັນ. 22ເພາະວ່າພຣະບິດາບໍ່ໄດ້ຊົງພິພາກສາຜູ້ໃດ ແຕ່ພຣະອົງໄດ້ຊົງມອບການພິພາກສາທັງສິ້ນໄວ້ກັບພຣະບຸດ, 23ເພື່ອຄົນທັງປວງຈະໄດ້ຖວາຍກຽດແດ່ພຣະບຸດເໝືອນທີ່ເຂົາຖວາຍກຽດແດ່ພຣະບິດາ ຜູ້ໃດບໍ່ຖວາຍກຽດແດ່ພຣະບຸດ ຜູ້ນັ້ນກໍບໍ່ຖວາຍກຽດແດ່ພຣະບິດາຜູ້ຊົງໃຊ້ພຣະບຸດມາ.
24ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຖ້າຜູ້ໃດຟັງຄຳຂອງເຮົາແລະວາງໃຈໃນພຣະອົງຜູ້ຊົງໃຊ້ເຮົາມາ ຜູ້ນັ້ນກໍມີຊີວິດອັນຕະຫລອດໄປເປັນນິດ ແລະບໍ່ເຂົ້າໃນການພິພາກສາແຕ່ໄດ້ຜ່ານພົ້ນຈາກຄວາມຕາຍໄປສູ່ຊີວິດແລ້ວ. 25“ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ເວລານັ້ນໃກ້ຈະເຖິງ ແລະບັດນີ້ມາເຖິງແລ້ວ ຄືເມື່ອຜູ້ຕາຍແລ້ວຈະໄດ້ຍິນພຣະສຸລະສຽງແຫ່ງພຣະບຸດຂອງພຣະເຈົ້າ ແລະບັນດາຜູ້ທີ່ໄດ້ຍິນຈະມີຊີວິດ. 26ເພາະວ່າພຣະບິດາຊົງພຣະຊົນໃນພຣະອົງເອງຢ່າງໃດ ພຣະອົງກໍໄດ້ຊົງປະທານໃຫ້ພຣະບຸດຊົງພຣະຊົນໃນພຣະອົງເອງຢ່າງນັ້ນ, 27ຊ້ຳໄດ້ຊົງປະທານໃຫ້ພຣະອົງມີສິດອຳນາດທີ່ຈະພິພາກສາ ເພາະພຣະອົງຊົງເປັນບຸດມະນຸດ.
28ຢ່າປະຫລາດໃຈໃນຂໍ້ນີ້ ເພາະໃກ້ຈະເຖິງເວລາທີ່ບັນດາຜູ້ທີ່ຢູ່ໃນຂຸມຝັງສົບຈະໄດ້ຍິນພຣະສຸລະສຽງຂອງພຣະອົງ, 29ແລະຈະໄດ້ອອກມາ ບັນດາຜູ້ທີ່ໄດ້ເຮັດການດີກໍຄືນສູ່ຊີວິດແລະບັນດາຜູ້ເຮັດການຊົ່ວກໍຄືນສູ່ການພິພາກສາ.
ບັນດາພະຍານຝ່າຍພຣະເຢຊູ
30“ເຮົາຈະເຮັດສິ່ງໃດຕາມລຳພັງໃຈບໍ່ໄດ້ ເຮົາໄດ້ຍິນຢ່າງໃດເຮົາກໍພິພາກສາຢ່າງນັ້ນ ແລະການພິພາກສາຂອງເຮົາກໍຍຸດຕິທຳ ເພາະວ່າເຮົາບໍ່ໄດ້ພະຍາຍາມເຮັດຕາມນ້ຳໃຈຂອງເຮົາ ແຕ່ຕາມນ້ຳພຣະໄທຂອງພຣະອົງຜູ້ຊົງໃຊ້ເຮົາມາ.
31ຖ້າເຮົາເປັນພະຍານໃຫ້ຕົວເຮົາເອງ ຄຳພະຍານຂອງເຮົາກໍບໍ່ຈິງ. 32ມີອີກຜູ້ໜຶ່ງທີ່ເປັນພະຍານໃຫ້ແກ່ເຮົາ ແລະເຮົາຮູ້ວ່າຄຳພະຍານທີ່ຜູ້ນັ້ນເປັນພະຍານໃຫ້ແກ່ເຮົາເປັນຄວາມຈິງ. 33ທ່ານທັງຫລາຍໄດ້ໃຊ້ຄົນໄປຫາໂຢຮັນ ແລະໂຢຮັນກໍໄດ້ເປັນພະຍານໃນເລື່ອງຄວາມຈິງ. 34ແຕ່ຝ່າຍເຮົາ, ເຮົາບໍ່ໄດ້ຮັບຄຳພະຍານຈາກມະນຸດ ແຕ່ເຮົາກ່າວສິ່ງເຫລົ່ານີ້ເພື່ອທ່ານທັງຫລາຍຈະໄດ້ລອດພົ້ນ. 35ໂຢຮັນເປັນໂຄມທີ່ໄຕ້ສ່ອງສະຫວ່າງຢູ່ ທ່ານທັງຫລາຍກໍພໍໃຈທີ່ຈະຍິນດີໃນຄວາມສະຫວ່າງຂອງເພິ່ນຊົ່ວຂະນະໜຶ່ງ
36ແຕ່ເຮົາມີຄຳພະຍານສຳຄັນກວ່າຄຳພະຍານຂອງໂຢຮັນອີກ ເພາະວ່າງານທີ່ພຣະບິດາຊົງມອບໃຫ້ເຮົາເຮັດໃຫ້ສຳເລັດ ຄືງານທີ່ເຮົາກຳລັງເຮັດຢູ່ນີ້ແຫລະ, ກໍເປັນພະຍານໃຫ້ແກ່ເຮົາວ່າ ພຣະບິດາຊົງໃຊ້ເຮົາມາ. 37ພຣະບິດາຜູ້ຊົງໃຊ້ເຮົາມາ ພຣະອົງເອງໄດ້ຊົງເປັນພະຍານໃຫ້ແກ່ເຮົາ ທ່ານທັງຫລາຍບໍ່ໄດ້ຍິນພຣະສຸລະສຽງຂອງພຣະອົງ ແລະບໍ່ເຫັນຮູບຮ່າງຂອງພຣະອົງຈັກເທື່ອ. 38ທ່ານທັງຫລາຍບໍ່ມີຄຳໂອວາດຂອງພຣະອົງຢູ່ໃນໃຈ ເພາະວ່າທ່ານທັງຫລາຍບໍ່ໄດ້ວາງໃຈໃນພຣະອົງຜູ້ທີ່ພຣະບິດາຊົງໃຊ້ມານັ້ນ. 39ທ່ານທັງຫລາຍຄົ້ນຫາໃນພຣະທຳຄຳພີ ເພາະພວກທ່ານຄຶດວ່າໃນພຣະທຳຄຳພີນັ້ນມີຊີວິດອັນຕະຫລອດໄປເປັນນິດ ແມ່ນພຣະຄຳພີນັ້ນແຫລະ ເປັນພະຍານໃຫ້ແກ່ເຮົາ. 40ແຕ່ທ່ານທັງຫລາຍຍັງບໍ່ມີໃຈຢາກມາຫາເຮົາເພື່ອຈະໄດ້ຊີວິດ.
41ເຮົາບໍ່ຮັບເອົາຍົດສັກຈາກມະນຸດ. 42ແຕ່ເຮົາໄດ້ສັງເກດຮູ້ທ່ານທັງຫລາຍວ່າບໍ່ມີຄວາມຮັກພຣະເຈົ້າໃນໃຈຂອງພວກທ່ານ. 43ເຮົາໄດ້ມາໃນພຣະນາມພຣະບິດາຂອງເຮົາ ແລະທ່ານທັງຫລາຍບໍ່ໄດ້ຮັບເຮົາ ຖ້າຜູ້ອື່ນມາໃນນາມຂອງຕົນເອງພວກທ່ານກໍຈະຮັບຜູ້ນັ້ນ. 44ທ່ານທັງຫລາຍທີ່ຮັບຍົດສັກຈາກກັນແລະກັນ ແລະບໍ່ສະແຫວງຫາຍົດສັກ ຊຶ່ງມາຈາກພຣະອົງຜູ້ຊົງເປັນພຣະເຈົ້າແຕ່ອົງດຽວພວກທ່ານຈະເຊື່ອໄດ້ຢ່າງໃດ.
45ຢ່າຄຶດວ່າເຮົາຈະຟ້ອງທ່ານທັງຫລາຍຕໍ່ພຣະບິດາ ມີຜູ້ຟ້ອງພວກທ່ານແລ້ວ ຄືໂມເຊຜູ້ຊຶ່ງພວກທ່ານຫວັງໃຈຢູ່. 46ຖ້າທ່ານທັງຫລາຍເຊື່ອໂມເຊ ພວກທ່ານກໍຄົງຈະເຊື່ອເຮົາເໝືອນກັນ ເພາະໂມເຊໄດ້ຂຽນເຖິງເລື່ອງເຮົາ. 47ແຕ່ຖ້າທ່ານທັງຫລາຍບໍ່ເຊື່ອເລື່ອງທີ່ໂມເຊຂຽນແລ້ວ ພວກທ່ານຈະເຊື່ອຖ້ອຍຄຳຂອງເຮົາໄດ້ຢ່າງໃດ.”
ໂຢຮັນ ບົດທີ 6
ຊົງລ້ຽງຫ້າພັນຄົນ
(ມທ 14:13-21; ມຣກ 6:30-44; ລກ 9:10-17)
1ຫລັງຈາກນັ້ນພຣະເຢຊູໄດ້ສະເດັດຂ້າມທະເລສາບຄາລີເລ ຄືທະເລຕີເບເຣຍ. 2ປະຊາຊົນເປັນຈຳນວນຫລວງຫລາຍຕິດຕາມພຣະອົງໄປ ເພາະເຂົາໄດ້ເຫັນໝາຍສຳຄັນທີ່ພຣະອົງຊົງເຮັດໃຫ້ແກ່ຄົນເຈັບປ່ວຍ. 3ພຣະເຢຊູໄດ້ສະເດັດຂຶ້ນໄປຍັງພູແລະປະທັບນັ່ງລົງທີ່ນັ້ນກັບພວກສາວົກຂອງພຣະອົງ. 4ຂະນະນັ້ນໃກ້ຈະເຖິງປັດສະຄາຊຶ່ງເປັນເທດສະການຂອງຊາດຢິວແລ້ວ. 5ຝ່າຍພຣະເຢຊູຊົງເງີຍພຣະພັກເຫັນຄົນເປັນຈຳນວນຫລວງຫລາຍມາຫາພຣະອົງ ພຣະອົງຊົງກ່າວກັບຟີລິບວ່າ, “ພວກເຮົາຈະຊື້ອາຫານທີ່ໃດໃຫ້ຄົນເຫລົ່ານີ້ກິນ.” 6ທີ່ພຣະອົງຊົງກ່າວຢ່າງນັ້ນກໍເພື່ອຈະລອງໃຈຟີລິບ ເພາະພຣະອົງຊົງຊາບແລ້ວວ່າຈະຊົງເຮັດປະການໃດ. 7ຟີລິບທູນຕອບພຣະອົງວ່າ, “ອາຫານລາຄາສອງຮ້ອຍເດນາຣິອົນກໍບໍ່ພໍໃຫ້ທຸກຄົນກິນຜູ້ລະເລັກລະນ້ອຍດອກ.” 8ສາວົກຜູ້ໜຶ່ງຄືອັນເດອານ້ອງຊາຍຂອງຊິໂມນເປໂຕ ໄດ້ທູນພຣະອົງວ່າ, 9“ຢູ່ທີ່ນີ້ມີເດັກນ້ອຍຄົນໜຶ່ງມີເຂົ້າຈີ່ເຮັດດ້ວຍເຂົ້າຝ້າງຫ້າກ້ອນກັບປາສອງໂຕ ແຕ່ສິ່ງນີ້ຈະພໍໄດ້ຢ່າງໃດກັບຄົນຫລວງຫລາຍປານນີ້.”
10ພຣະເຢຊູຊົງສັ່ງວ່າ, “ຈົ່ງໃຫ້ຄົນທັງຫລາຍນັ່ງລົງເສຍ” ທີ່ນັ້ນມີຫຍ້າຫລາຍ ຄົນເຫລົ່ານັ້ນຈຶ່ງນັ່ງລົງ ນັບແຕ່ຜູ້ຊາຍມີປະມານຫ້າພັນຄົນ. 11ແລ້ວພຣະເຢຊູຊົງຈັບເຂົ້າຈີ່ນັ້ນ ເມື່ອໂມທະນາພຣະຄຸນແລ້ວກໍຊົງແຈກແກ່ບັນດາຄົນທີ່ນັ່ງຢູ່ນັ້ນ ສ່ວນປາກໍຊົງໃຫ້ເໝືອນກັນຕາມທີ່ເຂົາຕ້ອງການ. 12ເມື່ອເຂົາກິນອີ່ມແລ້ວພຣະເຢຊູຊົງບອກພວກສາວົກວ່າ, “ຈົ່ງເກັບເອົາຕ່ອນຫັກທີ່ເຫລືອນັ້ນເພື່ອບໍ່ໃຫ້ອັນໃດເສຍ.” 13ເຂົາໄດ້ເກັບເອົາຕ່ອນຫັກທີ່ເຫລືອຈາກເຂົ້າຈີ່ທີ່ເຮັດດ້ວຍເຂົ້າຝ້າງຫ້າກ້ອນ ຊຶ່ງຄົນທັງຫລາຍໄດ້ກິນນັ້ນ ໄດ້ເຕັມສິບສອງບຸງ.
14ເມື່ອຄົນທັງຫລາຍໄດ້ເຫັນໝາຍສຳຄັນທີ່ ພຣະອົງໄດ້ຊົງເຮັດນັ້ນ ເຂົາກໍເວົ້າກັນວ່າ, “ຈິງແທ້ທ່ານຜູ້ນີ້ເປັນຜູ້ປະກາດພຣະທຳນັ້ນທີ່ຊົງກຳນົດວ່າຈະມາໃນໂລກ.” 15ເມື່ອພຣະເຢຊູຊົງຊາບວ່າ ເຂົາຈະມາຈັບເອົາໄປແຕ່ງຕັ້ງໃຫ້ພຣະອົງເປັນເຈົ້າແຜ່ນດິນ ພຣະອົງຈຶ່ງສະເດັດອອກໄປຍັງພູເຂົາອີກແຕ່ອົງດຽວ.
ພຣະເຢຊູຊົງດຳເນີນເທິງນ້ຳ
(ມທ 14:22-27; ມຣກ 6:45-52)
16ເມື່ອຄ່ຳມາແລ້ວພວກສາວົກຂອງພຣະອົງໄດ້ລົງໄປເຖິງທະເລ, 17ແລ້ວລົງເຮືອຂ້າມຟາກໄປຍັງເມືອງກາເປນາອູມ ເມື່ອມືດແລ້ວພຣະເຢຊູກໍຍັງບໍ່ໄດ້ສະເດັດໄປເຖິງເຂົາ. 18ອັນໜຶ່ງນ້ຳທະເລກໍກຳເລີບຂຶ້ນເພາະລົມແດງພັດ. 19ເມື່ອເຂົາແຊວເຮືອໄປໄດ້ປະມານສອງພັນຫ້າຫລືສາມພັນວາ ເຂົາກໍເຫັນພຣະເຢຊູຊົງຍ່າງເທິງນ້ຳມາໃກ້ເຮືອ ເຂົາຈຶ່ງຕົກໃຈ. 20ແຕ່ພຣະເຢຊູຊົງບອກເຂົາວ່າ, “ແມ່ນເຮົາເອງ ຢ່າຊູ່ຢ້ານ.” 21ດັ່ງນັ້ນເຂົາຈຶ່ງພໍໃຈໃຫ້ພຣະອົງຂຶ້ນເຮືອ ແລ້ວທັນໃດນັ້ນເຮືອກໍເຖິງຝັ່ງບ່ອນເຂົາຈະໄປນັ້ນ.
ປະຊາຊົນຕາມຊອກຫາພຣະອົງ
22ມື້ໜ້ານັ້ນປະຊາຊົນທີ່ເຫລືອຢູ່ທະເລຟາກນັ້ນ ເຫັນວ່າກ່ອນນັ້ນມີເຮືອຢູ່ທີ່ນັ້ນພຽງແຕ່ລຳດຽວ ແລະເຫັນວ່າພຣະເຢຊູບໍ່ໄດ້ສະເດັດລົງເຮືອລຳນັ້ນ ໄປກັບພວກສາວົກ ມີແຕ່ພວກສາວົກຂອງພຣະອົງໄປເທົ່ານັ້ນ. 23ແຕ່ກໍມີເຮືອລຳອື່ນຈາກເມືອງຕີເບເຣຍມາຈອດໃກ້ບ່ອນທີ່ເຂົາໄດ້ກິນເຂົ້າຈີ່ ຫລັງຈາກທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງຂອບພຣະຄຸນແລ້ວ. 24ເຫດສັນນັ້ນເມື່ອປະຊາຊົນເຫັນວ່າພຣະເຢຊູ ແລະພວກສາວົກບໍ່ຢູ່ທີ່ນັ້ນ ເຂົາຈຶ່ງພາກັນລົງໄປຕາມຫາ ພຣະເຢຊູທີ່ເມືອງກາເປນາອູມ.
ພຣະເຢຊູຄືອາຫານແຫ່ງຊີວິດ
25ເມື່ອເຂົາໄດ້ພົບພຣະອົງຟາກທະເລສາບເບື້ອງນັ້ນແລ້ວ ເຂົາໄດ້ທູນພຣະອົງວ່າ, “ອາຈານເຈົ້າຂ້າເອີຍ, ທ່ານມາທີ່ນີ້ເມື່ອໃດ.” 26ພຣະເຢຊູຊົງຕອບເຂົາວ່າ, “ເຮົາບອກພວກທ່ານຕາມຈິງວ່າພວກທ່ານຊອກຫາເຮົາ ບໍ່ແມ່ນຍ້ອນໄດ້ເຫັນໝາຍສຳຄັນນັ້ນແຕ່ເພາະໄດ້ກິນເຂົ້າຈີ່ອີ່ມ. 27ຢ່າພະຍາຍາມຫາອາຫານທີ່ສູນສິ້ນໄປ ແຕ່ຈົ່ງຫາອາຫານທີ່ຕັ້ງໝັ້ນຢູ່ ຄືອາຫານສຳລັບຊີວິດອັນຕະຫລອດໄປເປັນນິດ ຊຶ່ງບຸດມະນຸດຈະໃຫ້ແກ່ພວກທ່ານ ເພາະແມ່ນພຣະອົງນີ້ແຫລະ, ທີ່ພຣະເຈົ້າຄືພຣະບິດາໄດ້ຊົງປະທັບຕາໝາຍໄວ້ແລ້ວ.”
28ແລ້ວເຂົາຈຶ່ງທູນພຣະອົງວ່າ, “ພວກຂ້ານ້ອຍຈະຕ້ອງເຮັດປະການໃດ ຈຶ່ງຈະເຮັດກິດຈະການຂອງພຣະອົງໄດ້.” 29ພຣະເຢຊູຊົງຕອບເຂົາວ່າ, “ນີ້ແຫລະ, ແມ່ນກິດຈະການຂອງພຣະເຈົ້າ ຄືການທີ່ທ່ານທັງຫລາຍວາງໃຈໃນທ່ານທີ່ພຣະອົງຊົງໃຊ້ມາ.” 30ແລ້ວເຂົາຈຶ່ງທູນພຣະອົງວ່າ, “ດັ່ງນັ້ນທ່ານຈະເຮັດໝາຍສຳຄັນອັນໃດ ເພື່ອພວກຂ້ານ້ອຍຈະໄດ້ເຫັນແລະວາງໃຈໃນທ່ານ ມີການອັນໃດທີ່ທ່ານຈະເຮັດແດ່. 31ບັນພະບຸລຸດຂອງພວກຂ້ານ້ອຍໄດ້ກິນມານາໃນປ່າ ດັ່ງຄຳທີ່ຂຽນໄວ້ວ່າ, ‘ພຣະອົງຊົງປະທານອາຫານຈາກສະຫວັນໃຫ້ເຂົາກິນ.’”
32ພຣະເຢຊູຊົງຕອບເຂົາວ່າ, “ເຮົາບອກພວກທ່ານຕາມຈິງວ່າ ອາຫານທີ່ມາຈາກສະຫວັນນັ້ນບໍ່ແມ່ນໂມເຊເອົາໃຫ້ພວກທ່ານ ແຕ່ພຣະບິດາຂອງເຮົາຊົງເປັນຜູ້ປະທານອາຫານອັນແທ້ ຊຶ່ງມາຈາກສະຫວັນໃຫ້ແກ່ທ່ານທັງຫລາຍ. 33ເພາະວ່າອາຫານທີ່ພຣະເຈົ້າຊົງປະທານນັ້ນ ຄືທ່ານທີ່ລົງມາຈາກສະຫວັນແລະປະທານຊີວິດໃຫ້ແກ່ໂລກ.” 34ເຂົາຈຶ່ງທູນພຣະອົງວ່າ, “ນາຍເຈົ້າເອີຍ, ຈົ່ງປະທານອາຫານນັ້ນໃຫ້ພວກຂ້ານ້ອຍມີຢູ່ສະເໝີ.”
35ພຣະເຢຊູຊົງຕອບເຂົາວ່າ, “ເຮົາເປັນອາຫານທິບແຫ່ງຊີວິດ ຜູ້ທີ່ມາຫາເຮົາຈະບໍ່ຢາກເຂົ້າ ແລະຜູ້ທີ່ວາງໃຈໃນເຮົາຈະບໍ່ຫິວນ້ຳຈັກເທື່ອ. 36ແຕ່ເຮົາບອກທ່ານທັງຫລາຍແລ້ວວ່າ ພວກທ່ານໄດ້ເຫັນເຮົາແລ້ວແຕ່ກໍຍັງບໍ່ເຊື່ອ. 37ສາລະພັດທີ່ພຣະບິດາຊົງປະທານໃຫ້ແກ່ເຮົາຈະມາຫາເຮົາ ແລະຜູ້ທີ່ມາຫາເຮົາ ເຮົາຈະບໍ່ຖິ້ມອອກໄປພາຍນອກຈັກເທື່ອ. 38ເພາະວ່າເຮົາໄດ້ລົງມາຈາກສະຫວັນ ບໍ່ແມ່ນເພື່ອຈະເຮັດຕາມໃຈຂອງເຮົາເອງ ແຕ່ເພື່ອເຮັດຕາມພະໄທຂອງພຣະອົງຜູ້ຊົງໃຊ້ເຮົາມາ. 39ອັນນີ້ແຫລະ, ແມ່ນນ້ຳພຣະໄທຂອງຜູ້ຊົງໃຊ້ເຮົາມາ ຄືໃຫ້ເຮົາຮັກສາທຸກສິ່ງທີ່ພຣະອົງຊົງມອບໄວ້ກັບເຮົານັ້ນ ບໍ່ໃຫ້ສິ່ງໃດສູນຫາຍໄປແຕ່ໃຫ້ເປັນຄືນມາໃນວັນສຸດທ້າຍ. 40ເພາະນີ້ແຫລະ, ເປັນນ້ຳພຣະໄທພຣະບິດາຂອງເຮົາ ຄືໃຫ້ທຸກຄົນທີ່ເຫັນພຣະບຸດ ແລະວາງໃຈໃນພຣະບຸດນັ້ນ ໄດ້ມີຊີວິດອັນຕະຫລອດໄປເປັນນິດ ແລະເຮົາຈະໃຫ້ຜູ້ນັ້ນເປັນຄືນມາໃນວັນສຸດທ້າຍ.”
41ດັ່ງນັ້ນພວກຢິວຈຶ່ງພາກັນຈົ່ມໃຫ້ພຣະອົງເພາະພຣະອົງຊົງກ່າວວ່າ, “ເຮົາເປັນອາຫານທິບທີ່ລົງມາຈາກສະຫວັນ.” 42ເຂົາໄດ້ກ່າວວ່າ, “ຄົນນີ້ບໍ່ແມ່ນລູກຂອງໂຢເຊັບຫລື ພໍ່ແມ່ຂອງລາວເຮົາກໍຮູ້ຈັກ ເຫດສັນໃດຄົນນີ້ຈຶ່ງເວົ້າວ່າ ເຮົາໄດ້ລົງມາຈາກສະຫວັນ.” 43ພຣະເຢຊູຊົງຕອບເຂົາວ່າ, “ຢ່າໄດ້ຈົ່ມເທາະ. 44ບໍ່ມີຜູ້ໃດມາຫາເຮົາໄດ້ ເວັ້ນໄວ້ແຕ່ພຣະບິດາຜູ້ຊົງໃຊ້ເຮົາມານັ້ນຈະຊົງຊັກນຳໃຫ້ເຂົາມາ ແລະຝ່າຍເຮົາ, ເຮົາຈະໃຫ້ຜູ້ນັ້ນຄືນມາໃນວັນສຸດທ້າຍ. 45ມີຄຳຂຽນໄວ້ໃນຄຳພີຜູ້ປະກາດພຣະທຳວ່າ ‘ຄົນທັງຫລາຍຈະຮັບຄວາມສອນຈາກພຣະເຈົ້າ’ ທຸກຄົນທີ່ໄດ້ຍິນໄດ້ຟັງ ແລະໄດ້ຮຽນຮູ້ຈາກພຣະເຈົ້າກໍມາຫາເຮົາ. 46ບໍ່ມີຜູ້ໃດເຫັນພຣະບິດານອກຈາກຜູ້ທີ່ມາຈາກພຣະເຈົ້າ ຜູ້ນັ້ນແຫລະ, ໄດ້ເຫັນພຣະບິດາແລ້ວ. 47ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຜູ້ທີ່ວາງໃຈໃນເຮົາກໍມີຊີວິດອັນຕະຫລອດໄປເປັນນິດ. 48ເຮົາເປັນອາຫານທິບຂອງຊີວິດ. 49ບັນພະບຸລຸດຂອງທ່ານທັງຫລາຍໄດ້ກິນມານາໃນປ່າ ແລະເຂົາໄດ້ຕາຍໄປ. 50ນີ້ແຫລະ, ເປັນອາຫານທີ່ລົງມາຈາກສະຫວັນເພື່ອຜູ້ທີ່ກິນແລ້ວຈະບໍ່ຕາຍ. 51ເຮົາເປັນອາຫານທີ່ມີຊີວິດຊຶ່ງລົງມາຈາກສະຫວັນ ຖ້າຜູ້ໃດກິນອາຫານນີ້ແລ້ວ ຜູ້ນັ້ນຈະມີຊີວິດສືບ ໄປເປັນນິດ ແລະອາຫານທີ່ຝ່າຍເຮົາຈະໃຫ້ເພື່ອເປັນຊີວິດຂອງໂລກນັ້ນ ກໍຄືເນື້ອກາຍຂອງເຮົາ.”
52ເຫດສັນນີ້ພວກຢິວຈຶ່ງຖາມກັນວ່າ, “ຜູ້ນີ້ຈະເອົາເນື້ອຕົວຂອງຕົນໃຫ້ເຮົາກິນໄດ້ຢ່າງໃດ.” 53ພຣະເຢຊູຈຶ່ງຊົງກ່າວກັບເຂົາວ່າ, “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຖ້າພວກທ່ານບໍ່ກິນເນື້ອຕົວ ແລະບໍ່ດື່ມເລືອດຂອງບຸດມະນຸດທ່ານກໍບໍ່ມີຊີວິດໃນຕົວທ່ານ. 54ຜູ້ທີ່ກິນເນື້ອຕົວແລະດື່ມເລືອດຂອງເຮົາກໍມີຊີວິດອັນຕະຫລອດໄປເປັນນິດ ແລະເຮົາຈະໃຫ້ຜູ້ນັ້ນເປັນຄືນມາໃນວັນສຸດທ້າຍ. 55ເພາະວ່າເນື້ອຕົວຂອງເຮົາເປັນອາຫານອັນແທ້ ແລະເລືອດຂອງເຮົາກໍເປັນຂອງດື່ມອັນແທ້. 56ຜູ້ທີ່ກິນເນື້ອຕົວແລະດື່ມເລືອດຂອງເຮົາ ຜູ້ນັ້ນກໍຕັ້ງຢູ່ໃນເຮົາ ແລະເຮົາຕັ້ງຢູ່ໃນຜູ້ນັ້ນ. 57ພຣະບິດາຜູ້ຊົງພຣະຊົນຢູ່ໄດ້ໃຊ້ເຮົາມາ ແລະເຮົາມີຊີວິດຢູ່ເພາະພຣະບິດາສັນໃດຜູ້ທີ່ຈະກິນເຮົາກໍຈະມີຊີວິດເພາະເຮົາສັນນັ້ນ. 58ນີ້ແຫລະ, ເປັນອາຫານຊຶ່ງລົງມາຈາກສະຫວັນ ບໍ່ເໝືອນກັບອາຫານທີ່ພວກບັນພະບຸລຸດຂອງທ່ານທັງຫລາຍໄດ້ກິນແລ້ວຕາຍໄປ ຜູ້ທີ່ກິນອາຫານນີ້ຈະມີຊີວິດສືບ ໄປເປັນນິດ.”
59ຂໍ້ຄວາມເຫລົ່ານີ້ພຣະອົງຊົງກ່າວໃນໂຮງທຳມະເທສະໜາ ຂະນະທີ່ພຣະອົງຊົງສັ່ງສອນຢູ່ເມືອງກາເປນາອູມ.
ຖ້ອຍຄຳທີ່ໃຫ້ມີຊີວິດອັນຕະຫລອດໄປເປັນນິດ
60ເມື່ອໄດ້ຍິນດັ່ງນັ້ນພວກສາວົກຂອງພຣະອົງຫລາຍຄົນຈຶ່ງເວົ້າວ່າ, “ຖ້ອຍຄຳນີ້ແຂງແຮງ ໃຜຈະຟັງໄດ້.” 61ແຕ່ພຣະເຢຊູຊົງຊາບດ້ວຍພຣະອົງເອງວ່າພວກສາວົກໄດ້ຈົ່ມເຖິງເລື່ອງນັ້ນ ຈຶ່ງຊົງຖາມເຂົາວ່າ, “ເລື່ອງນີ້ເຮັດໃຫ້ພວກທ່ານສະດຸດໃຈຫລື. 62ຖ້າທ່ານທັງຫລາຍຈະເຫັນບຸດມະນຸດຂຶ້ນເມືອຍັງບ່ອນທີ່ທ່ານຢູ່ແຕ່ກ່ອນນັ້ນ ພວກທ່ານຈະວ່າຢ່າງໃດ. 63ພຣະວິນຍານຊົງເຮັດໃຫ້ມີຊີວິດ ສ່ວນເນື້ອກາຍບໍ່ມີປະໂຫຍດອັນໃດ ຖ້ອຍຄຳທີ່ເຮົາໄດ້ກ່າວຕໍ່ທ່ານທັງຫລາຍນັ້ນເປັນວິນຍານແລະເປັນຊີວິດ. 64ແຕ່ມີບາງຄົນໃນພວກທ່ານຍັງບໍ່ເຊື່ອຢູ່,” (ເພາະພຣະເຢຊູຊົງຊາບແຕ່ເດີມແລ້ວວ່າຜູ້ທີ່ເຊື່ອນັ້ນແມ່ນຜູ້ໃດ ແລະແມ່ນຜູ້ໃດທີ່ຈະທໍລະຍົດຕໍ່ພຣະອົງ). 65ແລະພຣະອົງຊົງກ່າວວ່າ, “ດ້ວຍເຫດນີ້ແຫລະ, ເຮົາຈຶ່ງໄດ້ບອກທ່ານທັງຫລາຍວ່າບໍ່ມີຜູ້ໃດຈະມາເຖິງເຮົາໄດ້ ນອກຈາກພຣະບິດາຈະຊົງໂຜດຜູ້ນັ້ນ.”
66ດ້ວຍເຫດນັ້ນພວກລູກສິດຂອງພຣະອົງຫລາຍຄົນຈຶ່ງທໍ້ຖອຍ ບໍ່ຕິດຕາມພຣະອົງຕໍ່ໄປອີກ. 67ດັ່ງນັ້ນພຣະເຢຊູຊົງກ່າວກັບສິບສອງຄົນນັ້ນວ່າ, “ພວກທ່ານເດຢາກຖອຍໜີເໝືອນກັນຫລື.” 68ຝ່າຍຊີໂມນທູນຕອບພຣະອົງວ່າ, “ນາຍເຈົ້າເອີຍ, ພວກຂ້ານ້ອຍຈະໜີໄປຫາຜູ້ໃດ ທ່ານມີຖ້ອຍຄຳຊຶ່ງໃຫ້ມີຊີວິດອັນຕະຫລອດໄປເປັນນິດ. 69ພວກຂ້ານ້ອຍເຊື່ອແລ້ວ ແລະຊາບວ່າທ່ານເປັນຜູ້ບໍລິສຸດມາຈາກພຣະເຈົ້າ.” 70ພຣະເຢຊູຊົງຕອບເຂົາວ່າ, “ເຮົານີ້ແຫລະ, ໄດ້ເລືອກພວກທ່ານສິບສອງຄົນໄວ້ບໍ່ແມ່ນຫລື ແລະຄົນໜຶ່ງໃນພວກທ່ານກໍເປັນມານຮ້າຍ.” 71ພຣະອົງຊົງກ່າວເຖິງຢູດາລູກຊາຍຂອງຊີໂມນອິສະກາຣີອົດ ເພາະແມ່ນຜູ້ທີ່ຈະທໍລະຍົດຕໍ່ພຣະອົງ ຄືຄົນໜຶ່ງໃນພວກສິບສອງຄົນນັ້ນ.
