ໂຄສະນາ

วันศุกร์ที่ 24 มิถุนายน พ.ศ. 2565

ການຈັດໜ້າເຈ້ຍ ລວງຕັ້ງ-ລວງນອນ Microsoft word 2013

ບາງຄັ້ງການວາງທິດທາງຫນ້າສໍາລັບຫນ້າໃດຫນຶ່ງ ຕ້ອງແຕກຕ່າງຈາກສ່ວນທີ່ ເຫຼືອຂອງເອກະສານ. ຕົວຢ່າງເຊັ່ນ, ປົກກະຕິແລ້ວເອກະສານທັງຫມົດມີ ທິດທາງ Portrait , ແຕ່ສໍາລັບຫນ້າທີ່ມີຕາຕະລາງໃຫຍ່, ມັນສະດວກກວ່າທີ່ຈະໃຊ້ການ ວາງທິດທາງ ພູມສັນຖານ .

 orientations page 

ເພື່ອປ່ຽນທິດທາງຂອງໜ້າ, ປະຕິບັດຕາມຂັ້ນຕອນເຫຼົ່ານີ້:


   1.   ເລືອກໜ້າ ຫຼື ວັກ ທີ່ທ່ານຕ້ອງການປ່ຽນເປັນ ແນວຕັ້ງ ຫຼື ລວງນອນ.

   2.   ໃນແຖບ Page Layout , ໃນກຸ່ມ Page Setup , ຄລິກ Margins .




 

  3.   ກົດ Custom Margins..., ຢູ່ລຸ່ມສຸດຂອງລາຍການ.

   4.   ໃນ ກ່ອງໂຕ້ຕອບ ການ ຕັ້ງຄ່າໜ້າ , ໃນແຖບຂອບ , ເລືອກການວາງແນວຕັ້ງ ຫຼື ລວງ ນອນ.

   5.   ໃນ Apply to list, ເລືອກ ຂໍ້ຄວາມທີ່ເລືອກ :

   6.   ກົດ OK .

 

ໝາຍເຫດ: Microsoft Word ຈະແຊກສ່ວນແບ່ງສ່ວນກ່ອນ ແລະ ຫຼັງຂໍ້ຄວາມທີ່ມີທິດທາງໜ້າໃໝ່ ໂດຍອັດຕະໂນມັດ. ຖ້າເອກະສານຂອງເຈົ້າຖືກແບ່ງອອກເປັນພາກສ່ວນແລ້ວ, ເຈົ້າສາມາດກົດຢູ່ໃນພາກ (ຫຼືເລືອກຫຼາຍພາກ ), ແລະ ຫຼັງຈາກນັ້ນປ່ຽນທິດທາງສໍາລັບພາກສ່ວນທີ່ທ່ານເລືອກເທົ່ານັ້ນ.


*************

ສົນໃຈຮຽນ ຕິດຕໍ່ 020 91075963

Share:

วันพุธที่ 22 มิถุนายน พ.ศ. 2565

pawns.iproyal.com

iproyal.com

Start earning money by sharing your internet





Just follow these 3 simple steps:

1. Download our app on your device (mobile or PC) and run it.

2. Sign in to our app with your username and password and start sharing your internet.

3. Keep the app running and watch your earnings grow!



Affiliate

You will get 10 % of every invited user's payout amount. Please note that the users need to request payment before 10 % of their earnings shows up in your affiliate dashboard.


pawns.iproyal.com /kk

Share:

วันจันทร์ที่ 20 มิถุนายน พ.ศ. 2565

autofaucet.dutchycorp.space

 

autofaucet.dutchycorp.space

Earn 70 Cryptocurrencies at the same time

Start earning cryptocurrency on the best autofaucet out there by doing tasks, offers and surveys, staking, faucet, shortlinks, PTC, mining & more.

Sign Up

About Final Autoclaim

Final Autoclaim allows you to claim many different types of cryptocurrencies in a single tab! You just have to register, enter your crypto addresses and choose the cryptocurrencies you want to claim!


Coins Available

New cryptocurrencies are added every month.


Sign Up

kk

Share:

วันอาทิตย์ที่ 19 มิถุนายน พ.ศ. 2565

ຄວາມສະຫວ່າງສ່ອງແສງແກ່ຄົນທັງປວງ

 

ຂ່າວປະເສີດເລຶ່ອງພຣະເຢຊູເຈົ້າຕາມ

ໂຢຮັນ

ຄໍານໍາ

    ການຮັບຮອງລວຍ ກ ຂ່າວປະເສີດເລື່ອງພຣະເຢຊູເຈົ້າຕາມໂຢຮັນ ສະເຫນີພຣະເຢຊູເຈົ້າວ່າ ເປັນພຣະທໍາອັນຕະຫລອດໄປເປັນນິດຂອງພຣະເຈົ້າ ຄືຜູ້ທີ່ໄດ້ເກີດເປັນມະ ນຸດ ແລະໄດ້ມີຊີວິດຢູ່ທ່າມກາງເຮົາທັງຫລາຍ. ຫນັງສືຂ່າວປະເສີດເຫຼັ້ມນີ້ໄດ້ ຂຽນຂຶ້ນ ເພື່ອບັນດາຜູ້ອ່ານຈະໄດ້ເຊື່ອວ່າ ພຣະເຢຊູເຈົ້າແມ່ນພຣະຜູ້ໂຜດ ຊ່ວຍໃຫ້ພົ້ນບາບກໍຕາມພຣະສັນຍາຂອງພຣະອົງ ຄືພຣະບຸດຂອງພຣະເຈົ້າ ແລະໂດຍທາງຄວາມເຊື່ອໃນພຣະອົງນັ້ນ ມວນມະນຸດຈະໄດ້ມີຊີວິດນິຣັນ ດອນ (20:31).

31ແຕ່ທີ່ໄດ້ຈົດເຫດ­ການເຫລົ່ານີ້ໄວ້ ກໍເພື່ອທ່ານທັງ­ຫລາຍຈະໄດ້ເຊື່ອວ່າ ພຣະ­ເຢຊູຊົງເປັນພຣະ­ຄຣິດພຣະ­ບຸດຂອງພຣະ­ເຈົ້າ ແລະເມື່ອມີຄວາມເຊື່ອແລ້ວທ່ານ ກໍມີຊີ­ວິດໂດຍພຣະ­ນາມຂອງພຣະ­ອົງ.


  ຫລັງຈາກຄໍາແນະນໍາ ທີ່ໃຫ້ຮູ້ພຣະທໍາອັນຕະຫລອດໄປເປັນນິດ ຂອງ ພຣະເຈົ້າກັບພຣະເຢຊູເຈົ້າແລ້ວ ພາກຕົ້ນຂອງຂ່າວປະເສີດນີ້ ສະເຫນີການ ອັດສະຈັນຫລາຍລັກສະນະ ຊຶ່ງສະແດງວ່າ ພຣະເຢຊູເຈົ້າເປັນພຣະຜູ້ໂຜດ ຊ່ວຍໃຫ້ພົ້ນຕາມພັນທະສັນຍາ ຄືພຣະບຸດຂອງພຣະເຈົ້າ, ການອັດສະຈັນ ເຫລົ່ານີ້ ຕິດຕາມດ້ວຍການບັນລະຍາຍ ຊຶ່ງອະທິບາຍເຖິງສິ່ງທີ່ໄດ້ເກີດຂຶ້ນ ໃນການອັດສະຈັນນັ້ນ. ພາກນີ້ຂອງຫນັງສືບອກໃຫ້ຮູ້ວ່າມີບາງຄົນໄດ້ເຊື່ອໃນ

   ພຣະເຢຊູເຈົ້າ ແລະກາຍເປັນຜູ້ຕິດຕາມພຣະອົງຢ່າງໃດ ໃນຂະນະທີ່ຄົນ ອື່ນໆຂັດຄ້ານແລະບໍ່ເຊື່ອ, ອ່ານບົດ 13 ຫາບົດ 17 ໄດ້ບັນທຶກໂດຍສົມບູນ ຄວາມສາ ມັກຄີທໍາອັນໃກ້ຊິດ ລະຫວ່າງພຣະເຢຊູເຈົ້າກັບສາວົກຂອງພຣະອົງໃນຄືນ ທີ່ພຣະອົງຖືກຈັບ ແລະຖ້ອຍຄໍແຫ່ງການຈັດຕຽມ ແລະຄວາມຊູໃຈພວກ ສາວົກ ກ່ອນວັນທີ່ພຣະອົງຖືກຄຶງທີ່ໄມ້ກາງແຂນ. ສ່ວນຕອນມ້ວນທ້າຍນັ້ນ, ບອກເຖິງເລື່ອງທີ່ພຣະເຢຊູເຈົ້າຖືກຈັບຄຸມ ແລະຖືກສອບສວນ, ຖືກຄຶງທີ່ ໄມ້ກາງແຂນ ແລະຖືກບັນດານໃຫ້ເປັນຄືນມາຈາກຕາຍ ແລະການປາກົດ ຕົວຂອງພຣະອົງຕໍ່ພວກສາວົກ ຫລັງຈາກທີ່ພຣະອົງເປັນຄືນມາຈາກຕາຍ.

   ເລື່ອງແມ່ຍິງຖືກຈັບໃນຖານຫລິ້ນຊູ້ (8:1-11) ໄດ້ຖືກຈັດວາງໄວ້ໃນວົງ ເລັບ ເພາະວ່າເອກະສານທີ່ຂຽນດ້ວຍມືຫລາຍສະບັບ ແລະບົດແປຄັ້ງທໍາ ອິດບາງບົດລະເວັ້ນຕອນນີ້ ແຕ່ບາງການແປກໍເອົາຮ່ວມໃສ່ໃນທີ່ອື່ນ.

   ພຣະທໍາໂຢຮັນ ເນັ້ນເຖິງຂອງປະທານແຫ່ງຊີວິດອັນຕະຫລອດໄປເປັນ ນິດ ໂດຍທາງພຣະຄຣິດເປັນຂອງປະທານໃຫ້ທີ່ເລີ່ມຕົ້ນດຽວນີ້ ແລະອື່ນ ໃຫ້ແກ່ຜູ້ທີ່ຮັບວ່າພຣະເຢຊູເຈົ້າເປັນທາງນັ້ນ, ເປັນຄວາມຈິງ ແລະເປັນຊີວິດ. ລັກສະນະສະເພາະທີ່ປະທັບໃຈຂອງພຣະທໍາໂຢຮັນ ເເມ່ນການໃຊ້ສິງຂອງ ທົ່ວໆໄປຈາກຊີວິດປະຈໍາວັນ ສູ່ຄວາມເປັນຈິງຝ່າຍຈິດວິນຍານ ເປັນສັນຍາ ລັກເຊັ່ນ: ນ້ໍາ, ເຂົ້າຈີ່, ຄວາມສະຫວ່າງ, ຜູ້ລ້ຽງແກະກັບຝູງແກະຂອງຕົນ ແລະເຄື່ອອະງຸ່ນກັບຫມາກອະງຸ່ນ.

ສະຫລຸບຄວາມຂອງເນື້ອເລື່ອງ

ບົດນໍາ (1 : 1-18) ໂຢຮັນບັບຕິສະໂຕ ແລະສາວົກຫມວດທໍາອິດຂອງພຣະເຢຊູເຈົ້າ

(1 : 19-51) ການປະກາດໃນທ່າມກາງປະຊາຊົນຂອງພຣະເຢຊູເຈົ້າ

(2:1-12:50)

ອາທິດສຸດທ້າຍໃນນະຄອນເຢຣູຊາເລັມ ແລະບໍລິເວນໃກ້ຄຽງ ເs (13:1-19:42)

ການເປັນຄືນມາຈາກຕາຍ ແລະການປາກົດຕົວຂອງອົງພຣະຜູ້ເປັນ

ເຈົ້າ (20:1-31) - ບົດສົ່ງທ້າຍ: ການປາກົດຕົວອີກເທື່ອຫນຶ່ງໃນຄາລີເລ (21:1-25)


**********************




ໂຢຮັນ ບົດທີ 1


ພຣະທຳບັງເກີດເປັນມະນຸດ

1ເມື່ອຕົ້ນເດີມນັ້ນພຣະ­ທຳຊົງເປັນຢູ່ແລ້ວ ພຣະ­ທຳນັ້ນຊົງສະ­ຖິດຢູ່ກັບພຣະ­ເຈົ້າ ພຣະ­ທຳນັ້ນແຫລະຊົງເປັນພຣະ­ເຈົ້າ. 2ເມື່ອຕົ້ນເດີມນັ້ນ ພຣະ­ທຳຊົງສະ­ຖິດຢູ່ກັບພຣະ­ເຈົ້າ. 3ພຣະ­ເຈົ້າຊົງສ້າງສິ່ງທັງປວງຂຶ້ນມາໂດຍພຣະ­ທຳ ໃນບັນ­ດາສິ່ງທີ່ເປັນມານັ້ນ ບໍ່ມີຈັກສິ່ງທີ່ເປັນມາໂດຍນອກ­ຈາກພຣະ­ທຳ. 4ພຣະ­ທຳນັ້ນຊົງມີຊີ­ວິດຢູ່ໃນພຣະ­ອົງເອງ ແລະຊີ­ວິດນັ້ນເປັນ­ຄວາມສະ­ຫວ່າງຂອງມະ­ນຸດ­ສະ­ໂລກ. 5ຄວາມສະ­ຫວ່າງກໍສ່ອງເຂົ້າມາໃນຄວາມມືດ ແລະຄວາມມືດນັ້ນບໍ່ໄດ້ຊະ­ນະຕໍ່ຄວາມສະ­ຫວ່າງ.

6ແລະເກີດມີຊາຍຄົນໜຶ່ງທີ່ພຣະ­ເຈົ້າຊົງໃຊ້ມາ ຊື່­ວ່າໂຢ­ຮັນ. 7ທ່ານໄດ້ມາເປັນພະ­ຍານ ເພື່ອອ້າງຄວາມພະ­ຍານເລື່ອງຄວາມສະ­ຫວ່າງນັ້ນ ເພື່ອຄົນທັງປວງຈະໄດ້ເຊື່ອດ້ວຍທ່ານ. 8ທ່ານບໍ່ແມ່ນຄວາມສະ­ຫວ່າງ ແຕ່ມາເປັນພະ­ຍານກ່ຽວເລື່ອງຄວາມສະ­ຫວ່າງນັ້ນ. 9ອັນນີ້ຄືຄວາມສະ­ຫວ່າງອັນແທ້ຈິງ ທີ່ຂະ­ນະນັ້ນກຳ­ລັງເຂົ້າມາໃນໂລກ ແລະສ່ອງເຖິງຄົນທັງປວງ. 10ພຣະ­ອົງຊົງສະ­ຖິດຢູ່ໃນໂລກ ຊຶ່ງພຣະ­ເຈົ້າຊົງສ້າງຂຶ້ນດ້ວຍພຣະ­ອົງນັ້ນ ແຕ່ໂລກບໍ່ໄດ້ຮູ້­ຈັກພຣະ­ອົງ. 11ພຣະ­ອົງໄດ້ສະ­ເດັດມາຍັງບ້ານເມືອງຂອງພຣະ­ອົງ ແລະຊາວ­ບ້ານຊາວເມືອງຂອງພຣະ­ອົງບໍ່ໄດ້ຕ້ອນ­ຮັບພຣະ­ອົງ. 12ແຕ່ສ່ວນບັນ­ດາຜູ້ທີ່ຕ້ອນ­ຮັບພຣະ­ອົງ ຄືຜູ້ທີ່ເຊື່ອໃນພຣະ­ນາມຂອງພຣະ­ອົງ ພຣະ­ອົງກໍຊົງປະ­ທານສິດໃຫ້ກາຍ­ເປັນບຸດຂອງພຣະ­ເຈົ້າ. 13ຊຶ່ງບໍ່ໄດ້ເກີດຈາກເລືອດເນື້ອຫລືກາມຫລືຄວາມປະ­ສົງຂອງມະ­ນຸດ ແຕ່ເກີດຈາກພຣະ­ເຈົ້າ.

14ພຣະ­ທຳໄດ້ຊົງບັງ­ເກີດເປັນມະ­ນຸດ ແລະຊົງອາໃສຢູ່ຖ້າມ­ກາງເຮົາທັງ­ຫລາຍບໍ­ລິ­ບູນດ້ວຍພຣະ­ຄຸນແລະຄວາມຈິງ ເຮົາທັງ­ຫລາຍໄດ້ເຫັນສະ­ຫງ່າລາ­ສີຂອງພຣະ­ອົງຄືສະ­ຫງ່າລາ­ສີອັນສົມກັບພຣະ­ບຸດອົງດຽວຂອງພຣະ­ບິ­ດາ. 15ໂຢ­ຮັນໄດ້ເປັນພະ­ຍານໃຫ້ແກ່ພຣະ­ອົງແລະຮ້ອງປະ­ກາດວ່າ, “ຜູ້ນີ້ແຫລະຄືຜູ້ທີ່ເຮົາໄດ້ກ່າວເຖິງວ່າ ‘ຜູ້ທີ່ມາພາຍ­ຫລັງເຮົາກໍຈະອອກກ່ອນໜ້າເຮົາ ເພາະທ່ານເປັນຢູ່ກ່ອນເຮົາ’.” 16ແລະເຮົາທຸກຄົນໄດ້ຮັບຈາກຄວາມຄົບບໍ­ລິ­ບູນຂອງພຣະ­ອົງ ເປັນພຣະ­ຄຸນຊ້ອນພຣະ­ຄຸນ. 17ເພາະ­ວ່າພຣະ­ເຈົ້າໄດ້ຊົງປະ­ທານພຣະ­ບັນ­ຍັດນັ້ນດ້ວຍໂມ­ເຊ ສ່ວນພຣະ­ຄຸນແລະຄວາມຈິງມາດ້ວຍພຣະ­ເຢຊູ­ຄຣິດ. 18ບໍ່ມີໃຜໄດ້ເຫັນພຣະ­ເຈົ້າຈັກເທື່ອແຕ່ພຣະ­ບຸດອົງດຽວ ຜູ້ຊົງເປັນພຣະ­ເຈົ້າຊຶ່ງຊົງສະ­ຖິດຢູ່ໃນພຣະ­ຊວງຂອງພຣະ­ບິ­ດາ ພຣະ­ອົງນັ້ນແຫລະໄດ້ຊົງສະ­ແດງໃຫ້ຮູ້.

ຄຳພະຍານຂອງໂຢຮັນບັບຕິສະໂຕ

(ມທ 3:1-12; ມຣກ 1:7-8; ລກ 3:15-17)

19ນີ້ເປັນຄຳພະ­ຍານຂອງໂຢ­ຮັນ ຄືເມື່ອພວກຢິວໄດ້ໃຊ້ພວກປະ­ໂລ­ຫິດແລະພວກເລ­ວີຈາກກຸງເຢ­ຣູ­ຊາ­ເລັມໄປຖາມທ່ານວ່າ, “ທ່ານຄືຜູ້ໃດ.” 20ທ່ານກໍຍອມບໍ່ໄດ້ປະ­ຕິ­ເສດ ຄືໄດ້ຍອມ­ຮັບວ່າ, “ເຮົາບໍ່ແມ່ນພຣະ­ຄຣິດ.” 21ເຂົາຈຶ່ງຖາມວ່າ, “ຖ້າຢ່າງນັ້ນທ່ານຄືຜູ້ໃດ ທ່ານແມ່ນເອ­ລີ­ຢາຫລື” ທ່ານຕອບວ່າ, “ເຮົາບໍ່ແມ່ນເອ­ລີ­ຢາ” “ທ່ານຄືຜູ້ປະ­ກາດພຣະ­ທຳຫລື” ທ່ານຕອບວ່າ, “ບໍ່ແມ່ນ.” 22ເຂົາຈຶ່ງຖາມອີກວ່າ, “ທ່ານຄືໃຜ ເພື່ອເຮົາຈະໄດ້ເອົາຄຳຕອບໄປບອກຄົນທີ່ໄດ້ໃຊ້ເຮົາມານັ້ນ ຝ່າຍທ່ານທ່ານເວົ້າຢ່າງ­ໃດ.”

23ທ່ານຕອບວ່າ, “ຝ່າຍເຮົາເປັນສຽງຂອງຜູ້ທີ່ຮ້ອງປະ­ກາດໃນປ່າວ່າ, ‘ຈົ່ງເຮັດຫົນ­ທາງຂອງອົງພຣະ­ຜູ້­ເປັນ­ເຈົ້າໃຫ້ຊື່ໄປ’”ຕາມທີ່ເອ­ຊາ­ຢາຜູ້ປະ­ກາດພຣະ­ທຳໄດ້ກ່າວໄວ້. 24ຝ່າຍພວກທີ່ຮັບໃຊ້ມານັ້ນແມ່ນແຕ່ພັກພວກຟາ­ຣີ­ຊາຍ. 25ເຂົາຈຶ່ງຖາມໂຢ­ຮັນວ່າ, “ຖ້າທ່ານບໍ່ແມ່ນພຣະ­ຄຣິດບໍ່ແມ່ນເອ­ລີ­ຢາ ຫລືບໍ່ແມ່ນຜູ້ປະ­ກາດພຣະ­ທຳນັ້ນ ເປັນຫຍັງທ່ານຈຶ່ງໃຫ້ຮັບບັບ­ຕິ­ສະ­ມາ.”

26ໂຢ­ຮັນໄດ້ຕອບເຂົາວ່າ, “ຝ່າຍເຮົານີ້ໃຫ້ຮັບບັບ­ຕິ­ສະ­ມາດ້ວຍນ້ຳ ແຕ່ມີຜູ້ໜຶ່ງທີ່ຢືນຢູ່ຖ້າມ­ກາງພວກທ່ານ ຊຶ່ງພວກທ່ານບໍ່ຮູ້­ຈັກ. 27ຜູ້ນັ້ນແຫລະມາພາຍ­ຫລັງເຮົາ ເຖິງແມ່ນແຕ່ສາຍ­ຮັດເກີບຂອງທ່ານ ເຮົາກໍບໍ່ສົມ­ຄວນຈະແກ້.” 28ເຫດ­ການເຫລົ່ານີ້ໄດ້ບັງ­ເກີດຂຶ້ນທີ່ບ້ານເບັດ­ທາ­ນີ ຟາກແມ່­ນ້ຳຢໍ­ແດນທາງທິດ­ຕາ­ເວັນ­ອອກ ເປັນບ່ອນທີ່ໂຢ­ຮັນກຳ­ລັງໃຫ້ຮັບບັບ­ຕິ­ສະ­ມາຢູ່.

ພຣະເມສານ້ອຍຂອງພຣະເຈົ້າ

29ລ່ວງໄປວັນໜຶ່ງໂຢ­ຮັນໄດ້ເຫັນພຣະ­ເຢຊູກຳ­ລັງສະ­ເດັດມາຫາ ທ່ານຈຶ່ງກ່າວວ່າ, “ເບິ່ງແມພຣະ­ເມ­ສານ້ອຍຂອງພຣະ­ເຈົ້າ ຜູ້ຊົງຮັບເອົາຄວາມຜິດບາບຂອງມະ­ນຸດ­ສະ­ໂລກໄປເສຍ. 30ຜູ້ນີ້ແຫລະທີ່ເຮົາກ່າວວ່າຈະມີຜູ້ໜຶ່ງມາພາຍ­ຫລັງເຮົາຈະອອກກ່ອນໜ້າເຮົາເພາະ­ວ່າທ່ານເປັນຢູ່ກ່ອນເຮົາ. 31ເຮົາເອງກໍບໍ່ໄດ້ຮູ້­ຈັກທ່ານ ແຕ່ເພື່ອໃຫ້ທ່ານເປັນທີ່ປະ­ກົດແຈ້ງແກ່ພວກອິ­ສຣາ­ເອນ ເຮົາຈຶ່ງໄດ້ໃຫ້ຮັບບັບ­ຕິ­ສະ­ມາໃນນ້ຳ.”

32ແລະໂຢ­ຮັນກ່າວເປັນພະ­ຍານວ່າ, “ເຮົາໄດ້ເຫັນພຣະ­ວິນ­ຍານເໝືອນດັ່ງນົກເຂົາສະ­ເດັດລົງມາຈາກຟ້າສະ­ຫວັນ ແລະຊົງສະ­ຖິດຢູ່ເທິງທ່ານ. 33ເຮົາເອງບໍ່ໄດ້ຮູ້­ຈັກທ່ານ ແຕ່ພຣະ­ອົງຜູ້ຊົງໃຊ້ເຮົາມາໃຫ້ຮັບບັບ­ຕິ­ສະ­ມາດ້ວຍນ້ຳນັ້ນ ໄດ້ຊົງກ່າວກັບເຮົາວ່າເຈົ້າຈະເຫັນພຣະ­ວິນ­ຍານລົງມາ­ສະຖິດຢູ່ເທິງຜູ້ໃດ ຜູ້ນັ້ນແຫລະເປັນຜູ້ໃຫ້ຮັບບັບ­ຕິ­ສະ­ມາດ້ວຍພຣະ­ວິນ­ຍານ­ບໍ­ລິ­ສຸດ. 34ແລະເຮົາໄດ້ເຫັນແລ້ວຈຶ່ງເປັນພະ­ຍານວ່າ ທ່ານຜູ້ນີ້ແຫລະເປັນພຣະ­ບຸດຂອງພຣະ­ເຈົ້າ.”

ສາວົກໝວດທຳອິດ

35ລ່ວງໄປອີກວັນໜຶ່ງໂຢ­ຮັນກຳ­ລັງຢືນຢູ່ກັບລູກ­ສິດຂອງຕົນສອງຄົນ. 36ແລະທ່ານໄດ້ເພ່ງເບິ່ງພຣະ­ເຢຊູກຳ­ລັງສະ­ເດັດກາຍ­ໄປ ຈຶ່ງກ່າວວ່າເບິ່ງແມພຣະ­ເມ­ສານ້ອຍຂອງພຣະ­ເຈົ້າ.” 37ລູກ­ສິດສອງຄົນໄດ້ຍິນໂຢ­ຮັນເວົ້າດັ່ງ­ນັ້ນ ເຂົາຈຶ່ງຕິດ­ຕາມພຣະ­ເຢຊູໄປ. 38ຝ່າຍພຣະ­ເຢຊູຊົງຫລຽວຫລັງເຫັນເຂົາທັງສອງຕິດ­ຕາມມາ ຈຶ່ງຊົງຖາມເຂົາວ່າ, “ພວກທ່ານຊອກຫາຫຍັງ” ເຂົາທູນພຣະ­ອົງວ່າ, “ຮັບບີ (ຊຶ່ງແປວ່າ ອາ­ຈານ) ທ່ານອາໃສຢູ່ທີ່ໃດ.” 39ພຣະ­ອົງຊົງຕອບເຂົາວ່າ, “ຈົ່ງມາເບິ່ງ” ເຂົາກໍໄປແລະເຫັນບ່ອນຊຶ່ງພຣະ­ອົງຊົງອາໃສ ວັນນັ້ນເຂົາກໍໄດ້ພັກຢູ່ກັບພຣະ­ອົງ ເພາະເປັນເວ­ລາປະ­ມານສີ່ໂມງແລງແລ້ວ.

40ໃນສອງຄົນທີ່ໄດ້ຍິນໂຢ­ຮັນເວົ້າແລະຕິດ­ຕາມພຣະ­ເຢຊູໄປນັ້ນ ຜູ້ໜຶ່ງຄືອັນ­ເດ­ອານ້ອງຊາຍຂອງຊີ­ໂມນເປ­ໂຕ. 41ອັນ­ເດ­ອາກໍໄປຫາຊີ­ໂມນອ້າຍຂອງຕົນກ່ອນແລະໄດ້ບອກວ່າ, “ໝູ່ເຮົາໄດ້ພົບເມ­ຊີ­ອາແລ້ວ” (ທີ່ແປວ່າ ພຣະ­ຄຣິດ). 42ອັນ­ເດ­ອາຈຶ່ງພາຊີ­ໂມນໄປເຝົ້າພຣະ­ເຢຊູ ເມື່ອຊົງທອດພຣະ­ເນດແລ້ວພຣະ­ອົງຈຶ່ງຊົງກ່າວວ່າ, “ທ່ານຄືຊີ­ໂມນລູກຂອງໂຢ­ຮັນ ທ່ານຈະໄດ້ຊື່ໃໝ່ວ່າ ເກ­ຟາ” (ທີ່ແປວ່າ ເປ­ໂຕ ຄືຫີນ).

ຊົງເອີ້ນເອົາຟີລິບແລະນະທານາເອັນ

43ລ່ວງໄປວັນໜຶ່ງ ພຣະ­ເຢຊູຊົງຕັ້ງພຣະ­ໄທຈະສະ­ເດັດໄປແຂວງຄາ­ລີ­ເລ ພຣະ­ອົງຊົງພົບຟີ­ລິບຈຶ່ງຊົງກ່າວວ່າ, “ຈົ່ງຕາມເຮົາມາ”. 44ຟີ­ລິບມາຈາກເບັດ­ຊາ­ອີ­ດາເມືອງຂອງອັນ­ເດ­ອາແລະເປ­ໂຕ. 45ຟີ­ລິບໄດ້ໄປຫານະ­ທາ­ນາ­ເອັນບອກວ່າ, “ເຮົາໄດ້ພົບຜູ້ທີ່ໂມ­ເຊໄດ້ກ່າວເຖິງໃນໜັງ­ສືພຣະ­ບັນ­ຍັດ ແລະທີ່ພວກຜູ້ປະ­ກາດພຣະ­ທຳໄດ້ກ່າວເຖິງເໝືອນກັນ ຄື ເຢ­ຊູລູກຂອງໂຢ­ເຊັບ ໄທນາ­ຊາ­ເຣັດ.” 46ນະ­ທາ­ນາ­ເອັນຖາມຟີ­ລິບວ່າ, “ສິ່ງດີອັນໃດຈະມາຈາກນາ­ຊາ­ເຣັດໄດ້ຫລື” ຟີ­ລິບຕອບວ່າ, “ມາເບິ່ງເອົາ.”

47ພຣະ­ເຢຊູຊົງເຫັນນະ­ທາ­ນາ­ເອັນມາຫາພຣະ­ອົງ ກໍຊົງກ່າວເຖິງເລື່ອງຂອງທ່ານວ່າ, “ເບິ່ງແມຜູ້ນີ້ຄືຊົນຊາດອິ­ສຣາ­ເອນແທ້ ໃນຕົວທ່ານບໍ່ມີອຸ­ບາຍ.” 48ນະ­ທາ­ນາ­ເອັນໄດ້ທູນຖາມພຣະ­ອົງວ່າ, “ທ່ານຮູ້­ຈັກຂ້າ­ນ້ອຍໄດ້ຢ່າງ­ໃດ” ພຣະ­ເຢຊູຊົງຕອບວ່າ, “ເຮົາໄດ້ເຫັນທ່ານແລ້ວເມື່ອທ່ານຢູ່ໃຕ້ຕົ້ນເດື່ອເທດ ກ່ອນທີ່ຟີ­ລິບໄດ້ເອີ້ນທ່ານນັ້ນ.” 49ນະ­ທາ­ນາ­ເອັນທູນຕອບພຣະ­ອົງວ່າ, “ພຣະ­ອາ­ຈານເອີຍທ່ານເປັນພຣະ­ບຸດຂອງພຣະ­ເຈົ້າ ທ່ານເປັນກະ­ສັດຂອງຊາດອິ­ສຣາ­ເອນ.” 50ພຣະ­ເຢຊູຊົງຕອບວ່າ, “ທ່ານເຊື່ອເຮົາ ເພາະເຮົາໄດ້ບອກວ່າເຮົາໄດ້ເຫັນທ່ານຢູ່ໃຕ້ຕົ້ນເດື່ອນັ້ນຫລື ທ່ານຍັງຈະເຫັນເຫດ­ການໃຫຍ່ກວ່ານັ້ນອີກ.” 51ພຣະ­ອົງຊົງກ່າວແກ່ທ່ານວ່າ, “ເຮົາບອກຕາມຄວາມຈິງແກ່ທ່ານທັງ­ຫລາຍວ່າ ພວກທ່ານຈະໄດ້ເຫັນທ້ອງ­ຟ້າແຫວກອອກ ແລະບັນ­ດາເທ­ວະ­ດາຂອງພຣະ­ເຈົ້າຂຶ້ນແລະລົງຢູ່ເທິງບຸດມະ­ນຸດ.”

 

ໂຢຮັນ ບົດທີ 2

ງານສົມລົດທີ່ບ້ານການາ

1ວັນຖ້ວນສາມມີງານພິ­ທີສົມ­ລົດທີ່ບ້ານກາ­ນາ ແຂວງຄາ­ລີ­ເລ ແລະມານດາຂອງພຣະ­ເຢຊູກໍຢູ່ຫັ້ນ. 2ພຣະ­ເຢຊູກັບພວກສາ­ວົກໄດ້ຮັບເຊີນໄປໃນງານນັ້ນເໝືອນກັນ. 3ເມື່ອເຫລົ້າແວງໝົດແລ້ວ ມານດາຂອງພຣະ­ເຢຊູຈຶ່ງທູນພຣະ­ອົງວ່າ, “ເຫລົ້າແວງເຂົາບໍ່ມີແລ້ວ.” 4ພຣະ­ເຢຊູຊົງຕອບມານດາວ່າ, “ນາງເອີຍປະໃຫ້ເປັນທຸ­ລະຂອງເຮົາເສຍ ເພາະເວ­ລາຂອງເຮົາຍັງບໍ່ທັນມາເຖິງ.” 5ມານດາຂອງພຣະ­ອົງຈຶ່ງບອກຕໍ່ຄົນໃຊ້ວ່າ, “ເມື່ອເພິ່ນບອກພວກເຈົ້າໃຫ້ເຮັດອັນໃດ ຈົ່ງເຮັດຕາມເນີ.”

6ທີ່ນັ້ນມີອ່າງຫີນຫົກໜ່ວຍຕັ້ງຢູ່ ເພື່ອໃຊ້ຊຳ­ລະລ້າງຕາມທຳ­ນຽມຂອງພວກຢິວ ອ່າງໜ່ວຍໃດກໍໃສ່ນ້ຳໄດ້ສີ່ຫລືຫ້າກະໂລ່ງ. 7ພຣະ­ເຢຊູຊົງບອກຕໍ່ເຂົາວ່າ, “ຈົ່ງຕັກນ້ຳໃສ່ອ່າງໃຫ້ເຕັມ” ແລະເຂົາໄດ້ຕັກນ້ຳໃສ່ອ່າງເຫລົ່າ­ນັ້ນເຕັມພຽງປາກ. 8ແລ້ວພຣະ­ອົງຊົງບອກເຂົາວ່າ, “ບັດນີ້ຈົ່ງຕັກສົ່ງໄປໃຫ້ພະ­ນັກ­ງານເນີ” ເຂົາກໍຕັກສົ່ງໃຫ້. 9ເມື່ອພະ­ນັກ­ງານຊີມນ້ຳທີ່ກາຍ­ເປັນເຫລົ້າແວງນັ້ນ­ແລ້ວ ແລະບໍ່ຮູ້ວ່າມາແຕ່ໃສ (ແຕ່ຄົນໃຊ້ທີ່ຕັກນ້ຳກໍຮູ້) ພະ­ນັກ­ງານຈຶ່ງເອີ້ນເຈົ້າບ່າວມາ. 10ແລະກ່າວວ່າ, “ທຸກຄົນເຄີຍເອົາເຫລົ້າແວງອັນດີມາໃຫ້ກ່ອນ ແລະເມື່ອເຂົາດື່ມຫລາຍແລ້ວຈຶ່ງເອົາອັນບໍ່ດີມາ ແຕ່ຝ່າຍທ່ານໄດ້ກັກເຫລົ້າແວງອັນດີໄວ້ຈົນເຖິງບັດນີ້.” 11ການໝາຍສຳ­ຄັນເທື່ອຕົ້ນນີ້ ພຣະ­ເຢຊູຊົງເຮັດທີ່ບ້ານກາ­ນາແຂວງຄາ­ລີ­ເລ ພຣະ­ອົງໄດ້ຊົງສະ­ແດງສະ­ຫງ່າລາ­ສີຂອງພຣະ­ອົງໃຫ້ປະ­ກົດ ຝ່າຍພວກສາ­ວົກກໍໄດ້ເຊື່ອໃນພຣະ­ອົງ.