ໂຢຮັນ ບົດທີ 7
ພວກນ້ອງຊາຍຂອງພຣະເຢຊູບໍ່ວາງໃຈໃນພຣະອົງ
1ຫລັງຈາກນັ້ນພຣະເຢຊູໄດ້ສະເດັດທ່ອງທ່ຽວໄປຕາມແຂວງຄາລີເລ ບໍ່ຊົງປະສົງຈະສະເດັດໄປໃນແຂວງຢູດາຍ ເພາະພວກຢິວຫາໂອກາດທີ່ຈະຂ້າພຣະອົງເສຍ. 2ຂະນະນັ້ນໃກ້ຈະເຖິງເທດສະການຕັ້ງທັບອາໃສຂອງຊາດຢິວແລ້ວ. 3ພວກນ້ອງຊາຍຂອງພຣະອົງຈຶ່ງທູນພຣະອົງວ່າ, “ເຈົ້າຈົ່ງອອກຈາກທີ່ນີ້ໄປຍັງແຂວງຢູດາຍ ເພື່ອພວກສາວົກຂອງເຈົ້າຈະໄດ້ເຫັນກິດຈະການທີ່ເຈົ້າເຮັດຢູ່ນັ້ນ. 4ເພາະວ່າບໍ່ຫ່ອນມີຜູ້ໃດເຮັດອັນໃດໃນທີ່ລັບ ເມື່ອຜູ້ນັ້ນຢາກໃຫ້ຕົວປະກົດ ຖ້າເຈົ້າເຮັດການເຫລົ່ານີ້ຈົ່ງສະແດງຕົວໃຫ້ປະກົດແກ່ໂລກເສຍ.” 5(ເພາະວ່າເຖິງແມ່ນພວກນ້ອງຊາຍຂອງພຣະອົງກໍບໍ່ເຊື່ອໃນພຣະອົງ.)
6ພຣະເຢຊູຊົງບອກເຂົາວ່າ, “ເວລາກຳນົດຂອງເຮົາຍັງບໍ່ເຖິງເທື່ອ ແຕ່ເວລາຂອງພວກເຈົ້າກໍມີຢູ່ສະເໝີ. 7ໂລກຈະກຽດຊັງພວກເຈົ້າບໍ່ໄດ້ແຕ່ວ່າມັນຊັງເຮົາ ເພາະເຮົາເປັນພະຍານວ່າກິດຈະການຂອງໂລກນັ້ນຊົ່ວຮ້າຍ. 8ພວກເຈົ້າຈົ່ງຂຶ້ນໄປໃນເທດສະການນັ້ນເສຍ ຝ່າຍເຮົາຍັງບໍ່ຂຶ້ນໄປໃນເທດສະການນັ້ນເພາະວ່າຍັງບໍ່ເຖິງກຳນົດເວລາຂອງເຮົາ.” 9ເມື່ອຊົງກ່າວດັ່ງນັ້ນແລ້ວພຣະອົງກໍຍັງໄດ້ປະທັບຢູ່ໃນແຂວງຄາລີເລຕໍ່ໄປ.
ພຣະເຢຊູໃນເທດສະການຕັ້ງທັບອາໃສ
10ແຕ່ເມື່ອພວກນ້ອງຂອງພຣະອົງຂຶ້ນໄປໃນງານເທດສະການນັ້ນແລ້ວ ພຣະອົງກໍສະເດັດຕາມຂຶ້ນໄປເໝືອນກັນ ແຕ່ສະເດັດໄປທາງລັບບໍ່ເປີດເຜີຍ. 11ເຫດສັນນັ້ນພວກຢິວໄດ້ຊອກຫາພຣະອົງໃນເທດສະການນັ້ນແລະຖາມວ່າ, “ຄົນຜູ້ນັ້ນຢູ່ໃສ.” 12ສ່ວນປະຊາຊົນກໍຊິ່ມກັນຫລາຍເວົ້າເຖິງເລື່ອງພຣະອົງ ລາງຄົນເວົ້າວ່າ, “ເປັນຄົນດີ” ແຕ່ຄົນອື່ນວ່າ, “ບໍ່ແມ່ນ ແຕ່ເພິ່ນເຮັດໃຫ້ປະຊາຊົນຫລົງຜິດໄປ.” 13ແຕ່ເຖິງປານນັ້ນບໍ່ມີໃຜກ້າເວົ້າເຖິງພຣະອົງຢ່າງເປີດເຜີຍເພາະຢ້ານພວກຢິວ.
14ຄັນເຖິງເຄີ່ງເທດສະການນັ້ນແລ້ວ ພຣະເຢຊູໄດ້ສະເດັດຂຶ້ນໄປຍັງບໍລິເວນພຣະວິຫານແລະຊົງສັ່ງສອນ. 15ພວກຢິວພາກັນປະຫລາດໃຈເວົ້າກັນວ່າ, “ຄົນຜູ້ນີ້ມີຄວາມຮູ້ມາແຕ່ໃສເມື່ອບໍ່ໄດ້ຮ່ຳຮຽນ.” 16ພຣະເຢຊູຊົງຕອບເຂົາວ່າ, “ຄຳສອນຂອງເຮົາບໍ່ແມ່ນຂອງເຮົາເອງ ແຕ່ເປັນຂອງພຣະອົງຜູ້ຊົງໃຊ້ເຮົາມາ. 17ຖ້າຜູ້ໃດເຕັມໃຈຍອມເຮັດຕາມພຣະໄທຂອງພຣະອົງ ຜູ້ນັ້ນກໍຈະຮູ້ວ່າຄຳສອນນັ້ນມາຈາກພຣະເຈົ້າ ຫລືວ່າເຮົາປາກຕາມໃຈຊອບຂອງເຮົາເອງ. 18ຜູ້ໃດປາກຕາມໃຈຊອບຂອງຕົນເອງ ຜູ້ນັ້ນກໍສະແຫວງກຽດສຳລັບຕົນເອງ ແຕ່ຜູ້ທີ່ສະແຫວງກຽດໃຫ້ພຣະອົງຜູ້ຊົງໃຊ້ຕົນມາ ຜູ້ນັ້ນແຫລະ, ເປັນຄົນຈິງ ແລະບໍ່ມີອະທຳໃນຕົວ. 19ໂມເຊໄດ້ໃຫ້ພຣະບັນຍັດແກ່ທ່ານທັງຫລາຍບໍ່ແມ່ນຫລື ແລະໃນພວກທ່ານບໍ່ມີຜູ້ໃດຈັກຄົນເຮັດຕາມພຣະບັນຍັດນັ້ນ ທ່ານທັງຫລາຍຊອກຫາຈະຂ້າເຮົາເຮັດຫຍັງ.”
20ປະຊາຊົນຕອບວ່າ, “ເຈົ້າມີຜິຮ້າຍສິງຢູ່ ແມ່ນໃຜຊອກຫາຈະຂ້າເຈົ້າ.” 21ພຣະເຢຊູຊົງຕອບເຂົາວ່າ, “ເຮົາໄດ້ເຮັດກິດຈະການອັນໜຶ່ງ ແລະພວກທ່ານກໍປະຫລາດໃຈເພາະເຫດການນັ້ນ. 22ໂມເຊໄດ້ຕັ້ງພິທີຕັດໃຫ້ທ່ານທັງຫລາຍ (ບໍ່ແມ່ນໄດ້ມາຈາກໂມເຊແຕ່ມາຈາກບັນພະບຸລຸດ) ແລະໃນວັນຊະບາໂຕ ທ່ານທັງຫລາຍກໍຍັງໃຫ້ຄົນຮັບພິທີຕັດ. 23ຖ້າເຂົາຍັງໃຫ້ຄົນຮັບພິທີຕັດໃນວັນຊະບາໂຕ ເພື່ອບໍ່ໃຫ້ລ່ວງລະເມີດພຣະບັນຍັດຂອງໂມເຊ ທ່ານທັງຫລາຍຈະຄຽດເຮົາເພາະເຮົາໄດ້ໃຫ້ຄົນໜຶ່ງດີເປັນປົກກະຕິໃນວັນຊະບາໂຕຫລື. 24ຢ່າຕັດສີນຕາມທີ່ເຫັນພາຍນອກ ແຕ່ຈົ່ງຕັດສີນຕາມທາງຍຸດຕິທຳ.”
ນີ້ຫລືພຣະຄຣິດ
25ຊາວກຸງເຢຣູຊາເລັມລາງຄົນຈຶ່ງເວົ້າວ່າ, “ຄົນຜູ້ນີ້ແຫລະ, ທີ່ເຂົາຊອກຫາຈະຂ້າເສຍບໍ່ແມ່ນຫລື. 26ເບິ່ງແມ, ເພິ່ນກ່າວດ້ວຍເປີດເຜີຍ ແລະເຂົາບໍ່ໄດ້ເວົ້າຫຍັງພວກເຈົ້ານາຍຮູ້ຄັກບໍ່ວ່າຄົນນີ້ແມ່ນພຣະຄຣິດ. 27ເຮົາຮູ້ແລ້ວວ່າຄົນນີ້ມາແຕ່ໃສ ແຕ່ຝ່າຍພຣະຄຣິດ, ເມື່ອພຣະອົງສະເດັດມາບໍ່ມີໃຜຮູ້ວ່າມາແຕ່ໃສ.”
28ເຫດສັນນີ້ພຣະເຢຊູຈຶ່ງຊົງສັ່ງສອນດ້ວຍສຽງອັນດັງໃນບໍລິເວນພຣະວິຫານວ່າ, “ສ່ວນເຮົາທ່ານທັງຫລາຍກໍຮູ້ຈັກທັງຮູ້ວ່າເຮົາມາແຕ່ໃສ ເຮົາບໍ່ໄດ້ມາໂດຍລຳພັງຂອງເຮົາເອງ ແຕ່ພຣະອົງຜູ້ຊົງໃຊ້ເຮົາມານັ້ນກໍສັດຈິງ ພຣະອົງນັ້ນພວກທ່ານກໍບໍ່ຮູ້ຈັກ. 29ຝ່າຍເຮົາກໍຮູ້ຈັກພຣະອົງ ເພາະເຮົາມາຈາກພຣະອົງແລະແມ່ນພຣະອົງນັ້ນແຫລະ, ໄດ້ຊົງໃຊ້ເຮົາມາ.”
30ດັ່ງນັ້ນເຂົາຈຶ່ງຊອກຫາຈະຈັບພຣະອົງ ແຕ່ບໍ່ມີຜູ້ໃດຍື່ນມືຈັບເພາະຍັງບໍ່ເຖິງກຳນົດເວລາຂອງພຣະອົງເທື່ອ. 31ແຕ່ມີຫລາຍຄົນໃນໝູ່ປະຊາຊົນໄດ້ວາງໃຈໃນພຣະອົງແລະເວົ້າວ່າ, “ເມື່ອພຣະຄຣິດ ສະເດັດມານັ້ນ ພຣະອົງຈະເຮັດໝາຍສຳຄັນຫລາຍກວ່າຜູ້ນີ້ຫລື.”
ໃຊ້ເຈົ້າໜ້າທີ່ໄປຈັບພຣະເຢຊູ
32ເມື່ອພວກຟາຣີຊາຍໄດ້ຍິນປະຊາຊົນຊິ່ມກັນເວົ້າເຖິງເລື່ອງພຣະອົງຢ່າງນັ້ນ ພວກປະໂລຫິດຕົນໃຫຍ່ກັບພວກຟາຣີຊາຍ ຈຶ່ງໃຊ້ເຈົ້າໜ້າທີ່ໄປຈັບພຣະອົງ. 33ພຣະເຢຊູຈຶ່ງຊົງກ່າວວ່າ, “ເຮົາຈະຢູ່ກັບທ່ານທັງຫລາຍຕໍ່ໄປອີກໜ້ອຍໜຶ່ງ ແລ້ວຈະກັບໄປຫາພຣະອົງຜູ້ຊົງໃຊ້ເຮົາມາ. 34ທ່ານທັງຫລາຍຈະຊອກຫາເຮົາແຕ່ຈະບໍ່ພົບເຮົາ ແລະບ່ອນເຮົາຢູ່ນັ້ນພວກທ່ານຈະເຂົ້າໄປບໍ່ໄດ້.”
35ພວກຢິວຈຶ່ງເວົ້າກັນວ່າ, “ຄົນນີ້ຈວນຈະໄປໃສ ທີ່ເຮົາຈະຫາບໍ່ພົບ ເພິ່ນຈະໄປຫາພວກຄົນທີ່ແຕກກະຈັດກະຈາຍໄປຢູ່ຖ້າມກາງຄົນຕ່າງຊາດ ແລະສັ່ງສອນຄົນຕ່າງຊາດນັ້ນຫລື. 36ຄຳນີ້ເປັນຢ່າງໃດໜໍທີ່ເພິ່ນກ່າວວ່າ ‘ທ່ານທັງຫລາຍຈະຊອກຫາເຮົາແຕ່ຈະບໍ່ພົບເຮົາ ແລະບ່ອນເຮົາຢູ່ນັ້ນທ່ານຈະເຂົ້າໄປບໍ່ໄດ້’.”
ແມ່ນ້ຳອັນມີຊີວິດ
37ໃນວັນສຸດທ້າຍຂອງງານເທດສະການຊຶ່ງເປັນວັນໃຫຍ່ນັ້ນ ພຣະເຢຊູຊົງຢືນແລະຮ້ອງຂຶ້ນວ່າ, “ຖ້າຜູ້ໃດຫິວ ຜູ້ນັ້ນຈົ່ງມາຫາເຮົາ ແລະດື່ມ. 38ຜູ້ທີ່ວາງໃຈໃນເຮົາແມ່ນ້ຳອັນມີຊີວິດຈະໄຫລອອກຈາກພາຍໃນຜູ້ນັ້ນ ຕາມທີ່ພຣະຄຳພີກ່າວໄວ້ແລ້ວ.” 39ສິ່ງທີ່ພຣະເຢຊູຊົງກ່າວນັ້ນໝາຍເຖິງພຣະວິນຍານ ຊຶ່ງຜູ້ທີ່ວາງໃຈໃນພຣະອົງຈະໄດ້ຮັບ ເຫດວ່າຍັງບໍ່ໄດ້ຊົງປະທານພຣະວິຍານໃຫ້ ເພາະພຣະເຢຊູຍັງບໍ່ໄດ້ຊົງຮັບສະຫງ່າລາສີ.
ຄວາມເຫັນແຕກແຍກກັນໃນໝູ່ປະຊາຊົນ
40ເມື່ອປະຊາຊົນໄດ້ຍິນດັ່ງນັ້ນລາງຄົນໄດ້ເວົ້າກັນວ່າ, “ຜູ້ນີ້ເປັນຜູ້ປະກາດພຣະທຳນັ້ນແທ້.” 41ຄົນອື່ນເວົ້າວ່າ, “ຜູ້ນີ້ແຫລະ, ແມ່ນພຣະຄຣິດ” ແຕ່ຄົນອື່ນອີກເວົ້າວ່າ, “ພຣະຄຣິດຈະມາຈາກຄາລີເລຫລື. 42ພຣະຄຳພີກ່າວໄວ້ ບໍ່ແມ່ນຫລືວ່າພຣະຄຣິດຈະມາຈາກເຊື້ອວົງຂອງດາວິດ ແລະມາຈາກບ້ານເບັດເລເຮັມຊຶ່ງດາວິດຢູ່ນັ້ນ. 43ເຫດສັນນັ້ນປະຊາຊົນຈຶ່ງມີຄວາມເຫັນແຕກແຍກກັນໃນເລື່ອງພຣະອົງ. 44ລາງຄົນໃນໝູ່ເຂົານັ້ນມີໃຈຢາກຈັບພຣະອົງ ແຕ່ບໍ່ມີໃຜຍື່ນມືຈັບເອົາ.
45ເຈົ້າໜ້າທີ່ຈຶ່ງກັບໄປຫາພວກປະໂລຫິດຕົນໃຫຍ່ແລະພວກຟາຣີຊາຍ ແລະພວກນັ້ນໄດ້ຖາມເຈົ້າໜ້າທີ່ວ່າ, “ເປັນຫຍັງຈຶ່ງບໍ່ຈັບມັນມາ.” 46ເຈົ້າໜ້າທີ່ຕອບວ່າ, “ບໍ່ເຄີຍມີຜູ້ໃດເວົ້າເໝືອນຄົນນັ້ນຈັກເທື່ອ.” 47ພວກຟາຣີຊາຍຕອບເຂົາວ່າ, “ພວກເຈົ້າຖືກຊັກຈູງໃຫ້ຫລົງໄປເໝືອນກັນຫລື. 48ມີຄົນໃດແດ່ໃນພວກເຈົ້ານາຍຫລືພວກຟາຣີຊາຍເຊື່ອຖືຄົນນັ້ນ. 49ແຕ່ປະຊາຊົນໝູ່ນີ້ທີ່ບໍ່ຮູ້ຈັກພຣະບັນຍັດກໍຖືກຊົງປ້ອຍຢູ່ແລ້ວ.”
50ນີໂກເດມ ຜູ້ໄດ້ມາຫາພຣະອົງຄາວກ່ອນນັ້ນແລະເປັນຄົນໜຶ່ງໃນພວກເຂົາ ໄດ້ກ່າວກັບເຂົາວ່າ, 51“ກົດໝາຍຂອງເຮົາບໍ່ຕັດສີນຄົນໃດໂດຍທີ່ຍັງບໍ່ໄດ້ຟັງເຂົາກ່ອນ ແລະຮູ້ວ່າເຂົາໄດ້ເຮັດອັນໃດແດ່.” 52ເຂົາກໍຕອບນີໂກເດມວ່າ, “ທ່ານມາຈາກຄາລີເລເໝືອນກັນຫລືຈົ່ງຄົ້ນຫາເບິ່ງ ແລ້ວທ່ານຈະເຫັນວ່າບໍ່ມີຜູ້ປະກາດພຣະທຳຈັກຄົນເກີດມາຈາກຄາລີເລ.”
53[ແລ້ວຕ່າງຄົນກໍຕ່າງກັນໄປເຮືອນຂອງຕົນ.
ໂຢຮັນ ບົດທີ 8
ຜູ້ຍິງຄົນໜຶ່ງຖືກຈັບຖານຫລິ້ນຊູ້
1ແຕ່ພຣະເຢຊູໄດ້ສະເດັດໄປຍັງພູໝາກກອກເທດ. 2ເມື່ອຮຸ່ງເຊົ້າພຣະອົງໄດ້ສະເດັດເຂົ້າໄປໃນບໍລິເວນພຣະວິຫານອີກ ພົນລະເມືອງທັງໝົດກໍພາກັນມາຫາພຣະອົງ ພຣະອົງກໍປະທັບນັ່ງຕັ້ງຕົ້ນສັ່ງສອນເຂົາ. 3ພວກນັກທຳແລະພວກຟາຣີຊາຍໄດ້ພາຜູ້ຍິງຄົນໜຶ່ງມາ ຍິງຄົນນີ້ເຂົາໄດ້ຈັບໃນຖານຫລິ້ນຊູ້ ແລະເຂົາໄດ້ໃຫ້ຍິງນັ້ນຢືນຢູ່ຖ້າມກາງຝູງຊົນ. 4ເຂົາທູນພຣະອົງວ່າ, “ອາຈານເອີຍ, ຍິງຄົນນີ້ເຂົາຈັບໄດ້ເມື່ອກຳລັງຫລິ້ນຊູ້ຢູ່. 5ໂມເຊໄດ້ສັ່ງໄວ້ໃນພຣະບັນຍັດວ່າ ໃຫ້ເອົາຫີນຄວ່າງໃສ່ຄົນຢ່າງນີ້ໃຫ້ຕາຍ ສ່ວນທ່ານເດ, ຈະວ່າຢ່າງໃດ.” 6ເຂົາເວົ້າຢ່າງນີ້ເພື່ອທົດລອງ ຫວັງຈະຫາເຫດຟ້ອງພຣະອົງໄດ້ ແຕ່ພຣະເຢຊູຊົງນ້ອມພຣະກາຍລົງໃຊ້ນິ້ວພຣະຫັດຂຽນທີ່ດິນ. 7ເມື່ອເຂົາຍັງຖາມຕໍ່ໄປຢູ່ ພຣະອົງຊົງຢືນຂຶ້ນກ່າວແກ່ເຂົາວ່າ, “ຜູ້ໃດໃນພວກເຈົ້າທີ່ບໍ່ມີຜິດບາບ ກໍໃຫ້ຜູ້ນັ້ນເອົາຫີນຄວ່າງໃສ່ຍິງນີ້ກ່ອນໝູ່.” 8ແລ້ວພຣະອົງກໍຊົງນ້ອມພຣະກາຍລົງຂຽນທີ່ດິນອີກ.
9ແຕ່ເມື່ອເຂົາໄດ້ຍິນດັ່ງນັ້ນກໍອອກໄປເທື່ອລະຄົນຈົນໝົດ ເລີ້ມຕັ້ງແຕ່ຄົນແກ່ໄປ ຍັງເຫລືອຢູ່ແຕ່ພຣະເຢຊູກັບຍິງຄົນນັ້ນທີ່ຢືນຢູ່ຖ້າມກາງນັ້ນ. 10ເມື່ອພຣະເຢຊູຊົງເງີຍຂຶ້ນກໍຊົງຖາມຍິງນັ້ນວ່າ, “ນາງເອີຍ, ພວກເຂົາໄປໃສໝົດ ບໍ່ມີໃຜລົງໂທດເຈົ້າຫລື.” 11ນາງທູນຕອບວ່າ, “ບໍ່ມີໃຜ, ນາຍເອີຍ” ພຣະເຢຊູຊົງກ່າວຕໍ່ນາງວ່າ, “ເຮົາກໍບໍ່ລົງໂທດເຈົ້າເໝືອນກັນ ຈົ່ງໄປເສຍ ຕໍ່ໄປຢ່າເຮັດຜິດອີກ.”]
ພຣະເຢຊູຊົງເປັນຄວາມສະຫວ່າງຂອງໂລກ
12ອີກເທື່ອໜຶ່ງພຣະເຢຊູຊົງກ່າວຕໍ່ເຂົາວ່າ, “ເຮົານີ້ແຫລະ, ເປັນຄວາມສະຫວ່າງຂອງໂລກ ຜູ້ທີ່ຕາມເຮົາມາຈະບໍ່ທຽວໄປໃນທີ່ມືດ ແຕ່ຈະມີຄວາມສະຫວ່າງແຫ່ງຊີວິດ.” 13ແລ້ວພວກຟາຣີຊາຍກ່າວຕໍ່ພຣະອົງວ່າ, “ທ່ານເປັນພະຍານໃຫ້ແກ່ຕົວທ່ານເອງ ຄຳພະຍານຂອງທ່ານກໍບໍ່ຈິງ.” 14ພຣະເຢຊູຊົງຕອບເຂົາວ່າ, “ເຖິງວ່າເຮົາເປັນພະຍານໃຫ້ແກ່ຕົວເຮົາເອງ ຄຳພະຍານຂອງເຮົາກໍເປັນຄວາມຈິງ ເພາະເຮົາຮູ້ວ່າເຮົາມາແຕ່ໃສແລະຈະໄປໃສ ແຕ່ຝ່າຍທ່ານທັງຫລາຍກໍບໍ່ຮູ້ວ່າເຮົາມາແຕ່ໃສແລະຈະໄປໃສ. 15ທ່ານທັງຫລາຍຕັດສີນຕາມທຳມະດາມະນຸດ ຝ່າຍເຮົາກໍບໍ່ຕັດສີນໃຜ. 16ແຕ່ເຖິງແມ່ນເຮົາຈະຕັດສີນ ການຕັດສີນຂອງເຮົາກໍຖືກ ເພາະເຮົາບໍ່ໄດ້ຕັດສີນໂດຍລຳພັງເຮົາຜູ້ດຽວ ແຕ່ເຮົາຕັດສີນຮ່ວມກັບພຣະບິດາຜູ້ຊົງໃຊ້ເຮົາມາ. 17ໃນພຣະບັນຍັດຂອງທ່ານທັງຫລາຍມີຄຳຂຽນໄວ້ວ່າ ຄຳພະຍານຂອງສອງຄົນກໍເປັນຄວາມຈິງ. 18ຝ່າຍເຮົາເປັນພະຍານໃຫ້ແກ່ຕົວເຮົາເອງແລະພຣະບິດາຜູ້ຊົງໃຊ້ເຮົາມາກໍເປັນພະຍານໃຫ້ແກ່ເຮົາເໝືອນກັນ.”
19ເຫດສັນນັ້ນເຂົາຈຶ່ງທູນ ພຣະອົງວ່າ, “ພຣະບິດາຂອງທ່ານຢູ່ໃສ” ພຣະເຢຊູຊົງຕອບວ່າ, “ຕົວເຮົາກໍດີ ພຣະບິດາຂອງເຮົາກໍດີ ທ່ານທັງຫລາຍກໍບໍ່ຮູ້ຈັກ ຖ້າພວກທ່ານຮູ້ຈັກເຮົາກໍຄົງຮູ້ຈັກພຣະບິດາຂອງເຮົາເໝືອນກັນ. 20ພຣະເຢຊູຊົງກ່າວຄຳເຫລົ່ານີ້ໃນບ່ອນຕັ້ງຕູ້ຖວາຍຊັບ ຂະນະທີ່ຊົງສັ່ງສອນໃນບໍລິເວນພຣະວິຫານ ແຕ່ບໍ່ມີຜູ້ໃດຈັບພຣະອົງເພາະຍັງບໍ່ເຖິງກຳນົດເວລາຂອງພຣະອົງ.
ພຣະອົງບໍ່ຊົງເປັນຝ່າຍໂລກ
21ພຣະອົງຊົງກ່າວກັບເຂົາອີກວ່າ, “ເຮົາຈະຈາກໄປແລະທ່ານທັງຫລາຍຈະຊອກຫາເຮົາ ແລະຈະຕາຍໃນຄວາມຜິດບາບຂອງທ່ານ ບ່ອນທີ່ເຮົາຈະໄປນັ້ນພວກທ່ານຈະໄປບໍ່ໄດ້.” 22ພວກຢິວຈຶ່ງເວົ້າກັນວ່າ, “ລາວຈະຂ້າຕົວຕາຍເສຍຫລື ເພາະລາວກ່າວວ່າ ບ່ອນທີ່ເຮົາຈະໄປນັ້ນພວກທ່ານໄປບໍ່ໄດ້.” 23ພຣະອົງຊົງກ່າວຕໍ່ເຂົາວ່າ, “ທ່ານທັງຫລາຍເປັນຂອງເບື້ອງລຸ່ມ ຝ່າຍເຮົາເປັນຂອງເບື້ອງເທິງ ພວກທ່ານເປັນຝ່າຍໂລກນີ້ ເຮົາບໍ່ເປັນຝ່າຍໂລກນີ້. 24ດ້ວຍເຫດນີ້ເຮົາຈຶ່ງບອກທ່ານທັງຫລາຍວ່າ ພວກທ່ານຈະຕາຍໃນຄວາມຜິດບາບຂອງທ່ານ ເພາະວ່າຖ້າທ່ານບໍ່ໄດ້ເຊື່ອວ່າ ເຮົານີ້ແຫລະ, ເປັນຜູ້ນັ້ນ ພວກທ່ານຈະຕ້ອງຕາຍໃນບາບຂອງຕົນ.”
25ເຂົາທູນຖາມພຣະອົງວ່າ, “ຝ່າຍທ່ານ ທ່ານແມ່ນໃຜ”ພຣະເຢຊູຊົງຕອບວ່າ, “ເຮົາເປັນເໝືອນທີ່ເຮົາໄດ້ບອກພວກທ່ານຕັ້ງແຕ່ຕົ້ນນັ້ນ. 26ເຮົາມີຂໍ້ຄວາມຫລາຍປະການທີ່ຈະກ່າວແລະຕັດສີນພວກທ່ານ ແຕ່ພຣະອົງຜູ້ຊົງໃຊ້ເຮົາມານັ້ນຊົງເປັນສັດຈິງ ແລະສິ່ງທີ່ເຮົາໄດ້ຍິນຈາກພຣະອົງນັ້ນແຫລະ, ເຮົາກໍກ່າວແກ່ໂລກ.” 27ເຂົາບໍ່ໄດ້ເຂົ້າໃຈວ່າພຣະອົງຊົງກ່າວກັບເຂົາເຖິງເລື່ອງພຣະບິດາ.
28ດັ່ງນັ້ນ ພຣະເຢຊູຈຶ່ງຊົງກ່າວແກ່ເຂົາວ່າ, “ເມື່ອທ່ານທັງຫລາຍຈະໄດ້ຍົກບຸດມະນຸດຂຶ້ນແລ້ວ ເມື່ອນັ້ນພວກທ່ານຈະຮູ້ວ່າ ເຮົານີ້ແຫລະ, ຄືຜູ້ນັ້ນ ແລະຮູ້ວ່າເຮົາບໍ່ໄດ້ເຮັດສິ່ງໃດຕາມໃຈຊອບ ແຕ່ພຣະບິດາໄດ້ຊົງສອນເຮົາຢ່າງໃດ ເຮົາຈຶ່ງກ່າວຢ່າງນັ້ນ. 29ພຣະອົງຜູ້ຊົງໃຊ້ເຮົາມາກໍຊົງສະຖິດຢູ່ກັບເຮົາ ພຣະອົງບໍ່ໄດ້ຊົງປະເຮົາໄວ້ໃຫ້ຢູ່ຜູ້ດຽວ ເພາະວ່າເຮົາເຮັດຕາມຊອບພຣະໄທຂອງພຣະອົງຢູ່ສະເໝີ.” 30ເມື່ອພຣະອົງຊົງກ່າວຄຳເຫລົ່ານັ້ນມີຫລາຍຄົນໄດ້ເຊື່ອໃນພຣະອົງ.
ຄວາມຈິງຈະເຮັດໃຫ້ເປັນອິດສະຫລະ
31ພຣະເຢຊູຊົງກ່າວຕໍ່ພວກຢິວທີ່ເຊື່ອຖືໃນພຣະອົງວ່າ, “ຖ້າທ່ານທັງຫລາຍຕັ້ງໝັ້ນຄົງຢູ່ໃນຖ້ອຍຄຳຂອງເຮົາ ພວກທ່ານກໍເປັນສາວົກແທ້ຂອງເຮົາ. 32ແລ້ວພວກທ່ານຈະຮູ້ຈັກຄວາມຈິງ ແລະຄວາມຈິງນັ້ນຈະເຮັດໃຫ້ພວກທ່ານເປັນອິດສະຫລະ.” 33ເຂົາທູນຕອບພຣະອົງວ່າ, “ພວກເຮົາເປັນເຊື້ອສາຍຂອງອັບຣາຮາມ ແລະບໍ່ໄດ້ເປັນຂ້ອຍຂ້າຂອງຜູ້ໃດຈັກເທື່ອ ເປັນຫຍັງທ່ານຈຶ່ງເວົ້າວ່າ, ‘ພວກທ່ານຈະເປັນອິດສະຫລະ.’” 34ພຣະເຢຊູຊົງຕອບເຂົາວ່າ, “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ທຸກຄົນທີ່ເຄີຍເຮັດການຜິດບາບກໍເປັນຂ້ອຍຂ້າຂອງຄວາມບາບ. 35ຂ້ອຍຂ້າບໍ່ຕັ້ງຢູ່ໃນຄົວເຮືອນຕະຫລອດໄປ ແຕ່ບຸດກໍຕັ້ງຢູ່ຕະຫລອດໄປ. 36ເຫດສັນນັ້ນ, ຖ້າພຣະບຸດຈະເຮັດໃຫ້ທ່ານທັງຫລາຍເປັນອິດສະຫລະ ພວກທ່ານກໍຈະເປັນອິດສະຫລະແທ້ຈິງ. 37ເຮົາຮູ້ຢູ່ວ່າທ່ານທັງຫລາຍເປັນເຊື້ອສາຍຂອງທ່ານອັບຣາຮາມ ແຕ່ພວກທ່ານຊອກຫາຈະຂ້າເຮົາເສຍ ເພາະວ່າຄຳສອນຂອງເຮົາບໍ່ເຂົ້າສູ່ໃຈຂອງພວກທ່ານ. 38ເຮົາເວົ້າເຖິງສິ່ງທີ່ເຮົາໄດ້ເຫັນເມື່ອຢູ່ກັບພຣະບິດາຂອງເຮົາ ຝ່າຍພວກທ່ານໄດ້ເຮັດຕາມສິ່ງທີ່ທ່ານໄດ້ຍິນຈາກພໍ່ຂອງທ່ານ.”
ພໍ່ຂອງທ່ານຄືມານ
39ເຂົາທູນຕອບພຣະອົງວ່າ, “ອັບຣາຮາມເປັນພໍ່ຂອງພວກເຮົາ” ພຣະເຢຊູຊົງກ່າວກັບເຂົາວ່າ, “ຖ້າທ່ານທັງຫລາຍເປັນລູກຂອງອັບຣາຮາມແລ້ວ ທ່ານກໍຈະເຮັດສິ່ງທີ່ອັບຣາຮາມໄດ້ເຮັດ. 40ແຕ່ບັດນີ້ທ່ານທັງຫລາຍຫາໂອກາດຈະຂ້າເຮົາ ຜູ້ໄດ້ບອກເຖິງຄວາມຈິງທີ່ເຮົາໄດ້ຍິນມາຈາກພຣະເຈົ້າ ການຢ່າງນີ້ອັບຣາຮາມບໍ່ໄດ້ເຮັດ. 41ທ່ານທັງຫລາຍເຮັດຕາມສິ່ງທີ່ພໍ່ຂອງພວກທ່ານເຮັດ” ເຂົາຈຶ່ງທູນຕອບວ່າ, “ພວກເຮົາບໍ່ໄດ້ເກີດມາຈາກການຫລິ້ນຊູ້ ພວກເຮົາມີບິດາອົງດຽວຄືພຣະເຈົ້າ.”
42ພຣະເຢຊູຊົງກ່າວຕໍ່ເຂົາວ່າ, “ຖ້າພຣະເຈົ້າເປັນພຣະບິດາຂອງພວກທ່ານແລ້ວ ທ່ານກໍຈະຮັກເຮົາເພາະເຮົາມາຈາກພຣະເຈົ້າແລະມາເຖິງທີ່ນີ້ ເຮົາບໍ່ໄດ້ມາຕາມໃຈຊອບຂອງເຮົາເອງ ແຕ່ພຣະອົງໄດ້ຊົງໃຊ້ເຮົາມາ. 43ເຫດສັນໃດພວກທ່ານຈຶ່ງບໍ່ເຂົ້າໃຈຄຳເວົ້າຂອງເຮົາ ນັ້ນເປັນເພາະພວກທ່ານທົນຟັງຖ້ອຍຄຳຂອງເຮົາບໍ່ໄດ້. 44ທ່ານທັງຫລາຍມາຈາກພໍ່ຂອງທ່ານຄືມານ, ພວກທ່ານມີໃຈຢາກເຮັດຕາມຄວາມປາດຖະໜາຂອງພໍ່ທ່ານ ມັນເປັນຜູ້ຂ້າຄົນຕັ້ງແຕ່ເດີມມາແລ້ວ ແລະບໍ່ໄດ້ຕັ້ງຢູ່ໃນຄວາມຈິງ ເພາະໃນຕົວມັນບໍ່ມີຄວາມຈິງ ເມື່ອມັນເວົ້າຕົວະມັນກໍເວົ້າຕາມສັນດານຂອງມັນເອງ ເພາະເປັນຜູ້ຕົວະແລະເປັນພໍ່ຂອງການຕົວະ. 45ແຕ່ທ່ານທັງຫລາຍບໍ່ໄດ້ເຊື່ອເຮົາ ເພາະຝ່າຍເຮົາກໍກ່າວຄວາມຈິງ 46ໃນພວກທ່ານມີຜູ້ໃດແດ່ທີ່ຢືນຢັນໄດ້ວ່າ ເຮົາໄດ້ເຮັດຜິດ ຖ້າເຮົາເວົ້າຄວາມຈິງ ເປັນຫຍັງທ່ານຈຶ່ງບໍ່ເຊື່ອເຮົາ. 47ຜູ້ທີ່ມາຈາກພຣະເຈົ້າກໍຍອມຟັງພຣະທຳຂອງພຣະເຈົ້າ ທ່ານທັງຫລາຍບໍ່ໄດ້ມາຈາກພຣະເຈົ້າ ເຫດສັນນັ້ນພວກທ່ານຈຶ່ງບໍ່ຟັງ.”
ພຣະເຢຊູຊົງເປັນຢູ່ກ່ອນອັບຣາຮາມ
48ພວກຢິວທູນຕອບພຣະອົງວ່າ, “ທີ່ພວກເຮົາເວົ້າວ່າ ຕົວເປັນໄທຊາມາເຣຍແລະມີຜິຮ້າຍສິງຢູ່ນັ້ນ ບໍ່ຈິງຫລື.” 49ພຣະເຢຊູຊົງຕອບເຂົາວ່າ, “ເຮົາບໍ່ມີຜິສິງ ແຕ່ເຮົາຖວາຍພຣະກຽດແດ່ພຣະບິດາຂອງເຮົາ ແຕ່ຝ່າຍພວກທ່ານໝິ່ນປະໝາດເຮົາ. 50ສ່ວນເຮົາບໍ່ໄດ້ຊອກຫາກຽດສຳລັບເຮົາເອງ ແຕ່ມີຜູ້ຫາໃຫ້ ແລະພຣະອົງນັ້ນກໍຊົງພິພາກສາ. 51ເຮົາບອກພວກທ່ານຕາມຄວາມຈິງວ່າ ຖ້າຜູ້ໃດຖືຮັກສາຄຳສອນຂອງເຮົາ ຜູ້ນັ້ນຈະບໍ່ເຫັນຄວາມຕາຍຈັກເທື່ອ.”
52ພວກຢິວທູນພຣະອົງວ່າ, “ດຽວນີ້ເຮົາຮູ້ແລ້ວວ່າຕົວມີຜີສິງຢູ່ ອັບຣາຮາມກໍຕາຍໄປແລ້ວ ແລະພວກປະກາດພຣະທຳກໍຕາຍໄປແລ້ວເໝືອນກັນ ແລະຕົວເວົ້າວ່າ ‘ຖ້າຜູ້ໃດຖືຮັກສາຄຳສອນຂອງເຮົາຈະບໍ່ຮູ້ລົດຄວາມຕາຍຈັກເທື່ອ.’ 53ຕົວໃຫຍ່ກວ່າອັບຣາຮາມບິດາຂອງພວກເຮົາ ຜູ້ຕາຍໄປແລ້ວນັ້ນຫລື ພວກຜູ້ປະກາດພຣະທຳກໍຕາຍໄປແລ້ວເໝືອນກັນ ຕົວອວດອ້າງວ່າຕົວເປັນຜູ້ໃດອີກ.” 54ພຣະເຢຊູຊົງຕອບວ່າ, “ຖ້າເຮົາໃຫ້ກຽດແກ່ຕົວເຮົາເອງ ກຽດຂອງເຮົາກໍບໍ່ມີຄວາມໝາຍ ພຣະອົງຜູ້ຊົງໃຫ້ກຽດແກ່ເຮົານັ້ນຄືພຣະບິດາຂອງເຮົາ ຜູ້ຊຶ່ງພວກທ່ານກ່າວວ່າ ຊົງເປັນພຣະເຈົ້າຂອງພວກທ່ານ. 55ພວກທ່ານຍັງບໍ່ຮູ້ຈັກພຣະອົງ ແຕ່ຝ່າຍເຮົາ, ເຮົາຮູ້ຈັກພຣະອົງ ຖ້າເຮົາເວົ້າວ່າເຮົາບໍ່ຮູ້ຈັກພຣະອົງ ເຮົາກໍເປັນຄົນຕົວະເໝືອນພວກທ່ານ ແຕ່ເຮົາຮູ້ຈັກພຣະອົງແລະຖືຮັກສາພຣະທຳຂອງພຣະອົງ. 56ອັບຣາຮາມ ພໍ່ຂອງພວກທ່ານ ມີຄວາມຊົມຊຶ່ນຍິນດີຈະໄດ້ເຫັນວັນຂອງເຮົາ ເພິ່ນໄດ້ເຫັນແລ້ວແລະຊົມຊຶ່ນຍິນດີ.”
57ພວກຢິວທູນພຣະອົງວ່າ, “ອາຍຸຕົວຍັງບໍ່ເຖິງຫ້າສິບປີ ຕົວໄດ້ເຫັນອັບຣາຮາມແລ້ວຫລື.” 58ພຣະເຢຊູຊົງຕອບເຂົາວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ກ່ອນອັບຣາຮາມເກີດ ເຮົານີ້ກໍເປັນຢູ່ແລ້ວ.” 59ເຫດສັນນັ້ນເຂົາຈຶ່ງຈັບກ້ອນຫີນຈະຄວ່າງໃສ່ພຣະອົງ ແຕ່ພຣະເຢຊູຖືກຊົງບັງໄວ້ ແລ້ວສະເດັດອອກຈາກບໍລິເວນພຣະວິຫານ.
ໂຢຮັນ ບົດທີ 9
ພຣະເຢຊູຊົງໂຜດຄົນໜຶ່ງຊຶ່ງຕາບອດແຕ່ກຳເນີດ
1ເມື່ອພຣະເຢຊູກຳລັງສະເດັດໄປຊົງເຫັນຊາຍຄົນໜຶ່ງຕາບອດແຕ່ກຳເນີດ. 2ພວກສາວົກຂອງພຣະອົງທູນຖາມພຣະອົງວ່າ, “ອາຈານເຈົ້າຂ້າເອີຍ, ຜູ້ໃດໄດ້ເຮັດຜິດບາບຄົນນີ້ຫລືພໍ່ແມ່ຂອງຕົນ ລາວຈຶ່ງເກີດມາຕາບອດ.” 3ພຣະເຢຊູຊົງຕອບວ່າ, “ບໍ່ແມ່ນຄົນນີ້ຫລືພໍ່ແມ່ຂອງຕົນໄດ້ເຮັດບາບ ແຕ່ເກີດມາເພື່ອໃຫ້ພຣະລາຊະກິດຂອງພຣະເຈົ້າປະກົດໃນຕົວຄົນນີ້. 4ເມື່ອຍັງເວັນຢູ່ເຮົາທັງຫລາຍຕ້ອງເຮັດພຣະລາຊະກິດຂອງພຣະອົງຜູ້ຊົງໃຊ້ເຮົາມາ ເວລາກາງຄືນກໍຈະໄດ້ມາເຖິງ ຄືເວລາທີ່ບໍ່ມີຜູ້ໃດອາດເຮັດການໄດ້. 5ຕາບໃດເຮົາຍັງຢູ່ໃນໂລກເຮົາກໍເປັນຄວາມສະຫວ່າງຂອງໂລກ.” 6ເມື່ອຊົງກ່າວດັ່ງນັ້ນແລ້ວ ພຣະອົງຊົງຖົ່ມນ້ຳລາຍລົງດິນ ແລະຊົງເຮັດໃຫ້ດິນເປັນຕົມດ້ວຍນ້ຳລາຍນັ້ນ ແລ້ວຊົງເອົາຕົມນັ້ນທາຕາຂອງຄົນຕາບອດ, 7ກັບທັງຊົງກ່າວຕໍ່ຄົນນັ້ນວ່າ, “ຈົ່ງໄປລ້າງເສຍທີ່ສະຊີໂລອາມ” (ຊຶ່ງແປວ່າ ໃຊ້ໄປ) ລາວຈຶ່ງໄປລ້າງແລ້ວກັບມາກໍເຫັນຮຸ່ງໄດ້.
8ເຫດສັນນັ້ນພວກຄົນໃກ້ຄຽງ ແລະຄົນທີ່ເຄີຍເຫັນລາວເປັນຄົນຂໍທານຢູ່ແຕ່ກ່ອນ ຈຶ່ງເວົ້າກັນວ່າ, “ຜູ້ນີ້ບໍ່ແມ່ນຄົນທີ່ເຄີຍນັ່ງຂໍທານນັ້ນຫລື.” 9ບາງຄົນຕອບວ່າ, “ແມ່ນຄົນນັ້ນແຫລະ” ແຕ່ຄົນອື່ນກໍວ່າ, “ບໍ່ແມ່ນແຕ່ລາວເໝືອນຄົນນັ້ນ” ສ່ວນຄົນນັ້ນເອງກໍບອກວ່າ,” ເຮົານີ້ແມ່ນຄົນນັ້ນແຫລະ.” 10ເຂົາຈຶ່ງຖາມລາວວ່າ, “ເປັນຢ່າງໃດຕາຂອງເຈົ້າຈຶ່ງມືນອອກໄດ້.” 11ຄົນນັ້ນໄດ້ຕອບວ່າ, “ຊາຍຄົນໜຶ່ງຊື່ວ່າເຢຊູໄດ້ເຮັດຂີ້ຕົມທາຕາຂອງເຮົາ ແລ້ວບອກເຮົາວ່າ ‘ຈົ່ງໄປລ້າງທີ່ສະຊີໂລອາມ’ ເຮົາຈຶ່ງໄປລ້າງແລ້ວກໍໄດ້ເຫັນຮຸ່ງມາ.” 12ເຂົາຈຶ່ງຖາມວ່າ, “ຜູ້ນັ້ນຢູ່ໃສ” ລາວຕອບວ່າ, “ເຮົາບໍ່ຮູ້.”
ພວກຟາຣີຊາຍສອບຖາມເລື່ອງການຊົງໂຜດຄົນຕາບອດ
13ເຂົາຈຶ່ງພາຄົນທີ່ຕາບອດແຕ່ກ່ອນນັ້ນໄປຫາພວກຟາຣີຊາຍ. 14ອັນໜຶ່ງ, ວັນທີ່ພຣະເຢຊູຊົງເຮັດຕົມປືດຕາຄົນນີ້ແມ່ນວັນຊະບາໂຕ. 15ເຫດສັນນັ້ນພວກຟາຣີຊາຍຈຶ່ງໄດ້ຖາມຜູ້ນັ້ນເໝືອນກັນວ່າ ເຮັດແນວໃດຕົນຈຶ່ງເຫັນຮຸ່ງໄດ້ ສ່ວນຜູ້ນັ້ນໄດ້ບອກເຂົາວ່າ, “ເພິ່ນໄດ້ເອົາຂີ້ຕົມທາຕາຂອງຂ້ານ້ອຍ ແລ້ວຂ້ານ້ອຍໄດ້ໄປລ້າງຈຶ່ງເຫັນຮຸ່ງໄດ້.”
16ເຫດສັນນັ້ນພວກຟາຣີຊາຍລາງຄົນເວົ້າວ່າ, “ຄົນນັ້ນບໍ່ໄດ້ມາຈາກພຣະເຈົ້າເພາະເພິ່ນບໍ່ຖືຮັກສາວັນຊະບາໂຕ” ແຕ່ຄົນອື່ນເວົ້າວ່າ, “ຄົນບາບຈະເຮັດໝາຍສຳຄັນແນວນີ້ໄດ້ຢ່າງໃດ” ແລະເຂົາກໍແຕກແຍກບໍ່ຖືກຕ້ອງກັນ. 17ເຂົາຈຶ່ງຖາມຄົນຕາບອດອີກວ່າ, “ເຈົ້າເດ, ເຈົ້າເວົ້າຢ່າງໃດເລື່ອງຄົນນັ້ນໃນການທີ່ເພິ່ນໄດ້ປືດຕາຂອງເຈົ້າ” ຜູ້ນັ້ນຕອບວ່າ, “ທ່ານເປັນຜູ້ປະກາດພຣະທຳ.”
18ຝ່າຍພວກຢິວບໍ່ເຊື່ອວ່າ ຊາຍຄົນນັ້ນເປັນຕາບອດແລະກັບເຫັນຮຸ່ງໄດ້ ຈົນເຂົາໄດ້ເອີ້ນພໍ່ແມ່ຂອງຜູ້ນັ້ນມາ, 19ແລ້ວຖາມວ່າ, “ຊາຍຄົນນີ້ເປັນລູກຂອງໝູ່ເຈົ້າຫລື ທີ່ໝູ່ເຈົ້າເວົ້າວ່າເປັນຕາບອດແຕ່ກຳເນີດມາ ເປັນຢ່າງໃດດຽວນີ້ລາວຈຶ່ງເຫັນໄດ້.” 20ພໍ່ແມ່ຂອງຜູ້ນັ້ນຕອບວ່າ, “ພວກຂ້ານ້ອຍຮູ້ວ່າຜູ້ນີ້ເປັນລູກຂອງຂ້ານ້ອຍແລະຮູ້ວ່າລາວເປັນຕາບອດແຕ່ກຳເນີດ. 21ແຕ່ທີ່ລາວເຫັນຮຸ່ງໄດ້ດຽວນີ້ນັ້ນ ພວກຂ້ານ້ອຍກໍບໍ່ຮູ້ແລະບໍ່ຮູ້ວ່າແມ່ນຜູ້ໃດໄດ້ປືດຕາຂອງລາວ ຈົ່ງຖາມລາວເອງ ອາຍຸລາວກໍພົ້ນກະສຽນແລ້ວ ລາວຄົງເວົ້າເລື່ອງຕົນເອງໄດ້.” 22ທີ່ພໍ່ແມ່ຂອງຜູ້ນັ້ນເວົ້າດັ່ງນີ້ກໍເພາະເຂົາຢ້ານພວກຢິວ ດ້ວຍວ່າພວກຢິວຕົກລົງກັນແລ້ວວ່າ ຖ້າຜູ້ໃດຍອມຮັບຜູ້ນັ້ນເປັນພຣະຄຣິດ ຈະຕ້ອງຖືກໄລ່ອອກຈາກໂຮງທຳມະເທດສະໜາ. 23ເພາະສັນນັ້ນພໍ່ແມ່ຂອງລາວຈຶ່ງເວົ້າວ່າ, “ຈົ່ງຖາມລາວເອງເພາະອາຍຸລາວກໍພົ້ນກະສຽນແລ້ວ.”
24ເຫດສັນນັ້ນເຂົາຈຶ່ງເອີ້ນຄົນທີ່ໄດ້ເປັນຕາບອດ ນັ້ນມາເປັນເທື່ອທີ່ສອງ ແລະບອກລາວວ່າ, “ຈົ່ງສັນລະເສີນພຣະເຈົ້າ ພວກເຮົາຮູ້ຢູ່ວ່າຊາຍຄົນນັ້ນເປັນຄົນບາບ.” 25ລາວຕອບວ່າ, “ເພິ່ນເປັນຄົນບາບຫລືບໍ່ເປັນຂ້ານ້ອຍກໍບໍ່ຮູ້ ຂ້ານ້ອຍຮູ້ແຕ່ສິ່ງດຽວວ່າ ຄືແຕ່ກ່ອນຂ້ານ້ອຍເປັນຕາບອດ ແຕ່ດຽວນີ້ຂ້ານ້ອຍເຫັນໄດ້ແລ້ວ.” 26ເຂົາຈຶ່ງຖາມລາວອີກວ່າ, “ຜູ້ນັ້ນໄດ້ເຮັດຢ່າງໃດໃຫ້ເຈົ້າແດ່ ແລະໄດ້ປືດຕາຂອງເຈົ້າຢ່າງໃດ.” 27ຊາຍຄົນນັ້ນຕອບວ່າ, “ຂ້ານ້ອຍໄດ້ບອກພວກທ່ານແລ້ວ ແລະທ່ານບໍ່ຟັງ ເປັນຫຍັງພວກທ່ານຈຶ່ງມີໃຈຢາກຟັງອີກ ຢາກເປັນສິດຂອງເພິ່ນເໝືອນກັນຫລື.”
28ເຂົາຈຶ່ງເຍີ້ຍຄົນນັ້ນວ່າ, “ມຶງນັ້ນແຫລະ, ເປັນສິດຂອງມັນ ແຕ່ພວກເຮົານີ້ເປັນສິດຂອງໂມເຊ. 29ຝ່າຍພວກເຮົາຮູ້ຢູ່ວ່າພຣະເຈົ້າໄດ້ຊົງກ່າວຕໍ່ໂມເຊ ແຕ່ຄົນນັ້ນພວກເຮົາບໍ່ຮູ້ວ່າມັນມາແຕ່ໃສ.” 30ຊາຍນັ້ນຕອບເຂົາວ່າ, “ນີ້ກໍເປັນໜ້າປະຫລາດແທ້ ທີ່ພວກທ່ານບໍ່ຮູ້ວ່າທ່ານຜູ້ນັ້ນມາແຕ່ໃສ, ແຕ່ເພິ່ນຍັງໄດ້ປືດຕາຂອງຂ້ານ້ອຍ. 31ພວກເຮົາຮູ້ຢູ່ວ່າພຣະເຈົ້າບໍ່ຊົງຟັງຄົນບາບ ແຕ່ຖ້າຜູ້ໃດຢຳເກງພຣະເຈົ້າແລະເຮັດໄປຕາມນ້ຳພຣະໄທຂອງພຣະອົງ ພຣະອົງກໍຊົງຟັງຜູ້ນັ້ນ. 32ຕັ້ງແຕ່ເດີມມີໂລກມາ ບໍ່ຫ່ອນໄດ້ຍິນວ່າ ມີຜູ້ໃດໄດ້ປືດຕາຂອງຄົນທີ່ເປັນຕາບອດແຕ່ກຳເນີດໄດ້. 33ຖ້າທ່ານຜູ້ນັ້ນບໍ່ໄດ້ມາຈາກພຣະເຈົ້າແລ້ວ ກໍບໍ່ສາມາດຈະເຮັດສິ່ງໃດໄດ້.” 34ເຂົາໄດ້ກ່າວຕອບຄົນນັ້ນວ່າ, “ມຶງເກີດມາໃນການບາບທັງນັ້ນ ແລະມຶງຈະມາສອນພວກເຮົາຫລື” ແລ້ວເຂົາຈຶ່ງໄລ່ຄົນນັ້ນອອກເສຍ.
ອາການບອດຝ່າຍວິນຍານຈິດ
35ພຣະເຢຊູຊົງໄດ້ຍິນວ່າເຂົາໄດ້ໄລ່ຄົນນັ້ນອອກແລ້ວ ແລະເມື່ອພຣະອົງຊົງພົບລາວຈຶ່ງຊົງຖາມລາວວ່າ, “ເຈົ້າໄວ້ວາງໃຈໃນບຸດມະນຸດຫລື.” 36ຊາຍຄົນນັ້ນທູນຕອບພຣະອົງວ່າ, “ນາຍເອີຍ, ບຸດມະນຸດນັ້ນຄືຜູ້ໃດ ເພື່ອຂ້ານ້ອຍຈະວາງໃຈໃນເພິ່ນ.” 37ພຣະເຢຊູຊົງກ່າວກັບລາວວ່າ, “ເຈົ້າໄດ້ເຫັນເພິ່ນແລ້ວ ຄືຜູ້ນັ້ນແຫລະ, ທີ່ກຳລັງເວົ້າຢູ່ກັບເຈົ້າ.” 38ລາວຈຶ່ງທູນວ່າ, “ນາຍເຈົ້າເອີຍ, ຂ້ານ້ອຍວາງໃຈເຊື່ອແລ້ວ” ລາວຈຶ່ງຂາບລົງໄຫວ້ພຣະອົງ. 39ພຣະເຢຊູຊົງກ່າວວ່າ, “ເຮົາໄດ້ມາໃນໂລກນີ້ສຳລັບການພິພາກສາ ເພື່ອຄົນທັງຫລາຍທີ່ບໍ່ເຫັນຈະໄດ້ເຫັນ ແລະເພື່ອຄົນທັງຫລາຍທີ່ເຫັນແລ້ວຈະກາຍເປັນຕາບອດ.”
40ແລະເມື່ອພວກຟາຣີຊາຍບາງຄົນທີ່ຢູ່ໃກ້ພຣະອົງໄດ້ຍິນດັ່ງນັ້ນ ຈຶ່ງທູນຖາມວ່າ, “ຝ່າຍພວກເຮົາເດ, ກໍເປັນຕາບອດເໝືອນກັນຫລື.” 41ພຣະເຢຊູຊົງຕອບເຂົາວ່າ, “ຖ້າພວກທ່ານເປັນຄົນຕາບອດພວກທ່ານຈະບໍ່ມີຄວາມຜິດບາບ ແຕ່ບັດນີ້ພວກທ່ານເວົ້າວ່າ ‘ເຮົາເຫັນຢູ່’ ເຫດສັນນັ້ນຄວາມຜິດບາບຂອງພວກທ່ານຈຶ່ງຍັງມີຢູ່.”
ໂຢຮັນ ບົດທີ 10
ຄຳອຸປະມາເລື່ອງຄອກແກະ
1“ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຜູ້ທີ່ບໍ່ໄດ້ເຂົ້າໄປໃນຄອກແກະທາງປະຕູ ແຕ່ປີນເຂົ້າໄປທາງອື່ນ ຜູ້ນັ້ນກໍເປັນຂະໂມຍແລະໂຈນ. 2ແຕ່ຜູ້ທີ່ເຂົ້າທາງປະຕູກໍເປັນຜູ້ລ້ຽງແກະ. 3ນາຍປະຕູກໍໄຂປະຕູໃຫ້ແກ່ຜູ້ນັ້ນ ແລະຝູງແກະກໍຍອມຟັງສຽງຂອງເພິ່ນ ແລະເພິ່ນເອີ້ນແກະຂອງຕົນຕາມຊື່ແລະພາເຂົາອອກໄປ. 4ເມື່ອເພິ່ນໃຫ້ແກະຂອງຕົນອອກໄປໝົດແລ້ວ ເພິ່ນກໍນຳໜ້າເຂົາໄປ ແລະຝູງແກະກໍຕາມເພິ່ນໄປເພາະເຂົາຮູ້ຈັກສຽງຂອງເພິ່ນ. 5ສ່ວນຄົນຕ່າງໜ້າ, ຝູງແກະຈະບໍ່ຕາມໄປ ມີແຕ່ຈະໜີຈາກຄົນນັ້ນເພາະເຂົາບໍ່ຮູ້ຈັກສຽງຂອງຄົນຕ່າງໜ້ານັ້ນ.” 6ຄຳປຽບທຽບນີ້ພຣະເຢຊູຊົງກ່າວຕໍ່ເຂົາ ແຕ່ເຂົາບໍ່ໄດ້ເຂົ້າໃຈວ່າ ຄຳທີ່ພຣະອົງຊົງກ່າວນັ້ນມີຄວາມໝາຍຢ່າງໃດ.
ພຣະເຢຊູຊົງເປັນຜູ້ລ້ຽງທີ່ດີ
7ພຣະເຢຊູຊົງກ່າວອີກວ່າ, “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ເຮົານີ້ແຫລະ, ເປັນປະຕູຂອງແກະທັງຫລາຍ. 8ບັນດາຜູ້ທີ່ມາກ່ອນເຮົານັ້ນກໍເປັນຂະໂມຍແລະໂຈນ ແຕ່ຝູງແກະບໍ່ໄດ້ຟັງເຂົາ. 9ເຮົານີ້ແຫລະ, ເປັນປະຕູ ຖ້າຜູ້ໃດເຂົ້າທາງເຮົາຜູ້ນັ້ນຈະພົ້ນ ແລ້ວຈະເຂົ້າອອກທັງຈະພົບອາຫານ. 10ຂະໂມຍມາກໍພຽງແຕ່ຈະລັກ, ຈະຂ້າ, ແລະທຳລາຍເທົ່ານັ້ນ ຝ່າຍເຮົາໄດ້ມາເພື່ອເຂົາຈະໄດ້ຊີວິດ ແລະຈະໄດ້ຢ່າງຄົບບໍລິບູນ.
11ເຮົານີ້ແຫລະ, ເປັນຜູ້ລ້ຽງແກະທີ່ດີ ຜູ້ລ້ຽງທີ່ດີນັ້ນຍ່ອມສະຫລະຊີວິດຂອງຕົນເພື່ອຝູງແກະ. 12ຜູ້ທີ່ຮັບຈ້າງບໍ່ເປັນຜູ້ລ້ຽງແກະແລະຝູງແກະບໍ່ແມ່ນຂອງຕົນ ເມື່ອເຫັນໝາໄນມາຜູ້ນັ້ນກໍປະຖິ້ມຝູງແກະປົບໜີໄປ ໝາໄນກໍຄາບຍາດເອົາແກະໄປເສຍ ແລະເຮັດໃຫ້ຝູງແກະແຕກຊະກັນໄປ. 13ຄົນນັ້ນໜີກໍເພາະເປັນຜູ້ຮັບຈ້າງ ແລະບໍ່ເປັນຫ່ວງນຳຝູງແກະ.
14ເຮົານີ້ແຫລະ, ເປັນຜູ້ລ້ຽງທີ່ດີ ເຮົາຮູ້ຈັກແກະຂອງເຮົາ ແລະແກະຂອງເຮົາກໍຮູ້ຈັກເຮົາ, 15ເໝືອນດັ່ງພຣະບິດາຊົງຮູ້ຈັກເຮົາ ແລະເຮົາຮູ້ຈັກພຣະບິດາ ແລະຊີວິດຂອງເຮົາ ເຮົາກໍສະຫລະເພື່ອແກະ. 16ແກະອື່ນອີກທີ່ບໍ່ແມ່ນແຕ່ຄອກນີ້ເຮົາກໍມີຢູ່ ແກະເຫລົ່ານັ້ນເຮົາຕ້ອງພາມາເໝືອນກັນ ແລະເຂົາຈະຟັງສຽງຂອງເຮົາ ແລ້ວຈະຮ່ວມເປັນຝູງດຽວ ແລະມີຜູ້ລ້ຽງພຽງຜູ້ດຽວ. 17ດ້ວຍເຫດນີ້ພຣະບິດາຈຶ່ງຊົງຮັກເຮົາ ເພາະເຮົາສະຫລະຊີວິດຂອງເຮົາເພື່ອຈະຮັບຊີວິດນັ້ນຄືນອີກ. 18ບໍ່ມີຜູ້ໃດຍາດເອົາຊີວິດໄປຈາກເຮົາ ແຕ່ເຮົາສະຫລະຊີວິດດ້ວຍໃຈສະໝັກຂອງເຮົາເອງ ເຮົາມີສິດທີ່ຈະສະຫລະຊີວິດນັ້ນແລະມີສິດທີ່ຈະຮັບຄືນອີກ ຄຳສັ່ງນີ້ເຮົາໄດ້ຮັບຈາກພຣະບິດາຂອງເຮົາ.”
19ເພາະດ້ວຍຂໍ້ຄວາມນີ້ພວກຢິວຈຶ່ງເກີດແຕກແຍກບໍ່ຖືກຕ້ອງກັນອີກ. 20ມີຫລາຍຄົນໃນພວກນັ້ນເວົ້າວ່າ, “ມັນມີຜິສິງຢູ່ແລະເປັນບ້າແລ້ວ ຟັງມັນເຮັດຫຍັງ.” 21ພວກອື່ນກໍເວົ້າວ່າ, “ຄຳນີ້ບໍ່ແມ່ນຄຳເວົ້າຂອງຄົນທີ່ມີຜີສິງ ຜີຈະປືດຕາຂອງຄົນຕາບອດໄດ້ຫລື.”
ພວກຢິວປະຕິເສດບໍ່ຍອມຮັບພຣະເຢຊູ
22ເວລານັ້ນເປັນເທດສະການສະຫລອງພຣະວິຫານໃນກຸງເຢຣູຊາເລັມ. 23ເປັນລະດູໜາວ ສ່ວນພຣະເຢຊູກຳລັງສະເດັດໄປມາໃນບໍລິເວນພຣະວິຫານທີ່ລະບຽງຂອງໂຊໂລໂມນ. 24ພວກຢິວກໍພາກັນມາລ້ອມພຣະອົງແລ້ວທູນວ່າ, “ຈະໃຫ້ພວກເຮົາສົງໃສຢູ່ເຫິງປານໃດ ຖ້າທ່ານເປັນພຣະຄຣິດຈົ່ງບອກໃຫ້ພວກເຮົາຮູ້ຄັກເສຍ.” 25ພຣະເຢຊູຊົງຕອບເຂົາວ່າ, “ເຮົາໄດ້ບອກທ່ານທັງຫລາຍແລ້ວ ແລະພວກທ່ານບໍ່ເຊື່ອ ກິດຈະການທີ່ເຮົານີ້ໄດ້ເຮັດໃນພຣະນາມພຣະບິດາຂອງເຮົາກໍເປັນພະຍານຝ່າຍເຮົາ. 26ແຕ່ພວກທ່ານບໍ່ເຊື່ອເພາະພວກທ່ານບໍ່ເປັນແຕ່ຝູງແກະຂອງເຮົາ. 27ແກະຂອງເຮົາກໍຟັງສຽງຂອງເຮົາ ແລະເຮົາກໍຮູ້ຈັກຝູງແກະນັ້ນແລະເຂົາຕາມເຮົາໄປ. 28ຝ່າຍເຮົາກໍປະທານຊີວິດອັນຕະຫລອດໄປເປັນນິດໃຫ້ແກ່ແກະນັ້ນ ແລະເຂົາຈະບໍ່ຈິບຫາຍຈັກເທື່ອ ບໍ່ມີຜູ້ໃດຈະຍາດເຂົາອອກຈາກມືຂອງເຮົາໄດ້. 29ອັນທີ່ພຣະບິດາຂອງເຮົາໄດ້ຊົງປະທານໃຫ້ເຮົານັ້ນກໍໃຫຍ່ກວ່າສັບພະທຸກສິ່ງ ແລະບໍ່ມີຜູ້ໃດຈະອາດຍາດອັນນັ້ນອອກຈາກພຣະຫັດພຣະບິດາຂອງເຮົາໄດ້. 30ເຮົາກັບພຣະບິດາກໍເປັນອັນໜຶ່ງອັນດຽວກັນ.”
31ພວກຢິວກໍຍົກເອົາກ້ອນຫີນມາອີກຈະຄວ່າງໃສ່ພຣະອົງ. 32ພຣະເຢຊູຊົງກ່າວຕໍ່ເຂົາວ່າ, “ເຮົາໄດ້ສະແດງໃຫ້ທ່ານທັງຫລາຍເຫັນການດີຫລາຍປະການທີ່ມາຈາກພຣະບິດາຂອງເຮົາ ເພາະເຫດຂໍ້ໃດໃນການດີທັງຫລາຍນັ້ນພວກທ່ານຈຶ່ງຈະຄວ່າງກ້ອນຫີນໃສ່ເຮົາ.” 33ພວກຢິວທູນພຣະອົງວ່າ, “ທີ່ພວກເຮົາຈະຄວ່າງກ້ອນຫີນໃສ່ເຈົ້ານັ້ນບໍ່ແມ່ນຍ້ອນການດີ ແຕ່ເພາະຄວາມໝິ່ນປະໝາດພຣະເຈົ້າ ເພາະເຈົ້າເປັນພຽງມະນຸດແຕ່ຕັ້ງຕົວເປັນພຣະເຈົ້າ.”