12ພາຍ­ຫລັງນັ້ນມາພຣະ­ອົງໄດ້ສະ­ເດັດລົງໄປຍັງເມືອງກາ­ເປ­ນາ­ອູມ ກັບມານດາພ້ອມທັງພວກນ້ອງຊາຍ ແລະສາ­ວົກຂອງພຣະ­ອົງ ກໍຊົງອາໃສຢູ່ທີ່ນັ້ນບໍ່ຫລາຍວັນ.

ຊົງຊຳລະພຣະວິຫານ

(ມທ 21:12-13; ມຣກ 11:15-18; ລກ 19:45-46)

13ແລະເທດ­ສະ­ການປັດ­ສະ­ຄາຂອງພວກຢິວໃກ້ເຂົ້າມາແລ້ວ ພຣະ­ເຢຊູສະ­ເດັດຂຶ້ນເມືອຍັງກຸງເຢ­ຣູ­ຊາ­ເລັມ.

14ຢູ່ໃນບໍ­ລິ­ເວນພຣະ­ວິ­ຫານພຣະ­ອົງໄດ້ພົບຄົນຂາຍງົວຂາຍແກະແລະຂາຍນົກເຂົາ ກັບທັງພວກຄົນແລກເງິນທີ່ນັ່ງຢູ່ຫັ້ນ. 15ພຣະ­ອົງຊົງເອົາເຊືອກເຮັດແສ້ ໄລ່ຄົນເຫລົ່າ­ນັ້ນພ້ອມກັບແກະແລະງົວອອກໄປຈາກບໍ­ລິ­ເວນພຣະ­ວິ­ຫານ ຊົງຖອກເງິນແລະຂວ້ຳໂຕະຂອງຄົນແລກເງິນ. 16ແລ້ວພຣະ­ອົງຊົງກ່າວແກ່ບັນ­ດາຄົນທີ່ຂາຍນົກເຂົາວ່າ, “ຈົ່ງເອົາຂອງເຫລົ່ານີ້ອອກໄປເສຍ ຢ່າເຮັດໃຫ້ທີ່ສະ­ຖິດພຣະ­ບິ­ດາຂອງເຮົາເປັນບ່ອນຄ້າ­ຂາຍ.” 17ພວກສາ­ວົກຂອງພຣະ­ອົງໄດ້ລະ­ນຶກເຖິງຄຳທີ່ຂຽນໄວ້ວ່າ, “ຄວາມຮ້ອນ­ໃຈສຳ­ລັບພຣະ­ວິ­ຫານຂອງພຣະ­ອົງກໍໄໝ້ຢູ່ພາຍໃນຂ້າພຣະ­ອົງເສຍ.”

18ພວກຢິວຈຶ່ງທູນພຣະ­ອົງວ່າ, “ເຈົ້າຈະສະ­ແດງການສຳ­ຄັນອັນໃດໃຫ້ພວກເຮົາເຫັນວ່າ ເຈົ້າມີສິດເຮັດການຢ່າງນີ້.” 19ພຣະ­ເຢຊູຊົງຕອບເຂົາວ່າ, “ຖ້າມ້າງວິ­ຫານນີ້ລົງເສຍ ເຮົາຈະສ້າງຂຶ້ນໃໝ່ໃນສາມວັນ.” 20ພວກຢິວຈຶ່ງທູນວ່າ, “ພຣະ­ວິ­ຫານນີ້ເຂົາໄດ້ສ້າງຂຶ້ນເຖິງສີ່ສິບຫົກປີຈຶ່ງສຳ­ເລັດ ຝ່າຍເຈົ້າຈະສ້າງຂຶ້ນໃໝ່ໃນສາມວັນຫລື.” 21ແຕ່ພຣະ­ວິ­ຫານທີ່ພຣະ­ອົງຊົງກ່າວເຖິງນັ້ນ ຄືພຣະ­ກາຍຂອງພຣະ­ອົງ. 22ເຫດສັນ­ນັ້ນເມື່ອພຣະ­ອົງຖືກຊົງບັນ­ດານໃຫ້ເປັນຄືນມາແລ້ວ ພວກສາ­ວົກກໍລະ­ນຶກໄດ້ວ່າ ພຣະ­ອົງຊົງກ່າວດັ່ງ­ນີ້ ແລະເຂົາກໍເຊື່ອພຣະ­ຄຳພີກັບທັງພຣະ­ທຳທີ່ພຣະ­ເຢຊູໄດ້ຊົງກ່າວແລ້ວນັ້ນ.

ພຣະເຢຊູຊົງຮູ້ຈັກມະນຸດທຸກຄົນ

23ເມື່ອພຣະ­ອົງປະ­ທັບຢູ່ໃນກຸງເຢ­ຣູ­ຊາ­ເລັມເວ­ລາເທດ­ສະ­ການປັດ­ສະ­ຄານັ້ນ ມີຫລາຍຄົນໄດ້ເຊື່ອໃນພຣະ­ນາມຂອງພຣະ­ອົງ ເພາະເຂົາໄດ້ເຫັນການສຳ­ຄັນທີ່ພຣະ­ອົງໄດ້ຊົງກະ­ທຳຂຶ້ນ. 24ແຕ່ພຣະ­ເຢຊູບໍ່ໄດ້ຊົງວາງພຣະ­ໄທໃນຄົນເຫລົ່າ­ນັ້ນ ເພາະພຣະ­ອົງຊົງຮູ້­ຈັກມະ­ນຸດທຸກຄົນແລ້ວ. 25ແລະພຣະ­ອົງບໍ່ຊົງມີຄວາມຈຳ­ເປັນທີ່ຈະມີພະ­ຍານໃນເລື່ອງມະ­ນຸດ ດ້ວຍພຣະ­ອົງເອງຊົງຊາບວ່າ ອັນໃດມີຢູ່ໃນມະ­ນຸດ.


ໂຢຮັນ ບົດທີ 3

ພຣະເຢຊູກັບນີໂກເດມ

1ມີຊາຍຄົນໜຶ່ງໃນພວກຟາ­ຣີ­ຊາຍຊື່ນີ­ໂກ­ເດມ ເປັນເຈົ້ານາຍຂອງພວກຢິວ. 2ຜູ້ນີ້ໄດ້ມາຫາພຣະ­ເຢຊູໃນເວ­ລາກາງ­ຄືນທູນພຣະ­ອົງວ່າ, “ອາ­ຈານເອີຍພວກຂ້າ­ນ້ອຍຊາບຢູ່ວ່າທ່ານເປັນຄູທີ່ມາຈາກພຣະ­ເຈົ້າ ເພາະບໍ່ມີຜູ້ໃດອາດເຮັດໝາຍສຳ­ຄັນທີ່ທ່ານເຮັດຢູ່ນັ້ນ ເວັ້ນແຕ່ພຣະ­ເຈົ້າຊົງສະ­ຖິດຢູ່ນຳ.” 3ພຣະ­ເຢຊູຊົງຕອບວ່າ, “ເຮົາບອກທ່ານຕາມຄວາມຈິງວ່າຖ້າຜູ້ໃດບໍ່ບັງ­ເກີດມາໃໝ່ ຜູ້ນັ້ນຈະເຫັນລາ­ຊະແຜ່ນ­ດິນຂອງພຣະ­ເຈົ້າບໍ່ໄດ້.” 4ນີ­ໂກ­ເດມທູນພຣະ­ອົງວ່າ, “ຄົນເຖົ້າແລ້ວຈະບັງ­ເກີດໄດ້ຢ່າງ­ໃດ ຈະເຂົ້າໃນທ້ອງແມ່ຂອງຕົນເທື່ອທີ່ສອງແລ້ວເກີດມາໄດ້ຫລື.”

5ພຣະ­ເຢຊູຊົງຕອບວ່າ, “ເຮົາບອກທ່ານຕາມຄວາມຈິງວ່າ ຖ້າຜູ້ໃດບໍ່ໄດ້ບັງ­ເກີດມາຈາກນ້ຳແລະຈາກພຣະ­ວິນ­ຍານ ຜູ້ນັ້ນຈະເຂົ້າໃນລາ­ຊະແຜ່ນ­ດິນຂອງພຣະ­ເຈົ້າບໍ່ໄດ້. 6ຊຶ່ງບັງ­ເກີດຈາກເນື້ອກາຍກໍເປັນເນື້ອກາຍ ແລະຊຶ່ງບັງ­ເກີດຈາກພຣະ­ວິນ­ຍານກໍເປັນ­ວິນຍານ. 7ຢ່າປະ­ຫລາດໃຈທີ່ເຮົາບອກທ່ານວ່າ ທ່ານທັງ­ຫລາຍຈຳ­ເປັນຕ້ອງບັງ­ເກີດມາໃໝ່. 8ລົມຢາກພັດໄປທິດໃດກໍພັດໄປທິດນັ້ນ ແລະທ່ານໄດ້ຍິນສຽງມັນ ແຕ່ທ່ານບໍ່ຮູ້ວ່າມັນມາແຕ່ໃສຫລືໄປໃສ ທຸກຄົນທີ່ບັງ­ເກີດຈາກພຣະ­ວິນ­ຍານກໍເປັນດັ່ງ­ນັ້ນແຫລະ.”

9ນີ­ໂກ­ເດມທູນພຣະ­ອົງວ່າ, “ເຫດ­ການເຫລົ່ານີ້ຈະບັງ­ເກີດຂຶ້ນໄດ້ຢ່າງ­ໃດ.” 10ພຣະ­ເຢຊູຊົງຕອບວ່າ, “ທ່ານເປັນອາ­ຈານຂອງພວກອິ­ສຣາ­ເອນແລະຍັງບໍ່ຮູ້­ຈັກສິ່ງເຫລົ່ານີ້ຫລື. 11ເຮົາບອກຄວາມຈິງແກ່ທ່ານວ່າ ພວກເຮົາເວົ້າສິ່ງທີ່ເຮົາຮູ້ແລະເປັນພະ­ຍານເຖິງສິ່ງທີ່ພວກເຮົາໄດ້ເຫັນ ແຕ່ທ່ານທັງ­ຫລາຍບໍ່ໄດ້ຮັບຄຳພະ­ຍານຂອງເຮົາ 12ຖ້າເຮົາບອກທ່ານທັງ­ຫລາຍເຖິງສິ່ງຝ່າຍໂລກ ແລະທ່ານບໍ່ເຊື່ອ ຖ້າເຮົາບອກທ່ານເຖິງສິ່ງຝ່າຍສະ­ຫວັນ ພວກທ່ານຈະເຊື່ອໄດ້ຢ່າງ­ໃດ. 13ບໍ່ມີຜູ້ໃດໄດ້ຂຶ້ນໄປສູ່ສະ­ຫວັນ ນອກ­ຈາກຜູ້ທີ່ລົງມາຈາກສະ­ຫວັນຄືບຸດມະ­ນຸດ.” 14ໂມ­ເຊໄດ້ຍົກງູຂຶ້ນໃນປ່າສັນ­ໃດ ບຸດມະ­ນຸດຈະຕ້ອງຖືກຍົກຂຶ້ນສັນ­ນັ້ນ, 15ເພື່ອທຸກຄົນທີ່ວາງ­ໃຈເຊື່ອໃນພຣະ­ອົງຈະມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ.

16ເພາະ­ວ່າພຣະ­ເຈົ້າຊົງຮັກໂລກຈົນໄດ້ ປະ­ທານພຣະ­ບຸດອົງດຽວຂອງພຣະ­ອົງ ເພື່ອທຸກຄົນທີ່ວາງ­ໃຈເຊື່ອໃນພຣະ­ບຸດນັ້ນຈະບໍ່ຈິບ­ຫາຍ ແຕ່ມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ. 17ເພາະ­ວ່າພຣະ­ເຈົ້າໄດ້ຊົງໃຊ້ພຣະ­ບຸດຂອງພຣະ­ອົງເຂົ້າມາໃນໂລກ ບໍ່ແມ່ນຈະຕັດສີນລົງ­ໂທດມະ­ນຸດ­ສະ­ໂລກ ແຕ່ເພື່ອມະ­ນຸດ­ສະ­ໂລກຈະພົ້ນໄດ້ດ້ວຍພຣະ­ບຸດນັ້ນ. 18ຜູ້ທີ່ວາງ­ໃຈໃນພຣະ­ບຸດກໍບໍ່ຖືກຕັດສີນໂທດ ແຕ່ຜູ້ທີ່ບໍ່ວາງ­ໃຈກໍໄດ້ຖືກຕັດສີນລົງ­ໂທດແລ້ວ ເພາະບໍ່ໄດ້ເຊື່ອໃນພຣະ­ນາມພຣະ­ບຸດອົງດຽວຂອງພຣະ­ເຈົ້າ. 19ນີ້ແຫລະແມ່ນການຕັດສີນລົງ­ໂທດ ຄືວ່າ­ຄວາມສະ­ຫວ່າງໄດ້ເຂົ້າມາໃນໂລກ ແຕ່ມະ­ນຸດໄດ້ຮັກຄວາມມືດຫລາຍກວ່າຮັກຄວາມສະ­ຫວ່າງ ເພາະກິດ­ຈະ­ການຂອງເຂົາຊົ່ວ. 20ດ້ວຍວ່າທຸກຄົນທີ່ເຮັດຊົ່ວກໍຊັງຄວາມສະ­ຫວ່າງ ແລະບໍ່ມາເຖິງຄວາມສະ­ຫວ່າງ ເພາະຢ້ານວ່າ ການເຮັດຂອງຕົນຈະເປີດ­ເຜີຍ. 21ແຕ່ບຸກ­ຄົນທີ່ເຮັດຕາມຄວາມຈິງກໍມາຫາຄວາມສະ­ຫວ່າງ ເພື່ອໃຫ້­ການຂອງຕົນປະ­ກົດວ່າໄດ້ເຮັດດ້ວຍອາໃສພຣະ­ເຈົ້າ.

ພຣະເຢຊູກັບໂຢຮັນບັບຕິສະໂຕ

22ຫລັງຈາກນັ້ນພຣະ­ເຢຊູໄດ້ສະ­ເດັດໄປຍັງແຂວງຢູ­ດາຍພ້ອມກັບພວກສາ­ວົກຂອງພຣະ­ອົງ ແລະປະ­ທັບຢູ່ກັບເຂົາທີ່ນັ້ນ ແລ້ວຊົງໃຫ້ຮັບບັບ­ຕິ­ສະ­ມາ. 23ຝ່າຍໂຢ­ຮັນກໍໃຫ້ຮັບບັບ­ຕິ­ສະ­ມາຢູ່ບ້ານໄອ­ໂນນໃກ້ບ້ານຊາ­ລາ­ອິມເໝືອນກັນ ເພາະທີ່ນັ້ນມີນ້ຳຫລາຍ ແລະຝູງຄົນກໍພາ­ກັນມາຮັບບັບ­ຕິ­ສະ­ມາ. 24ດ້ວຍວ່າເວ­ລານັ້ນໂຢ­ຮັນຍັງບໍ່ທັນໄດ້ຕິດຄຸກ.

25ເກີດການໂຕ້ຖຽງກັນຂຶ້ນລະ­ຫວ່າງລູກ­ສິດຂອງໂຢ­ຮັນກັບຢິວຄົນໜຶ່ງ ເລື່ອງການຊຳ­ລະລ້າງ. 26ລູກ­ສິດນັ້ນຈຶ່ງໄປຫາໂຢ­ຮັນແລະເວົ້າວ່າ, “ອາ­ຈານເອີຍຜູ້ທີ່­ຢູ່ນຳອາ­ຈານທີ່ຟາກແມ່­ນ້ຳຢໍ­ແດນພຸ້ນ ຄືຜູ້ທີ່ອາ­ຈານເປັນພະ­ຍານເຖິງນັ້ນ ເບິ່ງແມຜູ້ນັ້ນກຳ­ລັງໃຫ້ຮັບບັບ­ຕິ­ສະ­ມາ ແລະຄົນທັງປວງກໍພາ­ກັນໄປຫາເພິ່ນ.”

27ໂຢ­ຮັນຕອບວ່າ, “ມະ­ນຸດຈະຮັບສິ່ງໃດບໍ່ໄດ້ ເວັ້ນໄວ້ແຕ່ທີ່ຊົງໂຜດປະ­ທານຈາກສະ­ຫວັນໃຫ້ເຂົາ. 28ທ່ານທັງ­ຫລາຍກໍເປັນພະ­ຍານຝ່າຍເຮົາວ່າເຮົາໄດ້ກ່າວແລ້ວວ່າ ‘ເຮົາບໍ່ເປັນພຣະ­ຄຣິດແຕ່ເປັນຜູ້ຮັບໃຊ້ມາກ່ອນໜ້າພຣະ­ອົງ.’ 29ຜູ້ທີ່ມີເຈົ້າສາວກໍແມ່ນເຈົ້າບ່າວນັ້ນແຫລະ ແຕ່ສະ­ຫາຍຂອງເຈົ້າບ່າວທີ່ຢືນຟັງເຈົ້າບ່າວຢູ່ ກໍມີຄວາມຍິນ­ດີຫລາຍເພາະໄດ້ຍິນສຽງຂອງເຈົ້າບ່າວນັ້ນ ຢ່າງນັ້ນແຫລະຄວາມຍິນ­ດີຂອງເຮົາກໍຄົບຖ້ວນແລ້ວ. 30ພຣະ­ອົງນັ້ນຕ້ອງຊົງໃຫຍ່ຂຶ້ນ ແຕ່ເຮົາຈະຕ້ອງນ້ອຍລົງ.”

ຜູ້ທີ່ສະເດັດມາຈາກສະຫວັນ

31ພຣະ­ອົງຜູ້ສະ­ເດັດມາຈາກທາງເທິງຊົງຢູ່ເໜືອທຸກສິ່ງ ຜູ້ທີ່ເປັນແຕ່ແຜ່ນ­ດິນໂລກກໍເປັນຝ່າຍໂລກ ແລະຍ່ອມກ່າວຝ່າຍໂລກ ພຣະ­ອົງຜູ້ສະ­ເດັດຈາກສະ­ຫວັນຊົງຢູ່ເໜືອທຸກສິ່ງ. 32ສິ່ງທີ່ພຣະ­ອົງໄດ້ຊົງເຫັນແລະໄດ້ຍິນ ພຣະ­ອົງກໍຊົງເປັນພະ­ຍານຕໍ່ສິ່ງນັ້ນ ແຕ່ບໍ່ມີຜູ້ໃດໄດ້ຮັບຄຳພະ­ຍານຂອງພຣະ­ອົງ. 33ຜູ້ທີ່ຮັບຄຳພະ­ຍານຂອງພຣະ­ອົງກໍປະ­ທັບຕາລົງວ່າພຣະ­ເຈົ້າຊົງສັດຈິງ. 34ເພາະພຣະ­ອົງຜູ້ທີ່ພຣະ­ເຈົ້າຊົງໃຊ້ມານັ້ນຊົງກ່າວພຣະ­ທຳຂອງພຣະ­ເຈົ້າ ເພາະພຣະ­ເຈົ້າບໍ່ໄດ້ປະ­ທານພຣະ­ວິນ­ຍານໃຫ້ໂດຍຈຳ­ກັດ. 35ພຣະ­ບິ­ດາຊົງຮັກພຣະ­ບຸດ ແລະຊົງມອບທຸກສິ່ງໄວ້ໃນພຣະ­ຫັດຂອງພຣະ­ອົງ. 36ຜູ້ທີ່ວາງ­ໃຈໃນພຣະ­ບຸດກໍມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ ຜູ້ທີ່ບໍ່ເຊື່ອຟັງພຣະ­ບຸດກໍຈະບໍ່ໄດ້ເຫັນຊີ­ວິດ ແຕ່ພຣະ­ພິ­ໂລດຂອງພຣະ­ເຈົ້າປົກຄຸມຢູ່ເທິງຜູ້ນັ້ນ.

 

ໂຢຮັນ ບົດທີ 4

ພຣະເຢຊູກັບຍິງຊາວຊາມາເຣຍ

1ເມື່ອພຣະ­ເຢຊູຊົງຊາບວ່າ ພວກຟາ­ຣີ­ຊາຍໄດ້ຍິນຂ່າວວ່າ ພຣະ­ອົງຊົງມີສາ­ວົກແລະຊົງໃຫ້ບັບ­ຕິ­ສະ­ມາຫລາຍກວ່າໂຢ­ຮັນ, 2(ຄວາມຈິງພຣະ­ເຢຊູບໍ່ໄດ້ຊົງໃຫ້ບັບ­ຕິ­ສະ­ມາເອງ ແຕ່ພວກສາ­ວົກຂອງພຣະ­ອົງເປັນຜູ້ໃຫ້), 3ພຣະ­ອົງຈຶ່ງສະ­ເດັດອອກຈາກແຂວງຢູ­ດາຍ ແລະກັບໄປຍັງແຂວງຄາ­ລີ­ເລອີກ.

4ແລະພຣະ­ອົງຕ້ອງສະ­ເດັດຜ່ານແຂວງຊາ­ມາ­ເຣຍໄປ. 5ພຣະ­ອົງຈຶ່ງສະ­ເດັດໄປເຖິງເມືອງໜຶ່ງຊື່ຊີ­ຂາໃນແຂວງຊາ­ມາ­ເຣຍ ໃກ້ທີ່ດິນຊຶ່ງຢາ­ໂຄບໃຫ້ແກ່ໂຢ­ເຊັບລູກຊາຍຂອງຕົນ. 6ນ້ຳ­ສ້າງຂອງຢາ­ໂຄບກໍຢູ່ທີ່ນັ້ນ ພຣະ­ເຢຊູຊົງເດີນ­ທາງເມື່ອຍຈຶ່ງປະ­ທັບລົງແຄມນ້ຳ­ສ້າງເປັນເວ­ລາປະ­ມານທ່ຽງວັນ.

7ມີຍິງຊາວຊາ­ມາ­ເຣຍຄົນໜຶ່ງມາຕັກນ້ຳ ພຣະ­ເຢຊູຊົງກ່າວກັບນາງວ່າ, “ຂໍໃຫ້ເຮົາກິນນ້ຳແດ່.” 8(ຂະ­ນະນັ້ນພວກສາ­ວົກຂອງພຣະ­ອົງເຂົ້າໄປຊື້ອາ­ຫານໃນເມືອງ.) 9ຍິງຊາວຊາ­ມາ­ເຣຍທູນພຣະ­ອົງວ່າ, “ດ້ວຍເຫດໃດທ່ານຜູ້ເປັນຊາດຢິວຈຶ່ງຂໍດື່ມ­ນ້ຳນຳຂ້າ­ນ້ອຍຜູ້ເປັນຊາດຊາ­ມາ­ເຣຍ” (ເພາະພວກຢິວກັບພວກຊາ­ມາ­ເຣຍບໍ່ເຄີຍມີ­ການກ່ຽວ­ຂ້ອງກັນ).

10ພຣະ­ເຢຊູຊົງຕອບນາງວ່າ, “ຖ້າເຈົ້າໄດ້ຮູ້­ຈັກຂອງທີ່ພຣະ­ເຈົ້າຊົງປະ­ທານ ແລະຮູ້­ຈັກຜູ້ທີ່ກຳ­ລັງເວົ້າກັບເຈົ້າວ່າ ‘ຂໍໃຫ້ເຮົາກິນນ້ຳແດ່’ ເຈົ້າກໍຄົງຈະຂໍຈາກເພິ່ນ ແລະຜູ້ນັ້ນກໍຄົງຈະໃຫ້ນ້ຳອັນປະ­ກອບດ້ວຍຊີ­ວິດໃຫ້ແກ່ເຈົ້າ.” 11ນາງທູນຕອບພຣະ­ອົງວ່າ, “ນາຍເອີຍນາຍບໍ່ມີຫຍັງຕັກ ແລະນ້ຳ­ສ້າງນີ້ກໍເລິກ ນາຍຈະໄດ້ນ້ຳປະ­ກອບດ້ວຍຊີ­ວິດນັ້ນມາແຕ່ໃສ. 12ນາຍໃຫຍ່ກວ່າຢາ­ໂຄບບັນ­ພະ­ບຸ­ລຸດຂອງເຮົາ ຜູ້ໄດ້ໃຫ້ນ້ຳ­ສ້າງນີ້ແກ່ເຮົາຫລື ແລະຢາ­ໂຄບເອງກໍໄດ້ດື່ມແຕ່ນ້ຳ­ສ້າງນີ້ຮ່ວມທັງລູກຊາຍແລະຝູງສັດຂອງເພິ່ນ.”

13ພຣະ­ເຢຊູຊົງຕອບນາງວ່າ, “ທຸກຄົນທີ່ກິນນ້ຳນີ້ກໍຍັງຈະຢາກອີກ. 14ແຕ່ຜູ້ທີ່ກິນນ້ຳຊຶ່ງເຮົາຈະປະ­ທານໃຫ້ນັ້ນ ຈະບໍ່ຢາກອີກຕໍ່ໄປຈັກເທື່ອ ນ້ຳຊຶ່ງເຮົາຈະປະ­ທານໃຫ້ນັ້ນຈະກາຍ­ເປັນນ້ຳ­ພຸໃນຕົວຜູ້ນັ້ນ ແລະຈະພຸ່ງຂຶ້ນເຖິງຊີ­ວິດອັນຕະ­ຫລອດໄປເປັນ­ນິດ.” 15ນາງທູນພຣະ­ອົງວ່າ, “ນາຍເອີຍຂໍປະ­ທານນ້ຳນັ້ນໃຫ້ຂ້າ­ນ້ອຍ ເພື່ອຂ້າ­ນ້ອຍຈະບໍ່ຢາກແລະຈະບໍ່ໄດ້ມາຕັກທີ່ນີ້ອີກ.” 16ພຣະ­ເຢຊູຊົງບອກນາງວ່າ, “ຈົ່ງໄປເອີ້ນເອົາຜົວຂອງເຈົ້າມາທີ່ນີ້.” 17ນາງທູນວ່າ, “ຂ້າ­ນ້ອຍບໍ່ມີຜົວ” ພຣະ­ເຢຊູຊົງກ່າວວ່າ, “ເຈົ້າເວົ້າຖືກແລ້ວວ່າເຈົ້າບໍ່ມີຜົວ. 18ເພາະເຈົ້າມີຜົວຫ້າຄົນແລ້ວ ແລະຜູ້ທີ່ເຈົ້າມີຢູ່ດຽວ­ນີ້ກໍບໍ່ແມ່ນຜົວຂອງເຈົ້າ ທີ່ເຈົ້າເວົ້ານັ້ນເປັນ­ຄວາມຈິງ.”

19ນາງທູນພຣະ­ອົງວ່າ, “ນາຍເອີຍຂ້າ­ນ້ອຍເຫັນຈິງແລ້ວວ່ານາຍເປັນໝໍທຳ­ນວາຍ. 20ບັນ­ພະ­ບຸ­ລຸດຂອງພວກຂ້າ­ນ້ອຍກໍນະ­ມັດ­ສະ­ການທີ່ພູນີ້ ແຕ່ພວກທ່ານວ່າສະ­ຖານ­ທີ່ທີ່ຄວນນະ­ມັດ­ສະ­ການ ກໍຄືກຸງເຢ­ຣູ­ຊາ­ເລັມນັ້ນແຫລະ.” 21ພຣະ­ເຢຊູຊົງກ່າວກັບນາງວ່າ, “ຍິງເອີຍເຊື່ອເຮົາເທາະ ຄົງມີວັນໜຶ່ງທີ່ພວກເຈົ້າຈະບໍ່ໄດ້ນະ­ມັດ­ສະ­ການທີ່ພູນີ້ ຫລືທີ່ກຸງເຢ­ຣູ­ຊາ­ເລັມ. 22ຊຶ່ງພວກເຈົ້ານະ­ມັດ­ສະ­ການນັ້ນ ເຈົ້າບໍ່ຮູ້­ຈັກ ແຕ່ຝ່າຍພວກເຮົາ ຊຶ່ງເຮົານະ­ມັດ­ສະ­ການນັ້ນເຮົາກໍຮູ້­ຈັກ ເພາະຄວາມລອດພົ້ນນັ້ນມາຈາກຊາດຢິວ. 23ແຕ່ເວ­ລານັ້ນໃກ້ເຂົ້າມາແລະບັດນີ້ກໍມາເຖິງແລ້ວ ຄືເມື່ອຜູ້ທີ່ນະ­ມັດ­ສະ­ການຢ່າງຖືກ­ຕ້ອງຈະນະ­ມັດ­ສະ­ການພຣະ­ບິ­ດາດ້ວຍຈິດວິນຍານແລະຄວາມຈິງ ເພາະ­ວ່າພຣະ­ບິ­ດາຊົງສະ­ແຫວງ­ຫາຄົນແນວນັ້ນນະ­ມັດ­ສະ­ການພຣະ­ອົງ. 24ພຣະ­ເຈົ້າຊົງເປັນພຣະ­ວິນ­ຍານ ແລະຜູ້ທີ່ນະ­ມັດ­ສະ­ການພຣະ­ອົງຕ້ອງນະ­ມັດ­ສະ­ການດ້ວຍຈິດວິນຍານແລະຄວາມຈິງ.” 25ນາງທູນພຣະ­ອົງວ່າ, “ຂ້າ­ນ້ອຍຊາບວ່າພຣະ­ເມ­ຊີ­ອາ (ທີ່ເອີ້ນວ່າພຣະ­ຄຣິດຈະສະ­ເດັດມາ ເມື່ອພຣະ­ອົງສະ­ເດັດມາແລ້ວພຣະ­ອົງຈະຊົງຊີ້ແຈງທຸກສິ່ງແກ່ພວກຂ້າ­ນ້ອຍ.” 26ພຣະ­ເຢຊູຊົງກ່າວກັບນາງວ່າ, “ເຮົາຜູ້ທີ່ເວົ້າກັບເຈົ້າຢູ່ນີ້ແຫລະຄືທ່ານຜູ້ນັ້ນ.”

27ໃນຂະ­ນະນັ້ນພວກສາ­ວົກຂອງພຣະ­ອົງກໍມາເຖິງ ເຂົາກໍປະ­ຫລາດໃຈເພາະພຣະ­ອົງຊົງສົນ­ທະ­ນາກັບຜູ້­ຍິງ ເຖິງປານນັ້ນກໍບໍ່ມີໃຜຖາມວ່າ, “ທ່ານປະ­ສົງອັນໃດ” ຫລື “ເຫດໃດທ່ານຈຶ່ງສົນ­ທະ­ນາກັບນາງ.” 28ຍິງນັ້ນຈຶ່ງປະໝໍ້ນ້ຳ­ຂອງຕົນໄວ້ແລະເຂົ້າໄປໃນເມືອງ ບອກຄົນທັງປວງວ່າ, 29“ຈົ່ງມາເບິ່ງຊາຍຜູ້ໜຶ່ງທີ່ບອກຂ້ອຍເຖິງສິ່ງສາ­ລະ­ພັດທີ່ຂ້ອຍເຮັດມາແລ້ວ ຜູ້ນີ້ບໍ່ແມ່ນພຣະ­ຄຣິດຫລື.” 30ແລະຄົນທັງ­ຫລາຍກໍພາ­ກັນອອກຈາກເມືອງໄປຫາພຣະ­ອົງ.

31ໃນລະ­ຫວ່າງນັ້ນພວກສາ­ວົກທູນພຣະ­ອົງວ່າ, “ອາ­ຈານເຈົ້າຂ້າເອີຍເຊີນຮັບປະ­ທານອາ­ຫານ.” 32ແຕ່ພຣະ­ອົງຊົງຕອບເຂົາວ່າ, “ເຮົາມີອາ­ຫານກິນທີ່ທ່ານທັງ­ຫລາຍບໍ່ຮູ້.” 33ພວກສາ­ວົກຈຶ່ງຕັ້ງເວົ້າກັນວ່າ, “ບໍ່ມີໃຜເອົາມາໃຫ້ເພິ່ນຮັບປະ­ທານດອກຕີ້.” 34ພຣະ­ເຢຊູຊົງກ່າວກັບເຂົາວ່າ, “ອາ­ຫານຂອງເຮົາຄື ການເຮັດຕາມພຣະ­ໄທຂອງພຣະ­ອົງຜູ້ຊົງໃຊ້ເຮົາມາ ແລະເຮັດໃຫ້ງານຂອງພຣະ­ອົງສຳ­ເລັດ. 35ທ່ານທັງ­ຫລາຍເວົ້າວ່າອີກສີ່ເດືອນຈະເຖິງລະ­ດູກ່ຽວເຂົ້າບໍ່ແມ່ນຫລື ນີ້ແຫລະເຮົາບອກທ່ານທັງ­ຫລາຍວ່າ ຈົ່ງເງີຍໜ້າເບິ່ງທົ່ງນາເພາະເຂົ້າກໍເຫລືອງພໍກ່ຽວແລ້ວ. 36ຜູ້­ກ່ຽວກໍກຳ­ລັງໄດ້ຮັບຄ່າຈ້າງ ແລະກຳ­ລັງຮີບໂຮມຜົນໄວ້ສຳ­ລັບຊີ­ວິດອັນຕະ­ຫລອດໄປເປັນ­ນິດ ເພື່ອທັງຜູ້ຫວ່ານແລະຜູ້­ກ່ຽວຈະຊົມ­ຊື່ນຍິນ­ດີພ້ອມກັນ. 37ເພາະເຫດນີ້ແຫລະຄຳທີ່ວ່າ ‘ຄົນໜຶ່ງຫວ່ານແລະຄົນໜຶ່ງກ່ຽວ’ ຈຶ່ງເປັນຄຳຈິງ. 38ເຮົາໃຊ້ທ່ານທັງ­ຫລາຍໄປກ່ຽວອັນທີ່ທ່ານບໍ່ໄດ້ລົງແຮງເຮັດ ຄົນອື່ນໄດ້ລົງແຮງເຮັດແລະພວກທ່ານໄດ້ຮັບປະ­ໂຫຍດຈາກງານຂອງເຂົາ.”