34ພຣະເຢຊູຊົງຕອບເຂົາວ່າ, “ໃນພຣະບັນຍັດຂອງທ່ານທັງຫລາຍມີຄຳຂຽນໄວ້ແລ້ວບໍ່ແມ່ນຫລືວ່າ ‘ຝ່າຍເຮົາໄດ້ກ່າວວ່າ ທ່ານທັງຫລາຍເປັນພະ.’ 35ຖ້າພຣະອົງຊົງເອີ້ນຜູ້ຮັບພຣະທຳຂອງພຣະເຈົ້າວ່າ ເຂົາເປັນພະ (ພຣະຄຳພີນັ້ນຈະຖືກລົບລ້າງເສຍບໍ່ໄດ້.) 36ທ່ານທັງຫລາຍຈະກ່າວຫາທ່ານ ຜູ້ທີ່ພຣະບິດາຊົງຕັ້ງໄວ້ແລະຊົງໃຊ້ເຂົ້າມາໃນໂລກວ່າ ‘ເຈົ້າກ່າວຄຳໝິ່ນປະໝາດພຣະເຈົ້າ’ ເພາະເຮົາໄດ້ກ່າວວ່າ ‘ເຮົາເປັນບຸດຂອງພຣະເຈົ້າ’ ຢ່າງນັ້ນຫລື. 37ຖ້າເຮົາບໍ່ເຮັດພຣະລາຊະກິດພຣະບິດາຂອງເຮົາກໍຢ່າໄດ້ເຊື່ອເຮົາ. 38ແຕ່ຖ້າເຮົາເຮັດພຣະລາຊະກິດນັ້ນ ເຖິງວ່າທ່ານທັງຫລາຍບໍ່ເຊື່ອເຮົາກໍຈົ່ງເຊື່ອພຣະລາຊະກິດນັ້ນ ເພື່ອພວກທ່ານຈະໄດ້ຮູ້ແລະເຂົ້າໃຈວ່າ ພຣະບິດາຊົງຢູ່ໃນເຮົາແລະເຮົາຢູ່ໃນພຣະບິດາ.” 39ເຫດສັນນີ້ເຂົາຈຶ່ງພະຍາຍາມຈັບພຣະອົງອີກ ແຕ່ພຣະອົງກໍສະເດັດໜີພົ້ນຈາກມືຂອງເຂົາໄປໄດ້.
40ແລ້ວພຣະອົງໄດ້ສະເດັດຂ້າມແມ່ນ້ຳຢໍແດນອີກ ໄປເຖິງບ່ອນໂຢຮັນໃຫ້ຮັບບັບຕິສະມາແຕ່ກ່ອນນັ້ນ ແລະພຣະອົງກໍປະທັບຢູ່ທີ່ນັ້ນ. 41ມີຫລາຍຄົນໄດ້ພາກັນມາຫາພຣະອົງແລະກ່າວວ່າ, “ໂຢຮັນບໍ່ໄດ້ເຮັດໝາຍສຳຄັນຈັກຢ່າງ ແຕ່ທຸກສິ່ງທີ່ໂຢຮັນກ່າວເຖິງທ່ານຜູ້ນີ້ກໍເປັນຄວາມຈິງທັງໝົດ.” 42ໃນທີ່ນັ້ນມີຫລາຍຄົນໄດ້ເຊື່ອໃນພຣະອົງ.
ໂຢຮັນ ບົດທີ 11
ລາຊະໂຣສິ້ນຊີວິດ
1ມີຊາຍຄົນໜຶ່ງຊື່ລາຊະໂຣກຳລັງປ່ວຍຢູ່ທີ່ບ້ານເບັດທານີ ຄືບ້ານຂອງນາງມາຣິອາ ແລະມາທາສອງເອື້ອຍນ້ອງ. 2ແມ່ນນາງມາຣິອາຜູ້ນີ້ທີ່ໄດ້ເອົານ້ຳມັນຫອມສົງອົງພຣະຜູ້ເປັນເຈົ້າ ແລະໃຊ້ຜົມຂອງຕົນເຊັດພຣະບາດຂອງພຣະອົງ ລາຊະໂຣຜູ້ທີ່ປ່ວຍຜູ້ນັ້ນກໍເປັນນ້ອງຊາຍຂອງຍິງຜູ້ນີ້. 3ເອື້ອຍທັງສອງໄດ້ໃຊ້ຄົນໄປເຝົ້າພຣະເຢຊູທູນວ່າ, “ນາຍເຈົ້າເອີຍ, ເບິ່ງແມ ຜູ້ທີ່ທ່ານຮັກແພງນັ້ນ ກໍກຳລັງປ່ວຍຢູ່.” 4ເມື່ອພຣະເຢຊູຊົງໄດ້ຍິນດັ່ງນັ້ນແລ້ວກໍຊົງກ່າວວ່າ, “ການປ່ວຍນີ້ບໍ່ເຖິງແກ່ຄວາມຕາຍດອກ ແຕ່ເກີດຂຶ້ນເພື່ອກຽດຕິຍົດຂອງພຣະເຈົ້າ ເພື່ອໃຫ້ພຣະບຸດຂອງ ພຣະເຈົ້າຊົງໄດ້ຮັບກຽດຕິຍົດເພາະການປ່ວຍນີ້.” 5ສ່ວນພຣະເຢຊູກໍຊົງຮັກມາທາ ແລະນ້ອງສາວຂອງນາງກັບລາຊະໂຣ.
6ຄັນພຣະອົງຊົງໄດ້ຍິນວ່າລາຊະໂຣປ່ວຍຢູ່ ພຣະອົງຈຶ່ງຊົງພັກຢູ່ໃນບ່ອນພຣະອົງຊົງຢູ່ນັ້ນອີກສອງວັນ. 7ຫລັງຈາກນັ້ນ ພຣະອົງຊົງກ່າວກັບພວກສາວົກວ່າ, “ພວກເຮົາພາກັນເຂົ້າໄປໃນແຂວງຢູດາຍອີກເທາະ.” 8ພວກສາວົກໄດ້ທູນພຣະອົງວ່າ, “ອາຈານເຈົ້າຂ້າເອີຍ, ເມື່ອບໍ່ເຫິງນີ້ພວກຢິວຫາໂອກາດເອົາຫີນຄວ່າງໃສ່ທ່ານໃຫ້ຕາຍ ແລ້ວທ່ານຍັງຈະກັບໄປທີ່ນັ້ນອີກຫລື.” 9ພຣະເຢຊູຊົງຕອບວ່າ, “ວັນໜຶ່ງມີສິບສອງຊົ່ວໂມງບໍ່ແມ່ນຫລື ຖ້າຄົນໃດຫາກຍ່າງໄປໃນເວລາກາງເວັນກໍຈະບໍ່ຊູນສະດຸດ ເພາະວ່າເພິ່ນເຫັນຄວາມສະຫວ່າງຂອງໂລກນີ້. 10ແຕ່ຖ້າຜູ້ໃດຫາກຍ່າງໄປໃນເວລາກາງຄືນກໍຈະຊູນສະດຸດ ເພາະວ່າເພິ່ນບໍ່ມີຄວາມສະຫວ່າງໃນຕົວ.”
11ເມື່ອພຣະອົງຊົງກ່າວດັ່ງນີ້ແລ້ວກໍຊົງບອກພວກສາວົກວ່າ, “ລາຊະໂຣເພື່ອນຂອງເຮົາກໍຫລັບໄປແລ້ວ ແຕ່ເຮົາໄປເພື່ອຈະປຸກລາວໃຫ້ຕື່ນ.” 12ພວກສາວົກຈຶ່ງທູນພຣະອົງວ່າ, “ນາຍເຈົ້າເອີຍ, ຖ້າຜູ້ປ່ວຍນອນຫລັບ ລາວກໍຄົງຈະດີປ່ວຍ.” 13ສ່ວນພຣະເຢຊູກໍໄດ້ຊົງກ່າວເຖິງການຕາຍຂອງລາຊະໂຣ ແຕ່ພວກສາວົກຄຶດວ່າພຣະອົງຊົງກ່າວເຖິງການນອນຫລັບໃຫ້ຫາຍເມື່ອຍ.
14ເຫດສັນນີ້ພຣະເຢຊູຈຶ່ງຊົງບອກເຂົາໂດຍແຈ່ມແຈ້ງວ່າ, “ລາຊະໂຣຕາຍແລ້ວ. 15ເຮົາຍິນດີທີ່ເຮົາບໍ່ໄດ້ຢູ່ທີ່ນັ້ນເພາະເຫັນແກ່ທ່ານທັງຫລາຍ ເພື່ອທ່ານທັງຫລາຍຈະໄດ້ເຊື່ອ ພວກເຮົາພາກັນໄປຫາລາວເທາະ.” 16ໂທມາທີ່ເອີ້ນວ່າແຝດ ໄດ້ເວົ້າກັບເພື່ອນສາວົກວ່າ, “ພວກເຮົາພາກັນໄປເໝືອນກັນ ເພື່ອຈະໄດ້ຕາຍດ້ວຍກັນກັບພຣະອົງ.”
ພຣະເຢຊູຊົງເປັນເຫດໃຫ້ຄືນມາທັງຊົງເປັນຊີວິດ
17ເມື່ອພຣະເຢຊູສະເດັດມາເຖິງກໍຊົງເຫັນວ່າ ລາຊະໂຣຢູ່ໃນອຸບໂມງຝັງສົບໄດ້ສີ່ວັນແລ້ວ. 18ອັນໜຶ່ງ, ບ້ານເບັດທານີນັ້ນຢູ່ໄກຈາກກຸງເຢຣູຊາເລັມປະມານພັນຫ້າຮ້ອຍວາ. 19ພວກຢິວຫລາຍຄົນໄດ້ມາຫານາງມາທາແລະມາຣິອາ ເພື່ອເລົ້າໂລມໃຈເຂົາເນື່ອງດ້ວຍນ້ອງຊາຍຂອງເຂົາ. 20ເມື່ອມາທາໄດ້ຍິນວ່າພຣະເຢຊູກຳລັງສະເດັດມາ ນາງກໍອອກໄປຕ້ອນຮັບພຣະອົງ ແຕ່ສ່ວນມາຣິອານັ້ນນັ່ງຢູ່ໃນເຮືອນ. 21ນາງມາທາທູນພຣະເຢຊູວ່າ, “ນາຍເຈົ້າເອີຍ, ຖ້າທ່ານຢູ່ທີ່ນີ້ນ້ອງຊາຍຂອງຂ້ານ້ອຍກໍຄົງບໍ່ຕາຍ. 22ແຕ່ບັດນີ້ກໍດີ, ຂ້ານ້ອຍຊາບວ່າ ສິ່ງໃດ ທີ່ທ່ານຈະທູນຂໍຈາກພຣະເຈົ້າ ພຣະເຈົ້າຈະຊົງໂຜດປະທານແກ່ທ່ານ.”
23ພຣະເຢຊູຊົງກ່າວຕໍ່ນາງວ່າ, “ນ້ອງຊາຍຂອງເຈົ້າຈະຄືນມາອີກ.” 24ນາງມາທາທູນວ່າ, “ຂ້ານ້ອຍກໍຊາບແລ້ວວ່າ ລາວຈະເປັນຄືນມາອີກໃນເວລາຄືນມາ ເມື່ອວັນສຸດທ້າຍນັ້ນ.” 25ພຣະເຢຊູຊົງກ່າວຕໍ່ນາງວ່າ, “ເຮົານີ້ແຫລະ, ເປັນເຫດໃຫ້ຄົນທັງປວງເປັນຄືນມາ ທັງເປັນຊີວິດ ຜູ້ທີ່ວາງໃຈເຊື່ອຢູ່ໃນເຮົາ ເຖິງແມ່ນວ່າຕາຍໄປແລ້ວກໍຍັງຈະມີຊີວິດຢູ່. 26ແລະທຸກຄົນທີ່ຍັງມີຊີວິດຢູ່ແລະວາງໃຈເຊື່ອຢູ່ໃນເຮົາກໍຈະບໍ່ຕາຍຈັກເທື່ອ ເຈົ້າເຊື່ອຂໍ້ນີ້ຫລື.” 27ມາທາຈຶ່ງທູນພຣະອົງວ່າ, “ເຊື່ອຢູ່ແລ້ວ, ນາຍເຈົ້າເອີຍ ຂ້ານ້ອຍເຊື່ອແລ້ວວ່າທ່ານເປັນພຣະຄຣິດ ຄືພຣະບຸດຂອງພຣະເຈົ້າທີ່ຕ້ອງສະເດັດມາໃນໂລກ.”
ພຣະເຢຊູຊົງພຣະກັນແສງ
28ເມື່ອທູນດັ່ງນັ້ນແລ້ວນາງຈຶ່ງກັບໄປເອີ້ນມາຣິອານ້ອງສາວຂອງຕົນໂດຍເວົ້າຄ່ອຍ ວ່າ, “ອາຈານມາແລ້ວແລະເອີ້ນຫາເຈົ້າ.” 29ຄັນມາຣິອາໄດ້ຍິນແລ້ວນາງກໍລຸກຂຶ້ນໂລດໄປເຝົ້າພຣະອົງ. 30ສ່ວນພຣະເຢຊູບໍ່ໄດ້ສະເດັດເຂົ້າໄປໃນບ້ານ ແຕ່ຍັງປະທັບຢູ່ບ່ອນທີ່ມາທາໄດ້ພົບພຣະອົງນັ້ນ. 31ເມື່ອພວກຢິວທີ່ຢູ່ໃນເຮືອນກັບມາຣິອາກຳລັງເລົ້າໂລມລາວຢູ່ ໄດ້ເຫັນມາຣິອາຟ້າວລຸກຂຶ້ນອອກໄປ ເຂົາຈຶ່ງຕາມໄປນຶກວ່ານາງຈະໄປຍັງອຸບໂມງເພື່ອຮ້ອງໄຫ້ຢູ່ທີ່ນັ້ນ.
32ຄັນນາງມາເຖິງບ່ອນທີ່ພຣະເຢຊູປະທັບຢູ່ແລະເຫັນພຣະອົງແລ້ວ ຈຶ່ງຂາບລົງທີ່ພຣະບາດຂອງພຣະອົງທູນວ່າ, “ນາຍເຈົ້າເອີຍ, ຖ້າທ່ານຢູ່ທີ່ນີ້ນ້ອງຊາຍຂອງຂ້ານ້ອຍກໍຄົງບໍ່ຕາຍ.” 33ເມື່ອພຣະເຢຊູຊົງເຫັນນາງຮ້ອງໄຫ້ ແລະພວກຢິວທີ່ມາກັບນາງກຳລັງຮ້ອງໄຫ້ເໝືອນກັນ ພຣະອົງຊົງວຸ້ນວາຍແລະຊົງສະເທືອນພຣະໄທ. 34ພຣະອົງຈຶ່ງຊົງຖາມວ່າ, “ໄດ້ເອົາສົບໄປໄວ້ທີ່ໃດ” ເຂົາທູນຕອບວ່າ, “ນາຍເຈົ້າເອີຍ, ເຊີນມາເບິ່ງແມ.” 35ສ່ວນພຣະເຢຊູຊົງພຣະກັນແສງ. 36ພວກຢິວຈຶ່ງເວົ້າກັນວ່າ, “ເບິ່ງດູ, ເພິ່ນຮັກລາວພຽງໃດໜໍ.” 37ແຕ່ລາງຄົນເວົ້າວ່າ, “ຜູ້ນີ້ໄດ້ປືດຕາຂອງຄົນຕາບອດນັ້ນ ແລ້ວຈະເຮັດໃຫ້ຄົນນີ້ບໍ່ຕາຍບໍ່ໄດ້ຫລື.”
ຊົງບັນດານໃຫ້ລາຊະໂລເປັນຄືນມາ
38ພຣະເຢຊູຊົງສະເທືອນພຣະໄທອີກ ຈຶ່ງສະເດັດມາເຖິງອຸບໂມງຝັງສົບ ອຸບໂມງນັ້ນເປັນຖ້ຳມີຫີນກ້ອນໜຶ່ງວາງອັດປາກໄວ້. 39ພຣະເຢຊູຊົງກ່າວວ່າ, “ຈົ່ງຍົກຫີນອອກເສຍ” ມາທາເອື້ອຍຂອງຜູ້ຕາຍນັ້ນທູນວ່າ, “ນາຍເຈົ້າເອີຍ, ປານນີ້ສົບມີກິ່ນເໝັນແລ້ວ ເພາະລາວຕາຍໄດ້ສີ່ວັນແລ້ວ.” 40ພຣະເຢຊູຊົງຕອບນາງວ່າ, “ເຮົາໄດ້ບອກເຈົ້າແລ້ວບໍ່ແມ່ນຫລືວ່າ ຖ້າເຈົ້າເຊື່ອຄົງຈະໄດ້ເຫັນສະຫງ່າລາສີຂອງພຣະເຈົ້າ.” 41ດັ່ງນັ້ນເຂົາຈຶ່ງຍົກຫີນອອກ ຝ່າຍພຣະເຢຊູຊົງເງີຍພຣະພັກຂຶ້ນໂດຍຊົງກ່າວວ່າ, “ໂອ ພຣະບິດາເອີຍ, ຂ້ານ້ອຍຂອບພຣະຄຸນພຣະອົງເພາະພຣະອົງຊົງໂຜດຟັງຂ້ານ້ອຍ. 42ຂ້ານ້ອຍຊາບວ່າພຣະອົງຊົງຟັງຂ້ານ້ອຍຢູ່ສະເໝີ ແຕ່ທີ່ຂ້ານ້ອຍເວົ້າຢ່າງນີ້ກໍເພາະເຫັນແກ່ຄົນທັງຫລາຍທີ່ຢືນອ້ອມຢູ່ນີ້ ເພື່ອເຂົາຈະໄດ້ເຊື່ອວ່າແມ່ນພຣະອົງແຫລະ, ທີ່ຊົງໃຊ້ຂ້ານ້ອຍມາ.” 43ເມື່ອຊົງກ່າວຢ່າງນັ້ນແລ້ວພຣະອົງຊົງເປັ່ງພຣະສຸລະສຽງວ່າ, “ລາຊະໂຣເອີຍ, ຈົ່ງອອກມາເສຍ.” 44ຜູ້ຕາຍນັ້ນກໍໄດ້ອອກມາ ມີຜ້າພັນຕີນແລະມື, ແລະມີຜ້າປົກໜ້າໄວ້ ແລ້ວພຣະເຢຊູຈຶ່ງຊົງບອກເຂົາວ່າ, “ຈົ່ງແກ້ປ່ອຍໃຫ້ລາວໄປເສຍ.”
ການປອງຮ້າຍພຣະເຢຊູ
(ມທ 26:1-5; ມຣກ 14:1-2; ລກ 22:1-2)
45ເຫດສັນນັ້ນພວກຢິວຫລາຍຄົນທີ່ໄດ້ມາຫາມາຣິອາ ແລະໄດ້ເຫັນການທີ່ພຣະເຢຊູຊົງເຮັດນັ້ນກໍວາງໃຈເຊື່ອໃນພຣະອົງ. 46ແຕ່ລາງຄົນໃນພວກເຂົານັ້ນໄດ້ໄປຫາພວກຟາຣີຊາຍ ເລົ່າເລື່ອງການທີ່ພຣະເຢຊູໄດ້ຊົງເຮັດນັ້ນໃຫ້ເຂົາຟັງ. 47ດັ່ງນັ້ນພວກປະໂລຫິດຕົນໃຫຍ່ກັບພວກຟາຣີຊາຍ ຈຶ່ງເອີ້ນສະມາຊິກສະພາມາປະຊຸມໂດຍກ່າວວ່າ, “ພວກເຮົາຈະເຮັດແນວໃດ ເພາະວ່າຊາຍຜູ້ນີ້ໄດ້ເຮັດໝາຍສຳຄັນຫລາຍປະການ. 48ຖ້າເຮົາຈະປ່ອຍໃຫ້ລາວເຮັດຢູ່ຢ່າງນີ້ ຄົນທັງຫລາຍກໍຈະເຊື່ອຖືລາວແລ້ວພວກໂຣມກໍຈະມາທຳລາຍພຣະວິຫານທັງປະເທດຊາດຂອງເຮົາ.”
49ແຕ່ຜູ້ໜຶ່ງໃນພວກເຂົາຊື່ກາຢະຟາ ເປັນມະຫາປະໂລຫິດປະຈຳການປີນັ້ນ ໄດ້ກ່າວແກ່ເຂົາວ່າ, “ພວກທ່ານບໍ່ຮູ້ຈັກຫຍັງ, 50ແລະບໍ່ຄຶດເຫັນວ່າມັນຈະເປັນປະໂຫຍດແກ່ທ່ານທັງຫລາຍ ຖ້າຈະໃຫ້ຄົນຜູ້ດຽວຕາຍ ແທນທີ່ຈະໃຫ້ທັງປະເທດຊາດຈິບຫາຍ.” 51ທີ່ທ່ານໄດ້ກ່າວຄຳນັ້ນກໍບໍ່ແມ່ນດ້ວຍລຳພັງຂອງຕົນເອງ ແຕ່ເພາະທ່ານເປັນມະຫາປະໂລຫິດໃນປີນັ້ນ ຈຶ່ງທຳນວາຍໄວ້ກ່ອນວ່າ ພຣະເຢຊູຈະສິ້ນພຣະຊົນຕາງປະເທດຊາດ, 52ແລະບໍ່ແມ່ນແທນປະເທດຊາດຢ່າງດຽວເທົ່ານັ້ນ ແຕ່ເພື່ອຮວບຮວມບຸດທັງຫລາຍຂອງພຣະເຈົ້າທີ່ແຕກຊະກັນໄປແລ້ວນັ້ນ ໃຫ້ເຂົ້າເປັນພວກດຽວກັນ. 53ຕັ້ງແຕ່ວັນນັ້ນມາເຂົາໄດ້ວາງແຜນການຈະຂ້າພຣະອົງເສຍ.
54ເພາະເຫດນັ້ນ ພຣະເຢຊູບໍ່ໄດ້ສະເດັດໄປມາໃນຖ້າມກາງພວກຢິວໂດຍເປີດເຜີຍອີກ ແຕ່ໄດ້ສະເດັດຈາກທີ່ນັ້ນໄປຍັງທ້ອງຖິ່ນຢູ່ໃກ້ປ່າເຖິງເມືອງໜຶ່ງຊື່ ເອຟຣາຢິມ ແລະປະທັບຢູ່ທີ່ນັ້ນກັບພວກສາວົກ. 55ອັນໜຶ່ງ, ໃກ້ຈະເຖິງເທດສະການປັດສະຄາຂອງຊາດຢິວແລ້ວ ຫລາຍຄົນໄດ້ອອກຈາກບ້ານເມືອງທົ່ວປະເທດ ຂຶ້ນເມືອຍັງກຸງເຢຣູຊາເລັມກ່ອນປັດສະຄາເພື່ອຈະຊຳລະຕົວ. 56ເຂົາກຳລັງຕິດຕາມຊອກຫາພຣະເຢຊູ ແລະເມື່ອເຂົາຢືນຢູ່ໃນບໍລິເວນພຣະວິຫານຈຶ່ງເວົ້າກັນວ່າ, “ທ່ານຄຶດເຫັນຢ່າງໃດ ເພິ່ນຈະບໍ່ມາໃນງານເທດສະການນີ້ຕີ້. 57ຝ່າຍພວກປະໂລຫິດຕົນໃຫຍ່ແລະພວກຟາຣີຊາຍ ໄດ້ອອກຄຳສັ່ງໄວ້ວ່າ ຖ້າຜູ້ໃດຮູ້ວ່າ ພຣະອົງຢູ່ໃສ ໃຫ້ມາບອກເຂົາເພື່ອຈະໄດ້ໄປຈັບພຣະອົງ.
ໂຢຮັນ ບົດທີ 11
ມາຣິອາເອົານ້ຳມັນຫອມສົງພຣະບາດທີ່ເບັດທານີ
(ມທ 26:6-13; ມຣກ 14:3-9)
1ກ່ອນເທດສະການປັດສະຄາຫົກວັນ ພຣະເຢຊູສະເດັດມາເຖິງບ້ານເບັດທານີ ຊຶ່ງເປັນທີ່ຢູ່ຂອງລາຊະໂຣ ຜູ້ທີ່ພຣະອົງຊົງບັນດານໃຫ້ເປັນຄືນມາຈາກຕາຍ. 2ທີ່ນັ້ນເຂົາໄດ້ຈັດງານລ້ຽງເພື່ອພຣະອົງ ມາທາເປັນຜູ້ຮັບໃຊ້ໃນໂຕະອາຫານ ຝ່າຍລາຊະໂຣກໍເປັນຜູ້ໜຶ່ງທີ່ຮ່ວມຮັບປະທານກັບພຣະອົງ. 3ນາງມາຣິອາໄດ້ເອົານ້ຳມັນຫອມລິຕຣາໜຶ່ງ ຊຶ່ງມີລາຄາແພງມາສົງພຣະບາດພຣະເຢຊູ ແລ້ວໃຊ້ຜົມຂອງຕົນເຊັດພຣະບາດຂອງພຣະອົງ ຈົນທົ່ວເຮືອນນັ້ນກໍຫອມກຸ້ມດ້ວຍກິ່ນນ້ຳມັນນັ້ນ. 4ແຕ່ສາວົກຄົນໜຶ່ງຂອງພຣະອົງຊື່ຢູດາອິສະກາຣີອົດ (ຄືຜູ້ທີ່ຈະທໍລະຍົດຕໍ່ພຣະອົງ) ໄດ້ກ່າວວ່າ, 5“ເຫດໃດຈຶ່ງບໍ່ຂາຍນ້ຳມັນນີ້ຕໍ່ລາຄາສາມຮ້ອຍເດນາຣິອົນ ແລ້ວແຈກໃຫ້ຄົນຍາກຈົນ.” 6ລາວເວົ້າຢ່າງນັ້ນບໍ່ແມ່ນເພາະລາວເອົາໃຈໃສ່ຕໍ່ຄົນຍາກຈົນ ແຕ່ເພາະລາວເປັນຂະໂມຍແລະເປັນຜູ້ຖືຖົງເງິນ ແລະເຄີຍບຽດບັງເອົາເງິນທີ່ຢູ່ໃນຖົງນັ້ນ. 7ພຣະເຢຊູຊົງກ່າວວ່າ, “ຊ່າງນາງເທາະ ໃຫ້ລາວຮັກສາສິ່ງນີ້ໄວ້ສຳລັບວັນຝັງສົບຂອງເຮົາ. 8ດ້ວຍວ່າຄົນຍາກຈົນມີຢູ່ກັບພວກທ່ານສະເໝີ ແຕ່ຝ່າຍເຮົາ, ບໍ່ຢູ່ກັບທ່ານສະເໝີ.”
ການປອງຮ້າຍລາຊະໂຣ
9ຝ່າຍພວກຢິວຈຳນວນຫລາຍໄດ້ຮູ້ວ່າພຣະອົງປະທັບຢູ່ທີ່ນັ້ນ ເຂົາໄດ້ພາກັນມາບໍ່ແມ່ນເພາະເຫັນແກ່ພຣະເຢຊູເທົ່ານັ້ນ ແຕ່ປະການໜຶ່ງ, ຢາກເຫັນລາຊະໂຣ ຜູ້ຊຶ່ງພຣະອົງໄດ້ຊົງບັນດານໃຫ້ເປັນຄືນມາຈາກຕາຍນັ້ນ. 10ດັ່ງນັ້ນພວກປະໂລຫິດຕົນໃຫຍ່ຈຶ່ງປຶກສາກັນເພື່ອຈະຂ້າລາຊະໂຣເສຍເໝືອນກັນ. 11ເພາະລາຊະໂຣເປັນຕົ້ນເຫດເຮັດໃຫ້ຄົນຢິວຫລາຍຄົນອອກຈາກພວກເຂົາໄປເຊື່ອຖືພຣະເຢຊູ.
ສະເດັດເຂົ້າກຸງຢ່າງຜູ້ມີໄຊ
(ມທ 21:1-11; ມຣກ 11:1-11; ລກ 19:28-40)
12ວັນໜ້າມາປະຊາຊົນຫລວງຫລາຍທີ່ໄດ້ມາໃນງານເທດສະການນັ້ນ ໄດ້ຍິນວ່າພຣະເຢຊູສະເດັດເຂົ້າກຸງເຢຣູຊາເລັມ. 13ເຂົາກໍພາກັນຖືກ້ານຕານອອກໄປຕ້ອນຮັບພຣະອົງ ໂຫ່ຮ້ອງວ່າ, “ໂຮຊັນນາ, ຂໍໃຫ້ທ່ານຜູ້ສະເດັດມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ ຄືພຣະມະຫາກະສັດຂອງຊາດອິສຣາເອນ ຊົງພຣະຈະເລີນ.” 14ເມື່ອພຣະເຢຊູຊົງພົບລໍນ້ອຍໂຕໜຶ່ງ ພຣະອົງຈຶ່ງຊົງຂຶ້ນປະທັບລໍນັ້ນເໝືອນດັ່ງມີຄຳຂຽນໄວ້ວ່າ, 15“ບຸດຍິງຂອງຊີໂອນເອີຍ, ຢ່າຊູ່ຢ້ານເທາະ ນີ້ແຫລະ, ມະຫາກະສັດຂອງທ່ານກໍປະທັບລໍນ້ອຍສະເດັດມາ.” 16ແຕ່ຫົວທີພວກສາວົກຂອງພຣະອົງ ບໍ່ໄດ້ເຂົ້າໃຈເຫດການເຫລົ່ານັ້ນ ແຕ່ວ່າເມື່ອພຣະເຢຊູໄດ້ຊົງຮັບກຽດຕິຍົດແລ້ວເຂົາຈຶ່ງລະນຶກໄດ້ວ່າ ມີຄຳຢ່າງນັ້ນຂຽນໄວ້ເຖິງເລື່ອງພຣະອົງ ທັງມີຄົນໄດ້ເຮັດຢ່າງນັ້ນຖວາຍພຣະອົງ.
17ຄົນທັງປວງທີ່ຢູ່ກັບພຣະອົງ ເມື່ອພຣະອົງໄດ້ຊົງເອີ້ນລາຊະໂຣໃຫ້ອອກມາຈາກອຸບໂມງຝັງສົບ ແລະຊົງບັນດານໃຫ້ລາວເປັນຄືນມາຈາກຕາຍນັ້ນ ກໍເປັນພະຍານເລື່ອງການເຫລົ່ານັ້ນ. 18ເພາະເຫດນີ້ແຫລະ, ປະຊາຊົນທັງຫລາຍພາກັນອອກໄປຫາພຣະອົງ ກໍເພາະໄດ້ຍິນວ່າພຣະອົງຊົງເຮັດໝາຍສຳຄັນນັ້ນ. 19ຝ່າຍພວກຟາຣີຊາຍຈຶ່ງເວົ້າກັນວ່າ, “ທ່ານທັງຫລາຍບໍ່ເຫັນຫລືວ່າ ພວກທ່ານເຮັດອັນໃດກໍບໍ່ໄດ້ປະໂຫຍດຈັກຢ່າງ ເບິ່ງແມ, ໝົດທັງໂລກກໍຕິດຕາມມັນໄປ.”
ຊາວກຣີກລາງຄົນສະແຫວງຫາພຣະເຢຊູ
20ໃນໝູ່ຄົນທັງຫລາຍທີ່ຂຶ້ນໄປນະມັດສະການ ໃນງານເທດສະການນັ້ນມີຊາວກຣີກແດ່. 21ຊາວກຣີກເຫລົ່ານີ້ໄດ້ໄປຫາຟີລິບ ຊຶ່ງມາຈາກບ້ານເບັດຊາອີດາແຂວງຄາລີເລ ຈຶ່ງກ່າວກັບທ່ານວ່າ, “ນາຍເອີຍ, ພວກຂ້ານ້ອຍຢາກເຫັນທ່ານເຢຊູແທ້.” 22ຟີລິບຈຶ່ງໄປບອກອັນເດອາ ແລ້ວອັນເດອາກັບຟີລິບໄດ້ໄປທູນພຣະເຢຊູ. 23ຝ່າຍພຣະເຢຊູຊົງຕອບເຂົາວ່າ, “ເວລາທີ່ບຸດມະນຸດຕ້ອງຮັບກຽດນັ້ນກໍມາເຖິງແລ້ວ. 24ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຖ້າເມັດເຂົ້າບໍ່ຕົກລົງໃນດິນແລະບໍ່ຕາຍໄປກໍຄົງຈະເປັນຢູ່ແຕ່ເມັດດຽວ ແຕ່ຖ້າມັນຕາຍໄປກໍຈະເກີດຜົນຫລາຍ. 25ຜູ້ທີ່ຮັກຊີວິດຂອງຕົນກໍຕ້ອງເສຍຊີວິດ ແລະຜູ້ທີ່ຊັງຊີວິດຂອງຕົນໃນໂລກນີ້ ກໍຈະຮັກສາຊີວິດນັ້ນໄວ້ ສຳລັບຊີວິດອັນຕະຫລອດໄປເປັນນິດ. 26ຖ້າຜູ້ໃດປະຕິບັດເຮົາ ໃຫ້ຜູ້ນັ້ນຕິດຕາມເຮົາມາ ແລະເຮົາຢູ່ທີ່ໃດ ຜູ້ປະຕິບັດເຮົາຈະຢູ່ທີ່ນັ້ນເໝືອນກັນ ຖ້າຜູ້ໃດປະຕິບັດເຮົາ ພຣະບິດາຈະຊົງປະທານກຽດຕິຍົດແກ່ຜູ້ນັ້ນ.
ບຸດມະນຸດຈະຕ້ອງຖືກຍົກຂຶ້ນຈາກແຜ່ນດິນ
27“ບັດນີ້ຈິດໃຈຂອງເຮົາວຸ້ນວາຍ ແລະເຮົາຈະວ່າຢ່າງໃດ ຈະວ່າ ໂອພຣະບິດາເອີຍ, ຂໍໃຫ້ຂ້ານ້ອຍລອດພົ້ນຈາກຍາມນີ້ທ້ອນ ຢ່າງນັ້ນຫລື ກໍວ່າບໍ່ໄດ້ ທີ່ເຮົາໄດ້ມາເຖິງຍາມນີ້ກໍເພື່ອການນີ້ແຫລະ. 28ໂອ ພຣະບິດາເອີຍ, ຂໍໃຫ້ພຣະນາມຂອງພຣະອົງຈົ່ງໄດ້ຮັບກຽດ” ແລ້ວກໍມີພຣະສຸລະສຽງດັງມາຈາກຟ້າວ່າ, “ເຮົາໄດ້ໃຫ້ຮັບກຽດແລ້ວແລະເຮົາຈະໃຫ້ຮັບກຽດອີກ.” 29ຄົນທັງຫລາຍທີ່ຢືນຢູ່ຫັ້ນໄດ້ຍິນສຽງນີ້ແລະເວົ້າວ່າ, “ສຽງຟ້າຮ້ອງ” ຄົນອື່ນ ກໍເວົ້າວ່າ, “ເທວະດາຕົນໜຶ່ງໄດ້ສົນທະນາກັບທ່ານ.” 30ພຣະເຢຊູຊົງຕອບວ່າ, “ສຽງທີ່ເກີດຂຶ້ນນັ້ນບໍ່ແມ່ນສຳລັບເຮົາ ແຕ່ສຳລັບທ່ານທັງຫລາຍນັ້ນແຫລະ. 31ບັດນີ້ເຖິງເວລາພິພາກສາໂລກນີ້ ບັດນີ້ຜູ້ປົກຄອງໂລກນີ້ຈະຖືກກຳຈັດອອກເສຍ. 32ຝ່າຍເຮົາ, ເມື່ອຖືກຍົກຂຶ້ນຈາກແຜ່ນດິນໂລກແລ້ວ ເຮົາກໍຈະຊັກນຳຄົນທັງຫລາຍມາຫາເຮົາ.” 33(ພຣະອົງຊົງກ່າວດັ່ງນີ້ກໍເພື່ອສະແດງວ່າພຣະອົງຈະສິ້ນພຣະຊົນຢ່າງໃດ.)
34ຄົນທັງຫລາຍຈຶ່ງທູນພຣະອົງວ່າ, “ພວກເຮົາໄດ້ຍິນຈາກພຣະບັນຍັດວ່າ ພຣະຄຣິດຊົງຕັ້ງຢູ່ຕະຫລອດໄປເປັນນິດ ແລ້ວເຫດໃດ ທ່ານຈຶ່ງກ່າວວ່າບຸດມະນຸດຕ້ອງຖືກຍົກຂຶ້ນ ບຸດມະນຸດນັ້ນຄືຜູ້ໃດ.” 35ພຣະເຢຊູຊົງຕອບເຂົາວ່າ, “ຄວາມສະຫວ່າງຈະຍັງຢູ່ກັບທ່ານທັງຫລາຍອີກໜ້ອຍໜຶ່ງ ເມື່ອຍັງມີຄວາມສະຫວ່າງຢູ່ກໍຈົ່ງຍ່າງໄປເທາະ ເພາະຢ້ານວ່າຄວາມມືດຈະຕາມມາທັນພວກທ່ານ ຜູ້ທີ່ທຽວໄປມາໃນຄວາມມືດກໍບໍ່ຮູ້ວ່າຕົນກຳລັງໄປໃສ. 36ເມື່ອທ່ານທັງຫລາຍຍັງມີຄວາມສະຫວ່າງຢູ່ ຈົ່ງວາງໃຈເຊື່ອໃນຄວາມສະຫວ່າງນັ້ນ ເພື່ອຈະໄດ້ເປັນຄົນຝ່າຍຄວາມສະຫວ່າງ.”
ຄວາມບໍ່ເຊື່ອຖືຂອງພວກຢິວ
ເມື່ອພຣະເຢຊູຊົງກ່າວດັ່ງນັ້ນແລ້ວ ພຣະອົງກໍສະເດັດອອກຈາກເຂົາໄປລີ້ຕົນເສຍ.
37ເຖິງແມ່ນວ່າພຣະອົງໄດ້ຊົງເຮັດໝາຍສຳຄັນຫລາຍປະການຕໍ່ໜ້າເຂົາ ເຂົາກໍຍັງບໍ່ວາງໃຈເຊື່ອໃນພຣະອົງ. 38ທັງນີ້ເພື່ອຈະສຳເລັດຕາມຄຳຂອງເອຊາຢາຜູ້ປະກາດພຣະທຳ ຊຶ່ງວ່າ, “ພຣະອົງເຈົ້າເອີຍ, ຜູ້ໃດໄດ້ເຊື່ອສິ່ງທີ່ຂ້າພຣະອົງໄດ້ປະກາດແລະພຣະກອນຂອງພຣະອົງໄດ້ຊົງສະແດງແກ່ຜູ້ໃດ.” 39ສັນນັ້ນເຂົາຈຶ່ງເຊື່ອບໍ່ໄດ້ ເພາະເອຊາຢາໄດ້ກ່າວໄວ້ອີກວ່າ,
40 “ພຣະອົງໄດ້ຊົງເຮັດໃຫ້ຕາຂອງເຂົາບອດໄປ
ແລະໃຫ້ຈິດໃຈຂອງເຂົາແຂງກະດ້າງ
ຢ້ານວ່າເຂົາຈະເຫັນດ້ວຍຕາແລະສັງເກດຮູ້ດ້ວຍໃຈ
ແລ້ວຈະກັບໃຈໃໝ່ແລ້ວເຮົາຈະໂຜດໃຫ້ເຂົາດີ.”
41ເອຊາຢາໄດ້ກ່າວດັ່ງນີ້ກໍເພາະທ່ານໄດ້ເຫັນສະຫງ່າລາສີຂອງພຣະອົງ ແລະໄດ້ກ່າວເຖິງເລື່ອງພຣະອົງ.
42ເຖິງປານນັ້ນກໍດີຍັງມີເຈົ້ານາຍຫລາຍຄົນໄດ້ເຊື່ອໃນພຣະອົງ ແຕ່ເຂົາບໍ່ໄດ້ເປີດເຜີຍເພາະຢ້ານພວກຟາຣີຊາຍຈະຂັບໄລ່ເຂົາອອກຈາກໂຮງທຳມະເທດສະໜາ. 43ດ້ວຍວ່າເຂົາຮັກກຽດຕິຍົດຈາກມະນຸດຫລາຍກວ່າກຽດຕິຍົດຈາກພຣະເຈົ້າ.
ຖ້ອຍຄຳຂອງພຣະເຢຊູເປັນຫລັກພິພາກສາ
44ພຣະເຢຊູຊົງເປັ່ງສຽງກ່າວວ່າ, “ຜູ້ທີ່ເຊື່ອໃນເຮົາກໍບໍ່ແມ່ນເຊື່ອໃນເຮົາ ແຕ່ເຊື່ອໃນພຣະອົງຜູ້ຊົງໃຊ້ເຮົາມາ. 45ແລະຜູ້ທີ່ເຫັນເຮົາກໍເຫັນພຣະອົງຜູ້ຊົງໃຊ້ເຮົາມາ. 46ເຮົານີ້ຄືຄວາມສະຫວ່າງໄດ້ເຂົ້າມາໃນໂລກເພື່ອທຸກຄົນທີ່ເຊື່ອໃນເຮົາຈະບໍ່ຕັ້ງຢູ່ໃນຄວາມມືດ. 47ຖ້າຜູ້ໃດໄດ້ຍິນຖ້ອຍຄຳຂອງເຮົາ ແລະບໍ່ໄດ້ຖືຮັກສາຖ້ອຍຄຳເຫລົ່ານັ້ນຝ່າຍເຮົາກໍບໍ່ພິພາກສາຜູ້ນັ້ນ ເພາະວ່າເຮົາບໍ່ໄດ້ມາເພື່ອພິພາກສາໂລກ ແຕ່ມາເພື່ອໂຜດເອົາໂລກໃຫ້ພົ້ນ. 48ຜູ້ທີ່ຖິ້ມເຮົາແລະບໍ່ຮັບເອົາຖ້ອຍຄຳຂອງເຮົາກໍມີສິ່ງທີ່ພິພາກສາຕົນແລ້ວ ຖ້ອຍຄຳທີ່ເຮົາໄດ້ກ່າວແລ້ວນັ້ນແຫລະ, ຈະພິພາກສາຜູ້ນັ້ນໃນວັນສຸດທ້າຍ. 49ເພາະເຮົາບໍ່ໄດ້ກ່າວຕາມລຳພັງໃຈຂອງເຮົາເອງ ແຕ່ຊຶ່ງເຮົາກ່າວແລະເວົ້ານັ້ນ ພຣະບິດາຜູ້ຊົງໃຊ້ເຮົາມາ, ພຣະອົງນັ້ນເອງໄດ້ບັນຊາໃຫ້ແກ່ເຮົາ. 50ແລະເຮົາຮູ້ວ່າພຣະບັນຊາຂອງພຣະອົງນັ້ນເປັນຊີວິດອັນຕະຫລອດໄປເປັນນິດ ເຫດສັນນັ້ນສິ່ງທີ່ເຮົາເວົ້າ ເຮົາກໍເວົ້າຕາມທີ່ພຣະບິດາຊົງບັນຊາໄວ້ແກ່ເຮົາ.”
ໂຢຮັນ ບົດທີ 13
ພຣະເຢຊູຊົງລ້າງຕີນຂອງພວກສາວົກ
1ກ່ອນເຖິງເວລາເທດສະການປັດສະຄາ ພຣະເຢຊູຊົງຊາບວ່າຍາມຂອງຕົນທີ່ຈະສະເດັດຈາກໂລກນີ້ເມືອຫາພຣະບິດາເຖິງແລ້ວ ພຣະອົງໄດ້ຊົງຮັກພວກຂອງພຣະອົງທີ່ຢູ່ໃນໂລກນີ້ ພຣະອົງຊົງຮັກຈົນເຖິງທີ່ສຸດ. 2ຂະນະເມື່ອຮັບປະທານອາຫານຢູ່ນັ້ນ (ມານໄດ້ເຂົ້າດົນໃຈຢູດາອິສະກາຣີອົດລູກຂອງຊີໂມນ ໃຫ້ທໍລະຍົດຕໍ່ພຣະອົງ), 3ພຣະເຢຊູຊົງຊາບວ່າ ພຣະບິດາໄດ້ຊົງປະທານສິ່ງທັງປວງໃຫ້ຢູ່ໃນພຣະຫັດຂອງພຣະອົງ ແລະຊົງຊາບວ່າພຣະອົງສະເດັດມາຈາກພຣະເຈົ້າ ແລະຈະສະເດັດເມືອຫາພຣະເຈົ້າ. 4ພຣະອົງຊົງລຸກຂຶ້ນຈາກການຮັບປະທານອາຫານ, ຊົງຖອດເຄື່ອງທົງຊັ້ນນອກອອກວາງໄວ້, ແລະຊົງເອົາຜ້າເຊັດຕົວມາຮັດແອວຂອງພຣະອົງ. 5ພຣະອົງຊົງຖອກນ້ຳໃສ່ອ່າງແລ້ວຊົງຕັ້ງຕົ້ນລ້າງຕີນຂອງພວກສາວົກ ແລະເຊັດດ້ວຍຜ້າຮັດແອວນັ້ນ.
6ພຣະອົງໄດ້ສະເດັດມາເຖິງຊີໂມນເປໂຕ ແລະລາວໄດ້ທູນພຣະອົງວ່າ, “ນາຍເຈົ້າເອີຍ, ທ່ານຈະລ້າງຕີນຂອງຂ້ານ້ອຍຫລື.” 7ພຣະເຢຊູຊົງຕອບລາວວ່າ, “ສິ່ງທີ່ເຮົາເຮັດໃນເວລານີ້ທ່ານຍັງບໍ່ຮູ້ເລື່ອງ ແຕ່ພາຍຫລັງທ່ານຈະເຂົ້າໃຈ.” 8ເປໂຕຈຶ່ງທູນວ່າ, “ທ່ານຈະລ້າງຕີນຂອງຂ້ານ້ອຍບໍ່ໄດ້ຈັກເທື່ອ” ພຣະເຢຊູຊົງຕອບວ່າ, “ຖ້າເຮົາບໍ່ລ້າງທ່ານ ທ່ານຈະມີສ່ວນໃນເຮົາບໍ່ໄດ້.” 9ຊີໂມນເປໂຕທູນວ່າ, “ນາຍເຈົ້າເອີຍ, ບໍ່ແມ່ນແຕ່ຕີນເທົ່ານັ້ນ ແຕ່ຂໍລ້າງມືແລະຫົວຂອງຂ້ານ້ອຍເໝືອນກັນ.” 10ພຣະເຢຊູຊົງກ່າວຕໍ່ເປໂຕວ່າ, “ຜູ້ທີ່ອາບນ້ຳແລ້ວບໍ່ຈຳເປັນລ້າງຕົວອີກ ລ້າງແຕ່ຕີນເທົ່ານັ້ນ ເພາະສະອາດໝົດທັງຕົວແລ້ວພວກທ່ານກໍສະອາດແລ້ວແຕ່ບໍ່ແມ່ນທຸກຄົນ.” 11ເພາະພຣະອົງຊົງຮູ້ແລ້ວວ່າໃຜຈະທໍລະຍົດຕໍ່ພຣະອົງ ເພາະເຫດນັ້ນພຣະອົງຈຶ່ງຊົງກ່າວວ່າ, “ທ່ານທັງຫລາຍບໍ່ສະອາດທຸກຄົນ.”
12ເຫດສັນນີ້ເມື່ອພຣະອົງຊົງລ້າງຕີນຂອງເຂົາແລ້ວ ພຣະອົງກໍຊົງໃສ່ເຄື່ອງທົງຊັ້ນນອກຂອງຕົນອີກ ແລ້ວປະທັບລົງຈຶ່ງຊົງຖາມເຂົາວ່າ, “ທ່ານທັງຫລາຍເຂົ້າໃຈໃນສິ່ງທີ່ເຮົາໄດ້ເຮັດຕໍ່ພວກທ່ານແລ້ວຫລື. 13ທ່ານທັງຫລາຍເອີ້ນເຮົາວ່າອາຈານແລະນາຍເຈົ້າ ພວກທ່ານເອີ້ນຖືກຕ້ອງແລ້ວ ເພາະເຮົາເປັນຢ່າງນັ້ນ. 14ເຫດສັນນັ້ນເຮົາຜູ້ເປັນນາຍ ແລະອາຈານຂອງພວກທ່ານໄດ້ລ້າງຕີນຂອງທ່ານ ພວກທ່ານກໍຄວນລ້າງຕີນຂອງກັນແລະກັນເໝືອນກັນ. 15ດ້ວຍວ່າເຮົາໄດ້ວາງແບບຢ່າງໃຫ້ພວກທ່ານແລ້ວ ເພື່ອທ່ານຈະໄດ້ເຮັດເໝືອນດັ່ງເຮົາໄດ້ເຮັດຕໍ່ພວກທ່ານແລ້ວ. 16ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຂ້າໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ ຜູ້ທີ່ຖືກໃຊ້ໄປບໍ່ຫ່ອນໃຫຍ່ກວ່າຜູ້ໃຊ້ຕົນໄປນັ້ນ. 17ຖ້າທ່ານທັງຫລາຍຮູ້ສິ່ງເຫລົ່ານີ້ແລະເຮັດຕາມ ທ່ານກໍເປັນສຸກ.
18ເຮົາບໍ່ເວົ້າເຖິງພວກທ່ານທຸກຄົນ ຝ່າຍເຮົາກໍຮູ້ຈັກຜູ້ທີ່ເຮົາໄດ້ເລືອກໄວ້ແລ້ວ ແຕ່ຕ້ອງເປັນຈິງຕາມຂໍ້ພຣະຄຳພີທີ່ວ່າ ‘ຜູ້ທີ່ຮັບປະທານອາຫານຂອງເຮົາກໍຍົກສົ້ນຕີນໃສ່ເຮົາ.’ 19ແຕ່ເວລາບັດນີ້ເຮົາບອກທ່ານທັງຫລາຍກ່ອນການນັ້ນເກີດຂຶ້ນ ເພື່ອວ່າເມື່ອມັນເກີດຂຶ້ນແລ້ວພວກທ່ານຈະໄດ້ເຊື່ອວ່າເຮົານີ້ແຫລະ, ແມ່ນຜູ້ນັ້ນ. 20ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຜູ້ໃດຮັບຕ້ອນຜູ້ທີ່ເຮົາໃຊ້ໄປກໍຮັບຕ້ອນເຮົາເໝືອນກັນ ແລະຜູ້ທີ່ຮັບຕ້ອນເຮົາກໍຮັບຕ້ອນພຣະອົງຜູ້ຊົງໃຊ້ເຮົາມາ.”
ຊົງທຳນວາຍວ່າຢູດາຈະມອບພຣະອົງໄວ້
(ມທ 26:20-25; ມຣກ 14:17-21; ລກ
22:21-23)
21ເມື່ອພຣະເຢຊູຊົງກ່າວດັ່ງນັ້ນແລ້ວພຣະອົງກໍຊົງວຸ້ນວາຍໃນພຣະໄທ ແລະຊົງກ່າວເປັນພະຍານວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ຄົນໜຶ່ງໃນພວກທ່ານຈະທໍລະຍົດຕໍ່ເຮົາ.” 22ພວກສາວົກກໍເບິ່ງໜ້າກັນແລະສົງໄສວ່າ ຄົນທີ່ພຣະອົງກ່າວເຖິງນັ້ນຄືຜູ້ໃດ. 23ມີສາວົກຄົນໜຶ່ງທີ່ພຣະເຢຊູຊົງຮັກໄດ້ເນີ້ງກາຍລົງອີງພຣະຊວງຂອງພຣະອົງ. 24ຊີໂມນເປໂຕຈຶ່ງຍິກໜ້າໃສ່ສາວົກຜູ້ນັ້ນກ່າວວ່າ, “ຈົ່ງຖາມວ່າຄົນທີ່ເພິ່ນເວົ້ານັ້ນແມ່ນຜູ້ໃດ.” 25ຂະນະທີ່ຍັງອີງພຣະຊວງຂອງພຣະອົງ ສາວົກຜູ້ນັ້ນກໍທູນຖາມວ່າ, “ນາຍເຈົ້າເອີຍ, ແມ່ນຜູ້ໃດ.” 26ພຣະເຢຊູຊົງຕອບວ່າ, “ເຮົາຈະເອົາອາຫານຄຳນີ້ຈ້ຳແລ້ວຍື່ນໃຫ້ຜູ້ໃດ ກໍແມ່ນຜູ້ນັ້ນແຫລະ” ເມື່ອຊົງຈ້ຳອາຫານຄຳນັ້ນແລ້ວ ພຣະອົງຊົງຍື່ນໃຫ້ແກ່ຢູດາລູກຊີໂມນອິສະກາຣີອົດ. 27ຫລັງຈາກຢູດາໄດ້ກິນອາຫານຄຳນັ້ນແລ້ວ ຊາຕານຈຶ່ງເຂົ້າຢູ່ໃນໃຈລາວ ພຣະເຢຊູຈຶ່ງຊົງບອກຢູດາວ່າ, “ອັນທີ່ທ່ານຈະເຮັດນັ້ນກໍຈົ່ງເຮັດໄວ ແມ.” 28ໃນບັນດາຜູ້ທີ່ນັ່ງຮ່ວມໂຕະຢູ່ນັ້ນບໍ່ມີຜູ້ໃດໄດ້ເຂົ້າໃຈວ່າ ດ້ວຍເຫດໃດພຣະອົງຈຶ່ງຊົງກ່າວແກ່ລາວຢ່າງນັ້ນ. 29ດັ່ງນັ້ນລາງຄົນກໍຄຶດວ່າເປັນເພາະຢູດາຖືຖົງເງິນ ພຣະເຢຊູຈຶ່ງຊົງກ່າວກັບລາວວ່າ, “ຈົ່ງຊື້ສິ່ງຂອງທີ່ພວກເຮົາຕ້ອງການສຳລັບງານເທດສະການນີ້” ຫລືເພື່ອຈະໃຫ້ລາວທານແກ່ຄົນຍາກຈົນ. 30ພາຍຫລັງທີ່ຢູດາໄດ້ຮັບອາຫານຄຳນັ້ນແລ້ວລາວກໍອອກໄປທັນທີ ໃນຂະນະນັ້ນເປັນເວລາກາງຄືນ.
ພຣະບັນຍັດຂໍ້ໃໝ່
31ເມື່ອຢູດາອອກໄປແລ້ວພຣະເຢຊູຊົງກ່າວວ່າ, “ບັດນີ້ບຸດມະນຸດໄດ້ຮັບກຽດຕິຍົດແລ້ວ ແລະພຣະເຈົ້າກໍຊົງຮັບກຽດຕິຍົດເພາະບຸດມະນຸດ. 32ຖ້າພຣະເຈົ້າຊົງຮັບກຽດຕິຍົດເພາະບຸດມະນຸດ ພຣະເຈົ້າຈະຊົງປະທານໃຫ້ບຸດມະນຸດມີກຽດຕິຍົດຮ່ວມກັບພຣະອົງ ແລະຈະຊົງໃຫ້ມີກຽດຕິຍົດໃນບັດນີ້. 33ລູກນ້ອຍທັງຫລາຍເອີຍ, ເຮົາຍັງຈະຢູ່ກັບພວກເຈົ້າອີກໜ້ອຍໜຶ່ງ ພວກເຈົ້າຈະຊອກຫາເຮົາ ແລະ, ເໝືອນກັບເຮົາໄດ້ບອກກັບພວກຢິວແລ້ວວ່າ ‘ບ່ອນເຮົາຈະໄປນັ້ນພວກເຈົ້າໄປບໍ່ໄດ້’, ບັດນີ້ເຮົາກໍບອກພວກເຈົ້າເໝືອນກັນ.
34ເຮົາໃຫ້ບັນຍັດໃໝ່ໄວ້ແກ່ເຈົ້າທັງຫລາຍຄືໃຫ້ພວກເຈົ້າຮັກກັນແລະກັນ ເຮົາຮັກເຈົ້າທັງຫລາຍມາແລ້ວຢ່າງໃດ ພວກເຈົ້າຈົ່ງຮັກກັນແລະກັນດ້ວຍຢ່າງນັ້ນ. 35ຖ້າເຈົ້າທັງຫລາຍມີຄວາມຮັກເຊິ່ງກັນແລະກັນ ດັ່ງນີ້ແຫລະ, ຄົນທັງປວງກໍຈະໄດ້ຮູ້ວ່າເຈົ້າທັງຫລາຍເປັນສາວົກຂອງເຮົາ.”
ຊົງທຳນວາຍວ່າເປໂຕຈະປະຕິເສດພຣະອົງ
(ມທ 23:31-35; ມຣກ 14:27-31; ລກ
22:31-34)
36ຝ່າຍຊີໂມນເປໂຕໄດ້ທູນພຣະອົງວ່າ, “ນາຍເຈົ້າເອີຍ, ທ່ານຈະໄປໃສ” ພຣະເຢຊູຊົງຕອບວ່າ, “ບ່ອນທີ່ເຮົາຈະໄປນັ້ນ ທ່ານຈະຕາມເຮົາໄປດຽວນີ້ບໍ່ໄດ້ ແຕ່ພາຍຫລັງທ່ານຈະຕາມໄປ.” 37ເປໂຕທູນພຣະອົງວ່າ, “ນາຍເຈົ້າເອີຍ, ເປັນຫຍັງຂ້ານ້ອຍຈຶ່ງຕາມທ່ານໄປດຽວນີ້ບໍ່ໄດ້ ຂ້ານ້ອຍຈະສະຫລະຊີວິດເພື່ອທ່ານ.” 38ພຣະເຢຊູຊົງຕອບວ່າ, “ທ່ານຈະສະຫລະຊີວິດຂອງທ່ານເພື່ອເຮົາຫລື ເຮົາບອກທ່ານຕາມຄວາມຈິງວ່າ ກ່ອນໄກ່ຈະຂັນທ່ານຈະປະຕິເສດເຮົາເຖິງສາມເທື່ອ.”
ໂຢຮັນ ບົດທີ 14
ພຣະເຢຊູຊົງເປັນທາງໄປສູ່ພຣະບິດາ
1“ຢ່າໃຫ້ໃຈຂອງທ່ານທັງຫລາຍວຸ້ນວາຍໄປ ຈົ່ງໄວ້ວາງໃຈໃນພຣະເຈົ້າແລະໄວ້ວາງໃຈໃນເຮົາເໝືອນກັນ. 2ໃນຜາສາດພຣະບິດາຂອງເຮົາມີທີ່ຢູ່ຫລາຍບ່ອນ ຖ້າບໍ່ມີເຮົາຄົງໄດ້ບອກພວກທ່ານແລ້ວ ເພາະເຮົາໄປຈັດແຈງບ່ອນໄວ້ສຳລັບທ່ານທັງຫລາຍ. 3ເມື່ອເຮົາໄປຈັດແຈງບ່ອນໄວ້ສຳລັບພວກທ່ານແລ້ວ ເຮົາຈະກັບມາອີກຮັບທ່ານໄປຢູ່ກັບເຮົາ ເພື່ອວ່າເຮົາຢູ່ທີ່ໃດພວກທ່ານຈະຢູ່ທີ່ນັ້ນເໝືອນກັນ. 4ແລະທ່ານຮູ້ຈັກທາງທີ່ເຮົາຈະໄປນັ້ນ.”
5ໂທມາທູນພຣະອົງວ່າ, “ນາຍເຈົ້າເອີຍ, ພວກຂ້ານ້ອຍບໍ່ຮູ້ວ່າທ່ານຈະໄປໃສ ພວກຂ້ານ້ອຍຈະຮູ້ຈັກທາງນັ້ນດ້ວຍຢ່າງໃດ.” 6ພຣະເຢຊູຊົງຕອບລາວວ່າ, “ເຮົານີ້ແຫລະ, ເປັນທາງນັ້ນ, ເປັນຄວາມຈິງ, ແລະ ເປັນຊີວິດ ບໍ່ມີຜູ້ໃດມາເຖິງພຣະບິດາໄດ້ນອກຈາກຈະມາທາງເຮົາ. 7ຖ້າທ່ານທັງຫລາຍຮູ້ຈັກເຮົາແລ້ວ ທ່ານກໍຄົງຮູ້ຈັກພຣະບິດາຂອງເຮົາເໝືອນກັນ ຕັ້ງແຕ່ນີ້ໄປທ່ານທັງຫລາຍກໍຮູ້ຈັກພຣະອົງ ແລະໄດ້ເຫັນພຣະອົງ.”
8ຟີລິບທູນພຣະອົງວ່າ, “ນາຍເຈົ້າເອີຍ, ຂໍສະແດງພຣະບິດາໃຫ້ຂ້ານ້ອຍທັງຫລາຍໄດ້ເຫັນ ພວກຂ້ານ້ອຍກໍຈະພໍໃຈແລ້ວ.” 9ພຣະເຢຊູຊົງຕອບວ່າ, “ຟີລິບເອີຍ, ເຮົາໄດ້ຢູ່ກັບພວກທ່ານເຫິງມາເຖິງພຽງນີ້ ແລະພວກທ່ານຍັງບໍ່ຮູ້ຈັກເຮົາອີກຫລື ຜູ້ທີ່ໄດ້ເຫັນເຮົາກໍໄດ້ເຫັນພຣະບິດາ ເປັນສັນໃດທ່ານຈຶ່ງກ່າວວ່າ, ‘ຂໍສະແດງພຣະບິດາໃຫ້ພວກຂ້ານ້ອຍເຫັນ.’ 10ທ່ານບໍ່ເຊື່ອຫລືວ່າເຮົານີ້ຢູ່ໃນພຣະບິດາ ແລະພຣະບິດາຊົງຢູ່ໃນເຮົາ ຖ້ອຍຄຳທີ່ເຮົາກ່າວແກ່ທ່ານທັງຫລາຍນັ້ນເຮົາບໍ່ໄດ້ກ່າວໂດຍລຳພັງເຮົາເອງ ແຕ່ພຣະບິດາຜູ້ຊົງສະຖິດຢູ່ໃນເຮົາໄດ້ຊົງກະທຳພຣະລາຊະກິດຂອງພຣະອົງ. 11ຈົ່ງເຊື່ອເຮົາວ່າເຮົາຢູ່ໃນພຣະບິດາແລະພຣະບິດາຊົງຢູ່ໃນເຮົາ ຖ້າບໍ່ດັ່ງນັ້ນກໍຈົ່ງເຊື່ອເພາະກິດຈະການເຫລົ່ານັ້ນ. 12“ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຜູ້ທີ່ເຊື່ອໃນເຮົາກໍຈະເຮັດກິດຈະການທີ່ເຮົາເຮັດຢູ່ນັ້ນເໝືອນກັນ ແລະຜູ້ນັ້ນຈະເຮັດການໃຫຍ່ກວ່ານັ້ນອີກ ເພາະວ່າຝ່າຍເຮົາໄປເຖິງພຣະບິດາ. 13ສິ່ງໃດທີ່ທ່ານທັງຫລາຍຈະຂໍໃນນາມຂອງເຮົາ ເຮົາກໍຈະເຮັດສິ່ງນັ້ນເພື່ອວ່າພຣະບິດາຈະຊົງຮັບກຽດຕິຍົດດ້ວຍພຣະບຸດ. 14ຖ້າທ່ານທັງຫລາຍຂໍສິ່ງໃດກັບເຮົາໃນນາມຂອງເຮົາ ຝ່າຍເຮົາກໍຈະເຮັດສິ່ງນັ້ນ.
ຊົງສັນຍາຈະປະທານພຣະວິນຍານບໍລິສຸດ
15“ຖ້າທ່ານທັງຫລາຍຮັກເຮົາ ທ່ານກໍຈະຖືຮັກສາຂໍ້ບັນຍັດຂອງເຮົາ. 16ຝ່າຍເຮົາຈະທູນຂໍພຣະບິດາ ແລະພຣະອົງຈະຊົງປະທານຜູ້ຊ່ອຍອີກຜູ້ໜຶ່ງໃຫ້ແກ່ພວກທ່ານ ເພື່ອຈະຢູ່ກັບພວກທ່ານຕະຫລອດໄປເປັນນິດ, 17ຄືພຣະວິນຍານແຫ່ງຄວາມຈິງ ຊຶ່ງໂລກບໍ່ອາດຈະຮັບໄດ້ເພາະໂລກບໍ່ເຫັນແລະບໍ່ຮູ້ຈັກພຣະອົງ ແຕ່ທ່ານທັງຫລາຍຮູ້ຈັກພຣະອົງ ເພາະພຣະອົງຊົງສະຖິດຢູ່ກັບພວກທ່ານ ແລະຈະປະທັບຢູ່ໃນພວກທ່ານ.
18“ເຮົາຈະບໍ່ປະຖິ້ມທ່ານທັງຫລາຍໄວ້ໃນເປັນກຳພ້າ ເຮົາຈະມາຫາພວກທ່ານ. 19ອີກໜ້ອຍໜຶ່ງໂລກຈະບໍ່ເຫັນເຮົາແຕ່ພວກທ່ານຈະເຫັນເຮົາ ເພາະເຮົາເປັນຢູ່ທ່ານທັງຫລາຍກໍຈະເປັນຢູ່ເໝືອນກັນ. 20ໃນວັນນັ້ນທ່ານຈະຮູ້ວ່າເຮົາຢູ່ໃນພຣະບິດາຂອງເຮົາ ແລະພວກທ່ານຢູ່ໃນເຮົາ ແລະເຮົາຢູ່ໃນພວກທ່ານ. 21ຜູ້ທີ່ມີຂໍ້ບັນຍັດຂອງເຮົາແລະຖືຂໍ້ບັນຍັດນັ້ນ ຜູ້ນັ້ນແຫລະ, ເປັນຜູ້ທີ່ຮັກເຮົາ ແລ້ວຜູ້ທີ່ຮັກເຮົາພຣະບິດາຂອງເຮົາຈະຊົງຮັກຜູ້ນັ້ນ ແລະຝ່າຍເຮົາຈະຮັກຜູ້ນັ້ນ ພ້ອມທັງຈະສະແດງຕົວເຮົາໃຫ້ແກ່ຜູ້ນັ້ນ.”