39ຊາວຊາ­ມາ­ເຣຍຈຳ­ນວນຫລວງ­ຫລາຍທີ່ມາຈາກເມືອງນັ້ນໄດ້ເຊື່ອໃນພຣະ­ອົງເພາະຖ້ອຍຄຳຂອງຍິງຜູ້ນັ້ນກ່າວເປັນພະ­ຍານວ່າ, “ເພິ່ນໄດ້ບອກຂ້ອຍເຖິງສິ່ງສາ­ລະ­ພັດທີ່ຂ້ອຍໄດ້ເຮັດມາແລ້ວ.” 40ດັ່ງ­ນັ້ນເມື່ອຊາວຊາ­ມາ­ເຣຍ ມາເຖິງພຣະ­ອົງ ເຂົາຈຶ່ງທູນເຊີນພຣະ­ອົງໃຫ້ປະ­ທັບຢູ່ກັບເຂົາ ແລະພຣະ­ອົງກໍປະ­ທັບຢູ່ທີ່ນັ້ນສອງວັນ. 41ແລະຄົນອື່ນອີກຈຳ­ນວນຫລວງ­ຫລາຍໄດ້ເຊື່ອດ້ວຍພຣະ­ທຳຂອງພຣະ­ອົງ. 42ຄົນເຫລົ່າ­ນັ້ນໄດ້ກ່າວຕໍ່ຍິງຜູ້ນັ້ນວ່າ, “ຕັ້ງ­ແຕ່ນີ້ໄປທີ່ເຮົາເຊື່ອນັ້ນບໍ່ແມ່ນເພາະຄຳຂອງເຈົ້າແຕ່ເພາະເຮົາໄດ້ຍິນເອງ ແລະເຮົາຮູ້ວ່າທ່ານຜູ້ນີ້ແທ້ເປັນພຣະ­ຜູ້ໂຜດມະ­ນຸດ­ສະ­ໂລກໃຫ້ພົ້ນ.”

ພຣະເຢຊູຊົງໂຜດລູກຊາຍເຈົ້ານາຍຜູ້ໜຶ່ງໃຫ້ດີ

(ມທ 8:5-13; ລກ 7:1-10)

43ຄັນສອງວັນນັ້ນລ່ວງໄປແລ້ວ ພຣະ­ເຢຊູສະ­ເດັດອອກຈາກທີ່ນັ້ນໄປຍັງແຂວງຄາ­ລີ­ເລ. 44ເພາະພຣະ­ເຢຊູເອງຊົງເປັນພະ­ຍານວ່າ ຜູ້ປະ­ກາດພຣະ­ທຳບໍ່ໄດ້ຮັບກຽດໃນບ້ານເມືອງຂອງຕົນ. 45ເມື່ອພຣະ­ອົງສະ­ເດັດໄປເຖິງແຂວງຄາ­ລີ­ເລ ຊາວຄາ­ລີ­ເລໄດ້ຕ້ອນ­ຮັບພຣະ­ອົງ ເພາະເຂົາໄດ້ເຫັນສິ່ງສາ­ລະ­ພັດທີ່ພຣະ­ອົງຊົງກະ­ທຳໃນເທດ­ສະ­ການທີ່ກຸງເຢ­ຣູ­ຊາ­ເລັມ ດ້ວຍວ່າເຂົາໄດ້ໄປໃນເທດ­ສະ­ການເໝືອນກັນ.

46ແລ້ວພຣະ­ອົງໄດ້ສະ­ເດັດໄປຍັງບ້ານກາ­ນາໃນແຂວງຄາ­ລີ­ເລອີກ ຄືບ່ອນທີ່ພຣະ­ອົງຊົງເຮັດໃຫ້ນ້ຳກາຍ­ເປັນເຫລົ້າແວງນັ້ນ ມີເສ­ນາບໍ­ດີຄົນໜຶ່ງໃນເມືອງກາ­ເປ­ນາ­ອູມ ຊຶ່ງລູກຊາຍຂອງທ່ານກໍປ່ວຍຢູ່. 47ເມື່ອທ່ານໄດ້ຍິນຂ່າວວ່າພຣະ­ເຢຊູໄດ້ສະ­ເດັດຈາກແຂວງຢູ­ດາຍມາເຖິງແຂວງຄາ­ລີ­ເລແລ້ວ ທ່ານຈຶ່ງໄປທູນອ້ອນ­ວອນພຣະ­ອົງໃຫ້ສະ­ເດັດລົງໄປໂຜດລູກຂອງຕົນໃຫ້ດີ ເພາະລູກນັ້ນໃກ້ຈະຕາຍແລ້ວ. 48ພຣະ­ເຢຊູຊົງກ່າວກັບທ່ານວ່າ. “ຖ້າທ່ານທັງ­ຫລາຍບໍ່ເຫັນໝາຍສຳ­ຄັນແລະການອັດ­ສະ­ຈັນທ່ານຈະບໍ່ເຊື່ອ.” 49ເສ­ນາບໍ­ດີຜູ້ນັ້ນຈຶ່ງທູນພຣະ­ອົງວ່າ, “ນາຍເອີຍຂໍເຊີນທ່ານລົງໄປກ່ອນທີ່ລູກຂ້າ­ນ້ອຍຈະຕາຍ.” 50ພຣະ­ເຢຊູຊົງກ່າວກັບທ່ານວ່າ, “ຈົ່ງກັບເມືອສາລູກຂອງທ່ານຈະບໍ່ຕາຍ” ແລະທ່ານໄດ້ເຊື່ອພຣະ­ທຳທີ່ພຣະ­ເຢຊູຊົງກ່າວແກ່ເພິ່ນ ແລ້ວກໍທູນລາກັບເມືອ.

51ໃນຂະ­ນະທີ່ທ່ານກຳ­ລັງກັບເມືອ ພວກຂ້ອຍໃຊ້ໄດ້ມາຕ້ອນ­ຮັບ ບອກຂ່າວວ່າລູກຂອງທ່ານພົ້ນຊີ­ວິດແລ້ວ. 52ທ່ານຈຶ່ງຖາມເຖິງເວ­ລາທີ່ລູກຕັ້ງ­ຕົ້ນມີ­ແຮງມາ ຄົນເຫລົ່າ­ນັ້ນບອກວ່າ, “ໄຂ້ກໍຫາຍຈາກລາວວານນີ້ເວ­ລາບ່າຍໂມງໜຶ່ງ.” 53ບິ­ດາຈຶ່ງຮູ້ວ່າຊົ່ວ­ໂມງນັ້ນແຫລະເປັນເວ­ລາທີ່ພຣະ­ເຢຊູໄດ້ກ່າວກັບຕົນວ່າ, “ລູກຂອງທ່ານຈະບໍ່ຕາຍ” ແລະທ່ານເອງກໍເຊື່ອພ້ອມທັງຄົວເຮືອນຂອງຕົນ. 54ນີ້ເປັນໝາຍສຳ­ຄັນທີສອງທີ່ພຣະ­ເຢຊູຊົງກະ­ທຳ ເມື່ອພຣະ­ອົງສະ­ເດັດຈາກແຂວງຢູ­ດາຍໄປຍັງແຂວງຄາ­ລີ­ເລ.

 

ໂຢຮັນ ບົດທີ 5

ຊົງໂຜດຄົນໜຶ່ງຢູ່ແຄມສະໃຫ້ດີພະຍາດ

1ຫລັງຈາກນັ້ນກໍເຖິງເທດ­ສະ­ການຂອງຊາດຢິວ ແລະພຣະ­ເຢຊູກໍສະ­ເດັດຂຶ້ນເມືອຍັງກຸງເຢ­ຣູ­ຊາ­ເລັມ. 2ໃນກຸງເຢ­ຣູ­ຊາ­ເລັມທີ່ຮີມປະ­ຕູແກະມີສະໜ່ວຍໜຶ່ງ ພາ­ສາເຮັບ­ເຣີເອີ້ນສະ­ນັ້ນວ່າ ເບັດ­ສາ­ທາ ມີສາ­ລາອ້ອມຢູ່ຫ້າຫລັງ. 3ໃນສາ­ລາເຫລົ່າ­ນັ້ນມີຄົນປ່ວຍເປັນຈຳ­ນວນຫລາຍ ຄືຄົນຕາ­ບອດຄົນຂາເສັ້ງແລະຄົນອົງ­ຄະລີບນອນຢູ່ [ຄອຍຖ້ານ້ຳເຟືອນ. 4ດ້ວຍວ່າມີເທ­ວະ­ດາຄົນໜຶ່ງຂອງພຣະ­ຜູ້­ເປັນ­ເຈົ້າລົງມາກວນນ້ຳສະ­ນັ້ນເປັນຍາມ ແລະເມື່ອນ້ຳເຟືອນຜູ້ໃດລົງໄປໃນນ້ຳກ່ອນກໍຫາຍຈາກພະ­ຍາດທີ່ຕົນເປັນຢູ່ນັ້ນ]. 5ທີ່ນັ້ນມີຊາຍຄົນໜຶ່ງປ່ວຍຢູ່ໄດ້ສາມສິບແປດປີມາແລ້ວ. 6ເມື່ອພຣະ­ເຢຊູຊົງເຫັນຄົນນັ້ນນອນຢູ່ ແລະຊົງຊາບວ່າລາວເປັນຢູ່ຢ່າງນັ້ນເຫິງແລ້ວ ພຣະ­ອົງຈຶ່ງຊົງຖາມວ່າ, “ເຈົ້າຢາກດີຫລື.” 7ຄົນປ່ວຍນັ້ນຈຶ່ງທູນວ່າ, “ນາຍເອີຍເວ­ລານ້ຳເຟືອນຂຶ້ນບໍ່ມີໃຜຈະເອົາຂ້າ­ນ້ອຍລົງໄປໃນສະ ແລະເມື່ອຂ້າ­ນ້ອຍກຳ­ລັງລົງໄປຄົນອື່ນກໍລົງໄປກ່ອນແລ້ວ.” 8ພຣະ­ເຢຊູຊົງບອກຄົນນັ້ນວ່າ, “ຈົ່ງລຸກ­ຂຶ້ນຍົກເອົາບ່ອນນອນຂອງເຈົ້າຍ່າງໄປ.” 9ໃນທັນ­ໃດນັ້ນຊາຍຄົນນັ້ນກໍດີພະ­ຍາດ ຈຶ່ງຍົກເອົາບ່ອນນອນຂອງຕົນແລ້ວຍ່າງໄປ.

10ວັນນັ້ນເປັນວັນຊະ­ບາ­ໂຕ ດັ່ງ­ນັ້ນພວກຢິວຈຶ່ງເວົ້າກັບຄົນທີ່ຖືກຊົງບັນ­ດານໃຫ້ດີພະ­ຍາດນັ້ນວ່າ, “ວັນນີ້ເປັນວັນຊະ­ບາ­ໂຕ ທີ່ເຈົ້າຈະຍົກເອົາບ່ອນນອນຂອງເຈົ້າໄປກໍຜິດພຣະ­ບັນ­ຍັດ.” 11ຄົນນັ້ນຈຶ່ງຕອບເຂົາວ່າ, “ຜູ້ທີ່ໃຫ້ຂ້າ­ນ້ອຍດີພະ­ຍາດນັ້ນໄດ້ບອກຂ້າ­ນ້ອຍວ່າ, ‘ຈົ່ງຍົກເອົາບ່ອນນອນຂອງເຈົ້າຍ່າງໄປ’.” 12ເຂົາຈຶ່ງຖາມຄົນນັ້ນວ່າ, “ແມ່ນໃຜທີ່ບອກເຈົ້າວ່າ, ‘ຈົ່ງເອົາບ່ອນນອນຍ່າງໄປ’.” 13ແຕ່ວ່າຄົນທີ່ໄດ້ດີພະ­ຍາດນັ້ນບໍ່ຮູ້ວ່າແມ່ນໃຜ ດ້ວຍວ່າພຣະ­ເຢຊູໄດ້ສະ­ເດັດຫລົບໄປແລ້ວເພາະ­ວ່າຢູ່ທີ່ນັ້ນມີຫລາຍຄົນ.

14ພາຍ­ຫລັງນັ້ນພຣະ­ເຢຊູໄດ້ຊົງພົບຄົນນັ້ນໃນບໍ­ລິ­ເວນພຣະ­ວິ­ຫານ ແລ້ວຊົງບອກວ່າ, “ນີ້ແຫລະເຈົ້າດີພະ­ຍາດແລ້ວ ຢ່າເຮັດບາບຕໍ່ໄປ ຢ້ານວ່າເຫດຮ້າຍກວ່ານັ້ນຈະເກີດກັບເຈົ້າອີກ.” 15ຊາຍຜູ້ນັ້ນກໍໄດ້ໄປບອກພວກຢິວວ່າ ຜູ້ທີ່ໄດ້ເຮັດໃຫ້ຕົວດີພະ­ຍາດນັ້ນຄືພຣະ­ເຢຊູ.

16ເຫດສັນ­ນັ້ນພວກຢິວຈຶ່ງໄດ້ຂົ່ມ­ເຫງພຣະ­ເຢຊູ ເພາະພຣະ­ອົງຊົງເຮັດການນັ້ນໃນວັນຊະ­ບາ­ໂຕ. 17ແຕ່ພຣະ­ເຢຊູຊົງຕອບເຂົາວ່າ, “ພຣະ­ບິ­ດາຂອງເຮົາຍັງຊົງກະ­ທຳກິດ­ຈະ­ການມາຈົນເຖິງບັດນີ້ ແລະຝ່າຍເຮົາກໍເຮັດຢູ່ເໝືອນກັນ.” 18ເຫດສັນ­ນັ້ນພວກຢິວແຮ່ງຊອກໂອ­ກາດຈະຂ້າພຣະ­ອົງເສຍ ບໍ່ແມ່ນຍ້ອນພຣະ­ອົງລ່ວງກົດວັນຊະ­ບາ­ໂຕເທົ່ານັ້ນ ແຕ່ຍັງໄດ້ຊົງເອີ້ນພຣະ­ເຈົ້າວ່າເປັນພຣະ­ບິ­ດາຂອງຕົນ ຊຶ່ງເປັນການເຮັດໃຫ້ຕົນສະ­ເໝີກັນກັບພຣະ­ເຈົ້າ.

ອຳນາດໜ້າທີ່ຂອງພຣະບຸດ

19ພຣະ­ເຢຊູຊົງກ່າວກັບເຂົາວ່າ, “ເຮົາບອກທ່ານທັງ­ຫລາຍຕາມຄວາມຈິງວ່າພຣະ­ບຸດຈະກະ­ທຳສິ່ງໃດຕາມ­ໃຈບໍ່ໄດ້ ນອກ­ຈາກທີ່ໄດ້ເຫັນພຣະ­ບິ­ດາຊົງກະ­ທຳ ເພາະສິ່ງໃດທີ່ພຣະ­ບິ­ດາຊົງກະ­ທຳ ສິ່ງນັ້ນແຫລະພຣະ­ບຸດຈຶ່ງຊົງກະ­ທຳເໝືອນກັນ. 20ເພາະ­ວ່າພຣະ­ບິ­ດາຊົງຮັກພຣະ­ບຸດ ແລະຊົງສະ­ແດງໃຫ້ພຣະ­ບຸດເຫັນທຸກສິ່ງທີ່ພຣະ­ອົງເອງຊົງກະ­ທຳ ແລ້ວພຣະ­ອົງຈະຊົງສະ­ແດງໃຫ້ພຣະ­ບຸດເຫັນການໃຫຍ່ກວ່ານັ້ນອີກ ຊຶ່ງທ່ານທັງ­ຫລາຍຈະອັດ­ສະ­ຈັນໃຈ. 21ເພາະພຣະ­ບິ­ດາຊົງບັນ­ດານໃຫ້ຄົນທີ່ຕາຍແລ້ວຄືນມີຊີ­ວິດສັນ­ໃດ ຖ້າພຣະ­ບຸດປາດ­ຖະ­ໜາຈະບັນ­ດານໃຫ້ຜູ້ໃດມີຊີ­ວິດກໍຈະເຮັດສັນ­ນັ້ນເໝືອນກັນ. 22ເພາະ­ວ່າພຣະ­ບິ­ດາບໍ່ໄດ້ຊົງພິ­ພາກ­ສາຜູ້ໃດ ແຕ່ພຣະ­ອົງໄດ້ຊົງມອບການພິ­ພາກ­ສາທັງສິ້ນໄວ້ກັບພຣະ­ບຸດ, 23ເພື່ອຄົນທັງປວງຈະໄດ້ຖວາຍກຽດແດ່ພຣະ­ບຸດເໝືອນທີ່ເຂົາຖວາຍກຽດແດ່ພຣະ­ບິ­ດາ ຜູ້ໃດບໍ່ຖວາຍກຽດແດ່ພຣະ­ບຸດ ຜູ້ນັ້ນກໍບໍ່ຖວາຍກຽດແດ່ພຣະ­ບິ­ດາຜູ້ຊົງໃຊ້ພຣະ­ບຸດມາ.

24ເຮົາບອກທ່ານທັງ­ຫລາຍຕາມຄວາມຈິງວ່າ ຖ້າຜູ້ໃດຟັງຄຳຂອງເຮົາແລະວາງ­ໃຈໃນພຣະ­ອົງຜູ້ຊົງໃຊ້ເຮົາມາ ຜູ້ນັ້ນກໍມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ ແລະບໍ່ເຂົ້າໃນການພິ­ພາກ­ສາແຕ່ໄດ້ຜ່ານພົ້ນຈາກຄວາມຕາຍໄປສູ່ຊີ­ວິດແລ້ວ. 25“ເຮົາບອກທ່ານທັງ­ຫລາຍຕາມຄວາມຈິງວ່າ ເວ­ລານັ້ນໃກ້ຈະເຖິງ ແລະບັດນີ້ມາເຖິງແລ້ວ ຄືເມື່ອຜູ້ຕາຍແລ້ວຈະໄດ້ຍິນພຣະ­ສຸ­ລະ­ສຽງແຫ່ງພຣະ­ບຸດຂອງພຣະ­ເຈົ້າ ແລະບັນ­ດາຜູ້ທີ່ໄດ້ຍິນຈະມີຊີ­ວິດ. 26ເພາະ­ວ່າພຣະ­ບິ­ດາຊົງພຣະ­ຊົນໃນພຣະ­ອົງເອງຢ່າງ­ໃດ ພຣະ­ອົງກໍໄດ້ຊົງປະ­ທານໃຫ້ພຣະ­ບຸດຊົງພຣະ­ຊົນໃນພຣະ­ອົງເອງຢ່າງນັ້ນ, 27ຊ້ຳໄດ້ຊົງປະ­ທານໃຫ້ພຣະ­ອົງມີສິດອຳ­ນາດທີ່ຈະພິ­ພາກ­ສາ ເພາະພຣະ­ອົງຊົງເປັນບຸດມະ­ນຸດ.

28ຢ່າປະ­ຫລາດໃຈໃນຂໍ້ນີ້ ເພາະໃກ້ຈະເຖິງເວ­ລາທີ່ບັນ­ດາຜູ້ທີ່­ຢູ່ໃນຂຸມຝັງສົບຈະໄດ້ຍິນພຣະ­ສຸ­ລະ­ສຽງຂອງພຣະ­ອົງ, 29ແລະຈະໄດ້ອອກມາ ບັນ­ດາຜູ້ທີ່ໄດ້ເຮັດການດີກໍຄືນສູ່ຊີ­ວິດແລະບັນ­ດາຜູ້ເຮັດການຊົ່ວກໍຄືນສູ່ການພິ­ພາກ­ສາ.

ບັນດາພະຍານຝ່າຍພຣະເຢຊູ

30“ເຮົາຈະເຮັດສິ່ງໃດຕາມລຳ­ພັງໃຈບໍ່ໄດ້ ເຮົາໄດ້ຍິນຢ່າງ­ໃດເຮົາກໍພິ­ພາກ­ສາຢ່າງນັ້ນ ແລະການພິ­ພາກ­ສາຂອງເຮົາກໍຍຸດ­ຕິທຳ ເພາະ­ວ່າເຮົາບໍ່ໄດ້ພະ­ຍາ­ຍາມເຮັດຕາມນ້ຳ­ໃຈຂອງເຮົາ ແຕ່ຕາມນ້ຳພຣະ­ໄທຂອງພຣະ­ອົງຜູ້ຊົງໃຊ້ເຮົາມາ.

31ຖ້າເຮົາເປັນພະ­ຍານໃຫ້ຕົວເຮົາເອງ ຄຳພະ­ຍານຂອງເຮົາກໍບໍ່ຈິງ. 32ມີອີກຜູ້ໜຶ່ງທີ່ເປັນພະ­ຍານໃຫ້ແກ່ເຮົາ ແລະເຮົາຮູ້ວ່າຄຳພະ­ຍານທີ່ຜູ້ນັ້ນເປັນພະ­ຍານໃຫ້ແກ່ເຮົາເປັນ­ຄວາມຈິງ. 33ທ່ານທັງ­ຫລາຍໄດ້ໃຊ້ຄົນໄປຫາໂຢ­ຮັນ ແລະໂຢ­ຮັນກໍໄດ້ເປັນພະ­ຍານໃນເລື່ອງຄວາມຈິງ. 34ແຕ່ຝ່າຍເຮົາເຮົາບໍ່ໄດ້ຮັບຄຳພະ­ຍານຈາກມະ­ນຸດ ແຕ່ເຮົາກ່າວສິ່ງເຫລົ່ານີ້ເພື່ອທ່ານທັງ­ຫລາຍຈະໄດ້ລອດພົ້ນ. 35ໂຢ­ຮັນເປັນໂຄມທີ່ໄຕ້ສ່ອງສະ­ຫວ່າງຢູ່ ທ່ານທັງ­ຫລາຍກໍພໍ­ໃຈທີ່ຈະຍິນ­ດີໃນຄວາມສະ­ຫວ່າງຂອງເພິ່ນຊົ່ວຂະ­ນະໜຶ່ງ

36ແຕ່ເຮົາມີຄຳພະ­ຍານສຳ­ຄັນກວ່າຄຳພະ­ຍານຂອງໂຢ­ຮັນອີກ ເພາະ­ວ່າງານທີ່ພຣະ­ບິ­ດາຊົງມອບໃຫ້ເຮົາເຮັດໃຫ້ສຳ­ເລັດ ຄືງານທີ່ເຮົາກຳ­ລັງເຮັດຢູ່ນີ້ແຫລະກໍເປັນພະ­ຍານໃຫ້ແກ່ເຮົາວ່າ ພຣະ­ບິ­ດາຊົງໃຊ້ເຮົາມາ. 37ພຣະ­ບິ­ດາຜູ້ຊົງໃຊ້ເຮົາມາ ພຣະ­ອົງເອງໄດ້ຊົງເປັນພະ­ຍານໃຫ້ແກ່ເຮົາ ທ່ານທັງ­ຫລາຍບໍ່ໄດ້ຍິນພຣະ­ສຸ­ລະ­ສຽງຂອງພຣະ­ອົງ ແລະບໍ່ເຫັນຮູບຮ່າງຂອງພຣະ­ອົງຈັກເທື່ອ. 38ທ່ານທັງ­ຫລາຍບໍ່ມີຄຳໂອ­ວາດຂອງພຣະ­ອົງຢູ່ໃນໃຈ ເພາະ­ວ່າທ່ານທັງ­ຫລາຍບໍ່ໄດ້ວາງ­ໃຈໃນພຣະ­ອົງຜູ້ທີ່ພຣະ­ບິ­ດາຊົງໃຊ້ມານັ້ນ. 39ທ່ານທັງ­ຫລາຍຄົ້ນຫາໃນພຣະ­ທຳຄຳພີ ເພາະພວກທ່ານຄຶດວ່າໃນພຣະ­ທຳຄຳພີນັ້ນມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ ແມ່ນພຣະ­ຄຳພີນັ້ນແຫລະ ເປັນພະ­ຍານໃຫ້ແກ່ເຮົາ. 40ແຕ່ທ່ານທັງ­ຫລາຍຍັງບໍ່ມີ­ໃຈຢາກມາຫາເຮົາເພື່ອຈະໄດ້ຊີ­ວິດ.

41ເຮົາບໍ່ຮັບເອົາຍົດສັກຈາກມະ­ນຸດ. 42ແຕ່ເຮົາໄດ້ສັງ­ເກດຮູ້ທ່ານທັງ­ຫລາຍວ່າບໍ່ມີຄວາມຮັກພຣະ­ເຈົ້າໃນໃຈຂອງພວກທ່ານ. 43ເຮົາໄດ້ມາໃນພຣະ­ນາມພຣະ­ບິ­ດາຂອງເຮົາ ແລະທ່ານທັງ­ຫລາຍບໍ່ໄດ້ຮັບເຮົາ ຖ້າຜູ້ອື່ນມາໃນນາມຂອງຕົນເອງພວກທ່ານກໍຈະຮັບຜູ້ນັ້ນ. 44ທ່ານທັງ­ຫລາຍທີ່ຮັບຍົດສັກຈາກກັນແລະກັນ ແລະບໍ່ສະ­ແຫວງ­ຫາຍົດສັກ ຊຶ່ງມາຈາກພຣະ­ອົງຜູ້ຊົງເປັນພຣະ­ເຈົ້າແຕ່ອົງດຽວພວກທ່ານຈະເຊື່ອໄດ້ຢ່າງ­ໃດ.

45ຢ່າຄຶດວ່າເຮົາຈະຟ້ອງທ່ານທັງ­ຫລາຍຕໍ່ພຣະ­ບິ­ດາ ມີຜູ້ຟ້ອງພວກທ່ານແລ້ວ ຄືໂມ­ເຊຜູ້ຊຶ່ງພວກທ່ານຫວັງໃຈຢູ່. 46ຖ້າທ່ານທັງ­ຫລາຍເຊື່ອໂມ­ເຊ ພວກທ່ານກໍຄົງຈະເຊື່ອເຮົາເໝືອນກັນ ເພາະໂມ­ເຊໄດ້ຂຽນເຖິງເລື່ອງເຮົາ. 47ແຕ່ຖ້າທ່ານທັງ­ຫລາຍບໍ່ເຊື່ອເລື່ອງທີ່ໂມ­ເຊຂຽນແລ້ວ ພວກທ່ານຈະເຊື່ອຖ້ອຍຄຳຂອງເຮົາໄດ້ຢ່າງ­ໃດ.”

 

ໂຢຮັນ ບົດທີ 6

ຊົງລ້ຽງຫ້າພັນຄົນ

(ມທ 14:13-21; ມຣກ 6:30-44; ລກ 9:10-17)

1ຫລັງຈາກນັ້ນພຣະ­ເຢຊູໄດ້ສະ­ເດັດຂ້າມທະ­ເລ­ສາບຄາ­ລີ­ເລ ຄືທະ­ເລຕີ­ເບ­ເຣຍ. 2ປະ­ຊາ­ຊົນເປັນຈຳ­ນວນຫລວງ­ຫລາຍຕິດ­ຕາມພຣະ­ອົງໄປ ເພາະເຂົາໄດ້ເຫັນໝາຍສຳ­ຄັນທີ່ພຣະ­ອົງຊົງເຮັດໃຫ້ແກ່ຄົນເຈັບປ່ວຍ. 3ພຣະ­ເຢຊູໄດ້ສະ­ເດັດຂຶ້ນໄປຍັງພູແລະປະ­ທັບນັ່ງລົງທີ່ນັ້ນກັບພວກສາ­ວົກຂອງພຣະ­ອົງ. 4ຂະ­ນະນັ້ນໃກ້ຈະເຖິງປັດ­ສະ­ຄາຊຶ່ງເປັນເທດ­ສະ­ການຂອງຊາດຢິວແລ້ວ. 5ຝ່າຍພຣະ­ເຢຊູຊົງເງີຍພຣະ­ພັກເຫັນຄົນເປັນຈຳ­ນວນຫລວງ­ຫລາຍມາຫາພຣະ­ອົງ ພຣະ­ອົງຊົງກ່າວກັບຟີ­ລິບວ່າ, “ພວກເຮົາຈະຊື້ອາ­ຫານທີ່ໃດໃຫ້ຄົນເຫລົ່ານີ້ກິນ.” 6ທີ່ພຣະ­ອົງຊົງກ່າວຢ່າງນັ້ນກໍເພື່ອຈະລອງໃຈຟີ­ລິບ ເພາະພຣະ­ອົງຊົງຊາບແລ້ວວ່າຈະຊົງເຮັດປະ­ການໃດ. 7ຟີ­ລິບທູນຕອບພຣະ­ອົງວ່າ, “ອາ­ຫານລາ­ຄາສອງຮ້ອຍເດ­ນາ­ຣິ­ອົນກໍບໍ່ພໍໃຫ້ທຸກຄົນກິນຜູ້ລະເລັກລະນ້ອຍດອກ.” 8ສາ­ວົກຜູ້ໜຶ່ງຄືອັນ­ເດ­ອານ້ອງຊາຍຂອງຊິໂມນເປ­ໂຕ ໄດ້ທູນພຣະ­ອົງວ່າ, 9“ຢູ່ທີ່ນີ້ມີເດັກ­ນ້ອຍຄົນໜຶ່ງມີເຂົ້າ­ຈີ່ເຮັດດ້ວຍເຂົ້າຝ້າງຫ້າກ້ອນກັບປາສອງໂຕ ແຕ່ສິ່ງນີ້ຈະພໍ­ໄດ້ຢ່າງ­ໃດກັບຄົນຫລວງ­ຫລາຍປານນີ້.”

10ພຣະ­ເຢຊູຊົງສັ່ງວ່າ, “ຈົ່ງໃຫ້ຄົນທັງ­ຫລາຍນັ່ງລົງເສຍ” ທີ່ນັ້ນມີຫຍ້າຫລາຍ ຄົນເຫລົ່າ­ນັ້ນຈຶ່ງນັ່ງລົງ ນັບແຕ່ຜູ້ຊາຍມີປະ­ມານຫ້າພັນຄົນ. 11ແລ້ວພຣະ­ເຢຊູຊົງຈັບເຂົ້າ­ຈີ່ນັ້ນ ເມື່ອໂມ­ທະ­ນາພຣະ­ຄຸນແລ້ວກໍຊົງແຈກແກ່ບັນ­ດາຄົນທີ່ນັ່ງຢູ່ນັ້ນ ສ່ວນປາກໍຊົງໃຫ້ເໝືອນກັນຕາມທີ່ເຂົາຕ້ອງ­ການ. 12ເມື່ອເຂົາກິນອີ່ມແລ້ວພຣະ­ເຢຊູຊົງບອກພວກສາ­ວົກວ່າ, “ຈົ່ງເກັບເອົາຕ່ອນຫັກທີ່ເຫລືອນັ້ນເພື່ອບໍ່ໃຫ້ອັນໃດເສຍ.” 13ເຂົາໄດ້ເກັບເອົາຕ່ອນຫັກທີ່ເຫລືອຈາກເຂົ້າ­ຈີ່ທີ່ເຮັດດ້ວຍເຂົ້າຝ້າງຫ້າກ້ອນ ຊຶ່ງຄົນທັງ­ຫລາຍໄດ້ກິນນັ້ນ ໄດ້ເຕັມສິບສອງບຸງ.

14ເມື່ອຄົນທັງ­ຫລາຍໄດ້ເຫັນໝາຍສຳ­ຄັນທີ່ ພຣະ­ອົງໄດ້ຊົງເຮັດນັ້ນ ເຂົາກໍເວົ້າກັນວ່າ, “ຈິງແທ້ທ່ານຜູ້ນີ້ເປັນຜູ້ປະ­ກາດພຣະ­ທຳນັ້ນທີ່ຊົງກຳ­ນົດວ່າຈະມາໃນໂລກ.” 15ເມື່ອພຣະ­ເຢຊູຊົງຊາບວ່າ ເຂົາຈະມາຈັບເອົາໄປແຕ່ງ­ຕັ້ງໃຫ້ພຣະ­ອົງເປັນເຈົ້າແຜ່ນ­ດິນ ພຣະ­ອົງຈຶ່ງສະ­ເດັດອອກໄປຍັງພູ­ເຂົາອີກແຕ່ອົງດຽວ.

ພຣະເຢຊູຊົງດຳເນີນເທິງນ້ຳ

(ມທ 14:22-27; ມຣກ 6:45-52)

16ເມື່ອຄ່ຳມາແລ້ວພວກສາ­ວົກຂອງພຣະ­ອົງໄດ້ລົງໄປເຖິງທະ­ເລ, 17ແລ້ວລົງເຮືອຂ້າມຟາກໄປຍັງເມືອງກາ­ເປ­ນາ­ອູມ ເມື່ອມືດແລ້ວພຣະ­ເຢຊູກໍຍັງບໍ່ໄດ້ສະ­ເດັດໄປເຖິງເຂົາ. 18ອັນໜຶ່ງນ້ຳທະ­ເລກໍກຳ­ເລີບຂຶ້ນເພາະລົມ­ແດງພັດ. 19ເມື່ອເຂົາແຊວເຮືອໄປໄດ້ປະ­ມານສອງພັນຫ້າຫລືສາມພັນວາ ເຂົາກໍເຫັນພຣະ­ເຢຊູຊົງຍ່າງເທິງນ້ຳມາໃກ້ເຮືອ ເຂົາຈຶ່ງຕົກ­ໃຈ. 20ແຕ່ພຣະ­ເຢຊູຊົງບອກເຂົາວ່າ, “ແມ່ນເຮົາເອງ ຢ່າຊູ່ຢ້ານ.” 21ດັ່ງ­ນັ້ນເຂົາຈຶ່ງພໍ­ໃຈໃຫ້ພຣະ­ອົງຂຶ້ນເຮືອ ແລ້ວທັນ­ໃດນັ້ນເຮືອກໍເຖິງຝັ່ງບ່ອນເຂົາຈະໄປນັ້ນ.

ປະຊາຊົນຕາມຊອກຫາພຣະອົງ

22ມື້ໜ້ານັ້ນປະ­ຊາ­ຊົນທີ່ເຫລືອຢູ່ທະ­ເລຟາກນັ້ນ ເຫັນວ່າກ່ອນນັ້ນມີເຮືອຢູ່ທີ່ນັ້ນພຽງແຕ່ລຳດຽວ ແລະເຫັນວ່າພຣະ­ເຢຊູບໍ່ໄດ້ສະ­ເດັດລົງເຮືອລຳນັ້ນ ໄປກັບພວກສາ­ວົກ ມີແຕ່ພວກສາ­ວົກຂອງພຣະ­ອົງໄປເທົ່ານັ້ນ. 23ແຕ່ກໍມີເຮືອລຳອື່ນຈາກເມືອງຕີ­ເບ­ເຣຍມາຈອດໃກ້ບ່ອນທີ່ເຂົາໄດ້ກິນເຂົ້າ­ຈີ່ ຫລັງຈາກທີ່ອົງພຣະ­ຜູ້­ເປັນ­ເຈົ້າໄດ້ຊົງຂອບພຣະ­ຄຸນແລ້ວ. 24ເຫດສັນ­ນັ້ນເມື່ອປະ­ຊາ­ຊົນເຫັນວ່າພຣະ­ເຢຊູ ແລະພວກສາ­ວົກບໍ່ຢູ່ທີ່ນັ້ນ ເຂົາຈຶ່ງພາ­ກັນລົງໄປຕາມຫາ ພຣະ­ເຢຊູທີ່ເມືອງກາ­ເປ­ນາ­ອູມ.