22ຢູດາ (ບໍ່ແມ່ນອິສະກາຣີອົດ) ທູນພຣະອົງວ່າ, “ນາຍເຈົ້າເອີຍ, ເປັນດ້ວຍເຫດໃດທ່ານຈຶ່ງສະແດງຕົວໃຫ້ປະກົດແກ່ພວກຂ້ານ້ອຍ ແຕ່ບໍ່ໃຫ້ປະກົດແກ່ໂລກ.” 23ພຣະເຢຊູຊົງຕອບວ່າ, “ຖ້າຜູ້ໃດຮັກເຮົາ ຜູ້ນັ້ນຈະຖືຮັກສາພຣະທຳຂອງເຮົາ ແລະພຣະບິດາຂອງເຮົາຈະຊົງຮັກຜູ້ນັ້ນ ແລ້ວເຮົາທັງສອງຈະມາຫາຜູ້ນັ້ນແລະຈະຕັ້ງຢູ່ກັບຜູ້ນັ້ນ. 24ຜູ້ທີ່ບໍ່ຮັກເຮົາກໍບໍ່ຖືຮັກສາຖ້ອຍຄຳທັງຫລາຍຂອງເຮົາ ພຣະທຳທີ່ທ່ານທັງຫລາຍໄດ້ຍິນນັ້ນບໍ່ແມ່ນຂອງເຮົາ ແຕ່ແມ່ນຂອງພຣະບິດາຜູ້ຊົງໃຊ້ເຮົາມາ.
25“ຂໍ້ຄວາມເຫລົ່ານີ້ເຮົາໄດ້ກ່າວຕໍ່ທ່ານທັງຫລາຍ ເມື່ອເຮົາຍັງຢູ່ກັບພວກທ່ານ. 26ແຕ່ພຣະຜູ້ຊ່ອຍຄືພຣະວິນຍານບໍລິສຸດທີ່ພຣະບິດາຈະຊົງໃຊ້ມາໃນນາມຂອງເຮົາ ອົງນັ້ນແຫລະ, ຈະຊົງສອນທ່ານທັງຫລາຍທຸກ ສິ່ງ ແລະຈະເຕືອນພວກທ່ານໃຫ້ລະນຶກເຖິງທຸກສິ່ງທີ່ເຮົານີ້ໄດ້ກ່າວແກ່ພວກທ່ານແລ້ວນັ້ນ.
27ເຮົາມອບຄວາມສະຫງົບສຸກໄວ້ກັບທ່ານທັງຫລາຍ ຄວາມສະຫງົບສຸກຂອງເຮົາ ເຮົາປະທານໃຫ້ແກ່ທ່ານທັງຫລາຍ ຝ່າຍເຮົາໃຫ້ແກ່ພວກທ່ານບໍ່ເໝືອນໂລກໃຫ້ນັ້ນ ຢ່າໃຫ້ໃຈຂອງພວກທ່ານວຸ້ນວາຍໄປແລະຢ່າຊູ່ຢ້ານ. 28ທ່ານທັງຫລາຍໄດ້ຍິນເຮົາກ່າວແກ່ພວກທ່ານແລ້ວວ່າ ‘ເຮົາຈະຈາກໄປແລະຈະກັບມາຫາພວກທ່ານ’ ຖ້າພວກທ່ານຮັກເຮົາ ພວກທ່ານກໍຈະຊົມຊື່ນຍິນດີທີ່ເຮົາໄປຫາພຣະບິດາ ເພາະພຣະບິດາຊົງເປັນໃຫຍ່ກວ່າເຮົາ. 29ບັດນີ້ເຮົາໄດ້ບອກທ່ານທັງຫລາຍກ່ອນເຫດການນັ້ນຈະເກີດຂຶ້ນ ເພື່ອວ່າເມື່ອເຫດການນັ້ນເກີດຂຶ້ນແລ້ວພວກທ່ານຈະໄດ້ເຊື່ອ. 30ຕັ້ງແຕ່ນີ້ໄປເຮົາຈະບໍ່ສົນທະນາຫລາຍຄຳກັບພວກທ່ານ ເພາະວ່າຜູ້ປົກຄອງໂລກຈະມາແລະຜູ້ນັ້ນບໍ່ມີສິດອັນໃດກ່ຽວກັບເຮົາ. 31ແຕ່ເຮົາໄດ້ເຮັດຕາມທີ່ພຣະບິດາໄດ້ຊົງບັນຊາ ເພື່ອໂລກຈະໄດ້ຮູ້ວ່າເຮົາຮັກພຣະບິດາ ຈົ່ງລຸກຂຶ້ນ, ເຮົາທັງຫລາຍພາກັນຈາກທີ່ນັ້ນໄປເທາະ.”
ໂຢຮັນ ບົດທີ 15
ພຣະເຢຊູຄືເຄືອອະງຸ່ນອັນແທ້ຈິງ
1“ເຮົາເປັນເຄືອອະງຸ່ນອັນແທ້ຈິງ ພຣະບິດາຂອງເຮົາຊົງເປັນຜູ້ບົວລະບັດ. 2ກິ່ງທຸກກິ່ງໃນເຮົາທີ່ບໍ່ເກີດຜົນ ພຣະອົງຊົງລິເສຍ ແລະກິ່ງທຸກກິ່ງທີ່ເກີດຜົນ ພຣະອົງຊົງຕອນເພື່ອໃຫ້ເກີດຜົນຫລາຍຂຶ້ນ. 3ບັດນີ້ທ່ານທັງຫລາຍກໍຕອນ ແລ້ວດ້ວຍພຣະທຳທີ່ເຮົາໄດ້ກ່າວຕໍ່ພວກທ່ານ. 4ຈົ່ງເຂົ້າສະໜິດຢູ່ໃນເຮົາແລະເຮົາເຂົ້າສະໜິດຢູ່ໃນພວກທ່ານ ກິ່ງຈະເກີດຜົນເອງບໍ່ໄດ້ນອກຈາກຈະຕິດຢູ່ກັບເຄືອສັນໃດ ທ່ານທັງຫລາຍກໍຈະເກີດຜົນບໍ່ໄດ້ນອກຈາກຈະເຂົ້າສະໜິດຢູ່ໃນເຮົາສັນນັ້ນ.
5ເຮົາເປັນເຄືອອະງຸ່ນ ທ່ານທັງຫລາຍເປັນກິ່ງ ຜູ້ທີ່ເຂົ້າສະໜິດຢູ່ໃນເຮົາ ແລະເຮົາເຂົ້າສະໜິດຢູ່ໃນຜູ້ນັ້ນ ແມ່ນຜູ້ນັ້ນແຫລະ, ຈະເກີດຜົນຫລາຍ ເພາະຖ້າແຍກຈາກເຮົາແລ້ວພວກທ່ານບໍ່ອາດເຮັດສິ່ງໃດໄດ້. 6ຖ້າຜູ້ໃດບໍ່ເຂົ້າສະໜິດຢູ່ໃນເຮົາ ຜູ້ນັ້ນກໍຕ້ອງຖືກຕັດຖິ້ມເສຍເໝືອນກິ່ງ ແລ້ວກໍຫ່ຽວແຫ້ງໄປແລະຖືກເກັບເອົາໄປເຜົາໄຟເສຍ. 7ຖ້າທ່ານທັງຫລາຍເຂົ້າສະໜິດຢູ່ໃນເຮົາ ແລະຖ້ອຍຄຳຂອງເຮົາຝັງຢູ່ໃນທ່ານແລ້ວ ພວກທ່ານຈະປາດຖະໜາສິ່ງໃດຈົ່ງຂໍແລ້ວສິ່ງນັ້ນຈະເກີດມີແກ່ພວກທ່ານ. 8ໃນການນີ້ແຫລະ, ພຣະບິດາຂອງເຮົາໄດ້ຊົງຮັບກຽດຕິຍົດ ຄືເມື່ອພວກທ່ານເກີດຜົນຫລາຍ ພວກທ່ານຈຶ່ງເກີດເປັນສາວົກຂອງເຮົາ.
9ພຣະບິດາໄດ້ຊົງຮັກເຮົາຢ່າງໃດ ຝ່າຍເຮົາໄດ້ຮັກພວກທ່ານຢ່າງນັ້ນເໝືອນກັນ ຈົ່ງຕັ້ງຢູ່ໃນຄວາມຮັກຂອງເຮົາ. 10ຖ້າພວກທ່ານຖືຮັກສາຂໍ້ບັນຍັດຂອງເຮົາ ທ່ານກໍຈະຕັ້ງຢູ່ໃນຄວາມຮັກຂອງເຮົາ ເໝືອນດັ່ງເຮົາໄດ້ຖືຮັກສາບັນຍັດພຣະບິດາຂອງເຮົາ ເຮົາຈຶ່ງຕັ້ງຢູ່ໃນຄວາມຮັກຂອງພຣະອົງ. 11ຂໍ້ຄວາມເຫລົ່ານີ້ເຮົາໄດ້ບອກທ່ານທັງຫລາຍແລ້ວ ເພື່ອຄວາມຍິນດີຂອງເຮົາຈະຢູ່ໃນທ່ານ ແລະຄວາມຍິນດີຂອງທ່ານຈະຄົບບໍລິບູນ. 12“ນີ້ແຫລະ, ເປັນຂໍ້ບັນຍັດຂອງເຮົາ ຄືໃຫ້ທ່ານທັງຫລາຍຮັກກັນແລະກັນ ເໝືອນດັ່ງເຮົາໄດ້ຮັກພວກທ່ານ. 13ບໍ່ມີຜູ້ໃດມີຄວາມຮັກໃຫຍ່ກວ່ານີ້ ຄືການທີ່ຜູ້ໜຶ່ງຈະໄດ້ສະຫລະຊີວິດຕາງມິດສະຫາຍຂອງຕົນ. 14ຖ້າທ່ານທັງຫລາຍເຮັດຂໍ້ທີ່ເຮົາໄດ້ບັນຍັດໄວ້ ພວກທ່ານກໍເປັນມິດສະຫາຍຂອງເຮົາ. 15ຕໍ່ໄປເຮົາບໍ່ເອີ້ນທ່ານທັງຫລາຍວ່າຂ້ອຍໃຊ້ ເພາະຂ້ອຍໃຊ້ບໍ່ຮູ້ວ່ານາຍຂອງຕົນກຳລັງເຮັດອັນໃດ ແຕ່ເຮົາເອີ້ນພວກທ່ານວ່າມິດສະຫາຍ ເພາະວ່າທຸກສິ່ງທີ່ເຮົາໄດ້ຍິນຈາກພຣະບິດາຂອງເຮົາ ເຮົາກໍໄດ້ສະແດງໃຫ້ແກ່ພວກທ່ານຊາບແລ້ວ. 16ບໍ່ແມ່ນທ່ານທັງຫລາຍໄດ້ເລືອກເອົາເຮົາ ແຕ່ຝ່າຍເຮົາໄດ້ເລືອກເອົາພວກທ່ານແລະໄດ້ແຕ່ງຕັ້ງທ່ານທັງຫລາຍ ເພື່ອໃຫ້ໄປເກີດຜົນ ແລະເພື່ອຜົນຂອງພວກທ່ານຈະຕັ້ງຢູ່ຖາວອນ ເພື່ອວ່າ, ເມື່ອທ່ານທັງຫລາຍຈະທູນຂໍສິ່ງໃດຈາກພຣະບິດາໃນນາມຂອງເຮົາ ພຣະອົງກໍຈະຊົງປະທານສິ່ງນັ້ນແກ່ພວກທ່ານ. 17ຂໍ້ຄວາມເຫລົ່ານີ້ເຮົາກໍບັນຍັດໄວ້ແກ່ທ່ານທັງຫລາຍເພື່ອພວກທ່ານຈະຮັກກັນແລະກັນ.
ຄວາມກຽດຊັງຂອງໂລກ
18“ຖ້າໂລກຫາກກຽດຊັງທ່ານທັງຫລາຍ ກໍຈົ່ງຮູ້ວ່າມັນໄດ້ກຽດຊັງເຮົາກ່ອນແລ້ວ. 19ຖ້າທ່ານທັງຫລາຍເປັນຂອງຝ່າຍໂລກ ໂລກກໍຈະຮັກແພງສິ່ງທີ່ເປັນຂອງມັນ ແຕ່ເພາະທ່ານທັງຫລາຍບໍ່ເປັນຂອງຝ່າຍໂລກ ແລະຝ່າຍເຮົາໄດ້ເລືອກເອົາພວກທ່ານອອກຈາກໂລກ ສັນນັ້ນໂລກຈຶ່ງກຽດຊັງພວກທ່ານ. 20ຈົ່ງລະນຶກເຖິງຄຳທີ່ເຮົາໄດ້ກ່າວແກ່ທ່ານທັງຫລາຍວ່າ ຂ້ອຍໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ ຖ້າເຂົາຂົ່ມເຫງເຮົາ ເຂົາກໍຈະຂົ່ມເຫງທ່ານທັງຫລາຍເໝືອນກັນ ຖ້າເຂົາຖືຮັກສາຂໍ້ຄວາມຂອງເຮົາ ເຂົາກໍຈະຖືຮັກສາຂໍ້ຄວາມຂອງພວກທ່ານເໝືອນກັນ. 21ແຕ່ສິ່ງທັງປວງນີ້ເຂົາກໍຈະເຮັດຕໍ່ທ່ານທັງຫລາຍ ເພາະເຫັນແກ່ນາມຂອງເຮົາ ເພາະວ່າເຂົາບໍ່ຮູ້ຈັກພຣະອົງຜູ້ຊົງໃຊ້ເຮົາມາ. 22ຖ້າເຮົາບໍ່ໄດ້ມາກ່າວແກ່ເຂົາ ເຂົາກໍບໍ່ມີຜິດບາບແຕ່ບັດນີ້ເຂົາບໍ່ມີຂໍ້ແກ້ຕົວໃນເລື່ອງຜິດບາບຂອງຕົນ. 23ຜູ້ທີ່ກຽດຊັງເຮົາກໍກຽດຊັງພຣະບິດາຂອງເຮົາເໝືອນກັນ. 24ຖ້າເຮົາບໍ່ໄດ້ເຮັດກິດຈະການຖ້າມກາງເຂົາ ອັນບໍ່ມີຜູ້ອື່ນໄດ້ເຮັດນັ້ນ ເຂົາກໍຄົງບໍ່ມີຜິດບາບ ແຕ່ບັດນີ້ເຂົາໄດ້ເຫັນ ແລະໄດ້ກຽດຊັງທັງເຮົາ ແລະພຣະບິດາຂອງເຮົາເໝືອນກັນ. 25ທັງນີ້ກໍເພື່ອຈະໄດ້ເປັນຈິງ ຕາມທີ່ຂຽນໄວ້ໃນພຣະບັນຍັດຂອງເຂົາທີ່ວ່າ ‘ເຂົາໄດ້ກຽດຊັງເຮົາໂດຍບໍ່ມີເຫດ’. 26ແຕ່ເມື່ອອົງພຣະຜູ້ຊ່ອຍຜູ້ທີ່ເຮົານີ້ຈະໃຊ້ມາຈາກພຣະບິດາຫາທ່ານທັງຫລາຍ ຄືພຣະວິນຍານແຫ່ງຄວາມຈິງຊຶ່ງອອກຈາກພຣະບິດາ ໄດ້ສະເດັດມາແລ້ວ ພຣະອົງນັ້ນແຫລະ, ຈະຊົງເປັນພະຍານໃຫ້ແກ່ເຮົາ. 27ສ່ວນທ່ານທັງຫລາຍກໍເປັນພະຍານເໝືອນກັນ ເພາະວ່າພວກທ່ານຢູ່ກັບເຮົາຕັ້ງແຕ່ຕົ້ນມາແລ້ວ.
ໂຢຮັນ ບົດທີ 16
1“ຂໍ້ຄວາມເຫລົ່ານີ້ເຮົາໄດ້ບອກທ່ານທັງຫລາຍແລ້ວ ເພື່ອບໍ່ໃຫ້ພວກທ່ານເກີດຄວາມສະດຸດໃຈ. 2ເຂົາຈະໄລ່ທ່ານທັງຫລາຍອອກຈາກໂຮງທຳມະເທດສະໜາຈະມີເວລາໜຶ່ງເມື່ອບຸກຄົນທີ່ຂ້າພວກທ່ານເສຍຈະຄຶດວ່າ ຕົນເຮັດການນັ້ນເພື່ອບູຊາຕໍ່ພຣະເຈົ້າ. 3ເຂົາຈະເຮັດດັ່ງນັ້ນ ເພາະເຂົາບໍ່ໄດ້ຮູ້ຈັກພຣະບິດາແລະບໍ່ໄດ້ຮູ້ຈັກເຮົາ. 4ແຕ່ທີ່ເຮົາໄດ້ບອກສິ່ງເຫລົ່ານີ້ໃຫ້ທ່ານທັງຫລາຍ ກໍເພື່ອວ່າ, ເມື່ອເວລາຂອງເຂົາມາເຖິງແລ້ວ ພວກທ່ານຈະໄດ້ລະນຶກວ່າ ຝ່າຍເຮົາໄດ້ບອກພວກທ່ານໄວ້ແລ້ວ.
ງານຂອງພຣະວິນຍານບໍລິສຸດ
“ເຮົາບໍ່ໄດ້ບອກສິ່ງເຫລົ່ານີ້ແກ່ທ່ານທັງຫລາຍຕັ້ງແຕ່ຕົ້ນມາ ເພາະວ່າເຮົາຍັງຢູ່ກັບພວກທ່ານ. 5ແຕ່ບັດນີ້ເຮົາຈວນຈະໄປຫາພຣະອົງຜູ້ຊົງໃຊ້ເຮົາມາ ແລະບໍ່ມີຜູ້ໃດໃນພວກທ່ານຖາມເຮົາວ່າ, ‘ທ່ານຈະໄປໃສ’. 6ແຕ່ເພາະເຮົາໄດ້ບອກສິ່ງເຫລົ່ານີ້ຕໍ່ພວກທ່ານ ໃຈຂອງພວກທ່ານຈຶ່ງເຕັມໄປດ້ວຍຄວາມທຸກ. 7ຢ່າງໃດກໍຕາມ, ເຮົາກໍບອກຄວາມຈິງຕໍ່ທ່ານທັງຫລາຍວ່າ ການທີ່ເຮົາຈາກໄປນັ້ນເປັນປະໂຫຍດແກ່ພວກທ່ານ ເພາະຖ້າເຮົາບໍ່ໄປ ອົງພຣະຜູ້ຊ່ອຍນັ້ນຈະບໍ່ໄດ້ສະເດັດມາຫາພວກທ່ານ ແຕ່ຖ້າເຮົາໄປແລ້ວ ເຮົາກໍຈະໃຊ້ ພຣະອົງນັ້ນມາຫາພວກທ່ານ. 8ເມື່ອພຣະອົງສະເດັດມາແລ້ວ ພຣະອົງນັ້ນແຫລະ, ຈະຊົງບັນດົນໃຫ້ໂລກຮູ້ແຈ້ງໃນເລື່ອງຄວາມຜິດບາບ, ຄວາມຊອບທຳ, ແລະການພິພາກສາ. 9ໃນເລື່ອງຄວາມຜິດບາບນັ້ນ ຄືເພາະເຂົາບໍ່ວາງໃຈເຊື່ອໃນເຮົາ. 10ໃນເລື່ອງຄວາມຊອບທຳນັ້ນ ຄືເພາະເຮົາໄປຫາພຣະບິດາແລະພວກທ່ານຈະບໍ່ເຫັນເຮົາອີກ. 11ສ່ວນເລື່ອງການພິພາກສານັ້ນ ຄືເພາະຜູ້ປົກຄອງໂລກນີ້ໄດ້ຖືກພິພາກສາແລ້ວ.
12“ເຮົາຍັງມີອີກຫລາຍສິ່ງທີ່ຈະບອກແກ່ທ່ານທັງຫລາຍ ແຕ່ດຽວນີ້ພວກທ່ານບໍ່ອາດຈະທົນໄດ້. 13ແຕ່ເມື່ອພຣະອົງນັ້ນຄືພຣະວິນຍານແຫ່ງຄວາມຈິງຈະສະເດັດມາແລ້ວ ພຣະອົງຈະນຳທ່ານທັງຫລາຍໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວແຕ່ລຳພັງຂອງພຣະອົງເອງ ແຕ່ພຣະອົງຊົງໄດ້ຍິນສິ່ງໃດກໍຈະຊົງກ່າວສິ່ງນັ້ນ ແລະຈະຊົງປະກາດໃຫ້ທ່ານທັງຫລາຍຮູ້ເຖິງສິ່ງເຫລົ່ານີ້ທີ່ຈະເກີດຂຶ້ນ. 14ພຣະອົງຈະຊົງໃຫ້ເຮົາໄດ້ຮັບກຽດ ເພາະວ່າພຣະອົງຈະຊົງເອົາສິ່ງທີ່ເປັນຂອງເຮົາມາປະກາດແກ່ທ່ານທັງຫລາຍ. 15ທຸກ ສິ່ງທີ່ພຣະບິດາຊົງມີຢູ່ນັ້ນກໍເປັນຂອງເຮົາ ເຫດສັນນັ້ນເຮົາຈຶ່ງກ່າວວ່າ ພຣະວິນຍານຊົງເອົາສິ່ງຊຶ່ງເປັນຂອງເຮົານັ້ນມາປະກາດແກ່ທ່ານທັງຫລາຍ.
ຄວາມທຸກໂສກຈະກາຍເປັນຄວາມຊົມຊື່ນຍິນດີ
16“ຍັງໜ້ອຍໜຶ່ງທ່ານທັງຫລາຍຈະບໍ່ເຫັນເຮົາຕໍ່ໄປ ແລະຍັງອີກໜ້ອຍໜຶ່ງພວກທ່ານກໍຈະເຫັນເຮົາ.”
17ສາວົກຂອງພຣະອົງລາງຄົນຈຶ່ງຖາມກັນວ່າ, “ທີ່ທ່ານໄດ້ກ່າວຕໍ່ພວກເຮົາວ່າ ‘ຍັງໜ້ອຍໜຶ່ງທ່ານທັງຫລາຍຈະບໍ່ເຫັນເຮົາ ແລະຍັງອີກໜ້ອຍໜຶ່ງພວກທ່ານກໍຈະເຫັນເຮົາ ແລະ ‘ເພາະເຮົາໄປຫາພຣະບິດາ’ ນີ້ໝາຍຄວາມຢ່າງໃດ.” 18ເຂົາຈຶ່ງເວົ້າກັນວ່າ, “ຍັງໜ້ອຍໜຶ່ງ ນັ້ນໝາຍຄວາມວ່າຢ່າງໃດ ພວກເຮົາບໍ່ເຂົ້າໃຈວ່າທ່ານກຳລັງເວົ້າຫຍັງ.”
19ພຣະເຢຊູຊົງຊາບວ່າເຂົາຢາກທູນຖາມພຣະອົງ ພຣະອົງຈຶ່ງຊົງກ່າວກັບເຂົາວ່າ, “ທ່ານທັງຫລາຍຖາມກັນໃນເລື່ອງທີ່ເຮົາກ່າວນັ້ນຫລືວ່າ ‘ຍັງໜ້ອຍໜຶ່ງທ່ານທັງຫລາຍຈະບໍ່ເຫັນເຮົາ’ ແລະ ‘ອີກໜ້ອຍໜຶ່ງພວກທ່ານກໍຈະເຫັນເຮົາ’. 20ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ທ່ານທັງຫລາຍຈະຮ້ອງໄຫ້ຮ່ຳໄຮ ແຕ່ໂລກນີ້ຈະຊົມຊື່ນຍິນດີ ສ່ວນພວກທ່ານຈະມີຄວາມທຸກໂສກ ແຕ່ຄວາມທຸກໂສກຂອງພວກທ່ານນັ້ນຈະກັບກາຍເປັນຄວາມຍິນດີ. 21ເມື່ອຜູ້ຍິງຈະເກີດລູກ ນາງກໍມີຄວາມທຸກເພາະເຖິງກຳນົດແລ້ວ ແຕ່ເມື່ອເກີດລູກແລ້ວນາງກໍບໍ່ຄຶດເຖິງຄວາມເຈັບປວດນັ້ນອີກ ເພາະມີຄວາມຊົມຊື່ນຍິນດີທີ່ຄົນຜູ້ໜຶ່ງເກີດມາໃນໂລກ. 22ດັ່ງນັ້ນໃນບັດນີ້ທ່ານທັງຫລາຍກໍມີຄວາມທຸກໂສກ ແຕ່ເຮົາຈະເຫັນພວກທ່ານອີກ ແລະໃຈຂອງພວກທ່ານຈະຊົມຊື່ນຍິນດີ ແລະບໍ່ມີຜູ້ໃດຈະເອົາຄວາມຍິນດີນັ້ນອອກໄປຈາກພວກທ່ານໄດ້. 23ໃນວັນນັ້ນທ່ານທັງຫລາຍຈະບໍ່ຖາມເຮົາເຖິງສິ່ງໃດ ເຮົາບອກພວກທ່ານຕາມຄວາມຈິງວ່າ ຖ້າພວກທ່ານຈະຂໍສິ່ງໃດຈາກພຣະບິດາໃນນາມຂອງເຮົາ ພຣະອົງຈະຊົງໂຜດປະທານສິ່ງນັ້ນໃຫ້ແກ່ທ່ານ. 24ມາເຖິງບັດນີ້ທ່ານທັງຫລາຍບໍ່ໄດ້ຂໍສິ່ງໃດໃນນາມຂອງເຮົາ ຈົ່ງຂໍແລ້ວພວກທ່ານຈະໄດ້ຮັບ ເພື່ອຄວາມຍິນດີຂອງພວກທ່ານຈະເຕັມບໍລິບູນ.
ເຮົາໄດ້ຊະນະໂລກແລ້ວ
25“ສິ່ງເຫລົ່ານີ້ເຮົາໄດ້ກ່າວຕໍ່ທ່ານທັງຫລາຍ ເປັນຄຳປຽບທຽບ ເມື່ອເຖິງເວລາໜຶ່ງເຮົາຈະບໍ່ກ່າວເປັນຄຳປຽບທຽບຕໍ່ພວກທ່ານອີກ ແຕ່ຈະບອກໃຫ້ພວກທ່ານຮູ້ເລື່ອງພຣະບິດາໂດຍແຈ່ມແຈ້ງ. 26ໃນວັນນັ້ນທ່ານທັງຫລາຍຈະທູນຂໍໃນນາມຂອງເຮົາ ແລະເຮົາຈະບໍ່ບອກພວກທ່ານວ່າ ເຮົາຈະອ້ອນວອນພຣະບິດາເພື່ອພວກທ່ານ. 27ດ້ວຍວ່າພຣະບິດາເອງກໍຊົງຮັກແພງທ່ານທັງຫລາຍ ເພາະວ່າພວກທ່ານໄດ້ຮັກແພງເຮົາ ແລະໄດ້ເຊື່ອວ່າ ເຮົາອອກມາຈາກພຣະເຈົ້າ. 28ເຮົາໄດ້ອອກມາຈາກພຣະບິດາແລະໄດ້ມາໃນໂລກ ແລ້ວເຮົາຈະຈາກໂລກໄປຫາພຣະບິດາອີກ.”
29ພວກສາວົກຂອງພຣະອົງໄດ້ທູນວ່າ, “ນີ້ແຫລະ, ບັດນີ້ທ່ານກ່າວໂດຍແຈ່ມແຈ້ງ ບໍ່ໄດ້ກ່າວເປັນຄຳປຽບທຽບ. 30ບັດນີ້ພວກຂ້ານ້ອຍຮູ້ແລ້ວວ່າທ່ານຮູ້ຈັກສັບພະທຸກສິ່ງ ແລະບໍ່ຈຳເປັນທີ່ຜູ້ໃດຈະຖາມທ່ານອີກ ດ້ວຍເຫດນີ້ພວກຂ້ານ້ອຍຈຶ່ງເຊື່ອວ່າທ່ານມາຈາກພຣະເຈົ້າ.”
31ພຣະເຢຊູຊົງຕອບເຂົາວ່າ, “ດຽວນີ້ທ່ານທັງຫລາຍເຊື່ອແລ້ວຫລື. 32ເບິ່ງແມ, ເວລາຈະມາແລະເວລານັ້ນກໍເຖິງແລ້ວ ທີ່ທ່ານທັງຫລາຍຈະຕ້ອງແຕກຊະກັນໄປບ້ານໃຜເຮືອນມັນ ແລະຈະປະເຮົາໄວ້ຜູ້ດຽວແຕ່ຫາກວ່າເຮົາບໍ່ໄດ້ຢູ່ຜູ້ດຽວເພາະພຣະບິດາຊົງສະຖິດຢູ່ກັບເຮົາ. 33ເຮົາໄດ້ບອກເລື່ອງນີ້ແກ່ທ່ານທັງຫລາຍ ເພື່ອພວກທ່ານຈະມີຄວາມສະຫງົບສຸກໃນເຮົາ ໃນໂລກນີ້ພວກທ່ານຈະມີຄວາມທຸກລຳບາກ ແຕ່ຈົ່ງຊື່ນໃຈເທາະ ຝ່າຍເຮົາໄດ້ຊະນະໂລກແລ້ວ.”
ໂຢຮັນ ບົດທີ 17
ພຣະເຢຊູຊົງອ້ອນວອນເພື່ອພວກສາວົກ
1ເມື່ອພຣະເຢຊູຊົງກ່າວຖ້ອຍຄຳເຫລົ່ານີ້ແລ້ວ ພຣະອົງກໍຊົງເງີຍພຣະພັກຂຶ້ນເບິ່ງຟ້າໂດຍຊົງກ່າວວ່າ, “ພຣະບິດາເອີຍ, ເຖິງເວລາແລ້ວ ຂໍຊົງໂຜດໃຫ້ພຣະບຸດຂອງພຣະອົງໄດ້ຮັບກຽດຕິຍົດ ເພື່ອພຣະບຸດຈະໄດ້ຖວາຍກຽດຕິຍົດແດ່ພຣະອົງ. 2ເໝືອນດັ່ງພຣະອົງໄດ້ຊົງປະທານໃຫ້ພຣະບຸດມີສິດອຳນາດເໜືອມະນຸດທັງປວງ ເພື່ອໃຫ້ພຣະບຸດປະທານຊີວິດອັນຕະຫລອດໄປເປັນນິດ ແກ່ທຸກຄົນທີ່ພຣະອົງໄດ້ຊົງມອບໃຫ້ແກ່ພຣະບຸດນັ້ນ. 3ນີ້ແຫລະ, ແມ່ນຊີວິດອັນຕະຫລອດໄປເປັນນິດ ຄືທີ່ເຂົາຮູ້ຈັກພຣະອົງຜູ້ຊົງເປັນພຣະເຈົ້າທ່ຽງແທ້ອົງດຽວແລະຮູ້ຈັກພຣະເຢຊູຄຣິດທີ່ພຣະອົງຊົງໃຊ້ມາ. 4ຂ້ານ້ອຍໄດ້ຖວາຍກຽດຕິຍົດແດ່ພຣະອົງໃນໂລກ ຂ້ານ້ອຍໄດ້ເຮັດກິດຈະການທີ່ພຣະອົງຊົງໃຫ້ຂ້ານ້ອຍເຮັດນັ້ນສຳເລັດແລ້ວ. 5ບັດນີ້ພຣະບິດາເອີຍ, ຂໍຊົງໂຜດໃຫ້ຂ້ານ້ອຍມີກຽດຕິຍົດຕໍ່ພຣະພັກຂອງພຣະອົງເອງ ຄືກຽດຕິຍົດທີ່ຂ້ານ້ອຍມີກັບພຣະອົງກ່ອນໂລກບໍ່ທັນມີນັ້ນ.
6“ຂ້ານ້ອຍໄດ້ສະແດງພຣະນາມຂອງພຣະອົງ ແກ່ຄົນທັງຫລາຍທີ່ພຣະອົງໄດ້ຊົງປະທານໃຫ້ແກ່ຂ້ານ້ອຍຈາກມະນຸດສະໂລກ ຄົນເຫລົ່ານັ້ນເປັນຂອງພຣະອົງແລ້ວ ແລະພຣະອົງໄດ້ຊົງປະທານເຂົາໃຫ້ແກ່ຂ້ານ້ອຍ ແລະເຂົາໄດ້ຖືຮັກສາພຣະທຳຂອງພຣະອົງແລ້ວ. 7ບັດນີ້ເຂົາຊາບແລ້ວວ່າ ທຸກສິ່ງທີ່ພຣະອົງຊົງປະທານໃຫ້ແກ່ຂ້ານ້ອຍນັ້ນມາຈາກພຣະອົງ. 8ເພາະວ່າຖ້ອຍຄຳທັງຫລາຍທີ່ພຣະອົງຊົງປະທານໃຫ້ແກ່ຂ້ານ້ອຍນັ້ນ ຂ້ານ້ອຍໄດ້ໃຫ້ເຂົາແລ້ວ ແລະເຂົາໄດ້ຮັບໄວ້ ແລະເຂົາຮູ້ແນ່ວ່າຂ້ານ້ອຍມາຈາກພຣະອົງທັງເຊື່ອວ່າພຣະອົງໄດ້ຊົງໃຊ້ຂ້ານ້ອຍມາ. 9ຂ້ານ້ອຍອ້ອນວອນເພື່ອເຂົາ ຂ້ານ້ອຍບໍ່ໄດ້ອ້ອນວອນເພື່ອໂລກ ແຕ່ເພື່ອຄົນເຫລົ່ານັ້ນທີ່ພຣະອົງໄດ້ຊົງປະທານແກ່ຂ້ານ້ອຍ ເພາະວ່າເຂົາເປັນຂອງພຣະອົງ. 10ທຸກສິ່ງຊຶ່ງເປັນຂອງຂ້ານ້ອຍກໍເປັນຂອງພຣະອົງ ແລະທຸກສິ່ງຊຶ່ງເປັນຂອງພຣະອົງກໍເປັນຂອງຂ້ານ້ອຍ ແລະຂ້ານ້ອຍມີກຽດຕິຍົດໃນສິ່ງເຫລົ່ານັ້ນ. 11ບັດນີ້ຂ້ານ້ອຍຈະບໍ່ຢູ່ໃນໂລກນີ້ອີກ ແຕ່ເຂົາຍັງຢູ່ໃນໂລກນີ້ ຝ່າຍຂ້ານ້ອຍກຳລັງຈະເມືອຫາພຣະອົງ ໂອ, ພຣະບິດາຜູ້ບໍລິສຸດ ຂໍພຣະອົງຊົງໂຜດພິທັກຮັກສາເຂົາໄວ້ໂດຍພຣະນາມຂອງພຣະອົງ ທີ່ພຣະອົງໄດ້ຊົງປະທານແກ່ຂ້ານ້ອຍນັ້ນ ເພື່ອເຂົາຈະເປັນອັນໜຶ່ງອັນດຽວກັນເໝືອນດັ່ງເຮົາທັງສອງ. 12ເມື່ອຂ້ານ້ອຍຍັງຢູ່ກັບເຂົາ ຂ້ານ້ອຍກໍໄດ້ພິທັກຮັກສາເຂົາໄວ້ ໂດຍພຣະນາມຂອງພຣະອົງທີ່ພຣະອົງໄດ້ຊົງປະທານແກ່ຂ້ານ້ອຍ ຂ້ານ້ອຍໄດ້ປົກປັກຮັກສາເຂົາໄວ້ແລະບໍ່ມີຜູ້ໃດໄດ້ເສຍໄປ ເວັ້ນໄວ້ແຕ່ຜູ້ຖືກຊົງໝາຍໄວ້ສຳລັບຄວາມຈິບຫາຍ ເພື່ອໃຫ້ສຳເລັດໄປຕາມຂໍ້ພຣະທຳ. 13ບັດນີ້ຂ້ານ້ອຍກຳລັງຈະເມືອຫາພຣະອົງ ຂ້ານ້ອຍກ່າວເຖິງສິ່ງເຫລົ່ານີ້ໃນໂລກ ເພື່ອເຂົາຈະໄດ້ຮັບຄວາມຊົມຊື່ນຍິນດີຂອງຂ້ານ້ອຍຢ່າງບໍລິບູນ. 14ຝ່າຍຂ້ານ້ອຍໄດ້ມອບພຣະທຳຂອງພຣະອົງໃຫ້ແກ່ເຂົາແລ້ວ ແລະໂລກນີ້ໄດ້ໄດ້ກຽດຊັງເຂົາເພາະເຂົາບໍ່ຢູ່ຝ່າຍໂລກ ເໝືອນຂ້ານ້ອຍບໍ່ຢູ່ຝ່າຍໂລກນັ້ນ. 15ຂ້ານ້ອຍບໍ່ໄດ້ຂໍພຣະອົງເອົາເຂົາອອກຈາກໂລກນີ້ ແຕ່ໄດ້ຂໍຮັກສາເຂົາໄວ້ໃຫ້ພົ້ນຈາກມານຮ້າຍ. 16ເຂົາບໍ່ຢູ່ຝ່າຍໂລກເໝືອນດັ່ງຂ້ານ້ອຍນີ້ບໍ່ຢູ່ຝ່າຍໂລກ. 17ຂໍຊົງໂຜດຊຳລະເຂົາໃຫ້ບໍລິສຸດດ້ວຍຄວາມຈິງ ພຣະທຳຂອງພຣະອົງນັ້ນເປັນຄວາມຈິງ. 18ພຣະອົງຊົງໃຊ້ຂ້ານ້ອຍມາໃນໂລກສັນໃດ ຂ້ານ້ອຍກໍໃຊ້ເຂົາໄປໃນໂລກສັນນັ້ນ. 19ຂ້ານ້ອຍຊຳລະຕົວຖວາຍເພາະເຫັນແກ່ເຂົາ ເພື່ອໃຫ້ເຂົາຮັບການຊົງຊຳລະແຕ່ງຕັ້ງໄວ້ດ້ວຍຄວາມຈິງເໝືອນກັນ.
20“ຂ້ານ້ອຍບໍ່ໄດ້ອ້ອນວອນເພື່ອຄົນເຫລົ່ານີ້ພວກດຽວ ແຕ່ເພື່ອຄົນທັງປວງທີ່ວາງໃຈໃນຂ້ານ້ອຍ ເພາະຖ້ອຍຄຳຂອງເຂົາ, 21ເພື່ອເຂົາທັງໝົດຈະເປັນອັນໜຶ່ງອັນດຽວກັນ ດັ່ງທີ່ພຣະອົງຄືພຣະບິດາຊົງສະຖິດໃນຂ້ານ້ອຍ ແລະຂ້ານ້ອຍໃນພຣະອົງ ເພື່ອໃຫ້ເຂົາຢູ່ໃນເຮົາທັງສອງເໝືອນກັນ ເພື່ອໂລກຈະໄດ້ເຊື່ອວ່າແມ່ນພຣະອົງແຫລະ, ຊົງໃຊ້ຂ້ານ້ອຍມາ. 22ແລະກຽດຕິຍົດທີ່ພຣະອົງຊົງປະທານໃຫ້ແກ່ຂ້ານ້ອຍນັ້ນຂ້ານ້ອຍກໍໄດ້ໃຫ້ແກ່ເຂົາ ເພື່ອເຂົາຈະເປັນອັນໜຶ່ງອັນດຽວກັນ ເໝືອນດັ່ງເຮົາທັງສອງເປັນອັນໜຶ່ງອັນດຽວກັນນັ້ນ. 23ຂ້ານ້ອຍຢູ່ໃນເຂົາແລະພຣະອົງຊົງຢູ່ໃນຂ້ານ້ອຍ ເພື່ອເຂົາຈະເປັນອັນໜຶ່ງອັນດຽວກັນຢ່າງສົມບູນ ເພື່ອໂລກຈະໄດ້ຮູ້ວ່າແມ່ນພຣະອົງນັ້ນແຫລະ, ຊົງໃຊ້ຂ້ານ້ອຍມາ ແລະພຣະອົງຊົງຮັກເຂົາເໝືອນດັ່ງທີ່ພຣະອົງຊົງຮັກຂ້ານ້ອຍ.
24“ໂອ ພຣະບິດາເອີຍ, ຊຶ່ງພຣະອົງຊົງປະທານໃຫ້ແກ່ຂ້ານ້ອຍນັ້ນ ຂ້ານ້ອຍກໍປາດຖະໜາຢາກໃຫ້ເຂົາຢູ່ກັບຂ້ານ້ອຍໃນບ່ອນຊຶ່ງຂ້ານ້ອຍຢູ່ນັ້ນເໝືອນກັນ ເພື່ອເຂົາຈະໄດ້ເຫັນສະຫງ່າລາສີຂອງຂ້ານ້ອຍ ຊຶ່ງພຣະອົງຊົງປະທານໃຫ້ແກ່ຂ້ານ້ອຍ ເພາະພຣະອົງຊົງຮັກຂ້ານ້ອຍ ກ່ອນຊົງສ້າງໂລກ. 25ໂອ ພຣະບິດາຜູ້ຍຸດຕິທຳ, ໂລກນີ້ບໍ່ໄດ້ຮູ້ຈັກ ພຣະອົງແຕ່ຝ່າຍຂ້ານ້ອຍໄດ້ຮູ້ຈັກພຣະອົງ ແລະຄົນເຫລົ່ານີ້ໄດ້ຮູ້ວ່າແມ່ນພຣະອົງແຫລະ, ຊົງໃຊ້ຂ້ານ້ອຍມາ. 26ຂ້ານ້ອຍໄດ້ເຮັດໃຫ້ເຂົາຮູ້ຈັກພຣະນາມຂອງພຣະອົງ ແລະຈະເຮັດໃຫ້ເຂົາຮູ້ອີກ ເພື່ອຄວາມຮັກທີ່ພຣະອົງໄດ້ຊົງຮັກຂ້ານ້ອຍຈະຢູ່ໃນເຂົາ ແລະຝ່າຍຂ້ານ້ອຍກໍຢູ່ໃນເຂົາ.”
ໂຢຮັນ ບົດທີ 18
ການມອບແລະການຈັບກຸມພຣະເຢຊູ
(ມທ 26:47-56; ມຣກ 14:43-50; ລກ
22:47-53)
1ເມື່ອພຣະເຢຊູຊົງກ່າວຖ້ອຍຄຳເຫລົ່ານີ້ແລ້ວ ພຣະອົງໄດ້ສະເດັດອອກໄປກັບພວກສາວົກຂອງພຣະອົງ ຂ້າມຫ້ວຍກິດໂຣນບ່ອນມີສວນ ພຣະອົງສະເດັດເຂົ້າໄປໃນສວນນັ້ນກັບສາວົກ. 2ຝ່າຍຢູດາຜູ້ທີ່ທໍລະຍົດຕໍ່ພຣະອົງກໍຮູ້ຈັກບ່ອນນັ້ນເໝືອນກັນ ເພາະວ່າທີ່ນັ້ນ ພຣະເຢຊູໄດ້ປະຊຸມກັນກັບພວກສາວົກຫລາຍເທື່ອແລ້ວ. 3ດັ່ງນັ້ນຢູດາໄດ້ພາພວກທະຫານກັບເຈົ້າໜ້າທີ່ ມາຈາກພວກປະໂລຫິດຕົນໃຫຍ່ແລະພວກຟາຣີຊາຍ ຖືໂຄມ, ຖືກະບອງ, ແລະເຄື່ອງ ອາວຸດເຂົ້າມາໃນທີ່ນັ້ນ.
4ຝ່າຍພຣະເຢຊູຊາບທຸກສິ່ງທີ່ຈະເກີດຂຶ້ນກັບພຣະອົງ ຈຶ່ງສະເດັດອອກໄປຊົງຖາມເຂົາວ່າ, “ທ່ານທັງຫລາຍຊອກຫາໃຜ.” 5ເຂົາທູນຕອບພຣະອົງວ່າ, “ມາຫາເຢຊູໄທນາຊາເຣັດ” ພຣະເຢຊູຊົງກ່າວກັບເຂົາວ່າ, “ເຮົານີ້ແຫລະ, ຄືຜູ້ນັ້ນ” ຢູດາຜູ້ທໍລະຍົດຕໍ່ພຣະອົງກໍຢືນຢູ່ກັບຄົນເຫລົ່ານັ້ນ. 6ເມື່ອພຣະອົງຊົງກ່າວຕໍ່ເຂົາວ່າ, “ເຮົານີ້ແຫລະ, ຄືຜູ້ນັ້ນ” ເຂົາໄດ້ຖອຍຫລັງລົ້ມລົງເທິງດິນ. 7ພຣະອົງຈຶ່ງຊົງຖາມເຂົາອີກວ່າ, “ທ່ານທັງຫລາຍຊອກຫາໃຜ” ເຂົາທູນຕອບວ່າ, “ມາຫາເຢຊູໄທນາຊາເຣັດ.” 8ພຣະເຢຊູຊົງຕອບວ່າ, “ເຮົາໄດ້ບອກພວກທ່ານແລ້ວວ່າ ແມ່ນເຮົານີ້ແຫລະ ເຫດສັນນັ້ນຖ້າພວກທ່ານຊອກຫາເຮົາ ຈົ່ງປະໃຫ້ຄົນເຫລົ່ານີ້ໄປເສຍ.” 9ທັງນີ້ກໍເພື່ອໃຫ້ສຳເລັດຕາມຖ້ອຍຄຳທີ່ພຣະອົງຊົງກ່າວວ່າ, “ຄົນເຫລົ່ານີ້ທີ່ພຣະອົງປະທານໃຫ້ແກ່ຂ້ານ້ອຍ ບໍ່ໄດ້ສູນເສຍໄປແມ່ນແຕ່ຄົນດຽວ.”
10ຊີໂມນເປໂຕ ມີດາບຈຶ່ງຖອດອອກມາຟັນຂ້ອຍໃຊ້ຄົນໜຶ່ງຂອງມະຫາປະໂລຫິດ ຖືກຫູເບື້ອງຂວາຂາດ ຂ້າໃຊ້ຄົນນັ້ນຊື່ວ່າ ມາລະໂຂ. 11ພຣະເຢຊູຊົງກ່າວຕໍ່ເປໂຕວ່າ, “ຈົ່ງເອົາດາບໃສ່ຝັກໄວ້ເສຍ ຈອກທີ່ພຣະບິດາຊົງປະທານໃຫ້ແກ່ເຮົາ ເຮົາຈະບໍ່ດື່ມຫລື.”
ພຣະເຢຊູຊົງຖືກນຳໄປຫາປະໂລຫິດ
(ມທ 26:57-58; ມຣກ 14:53-54; ລກ
22:54)
12ກອງທະຫານກັບນາຍພັນ ພ້ອມດ້ວຍເຈົ້າໜ້າທີ່ຂອງພວກຢິວ ໄດ້ຫຸ້ມຈັບພຣະເຢຊູມັດໄວ້. 13ແລ້ວເຂົາໄດ້ພາພຣະອົງໄປຫາອັນນາກ່ອນ ເພາະອັນນາເປັນພໍ່ເມຍຂອງກາຢະຟາ ຜູ້ຊຶ່ງເປັນມະຫາປະໂລຫິດປະຈຳການໃນປີນັ້ນ. 14ກາຢະຟາຜູ້ນີ້ແຫລະ, ທີ່ແນະນຳພວກຢິວວ່າ ຄວນໃຫ້ຄົນໜຶ່ງຕາຍແທນພົນລະເມືອງທັງໝົດ.
ເປໂຕປະຕິເສດພຣະເຢຊູ
(ມທ 26:69-70; ມຣກ 14:66-68; ລກ
22:55-57)
15ຊີໂມນເປໂຕກັບສາວົກອີກຄົນໜຶ່ງໄດ້ຕາມພຣະເຢຊູໄປ ສາວົກຄົນນັ້ນຮູ້ຈັກກັນກັບມະຫາປະໂລຫິດ ເຂົາໄດ້ເຂົາໄປກັບພຣະເຢຊູເຖິງເດີ່ນບ້ານຂອງມະຫາປະໂລຫິດ. 16ຝ່າຍເປໂຕຢືນຢູ່ຮີມປະຕູຂ້າງນອກ ສາວົກຄົນນັ້ນທີ່ຮູ້ຈັກກັນກັບມະຫາປະໂລຫິດ ໄດ້ອອກໄປເວົ້າກັບຜູ້ຍິງທີ່ເຝົ້າປະຕູ ແລ້ວກໍພາເປໂຕເຂົ້າໄປ. 17ມີຍິງໃຊ້ທີ່ເຝົ້າປະຕູໄດ້ຖາມເປໂຕວ່າ, “ໂຕກໍເປັນສາວົກຂອງຄົນນັ້ນເໝືອນກັນຕີ້” ເປໂຕຕອບວ່າ, “ບໍ່ແມ່ນດອກ.” 18ພວກຂ້ອຍໃຊ້ກັບພວກຍາມກໍຢືນຢູ່ທີ່ນັ້ນ ເອົາຖ່ານມາດັ່ງໄຟເພາະວ່າ ອາກາດໜາວ ຈຶ່ງພາກັນຢືນຝີງໄຟຢູ່ ແລະເປໂຕກໍຢືນຝີງໄຟນຳເຂົາເໝືອນກັນ.
ມະຫາປະໂລຫິດສອບຖາມພຣະເຢຊູ
(ມທ 26:59-66; ມຣກ 14:55-64; ລກ
22:66-71)
19ຝ່າຍມະຫາປະໂລຫິດຈຶ່ງທູນຖາມພຣະເຢຊູເຖິງພວກສາວົກຂອງພຣະອົງແລະເຖິງຄຳສັ່ງສອນຂອງພຣະອົງ. 20ພຣະເຢຊູຊົງຕອບທ່ານວ່າ, “ເຮົານີ້ໄດ້ກ່າວໃຫ້ໂລກຟັງຢ່າງເປີດເຜີຍ ເຮົາໄດ້ສັ່ງສອນສະເໝີໃນໂຮງທຳມະເທດສະໜາ ແລະໃນບໍລິເວນພຣະວິຫານທີ່ພວກຢິວທັງໝົດຊຸມນຸມກັນ ເຮົາບໍ່ໄດ້ກ່າວສິ່ງໄດ້ໃນທີ່ລັບລີ້. 21ທ່ານຖາມເຮົາເຮັດຫຍັງ ຈົ່ງຖາມຄົນທັງຫລາຍທີ່ໄດ້ຟັງເຮົາວ່າ ເຮົາໄດ້ເວົ້າອັນໃດກັບເຂົາ ຄົນເຫລົ່ານີ້ແຫລະ, ໄດ້ຮູ້ອັນທີ່ເຮົາໄດ້ເວົ້ານັ້ນ.” 22ເມື່ອພຣະອົງຊົງກ່າວດັ່ງນັ້ນແລ້ວ ເຈົ້າໜ້າທີ່ຄົນໜຶ່ງທີ່ຢືນຢູ່ທີ່ນັ້ນໄດ້ຕົບພຣະພັກພຣະເຢຊູແລ້ວກ່າວວ່າ, “ເຈົ້າຕອບມະຫາປະໂລຫິດຢ່າງນັ້ນຫລື.” 23ພຣະເຢຊູຊົງຕອບວ່າ, “ຖ້າເຮົາເວົ້າຜິດ ຈົ່ງເປັນພະຍານໃນການຜິດນັ້ນ ແຕ່ຖ້າເຮົາເວົ້າຖືກ ທ່ານຕົບເຮົາເຮັດຫຍັງ”. 24ອັນນາຈຶ່ງໃຫ້ພາພຣະເຢຊູທີ່ຊົງຖືກມັດຢູ່ນັ້ນໄປຫາກາຢະຟາ ຜູ້ເປັນມະຫາປະໂລຫິດປະຈຳການ.
ເປໂຕປະຕິເສດພຣະເຢຊູອີກ
(ມທ 26:71-75; ມຣກ 14:69-72; ລກ
22:58-62)
25ຂະນະນັ້ນຊີໂມນເປໂຕກຳລັງຢືນຝີງໄຟຢູ່ ຄົນເຫລົ່ານັ້ນຖາມເປໂຕວ່າ, “ໂຕກໍເປັນສາວົກຂອງຄົນນັ້ນເໝືອນກັນບໍ່ແມ່ນຫລື” ເປໂຕຕອບປະຕິເສດວ່າ, “ບໍ່ແມ່ນດອກ.” 26ຂ້ອຍໃຊ້ຄົນໜຶ່ງຂອງມະຫາປະໂລຫິດ ຊຶ່ງເປັນພີ່ນ້ອງກັບເປໂຕຟັນຫູຂາດນັ້ນ ກໍໄດ້ຖາມວ່າ, “ຂ້ອຍໄດ້ເຫັນເຈົ້າກັບຄົນນັ້ນໃນສວນບໍ່ແມ່ນຫລື.” 27ເປໂຕຈຶ່ງຕອບປະຕິເສດອີກ ແລະທັນໃດນັ້ນໄກ່ກໍຂັນ
ພຣະເຢຊູຊົງຖືກນຳໄປຫາປີລາດ
(ມທ 27:1-2; 11-14; ມຣກ 15:1-5; ລກ 23:1-5)
28ເຂົາກໍໄດ້ນຳພຣະເຢຊູອອກຈາກເຮືອນຂອງກາຢະຟາໄປຍັງສານໄປຣໂຕຣຽນເປັນເວລາແຕ່ເຊົ້າ ສ່ວນພວກຢິວບໍ່ໄດ້ເຂົ້າໄປໃນສານນັ້ນ ເພາະຢ້ານວ່າຈະບໍ່ສະອາດເພື່ອຈະກິນປັດສະຄາໄດ້. 29ດັ່ງນັ້ນປີລາດຈຶ່ງອອກມາຫາເຂົາແລະຖາມວ່າ, “ພວກທ່ານມີເລື່ອງອັນໄດ້ມາຟ້ອງຄົນນີ້.” 30ເຂົາຕອບວ່າ, “ຖ້າຄົນນີ້ບໍ່ເປັນຜູ້ຮ້າຍພວກຂ້ານ້ອຍກໍຄົງຈະບໍ່ໄດ້ມອບໃຫ້ທ່ານ.”
31ປີລາດຈຶ່ງກ່າວແກ່ເຂົາວ່າ, “ພວກທ່ານຈົ່ງເອົາຄົນນີ້ໄປຊຳລະຕັດສີນຕາມກົດໝາຍຂອງພວກທ່ານເສຍ” ພວກຢິວຈຶ່ງຮຽນວ່າ, “ຕາມກົດໝາຍພວກຂ້ານ້ອຍບໍ່ມີສິດຈະປະຫານຊີວິດຜູ້ໃດຜູ້ໜຶ່ງ.” 32ທັງນີ້ເພື່ອໃຫ້ສຳເລັດຕາມຖ້ອຍຄຳຂອງພຣະເຢຊູ ຊຶ່ງຊົງກ່າວໄວ້ເພື່ອສະແດງວ່າ ພຣະອົງຊົງສິ້ນພຣະຊົນດ້ວຍວິທີໃດ.
33ປີລາດຈຶ່ງເຂົ້າໄປໃນສານໄປຣໂຕຣຽນອີກ ແລະເອີ້ນພຣະເຢຊູມາ ແລ້ວທູນຖາມວ່າ, “ເຈົ້າເປັນກະສັດຂອງຊາດຢິວຫລື.” 34ພຣະເຢຊູຊົງຕອບວ່າ, “ທ່ານຖາມຢ່າງນັ້ນແຕ່ລຳພັງແຕ່ໂຕທ່ານເອງຫລື ຫລືວ່າຄົນອື່ນບອກທ່ານເຖິງເລື່ອງເຮົາ.” 35ປີລາດທູນຕອບວ່າ, “ສ່ວນຂ້ອຍບໍ່ແມ່ນຊາດຢິວ ຊົນຊາດຂອງເຈົ້າເອງແລະພວກປະໂລຫິດຕົນໃຫຍ່ໄດ້ມອບເຈົ້າໄວ້ໃຫ້ຂ້ອຍ ເຈົ້າໄດ້ເຮັດອັນໃດ.”
36ພຣະເຢຊູຊົງຕອບວ່າ, “ລາຊະອຳນາດຂອງເຮົາບໍ່ເປັນແຕ່ໂລກນີ້ ຖ້າລາຊະອຳນາດຂອງເຮົາເປັນແຕ່ໂລກນີ້ ຜູ້ຮັບໃຊ້ຂອງເຮົາຄົງຈະໄດ້ຕໍ່ສູ້ ບໍ່ໃຫ້ເຮົາຖືກມອບໄວ້ແກ່ພວກຢິວ ແຕ່ບັດນີ້ລາຊະອຳນາດຂອງເຮົາບໍ່ເປັນແຕ່ໂລກນີ້.” 37ປີລາດຈຶ່ງທູນພຣະອົງວ່າ, “ຖ້າດັ່ງນັ້ນເຈົ້າເປັນກະສັດຕີ້” ພຣະເຢຊູຊົງຕອບວ່າ, “ທ່ານເວົ້າແລ້ວວ່າເຮົາເປັນກະສັດຝ່າຍເຮົາເກີດມາ ແລະເຂົ້າມາໃນໂລກນີ້ກໍເພາະເຫດນີ້ແຫລະ ຄືເພື່ອຈະເປັນພະຍານເຖິງຄວາມຈິງ ທຸກ ຄົນທີ່ຢູ່ຝ່າຍຄວາມຈິງຍ່ອມຟັງສຽງຂອງເຮົາ.” 38ປີລາດທູນຖາມວ່າ, “ຄວາມຈິງນັ້ນຄືອັນໄດ້.”
ພຣະເຢຊູຊົງຖືກພິພາກສາໃຫ້ສິ້ນພຣະຊົນ
(ມທ 27:15-31; ມຣກ 15:6-20; ລກ 23:13-25)
ເມື່ອປີລາດຖາມດັ່ງນີ້ແລ້ວທ່ານກໍອອກໄປຫາພວກຢິວອີກ ແລະບອກເຂົາວ່າ, “ຝ່າຍເຮົາບໍ່ເຫັນຜິດໃນໃນຜູ້ນີ້ຈັກປະການ. 39ແຕ່ພວກທ່ານມີທຳນຽມໃຫ້ເຮົາປ່ອຍຄົນໜຶ່ງໃຫ້ພວກທ່ານໃນເທດສະການປັດສະຄາ ພວກທ່ານຢາກໃຫ້ເຮົາປ່ອຍກະສັດຂອງຊາດຢິວໃຫ້ແກ່ວພວກທ່ານຫລື.” 40ຄົນທັງຫລາຍຈຶ່ງຮ້ອງຂຶ້ນອີກວ່າ, “ຢ່າປ່ອຍຄົນນີ້ແຕ່ຈົ່ງປ່ອຍບາຣາບາ” ສ່ວນບາຣາບານັ້ນເປັນໂຈນ.
ໂຢຮັນ ບົດທີ 19
1ແລ້ວປີລາດຈຶ່ງເອົາພຣະເຢຊູໄປໃຫ້ເຂົາຂ້ຽນ. 2ແລະພວກທະຫານໄດ້ເອົາເຄືອໜາມມາຖັກເປັນໂຄ້ງແທນພວງມາໄລສຸບໃສ່ພຣະສຽນຂອງພຣະອົງ ພ້ອມທັງເອົາເສື້ອຄຸມສີມ່ວງອ່ອນມານຸ່ງໃຫ້ພຣະອົງ. 3ແລະເຂົາໄດ້ຫຍັບເຂົ້າມາຫາພຣະອົງທູນວ່າ, “ກະສັດຂອງຊາດຢິວເອີຍ, ຈົ່ງຊົງພຣະຈະເລີນເທີນ” ແລະເຂົາກໍຕົບພຣະພັກພຣະອົງ.
4ປີລາດໄດ້ອອກໄປອີກແລະກ່າວຕໍ່ເຂົາວ່າ, “ເບິ່ງແມ, ເຮົາພາຄົນນີ້ອອກມາຫາທ່ານທັງຫລາຍ ເພື່ອໃຫ້ພວກທ່ານຮູ້ວ່າເຮົາບໍ່ເຫັນຄວາມຜິດໃນຜູ້ນີ້ຈັກປະການ.” 5ພຣະເຢຊູຈຶ່ງສະເດັດອອກມາຊົງພວງມາໄລທີ່ເຮັດດ້ວຍເຄືອໜາມນັ້ນ ແລະຊົງເສື້ອຄຸມສີມ່ວງອ່ອນ ປີລາດຈຶ່ງກ່າວແກ່ເຂົາວ່າ, “ເບິ່ງຄົນນີ້ແມ.” 6ເມື່ອພວກປະໂລຫິດຕົນໃຫຍ່ແລະພວກເຈົ້າໜ້າທີ່ໄດ້ເຫັນພຣະອົງເຂົາກໍຮ້ອງຂຶ້ນວ່າ, “ຄຶງໄວ້ທີ່ໄມ້ກາງແຂນ ຄຶງໄວ້ທີ່ໄມ້ກາງແຂນ” ປີລາດຈຶ່ງກ່າວຕໍ່ເຂົາວ່າ, “ພວກເຈົ້າຈົ່ງເອົາໄປຄຶງໄວ້ ເພາະຝ່າຍເຮົາບໍ່ເຫັນຄວາມຜິດໃນຜູ້ນີ້.” 7ພວກຢິວໄດ້ຕອບວ່າ “ພວກເຮົາມີກົດໝາຍ ແລະຕາມກົດໝາຍນັ້ນຄົນນີ້ຄວນຕາຍເພາະມັນຕັ້ງຕົວເປັນພຣະບຸດຂອງພຣະເຈົ້າ.”
8ເມື່ອປິລາດໄດ້ຍິນດັ່ງນັ້ນແລ້ວທ່ານກໍຕົກໃຈຫລາຍຂຶ້ນ. 9ທ່ານຈຶ່ງເຂົ້າໄປໃນສານໄປຣໂຕຣຽນອີກ ແລ້ວທູນຖາມພຣະເຢຊູວ່າ, “ເຈົ້າມາແຕ່ໃສ” ແຕ່ພຣະເຢຊູບໍ່ໄດ້ຕອບປະການໃດ. 10ປີລາດຈຶ່ງທູນພຣະອົງວ່າ,” “ເຈົ້າບໍ່ເວົ້າກັບເຮົາຫລື ເຈົ້າບໍ່ຮູ້ຫລືວ່າເຮົາມີສິດອຳນາດຈະປ່ອຍເຈົ້າ ແລະມີສິດອຳນາດຄຶງເຈົ້າໄວ້ທີ່ໄມ້ກາງແຂນ.” 11ພຣະເຢຊູຊົງຕອບທ່ານວ່າ, “ທ່ານຈະບໍ່ມີສິດອຳນາດເໜືອເຮົາຈັກປະການ ເວັ້ນແຕ່ອຳນາດນັ້ນຈະຊົງປະທານແຕ່ທັງເທິງໃຫ້ແກ່ທ່ານ ເຫດສັນນັ້ນຜູ້ທີ່ມອບເຮົາໄວ້ກັບທ່ານກໍມີຄວາມຜິດບາບຫລາຍກວ່າທ່ານ.”
12ເນື່ອງຈາກຂໍ້ນີ້ປີລາດຈຶ່ງຊອກຫາໂອກາດທີ່ຈະປ່ອຍພຣະອົງເສຍ ແຕ່ພວກຢິວຮ້ອງສຽງດັງຂຶ້ນວ່າ, “ຖ້າທ່ານປ່ອຍຄົນນີ້ທ່ານກໍບໍ່ເປັນມິດຂອງ ກາຍຊາ ທຸກຄົນທີ່ຕັ້ງຕົວເປັນກະສັດກໍປະກົດຕົວຕໍ່ສູ້ກາຍຊາ.” 13ເມື່ອປິລາດໄດ້ຍິນດັ່ງນັ້ນທ່ານຈຶ່ງພາພຣະເຢຊູອອກມາ ແລ້ວນັ່ງບັນລັງພິພາກສາໃນບ່ອນທີ່ເອີ້ນວ່າເດີ່ນປູຫີນ ພາສາເຮັບເຣີເອີ້ນວ່າ ຄັບບາທາ. 14ວັນນັ້ນເປັນວັນຈັດແຈງປັດສະຄາ ເວລາປະມານທ່ຽງວັນ ທ່ານໄດ້ກ່າວກັບພວກຢິວວ່າ “ນີ້ຄືກະສັດຂອງພວກທ່ານ.”
15ຝ່າຍເຂົາໄດ້ຮ້ອງສຽງດັງຂຶ້ນວ່າ, “ເອົາມັນໄປເສຍ, ເອົາມັນໄປເສຍ ຄຶງມັນໄວ້ທີ່ໄມ້ກາງແຂນເສຍ” ປີລາດຈຶ່ງຖາມເຂົາວ່າ. “ພວກທ່ານຈະໃຫ້ເຮົາຄຶງກະສັດຂອງພວກທ່ານທີ່ໄມ້ກາງແຂນຫລື” ພວກປະໂລຫິດຕົນໃຫຍ່ຕອບວ່າ, “ເວັ້ນແຕ່ກາຍຊາແລ້ວພວກເຮົາບໍ່ມີກະສັດ.” 16ແລ້ວປີລາດຈຶ່ງມອບພຣະອົງໃຫ້ເຂົາ ເພື່ອເອົາໄປຄຶງໄວ້ທີ່ໄມ້ກາງແຂນ.
ການຄຶງທີ່ໄມ້ກາງແຂນ
(ມທ 27:32-44; ມຣກ 15:21-32; ລກ
23:26-43)
17ເຂົາຈຶ່ງຄຸມເອົາພຣະເຢຊູອອກໄປ. ແລະພຣະອົງຊົງແບກເອົາໄມ້ກາງແຂນຂອງພຣະອົງ ສະເດັດໄປເຖິງບ່ອນທີ່ເອີ້ນວ່າກະໂຫລກຫົວ (ພາສາເຮັບເຣີເອີ້ນວ່າໂຄລະໂຄທາ). 18ທີ່ນັ້ນເຂົາໄດ້ຄຶງພຣະອົງໄວ້ທີ່ໄມ້ກາງແຂນກັບອີກສອງຄົນ ຄົນລະຂ້າງແລະພຣະເຢຊູຊົງຢູ່ກາງ. 19ປີລາດໃຫ້ຂຽນປ້າຍຕິດໄວ້ທີ່ໄມ້ກາງແຂນອ່ານວ່າ, “ເຢຊູໄທນາຊາເຣັດ ກະສັດຂອງຊາດຢິວ.” 20ຄົນຢິວຫລາຍຄົນໄດ້ອ່ານປ້າຍນັ້ນ ເພາະບ່ອນທີ່ເຂົາຄຶງພຣະເຢຊູນັ້ນຢູ່ໃກ້ກຸງ ແລະປ້າຍນັ້ນເຂົາໄດ້ຂຽນເປັນພາສາເຮັບເຣີ, ພາສາໂຣມ, ແລະພາສາກຣີກ. 21ແລ້ວພວກປະໂລຫິດຕົນໃຫຍ່ຂອງຊາດຢິວ ຈຶ່ງຮຽນປີລາດວ່າ, “ຂໍຢ່າຂຽນວ່າ ‘ກະສັດຂອງຊາດຢິວ’ ແຕ່ຂຽນວ່າ ‘ຄົນນີ້ບອກວ່າ ເຮົາເປັນກະສັດຂອງຊາດຢິວ’.” 22ປີລາດຕອບວ່າ, “ສິ່ງທີ່ເຮົາຂຽນແລ້ວກໍແລ້ວໄປ.”