ພຣະເຢຊູຄືອາຫານແຫ່ງຊີວິດ

25ເມື່ອເຂົາໄດ້ພົບພຣະ­ອົງຟາກທະ­ເລ­ສາບເບື້ອງນັ້ນ­ແລ້ວ ເຂົາໄດ້ທູນພຣະ­ອົງວ່າ, “ອາ­ຈານເຈົ້າຂ້າເອີຍທ່ານມາທີ່ນີ້ເມື່ອໃດ.” 26ພຣະ­ເຢຊູຊົງຕອບເຂົາວ່າ, “ເຮົາບອກພວກທ່ານຕາມຈິງວ່າພວກທ່ານຊອກຫາເຮົາ ບໍ່ແມ່ນຍ້ອນໄດ້ເຫັນໝາຍສຳ­ຄັນນັ້ນແຕ່ເພາະໄດ້ກິນເຂົ້າ­ຈີ່ອີ່ມ. 27ຢ່າພະ­ຍາ­ຍາມຫາອາ­ຫານທີ່ສູນສິ້ນໄປ ແຕ່ຈົ່ງຫາອາ­ຫານທີ່ຕັ້ງໝັ້ນຢູ່ ຄືອາ­ຫານສຳ­ລັບຊີ­ວິດອັນຕະ­ຫລອດໄປເປັນ­ນິດ ຊຶ່ງບຸດມະ­ນຸດຈະໃຫ້ແກ່ພວກທ່ານ ເພາະແມ່ນພຣະ­ອົງນີ້ແຫລະທີ່ພຣະ­ເຈົ້າຄືພຣະ­ບິ­ດາໄດ້ຊົງປະ­ທັບຕາໝາຍໄວ້ແລ້ວ.”

28ແລ້ວເຂົາຈຶ່ງທູນພຣະ­ອົງວ່າ, “ພວກຂ້າ­ນ້ອຍຈະຕ້ອງເຮັດປະ­ການໃດ ຈຶ່ງຈະເຮັດກິດ­ຈະ­ການຂອງພຣະ­ອົງໄດ້.” 29ພຣະ­ເຢຊູຊົງຕອບເຂົາວ່າ, “ນີ້ແຫລະແມ່ນກິດ­ຈະ­ການຂອງພຣະ­ເຈົ້າ ຄືການທີ່ທ່ານທັງ­ຫລາຍວາງ­ໃຈໃນທ່ານທີ່ພຣະ­ອົງຊົງໃຊ້ມາ.” 30ແລ້ວເຂົາຈຶ່ງທູນພຣະ­ອົງວ່າ, “ດັ່ງ­ນັ້ນທ່ານຈະເຮັດໝາຍສຳ­ຄັນອັນໃດ ເພື່ອພວກຂ້າ­ນ້ອຍຈະໄດ້ເຫັນແລະວາງ­ໃຈໃນທ່ານ ມີ­ການອັນໃດທີ່ທ່ານຈະເຮັດແດ່. 31ບັນ­ພະ­ບຸ­ລຸດຂອງພວກຂ້າ­ນ້ອຍໄດ້ກິນມາ­ນາໃນປ່າ ດັ່ງຄຳທີ່ຂຽນໄວ້ວ່າ, ‘ພຣະ­ອົງຊົງປະ­ທານອາ­ຫານຈາກສະ­ຫວັນໃຫ້ເຂົາກິນ.’”

32ພຣະ­ເຢຊູຊົງຕອບເຂົາວ່າ, “ເຮົາບອກພວກທ່ານຕາມຈິງວ່າ ອາ­ຫານທີ່ມາຈາກສະ­ຫວັນນັ້ນບໍ່ແມ່ນໂມ­ເຊເອົາໃຫ້ພວກທ່ານ ແຕ່ພຣະ­ບິ­ດາຂອງເຮົາຊົງເປັນຜູ້ປະ­ທານອາ­ຫານອັນແທ້ ຊຶ່ງມາຈາກສະ­ຫວັນໃຫ້ແກ່ທ່ານທັງ­ຫລາຍ. 33ເພາະ­ວ່າອາ­ຫານທີ່ພຣະ­ເຈົ້າຊົງປະ­ທານນັ້ນ ຄືທ່ານທີ່ລົງມາຈາກສະ­ຫວັນແລະປະ­ທານຊີ­ວິດໃຫ້ແກ່ໂລກ.” 34ເຂົາຈຶ່ງທູນພຣະ­ອົງວ່າ, “ນາຍເຈົ້າເອີຍຈົ່ງປະ­ທານອາ­ຫານນັ້ນໃຫ້ພວກຂ້າ­ນ້ອຍມີຢູ່ສະ­ເໝີ.”

35ພຣະ­ເຢຊູຊົງຕອບເຂົາວ່າ, “ເຮົາເປັນອາ­ຫານທິບແຫ່ງຊີ­ວິດ ຜູ້ທີ່ມາຫາເຮົາຈະບໍ່ຢາກເຂົ້າ ແລະຜູ້ທີ່ວາງ­ໃຈໃນເຮົາຈະບໍ່ຫິວນ້ຳຈັກເທື່ອ. 36ແຕ່ເຮົາບອກທ່ານທັງ­ຫລາຍແລ້ວວ່າ ພວກທ່ານໄດ້ເຫັນເຮົາແລ້ວ­ແຕ່ກໍຍັງບໍ່ເຊື່ອ. 37ສາ­ລະ­ພັດທີ່ພຣະ­ບິ­ດາຊົງປະ­ທານໃຫ້ແກ່ເຮົາຈະມາຫາເຮົາ ແລະຜູ້ທີ່ມາຫາເຮົາ ເຮົາຈະບໍ່ຖິ້ມອອກໄປພາຍນອກຈັກເທື່ອ. 38ເພາະ­ວ່າເຮົາໄດ້ລົງມາຈາກສະ­ຫວັນ ບໍ່ແມ່ນເພື່ອຈະເຮັດຕາມ­ໃຈຂອງເຮົາເອງ ແຕ່ເພື່ອເຮັດຕາມພະໄທຂອງພຣະ­ອົງຜູ້ຊົງໃຊ້ເຮົາມາ. 39ອັນນີ້ແຫລະແມ່ນນ້ຳພຣະ­ໄທຂອງຜູ້ຊົງໃຊ້ເຮົາມາ ຄືໃຫ້ເຮົາຮັກ­ສາທຸກສິ່ງທີ່ພຣະ­ອົງຊົງມອບໄວ້ກັບເຮົານັ້ນ ບໍ່ໃຫ້ສິ່ງໃດສູນ­ຫາຍໄປແຕ່ໃຫ້ເປັນຄືນມາໃນວັນສຸດທ້າຍ. 40ເພາະນີ້ແຫລະເປັນນ້ຳພຣະ­ໄທພຣະ­ບິ­ດາຂອງເຮົາ ຄືໃຫ້ທຸກຄົນທີ່ເຫັນພຣະ­ບຸດ ແລະວາງ­ໃຈໃນພຣະ­ບຸດນັ້ນ ໄດ້ມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ ແລະເຮົາຈະໃຫ້ຜູ້ນັ້ນເປັນຄືນມາໃນວັນສຸດທ້າຍ.”

41ດັ່ງ­ນັ້ນພວກຢິວຈຶ່ງພາ­ກັນຈົ່ມໃຫ້ພຣະ­ອົງເພາະພຣະ­ອົງຊົງກ່າວວ່າ, “ເຮົາເປັນອາ­ຫານທິບທີ່ລົງມາຈາກສະ­ຫວັນ.” 42ເຂົາໄດ້ກ່າວວ່າ, “ຄົນນີ້ບໍ່ແມ່ນລູກຂອງໂຢ­ເຊັບຫລື ພໍ່ແມ່ຂອງລາວເຮົາກໍຮູ້­ຈັກ ເຫດສັນ­ໃດຄົນນີ້ຈຶ່ງເວົ້າວ່າ ເຮົາໄດ້ລົງມາຈາກສະ­ຫວັນ.” 43ພຣະ­ເຢຊູຊົງຕອບເຂົາວ່າ, “ຢ່າໄດ້ຈົ່ມເທາະ. 44ບໍ່ມີຜູ້ໃດມາຫາເຮົາໄດ້ ເວັ້ນໄວ້ແຕ່ພຣະ­ບິ­ດາຜູ້ຊົງໃຊ້ເຮົາມານັ້ນຈະຊົງຊັກນຳໃຫ້ເຂົາມາ ແລະຝ່າຍເຮົາເຮົາຈະໃຫ້ຜູ້ນັ້ນຄືນມາໃນວັນສຸດທ້າຍ. 45ມີຄຳຂຽນໄວ້ໃນຄຳພີຜູ້ປະ­ກາດພຣະ­ທຳວ່າ ‘ຄົນທັງ­ຫລາຍຈະຮັບຄວາມສອນຈາກພຣະ­ເຈົ້າ’ ທຸກຄົນທີ່ໄດ້ຍິນໄດ້ຟັງ ແລະໄດ້ຮຽນຮູ້ຈາກພຣະ­ເຈົ້າກໍມາຫາເຮົາ. 46ບໍ່ມີຜູ້ໃດເຫັນພຣະ­ບິ­ດານອກ­ຈາກຜູ້ທີ່ມາຈາກພຣະ­ເຈົ້າ ຜູ້ນັ້ນແຫລະໄດ້ເຫັນພຣະ­ບິ­ດາແລ້ວ. 47ເຮົາບອກທ່ານທັງ­ຫລາຍຕາມຄວາມຈິງວ່າ ຜູ້ທີ່ວາງ­ໃຈໃນເຮົາກໍມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ. 48ເຮົາເປັນອາ­ຫານທິບຂອງຊີ­ວິດ. 49ບັນ­ພະ­ບຸ­ລຸດຂອງທ່ານທັງ­ຫລາຍໄດ້ກິນມາ­ນາໃນປ່າ ແລະເຂົາໄດ້ຕາຍໄປ. 50ນີ້ແຫລະເປັນອາ­ຫານທີ່ລົງມາຈາກສະ­ຫວັນເພື່ອຜູ້ທີ່ກິນແລ້ວຈະບໍ່ຕາຍ. 51ເຮົາເປັນອາ­ຫານທີ່ມີຊີ­ວິດຊຶ່ງລົງມາຈາກສະ­ຫວັນ ຖ້າຜູ້ໃດກິນອາ­ຫານນີ້ແລ້ວ ຜູ້ນັ້ນຈະມີຊີ­ວິດສືບ ໄປເປັນ­ນິດ ແລະອາ­ຫານທີ່ຝ່າຍເຮົາຈະໃຫ້ເພື່ອເປັນຊີ­ວິດຂອງໂລກນັ້ນ ກໍຄືເນື້ອກາຍຂອງເຮົາ.”

52ເຫດສັນນີ້ພວກຢິວຈຶ່ງຖາມກັນວ່າ, “ຜູ້ນີ້ຈະເອົາເນື້ອຕົວຂອງຕົນໃຫ້ເຮົາກິນໄດ້ຢ່າງ­ໃດ.” 53ພຣະ­ເຢຊູຈຶ່ງຊົງກ່າວກັບເຂົາວ່າ, “ເຮົາບອກທ່ານທັງ­ຫລາຍຕາມຄວາມຈິງວ່າ ຖ້າພວກທ່ານບໍ່ກິນເນື້ອຕົວ ແລະບໍ່ດື່ມເລືອດຂອງບຸດມະ­ນຸດທ່ານກໍບໍ່ມີຊີ­ວິດໃນຕົວທ່ານ. 54ຜູ້ທີ່ກິນເນື້ອຕົວແລະດື່ມເລືອດຂອງເຮົາກໍມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ ແລະເຮົາຈະໃຫ້ຜູ້ນັ້ນເປັນຄືນມາໃນວັນສຸດທ້າຍ. 55ເພາະ­ວ່າເນື້ອຕົວຂອງເຮົາເປັນອາ­ຫານອັນແທ້ ແລະເລືອດຂອງເຮົາກໍເປັນຂອງດື່ມອັນແທ້. 56ຜູ້ທີ່ກິນເນື້ອຕົວແລະດື່ມເລືອດຂອງເຮົາ ຜູ້ນັ້ນກໍຕັ້ງຢູ່ໃນເຮົາ ແລະເຮົາຕັ້ງຢູ່ໃນຜູ້ນັ້ນ. 57ພຣະ­ບິ­ດາຜູ້ຊົງພຣະ­ຊົນຢູ່ໄດ້ໃຊ້ເຮົາມາ ແລະເຮົາມີຊີ­ວິດຢູ່ເພາະພຣະ­ບິ­ດາສັນ­ໃດຜູ້ທີ່ຈະກິນເຮົາກໍຈະມີຊີ­ວິດເພາະເຮົາສັນ­ນັ້ນ. 58ນີ້ແຫລະເປັນອາ­ຫານຊຶ່ງລົງມາຈາກສະ­ຫວັນ ບໍ່ເໝືອນກັບອາ­ຫານທີ່ພວກບັນ­ພະ­ບຸ­ລຸດຂອງທ່ານທັງ­ຫລາຍໄດ້ກິນແລ້ວຕາຍໄປ ຜູ້ທີ່ກິນອາ­ຫານນີ້ຈະມີຊີ­ວິດສືບ ໄປເປັນ­ນິດ.”

59ຂໍ້­ຄວາມເຫລົ່ານີ້ພຣະ­ອົງຊົງກ່າວໃນໂຮງທຳມະເທ­ສະ­ໜາ ຂະ­ນະທີ່ພຣະ­ອົງຊົງສັ່ງ­ສອນຢູ່ເມືອງກາ­ເປ­ນາ­ອູມ.

ຖ້ອຍຄຳທີ່ໃຫ້ມີຊີວິດອັນຕະຫລອດໄປເປັນນິດ

60ເມື່ອໄດ້ຍິນດັ່ງ­ນັ້ນພວກສາ­ວົກຂອງພຣະ­ອົງຫລາຍຄົນຈຶ່ງເວົ້າວ່າ, “ຖ້ອຍຄຳນີ້ແຂງ­ແຮງ ໃຜຈະຟັງໄດ້.” 61ແຕ່ພຣະ­ເຢຊູຊົງຊາບດ້ວຍພຣະ­ອົງເອງວ່າພວກສາ­ວົກໄດ້ຈົ່ມເຖິງເລື່ອງນັ້ນ ຈຶ່ງຊົງຖາມເຂົາວ່າ, “ເລື່ອງນີ້ເຮັດໃຫ້ພວກທ່ານສະ­ດຸດໃຈຫລື. 62ຖ້າທ່ານທັງ­ຫລາຍຈະເຫັນບຸດມະ­ນຸດຂຶ້ນເມືອຍັງບ່ອນທີ່ທ່ານຢູ່ແຕ່ກ່ອນນັ້ນ ພວກທ່ານຈະວ່າຢ່າງ­ໃດ. 63ພຣະ­ວິນ­ຍານຊົງເຮັດໃຫ້ມີຊີ­ວິດ ສ່ວນເນື້ອກາຍບໍ່ມີປະ­ໂຫຍດອັນໃດ ຖ້ອຍຄຳທີ່ເຮົາໄດ້ກ່າວຕໍ່ທ່ານທັງ­ຫລາຍນັ້ນເປັນ­ວິນຍານແລະເປັນຊີ­ວິດ. 64ແຕ່ມີບາງຄົນໃນພວກທ່ານຍັງບໍ່ເຊື່ອຢູ່,” (ເພາະພຣະ­ເຢຊູຊົງຊາບແຕ່ເດີມແລ້ວວ່າຜູ້ທີ່ເຊື່ອນັ້ນແມ່ນຜູ້ໃດ ແລະແມ່ນຜູ້ໃດທີ່ຈະທໍ­ລະຍົດຕໍ່ພຣະ­ອົງ). 65ແລະພຣະ­ອົງຊົງກ່າວວ່າ, “ດ້ວຍເຫດນີ້ແຫລະເຮົາຈຶ່ງໄດ້ບອກທ່ານທັງ­ຫລາຍວ່າບໍ່ມີຜູ້ໃດຈະມາເຖິງເຮົາໄດ້ ນອກ­ຈາກພຣະ­ບິ­ດາຈະຊົງໂຜດຜູ້ນັ້ນ.”

66ດ້ວຍເຫດນັ້ນພວກລູກ­ສິດຂອງພຣະ­ອົງຫລາຍຄົນຈຶ່ງທໍ້­ຖອຍ ບໍ່ຕິດ­ຕາມພຣະ­ອົງຕໍ່ໄປອີກ. 67ດັ່ງ­ນັ້ນພຣະ­ເຢຊູຊົງກ່າວກັບສິບສອງຄົນນັ້ນວ່າ, “ພວກທ່ານເດຢາກຖອຍໜີເໝືອນກັນຫລື.” 68ຝ່າຍຊີ­ໂມນທູນຕອບພຣະ­ອົງວ່າ, “ນາຍເຈົ້າເອີຍພວກຂ້າ­ນ້ອຍຈະໜີໄປຫາຜູ້ໃດ ທ່ານມີຖ້ອຍຄຳຊຶ່ງໃຫ້ມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ. 69ພວກຂ້າ­ນ້ອຍເຊື່ອແລ້ວ ແລະຊາບວ່າທ່ານເປັນຜູ້ບໍ­ລິ­ສຸດມາຈາກພຣະ­ເຈົ້າ.” 70ພຣະ­ເຢຊູຊົງຕອບເຂົາວ່າ, “ເຮົານີ້ແຫລະໄດ້ເລືອກພວກທ່ານສິບສອງຄົນໄວ້ບໍ່ແມ່ນຫລື ແລະຄົນໜຶ່ງໃນພວກທ່ານກໍເປັນມານຮ້າຍ.” 71ພຣະ­ອົງຊົງກ່າວເຖິງຢູ­ດາລູກຊາຍຂອງຊີ­ໂມນອິ­ສະ­ກາ­ຣີ­ອົດ ເພາະແມ່ນຜູ້ທີ່ຈະທໍ­ລະຍົດຕໍ່ພຣະ­ອົງ ຄືຄົນໜຶ່ງໃນພວກສິບສອງຄົນນັ້ນ.

 

ໂຢຮັນ ບົດທີ 7

ພວກນ້ອງຊາຍຂອງພຣະເຢຊູບໍ່ວາງໃຈໃນພຣະອົງ

1ຫລັງຈາກນັ້ນພຣະ­ເຢຊູໄດ້ສະ­ເດັດທ່ອງທ່ຽວໄປຕາມແຂວງຄາ­ລີ­ເລ ບໍ່ຊົງປະ­ສົງຈະສະ­ເດັດໄປໃນແຂວງຢູ­ດາຍ ເພາະພວກຢິວຫາໂອ­ກາດທີ່ຈະຂ້າພຣະ­ອົງເສຍ. 2ຂະ­ນະນັ້ນໃກ້ຈະເຖິງເທດ­ສະ­ການຕັ້ງທັບອາໃສຂອງຊາດຢິວແລ້ວ. 3ພວກນ້ອງຊາຍຂອງພຣະ­ອົງຈຶ່ງທູນພຣະ­ອົງວ່າ, “ເຈົ້າຈົ່ງອອກຈາກທີ່ນີ້ໄປຍັງແຂວງຢູ­ດາຍ ເພື່ອພວກສາ­ວົກຂອງເຈົ້າຈະໄດ້ເຫັນກິດ­ຈະ­ການທີ່ເຈົ້າເຮັດຢູ່ນັ້ນ. 4ເພາະ­ວ່າບໍ່­ຫ່ອນມີຜູ້ໃດເຮັດອັນໃດໃນທີ່ລັບ ເມື່ອຜູ້ນັ້ນຢາກໃຫ້ຕົວປະ­ກົດ ຖ້າເຈົ້າເຮັດການເຫລົ່ານີ້ຈົ່ງສະ­ແດງຕົວໃຫ້ປະ­ກົດແກ່ໂລກເສຍ.” 5(ເພາະ­ວ່າເຖິງແມ່ນພວກນ້ອງຊາຍຂອງພຣະ­ອົງກໍບໍ່ເຊື່ອໃນພຣະ­ອົງ.)

6ພຣະ­ເຢຊູຊົງບອກເຂົາວ່າ, “ເວ­ລາກຳ­ນົດຂອງເຮົາຍັງບໍ່ເຖິງເທື່ອ ແຕ່ເວ­ລາຂອງພວກເຈົ້າກໍມີຢູ່ສະ­ເໝີ. 7ໂລກຈະກຽດຊັງພວກເຈົ້າບໍ່ໄດ້ແຕ່ວ່າມັນຊັງເຮົາ ເພາະເຮົາເປັນພະ­ຍານວ່າກິດ­ຈະ­ການຂອງໂລກນັ້ນຊົ່ວຮ້າຍ. 8ພວກເຈົ້າຈົ່ງຂຶ້ນໄປໃນເທດ­ສະ­ການນັ້ນເສຍ ຝ່າຍເຮົາຍັງບໍ່ຂຶ້ນໄປໃນເທດ­ສະ­ການນັ້ນເພາະ­ວ່າຍັງບໍ່ເຖິງກຳ­ນົດເວ­ລາຂອງເຮົາ.” 9ເມື່ອຊົງກ່າວດັ່ງ­ນັ້ນແລ້ວພຣະ­ອົງກໍຍັງໄດ້ປະ­ທັບຢູ່ໃນແຂວງຄາ­ລີ­ເລຕໍ່ໄປ.

ພຣະເຢຊູໃນເທດສະການຕັ້ງທັບອາໃສ

10ແຕ່ເມື່ອພວກນ້ອງຂອງພຣະ­ອົງຂຶ້ນໄປໃນງານເທດ­ສະ­ການນັ້ນ­ແລ້ວ ພຣະ­ອົງກໍສະ­ເດັດຕາມຂຶ້ນໄປເໝືອນກັນ ແຕ່ສະ­ເດັດໄປທາງລັບບໍ່ເປີດ­ເຜີຍ. 11ເຫດສັນ­ນັ້ນພວກຢິວໄດ້ຊອກຫາພຣະ­ອົງໃນເທດ­ສະ­ການນັ້ນແລະຖາມວ່າ, “ຄົນຜູ້ນັ້ນຢູ່ໃສ.” 12ສ່ວນປະ­ຊາ­ຊົນກໍຊິ່ມກັນຫລາຍເວົ້າເຖິງເລື່ອງພຣະ­ອົງ ລາງຄົນເວົ້າວ່າ, “ເປັນຄົນດີ” ແຕ່ຄົນອື່ນວ່າ, “ບໍ່ແມ່ນ ແຕ່ເພິ່ນເຮັດໃຫ້ປະ­ຊາ­ຊົນຫລົງຜິດໄປ.” 13ແຕ່ເຖິງປານນັ້ນບໍ່ມີໃຜກ້າເວົ້າເຖິງພຣະ­ອົງຢ່າງເປີດ­ເຜີຍເພາະຢ້ານພວກຢິວ.

14ຄັນເຖິງເຄີ່ງເທດ­ສະ­ການນັ້ນ­ແລ້ວ ພຣະ­ເຢຊູໄດ້ສະ­ເດັດຂຶ້ນໄປຍັງບໍ­ລິ­ເວນພຣະ­ວິ­ຫານແລະຊົງສັ່ງ­ສອນ. 15ພວກຢິວພາ­ກັນປະ­ຫລາດໃຈເວົ້າກັນວ່າ, “ຄົນຜູ້ນີ້ມີຄວາມຮູ້ມາແຕ່ໃສເມື່ອບໍ່ໄດ້ຮ່ຳ­ຮຽນ.” 16ພຣະ­ເຢຊູຊົງຕອບເຂົາວ່າ, “ຄຳສອນຂອງເຮົາບໍ່ແມ່ນຂອງເຮົາເອງ ແຕ່ເປັນຂອງພຣະ­ອົງຜູ້ຊົງໃຊ້ເຮົາມາ. 17ຖ້າຜູ້ໃດເຕັມໃຈຍອມເຮັດຕາມພຣະ­ໄທຂອງພຣະ­ອົງ ຜູ້ນັ້ນກໍຈະຮູ້ວ່າຄຳສອນນັ້ນມາຈາກພຣະ­ເຈົ້າ ຫລືວ່າເຮົາປາກຕາມ­ໃຈຊອບຂອງເຮົາເອງ. 18ຜູ້ໃດປາກຕາມ­ໃຈຊອບຂອງຕົນເອງ ຜູ້ນັ້ນກໍສະ­ແຫວງກຽດສຳ­ລັບຕົນເອງ ແຕ່ຜູ້ທີ່ສະ­ແຫວງກຽດໃຫ້ພຣະ­ອົງຜູ້ຊົງໃຊ້ຕົນມາ ຜູ້ນັ້ນແຫລະເປັນຄົນຈິງ ແລະບໍ່ມີອະ­ທຳໃນຕົວ. 19ໂມ­ເຊໄດ້ໃຫ້ພຣະ­ບັນ­ຍັດແກ່ທ່ານທັງ­ຫລາຍບໍ່ແມ່ນຫລື ແລະໃນພວກທ່ານບໍ່ມີຜູ້ໃດຈັກຄົນເຮັດຕາມພຣະ­ບັນ­ຍັດນັ້ນ ທ່ານທັງ­ຫລາຍຊອກຫາຈະຂ້າເຮົາເຮັດຫຍັງ.”

20ປະ­ຊາ­ຊົນຕອບວ່າ, “ເຈົ້າມີຜິຮ້າຍສິງຢູ່ ແມ່ນໃຜຊອກຫາຈະຂ້າເຈົ້າ.” 21ພຣະ­ເຢຊູຊົງຕອບເຂົາວ່າ, “ເຮົາໄດ້ເຮັດກິດ­ຈະ­ການອັນໜຶ່ງ ແລະພວກທ່ານກໍປະ­ຫລາດໃຈເພາະເຫດ­ການນັ້ນ. 22ໂມ­ເຊໄດ້ຕັ້ງພິ­ທີຕັດໃຫ້ທ່ານທັງ­ຫລາຍ (ບໍ່ແມ່ນໄດ້ມາຈາກໂມ­ເຊແຕ່ມາຈາກບັນ­ພະ­ບຸ­ລຸດ) ແລະໃນວັນຊະ­ບາ­ໂຕ ທ່ານທັງ­ຫລາຍກໍຍັງໃຫ້ຄົນຮັບພິ­ທີຕັດ. 23ຖ້າເຂົາຍັງໃຫ້ຄົນຮັບພິ­ທີຕັດໃນວັນຊະ­ບາ­ໂຕ ເພື່ອບໍ່ໃຫ້ລ່ວງລະ­ເມີດພຣະ­ບັນ­ຍັດຂອງໂມ­ເຊ ທ່ານທັງ­ຫລາຍຈະຄຽດເຮົາເພາະເຮົາໄດ້ໃຫ້ຄົນໜຶ່ງດີເປັນປົກ­ກະ­ຕິໃນວັນຊະ­ບາ­ໂຕຫລື. 24ຢ່າຕັດສີນຕາມທີ່ເຫັນພາຍນອກ ແຕ່ຈົ່ງຕັດສີນຕາມທາງຍຸດ­ຕິທຳ.”

ນີ້ຫລືພຣະຄຣິດ

25ຊາວກຸງເຢ­ຣູ­ຊາ­ເລັມລາງຄົນຈຶ່ງເວົ້າວ່າ, “ຄົນຜູ້ນີ້ແຫລະທີ່ເຂົາຊອກຫາຈະຂ້າເສຍບໍ່ແມ່ນຫລື. 26ເບິ່ງແມເພິ່ນກ່າວດ້ວຍເປີດ­ເຜີຍ ແລະເຂົາບໍ່ໄດ້ເວົ້າຫຍັງພວກເຈົ້ານາຍຮູ້ຄັກບໍ່ວ່າຄົນນີ້ແມ່ນພຣະ­ຄຣິດ. 27ເຮົາຮູ້ແລ້ວວ່າຄົນນີ້ມາແຕ່ໃສ ແຕ່ຝ່າຍພຣະ­ຄຣິດເມື່ອພຣະ­ອົງສະ­ເດັດມາບໍ່ມີໃຜຮູ້ວ່າມາແຕ່ໃສ.”

28ເຫດສັນນີ້ພຣະ­ເຢຊູຈຶ່ງຊົງສັ່ງ­ສອນດ້ວຍສຽງອັນດັງໃນບໍ­ລິ­ເວນພຣະ­ວິ­ຫານວ່າ, “ສ່ວນເຮົາທ່ານທັງ­ຫລາຍກໍຮູ້­ຈັກທັງຮູ້ວ່າເຮົາມາແຕ່ໃສ ເຮົາບໍ່ໄດ້ມາໂດຍລຳ­ພັງຂອງເຮົາເອງ ແຕ່ພຣະ­ອົງຜູ້ຊົງໃຊ້ເຮົາມານັ້ນກໍສັດຈິງ ພຣະ­ອົງນັ້ນພວກທ່ານກໍບໍ່ຮູ້­ຈັກ. 29ຝ່າຍເຮົາກໍຮູ້­ຈັກພຣະ­ອົງ ເພາະເຮົາມາຈາກພຣະ­ອົງແລະແມ່ນພຣະ­ອົງນັ້ນແຫລະໄດ້ຊົງໃຊ້ເຮົາມາ.”

30ດັ່ງ­ນັ້ນເຂົາຈຶ່ງຊອກຫາຈະຈັບພຣະ­ອົງ ແຕ່ບໍ່ມີຜູ້ໃດຍື່ນມືຈັບເພາະຍັງບໍ່ເຖິງກຳ­ນົດເວ­ລາຂອງພຣະ­ອົງເທື່ອ. 31ແຕ່ມີຫລາຍຄົນໃນໝູ່ປະ­ຊາ­ຊົນໄດ້ວາງ­ໃຈໃນພຣະ­ອົງແລະເວົ້າວ່າ, “ເມື່ອພຣະ­ຄຣິດ ສະ­ເດັດມານັ້ນ ພຣະ­ອົງຈະເຮັດໝາຍສຳ­ຄັນຫລາຍກວ່າຜູ້ນີ້ຫລື.”

ໃຊ້ເຈົ້າໜ້າທີ່ໄປຈັບພຣະເຢຊູ

32ເມື່ອພວກຟາ­ຣີ­ຊາຍໄດ້ຍິນປະ­ຊາ­ຊົນຊິ່ມກັນເວົ້າເຖິງເລື່ອງພຣະ­ອົງຢ່າງນັ້ນ ພວກປະ­ໂລ­ຫິດຕົນໃຫຍ່ກັບພວກຟາ­ຣີ­ຊາຍ ຈຶ່ງໃຊ້ເຈົ້າໜ້າ­ທີ່ໄປຈັບພຣະ­ອົງ. 33ພຣະ­ເຢຊູຈຶ່ງຊົງກ່າວວ່າ, “ເຮົາຈະຢູ່ກັບທ່ານທັງ­ຫລາຍຕໍ່ໄປອີກໜ້ອຍໜຶ່ງ ແລ້ວຈະກັບໄປຫາພຣະ­ອົງຜູ້ຊົງໃຊ້ເຮົາມາ. 34ທ່ານທັງ­ຫລາຍຈະຊອກຫາເຮົາແຕ່ຈະບໍ່ພົບເຮົາ ແລະບ່ອນເຮົາຢູ່ນັ້ນພວກທ່ານຈະເຂົ້າໄປບໍ່ໄດ້.”

35ພວກຢິວຈຶ່ງເວົ້າກັນວ່າ, “ຄົນນີ້ຈວນຈະໄປໃສ ທີ່ເຮົາຈະຫາບໍ່ພົບ ເພິ່ນຈະໄປຫາພວກຄົນທີ່ແຕກກະ­ຈັດ­ກະ­ຈາຍໄປຢູ່ຖ້າມ­ກາງຄົນຕ່າງຊາດ ແລະສັ່ງ­ສອນຄົນຕ່າງຊາດນັ້ນຫລື. 36ຄຳນີ້ເປັນຢ່າງ­ໃດໜໍທີ່ເພິ່ນກ່າວວ່າ ‘ທ່ານທັງ­ຫລາຍຈະຊອກຫາເຮົາແຕ່ຈະບໍ່ພົບເຮົາ ແລະບ່ອນເຮົາຢູ່ນັ້ນທ່ານຈະເຂົ້າໄປບໍ່ໄດ້’.”

ແມ່ນ້ຳອັນມີຊີວິດ

37ໃນວັນສຸດທ້າຍຂອງງານເທດ­ສະ­ການຊຶ່ງເປັນວັນໃຫຍ່ນັ້ນ ພຣະ­ເຢຊູຊົງຢືນແລະຮ້ອງຂຶ້ນວ່າ, “ຖ້າຜູ້ໃດຫິວ ຜູ້ນັ້ນຈົ່ງມາຫາເຮົາ ແລະດື່ມ. 38ຜູ້ທີ່ວາງ­ໃຈໃນເຮົາແມ່­ນ້ຳອັນມີຊີ­ວິດຈະໄຫລອອກຈາກພາຍໃນຜູ້ນັ້ນ ຕາມທີ່ພຣະ­ຄຳພີກ່າວໄວ້ແລ້ວ.”https://laobible.net/inc/Cross.png 39ສິ່ງທີ່ພຣະ­ເຢຊູຊົງກ່າວນັ້ນໝາຍເຖິງພຣະ­ວິນ­ຍານ ຊຶ່ງຜູ້ທີ່ວາງ­ໃຈໃນພຣະ­ອົງຈະໄດ້ຮັບ ເຫດວ່າຍັງບໍ່ໄດ້ຊົງປະ­ທານພຣະວິຍານໃຫ້ ເພາະພຣະ­ເຢຊູຍັງບໍ່ໄດ້ຊົງຮັບສະ­ຫງ່າລາ­ສີ.

ຄວາມເຫັນແຕກແຍກກັນໃນໝູ່ປະຊາຊົນ

40ເມື່ອປະ­ຊາ­ຊົນໄດ້ຍິນດັ່ງ­ນັ້ນລາງຄົນໄດ້ເວົ້າກັນວ່າ, “ຜູ້ນີ້ເປັນຜູ້ປະ­ກາດພຣະ­ທຳນັ້ນແທ້.” 41ຄົນອື່ນເວົ້າວ່າ, “ຜູ້ນີ້ແຫລະແມ່ນພຣະ­ຄຣິດ” ແຕ່ຄົນອື່ນອີກເວົ້າວ່າ, “ພຣະ­ຄຣິດຈະມາຈາກຄາ­ລີ­ເລຫລື. 42ພຣະ­ຄຳພີກ່າວໄວ້ ບໍ່ແມ່ນຫລືວ່າພຣະ­ຄຣິດຈະມາຈາກເຊື້ອວົງຂອງດາ­ວິດ ແລະມາຈາກບ້ານເບັດ­ເລ­ເຮັມຊຶ່ງດາ­ວິດຢູ່ນັ້ນ. 43ເຫດສັນ­ນັ້ນປະ­ຊາ­ຊົນຈຶ່ງມີຄວາມເຫັນແຕກແຍກກັນໃນເລື່ອງພຣະ­ອົງ. 44ລາງຄົນໃນໝູ່ເຂົານັ້ນມີ­ໃຈຢາກຈັບພຣະ­ອົງ ແຕ່ບໍ່ມີໃຜຍື່ນມືຈັບເອົາ.

45ເຈົ້າໜ້າ­ທີ່ຈຶ່ງກັບໄປຫາພວກປະ­ໂລ­ຫິດຕົນໃຫຍ່ແລະພວກຟາ­ຣີ­ຊາຍ ແລະພວກນັ້ນໄດ້ຖາມເຈົ້າໜ້າ­ທີ່ວ່າ, “ເປັນຫຍັງຈຶ່ງບໍ່ຈັບມັນມາ.” 46ເຈົ້າໜ້າ­ທີ່ຕອບວ່າ, “ບໍ່ເຄີຍມີຜູ້ໃດເວົ້າເໝືອນຄົນນັ້ນຈັກເທື່ອ.” 47ພວກຟາ­ຣີ­ຊາຍຕອບເຂົາວ່າ, “ພວກເຈົ້າຖືກຊັກຈູງໃຫ້ຫລົງໄປເໝືອນກັນຫລື. 48ມີຄົນໃດແດ່ໃນພວກເຈົ້ານາຍຫລືພວກຟາ­ຣີ­ຊາຍເຊື່ອຖືຄົນນັ້ນ. 49ແຕ່ປະ­ຊາ­ຊົນໝູ່ນີ້ທີ່ບໍ່ຮູ້­ຈັກພຣະ­ບັນ­ຍັດກໍຖືກຊົງປ້ອຍຢູ່ແລ້ວ.”

50ນີ­ໂກ­ເດມ ຜູ້ໄດ້ມາຫາພຣະ­ອົງຄາວກ່ອນນັ້ນແລະເປັນຄົນໜຶ່ງໃນພວກເຂົາ ໄດ້ກ່າວກັບເຂົາວ່າ, 51“ກົດ­ໝາຍຂອງເຮົາບໍ່ຕັດສີນຄົນໃດໂດຍທີ່ຍັງບໍ່ໄດ້ຟັງເຂົາກ່ອນ ແລະຮູ້ວ່າເຂົາໄດ້ເຮັດອັນໃດແດ່.” 52ເຂົາກໍຕອບນີ­ໂກ­ເດມວ່າ, “ທ່ານມາຈາກຄາ­ລີ­ເລເໝືອນກັນຫລືຈົ່ງຄົ້ນຫາເບິ່ງ ແລ້ວທ່ານຈະເຫັນວ່າບໍ່ມີຜູ້ປະ­ກາດພຣະ­ທຳຈັກຄົນເກີດມາຈາກຄາ­ລີ­ເລ.”

53[ແລ້ວຕ່າງຄົນກໍຕ່າງກັນໄປເຮືອນຂອງຕົນ.

 

ໂຢຮັນ ບົດທີ 8

ຜູ້ຍິງຄົນໜຶ່ງຖືກຈັບຖານຫລິ້ນຊູ້

1ແຕ່ພຣະ­ເຢຊູໄດ້ສະ­ເດັດໄປຍັງພູໝາກ­ກອກ­ເທດ. 2ເມື່ອຮຸ່ງເຊົ້າພຣະ­ອົງໄດ້ສະ­ເດັດເຂົ້າໄປໃນບໍ­ລິ­ເວນພຣະ­ວິ­ຫານອີກ ພົນ­ລະ­ເມືອງທັງໝົດກໍພາ­ກັນມາຫາພຣະ­ອົງ ພຣະ­ອົງກໍປະ­ທັບນັ່ງຕັ້ງ­ຕົ້ນສັ່ງ­ສອນເຂົາ. 3ພວກນັກ­ທຳແລະພວກຟາ­ຣີ­ຊາຍໄດ້ພາຜູ້­ຍິງຄົນໜຶ່ງມາ ຍິງຄົນນີ້ເຂົາໄດ້ຈັບໃນຖານຫລິ້ນຊູ້ ແລະເຂົາໄດ້ໃຫ້ຍິງນັ້ນຢືນຢູ່ຖ້າມ­ກາງຝູງຊົນ. 4ເຂົາທູນພຣະ­ອົງວ່າ, “ອາ­ຈານເອີຍຍິງຄົນນີ້ເຂົາຈັບໄດ້ເມື່ອກຳ­ລັງຫລິ້ນຊູ້ຢູ່. 5ໂມ­ເຊໄດ້ສັ່ງໄວ້ໃນພຣະ­ບັນ­ຍັດວ່າ ໃຫ້ເອົາຫີນຄວ່າງໃສ່ຄົນຢ່າງນີ້ໃຫ້ຕາຍ ສ່ວນທ່ານເດຈະວ່າຢ່າງ­ໃດ.” 6ເຂົາເວົ້າຢ່າງນີ້ເພື່ອທົດລອງ ຫວັງຈະຫາເຫດຟ້ອງພຣະ­ອົງໄດ້ ແຕ່ພຣະ­ເຢຊູຊົງນ້ອມພຣະ­ກາຍລົງໃຊ້ນິ້ວພຣະ­ຫັດຂຽນທີ່ດິນ. 7ເມື່ອເຂົາຍັງຖາມຕໍ່ໄປຢູ່ ພຣະ­ອົງຊົງຢືນຂຶ້ນກ່າວແກ່ເຂົາວ່າ, “ຜູ້ໃດໃນພວກເຈົ້າທີ່ບໍ່ມີຜິດບາບ ກໍໃຫ້ຜູ້ນັ້ນເອົາຫີນຄວ່າງໃສ່ຍິງນີ້ກ່ອນ­ໝູ່.” 8ແລ້ວພຣະ­ອົງກໍຊົງນ້ອມພຣະ­ກາຍລົງຂຽນທີ່ດິນອີກ.

9ແຕ່ເມື່ອເຂົາໄດ້ຍິນດັ່ງ­ນັ້ນກໍອອກໄປເທື່ອລະຄົນຈົນໝົດ ເລີ້ມຕັ້ງ­ແຕ່ຄົນແກ່ໄປ ຍັງເຫລືອຢູ່ແຕ່ພຣະ­ເຢຊູກັບຍິງຄົນນັ້ນທີ່ຢືນຢູ່ຖ້າມ­ກາງນັ້ນ. 10ເມື່ອພຣະ­ເຢຊູຊົງເງີຍຂຶ້ນກໍຊົງຖາມຍິງນັ້ນວ່າ, “ນາງເອີຍພວກເຂົາໄປໃສໝົດ ບໍ່ມີໃຜລົງ­ໂທດເຈົ້າຫລື.” 11ນາງທູນຕອບວ່າ, “ບໍ່ມີໃຜນາຍເອີຍ” ພຣະ­ເຢຊູຊົງກ່າວຕໍ່ນາງວ່າ, “ເຮົາກໍບໍ່ລົງ­ໂທດເຈົ້າເໝືອນກັນ ຈົ່ງໄປເສຍ ຕໍ່ໄປຢ່າເຮັດຜິດອີກ.”]

ພຣະເຢຊູຊົງເປັນຄວາມສະຫວ່າງຂອງໂລກ

12ອີກເທື່ອໜຶ່ງພຣະ­ເຢຊູຊົງກ່າວຕໍ່ເຂົາວ່າ, “ເຮົານີ້ແຫລະເປັນ­ຄວາມສະ­ຫວ່າງຂອງໂລກ ຜູ້ທີ່ຕາມເຮົາມາຈະບໍ່ທຽວໄປໃນທີ່ມືດ ແຕ່ຈະມີຄວາມສະ­ຫວ່າງແຫ່ງຊີ­ວິດ.” 13ແລ້ວພວກຟາ­ຣີ­ຊາຍກ່າວຕໍ່ພຣະ­ອົງວ່າ, “ທ່ານເປັນພະ­ຍານໃຫ້ແກ່ຕົວທ່ານເອງ ຄຳພະ­ຍານຂອງທ່ານກໍບໍ່ຈິງ.” 14ພຣະ­ເຢຊູຊົງຕອບເຂົາວ່າ, “ເຖິງວ່າເຮົາເປັນພະ­ຍານໃຫ້ແກ່ຕົວເຮົາເອງ ຄຳພະ­ຍານຂອງເຮົາກໍເປັນ­ຄວາມຈິງ ເພາະເຮົາຮູ້ວ່າເຮົາມາແຕ່ໃສແລະຈະໄປໃສ ແຕ່ຝ່າຍທ່ານທັງ­ຫລາຍກໍບໍ່ຮູ້ວ່າເຮົາມາແຕ່ໃສແລະຈະໄປໃສ. 15ທ່ານທັງ­ຫລາຍຕັດສີນຕາມທຳມະດາມະ­ນຸດ ຝ່າຍເຮົາກໍບໍ່ຕັດສີນໃຜ. 16ແຕ່ເຖິງແມ່ນເຮົາຈະຕັດສີນ ການຕັດສີນຂອງເຮົາກໍຖືກ ເພາະເຮົາບໍ່ໄດ້ຕັດສີນໂດຍລຳ­ພັງເຮົາຜູ້ດຽວ ແຕ່ເຮົາຕັດສີນຮ່ວມກັບພຣະ­ບິ­ດາຜູ້ຊົງໃຊ້ເຮົາມາ. 17ໃນພຣະ­ບັນ­ຍັດຂອງທ່ານທັງ­ຫລາຍມີຄຳຂຽນໄວ້ວ່າ ຄຳພະ­ຍານຂອງສອງຄົນກໍເປັນ­ຄວາມຈິງ. 18ຝ່າຍເຮົາເປັນພະ­ຍານໃຫ້ແກ່ຕົວເຮົາເອງແລະພຣະ­ບິ­ດາຜູ້ຊົງໃຊ້ເຮົາມາກໍເປັນພະ­ຍານໃຫ້ແກ່ເຮົາເໝືອນກັນ.”

19ເຫດສັນ­ນັ້ນເຂົາຈຶ່ງທູນ ພຣະ­ອົງວ່າ, “ພຣະ­ບິ­ດາຂອງທ່ານຢູ່ໃສ” ພຣະ­ເຢຊູຊົງຕອບວ່າ, “ຕົວເຮົາກໍດີ ພຣະ­ບິ­ດາຂອງເຮົາກໍດີ ທ່ານທັງ­ຫລາຍກໍບໍ່ຮູ້­ຈັກ ຖ້າພວກທ່ານຮູ້­ຈັກເຮົາກໍຄົງຮູ້­ຈັກພຣະ­ບິ­ດາຂອງເຮົາເໝືອນກັນ. 20ພຣະ­ເຢຊູຊົງກ່າວຄຳເຫລົ່ານີ້ໃນບ່ອນຕັ້ງຕູ້ຖວາຍຊັບ ຂະ­ນະທີ່ຊົງສັ່ງ­ສອນໃນບໍ­ລິ­ເວນພຣະ­ວິ­ຫານ ແຕ່ບໍ່ມີຜູ້ໃດຈັບພຣະ­ອົງເພາະຍັງບໍ່ເຖິງກຳ­ນົດເວ­ລາຂອງພຣະ­ອົງ.

ພຣະອົງບໍ່ຊົງເປັນຝ່າຍໂລກ

21ພຣະ­ອົງຊົງກ່າວກັບເຂົາອີກວ່າ, “ເຮົາຈະຈາກໄປແລະທ່ານທັງ­ຫລາຍຈະຊອກຫາເຮົາ ແລະຈະຕາຍໃນຄວາມຜິດບາບຂອງທ່ານ ບ່ອນທີ່ເຮົາຈະໄປນັ້ນພວກທ່ານຈະໄປບໍ່ໄດ້.” 22ພວກຢິວຈຶ່ງເວົ້າກັນວ່າ, “ລາວຈະຂ້າຕົວຕາຍເສຍຫລື ເພາະລາວກ່າວວ່າ ບ່ອນທີ່ເຮົາຈະໄປນັ້ນພວກທ່ານໄປບໍ່ໄດ້.” 23ພຣະ­ອົງຊົງກ່າວຕໍ່ເຂົາວ່າ, “ທ່ານທັງ­ຫລາຍເປັນຂອງເບື້ອງລຸ່ມ ຝ່າຍເຮົາເປັນຂອງເບື້ອງເທິງ ພວກທ່ານເປັນຝ່າຍໂລກນີ້ ເຮົາບໍ່ເປັນຝ່າຍໂລກນີ້. 24ດ້ວຍເຫດນີ້ເຮົາຈຶ່ງບອກທ່ານທັງ­ຫລາຍວ່າ ພວກທ່ານຈະຕາຍໃນຄວາມຜິດບາບຂອງທ່ານ ເພາະ­ວ່າຖ້າທ່ານບໍ່ໄດ້ເຊື່ອວ່າ ເຮົານີ້ແຫລະເປັນຜູ້ນັ້ນ ພວກທ່ານຈະຕ້ອງຕາຍໃນບາບຂອງຕົນ.”

25ເຂົາທູນຖາມພຣະ­ອົງວ່າ, “ຝ່າຍທ່ານ ທ່ານແມ່ນໃຜ”ພຣະ­ເຢຊູຊົງຕອບວ່າ, “ເຮົາເປັນເໝືອນທີ່ເຮົາໄດ້ບອກພວກທ່ານຕັ້ງ­ແຕ່ຕົ້ນນັ້ນ.https://laobible.net/inc/Cross.png 26ເຮົາມີຂໍ້­ຄວາມຫລາຍປະ­ການທີ່ຈະກ່າວແລະຕັດສີນພວກທ່ານ ແຕ່ພຣະ­ອົງຜູ້ຊົງໃຊ້ເຮົາມານັ້ນຊົງເປັນສັດຈິງ ແລະສິ່ງທີ່ເຮົາໄດ້ຍິນຈາກພຣະ­ອົງນັ້ນແຫລະເຮົາກໍກ່າວແກ່ໂລກ.” 27ເຂົາບໍ່ໄດ້ເຂົ້າ­ໃຈວ່າພຣະ­ອົງຊົງກ່າວກັບເຂົາເຖິງເລື່ອງພຣະ­ບິ­ດາ.

28ດັ່ງ­ນັ້ນ ພຣະ­ເຢຊູຈຶ່ງຊົງກ່າວແກ່ເຂົາວ່າ, “ເມື່ອທ່ານທັງ­ຫລາຍຈະໄດ້ຍົກບຸດມະ­ນຸດຂຶ້ນແລ້ວ ເມື່ອ­ນັ້ນພວກທ່ານຈະຮູ້ວ່າ ເຮົານີ້ແຫລະຄືຜູ້ນັ້ນ ແລະຮູ້ວ່າເຮົາບໍ່ໄດ້ເຮັດສິ່ງໃດຕາມ­ໃຈຊອບ ແຕ່ພຣະ­ບິ­ດາໄດ້ຊົງສອນເຮົາຢ່າງ­ໃດ ເຮົາຈຶ່ງກ່າວຢ່າງນັ້ນ. 29ພຣະ­ອົງຜູ້ຊົງໃຊ້ເຮົາມາກໍຊົງສະ­ຖິດຢູ່ກັບເຮົາ ພຣະ­ອົງບໍ່ໄດ້ຊົງປະເຮົາໄວ້ໃຫ້ຢູ່ຜູ້ດຽວ ເພາະ­ວ່າເຮົາເຮັດຕາມຊອບພຣະ­ໄທຂອງພຣະ­ອົງຢູ່ສະ­ເໝີ.” 30ເມື່ອພຣະ­ອົງຊົງກ່າວຄຳເຫລົ່າ­ນັ້ນມີຫລາຍຄົນໄດ້ເຊື່ອໃນພຣະ­ອົງ.

ຄວາມຈິງຈະເຮັດໃຫ້ເປັນອິດສະຫລະ

31ພຣະ­ເຢຊູຊົງກ່າວຕໍ່ພວກຢິວທີ່ເຊື່ອຖືໃນພຣະ­ອົງວ່າ, “ຖ້າທ່ານທັງ­ຫລາຍຕັ້ງໝັ້ນ­ຄົງຢູ່ໃນຖ້ອຍຄຳຂອງເຮົາ ພວກທ່ານກໍເປັນສາ­ວົກແທ້ຂອງເຮົາ. 32ແລ້ວພວກທ່ານຈະຮູ້­ຈັກຄວາມຈິງ ແລະຄວາມຈິງນັ້ນຈະເຮັດໃຫ້ພວກທ່ານເປັນອິດ­ສະ­ຫລະ.” 33ເຂົາທູນຕອບພຣະ­ອົງວ່າ, “ພວກເຮົາເປັນເຊື້ອ­ສາຍຂອງອັບ­ຣາ­ຮາມ ແລະບໍ່ໄດ້ເປັນຂ້ອຍຂ້າຂອງຜູ້ໃດຈັກເທື່ອ ເປັນຫຍັງທ່ານຈຶ່ງເວົ້າວ່າ, ‘ພວກທ່ານຈະເປັນອິດ­ສະ­ຫລະ.’” 34ພຣະ­ເຢຊູຊົງຕອບເຂົາວ່າ, “ເຮົາບອກທ່ານທັງ­ຫລາຍຕາມຄວາມຈິງວ່າ ທຸກຄົນທີ່ເຄີຍເຮັດການຜິດບາບກໍເປັນຂ້ອຍຂ້າຂອງຄວາມບາບ. 35ຂ້ອຍຂ້າບໍ່ຕັ້ງຢູ່ໃນຄົວເຮືອນຕະ­ຫລອດໄປ ແຕ່ບຸດກໍຕັ້ງຢູ່ຕະ­ຫລອດໄປ. 36ເຫດສັນ­ນັ້ນຖ້າພຣະ­ບຸດຈະເຮັດໃຫ້ທ່ານທັງ­ຫລາຍເປັນອິດ­ສະ­ຫລະ ພວກທ່ານກໍຈະເປັນອິດ­ສະ­ຫລະແທ້ຈິງ. 37ເຮົາຮູ້ຢູ່ວ່າທ່ານທັງ­ຫລາຍເປັນເຊື້ອ­ສາຍຂອງທ່ານອັບ­ຣາ­ຮາມ ແຕ່ພວກທ່ານຊອກຫາຈະຂ້າເຮົາເສຍ ເພາະ­ວ່າຄຳສອນຂອງເຮົາບໍ່ເຂົ້າສູ່ໃຈຂອງພວກທ່ານ. 38ເຮົາເວົ້າເຖິງສິ່ງທີ່ເຮົາໄດ້ເຫັນເມື່ອຢູ່ກັບພຣະ­ບິ­ດາຂອງເຮົາ ຝ່າຍພວກທ່ານໄດ້ເຮັດຕາມສິ່ງທີ່ທ່ານໄດ້ຍິນຈາກພໍ່ຂອງທ່ານ.”

ພໍ່ຂອງທ່ານຄືມານ

39ເຂົາທູນຕອບພຣະ­ອົງວ່າ, “ອັບ­ຣາ­ຮາມເປັນພໍ່ຂອງພວກເຮົາ” ພຣະ­ເຢຊູຊົງກ່າວກັບເຂົາວ່າ, “ຖ້າທ່ານທັງ­ຫລາຍເປັນລູກຂອງອັບ­ຣາ­ຮາມແລ້ວ ທ່ານກໍຈະເຮັດສິ່ງທີ່ອັບ­ຣາ­ຮາມໄດ້ເຮັດ. 40ແຕ່ບັດນີ້ທ່ານທັງ­ຫລາຍຫາໂອ­ກາດຈະຂ້າເຮົາ ຜູ້ໄດ້ບອກເຖິງຄວາມຈິງທີ່ເຮົາໄດ້ຍິນມາຈາກພຣະ­ເຈົ້າ ການຢ່າງນີ້ອັບ­ຣາ­ຮາມບໍ່ໄດ້ເຮັດ. 41ທ່ານທັງ­ຫລາຍເຮັດຕາມສິ່ງທີ່ພໍ່ຂອງພວກທ່ານເຮັດ” ເຂົາຈຶ່ງທູນຕອບວ່າ, “ພວກເຮົາບໍ່ໄດ້ເກີດມາຈາກການຫລິ້ນຊູ້ ພວກເຮົາມີບິ­ດາອົງດຽວຄືພຣະ­ເຈົ້າ.”

42ພຣະ­ເຢຊູຊົງກ່າວຕໍ່ເຂົາວ່າ, “ຖ້າພຣະ­ເຈົ້າເປັນພຣະ­ບິ­ດາຂອງພວກທ່ານແລ້ວ ທ່ານກໍຈະຮັກເຮົາເພາະເຮົາມາຈາກພຣະ­ເຈົ້າແລະມາເຖິງທີ່ນີ້ ເຮົາບໍ່ໄດ້ມາຕາມ­ໃຈຊອບຂອງເຮົາເອງ ແຕ່ພຣະ­ອົງໄດ້ຊົງໃຊ້ເຮົາມາ. 43ເຫດສັນ­ໃດພວກທ່ານຈຶ່ງບໍ່ເຂົ້າ­ໃຈຄຳເວົ້າຂອງເຮົາ ນັ້ນເປັນເພາະພວກທ່ານທົນຟັງຖ້ອຍຄຳຂອງເຮົາບໍ່ໄດ້. 44ທ່ານທັງ­ຫລາຍມາຈາກພໍ່ຂອງທ່ານຄືມານພວກທ່ານມີ­ໃຈຢາກເຮັດຕາມຄວາມປາດ­ຖະ­ໜາຂອງພໍ່ທ່ານ ມັນເປັນຜູ້ຂ້າຄົນຕັ້ງ­ແຕ່ເດີມມາແລ້ວ ແລະບໍ່ໄດ້ຕັ້ງຢູ່ໃນຄວາມຈິງ ເພາະໃນຕົວມັນບໍ່ມີຄວາມຈິງ ເມື່ອມັນເວົ້າຕົວະມັນກໍເວົ້າຕາມສັນ­ດານຂອງມັນເອງ ເພາະເປັນຜູ້ຕົວະແລະເປັນພໍ່ຂອງການຕົວະ. 45ແຕ່ທ່ານທັງ­ຫລາຍບໍ່ໄດ້ເຊື່ອເຮົາ ເພາະຝ່າຍເຮົາກໍກ່າວຄວາມຈິງ 46ໃນພວກທ່ານມີຜູ້ໃດແດ່ທີ່ຢືນ­ຢັນໄດ້ວ່າ ເຮົາໄດ້ເຮັດຜິດ ຖ້າເຮົາເວົ້າຄວາມຈິງ ເປັນຫຍັງທ່ານຈຶ່ງບໍ່ເຊື່ອເຮົາ. 47ຜູ້ທີ່ມາຈາກພຣະ­ເຈົ້າກໍຍອມຟັງພຣະ­ທຳຂອງພຣະ­ເຈົ້າ ທ່ານທັງ­ຫລາຍບໍ່ໄດ້ມາຈາກພຣະ­ເຈົ້າ ເຫດສັນ­ນັ້ນພວກທ່ານຈຶ່ງບໍ່ຟັງ.”

ພຣະເຢຊູຊົງເປັນຢູ່ກ່ອນອັບຣາຮາມ

48ພວກຢິວທູນຕອບພຣະ­ອົງວ່າ, “ທີ່ພວກເຮົາເວົ້າວ່າ ຕົວເປັນໄທຊາ­ມາ­ເຣຍແລະມີຜິຮ້າຍສິງຢູ່ນັ້ນ ບໍ່ຈິງຫລື.” 49ພຣະ­ເຢຊູຊົງຕອບເຂົາວ່າ, “ເຮົາບໍ່ມີຜິສິງ ແຕ່ເຮົາຖວາຍພຣະ­ກຽດແດ່ພຣະ­ບິ­ດາຂອງເຮົາ ແຕ່ຝ່າຍພວກທ່ານໝິ່ນ­ປະ­ໝາດເຮົາ. 50ສ່ວນເຮົາບໍ່ໄດ້ຊອກຫາກຽດສຳ­ລັບເຮົາເອງ ແຕ່ມີຜູ້ຫາໃຫ້ ແລະພຣະ­ອົງນັ້ນກໍຊົງພິ­ພາກ­ສາ. 51ເຮົາບອກພວກທ່ານຕາມຄວາມຈິງວ່າ ຖ້າຜູ້ໃດຖືຮັກ­ສາຄຳສອນຂອງເຮົາ ຜູ້ນັ້ນຈະບໍ່ເຫັນຄວາມຕາຍຈັກເທື່ອ.”

52ພວກຢິວທູນພຣະ­ອົງວ່າ, “ດຽວ­ນີ້ເຮົາຮູ້ແລ້ວວ່າຕົວມີຜີສິງຢູ່ ອັບ­ຣາ­ຮາມກໍຕາຍໄປແລ້ວ ແລະພວກປະ­ກາດພຣະ­ທຳກໍຕາຍໄປແລ້ວເໝືອນກັນ ແລະຕົວເວົ້າວ່າ ‘ຖ້າຜູ້ໃດຖືຮັກ­ສາຄຳສອນຂອງເຮົາຈະບໍ່ຮູ້ລົດຄວາມຕາຍຈັກເທື່ອ.’ 53ຕົວໃຫຍ່ກວ່າອັບ­ຣາ­ຮາມບິ­ດາຂອງພວກເຮົາ ຜູ້ຕາຍໄປແລ້ວນັ້ນຫລື ພວກຜູ້ປະ­ກາດພຣະ­ທຳກໍຕາຍໄປແລ້ວເໝືອນກັນ ຕົວອວດອ້າງວ່າຕົວເປັນຜູ້ໃດອີກ.” 54ພຣະ­ເຢຊູຊົງຕອບວ່າ, “ຖ້າເຮົາໃຫ້ກຽດແກ່ຕົວເຮົາເອງ ກຽດຂອງເຮົາກໍບໍ່ມີຄວາມໝາຍ ພຣະ­ອົງຜູ້ຊົງໃຫ້ກຽດແກ່ເຮົານັ້ນຄືພຣະ­ບິ­ດາຂອງເຮົາ ຜູ້ຊຶ່ງພວກທ່ານກ່າວວ່າ ຊົງເປັນພຣະ­ເຈົ້າຂອງພວກທ່ານ. 55ພວກທ່ານຍັງບໍ່ຮູ້­ຈັກພຣະ­ອົງ ແຕ່ຝ່າຍເຮົາເຮົາຮູ້­ຈັກພຣະ­ອົງ ຖ້າເຮົາເວົ້າວ່າເຮົາບໍ່ຮູ້­ຈັກພຣະ­ອົງ ເຮົາກໍເປັນຄົນຕົວະເໝືອນພວກທ່ານ ແຕ່ເຮົາຮູ້­ຈັກພຣະ­ອົງແລະຖືຮັກ­ສາພຣະ­ທຳຂອງພຣະ­ອົງ. 56ອັບ­ຣາ­ຮາມ ພໍ່ຂອງພວກທ່ານ ມີຄວາມຊົມ­ຊຶ່ນ­ຍິນ­ດີຈະໄດ້ເຫັນວັນຂອງເຮົາ ເພິ່ນໄດ້ເຫັນແລ້ວແລະຊົມ­ຊຶ່ນ­ຍິນ­ດີ.”

57ພວກຢິວທູນພຣະ­ອົງວ່າ, “ອາ­ຍຸຕົວຍັງບໍ່ເຖິງຫ້າສິບປີ ຕົວໄດ້ເຫັນອັບ­ຣາ­ຮາມແລ້ວຫລື.” 58ພຣະ­ເຢຊູຊົງຕອບເຂົາວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ກ່ອນອັບ­ຣາ­ຮາມເກີດ ເຮົານີ້ກໍເປັນຢູ່ແລ້ວ.” 59ເຫດສັນ­ນັ້ນເຂົາຈຶ່ງຈັບກ້ອນຫີນຈະຄວ່າງໃສ່ພຣະ­ອົງ ແຕ່ພຣະ­ເຢຊູຖືກຊົງບັງໄວ້ ແລ້ວສະ­ເດັດອອກຈາກບໍ­ລິ­ເວນພຣະ­ວິ­ຫານ.

 

ໂຢຮັນ ບົດທີ 9

ພຣະເຢຊູຊົງໂຜດຄົນໜຶ່ງຊຶ່ງຕາບອດແຕ່ກຳເນີດ

1ເມື່ອພຣະ­ເຢຊູກຳ­ລັງສະ­ເດັດໄປຊົງເຫັນຊາຍຄົນໜຶ່ງຕາ­ບອດແຕ່ກຳ­ເນີດ. 2ພວກສາ­ວົກຂອງພຣະ­ອົງທູນຖາມພຣະ­ອົງວ່າ, “ອາ­ຈານເຈົ້າຂ້າເອີຍຜູ້ໃດໄດ້ເຮັດຜິດບາບຄົນນີ້ຫລືພໍ່ແມ່ຂອງຕົນ ລາວຈຶ່ງເກີດມາຕາ­ບອດ.” 3ພຣະ­ເຢຊູຊົງຕອບວ່າ, “ບໍ່ແມ່ນຄົນນີ້ຫລືພໍ່ແມ່ຂອງຕົນໄດ້ເຮັດບາບ ແຕ່ເກີດມາເພື່ອໃຫ້ພຣະ­ລາ­ຊະ­ກິດຂອງພຣະ­ເຈົ້າປະ­ກົດໃນຕົວຄົນນີ້. 4ເມື່ອຍັງເວັນຢູ່ເຮົາທັງ­ຫລາຍຕ້ອງເຮັດພຣະ­ລາ­ຊະ­ກິດຂອງພຣະ­ອົງຜູ້ຊົງໃຊ້ເຮົາມາ ເວ­ລາກາງ­ຄືນກໍຈະໄດ້ມາເຖິງ ຄືເວ­ລາທີ່ບໍ່ມີຜູ້ໃດອາດເຮັດການໄດ້. 5ຕາບ­ໃດເຮົາຍັງຢູ່ໃນໂລກເຮົາກໍເປັນ­ຄວາມສະ­ຫວ່າງຂອງໂລກ.” 6ເມື່ອຊົງກ່າວດັ່ງ­ນັ້ນແລ້ວ ພຣະ­ອົງຊົງຖົ່ມ­ນ້ຳ­ລາຍລົງດິນ ແລະຊົງເຮັດໃຫ້ດິນເປັນຕົມດ້ວຍນ້ຳ­ລາຍນັ້ນ ແລ້ວຊົງເອົາຕົມນັ້ນທາຕາຂອງຄົນຕາ­ບອດ, 7ກັບທັງຊົງກ່າວຕໍ່ຄົນນັ້ນວ່າ, “ຈົ່ງໄປລ້າງເສຍທີ່ສະຊີ­ໂລ­ອາມ” (ຊຶ່ງແປວ່າ ໃຊ້ໄປ) ລາວຈຶ່ງໄປລ້າງແລ້ວກັບມາກໍເຫັນ­ຮຸ່ງໄດ້.

8ເຫດສັນ­ນັ້ນພວກຄົນໃກ້ຄຽງ ແລະຄົນທີ່ເຄີຍເຫັນລາວເປັນຄົນຂໍ­ທານຢູ່ແຕ່ກ່ອນ ຈຶ່ງເວົ້າກັນວ່າ, “ຜູ້ນີ້ບໍ່ແມ່ນຄົນທີ່ເຄີຍນັ່ງຂໍ­ທານນັ້ນຫລື.” 9ບາງຄົນຕອບວ່າ, “ແມ່ນຄົນນັ້ນແຫລະ” ແຕ່ຄົນອື່ນກໍວ່າ, “ບໍ່ແມ່ນແຕ່ລາວເໝືອນຄົນນັ້ນ” ສ່ວນຄົນນັ້ນເອງກໍບອກວ່າ,” ເຮົານີ້ແມ່ນຄົນນັ້ນແຫລະ.” 10ເຂົາຈຶ່ງຖາມລາວວ່າ, “ເປັນຢ່າງ­ໃດຕາຂອງເຈົ້າຈຶ່ງມືນອອກໄດ້.” 11ຄົນນັ້ນໄດ້ຕອບວ່າ, “ຊາຍຄົນໜຶ່ງຊື່­ວ່າເຢ­ຊູໄດ້ເຮັດຂີ້­ຕົມທາຕາຂອງເຮົາ ແລ້ວບອກເຮົາວ່າ ‘ຈົ່ງໄປລ້າງທີ່ສະຊີ­ໂລ­ອາມ’ ເຮົາຈຶ່ງໄປລ້າງແລ້ວກໍໄດ້ເຫັນ­ຮຸ່ງມາ.” 12ເຂົາຈຶ່ງຖາມວ່າ, “ຜູ້ນັ້ນຢູ່ໃສ” ລາວຕອບວ່າ, “ເຮົາບໍ່ຮູ້.”

ພວກຟາຣີຊາຍສອບຖາມເລື່ອງການຊົງໂຜດຄົນຕາບອດ

13ເຂົາຈຶ່ງພາຄົນທີ່ຕາ­ບອດແຕ່ກ່ອນນັ້ນໄປຫາພວກຟາ­ຣີ­ຊາຍ. 14ອັນໜຶ່ງວັນທີ່ພຣະ­ເຢຊູຊົງເຮັດຕົມປືດຕາຄົນນີ້ແມ່ນວັນຊະ­ບາ­ໂຕ. 15ເຫດສັນ­ນັ້ນພວກຟາ­ຣີ­ຊາຍຈຶ່ງໄດ້ຖາມຜູ້ນັ້ນເໝືອນກັນວ່າ ເຮັດແນວ­ໃດຕົນຈຶ່ງເຫັນ­ຮຸ່ງໄດ້ ສ່ວນຜູ້ນັ້ນໄດ້ບອກເຂົາວ່າ, “ເພິ່ນໄດ້ເອົາຂີ້­ຕົມທາຕາຂອງຂ້າ­ນ້ອຍ ແລ້ວຂ້າ­ນ້ອຍໄດ້ໄປລ້າງຈຶ່ງເຫັນ­ຮຸ່ງໄດ້.”

16ເຫດສັນ­ນັ້ນພວກຟາ­ຣີ­ຊາຍລາງຄົນເວົ້າວ່າ, “ຄົນນັ້ນບໍ່ໄດ້ມາຈາກພຣະ­ເຈົ້າເພາະເພິ່ນບໍ່ຖືຮັກ­ສາວັນຊະ­ບາ­ໂຕ” ແຕ່ຄົນອື່ນເວົ້າວ່າ, “ຄົນບາບຈະເຮັດໝາຍສຳ­ຄັນແນວນີ້ໄດ້ຢ່າງ­ໃດ” ແລະເຂົາກໍແຕກແຍກບໍ່ຖືກ­ຕ້ອງກັນ. 17ເຂົາຈຶ່ງຖາມຄົນຕາ­ບອດອີກວ່າ, “ເຈົ້າເດເຈົ້າເວົ້າຢ່າງ­ໃດເລື່ອງຄົນນັ້ນໃນການທີ່ເພິ່ນໄດ້ປືດຕາຂອງເຈົ້າ” ຜູ້ນັ້ນຕອບວ່າ, “ທ່ານເປັນຜູ້ປະ­ກາດພຣະ­ທຳ.”