23ເມື່ອພວກທະຫານໄດ້ຄຶງພຣະເຢຊູໄວ້ແລ້ວ ເຂົາໄດ້ເອົາເຄື່ອງຊົງຂອງພຣະອົງມາແບ່ງເປັນສີ່ພູດ ແລ້ວກໍປັນກັນຜູ້ລະພູດ ແລະຍັງເອົາສະຫລອງຊັ້ນໃນພຣະອົງຊຶ່ງບໍ່ມີດູກ ແຕ່ແລ້ວດ້ວຍຜ້າທີ່ຕ່ຳທັງຜືນ. 24ເຂົາຈຶ່ງເວົ້າກັນວ່າ, “ພວກເຮົາຢ່າຈີກປັນກັນເທາະ ແຕ່ໃຫ້ຈົກສະຫລາກເອົາ ເພື່ອຈະໄດ້ຮູ້ວ່າເປັນຂອງຜູ້ໃດ” ທັງນີ້ເພື່ອໃຫ້ສຳເລັດຕາມພຣະຄຳພີທີ່ຂຽນ ໄວ້ວ່າ, “ເສື້ອຜ້າຂອງຂ້າພຣະອົງເຂົາໄດ້ແບ່ງປັນກັນສ່ວນເສື້ອຂອງພຣະອົງນັ້ນເຂົາກໍຈົກສະຫລາກກັນ.”
25ພວກທະຫານໄດ້ເຮັດດັ່ງນັ້ນ ຝ່າຍມານດາແລະນ້າສາວຂອງພຣະອົງ ກັບນາງມາຣິອາເມຍຂອງກະໂລປາແລະນາງມາຣິອາໄທມັກດາລາກໍຢືນຢູ່ໃກ້ໄມ້ກາງແຂນຂອງພຣະເຢຊູ. 26ເມື່ອພຣະເຢຊູຊົງເຫັນມານດາຂອງພຣະອົງແລະສາວົກທີ່ພຣະອົງຊົງຮັກຢືນຢູ່ໃກ້ ພຣະອົງຈຶ່ງຊົງກ່າວກັບມານດາວ່າ, “ນາງເອີຍ, ນີ້ແຫລະ, ລູກຊາຍຂອງນາງ.” 27ແລ້ວພຣະອົງຊົງກ່າວກັບສາວົກຜູ້ນັ້ນວ່າ, “ນີ້ແຫລະ, ມານດາຂອງທ່ານ” ຕັ້ງແຕ່ເວລານັ້ນມາ ສາວົກຄົນນັ້ນກໍຮັບເອົານາງມາຢູ່ໃນເຮືອນຂອງຕົນ.
ພຣະເຢຊູຊົງສິ້ນພຣະຊົນ
(ມທ 27:45-56; ມຣກ 15:33-41; ລກ
23:44-49)
28ຫລັງຈາກນັ້ນພຣະເຢຊູຊົງຊາບວ່າທຸກສິ່ງສຳເລັດແລ້ວ ເພື່ອໃຫ້ສຳເລັດຕາມພຣະຄຳພີພຣະອົງຈຶ່ງຊົງກ່າວວ່າ, “ເຮົາຢາກນ້ຳ.” 29ທີ່ນັ້ນມີອ່າງເຕັມເຫລົ້າແວງສົ້ມ ພວກທະຫານຈຶ່ງເອົາຟອງນ້ຳຈຸ່ມເອົາເຫລົ້າແວງສົ້ມ ສຽບໃສ່ປາຍໄມ້ຫູສົບຍື່ນໃສ່ພຣະໂອດຂອງພຣະອົງ. 30ເມື່ອພຣະເຢຊູຊົງຮັບເຫລົ້າແວງສົ້ມແລ້ວພຣະອົງກໍຊົງກ່າວວ່າ, “ສຳເລັດແລ້ວ” ແລະເມື່ອຊົງກົ້ມພຣະສຽນລົງ ພຣະອົງຊົງມອບຈິດວິນຍານໄວ້.
ເຂົາແທງທີ່ຂ້າງພຣະເຢຊູ
31ສັນນັ້ນພວກຢິວຈຶ່ງຂໍນຳປິລາດໃຫ້ຫັກກະດູກຂາຂອງຜູ້ທີ່ຖືກຄຶງໄວ້ນັ້ນ ແລະໃຫ້ເອົາສົບໄປເສຍ ທັງນີ້ກໍເພາະເປັນວັນຈັດແຈງແລະເຂົາບໍ່ຢາກໃຫ້ສົບນັ້ນຄ້າງຢູ່ທີ່ໄມ້ກາງແຂນໃນວັນຊະບາໂຕ (ເພາະວັນຊະບາໂຕນັ້ນເປັນວັນໃຫຍ່). 32ດັ່ງນັ້ນພວກທະຫານຈຶ່ງທຸບຂາຜູ້ທີໜຶ່ງ ແລະຜູ້ທີສອງຊຶ່ງຖືກຄຶງໄວ້ພ້ອມ. 33ແຕ່ເມື່ອເຂົາມາເຖິງພຣະເຢຊູ ແລະເຫັນວ່າພຣະອົງສິ້ນພຣະຊົນແລ້ວ ເຂົາຈຶ່ງບໍ່ໄດ້ຫັກຂາຂອງພຣະອົງ. 34ສ່ວນທະຫານຄົນໜຶ່ງໄດ້ເອົາຫອກແທງທີ່ຂ້າງຂອງພຣະອົງ ແລະໂລຫິດກັບນ້ຳກໍໄຫລອອກທັນທີ. 35ຜູ້ທີ່ໄດ້ເຫັນກໍເປັນພະຍານ ຄຳພະຍານຂອງຜູ້ນັ້ນກໍເປັນຈິງ (ແລະພຣະອົງນັ້ນຊົງຊາບວ່າ ຜູ້ນັ້ນເວົ້າຄວາມຈິງ) ເພື່ອທ່ານທັງຫລາຍຈະໄດ້ເຊື່ອເໝືອນກັນ. 36ເພາະສິ່ງເຫລົ່ານີ້ເກີດຂຶ້ນເພື່ອໃຫ້ສຳເລັດ ຕາມຂໍ້ພຣະຄຳພີທີ່ວ່າ “ກະດູກຂອງທ່ານຈະບໍ່ຖືກຫັກເສຍຈັກເຫລັ້ມ.” 37ແລະມີຂໍ້ພຣະຄຳພີອີກຂໍ້ໜຶ່ງທີ່ວ່າ, “ເຂົາຈະມອງເບິ່ງທ່ານຜູ້ທີ່ເຂົາໄດ້ແທງ.”
ການວາງພຣະສົບໃສ່ອຸບໂມງ
(ມທ 27:57-61; ມຣກ 15:42-47; ລກ
23:50-56)
38ຫລັງຈາກນີ້ໂຢເຊັບໄທບ້ານອາຣີມາທາຍ ຊຶ່ງເປັນລູກສິດລັບ ຂອງພຣະເຢຊູເພາະທ່ານຢ້ານພວກຢິວ ກໍໄດ້ຂໍພຣະສົບພຣະເຢຊູຈາກປີລາດ ແລະປິລາດກໍຍອມໃຫ້ ໂຢເຊັບຈຶ່ງມາອັນເຊີນພຣະສົບຂອງພຣະອົງໄປ. 39ຝ່າຍນີໂກເດມຜູ້ໄດ້ມາຫາພຣະເຢຊູເວລາກາງຄືນແຕ່ຫົວທີນັ້ນກໍມາເໝືອນກັນ ທ່ານໄດ້ເອົາເຄື່ອງຫອມປະສົມນຳມາ ຄືຢາງໄມ້ກັບຫາງແຂ້ ໜັກປະມານສາມສິບກີໂລ. 40ເມື່ອອັນເຊີນພຣະສົບຂອງພຣະເຢຊູລົງມາ ເຂົາເອົາຜ້າປ່ານກັບເຄື່ອງຫອມພັນພຣະສົບນັ້ນຕາມທຳນຽມມ້ຽນສົບຂອງຊາດຢິວ. 41ອັນໜຶ່ງໃນບ່ອນພຣະອົງຊົງຖືກຄຶງໄວ້ນັ້ນມີສວນໜຶ່ງ ໃນສວນນັ້ນມີອຸບໂມງໃໝ່ທີ່ຍັງບໍ່ໄດ້ວາງສົບຜູ້ໃດຈັກເທື່ອ. 42ດັ່ງນັ້ນເນື່ອງຈາກວ່າວັນນັ້ນເປັນວັນຈັດແຈງຂອງຊາດຢິວ ແລະເນື່ອງຈາກ ວ່າອຸບໂມງນັ້ນຢູ່ໃກ້ ເຂົາຈຶ່ງບັນຈຸພຣະສົບຂອງພຣະເຢຊູໄວ້ທີ່ນັ້ນ.
ໂຢຮັນ ບົດທີ 20
ການຄືນພຣະຊົນ
(ມທ 28:1-10; ມຣກ 16:1-8; ລກ 24:1-12)
1ວັນຕົ້ນສັບປະດານັ້ນເວລາເຊົ້າຍັງມືດຢູ່ ມາຣິອາໄທມັກດາລາໄດ້ມາເຖິງອຸບໂມງ ແລະນາງໄດ້ເຫັນກ້ອນຫີນຖືກຍ້າຍອອກຈາກ ປາກອຸບໂມງແລ້ວ. 2ນາງຈຶ່ງແລ່ນໄປຫາຊີໂມນເປໂຕແລະສາວົກຜູ້ອື່ນທີ່ພຣະເຢຊູຊົງຮັກແພງນັ້ນ ແລ້ວເວົ້າກັບເຂົາວ່າ, “ເຂົາໄດ້ເອົາສົບຂອງພຣະອາຈານອອກຈາກອຸບໂມງແລ້ວ ແລະພວກເຮົາບໍ່ຮູ້ຈັກວ່າເຂົາເອົາໄປໄວ້ທີ່ໃດ.” 3ເປໂຕກັບສາວົກຄົນອື່ນນັ້ນຈຶ່ງພາກັນອອກມາເຖິງອຸບໂມງ. 4ເຂົາທັງສອງພ້ອມກັນແລ່ນມາ ແຕ່ສາວົກອື່ນນັ້ນໄດ້ແລ່ນໄວກວ່າເປໂຕຈຶ່ງມາເຖິງອຸບໂມງກ່ອນ. 5ເມື່ອກົ້ມລົງເພິ່ນໄດ້ເຫັນຜ້າປ່ານກອງຢູ່ແຕ່ບໍ່ໄດ້ເຂົ້າໄປທັງໃນ. 6ສ່ວນຊີໂມນເປໂຕທີ່ຕາມຫລັງມານັ້ນ ກໍຮອດເໝືອນກັນ ແລ້ວໄດ້ເຂົ້າໄປໃນອຸໂມງແລະໄດ້ເຫັນຜ້າປ່ານກອງຢູ່. 7ແລະຜ້າປົກພຣະສຽນຂອງພຣະອົງບໍ່ໄດ້ກອງຢູ່ກັບຜ້າອື່ນ ແຕ່ພັບໄວ້ຕ່າງຫາກ. 8ແລ້ວສາວົກຜູ້ອື່ນທີ່ມາເຖິງກ່ອນນັ້ນກໍໄດ້ເຂົາໄປເໝືອນກັນ ກໍໄດ້ເຫັນແລະເຊື່ອ. 9ເພາະວ່າຂະນະນັ້ນເຂົາຍັງບໍ່ໄດ້ເຂົ້າໃຈຂໍ້ພຣະຄຳພີທີ່ຂຽນໄວ້ວ່າ ພຣະອົງຈະຕ້ອງຄືນມາຈາກຄວາມຕາຍ.
10ແລ້ວສາວົກທັງສອງນັ້ນກໍກັບໄປຍັງບ້ານຂອງຕົນ.
ພຣະເຢຊູຊົງປະກົດແກ່ມາຣິອາມັກດາລາ
(ມທ 28:9-10; ມຣກ 16:9-10)
11ຝ່າຍມາຣິອາຢືນຮ້ອງໄຫ້ຢູ່ນອກອຸບໂມງ ຂະນະທີ່ຍັງຮ້ອງໄຫ້ຢູ່ນາງໄດ້ກົ້ມຫລຽວໄປທາງອຸບໂມງ. 12ແລະນາງໄດ້ເຫັນເທວະດາສອງຕົນນັ່ງຢູ່ບ່ອນທີ່ເຂົາວາງພຣະສົບຂອງພຣະເຢຊູ ຕົນໜຶ່ງຢູ່ເບື້ອງພຣະສຽນ ຕົນໜຶ່ງຢູ່ເບື້ອງພຣະບາດ. 13ເທວະດາທັງສອງນັ້ນໄດ້ຖາມນາງວ່າ, “ນາງເອີຍ, ເຈົ້າຮ້ອງໄຫ້ເຮັດຫຍັງ” ນາງຈຶ່ງຕອບວ່າ, “ເພາະເຂົາໄດ້ເອົາພຣະສົບຂອງພຣະອາຈານຂອງຂ້ານ້ອຍໄປແລ້ວ ແລະຂ້ານ້ອຍບໍ່ຮູ້ວ່າເຂົາເອົາໄປວາງໄວ້ບ່ອນໃດ.” 14ເມື່ອເວົ້າດັ່ງນັ້ນແລ້ວນາງໄດ້ຫລຽວຫລັງມາເຫັນພຣະເຢຊູຢືນຢູ່ ແຕ່ບໍ່ຮູ້ວ່າແມ່ນພຣະເຢຊູ.
15ພຣະເຢຊູຊົງຖາມນາງວ່າ, “ນາງເອີຍ, ເຈົ້າຮ້ອງໄຫ້ເຮັດຫຍັງ ເຈົ້າຊອກຫາຜູ້ໃດ” ນາງຄຶດວ່າແມ່ນຄົນເຝົ້າສວນ ຈຶ່ງຕອບວ່າ, “ນາຍເອີຍ, ຖ້າແມ່ນທ່ານໄດ້ເອົາສົບເພິ່ນໄປ ຂໍບອກຂ້ານ້ອຍວ່າທ່ານໄດ້ເອົາໄປວາງໄວ້ທີ່ໃດແລະຂ້ານ້ອຍຈະໄປຍົກເອົາເສຍ” 16ພຣະເຢຊູຊົງກ່າວກັບນາງວ່າ, “ມາຣິອາເອີຍ” ມາຣິອາກໍຕ່າວໜ້າມາທູນພຣະອົງເປັນພາສາເຮັບເຣີວ່າ, “ຣັບໂບນີ” (ທີ່ແປວ່າ “ພຣະອາຈານເອີຍ). 17ພຣະເຢຊູຊົງກ່າວກັບມາຣິອາວ່າ, “ຢ່າຊູ່ໜ່ວງດຶງເຮົາ ເພາະເຮົາຍັງບໍ່ໄດ້ຂຶ້ນໄປຫາພຣະບິດາຂອງເຮົາ ແຕ່ເຈົ້າຈົ່ງໄປຫາພີ່ນ້ອງຂອງເຮົາແລະບອກເຂົາວ່າ ‘ເຮົາຈະຂຶ້ນເມືອຫາພຣະບິດາຂອງເຮົາແລະພຣະບິດາຂອງພວກທ່ານ ຈະເມືອຫາພຣະເຈົ້າຂອງເຮົາແລະພຣະເຈົ້າຂອງພວກທ່ານ.” 18ນາງມາຣິອາມັກດາລາຈຶ່ງໄປບອກຂ່າວນີ້ແກ່ພວກສາວົກວ່າ, “ຂ້ານ້ອຍໄດ້ເຫັນອົງພຣະຜູ້ເປັນເຈົ້າແລ້ວ” ແລະໄດ້ບອກເຂົາວ່າ ພຣະອົງໄດ້ກ່າວຄຳເຫລົ່ານີ້ແກ່ຕົນ.
ພຣະເຢຊູຊົງປະກົດແກ່ພວກສາວົກ
(ມທ 28:16-20; ມຣກ 16:14-18; ລກ
24:36-49)
19ຄ່ຳວັນນັ້ນເປັນວັນຕົ້ນສັບປະດາ ເມື່ອສາວົກອັດປະຕູທີ່ເຂົາຢູ່ນັ້ນເພາະຢ້ານພວກຢິວ ພຣະເຢຊູໄດ້ສະເດັດເຂົ້າມາຢູ່ຖ້າມກາງເຂົາ ແລ້ວຊົງກ່າວວ່າ, “ສັນຕິສຸກຈົ່ງມີແກ່ທ່ານທັງຫລາຍ.” 20ເມື່ອພຣະອົງຊົງກ່າວດັ່ງນັ້ນແລ້ວ ພຣະອົງກໍສະແດງພຣະຫັດແລະຂ້າງຂອງ ພຣະອົງໃຫ້ເຂົາເບິ່ງ ເມື່ອພວກສາວົກໄດ້ເຫັນອົງພຣະຜູ້ເປັນເຈົ້າແລ້ວກໍເກີດຄວາມຊົມຊື່ນຍິນດີ. 21ພຣະເຢຊູຊົງກ່າວກັບເຂົາອີກວ່າ, “ສັນຕິສຸກຈົ່ງຢູ່ກັບທ່ານທັງຫລາຍ ພຣະບິດາໄດ້ໃຊ້ເຮົາມາຢ່າງໃດ ຝ່າຍເຮົາກໍໃຊ້ທ່ານທັງໄປຢ່າງນັ້ນ.” 22ເມື່ອຊົງກ່າວຢ່າງນັ້ນແລ້ວ ພຣະອົງຊົງລະບາຍລົມອອກຈາກພຣະໂອດໃສ່ເຂົາ ໂດຍບອກວ່າ, “ທ່ານທັງຫລາຍຈົ່ງຮັບເອົາພຣະວິນຍານບໍລິສຸດ. 23ຖ້າທ່ານທັງຫລາຍຈະຍົກເອົາຜິດບາບຂອງຜູ້ໃດ ຄວາມບາບຂອງຜູ້ນັ້ນພຣະເຈົ້າໄດ້ຊົງຍົກເສຍແລ້ວ ແລະຖ້າທ່ານທັງຫລາຍກັກຄວາມຜິດບາບໃຫ້ຢູ່ກັບຜູ້ໃດ ພຣະເຈົ້າໄດ້ຊົງກັກຄວາມຜິດບາບໃຫ້ຢູ່ກັບຜູ້ນັ້ນແລ້ວ.”
ໂທມາບໍ່ເຊື່ອ
24ຝ່າຍໂທມາທີ່ເອີ້ນກັນວ່າ ແຝດ ຊຶ່ງເປັນສາວົກຜູ້ໜຶ່ງໃນສິບສອງຄົນນັ້ນ ບໍ່ໄດ້ຢູ່ກັບເຂົາເມື່ອພຣະເຢຊູສະເດັດມານັ້ນ. 25ສາວົກອື່ນຈຶ່ງບອກໂທມາວ່າ, “ເຮົາໄດ້ເຫັນອົງພຣະຜູ້ເປັນເຈົ້າແລ້ວ” ແຕ່ໂທມາຕອບເຂົາເຫລົ່ານັ້ນວ່າ, “ຖ້າຂ້ອຍບໍ່ເຫັນຮອຍຕະປູທີ່ຝ່າພຣະຫັດ, ແລະບໍ່ໄດ້ເອົານິ້ວມືຂອງຂ້ອຍແປະໃສ່ຮອຍຕະປູນັ້ນ, ແລະບໍ່ໄດ້ເອົາມືຂອງຂ້ອຍແປະໃສ່ຂ້າງເພິ່ນແລ້ວ ຂ້ອຍຈະບໍ່ເຊື່ອ.”
26ຄັນລ່ວງໄປໄດ້ແປດວັນແລ້ວພວກສາວົກຂອງພຣະອົງກໍຢູ່ກັນທີ່ເຮືອນນັ້ນອີກແລະໂທມາກໍຢູ່ກັບເຂົາ ສ່ວນປະຕູກໍອັດໄວ້ ແຕ່ພຣະເຢຊູກໍໄດ້ສະເດັດເຂົ້າມາຢືນຢູ່ຖ້າມກາງເຂົາ ແລ້ວຊົງກ່າວວ່າ, “ສັນຕິສຸກຈົ່ງມີຢູ່ກັບທ່ານທັງຫລາຍ.” 27ແລະພຣະອົງຊົງກ່າວກັບໂທມາວ່າ, “ຈົ່ງເດ່ນິ້ວມືຂອງທ່ານມາລູບເບິ່ງຝາມືຂອງເຮົາ ຈົ່ງເດ່ມືຂອງທ່ານມາໃສ່ຂ້າງຂອງເຮົາ ຢ່າຂາດຄວາມເຊື່ອແຕ່ຈົ່ງເຊື່ອ.” 28ໂທມາທູນຕອບວ່າ, “ອົງພຣະຜູ້ເປັນເຈົ້າຂອງຂ້າພຣະອົງ ແລະພຣະເຈົ້າຂອງຂ້າພະອົງ.” 29ພຣະເຢຊູຊົງກ່າວກັບໂທມາວ່າ, “ເພາະໄດ້ເຫັນເຮົາທ່ານຈຶ່ງເຊື່ອຫລື ຜູ້ທີ່ບໍ່ເຫັນເຮົາແຕ່ໄດ້ເຊື່ອກໍເປັນສຸກ.”
ຈຸດປະສົງຂອງໜັງສືນີ້
30ອັນໜຶ່ງພຣະເຢຊູໄດ້ຊົງເຮັດໝາຍສຳຄັນອື່ນ ອີກຫລາຍປະການ ຕໍ່ໜ້າພວກສາວົກເຫລົ່ານັ້ນ ຊຶ່ງບໍ່ໄດ້ຈົດໄວ້ໃນໜັງສືເຫລັ້ມນີ້. 31ແຕ່ທີ່ໄດ້ຈົດເຫດການເຫລົ່ານີ້ໄວ້ ກໍເພື່ອທ່ານທັງຫລາຍຈະໄດ້ເຊື່ອວ່າ ພຣະເຢຊູຊົງເປັນພຣະຄຣິດພຣະບຸດຂອງພຣະເຈົ້າ ແລະເມື່ອມີຄວາມເຊື່ອແລ້ວທ່ານ ກໍມີຊີວິດໂດຍພຣະນາມຂອງພຣະອົງ.
ໂຢຮັນ ບົດທີ 21
ພຣະເຢຊູຊົງປະກົດແກ່ສາວົກເຈັດຄົນ
1ຕໍ່ມາ, ພຣະເຢຊູໄດ້ຊົງສະແດງພຣະອົງແກ່ພວກສາວົກອີກທີ່ທະເລຕີເບເຣຍພຣະອົງຊົງສະແດງພຣະອົງຢ່າງນີ້ຄື. 2ພວກທີ່ຢູ່ພ້ອມກັນມີຊີໂມນເປໂຕ, ໂທມາທີ່ເອີ້ນວ່າແຝດ, ນະທານາເອັນໄທບ້ານການາແຂວງຄາລີເລ, ລູກຊາຍທັງສອງຂອງເຊເບດາຍ ແລະສາວົກຂອງພຣະອົງອີກສອງຄົນ. 3ຊີໂມນເປໂຕບອກເຂົາວ່າ, “ຂ້ອຍຈະໄປຫາປາ” ຝ່າຍເຂົາຈຶ່ງຕອບວ່າ, “ພວກເຮົາຈະໄປນຳເຈົ້າດ້ວຍ” ແລ້ວເຂົາກໍອອກໄປລົງເຮືອ ແຕ່ໃນຄືນນັ້ນເຂົາບໍ່ໄດ້ປາຈັກໂຕ.
4ເມື່ອກຳລັງຮຸ່ງເຊົ້າພຣະເຢຊູປະທັບຢືນຢູ່ທີ່ຝັ່ງ ແຕ່ພວກສາວົກບໍ່ຮູ້ວ່າແມ່ນພຣະເຢຊູ. 5ພຣະອົງຊົງຖາມເຂົາວ່າ, “ລູກເອີຍ, ພວກເຈົ້າມີຂອງກິນບໍ່” ເຂົາທູນຕອບວ່າ, “ບໍ່ມີ” 6ພຣະອົງຊົງກ່າວກັບເຂົາວ່າ “ຈົ່ງຖິ້ມມອງລົງເບື້ອງຂວາເຮືອແລ້ວຈະໄດ້ປາ” ເຂົາຈຶ່ງຖິ້ມມອງລົງແລະຖືກປາຫລາຍ ຈົນດຶງຂຶ້ນບໍ່ໄດ້ເພາະເຫລືອແຮງ.
7ສາວົກທີ່ພຣະເຢຊູຊົງຮັກໄດ້ບອກເປໂຕວ່າ, “ແມ່ນອົງພຣະຜູ້ເປັນເຈົ້າແຫລະ” ເມື່ອຊີໂມນເປໂຕໄດ້ຍິນວ່າເປັນອົງພຣະຜູ້ເປັນເຈົ້າທ່ານໄດ້ຈັບເອົາເສື້ອມານຸ່ງເພາະເປືອຍໂຕຢູ່ ແລ້ວກໍໂຕນລົງນ້ຳ. 8ແຕ່ພວກສາວົກອື່ນ ນັ້ນໄດ້ເອົາເຮືອນ້ອຍລາກມອງທີ່ຖືກປາມາ ເພາະເຂົາບໍ່ຢູ່ໄກຈາກຝັ່ງ ໄກປະມານສອງຮ້ອຍສອກເທົ່ານັ້ນ.
9ເມື່ອເຂົາຂຶ້ນຝັ່ງແລ້ວກໍເຫັນຖ່ານຕິດໄຟຢູ່ ພ້ອມທັງມີປາແລະເຂົ້າຈີ່ຂາງຢູ່. 10ພຣະເຢຊູຊົງບອກເຂົາວ່າ, “ປາທີ່ພວກເຈົ້າຫາໄດ້ມື້ກີ້ນີ້ຈົ່ງເອົາມາບາງໂຕ.” 11ຊີໂມນເປໂຕຈຶ່ງເຂົ້າໃນເຮືອດຶງມອງຂຶ້ນຝັ່ງ ແລະມີປາໃຫຍ່ເຕັມຢູ່ຈຳນວນ 153 ໂຕ ເຖິງວ່າມີປາຫລາຍປານນັ້ນມອງກໍບໍ່ຂາດ. 12ພຣະເຢຊູຊົງບອກເຂົາວ່າ, “ພາກັນມາປັ້ນເຂົ້າເທາະ” ໃນພວກສາວົກບໍ່ມີໃຜກ້າຖາມພຣະອົງວ່າ, “ທ່ານຄືໃຜ” ເພາະເຂົາຮູ້ຢູ່ວ່າຜູ້ນີ້ແຫລະ, ເປັນອົງພຣະຜູ້ເປັນເຈົ້າ. 13ພຣະເຢຊູຊົງເຂົ້າມາຈັບເອົາເຂົ້າຈີ່ແຈກໃຫ້ເຂົາ ແລະເອົາປາແຈກໃຫ້ເໝືອນກັນ. 14ນີ້ເປັນເທື່ອທີສາມທີ່ພຣະເຢຊູຊົງສະແດງພຣະອົງແກ່ພວກສາວົກ ຫລັງຈາກທີ່ພຣະອົງຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍແລ້ວ.
“ຈົ່ງລ້ຽງແກະຂອງເຮົາ”
15ເມື່ອເຂົາປັ້ນເຂົ້າແລ້ວພຣະເຢຊູຊົງກ່າວກັບຊີໂມນເປໂຕວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກເຮົາຫລາຍກວ່າເຫລົ່ານີ້ຫລື” ເປໂຕທູນວ່າ “ໂດຍພຣະອົງເຈົ້າເອີຍ, ພຣະອົງຊົງຊາບວ່າຂ້າພຣະອົງຮັກແພງພຣະອົງ” ພຣະອົງຊົງສັ່ງເປໂຕວ່າ, “ຈົ່ງລ້ຽງແກະໜຸ່ມຂອງເຮົາເນີ.” 16ພຣະອົງຊົງກ່າວກັບເປໂຕເປັນເທື່ອທີສອງວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກເຮົາຫລື” ເປໂຕທູນຕອບວ່າ, “ໂດຍພຣະອົງເຈົ້າເອີຍ, ພຣະອົງຊົງຊາບວ່າຂ້າພຣະອົງຮັກແພງພຣະອົງ” ພຣະອົງຊົງສັ່ງທ່ານວ່າ, “ຈົ່ງລ້ຽງຮັກສາແກະຂອງເຮົາເນີ.” 17ພຣະອົງຊົງກ່າວກັບເປໂຕເປັນເທື່ອທີສາມວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກແພງເຮົາຫລື” ເປໂຕກໍເປັນທຸກໃຈທີ່ພຣະອົງຊົງຖາມທ່ານເທື່ອທີສາມວ່າ, “ເຈົ້າຮັກແພງເຮົາຫລື” ເປໂຕຈິ່ງທູນຕອບວ່າ, “ພຣະອົງເຈົ້າເອີຍ, ພຣະອົງຊົງຊາບທຸກສິ່ງ ພຣະອົງຊົງຊາບວ່າຂ້າພຣະອົງຮັກແພງພຣະອົງ”ພຣະເຢຊູຊົງສັ່ງທ່ານວ່າ, “ຈົ່ງລ້ຽງແກະຂອງເຮົາເນີ. 18ເຮົາບອກແກ່ເຈົ້າຕາມຄວາມຈິງວ່າ ເມື່ອເຈົ້າຍັງໜຸ່ມເຈົ້າເຄີຍຄາດແອວຂອງເຈົ້າເອງ ແລະທຽວໄປມາໃສໄດ້ຕາມໃຈເຈົ້າມັກ ແຕ່ເມື່ອເຈົ້າເຖົ້າແລ້ວ, ເຈົ້າຈະຢຽດມືຂອງເຈົ້າອອກ ແລະຄົນອື່ນຈະຄາດແອວໃຫ້ແລະພາໄປບ່ອນເຈົ້າບໍ່ຢາກໄປ.” 19(ທີ່ພຣະອົງຊົງກ່າວດັ່ງນີ້ກໍໝາຍຄວາມວ່າ ເປໂຕຈະຖວາຍກຽດຕິຍົດແດ່ພຣະເຈົ້າດ້ວຍການຕາຍຢ່າງໃດ) ຄັນພຣະອົງຊົງກ່າວດັ່ງນີ້ແລ້ວຈຶ່ງຊົງສັ່ງເປໂຕວ່າ, “ເຈົ້າຈົ່ງຕາມເຮົາມາ.”
ສາວົກທີ່ພຣະອົງຊົງຮັກ
20ເປໂຕຫລຽວຫລັງເຫັນສາວົກຜູ້ທີ່ພຣະເຢຊູຊົງຮັກກຳລັງຕາມມາ ຄືຜູ້ທີ່ເນີ້ງກາຍລົງອີງພຣະຊວງຂອງພຣະອົງເມື່ອຮັບປະທານອາຫານແລງນັ້ນ ແລະທູນຖາມວ່າ, “ນາຍເຈົ້າເອີຍ, ຜູ້ທີ່ຈະມອບທ່ານໄວ້ຄືຜູ້ໃດ.” 21ເມື່ອເປໂຕເຫັນສາວົກຜູ້ນັ້ນແລ້ວຈຶ່ງທູນຖາມພຣະເຢຊູວ່າ, “ພຣະອົງເຈົ້າເອີຍ, ຜູ້ນີ້ເດ, ຈະເປັນຢ່າງໃດ.” 22ພຣະເຢຊູຊົງຕອບວ່າ, “ຖ້າເຮົາມີໃຈຢາກໃຫ້ຜູ້ນີ້ຍືນຢູ່ຈົນເຖິງເຮົາມານັ້ນຈະເປັນທຸລະອັນໃດກັບເຈົ້າໜໍ ສ່ວນເຈົ້າຈົ່ງຕາມເຮົາມາ.” 23ເຫດສັນນັ້ນຄຳທີ່ວ່າສາວົກຜູ້ນັ້ນຈະບໍ່ຕາຍ ຈຶ່ງຊ່າລືໄປໃນຖ້າມກາງຂອງພວກພີ່ນ້ອງ ແຕ່ພຣະເຢຊູບໍ່ໄດ້ຊົງກ່າວວ່າສາວົກຜູ້ນັ້ນຈະບໍ່ຕາຍ ແຕ່ຊົງກ່າວວ່າ, “ຖ້າເຮົາມີໃຈຢາກໃຫ້ຜູ້ນີ້ຍືນຢູ່ຈົນເຖິງເຮົາມານັ້ນ ຈະເປັນທຸລະອັນໃດກັບເຈົ້າໜໍ.”
24ແມ່ນສາວົກຜູ້ນີ້ແຫລະ, ທີ່ເປັນພະຍານເຖິງເຫດການເຫລົ່ານີ້ ແລະເປັນຜູ້ທີ່ບັນທຶກສິ່ງເຫລົ່ານີ້ໄວ້ ແລະພວກເຮົາຮູ້ວ່າຄຳພະຍານຂອງຜູ້ນີ້ເປັນຄວາມຈິງ. 25ຍັງມີອີກຫລາຍສິ່ງທີ່ພຣະເຢຊູຊົງກະທຳ ຖ້າຈະຂຽນໄວ້ຕາມລຳດັບທຸກປະການ ຂ້າພະເຈົ້າຄາດວ່າໝົດທັງໂລກກໍບໍ່ມີບ່ອນພໍໄວ້ໜັງສືທີ່ຈະຂຽນນັ້ນ.