18ຝ່າຍພວກຢິວບໍ່ເຊື່ອວ່າ ຊາຍຄົນນັ້ນເປັນ­ຕາບອດແລະກັບເຫັນ­ຮຸ່ງໄດ້ ຈົນເຂົາໄດ້ເອີ້ນພໍ່ແມ່ຂອງຜູ້ນັ້ນມາ, 19ແລ້ວຖາມວ່າ, “ຊາຍຄົນນີ້ເປັນລູກຂອງໝູ່ເຈົ້າຫລື ທີ່ໝູ່ເຈົ້າເວົ້າວ່າເປັນ­ຕາບອດແຕ່ກຳ­ເນີດມາ ເປັນຢ່າງ­ໃດດຽວ­ນີ້ລາວຈຶ່ງເຫັນໄດ້.” 20ພໍ່ແມ່ຂອງຜູ້ນັ້ນຕອບວ່າ, “ພວກຂ້າ­ນ້ອຍຮູ້ວ່າຜູ້ນີ້ເປັນລູກຂອງຂ້າ­ນ້ອຍແລະຮູ້ວ່າລາວເປັນ­ຕາບອດແຕ່ກຳ­ເນີດ. 21ແຕ່ທີ່ລາວເຫັນ­ຮຸ່ງໄດ້ດຽວ­ນີ້ນັ້ນ ພວກຂ້າ­ນ້ອຍກໍບໍ່ຮູ້ແລະບໍ່ຮູ້ວ່າແມ່ນຜູ້ໃດໄດ້ປືດຕາຂອງລາວ ຈົ່ງຖາມລາວເອງ ອາ­ຍຸລາວກໍພົ້ນກະ­ສຽນແລ້ວ ລາວຄົງເວົ້າເລື່ອງຕົນເອງໄດ້.” 22ທີ່ພໍ່ແມ່ຂອງຜູ້ນັ້ນເວົ້າດັ່ງ­ນີ້ກໍເພາະເຂົາຢ້ານພວກຢິວ ດ້ວຍວ່າພວກຢິວຕົກ­ລົງກັນແລ້ວວ່າ ຖ້າຜູ້ໃດຍອມ­ຮັບຜູ້ນັ້ນເປັນພຣະ­ຄຣິດ ຈະຕ້ອງຖືກໄລ່ອອກຈາກໂຮງທຳມະເທດສະ­ໜາ. 23ເພາະສັນ­ນັ້ນພໍ່ແມ່ຂອງລາວຈຶ່ງເວົ້າວ່າ, “ຈົ່ງຖາມລາວເອງເພາະອາ­ຍຸລາວກໍພົ້ນກະ­ສຽນແລ້ວ.”

24ເຫດສັນ­ນັ້ນເຂົາຈຶ່ງເອີ້ນຄົນທີ່ໄດ້ເປັນ­ຕາບອດ ນັ້ນມາເປັນເທື່ອທີ່ສອງ ແລະບອກລາວວ່າ, “ຈົ່ງສັນ­ລະ­ເສີນພຣະ­ເຈົ້າhttps://laobible.net/inc/Cross.png ພວກເຮົາຮູ້ຢູ່ວ່າຊາຍຄົນນັ້ນເປັນຄົນບາບ.” 25ລາວຕອບວ່າ, “ເພິ່ນເປັນຄົນບາບຫລືບໍ່ເປັນຂ້າ­ນ້ອຍກໍບໍ່ຮູ້ ຂ້າ­ນ້ອຍຮູ້ແຕ່ສິ່ງດຽວວ່າ ຄືແຕ່ກ່ອນຂ້າ­ນ້ອຍເປັນ­ຕາບອດ ແຕ່ດຽວ­ນີ້ຂ້າ­ນ້ອຍເຫັນໄດ້ແລ້ວ.” 26ເຂົາຈຶ່ງຖາມລາວອີກວ່າ, “ຜູ້ນັ້ນໄດ້ເຮັດຢ່າງ­ໃດໃຫ້ເຈົ້າແດ່ ແລະໄດ້ປືດຕາຂອງເຈົ້າຢ່າງ­ໃດ.” 27ຊາຍຄົນນັ້ນຕອບວ່າ, “ຂ້າ­ນ້ອຍໄດ້ບອກພວກທ່ານແລ້ວ ແລະທ່ານບໍ່ຟັງ ເປັນຫຍັງພວກທ່ານຈຶ່ງມີ­ໃຈຢາກຟັງອີກ ຢາກເປັນສິດຂອງເພິ່ນເໝືອນກັນຫລື.”

28ເຂົາຈຶ່ງເຍີ້ຍຄົນນັ້ນວ່າ, “ມຶງນັ້ນແຫລະເປັນສິດຂອງມັນ ແຕ່ພວກເຮົານີ້ເປັນສິດຂອງໂມ­ເຊ. 29ຝ່າຍພວກເຮົາຮູ້ຢູ່ວ່າພຣະ­ເຈົ້າໄດ້ຊົງກ່າວຕໍ່ໂມ­ເຊ ແຕ່ຄົນນັ້ນພວກເຮົາບໍ່ຮູ້ວ່າມັນມາແຕ່ໃສ.” 30ຊາຍນັ້ນຕອບເຂົາວ່າ, “ນີ້ກໍເປັນໜ້າປະ­ຫລາດແທ້ ທີ່ພວກທ່ານບໍ່ຮູ້ວ່າທ່ານຜູ້ນັ້ນມາແຕ່ໃສແຕ່ເພິ່ນຍັງໄດ້ປືດຕາຂອງຂ້າ­ນ້ອຍ. 31ພວກເຮົາຮູ້ຢູ່ວ່າພຣະ­ເຈົ້າບໍ່ຊົງຟັງຄົນບາບ ແຕ່ຖ້າຜູ້ໃດຢຳເກງພຣະ­ເຈົ້າແລະເຮັດໄປຕາມນ້ຳພຣະ­ໄທຂອງພຣະ­ອົງ ພຣະ­ອົງກໍຊົງຟັງຜູ້ນັ້ນ. 32ຕັ້ງ­ແຕ່ເດີມມີໂລກມາ ບໍ່­ຫ່ອນໄດ້ຍິນວ່າ ມີຜູ້ໃດໄດ້ປືດຕາຂອງຄົນທີ່ເປັນ­ຕາບອດແຕ່ກຳ­ເນີດໄດ້. 33ຖ້າທ່ານຜູ້ນັ້ນບໍ່ໄດ້ມາຈາກພຣະ­ເຈົ້າແລ້ວ ກໍບໍ່ສາ­ມາດຈະເຮັດສິ່ງໃດໄດ້.” 34ເຂົາໄດ້ກ່າວຕອບຄົນນັ້ນວ່າ, “ມຶງເກີດມາໃນການບາບທັງນັ້ນ ແລະມຶງຈະມາສອນພວກເຮົາຫລື” ແລ້ວເຂົາຈຶ່ງໄລ່ຄົນນັ້ນອອກເສຍ.

ອາການບອດຝ່າຍວິນຍານຈິດ

35ພຣະ­ເຢຊູຊົງໄດ້ຍິນວ່າເຂົາໄດ້ໄລ່ຄົນນັ້ນອອກແລ້ວ ແລະເມື່ອພຣະ­ອົງຊົງພົບລາວຈຶ່ງຊົງຖາມລາວວ່າ, “ເຈົ້າໄວ້ວາງ­ໃຈໃນບຸດມະ­ນຸດຫລື.” 36ຊາຍຄົນນັ້ນທູນຕອບພຣະ­ອົງວ່າ, “ນາຍເອີຍບຸດມະ­ນຸດນັ້ນຄືຜູ້ໃດ ເພື່ອຂ້າ­ນ້ອຍຈະວາງ­ໃຈໃນເພິ່ນ.” 37ພຣະ­ເຢຊູຊົງກ່າວກັບລາວວ່າ, “ເຈົ້າໄດ້ເຫັນເພິ່ນແລ້ວ ຄືຜູ້ນັ້ນແຫລະທີ່ກຳ­ລັງເວົ້າຢູ່ກັບເຈົ້າ.” 38ລາວຈຶ່ງທູນວ່າ, “ນາຍເຈົ້າເອີຍຂ້າ­ນ້ອຍວາງ­ໃຈເຊື່ອແລ້ວ” ລາວຈຶ່ງຂາບລົງໄຫວ້ພຣະ­ອົງ. 39ພຣະ­ເຢຊູຊົງກ່າວວ່າ, “ເຮົາໄດ້ມາໃນໂລກນີ້ສຳ­ລັບການພິ­ພາກ­ສາ ເພື່ອຄົນທັງ­ຫລາຍທີ່ບໍ່ເຫັນຈະໄດ້ເຫັນ ແລະເພື່ອຄົນທັງ­ຫລາຍທີ່ເຫັນແລ້ວຈະກາຍ­ເປັນຕາ­ບອດ.”

40ແລະເມື່ອພວກຟາ­ຣີ­ຊາຍບາງຄົນທີ່­ຢູ່ໃກ້ພຣະ­ອົງໄດ້ຍິນດັ່ງ­ນັ້ນ ຈຶ່ງທູນຖາມວ່າ, “ຝ່າຍພວກເຮົາເດກໍເປັນ­ຕາບອດເໝືອນກັນຫລື.” 41ພຣະ­ເຢຊູຊົງຕອບເຂົາວ່າ, “ຖ້າພວກທ່ານເປັນຄົນຕາ­ບອດພວກທ່ານຈະບໍ່ມີຄວາມຜິດບາບ ແຕ່ບັດນີ້ພວກທ່ານເວົ້າວ່າ ‘ເຮົາເຫັນຢູ່’ ເຫດສັນ­ນັ້ນຄວາມຜິດບາບຂອງພວກທ່ານຈຶ່ງຍັງມີຢູ່.”

 

ໂຢຮັນ ບົດທີ 10

ຄຳອຸປະມາເລື່ອງຄອກແກະ

1“ເຮົາບອກທ່ານທັງ­ຫລາຍຕາມຄວາມຈິງວ່າ ຜູ້ທີ່ບໍ່ໄດ້ເຂົ້າໄປໃນຄອກແກະທາງປະ­ຕູ ແຕ່ປີນເຂົ້າໄປທາງອື່ນ ຜູ້ນັ້ນກໍເປັນຂະ­ໂມຍແລະໂຈນ. 2ແຕ່ຜູ້ທີ່ເຂົ້າທາງປະ­ຕູກໍເປັນຜູ້ລ້ຽງແກະ. 3ນາຍປະ­ຕູກໍໄຂປະ­ຕູໃຫ້ແກ່ຜູ້ນັ້ນ ແລະຝູງແກະກໍຍອມຟັງ­ສຽງຂອງເພິ່ນ ແລະເພິ່ນເອີ້ນແກະຂອງຕົນຕາມຊື່ແລະພາເຂົາອອກໄປ. 4ເມື່ອເພິ່ນໃຫ້ແກະຂອງຕົນອອກໄປໝົດແລ້ວ ເພິ່ນກໍນຳໜ້າເຂົາໄປ ແລະຝູງແກະກໍຕາມເພິ່ນໄປເພາະເຂົາຮູ້­ຈັກສຽງຂອງເພິ່ນ. 5ສ່ວນຄົນຕ່າງໜ້າຝູງແກະຈະບໍ່ຕາມໄປ ມີແຕ່ຈະໜີຈາກຄົນນັ້ນເພາະເຂົາບໍ່ຮູ້­ຈັກສຽງຂອງຄົນຕ່າງໜ້ານັ້ນ.” 6ຄຳປຽບ­ທຽບນີ້ພຣະ­ເຢຊູຊົງກ່າວຕໍ່ເຂົາ ແຕ່ເຂົາບໍ່ໄດ້ເຂົ້າ­ໃຈວ່າ ຄຳທີ່ພຣະ­ອົງຊົງກ່າວນັ້ນມີຄວາມໝາຍຢ່າງ­ໃດ.

ພຣະເຢຊູຊົງເປັນຜູ້ລ້ຽງທີ່ດີ

7ພຣະ­ເຢຊູຊົງກ່າວອີກວ່າ, “ເຮົາບອກທ່ານທັງ­ຫລາຍຕາມຄວາມຈິງວ່າ ເຮົານີ້ແຫລະເປັນປະ­ຕູຂອງແກະທັງ­ຫລາຍ. 8ບັນ­ດາຜູ້ທີ່ມາກ່ອນເຮົານັ້ນກໍເປັນຂະ­ໂມຍແລະໂຈນ ແຕ່ຝູງແກະບໍ່ໄດ້ຟັງເຂົາ. 9ເຮົານີ້ແຫລະເປັນປະ­ຕູ ຖ້າຜູ້ໃດເຂົ້າທາງເຮົາຜູ້ນັ້ນຈະພົ້ນ ແລ້ວຈະເຂົ້າອອກທັງຈະພົບອາ­ຫານ. 10ຂະ­ໂມຍມາກໍພຽງແຕ່ຈະລັກຈະຂ້າແລະທຳ­ລາຍເທົ່ານັ້ນ ຝ່າຍເຮົາໄດ້ມາເພື່ອເຂົາຈະໄດ້ຊີ­ວິດ ແລະຈະໄດ້ຢ່າງຄົບບໍ­ລິ­ບູນ.

11ເຮົານີ້ແຫລະເປັນຜູ້ລ້ຽງແກະທີ່ດີ ຜູ້ລ້ຽງທີ່ດີນັ້ນຍ່ອມສະ­ຫລະຊີ­ວິດຂອງຕົນເພື່ອຝູງແກະ. 12ຜູ້ທີ່ຮັບ­ຈ້າງບໍ່ເປັນຜູ້ລ້ຽງແກະແລະຝູງແກະບໍ່ແມ່ນຂອງຕົນ ເມື່ອເຫັນໝາ­ໄນມາຜູ້ນັ້ນກໍປະຖິ້ມຝູງແກະປົບໜີໄປ ໝາ­ໄນກໍຄາບຍາດເອົາແກະໄປເສຍ ແລະເຮັດໃຫ້ຝູງແກະແຕກຊະກັນໄປ. 13ຄົນນັ້ນໜີກໍເພາະເປັນຜູ້ຮັບ­ຈ້າງ ແລະບໍ່ເປັນຫ່ວງນຳຝູງແກະ.

14ເຮົານີ້ແຫລະເປັນຜູ້ລ້ຽງທີ່ດີ ເຮົາຮູ້­ຈັກແກະຂອງເຮົາ ແລະແກະຂອງເຮົາກໍຮູ້­ຈັກເຮົາ, 15ເໝືອນດັ່ງພຣະ­ບິ­ດາຊົງຮູ້­ຈັກເຮົາ ແລະເຮົາຮູ້­ຈັກພຣະ­ບິ­ດາ ແລະຊີ­ວິດຂອງເຮົາ ເຮົາກໍສະ­ຫລະເພື່ອແກະ. 16ແກະອື່ນອີກທີ່ບໍ່ແມ່ນແຕ່ຄອກນີ້ເຮົາກໍມີຢູ່ ແກະເຫລົ່າ­ນັ້ນເຮົາຕ້ອງພາມາເໝືອນກັນ ແລະເຂົາຈະຟັງ­ສຽງຂອງເຮົາ ແລ້ວຈະຮ່ວມເປັນຝູງດຽວ ແລະມີຜູ້ລ້ຽງພຽງຜູ້ດຽວ. 17ດ້ວຍເຫດນີ້ພຣະ­ບິ­ດາຈຶ່ງຊົງຮັກເຮົາ ເພາະເຮົາສະ­ຫລະຊີ­ວິດຂອງເຮົາເພື່ອຈະຮັບຊີ­ວິດນັ້ນຄືນອີກ. 18ບໍ່ມີຜູ້ໃດຍາດເອົາຊີ­ວິດໄປຈາກເຮົາ ແຕ່ເຮົາສະ­ຫລະຊີ­ວິດດ້ວຍໃຈສະ­ໝັກຂອງເຮົາເອງ ເຮົາມີສິດທີ່ຈະສະ­ຫລະຊີ­ວິດນັ້ນແລະມີສິດທີ່ຈະຮັບຄືນອີກ ຄຳສັ່ງນີ້ເຮົາໄດ້ຮັບຈາກພຣະ­ບິ­ດາຂອງເຮົາ.”

19ເພາະດ້ວຍຂໍ້­ຄວາມນີ້ພວກຢິວຈຶ່ງເກີດແຕກແຍກບໍ່ຖືກ­ຕ້ອງກັນອີກ. 20ມີຫລາຍຄົນໃນພວກນັ້ນເວົ້າວ່າ, “ມັນມີຜິສິງຢູ່ແລະເປັນບ້າແລ້ວ ຟັງມັນເຮັດຫຍັງ.” 21ພວກອື່ນກໍເວົ້າວ່າ, “ຄຳນີ້ບໍ່ແມ່ນຄຳເວົ້າຂອງຄົນທີ່ມີຜີສິງ ຜີຈະປືດຕາຂອງຄົນຕາ­ບອດໄດ້ຫລື.”

ພວກຢິວປະຕິເສດບໍ່ຍອມຮັບພຣະເຢຊູ

22ເວ­ລານັ້ນເປັນເທດ­ສະ­ການສະ­ຫລອງພຣະ­ວິ­ຫານໃນກຸງເຢ­ຣູ­ຊາ­ເລັມ. 23ເປັນລະ­ດູໜາວ ສ່ວນພຣະ­ເຢຊູກຳ­ລັງສະ­ເດັດໄປມາໃນບໍ­ລິ­ເວນພຣະ­ວິ­ຫານທີ່ລະ­ບຽງຂອງໂຊ­ໂລ­ໂມນ. 24ພວກຢິວກໍພາ­ກັນມາລ້ອມພຣະ­ອົງແລ້ວທູນວ່າ, “ຈະໃຫ້ພວກເຮົາສົງໃສຢູ່ເຫິງປານ­ໃດ ຖ້າທ່ານເປັນພຣະ­ຄຣິດຈົ່ງບອກໃຫ້ພວກເຮົາຮູ້ຄັກເສຍ.” 25ພຣະ­ເຢຊູຊົງຕອບເຂົາວ່າ, “ເຮົາໄດ້ບອກທ່ານທັງ­ຫລາຍແລ້ວ ແລະພວກທ່ານບໍ່ເຊື່ອ ກິດ­ຈະ­ການທີ່ເຮົານີ້ໄດ້ເຮັດໃນພຣະ­ນາມພຣະ­ບິ­ດາຂອງເຮົາກໍເປັນພະ­ຍານຝ່າຍເຮົາ. 26ແຕ່ພວກທ່ານບໍ່ເຊື່ອເພາະພວກທ່ານບໍ່ເປັນແຕ່ຝູງແກະຂອງເຮົາ. 27ແກະຂອງເຮົາກໍຟັງ­ສຽງຂອງເຮົາ ແລະເຮົາກໍຮູ້­ຈັກຝູງແກະນັ້ນແລະເຂົາຕາມເຮົາໄປ. 28ຝ່າຍເຮົາກໍປະ­ທານຊີ­ວິດອັນຕະ­ຫລອດໄປເປັນ­ນິດໃຫ້ແກ່ແກະນັ້ນ ແລະເຂົາຈະບໍ່ຈິບ­ຫາຍຈັກເທື່ອ ບໍ່ມີຜູ້ໃດຈະຍາດເຂົາອອກຈາກມືຂອງເຮົາໄດ້. 29ອັນທີ່ພຣະ­ບິ­ດາຂອງເຮົາໄດ້ຊົງປະ­ທານໃຫ້ເຮົານັ້ນກໍໃຫຍ່ກວ່າສັບ­ພະທຸກສິ່ງhttps://laobible.net/inc/Cross.png ແລະບໍ່ມີຜູ້ໃດຈະອາດຍາດອັນນັ້ນອອກຈາກພຣະ­ຫັດພຣະ­ບິ­ດາຂອງເຮົາໄດ້. 30ເຮົາກັບພຣະ­ບິ­ດາກໍເປັນອັນໜຶ່ງອັນດຽວກັນ.”

31ພວກຢິວກໍຍົກເອົາກ້ອນຫີນມາອີກຈະຄວ່າງໃສ່ພຣະ­ອົງ. 32ພຣະ­ເຢຊູຊົງກ່າວຕໍ່ເຂົາວ່າ, “ເຮົາໄດ້ສະ­ແດງໃຫ້ທ່ານທັງ­ຫລາຍເຫັນການດີຫລາຍປະ­ການທີ່ມາຈາກພຣະ­ບິ­ດາຂອງເຮົາ ເພາະເຫດຂໍ້ໃດໃນການດີທັງ­ຫລາຍນັ້ນພວກທ່ານຈຶ່ງຈະຄວ່າງກ້ອນຫີນໃສ່ເຮົາ.” 33ພວກຢິວທູນພຣະ­ອົງວ່າ, “ທີ່ພວກເຮົາຈະຄວ່າງກ້ອນຫີນໃສ່ເຈົ້ານັ້ນບໍ່ແມ່ນຍ້ອນການດີ ແຕ່ເພາະຄວາມໝິ່ນ­ປະ­ໝາດພຣະ­ເຈົ້າ ເພາະເຈົ້າເປັນພຽງມະ­ນຸດແຕ່ຕັ້ງຕົວເປັນພຣະ­ເຈົ້າ.”

34ພຣະ­ເຢຊູຊົງຕອບເຂົາວ່າ, “ໃນພຣະ­ບັນ­ຍັດຂອງທ່ານທັງ­ຫລາຍມີຄຳຂຽນໄວ້ແລ້ວບໍ່ແມ່ນຫລືວ່າ ‘ຝ່າຍເຮົາໄດ້ກ່າວວ່າ ທ່ານທັງ­ຫລາຍເປັນພະ.’ 35ຖ້າພຣະ­ອົງຊົງເອີ້ນຜູ້ຮັບພຣະ­ທຳຂອງພຣະ­ເຈົ້າວ່າ ເຂົາເປັນພະ (ພຣະ­ຄຳພີນັ້ນຈະຖືກລົບລ້າງເສຍບໍ່ໄດ້.) 36ທ່ານທັງ­ຫລາຍຈະກ່າວຫາທ່ານ ຜູ້ທີ່ພຣະ­ບິ­ດາຊົງຕັ້ງໄວ້ແລະຊົງໃຊ້ເຂົ້າມາໃນໂລກວ່າ ‘ເຈົ້າກ່າວຄຳໝິ່ນ­ປະ­ໝາດພຣະ­ເຈົ້າ’ ເພາະເຮົາໄດ້ກ່າວວ່າ ‘ເຮົາເປັນບຸດຂອງພຣະ­ເຈົ້າ’ ຢ່າງນັ້ນຫລື. 37ຖ້າເຮົາບໍ່ເຮັດພຣະ­ລາ­ຊະ­ກິດພຣະ­ບິ­ດາຂອງເຮົາກໍຢ່າໄດ້ເຊື່ອເຮົາ. 38ແຕ່ຖ້າເຮົາເຮັດພຣະ­ລາ­ຊະ­ກິດນັ້ນ ເຖິງວ່າທ່ານທັງ­ຫລາຍບໍ່ເຊື່ອເຮົາກໍຈົ່ງເຊື່ອພຣະ­ລາ­ຊະ­ກິດນັ້ນ ເພື່ອພວກທ່ານຈະໄດ້ຮູ້ແລະເຂົ້າ­ໃຈວ່າ ພຣະ­ບິ­ດາຊົງຢູ່ໃນເຮົາແລະເຮົາຢູ່ໃນພຣະ­ບິ­ດາ.” 39ເຫດສັນນີ້ເຂົາຈຶ່ງພະ­ຍາ­ຍາມຈັບພຣະ­ອົງອີກ ແຕ່ພຣະ­ອົງກໍສະ­ເດັດໜີພົ້ນຈາກມືຂອງເຂົາໄປໄດ້.

40ແລ້ວພຣະ­ອົງໄດ້ສະ­ເດັດຂ້າມແມ່­ນ້ຳຢໍ­ແດນອີກ ໄປເຖິງບ່ອນໂຢ­ຮັນໃຫ້ຮັບບັບ­ຕິ­ສະ­ມາແຕ່ກ່ອນນັ້ນ ແລະພຣະ­ອົງກໍປະ­ທັບຢູ່ທີ່ນັ້ນ. 41ມີຫລາຍຄົນໄດ້ພາ­ກັນມາຫາພຣະ­ອົງແລະກ່າວວ່າ, “ໂຢ­ຮັນບໍ່ໄດ້ເຮັດໝາຍສຳ­ຄັນຈັກ­ຢ່າງ ແຕ່ທຸກສິ່ງທີ່ໂຢ­ຮັນກ່າວເຖິງທ່ານຜູ້ນີ້ກໍເປັນ­ຄວາມຈິງທັງໝົດ.” 42ໃນທີ່ນັ້ນມີຫລາຍຄົນໄດ້ເຊື່ອໃນພຣະ­ອົງ.

 

ໂຢຮັນ ບົດທີ 11

ລາຊະໂຣສິ້ນຊີວິດ

1ມີຊາຍຄົນໜຶ່ງຊື່ລາ­ຊະ­ໂຣກຳ­ລັງປ່ວຍຢູ່ທີ່ບ້ານເບັດ­ທາ­ນີ ຄືບ້ານຂອງນາງມາ­ຣິ­ອາ ແລະມາ­ທາສອງເອື້ອຍນ້ອງ. 2ແມ່ນນາງມາ­ຣິ­ອາຜູ້ນີ້ທີ່ໄດ້ເອົານ້ຳ­ມັນຫອມສົງອົງພຣະ­ຜູ້­ເປັນ­ເຈົ້າ ແລະໃຊ້ຜົມຂອງຕົນເຊັດພຣະ­ບາດຂອງພຣະ­ອົງ ລາ­ຊະ­ໂຣຜູ້ທີ່ປ່ວຍຜູ້ນັ້ນກໍເປັນນ້ອງຊາຍຂອງຍິງຜູ້ນີ້. 3ເອື້ອຍທັງສອງໄດ້ໃຊ້ຄົນໄປເຝົ້າພຣະ­ເຢຊູທູນວ່າ, “ນາຍເຈົ້າເອີຍເບິ່ງແມ ຜູ້ທີ່ທ່ານຮັກ­ແພງນັ້ນhttps://laobible.net/inc/Cross.png ກໍກຳ­ລັງປ່ວຍຢູ່.” 4ເມື່ອພຣະ­ເຢຊູຊົງໄດ້ຍິນດັ່ງ­ນັ້ນແລ້ວກໍຊົງກ່າວວ່າ, “ການປ່ວຍນີ້ບໍ່ເຖິງແກ່ຄວາມຕາຍດອກ ແຕ່ເກີດຂຶ້ນເພື່ອກຽດ­ຕິ­ຍົດຂອງພຣະ­ເຈົ້າ ເພື່ອໃຫ້ພຣະ­ບຸດຂອງ ພຣະ­ເຈົ້າຊົງໄດ້ຮັບກຽດ­ຕິ­ຍົດເພາະການປ່ວຍນີ້.” 5ສ່ວນພຣະ­ເຢຊູກໍຊົງຮັກມາ­ທາ ແລະນ້ອງສາວຂອງນາງກັບລາ­ຊະ­ໂຣ.

6ຄັນພຣະ­ອົງຊົງໄດ້ຍິນວ່າລາ­ຊະ­ໂຣປ່ວຍຢູ່ ພຣະ­ອົງຈຶ່ງຊົງພັກຢູ່ໃນບ່ອນພຣະ­ອົງຊົງຢູ່ນັ້ນອີກສອງວັນ. 7ຫລັງຈາກນັ້ນ ພຣະ­ອົງຊົງກ່າວກັບພວກສາ­ວົກວ່າ, “ພວກເຮົາພາ­ກັນເຂົ້າໄປໃນແຂວງຢູ­ດາຍອີກເທາະ.” 8ພວກສາ­ວົກໄດ້ທູນພຣະ­ອົງວ່າ, “ອາ­ຈານເຈົ້າຂ້າເອີຍເມື່ອບໍ່ເຫິງນີ້ພວກຢິວຫາໂອ­ກາດເອົາຫີນຄວ່າງໃສ່ທ່ານໃຫ້ຕາຍ ແລ້ວທ່ານຍັງຈະກັບໄປທີ່ນັ້ນອີກຫລື.” 9ພຣະ­ເຢຊູຊົງຕອບວ່າ, “ວັນໜຶ່ງມີສິບສອງຊົ່ວ­ໂມງບໍ່ແມ່ນຫລື ຖ້າຄົນໃດຫາກຍ່າງໄປໃນເວ­ລາກາງ­ເວັນກໍຈະບໍ່ຊູນສະ­ດຸດ ເພາະ­ວ່າເພິ່ນເຫັນຄວາມສະ­ຫວ່າງຂອງໂລກນີ້. 10ແຕ່ຖ້າຜູ້ໃດຫາກຍ່າງໄປໃນເວ­ລາກາງ­ຄືນກໍຈະຊູນສະ­ດຸດ ເພາະ­ວ່າເພິ່ນບໍ່ມີຄວາມສະ­ຫວ່າງໃນຕົວ.”

11ເມື່ອພຣະ­ອົງຊົງກ່າວດັ່ງ­ນີ້ແລ້ວກໍຊົງບອກພວກສາ­ວົກວ່າ, “ລາ­ຊະ­ໂຣເພື່ອນຂອງເຮົາກໍຫລັບໄປແລ້ວ ແຕ່ເຮົາໄປເພື່ອຈະປຸກລາວໃຫ້ຕື່ນ.” 12ພວກສາ­ວົກຈຶ່ງທູນພຣະ­ອົງວ່າ, “ນາຍເຈົ້າເອີຍຖ້າຜູ້ປ່ວຍນອນຫລັບ ລາວກໍຄົງຈະດີປ່ວຍ.” 13ສ່ວນພຣະ­ເຢຊູກໍໄດ້ຊົງກ່າວເຖິງການຕາຍຂອງລາ­ຊະ­ໂຣ ແຕ່ພວກສາ­ວົກຄຶດວ່າພຣະ­ອົງຊົງກ່າວເຖິງການນອນຫລັບໃຫ້ຫາຍເມື່ອຍ.

14ເຫດສັນນີ້ພຣະ­ເຢຊູຈຶ່ງຊົງບອກເຂົາໂດຍແຈ່ມແຈ້ງ­ວ່າ, “ລາ­ຊະ­ໂຣຕາຍແລ້ວ. 15ເຮົາຍິນ­ດີທີ່ເຮົາບໍ່ໄດ້ຢູ່ທີ່ນັ້ນເພາະເຫັນ­ແກ່ທ່ານທັງ­ຫລາຍ ເພື່ອທ່ານທັງ­ຫລາຍຈະໄດ້ເຊື່ອ ພວກເຮົາພາ­ກັນໄປຫາລາວເທາະ.” 16ໂທ­ມາທີ່ເອີ້ນວ່າແຝດ ໄດ້ເວົ້າກັບເພື່ອນສາ­ວົກວ່າ, “ພວກເຮົາພາ­ກັນໄປເໝືອນກັນ ເພື່ອຈະໄດ້ຕາຍດ້ວຍກັນກັບພຣະ­ອົງ.”https://laobible.net/inc/Cross.png

ພຣະເຢຊູຊົງເປັນເຫດໃຫ້ຄືນມາທັງຊົງເປັນຊີວິດ

17ເມື່ອພຣະ­ເຢຊູສະ­ເດັດມາເຖິງກໍຊົງເຫັນວ່າ ລາ­ຊະ­ໂຣຢູ່ໃນອຸບໂມງຝັງສົບໄດ້ສີ່ວັນແລ້ວ. 18ອັນໜຶ່ງບ້ານເບັດ­ທາ­ນີນັ້ນຢູ່ໄກຈາກກຸງເຢ­ຣູ­ຊາ­ເລັມປະ­ມານພັນຫ້າຮ້ອຍວາ. 19ພວກຢິວຫລາຍຄົນໄດ້ມາຫານາງມາ­ທາແລະມາ­ຣິ­ອາ ເພື່ອເລົ້າໂລມໃຈເຂົາເນື່ອງດ້ວຍນ້ອງຊາຍຂອງເຂົາ. 20ເມື່ອມາ­ທາໄດ້ຍິນວ່າພຣະ­ເຢຊູກຳ­ລັງສະ­ເດັດມາ ນາງກໍອອກໄປຕ້ອນ­ຮັບພຣະ­ອົງ ແຕ່ສ່ວນມາ­ຣິ­ອານັ້ນນັ່ງຢູ່ໃນເຮືອນ. 21ນາງມາ­ທາທູນພຣະ­ເຢຊູວ່າ, “ນາຍເຈົ້າເອີຍຖ້າທ່ານຢູ່ທີ່ນີ້ນ້ອງຊາຍຂອງຂ້າ­ນ້ອຍກໍຄົງບໍ່ຕາຍ. 22ແຕ່ບັດນີ້ກໍດີຂ້າ­ນ້ອຍຊາບວ່າ ສິ່ງໃດ ທີ່ທ່ານຈະທູນຂໍຈາກພຣະ­ເຈົ້າ ພຣະ­ເຈົ້າຈະຊົງໂຜດປະ­ທານແກ່ທ່ານ.”

23ພຣະ­ເຢຊູຊົງກ່າວຕໍ່ນາງວ່າ, “ນ້ອງຊາຍຂອງເຈົ້າຈະຄືນມາອີກ.” 24ນາງມາ­ທາທູນວ່າ, “ຂ້າ­ນ້ອຍກໍຊາບແລ້ວວ່າ ລາວຈະເປັນຄືນມາອີກໃນເວ­ລາຄືນມາ ເມື່ອວັນສຸດທ້າຍນັ້ນ.” 25ພຣະ­ເຢຊູຊົງກ່າວຕໍ່ນາງວ່າ, “ເຮົານີ້ແຫລະເປັນເຫດໃຫ້ຄົນທັງປວງເປັນຄືນມາ ທັງເປັນຊີ­ວິດ ຜູ້ທີ່ວາງ­ໃຈເຊື່ອຢູ່ໃນເຮົາ ເຖິງແມ່ນວ່າຕາຍໄປແລ້ວກໍຍັງຈະມີຊີ­ວິດຢູ່. 26ແລະທຸກຄົນທີ່ຍັງມີຊີ­ວິດຢູ່ແລະວາງ­ໃຈເຊື່ອຢູ່ໃນເຮົາກໍຈະບໍ່ຕາຍຈັກເທື່ອ ເຈົ້າເຊື່ອຂໍ້ນີ້ຫລື.” 27ມາ­ທາຈຶ່ງທູນພຣະ­ອົງວ່າ, “ເຊື່ອຢູ່ແລ້ວນາຍເຈົ້າເອີຍ ຂ້າ­ນ້ອຍເຊື່ອແລ້ວວ່າທ່ານເປັນພຣະ­ຄຣິດ ຄືພຣະ­ບຸດຂອງພຣະ­ເຈົ້າທີ່ຕ້ອງສະ­ເດັດມາໃນໂລກ.”

ພຣະເຢຊູຊົງພຣະກັນແສງ

28ເມື່ອທູນດັ່ງ­ນັ້ນແລ້ວນາງຈຶ່ງກັບໄປເອີ້ນມາ­ຣິ­ອານ້ອງສາວຂອງຕົນໂດຍເວົ້າຄ່ອຍ ວ່າ, “ອາ­ຈານມາແລ້ວແລະເອີ້ນຫາເຈົ້າ.” 29ຄັນມາ­ຣິ­ອາໄດ້ຍິນແລ້ວນາງກໍລຸກ­ຂຶ້ນໂລດໄປເຝົ້າພຣະ­ອົງ. 30ສ່ວນພຣະ­ເຢຊູບໍ່ໄດ້ສະ­ເດັດເຂົ້າໄປໃນບ້ານ ແຕ່ຍັງປະ­ທັບຢູ່ບ່ອນທີ່ມາ­ທາໄດ້ພົບພຣະ­ອົງນັ້ນ. 31ເມື່ອພວກຢິວທີ່­ຢູ່ໃນເຮືອນກັບມາ­ຣິ­ອາກຳ­ລັງເລົ້າໂລມລາວຢູ່ ໄດ້ເຫັນມາ­ຣິ­ອາຟ້າວລຸກ­ຂຶ້ນອອກໄປ ເຂົາຈຶ່ງຕາມໄປນຶກວ່ານາງຈະໄປຍັງອຸບໂມງເພື່ອຮ້ອງ­ໄຫ້ຢູ່ທີ່ນັ້ນ.

32ຄັນນາງມາເຖິງບ່ອນທີ່ພຣະ­ເຢຊູປະ­ທັບຢູ່ແລະເຫັນພຣະ­ອົງແລ້ວ ຈຶ່ງຂາບລົງທີ່ພຣະ­ບາດຂອງພຣະ­ອົງທູນວ່າ, “ນາຍເຈົ້າເອີຍຖ້າທ່ານຢູ່ທີ່ນີ້ນ້ອງຊາຍຂອງຂ້າ­ນ້ອຍກໍຄົງບໍ່ຕາຍ.” 33ເມື່ອພຣະ­ເຢຊູຊົງເຫັນນາງຮ້ອງ­ໄຫ້ ແລະພວກຢິວທີ່ມາກັບນາງກຳ­ລັງຮ້ອງ­ໄຫ້ເໝືອນກັນ ພຣະ­ອົງຊົງວຸ້ນ­ວາຍແລະຊົງສະ­ເທືອນພຣະ­ໄທ. 34ພຣະ­ອົງຈຶ່ງຊົງຖາມວ່າ, “ໄດ້ເອົາສົບໄປໄວ້ທີ່ໃດ” ເຂົາທູນຕອບວ່າ, “ນາຍເຈົ້າເອີຍເຊີນມາເບິ່ງແມ.” 35ສ່ວນພຣະ­ເຢຊູຊົງພຣະ­ກັນແສງ. 36ພວກຢິວຈຶ່ງເວົ້າກັນວ່າ, “ເບິ່ງ­ດູເພິ່ນຮັກລາວພຽງໃດໜໍ.” 37ແຕ່ລາງຄົນເວົ້າວ່າ, “ຜູ້ນີ້ໄດ້ປືດຕາຂອງຄົນຕາ­ບອດນັ້ນ ແລ້ວຈະເຮັດໃຫ້ຄົນນີ້ບໍ່ຕາຍບໍ່ໄດ້ຫລື.”

ຊົງບັນດານໃຫ້ລາຊະໂລເປັນຄືນມາ

38ພຣະ­ເຢຊູຊົງສະ­ເທືອນພຣະ­ໄທອີກ ຈຶ່ງສະ­ເດັດມາເຖິງອຸບໂມງຝັງສົບ ອຸບໂມງນັ້ນເປັນຖ້ຳມີຫີນກ້ອນໜຶ່ງວາງອັດປາກໄວ້. 39ພຣະ­ເຢຊູຊົງກ່າວວ່າ, “ຈົ່ງຍົກຫີນອອກເສຍ” ມາ­ທາເອື້ອຍຂອງຜູ້ຕາຍນັ້ນທູນວ່າ, “ນາຍເຈົ້າເອີຍປານນີ້ສົບມີກິ່ນເໝັນແລ້ວ ເພາະລາວຕາຍໄດ້ສີ່ວັນແລ້ວ.” 40ພຣະ­ເຢຊູຊົງຕອບນາງວ່າ, “ເຮົາໄດ້ບອກເຈົ້າແລ້ວບໍ່ແມ່ນຫລືວ່າ ຖ້າເຈົ້າເຊື່ອຄົງຈະໄດ້ເຫັນສະ­ຫງ່າລາ­ສີຂອງພຣະ­ເຈົ້າ.” 41ດັ່ງ­ນັ້ນເຂົາຈຶ່ງຍົກຫີນອອກ ຝ່າຍພຣະ­ເຢຊູຊົງເງີຍພຣະ­ພັກຂຶ້ນໂດຍຊົງກ່າວວ່າ, “ໂອ ພຣະ­ບິ­ດາເອີຍຂ້າ­ນ້ອຍຂອບພຣະ­ຄຸນພຣະ­ອົງເພາະພຣະ­ອົງຊົງໂຜດຟັງຂ້າ­ນ້ອຍ. 42ຂ້າ­ນ້ອຍຊາບວ່າພຣະ­ອົງຊົງຟັງຂ້າ­ນ້ອຍຢູ່ສະ­ເໝີ ແຕ່ທີ່ຂ້າ­ນ້ອຍເວົ້າຢ່າງນີ້ກໍເພາະເຫັນ­ແກ່ຄົນທັງ­ຫລາຍທີ່ຢືນອ້ອມຢູ່ນີ້ ເພື່ອເຂົາຈະໄດ້ເຊື່ອວ່າແມ່ນພຣະ­ອົງແຫລະທີ່ຊົງໃຊ້ຂ້າ­ນ້ອຍມາ.” 43ເມື່ອຊົງກ່າວຢ່າງນັ້ນ­ແລ້ວພຣະ­ອົງຊົງເປັ່ງພຣະ­ສຸ­ລະ­ສຽງວ່າ, “ລາ­ຊະ­ໂຣເອີຍຈົ່ງອອກມາເສຍ.” 44ຜູ້ຕາຍນັ້ນກໍໄດ້ອອກມາ ມີຜ້າພັນຕີນແລະມືແລະມີຜ້າປົກໜ້າໄວ້ ແລ້ວພຣະ­ເຢຊູຈຶ່ງຊົງບອກເຂົາວ່າ, “ຈົ່ງແກ້ປ່ອຍໃຫ້ລາວໄປເສຍ.”

ການປອງຮ້າຍພຣະເຢຊູ

(ມທ 26:1-5; ມຣກ 14:1-2; ລກ 22:1-2)

45ເຫດສັນ­ນັ້ນພວກຢິວຫລາຍຄົນທີ່ໄດ້ມາຫາມາ­ຣິ­ອາ ແລະໄດ້ເຫັນການທີ່ພຣະ­ເຢຊູຊົງເຮັດນັ້ນກໍວາງ­ໃຈເຊື່ອໃນພຣະ­ອົງ. 46ແຕ່ລາງຄົນໃນພວກເຂົານັ້ນໄດ້ໄປຫາພວກຟາ­ຣີ­ຊາຍ ເລົ່າເລື່ອງການທີ່ພຣະ­ເຢຊູໄດ້ຊົງເຮັດນັ້ນໃຫ້ເຂົາຟັງ. 47ດັ່ງ­ນັ້ນພວກປະ­ໂລ­ຫິດຕົນໃຫຍ່ກັບພວກຟາ­ຣີ­ຊາຍ ຈຶ່ງເອີ້ນສະ­ມາ­ຊິກສະ­ພາມາປະ­ຊຸມໂດຍກ່າວວ່າ, “ພວກເຮົາຈະເຮັດແນວ­ໃດ ເພາະ­ວ່າຊາຍຜູ້ນີ້ໄດ້ເຮັດໝາຍສຳ­ຄັນຫລາຍປະ­ການ. 48ຖ້າເຮົາຈະປ່ອຍໃຫ້ລາວເຮັດຢູ່ຢ່າງນີ້ ຄົນທັງ­ຫລາຍກໍຈະເຊື່ອຖືລາວແລ້ວພວກໂຣມກໍຈະມາທຳ­ລາຍພຣະ­ວິ­ຫານທັງປະ­ເທດຊາດຂອງເຮົາ.”

49ແຕ່ຜູ້ໜຶ່ງໃນພວກເຂົາຊື່ກາ­ຢະ­ຟາ ເປັນມະ­ຫາປະ­ໂລ­ຫິດປະ­ຈຳ­ການປີນັ້ນ ໄດ້ກ່າວແກ່ເຂົາວ່າ, “ພວກທ່ານບໍ່ຮູ້­ຈັກຫຍັງ, 50ແລະບໍ່ຄຶດເຫັນວ່າມັນຈະເປັນປະ­ໂຫຍດແກ່ທ່ານທັງ­ຫລາຍ ຖ້າຈະໃຫ້ຄົນຜູ້ດຽວຕາຍ ແທນທີ່ຈະໃຫ້ທັງປະ­ເທດຊາດຈິບ­ຫາຍ.” 51ທີ່ທ່ານໄດ້ກ່າວຄຳນັ້ນກໍບໍ່ແມ່ນດ້ວຍລຳ­ພັງຂອງຕົນເອງ ແຕ່ເພາະທ່ານເປັນມະ­ຫາປະ­ໂລ­ຫິດໃນປີນັ້ນ ຈຶ່ງທຳ­ນວາຍໄວ້ກ່ອນວ່າ ພຣະ­ເຢຊູຈະສິ້ນພຣະ­ຊົນຕາງປະ­ເທດຊາດ, 52ແລະບໍ່ແມ່ນແທນປະ­ເທດຊາດຢ່າງດຽວເທົ່ານັ້ນ ແຕ່ເພື່ອຮວບ­ຮວມບຸດທັງ­ຫລາຍຂອງພຣະ­ເຈົ້າທີ່ແຕກຊະກັນໄປແລ້ວນັ້ນ ໃຫ້ເຂົ້າເປັນພວກດຽວກັນ. 53ຕັ້ງ­ແຕ່ວັນນັ້ນມາເຂົາໄດ້ວາງແຜນ­ການຈະຂ້າພຣະ­ອົງເສຍ.

54ເພາະເຫດນັ້ນ ພຣະ­ເຢຊູບໍ່ໄດ້ສະ­ເດັດໄປມາໃນຖ້າມ­ກາງພວກຢິວໂດຍເປີດ­ເຜີຍອີກ ແຕ່ໄດ້ສະ­ເດັດຈາກທີ່ນັ້ນໄປຍັງທ້ອງ­ຖິ່ນຢູ່ໃກ້ປ່າເຖິງເມືອງໜຶ່ງຊື່ ເອ­ຟຣາ­ຢິມ ແລະປະ­ທັບຢູ່ທີ່ນັ້ນກັບພວກສາ­ວົກ. 55ອັນໜຶ່ງໃກ້ຈະເຖິງເທດ­ສະ­ການປັດ­ສະ­ຄາຂອງຊາດຢິວແລ້ວ ຫລາຍຄົນໄດ້ອອກຈາກບ້ານເມືອງທົ່ວປະ­ເທດ ຂຶ້ນເມືອຍັງກຸງເຢ­ຣູ­ຊາ­ເລັມກ່ອນປັດ­ສະ­ຄາເພື່ອຈະຊຳ­ລະຕົວ. 56ເຂົາກຳ­ລັງຕິດ­ຕາມຊອກຫາພຣະ­ເຢຊູ ແລະເມື່ອເຂົາຢືນຢູ່ໃນບໍ­ລິ­ເວນພຣະ­ວິ­ຫານຈຶ່ງເວົ້າກັນວ່າ, “ທ່ານຄຶດເຫັນຢ່າງ­ໃດ ເພິ່ນຈະບໍ່ມາໃນງານເທດ­ສະ­ການນີ້ຕີ້. 57ຝ່າຍພວກປະ­ໂລ­ຫິດຕົນໃຫຍ່ແລະພວກຟາ­ຣີ­ຊາຍ ໄດ້ອອກຄຳສັ່ງໄວ້ວ່າ ຖ້າຜູ້ໃດຮູ້ວ່າ ພຣະ­ອົງຢູ່ໃສ ໃຫ້ມາບອກເຂົາເພື່ອຈະໄດ້ໄປຈັບພຣະ­ອົງ.

 

ໂຢຮັນ ບົດທີ 11

ມາຣິອາເອົານ້ຳມັນຫອມສົງພຣະບາດທີ່ເບັດທານີ

(ມທ 26:6-13; ມຣກ 14:3-9)

1ກ່ອນເທດ­ສະ­ການປັດ­ສະ­ຄາຫົກວັນ ພຣະ­ເຢຊູສະ­ເດັດມາເຖິງບ້ານເບັດ­ທາ­ນີ ຊຶ່ງເປັນທີ່­ຢູ່ຂອງລາ­ຊະ­ໂຣ ຜູ້ທີ່ພຣະ­ອົງຊົງບັນ­ດານໃຫ້ເປັນຄືນມາຈາກຕາຍ. 2ທີ່ນັ້ນເຂົາໄດ້ຈັດງານລ້ຽງເພື່ອພຣະ­ອົງ ມາ­ທາເປັນຜູ້ຮັບໃຊ້ໃນໂຕະອາ­ຫານ ຝ່າຍລາ­ຊະ­ໂຣກໍເປັນຜູ້ໜຶ່ງທີ່ຮ່ວມຮັບປະ­ທານກັບພຣະ­ອົງ. 3ນາງມາ­ຣິ­ອາໄດ້ເອົານ້ຳ­ມັນຫອມລິ­ຕຣາໜຶ່ງ ຊຶ່ງມີລາ­ຄາແພງມາສົງພຣະ­ບາດພຣະ­ເຢຊູ ແລ້ວໃຊ້ຜົມຂອງຕົນເຊັດພຣະ­ບາດຂອງພຣະ­ອົງ ຈົນທົ່ວເຮືອນນັ້ນກໍຫອມກຸ້ມດ້ວຍກິ່ນນ້ຳ­ມັນນັ້ນ. 4ແຕ່ສາ­ວົກຄົນໜຶ່ງຂອງພຣະ­ອົງຊື່ຢູ­ດາອິ­ສະ­ກາ­ຣີ­ອົດ (ຄືຜູ້ທີ່ຈະທໍ­ລະຍົດຕໍ່ພຣະ­ອົງ) ໄດ້ກ່າວວ່າ, 5“ເຫດໃດຈຶ່ງບໍ່ຂາຍນ້ຳ­ມັນນີ້ຕໍ່ລາ­ຄາສາມຮ້ອຍເດ­ນາ­ຣິ­ອົນ ແລ້ວແຈກໃຫ້ຄົນຍາກ­ຈົນ.” 6ລາວເວົ້າຢ່າງນັ້ນບໍ່ແມ່ນເພາະລາວເອົາ­ໃຈ­ໃສ່ຕໍ່ຄົນຍາກ­ຈົນ ແຕ່ເພາະລາວເປັນຂະ­ໂມຍແລະເປັນຜູ້ຖືຖົງເງິນ ແລະເຄີຍບຽດບັງເອົາເງິນທີ່­ຢູ່ໃນຖົງນັ້ນ. 7ພຣະ­ເຢຊູຊົງກ່າວວ່າ, “ຊ່າງນາງເທາະ ໃຫ້ລາວຮັກ­ສາສິ່ງນີ້ໄວ້ສຳ­ລັບວັນຝັງສົບຂອງເຮົາ. 8ດ້ວຍວ່າຄົນຍາກ­ຈົນມີຢູ່ກັບພວກທ່ານສະ­ເໝີ ແຕ່ຝ່າຍເຮົາບໍ່ຢູ່ກັບທ່ານສະ­ເໝີ.”

ການປອງຮ້າຍລາຊະໂຣ

9ຝ່າຍພວກຢິວຈຳ­ນວນຫລາຍໄດ້ຮູ້ວ່າພຣະ­ອົງປະ­ທັບຢູ່ທີ່ນັ້ນ ເຂົາໄດ້ພາ­ກັນມາບໍ່ແມ່ນເພາະເຫັນ­ແກ່ພຣະ­ເຢຊູເທົ່ານັ້ນ ແຕ່ປະ­ການໜຶ່ງຢາກເຫັນລາ­ຊະ­ໂຣ ຜູ້ຊຶ່ງພຣະ­ອົງໄດ້ຊົງບັນ­ດານໃຫ້ເປັນຄືນມາຈາກຕາຍນັ້ນ. 10ດັ່ງ­ນັ້ນພວກປະ­ໂລ­ຫິດຕົນໃຫຍ່ຈຶ່ງປຶກ­ສາກັນເພື່ອຈະຂ້າລາ­ຊະ­ໂຣເສຍເໝືອນກັນ. 11ເພາະລາ­ຊະ­ໂຣເປັນ­ຕົ້ນເຫດເຮັດໃຫ້ຄົນຢິວຫລາຍຄົນອອກຈາກພວກເຂົາໄປເຊື່ອຖືພຣະ­ເຢຊູ.

ສະເດັດເຂົ້າກຸງຢ່າງຜູ້ມີໄຊ

(ມທ 21:1-11; ມຣກ 11:1-11; ລກ 19:28-40)

12ວັນໜ້າມາປະ­ຊາ­ຊົນຫລວງ­ຫລາຍທີ່ໄດ້ມາໃນງານເທດ­ສະ­ການນັ້ນ ໄດ້ຍິນວ່າພຣະ­ເຢຊູສະ­ເດັດເຂົ້າກຸງເຢ­ຣູ­ຊາ­ເລັມ. 13ເຂົາກໍພາ­ກັນຖືກ້ານຕານອອກໄປຕ້ອນ­ຮັບພຣະ­ອົງ ໂຫ່ຮ້ອງວ່າ, “ໂຮ­ຊັນ­ນາຂໍໃຫ້ທ່ານຜູ້ສະ­ເດັດມາໃນພຣະ­ນາມຂອງອົງພຣະ­ຜູ້­ເປັນ­ເຈົ້າ ຄືພຣະ­ມະ­ຫາ­ກະ­ສັດຂອງຊາດອິ­ສຣາ­ເອນ ຊົງພຣະ­ຈະ­ເລີນ.” 14ເມື່ອພຣະ­ເຢຊູຊົງພົບລໍນ້ອຍໂຕໜຶ່ງ ພຣະ­ອົງຈຶ່ງຊົງຂຶ້ນປະ­ທັບລໍນັ້ນເໝືອນດັ່ງມີຄຳຂຽນໄວ້ວ່າ, 15“ບຸດຍິງຂອງຊີ­ໂອນເອີຍຢ່າຊູ່ຢ້ານເທາະ ນີ້ແຫລະມະ­ຫາກະ­ສັດຂອງທ່ານກໍປະ­ທັບລໍນ້ອຍສະ­ເດັດມາ.” 16ແຕ່ຫົວ­ທີພວກສາ­ວົກຂອງພຣະ­ອົງ ບໍ່ໄດ້ເຂົ້າ­ໃຈເຫດ­ການເຫລົ່າ­ນັ້ນ ແຕ່ວ່າເມື່ອພຣະ­ເຢຊູໄດ້ຊົງຮັບກຽດ­ຕິ­ຍົດແລ້ວເຂົາຈຶ່ງລະ­ນຶກໄດ້ວ່າ ມີຄຳຢ່າງນັ້ນຂຽນໄວ້ເຖິງເລື່ອງພຣະ­ອົງ ທັງມີຄົນໄດ້ເຮັດຢ່າງນັ້ນຖວາຍພຣະ­ອົງ.

17ຄົນທັງປວງທີ່­ຢູ່ກັບພຣະ­ອົງ ເມື່ອພຣະ­ອົງໄດ້ຊົງເອີ້ນລາ­ຊະ­ໂຣໃຫ້ອອກມາຈາກອຸບໂມງຝັງສົບ ແລະຊົງບັນ­ດານໃຫ້ລາວເປັນຄືນມາຈາກຕາຍນັ້ນ ກໍເປັນພະ­ຍານເລື່ອງການເຫລົ່າ­ນັ້ນ. 18ເພາະເຫດນີ້ແຫລະປະ­ຊາ­ຊົນທັງ­ຫລາຍພາ­ກັນອອກໄປຫາພຣະ­ອົງ ກໍເພາະໄດ້ຍິນວ່າພຣະ­ອົງຊົງເຮັດໝາຍສຳ­ຄັນນັ້ນ. 19ຝ່າຍພວກຟາ­ຣີ­ຊາຍຈຶ່ງເວົ້າກັນວ່າ, “ທ່ານທັງ­ຫລາຍບໍ່ເຫັນຫລືວ່າ ພວກທ່ານເຮັດອັນໃດກໍບໍ່ໄດ້ປະ­ໂຫຍດຈັກ­ຢ່າງ ເບິ່ງແມໝົດທັງໂລກກໍຕິດ­ຕາມມັນໄປ.”

ຊາວກຣີກລາງຄົນສະແຫວງຫາພຣະເຢຊູ

20ໃນໝູ່ຄົນທັງ­ຫລາຍທີ່ຂຶ້ນໄປນະ­ມັດ­ສະ­ການ ໃນງານເທດ­ສະ­ການນັ້ນມີຊາວກຣີກແດ່. 21ຊາວກຣີກເຫລົ່ານີ້ໄດ້ໄປຫາຟີ­ລິບ ຊຶ່ງມາຈາກບ້ານເບັດ­ຊາ­ອີ­ດາແຂວງຄາ­ລີ­ເລ ຈຶ່ງກ່າວກັບທ່ານວ່າ, “ນາຍເອີຍພວກຂ້າ­ນ້ອຍຢາກເຫັນທ່ານເຢ­ຊູແທ້.” 22ຟີ­ລິບຈຶ່ງໄປບອກອັນ­ເດ­ອາ ແລ້ວອັນ­ເດ­ອາກັບຟີ­ລິບໄດ້ໄປທູນພຣະ­ເຢຊູ. 23ຝ່າຍພຣະ­ເຢຊູຊົງຕອບເຂົາວ່າ, “ເວ­ລາທີ່ບຸດມະ­ນຸດຕ້ອງຮັບກຽດນັ້ນກໍມາເຖິງແລ້ວ. 24ເຮົາບອກທ່ານທັງ­ຫລາຍຕາມຄວາມຈິງວ່າ ຖ້າເມັດເຂົ້າບໍ່ຕົກ­ລົງໃນດິນແລະບໍ່ຕາຍໄປກໍຄົງຈະເປັນຢູ່ແຕ່ເມັດດຽວ ແຕ່ຖ້າມັນຕາຍໄປກໍຈະເກີດຜົນຫລາຍ. 25ຜູ້ທີ່ຮັກຊີ­ວິດຂອງຕົນກໍຕ້ອງເສຍຊີ­ວິດ ແລະຜູ້ທີ່ຊັງຊີ­ວິດຂອງຕົນໃນໂລກນີ້ ກໍຈະຮັກ­ສາຊີ­ວິດນັ້ນໄວ້ ສຳ­ລັບຊີ­ວິດອັນຕະ­ຫລອດໄປເປັນ­ນິດ. 26ຖ້າຜູ້ໃດປະ­ຕິ­ບັດເຮົາ ໃຫ້ຜູ້ນັ້ນຕິດ­ຕາມເຮົາມາ ແລະເຮົາຢູ່ທີ່ໃດ ຜູ້ປະ­ຕິ­ບັດເຮົາຈະຢູ່ທີ່ນັ້ນເໝືອນກັນ ຖ້າຜູ້ໃດປະ­ຕິ­ບັດເຮົາ ພຣະ­ບິ­ດາຈະຊົງປະ­ທານກຽດ­ຕິ­ຍົດແກ່ຜູ້ນັ້ນ.

ບຸດມະນຸດຈະຕ້ອງຖືກຍົກຂຶ້ນຈາກແຜ່ນດິນ

27“ບັດນີ້ຈິດ­ໃຈຂອງເຮົາວຸ້ນ­ວາຍ ແລະເຮົາຈະວ່າຢ່າງ­ໃດ ຈະວ່າ ໂອພຣະ­ບິ­ດາເອີຍຂໍໃຫ້ຂ້າ­ນ້ອຍລອດພົ້ນຈາກຍາມນີ້ທ້ອນ ຢ່າງນັ້ນຫລື ກໍວ່າບໍ່ໄດ້ ທີ່ເຮົາໄດ້ມາເຖິງຍາມນີ້ກໍເພື່ອການນີ້ແຫລະ. 28ໂອ ພຣະ­ບິ­ດາເອີຍຂໍໃຫ້ພຣະ­ນາມຂອງພຣະ­ອົງຈົ່ງໄດ້ຮັບກຽດ” ແລ້ວກໍມີພຣະ­ສຸ­ລະ­ສຽງດັງມາຈາກຟ້າວ່າ, “ເຮົາໄດ້ໃຫ້ຮັບກຽດແລ້ວແລະເຮົາຈະໃຫ້ຮັບກຽດອີກ.” 29ຄົນທັງ­ຫລາຍທີ່ຢືນຢູ່ຫັ້ນໄດ້ຍິນສຽງນີ້ແລະເວົ້າວ່າ, “ສຽງຟ້າ­ຮ້ອງ” ຄົນອື່ນ ກໍເວົ້າວ່າ, “ເທ­ວະ­ດາຕົນໜຶ່ງໄດ້ສົນ­ທະ­ນາກັບທ່ານ.” 30ພຣະ­ເຢຊູຊົງຕອບວ່າ, “ສຽງທີ່ເກີດຂຶ້ນນັ້ນບໍ່ແມ່ນສຳ­ລັບເຮົາ ແຕ່ສຳ­ລັບທ່ານທັງ­ຫລາຍນັ້ນແຫລະ. 31ບັດນີ້ເຖິງເວ­ລາພິ­ພາກ­ສາໂລກນີ້ ບັດນີ້ຜູ້ປົກ­ຄອງໂລກນີ້ຈະຖືກກຳ­ຈັດອອກເສຍ. 32ຝ່າຍເຮົາເມື່ອຖືກຍົກຂຶ້ນຈາກແຜ່ນ­ດິນໂລກແລ້ວ ເຮົາກໍຈະຊັກນຳຄົນທັງ­ຫລາຍມາຫາເຮົາ.” 33(ພຣະ­ອົງຊົງກ່າວດັ່ງ­ນີ້ກໍເພື່ອສະ­ແດງວ່າພຣະ­ອົງຈະສິ້ນພຣະ­ຊົນຢ່າງ­ໃດ.)

34ຄົນທັງ­ຫລາຍຈຶ່ງທູນພຣະ­ອົງວ່າ, “ພວກເຮົາໄດ້ຍິນຈາກພຣະ­ບັນ­ຍັດວ່າ ພຣະ­ຄຣິດຊົງຕັ້ງຢູ່ຕະ­ຫລອດໄປເປັນ­ນິດ ແລ້ວເຫດໃດ ທ່ານຈຶ່ງກ່າວວ່າບຸດມະ­ນຸດຕ້ອງຖືກຍົກຂຶ້ນ ບຸດມະ­ນຸດນັ້ນຄືຜູ້ໃດ.” 35ພຣະ­ເຢຊູຊົງຕອບເຂົາວ່າ, “ຄວາມສະ­ຫວ່າງຈະຍັງຢູ່ກັບທ່ານທັງ­ຫລາຍອີກໜ້ອຍໜຶ່ງ ເມື່ອຍັງມີຄວາມສະ­ຫວ່າງຢູ່ກໍຈົ່ງຍ່າງໄປເທາະ ເພາະຢ້ານວ່າ­ຄວາມມືດຈະຕາມມາທັນພວກທ່ານ ຜູ້ທີ່ທຽວໄປມາໃນຄວາມມືດກໍບໍ່ຮູ້ວ່າຕົນກຳ­ລັງໄປໃສ. 36ເມື່ອທ່ານທັງ­ຫລາຍຍັງມີຄວາມສະ­ຫວ່າງຢູ່ ຈົ່ງວາງ­ໃຈເຊື່ອໃນຄວາມສະ­ຫວ່າງນັ້ນ ເພື່ອຈະໄດ້ເປັນຄົນຝ່າຍຄວາມສະ­ຫວ່າງ.”

ຄວາມບໍ່ເຊື່ອຖືຂອງພວກຢິວ

ເມື່ອພຣະ­ເຢຊູຊົງກ່າວດັ່ງ­ນັ້ນແລ້ວ ພຣະ­ອົງກໍສະ­ເດັດອອກຈາກເຂົາໄປລີ້ຕົນເສຍ.

37ເຖິງແມ່ນວ່າພຣະ­ອົງໄດ້ຊົງເຮັດໝາຍສຳ­ຄັນຫລາຍປະ­ການຕໍ່­ໜ້າເຂົາ ເຂົາກໍຍັງບໍ່ວາງ­ໃຈເຊື່ອໃນພຣະ­ອົງ. 38ທັງນີ້ເພື່ອຈະສຳ­ເລັດຕາມຄຳຂອງເອ­ຊາ­ຢາຜູ້ປະ­ກາດພຣະ­ທຳ ຊຶ່ງວ່າ, “ພຣະ­ອົງເຈົ້າເອີຍຜູ້ໃດໄດ້ເຊື່ອສິ່ງທີ່ຂ້າພຣະ­ອົງໄດ້ປະ­ກາດແລະພຣະ­ກອນຂອງພຣະ­ອົງໄດ້ຊົງສະ­ແດງແກ່ຜູ້ໃດ.” 39ສັນ­ນັ້ນເຂົາຈຶ່ງເຊື່ອບໍ່ໄດ້ ເພາະເອ­ຊາ­ຢາໄດ້ກ່າວໄວ້ອີກວ່າ,

  40 “ພຣະອົງໄດ້ຊົງເຮັດໃຫ້ຕາຂອງເຂົາບອດໄປ

     ແລະໃຫ້ຈິດໃຈຂອງເຂົາແຂງກະດ້າງ

   ຢ້ານວ່າເຂົາຈະເຫັນດ້ວຍຕາແລະສັງເກດຮູ້ດ້ວຍໃຈ

     ແລ້ວຈະກັບໃຈໃໝ່ແລ້ວເຮົາຈະໂຜດໃຫ້ເຂົາດີ.”

41ເອ­ຊາ­ຢາໄດ້ກ່າວດັ່ງ­ນີ້ກໍເພາະທ່ານໄດ້ເຫັນສະ­ຫງ່າລາ­ສີຂອງພຣະ­ອົງ ແລະໄດ້ກ່າວເຖິງເລື່ອງພຣະ­ອົງ.

42ເຖິງປານນັ້ນກໍດີຍັງມີເຈົ້ານາຍຫລາຍຄົນໄດ້ເຊື່ອໃນພຣະ­ອົງ ແຕ່ເຂົາບໍ່ໄດ້ເປີດ­ເຜີຍເພາະຢ້ານພວກຟາ­ຣີ­ຊາຍຈະຂັບໄລ່ເຂົາອອກຈາກໂຮງທຳມະເທດສະ­ໜາ. 43ດ້ວຍວ່າເຂົາຮັກກຽດ­ຕິ­ຍົດຈາກມະ­ນຸດຫລາຍກວ່າກຽດ­ຕິ­ຍົດຈາກພຣະ­ເຈົ້າ.

ຖ້ອຍຄຳຂອງພຣະເຢຊູເປັນຫລັກພິພາກສາ

44ພຣະ­ເຢຊູຊົງເປັ່ງ­ສຽງກ່າວວ່າ, “ຜູ້ທີ່ເຊື່ອໃນເຮົາກໍບໍ່ແມ່ນເຊື່ອໃນເຮົາ ແຕ່ເຊື່ອໃນພຣະ­ອົງຜູ້ຊົງໃຊ້ເຮົາມາ. 45ແລະຜູ້ທີ່ເຫັນເຮົາກໍເຫັນພຣະ­ອົງຜູ້ຊົງໃຊ້ເຮົາມາ. 46ເຮົານີ້ຄືຄວາມສະ­ຫວ່າງໄດ້ເຂົ້າມາໃນໂລກເພື່ອທຸກຄົນທີ່ເຊື່ອໃນເຮົາຈະບໍ່ຕັ້ງຢູ່ໃນຄວາມມືດ. 47ຖ້າຜູ້ໃດໄດ້ຍິນຖ້ອຍຄຳຂອງເຮົາ ແລະບໍ່ໄດ້ຖືຮັກ­ສາຖ້ອຍຄຳເຫລົ່າ­ນັ້ນຝ່າຍເຮົາກໍບໍ່ພິ­ພາກ­ສາຜູ້ນັ້ນ ເພາະ­ວ່າເຮົາບໍ່ໄດ້ມາເພື່ອພິ­ພາກ­ສາໂລກ ແຕ່ມາເພື່ອໂຜດເອົາໂລກໃຫ້ພົ້ນ. 48ຜູ້ທີ່ຖິ້ມເຮົາແລະບໍ່ຮັບເອົາຖ້ອຍຄຳຂອງເຮົາກໍມີສິ່ງທີ່ພິ­ພາກ­ສາຕົນແລ້ວ ຖ້ອຍຄຳທີ່ເຮົາໄດ້ກ່າວແລ້ວນັ້ນແຫລະຈະພິ­ພາກ­ສາຜູ້ນັ້ນໃນວັນສຸດທ້າຍ. 49ເພາະເຮົາບໍ່ໄດ້ກ່າວຕາມລຳ­ພັງໃຈຂອງເຮົາເອງ ແຕ່ຊຶ່ງເຮົາກ່າວແລະເວົ້ານັ້ນ ພຣະ­ບິ­ດາຜູ້ຊົງໃຊ້ເຮົາມາພຣະ­ອົງນັ້ນເອງໄດ້ບັນ­ຊາໃຫ້ແກ່ເຮົາ. 50ແລະເຮົາຮູ້ວ່າພຣະ­ບັນ­ຊາຂອງພຣະ­ອົງນັ້ນເປັນຊີ­ວິດອັນຕະ­ຫລອດໄປເປັນ­ນິດ ເຫດສັນ­ນັ້ນສິ່ງທີ່ເຮົາເວົ້າ ເຮົາກໍເວົ້າຕາມທີ່ພຣະ­ບິ­ດາຊົງບັນ­ຊາໄວ້ແກ່ເຮົາ.”

 

ໂຢຮັນ ບົດທີ 13

ພຣະເຢຊູຊົງລ້າງຕີນຂອງພວກສາວົກ

1ກ່ອນເຖິງເວ­ລາເທດ­ສະ­ການປັດ­ສະ­ຄາ ພຣະ­ເຢຊູຊົງຊາບວ່າຍາມຂອງຕົນທີ່ຈະສະ­ເດັດຈາກໂລກນີ້ເມືອຫາພຣະ­ບິ­ດາເຖິງແລ້ວ ພຣະ­ອົງໄດ້ຊົງຮັກພວກຂອງພຣະ­ອົງທີ່­ຢູ່ໃນໂລກນີ້ ພຣະ­ອົງຊົງຮັກຈົນເຖິງທີ່ສຸດ. 2ຂະ­ນະເມື່ອຮັບປະ­ທານອາ­ຫານຢູ່ນັ້ນ (ມານໄດ້ເຂົ້າດົນໃຈຢູ­ດາອິ­ສະ­ກາ­ຣີ­ອົດລູກຂອງຊີ­ໂມນ ໃຫ້ທໍ­ລະຍົດຕໍ່ພຣະ­ອົງ), 3ພຣະ­ເຢຊູຊົງຊາບວ່າ ພຣະ­ບິ­ດາໄດ້ຊົງປະ­ທານສິ່ງທັງປວງໃຫ້ຢູ່ໃນພຣະ­ຫັດຂອງພຣະ­ອົງ ແລະຊົງຊາບວ່າພຣະ­ອົງສະ­ເດັດມາຈາກພຣະ­ເຈົ້າ ແລະຈະສະ­ເດັດເມືອຫາພຣະ­ເຈົ້າ. 4ພຣະ­ອົງຊົງລຸກ­ຂຶ້ນຈາກການຮັບປະ­ທານອາ­ຫານຊົງຖອດເຄື່ອງທົງຊັ້ນນອກອອກວາງໄວ້ແລະຊົງເອົາຜ້າເຊັດຕົວມາຮັດແອວຂອງພຣະ­ອົງ. 5ພຣະ­ອົງຊົງຖອກນ້ຳໃສ່ອ່າງແລ້ວຊົງຕັ້ງ­ຕົ້ນລ້າງຕີນຂອງພວກສາ­ວົກ ແລະເຊັດດ້ວຍຜ້າຮັດແອວນັ້ນ.

6ພຣະ­ອົງໄດ້ສະ­ເດັດມາເຖິງຊີ­ໂມນເປ­ໂຕ ແລະລາວໄດ້ທູນພຣະ­ອົງວ່າ, “ນາຍເຈົ້າເອີຍທ່ານຈະລ້າງຕີນຂອງຂ້າ­ນ້ອຍຫລື.” 7ພຣະ­ເຢຊູຊົງຕອບລາວວ່າ, “ສິ່ງທີ່ເຮົາເຮັດໃນເວ­ລານີ້ທ່ານຍັງບໍ່ຮູ້ເລື່ອງ ແຕ່ພາຍ­ຫລັງທ່ານຈະເຂົ້າ­ໃຈ.” 8ເປ­ໂຕຈຶ່ງທູນວ່າ, “ທ່ານຈະລ້າງຕີນຂອງຂ້າ­ນ້ອຍບໍ່ໄດ້ຈັກເທື່ອ” ພຣະ­ເຢຊູຊົງຕອບວ່າ, “ຖ້າເຮົາບໍ່ລ້າງທ່ານ ທ່ານຈະມີສ່ວນໃນເຮົາບໍ່ໄດ້.” 9ຊີ­ໂມນເປ­ໂຕທູນວ່າ, “ນາຍເຈົ້າເອີຍບໍ່ແມ່ນແຕ່ຕີນເທົ່ານັ້ນ ແຕ່ຂໍລ້າງມືແລະຫົວຂອງຂ້າ­ນ້ອຍເໝືອນກັນ.” 10ພຣະ­ເຢຊູຊົງກ່າວຕໍ່ເປ­ໂຕວ່າ, “ຜູ້ທີ່ອາບ­ນ້ຳແລ້ວບໍ່ຈຳ­ເປັນລ້າງຕົວອີກ ລ້າງແຕ່ຕີນເທົ່ານັ້ນ ເພາະສະ­ອາດໝົດທັງຕົວແລ້ວພວກທ່ານກໍສະ­ອາດແລ້ວ­ແຕ່ບໍ່ແມ່ນທຸກຄົນ.” 11ເພາະພຣະ­ອົງຊົງຮູ້ແລ້ວວ່າໃຜຈະທໍ­ລະຍົດຕໍ່ພຣະ­ອົງ ເພາະເຫດນັ້ນພຣະ­ອົງຈຶ່ງຊົງກ່າວວ່າ, “ທ່ານທັງ­ຫລາຍບໍ່ສະ­ອາດທຸກຄົນ.”

12ເຫດສັນນີ້ເມື່ອພຣະ­ອົງຊົງລ້າງຕີນຂອງເຂົາແລ້ວ ພຣະ­ອົງກໍຊົງໃສ່­ເຄື່ອງທົງຊັ້ນນອກຂອງຕົນອີກ ແລ້ວປະ­ທັບລົງຈຶ່ງຊົງຖາມເຂົາວ່າ, “ທ່ານທັງ­ຫລາຍເຂົ້າ­ໃຈໃນສິ່ງທີ່ເຮົາໄດ້ເຮັດຕໍ່ພວກທ່ານແລ້ວຫລື. 13ທ່ານທັງ­ຫລາຍເອີ້ນເຮົາວ່າອາ­ຈານແລະນາຍເຈົ້າ ພວກທ່ານເອີ້ນຖືກ­ຕ້ອງແລ້ວ ເພາະເຮົາເປັນຢ່າງນັ້ນ. 14ເຫດສັນ­ນັ້ນເຮົາຜູ້ເປັນນາຍ ແລະອາ­ຈານຂອງພວກທ່ານໄດ້ລ້າງຕີນຂອງທ່ານ ພວກທ່ານກໍຄວນລ້າງຕີນຂອງກັນແລະກັນເໝືອນກັນ. 15ດ້ວຍວ່າເຮົາໄດ້ວາງແບບ­ຢ່າງໃຫ້ພວກທ່ານແລ້ວ ເພື່ອທ່ານຈະໄດ້ເຮັດເໝືອນດັ່ງເຮົາໄດ້ເຮັດຕໍ່ພວກທ່ານແລ້ວ. 16ເຮົາບອກທ່ານທັງ­ຫລາຍຕາມຄວາມຈິງວ່າ ຂ້າໃຊ້ບໍ່­ຫ່ອນໃຫຍ່ກວ່ານາຍຂອງຕົນ ຜູ້ທີ່ຖືກໃຊ້ໄປບໍ່­ຫ່ອນໃຫຍ່ກວ່າຜູ້ໃຊ້ຕົນໄປນັ້ນ. 17ຖ້າທ່ານທັງ­ຫລາຍຮູ້ສິ່ງເຫລົ່ານີ້ແລະເຮັດຕາມ ທ່ານກໍເປັນສຸກ.

18ເຮົາບໍ່ເວົ້າເຖິງພວກທ່ານທຸກຄົນ ຝ່າຍເຮົາກໍຮູ້­ຈັກຜູ້ທີ່ເຮົາໄດ້ເລືອກໄວ້ແລ້ວ ແຕ່ຕ້ອງເປັນຈິງຕາມຂໍ້ພຣະ­ຄຳພີທີ່ວ່າ ‘ຜູ້ທີ່ຮັບປະ­ທານອາ­ຫານຂອງເຮົາກໍຍົກສົ້ນຕີນໃສ່ເຮົາ.’ 19ແຕ່ເວ­ລາບັດນີ້ເຮົາບອກທ່ານທັງ­ຫລາຍກ່ອນການນັ້ນເກີດຂຶ້ນ ເພື່ອວ່າເມື່ອມັນເກີດຂຶ້ນແລ້ວພວກທ່ານຈະໄດ້ເຊື່ອວ່າເຮົານີ້ແຫລະແມ່ນຜູ້ນັ້ນ. 20ເຮົາບອກທ່ານທັງ­ຫລາຍຕາມຄວາມຈິງວ່າ ຜູ້ໃດຮັບຕ້ອນຜູ້ທີ່ເຮົາໃຊ້ໄປກໍຮັບຕ້ອນເຮົາເໝືອນກັນ ແລະຜູ້ທີ່ຮັບຕ້ອນເຮົາກໍຮັບຕ້ອນພຣະ­ອົງຜູ້ຊົງໃຊ້ເຮົາມາ.”

ຊົງທຳນວາຍວ່າຢູດາຈະມອບພຣະອົງໄວ້

(ມທ 26:20-25; ມຣກ 14:17-21; ລກ 22:21-23)

21ເມື່ອພຣະ­ເຢຊູຊົງກ່າວດັ່ງ­ນັ້ນແລ້ວພຣະ­ອົງກໍຊົງວຸ້ນ­ວາຍໃນພຣະ­ໄທ ແລະຊົງກ່າວເປັນພະ­ຍານວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ຄົນໜຶ່ງໃນພວກທ່ານຈະທໍ­ລະຍົດຕໍ່ເຮົາ.” 22ພວກສາ­ວົກກໍເບິ່ງໜ້າກັນແລະສົງ­ໄສວ່າ ຄົນທີ່ພຣະ­ອົງກ່າວເຖິງນັ້ນຄືຜູ້ໃດ. 23ມີສາ­ວົກຄົນໜຶ່ງທີ່ພຣະ­ເຢຊູຊົງຮັກໄດ້ເນີ້ງກາຍລົງອີງພຣະ­ຊວງຂອງພຣະ­ອົງ. 24ຊີ­ໂມນເປ­ໂຕຈຶ່ງຍິກໜ້າໃສ່ສາ­ວົກຜູ້ນັ້ນກ່າວວ່າ, “ຈົ່ງຖາມວ່າຄົນທີ່ເພິ່ນເວົ້ານັ້ນແມ່ນຜູ້ໃດ.” 25ຂະ­ນະທີ່ຍັງອີງພຣະ­ຊວງຂອງພຣະ­ອົງ ສາ­ວົກຜູ້ນັ້ນກໍທູນຖາມວ່າ, “ນາຍເຈົ້າເອີຍແມ່ນຜູ້ໃດ.” 26ພຣະ­ເຢຊູຊົງຕອບວ່າ, “ເຮົາຈະເອົາອາ­ຫານຄຳນີ້ຈ້ຳແລ້ວຍື່ນໃຫ້ຜູ້ໃດ ກໍແມ່ນຜູ້ນັ້ນແຫລະ” ເມື່ອຊົງຈ້ຳອາ­ຫານຄຳນັ້ນ­ແລ້ວ ພຣະ­ອົງຊົງຍື່ນໃຫ້ແກ່ຢູ­ດາລູກຊີ­ໂມນອິ­ສະ­ກາ­ຣີ­ອົດ. 27ຫລັງຈາກຢູ­ດາໄດ້ກິນອາ­ຫານຄຳນັ້ນ­ແລ້ວ ຊາ­ຕານຈຶ່ງເຂົ້າຢູ່ໃນໃຈລາວ ພຣະ­ເຢຊູຈຶ່ງຊົງບອກຢູ­ດາວ່າ, “ອັນທີ່ທ່ານຈະເຮັດນັ້ນກໍຈົ່ງເຮັດໄວ ແມ.” 28ໃນບັນ­ດາຜູ້ທີ່ນັ່ງຮ່ວມໂຕະຢູ່ນັ້ນບໍ່ມີຜູ້ໃດໄດ້ເຂົ້າ­ໃຈວ່າ ດ້ວຍເຫດໃດພຣະ­ອົງຈຶ່ງຊົງກ່າວແກ່ລາວຢ່າງນັ້ນ. 29ດັ່ງ­ນັ້ນລາງຄົນກໍຄຶດວ່າເປັນເພາະຢູ­ດາຖືຖົງເງິນ ພຣະ­ເຢຊູຈຶ່ງຊົງກ່າວກັບລາວວ່າ, “ຈົ່ງຊື້ສິ່ງຂອງທີ່ພວກເຮົາຕ້ອງ­ການສຳ­ລັບງານເທດ­ສະ­ການນີ້” ຫລືເພື່ອຈະໃຫ້ລາວທານແກ່ຄົນຍາກ­ຈົນ. 30ພາຍ­ຫລັງທີ່ຢູ­ດາໄດ້ຮັບອາ­ຫານຄຳນັ້ນ­ແລ້ວລາວກໍອອກໄປທັນ­ທີ ໃນຂະ­ນະນັ້ນເປັນເວ­ລາກາງ­ຄືນ.

ພຣະບັນຍັດຂໍ້ໃໝ່

31ເມື່ອຢູ­ດາອອກໄປແລ້ວພຣະ­ເຢຊູຊົງກ່າວວ່າ, “ບັດນີ້ບຸດມະ­ນຸດໄດ້ຮັບກຽດ­ຕິ­ຍົດແລ້ວ ແລະພຣະ­ເຈົ້າກໍຊົງຮັບກຽດ­ຕິ­ຍົດເພາະບຸດມະ­ນຸດ. 32ຖ້າພຣະ­ເຈົ້າຊົງຮັບກຽດ­ຕິ­ຍົດເພາະບຸດມະ­ນຸດ ພຣະ­ເຈົ້າຈະຊົງປະ­ທານໃຫ້ບຸດມະ­ນຸດມີກຽດ­ຕິ­ຍົດຮ່ວມກັບພຣະ­ອົງ ແລະຈະຊົງໃຫ້ມີກຽດ­ຕິ­ຍົດໃນບັດນີ້. 33ລູກ­ນ້ອຍທັງ­ຫລາຍເອີຍເຮົາຍັງຈະຢູ່ກັບພວກເຈົ້າອີກໜ້ອຍໜຶ່ງ ພວກເຈົ້າຈະຊອກຫາເຮົາ ແລະເໝືອນກັບເຮົາໄດ້ບອກກັບພວກຢິວແລ້ວວ່າ ‘ບ່ອນເຮົາຈະໄປນັ້ນພວກເຈົ້າໄປບໍ່ໄດ້’ບັດນີ້ເຮົາກໍບອກພວກເຈົ້າເໝືອນກັນ.

34ເຮົາໃຫ້ບັນ­ຍັດໃໝ່ໄວ້ແກ່ເຈົ້າທັງ­ຫລາຍຄືໃຫ້ພວກເຈົ້າຮັກກັນແລະກັນ ເຮົາຮັກເຈົ້າທັງ­ຫລາຍມາແລ້ວຢ່າງ­ໃດ ພວກເຈົ້າຈົ່ງຮັກກັນແລະກັນດ້ວຍຢ່າງນັ້ນ. 35ຖ້າເຈົ້າທັງ­ຫລາຍມີຄວາມຮັກເຊິ່ງກັນແລະກັນ ດັ່ງ­ນີ້ແຫລະຄົນທັງປວງກໍຈະໄດ້ຮູ້ວ່າເຈົ້າທັງ­ຫລາຍເປັນສາ­ວົກຂອງເຮົາ.”

ຊົງທຳນວາຍວ່າເປໂຕຈະປະຕິເສດພຣະອົງ

(ມທ 23:31-35; ມຣກ 14:27-31; ລກ 22:31-34)

36ຝ່າຍຊີ­ໂມນເປ­ໂຕໄດ້ທູນພຣະ­ອົງວ່າ, “ນາຍເຈົ້າເອີຍທ່ານຈະໄປໃສ” ພຣະ­ເຢຊູຊົງຕອບວ່າ, “ບ່ອນທີ່ເຮົາຈະໄປນັ້ນ ທ່ານຈະຕາມເຮົາໄປດຽວ­ນີ້ບໍ່ໄດ້ ແຕ່ພາຍ­ຫລັງທ່ານຈະຕາມໄປ.” 37ເປ­ໂຕທູນພຣະ­ອົງວ່າ, “ນາຍເຈົ້າເອີຍເປັນຫຍັງຂ້າ­ນ້ອຍຈຶ່ງຕາມທ່ານໄປດຽວ­ນີ້ບໍ່ໄດ້ ຂ້າ­ນ້ອຍຈະສະ­ຫລະຊີ­ວິດເພື່ອທ່ານ.” 38ພຣະ­ເຢຊູຊົງຕອບວ່າ, “ທ່ານຈະສະ­ຫລະຊີ­ວິດຂອງທ່ານເພື່ອເຮົາຫລື ເຮົາບອກທ່ານຕາມຄວາມຈິງວ່າ ກ່ອນໄກ່ຈະຂັນທ່ານຈະປະ­ຕິ­ເສດເຮົາເຖິງສາມເທື່ອ.”

 

ໂຢຮັນ ບົດທີ 14

ພຣະເຢຊູຊົງເປັນທາງໄປສູ່ພຣະບິດາ

1“ຢ່າໃຫ້ໃຈຂອງທ່ານທັງ­ຫລາຍວຸ້ນ­ວາຍໄປ ຈົ່ງໄວ້ວາງ­ໃຈໃນພຣະ­ເຈົ້າແລະໄວ້ວາງ­ໃຈໃນເຮົາເໝືອນກັນ.https://laobible.net/inc/Cross.png 2ໃນຜາ­ສາດພຣະ­ບິ­ດາຂອງເຮົາມີທີ່­ຢູ່ຫລາຍບ່ອນ ຖ້າບໍ່ມີເຮົາຄົງໄດ້ບອກພວກທ່ານແລ້ວ ເພາະເຮົາໄປຈັດແຈງບ່ອນໄວ້ສຳ­ລັບທ່ານທັງ­ຫລາຍ. 3ເມື່ອເຮົາໄປຈັດແຈງບ່ອນໄວ້ສຳ­ລັບພວກທ່ານແລ້ວ ເຮົາຈະກັບມາອີກຮັບທ່ານໄປຢູ່ກັບເຮົາ ເພື່ອວ່າເຮົາຢູ່ທີ່ໃດພວກທ່ານຈະຢູ່ທີ່ນັ້ນເໝືອນກັນ. 4ແລະທ່ານຮູ້­ຈັກທາງທີ່ເຮົາຈະໄປນັ້ນ.”

5ໂທ­ມາທູນພຣະ­ອົງວ່າ, “ນາຍເຈົ້າເອີຍພວກຂ້າ­ນ້ອຍບໍ່ຮູ້ວ່າທ່ານຈະໄປໃສ ພວກຂ້າ­ນ້ອຍຈະຮູ້­ຈັກທາງນັ້ນດ້ວຍຢ່າງ­ໃດ.” 6ພຣະ­ເຢຊູຊົງຕອບລາວວ່າ, “ເຮົານີ້ແຫລະເປັນທາງນັ້ນເປັນ­ຄວາມຈິງແລະ ເປັນຊີ­ວິດ ບໍ່ມີຜູ້ໃດມາເຖິງພຣະ­ບິ­ດາໄດ້ນອກ­ຈາກຈະມາທາງເຮົາ. 7ຖ້າທ່ານທັງ­ຫລາຍຮູ້­ຈັກເຮົາແລ້ວ ທ່ານກໍຄົງຮູ້­ຈັກພຣະ­ບິ­ດາຂອງເຮົາເໝືອນກັນ ຕັ້ງ­ແຕ່ນີ້ໄປທ່ານທັງ­ຫລາຍກໍຮູ້­ຈັກພຣະ­ອົງ ແລະໄດ້ເຫັນພຣະ­ອົງ.”

8ຟີ­ລິບທູນພຣະ­ອົງວ່າ, “ນາຍເຈົ້າເອີຍຂໍສະ­ແດງພຣະ­ບິ­ດາໃຫ້ຂ້າ­ນ້ອຍທັງ­ຫລາຍໄດ້ເຫັນ ພວກຂ້າ­ນ້ອຍກໍຈະພໍ­ໃຈແລ້ວ.” 9ພຣະ­ເຢຊູຊົງຕອບວ່າ, “ຟີ­ລິບເອີຍເຮົາໄດ້ຢູ່ກັບພວກທ່ານເຫິງມາເຖິງພຽງນີ້ ແລະພວກທ່ານຍັງບໍ່ຮູ້­ຈັກເຮົາອີກຫລື ຜູ້ທີ່ໄດ້ເຫັນເຮົາກໍໄດ້ເຫັນພຣະ­ບິ­ດາ ເປັນສັນ­ໃດທ່ານຈຶ່ງກ່າວວ່າ, ‘ຂໍສະ­ແດງພຣະ­ບິ­ດາໃຫ້ພວກຂ້າ­ນ້ອຍເຫັນ.’ 10ທ່ານບໍ່ເຊື່ອຫລືວ່າເຮົານີ້ຢູ່ໃນພຣະ­ບິ­ດາ ແລະພຣະ­ບິ­ດາຊົງຢູ່ໃນເຮົາ ຖ້ອຍຄຳທີ່ເຮົາກ່າວແກ່ທ່ານທັງ­ຫລາຍນັ້ນເຮົາບໍ່ໄດ້ກ່າວໂດຍລຳ­ພັງເຮົາເອງ ແຕ່ພຣະ­ບິ­ດາຜູ້ຊົງສະ­ຖິດຢູ່ໃນເຮົາໄດ້ຊົງກະ­ທຳພຣະ­ລາ­ຊະ­ກິດຂອງພຣະ­ອົງ. 11ຈົ່ງເຊື່ອເຮົາວ່າເຮົາຢູ່ໃນພຣະ­ບິ­ດາແລະພຣະ­ບິ­ດາຊົງຢູ່ໃນເຮົາ ຖ້າບໍ່ດັ່ງ­ນັ້ນກໍຈົ່ງເຊື່ອເພາະກິດ­ຈະ­ການເຫລົ່າ­ນັ້ນ. 12“ເຮົາບອກທ່ານທັງ­ຫລາຍຕາມຄວາມຈິງວ່າ ຜູ້ທີ່ເຊື່ອໃນເຮົາກໍຈະເຮັດກິດ­ຈະ­ການທີ່ເຮົາເຮັດຢູ່ນັ້ນເໝືອນກັນ ແລະຜູ້ນັ້ນຈະເຮັດການໃຫຍ່ກວ່ານັ້ນອີກ ເພາະ­ວ່າຝ່າຍເຮົາໄປເຖິງພຣະ­ບິ­ດາ. 13ສິ່ງໃດທີ່ທ່ານທັງ­ຫລາຍຈະຂໍໃນນາມຂອງເຮົາ ເຮົາກໍຈະເຮັດສິ່ງນັ້ນເພື່ອວ່າພຣະ­ບິ­ດາຈະຊົງຮັບກຽດ­ຕິ­ຍົດດ້ວຍພຣະ­ບຸດ. 14ຖ້າທ່ານທັງ­ຫລາຍຂໍສິ່ງໃດກັບເຮົາໃນນາມຂອງເຮົາ ຝ່າຍເຮົາກໍຈະເຮັດສິ່ງນັ້ນ.

ຊົງສັນຍາຈະປະທານພຣະວິນຍານບໍລິສຸດ

15“ຖ້າທ່ານທັງ­ຫລາຍຮັກເຮົາ ທ່ານກໍຈະຖືຮັກ­ສາຂໍ້ບັນ­ຍັດຂອງເຮົາ. 16ຝ່າຍເຮົາຈະທູນຂໍພຣະ­ບິ­ດາ ແລະພຣະ­ອົງຈະຊົງປະ­ທານຜູ້ຊ່ອຍອີກຜູ້ໜຶ່ງໃຫ້ແກ່ພວກທ່ານ ເພື່ອຈະຢູ່ກັບພວກທ່ານຕະ­ຫລອດໄປເປັນ­ນິດ, 17ຄືພຣະ­ວິນ­ຍານແຫ່ງຄວາມຈິງ ຊຶ່ງໂລກບໍ່ອາດຈະຮັບໄດ້ເພາະໂລກບໍ່ເຫັນແລະບໍ່ຮູ້­ຈັກພຣະ­ອົງ ແຕ່ທ່ານທັງ­ຫລາຍຮູ້­ຈັກພຣະ­ອົງ ເພາະພຣະ­ອົງຊົງສະ­ຖິດຢູ່ກັບພວກທ່ານ ແລະຈະປະ­ທັບຢູ່ໃນພວກທ່ານ.

18“ເຮົາຈະບໍ່ປະຖິ້ມທ່ານທັງ­ຫລາຍໄວ້ໃນເປັນກຳ­ພ້າ ເຮົາຈະມາຫາພວກທ່ານ. 19ອີກໜ້ອຍໜຶ່ງໂລກຈະບໍ່ເຫັນເຮົາແຕ່ພວກທ່ານຈະເຫັນເຮົາ ເພາະເຮົາເປັນຢູ່ທ່ານທັງ­ຫລາຍກໍຈະເປັນຢູ່ເໝືອນກັນ. 20ໃນວັນນັ້ນທ່ານຈະຮູ້ວ່າເຮົາຢູ່ໃນພຣະ­ບິ­ດາຂອງເຮົາ ແລະພວກທ່ານຢູ່ໃນເຮົາ ແລະເຮົາຢູ່ໃນພວກທ່ານ. 21ຜູ້ທີ່ມີຂໍ້ບັນ­ຍັດຂອງເຮົາແລະຖືຂໍ້ບັນ­ຍັດນັ້ນ ຜູ້ນັ້ນແຫລະເປັນຜູ້ທີ່ຮັກເຮົາ ແລ້ວຜູ້ທີ່ຮັກເຮົາພຣະ­ບິ­ດາຂອງເຮົາຈະຊົງຮັກຜູ້ນັ້ນ ແລະຝ່າຍເຮົາຈະຮັກຜູ້ນັ້ນ ພ້ອມທັງຈະສະ­ແດງຕົວເຮົາໃຫ້ແກ່ຜູ້ນັ້ນ.”

22ຢູ­ດາ (ບໍ່ແມ່ນອິ­ສະ­ກາ­ຣີ­ອົດທູນພຣະ­ອົງວ່າ, “ນາຍເຈົ້າເອີຍເປັນດ້ວຍເຫດໃດທ່ານຈຶ່ງສະ­ແດງຕົວໃຫ້ປະ­ກົດແກ່ພວກຂ້າ­ນ້ອຍ ແຕ່ບໍ່ໃຫ້ປະ­ກົດແກ່ໂລກ.” 23ພຣະ­ເຢຊູຊົງຕອບວ່າ, “ຖ້າຜູ້ໃດຮັກເຮົາ ຜູ້ນັ້ນຈະຖືຮັກ­ສາພຣະ­ທຳຂອງເຮົາ ແລະພຣະ­ບິ­ດາຂອງເຮົາຈະຊົງຮັກຜູ້ນັ້ນ ແລ້ວເຮົາທັງສອງຈະມາຫາຜູ້ນັ້ນແລະຈະຕັ້ງຢູ່ກັບຜູ້ນັ້ນ. 24ຜູ້ທີ່ບໍ່ຮັກເຮົາກໍບໍ່ຖືຮັກ­ສາຖ້ອຍຄຳທັງ­ຫລາຍຂອງເຮົາ ພຣະ­ທຳທີ່ທ່ານທັງ­ຫລາຍໄດ້ຍິນນັ້ນບໍ່ແມ່ນຂອງເຮົາ ແຕ່ແມ່ນຂອງພຣະ­ບິ­ດາຜູ້ຊົງໃຊ້ເຮົາມາ.

25“ຂໍ້­ຄວາມເຫລົ່ານີ້ເຮົາໄດ້ກ່າວຕໍ່ທ່ານທັງ­ຫລາຍ ເມື່ອເຮົາຍັງຢູ່ກັບພວກທ່ານ. 26ແຕ່ພຣະ­ຜູ້­ຊ່ອຍຄືພຣະ­ວິນ­ຍານ­ບໍ­ລິ­ສຸດທີ່ພຣະ­ບິ­ດາຈະຊົງໃຊ້ມາໃນນາມຂອງເຮົາ ອົງນັ້ນແຫລະຈະຊົງສອນທ່ານທັງ­ຫລາຍທຸກ ສິ່ງ ແລະຈະເຕືອນພວກທ່ານໃຫ້ລະ­ນຶກເຖິງທຸກສິ່ງທີ່ເຮົານີ້ໄດ້ກ່າວແກ່ພວກທ່ານແລ້ວນັ້ນ.

27ເຮົາມອບຄວາມສະ­ຫງົບສຸກໄວ້ກັບທ່ານທັງ­ຫລາຍ ຄວາມສະ­ຫງົບສຸກຂອງເຮົາ ເຮົາປະ­ທານໃຫ້ແກ່ທ່ານທັງ­ຫລາຍ ຝ່າຍເຮົາໃຫ້ແກ່ພວກທ່ານບໍ່ເໝືອນໂລກໃຫ້ນັ້ນ ຢ່າໃຫ້ໃຈຂອງພວກທ່ານວຸ້ນ­ວາຍໄປແລະຢ່າຊູ່ຢ້ານ. 28ທ່ານທັງ­ຫລາຍໄດ້ຍິນເຮົາກ່າວແກ່ພວກທ່ານແລ້ວວ່າ ‘ເຮົາຈະຈາກໄປແລະຈະກັບມາຫາພວກທ່ານ’ ຖ້າພວກທ່ານຮັກເຮົາ ພວກທ່ານກໍຈະຊົມ­ຊື່ນຍິນ­ດີທີ່ເຮົາໄປຫາພຣະ­ບິ­ດາ ເພາະພຣະ­ບິ­ດາຊົງເປັນໃຫຍ່ກວ່າເຮົາ. 29ບັດນີ້ເຮົາໄດ້ບອກທ່ານທັງ­ຫລາຍກ່ອນເຫດ­ການນັ້ນຈະເກີດຂຶ້ນ ເພື່ອວ່າເມື່ອເຫດ­ການນັ້ນເກີດຂຶ້ນແລ້ວພວກທ່ານຈະໄດ້ເຊື່ອ. 30ຕັ້ງ­ແຕ່ນີ້ໄປເຮົາຈະບໍ່ສົນ­ທະ­ນາຫລາຍຄຳກັບພວກທ່ານ ເພາະ­ວ່າຜູ້ປົກ­ຄອງໂລກຈະມາແລະຜູ້ນັ້ນບໍ່ມີສິດອັນໃດກ່ຽວກັບເຮົາ. 31ແຕ່ເຮົາໄດ້ເຮັດຕາມທີ່ພຣະ­ບິ­ດາໄດ້ຊົງບັນ­ຊາ ເພື່ອໂລກຈະໄດ້ຮູ້ວ່າເຮົາຮັກພຣະ­ບິ­ດາ ຈົ່ງລຸກ­ຂຶ້ນເຮົາທັງ­ຫລາຍພາ­ກັນຈາກທີ່ນັ້ນໄປເທາະ.”

 

ໂຢຮັນ ບົດທີ 15

ພຣະເຢຊູຄືເຄືອອະງຸ່ນອັນແທ້ຈິງ

1“ເຮົາເປັນເຄືອອະ­ງຸ່ນອັນແທ້ຈິງ ພຣະ­ບິ­ດາຂອງເຮົາຊົງເປັນຜູ້ບົວ­ລະ­ບັດ. 2ກິ່ງທຸກກິ່ງໃນເຮົາທີ່ບໍ່­ເກີດຜົນ ພຣະ­ອົງຊົງລິເສຍ ແລະກິ່ງທຸກກິ່ງທີ່ເກີດຜົນ ພຣະ­ອົງຊົງຕອນເພື່ອໃຫ້ເກີດຜົນຫລາຍຂຶ້ນ. 3ບັດນີ້ທ່ານທັງ­ຫລາຍກໍຕອນhttps://laobible.net/inc/Cross.png ແລ້ວດ້ວຍພຣະ­ທຳທີ່ເຮົາໄດ້ກ່າວຕໍ່ພວກທ່ານ. 4ຈົ່ງເຂົ້າສະ­ໜິດຢູ່ໃນເຮົາແລະເຮົາເຂົ້າສະ­ໜິດຢູ່ໃນພວກທ່ານ ກິ່ງຈະເກີດຜົນເອງບໍ່ໄດ້ນອກ­ຈາກຈະຕິດຢູ່ກັບເຄືອສັນ­ໃດ ທ່ານທັງ­ຫລາຍກໍຈະເກີດຜົນບໍ່ໄດ້ນອກ­ຈາກຈະເຂົ້າສະ­ໜິດຢູ່ໃນເຮົາສັນ­ນັ້ນ.

5ເຮົາເປັນເຄືອອະ­ງຸ່ນ ທ່ານທັງ­ຫລາຍເປັນກິ່ງ ຜູ້ທີ່ເຂົ້າສະ­ໜິດຢູ່ໃນເຮົາ ແລະເຮົາເຂົ້າສະ­ໜິດຢູ່ໃນຜູ້ນັ້ນ ແມ່ນຜູ້ນັ້ນແຫລະຈະເກີດຜົນຫລາຍ ເພາະຖ້າແຍກຈາກເຮົາແລ້ວພວກທ່ານບໍ່ອາດເຮັດສິ່ງໃດໄດ້. 6ຖ້າຜູ້ໃດບໍ່ເຂົ້າສະ­ໜິດຢູ່ໃນເຮົາ ຜູ້ນັ້ນກໍຕ້ອງຖືກຕັດຖິ້ມເສຍເໝືອນກິ່ງ ແລ້ວກໍຫ່ຽວ­ແຫ້ງໄປແລະຖືກເກັບເອົາໄປເຜົາໄຟເສຍ. 7ຖ້າທ່ານທັງ­ຫລາຍເຂົ້າສະ­ໜິດຢູ່ໃນເຮົາ ແລະຖ້ອຍຄຳຂອງເຮົາຝັງຢູ່ໃນທ່ານແລ້ວ ພວກທ່ານຈະປາດ­ຖະ­ໜາສິ່ງໃດຈົ່ງຂໍແລ້ວສິ່ງນັ້ນຈະເກີດມີແກ່ພວກທ່ານ. 8ໃນການນີ້ແຫລະພຣະ­ບິ­ດາຂອງເຮົາໄດ້ຊົງຮັບກຽດ­ຕິ­ຍົດ ຄືເມື່ອພວກທ່ານເກີດຜົນຫລາຍ ພວກທ່ານຈຶ່ງເກີດເປັນສາ­ວົກຂອງເຮົາ.

9ພຣະ­ບິ­ດາໄດ້ຊົງຮັກເຮົາຢ່າງ­ໃດ ຝ່າຍເຮົາໄດ້ຮັກພວກທ່ານຢ່າງນັ້ນເໝືອນກັນ ຈົ່ງຕັ້ງຢູ່ໃນຄວາມຮັກຂອງເຮົາ. 10ຖ້າພວກທ່ານຖືຮັກ­ສາຂໍ້ບັນ­ຍັດຂອງເຮົາ ທ່ານກໍຈະຕັ້ງຢູ່ໃນຄວາມຮັກຂອງເຮົາ ເໝືອນດັ່ງເຮົາໄດ້ຖືຮັກ­ສາບັນ­ຍັດພຣະ­ບິ­ດາຂອງເຮົາ ເຮົາຈຶ່ງຕັ້ງຢູ່ໃນຄວາມຮັກຂອງພຣະ­ອົງ. 11ຂໍ້­ຄວາມເຫລົ່ານີ້ເຮົາໄດ້ບອກທ່ານທັງ­ຫລາຍແລ້ວ ເພື່ອຄວາມຍິນ­ດີຂອງເຮົາຈະຢູ່ໃນທ່ານ ແລະຄວາມຍິນ­ດີຂອງທ່ານຈະຄົບບໍ­ລິ­ບູນ. 12“ນີ້ແຫລະເປັນຂໍ້ບັນ­ຍັດຂອງເຮົາ ຄືໃຫ້ທ່ານທັງ­ຫລາຍຮັກກັນແລະກັນ ເໝືອນດັ່ງເຮົາໄດ້ຮັກພວກທ່ານ. 13ບໍ່ມີຜູ້ໃດມີຄວາມຮັກໃຫຍ່ກວ່ານີ້ ຄືການທີ່ຜູ້ໜຶ່ງຈະໄດ້ສະ­ຫລະຊີ­ວິດຕາງມິດສະ­ຫາຍຂອງຕົນ. 14ຖ້າທ່ານທັງ­ຫລາຍເຮັດຂໍ້ທີ່ເຮົາໄດ້ບັນ­ຍັດໄວ້ ພວກທ່ານກໍເປັນມິດສະ­ຫາຍຂອງເຮົາ. 15ຕໍ່ໄປເຮົາບໍ່ເອີ້ນທ່ານທັງ­ຫລາຍວ່າຂ້ອຍໃຊ້ ເພາະຂ້ອຍໃຊ້ບໍ່ຮູ້ວ່ານາຍຂອງຕົນກຳ­ລັງເຮັດອັນໃດ ແຕ່ເຮົາເອີ້ນພວກທ່ານວ່າມິດສະ­ຫາຍ ເພາະ­ວ່າທຸກສິ່ງທີ່ເຮົາໄດ້ຍິນຈາກພຣະ­ບິ­ດາຂອງເຮົາ ເຮົາກໍໄດ້ສະ­ແດງໃຫ້ແກ່ພວກທ່ານຊາບແລ້ວ. 16ບໍ່ແມ່ນທ່ານທັງ­ຫລາຍໄດ້ເລືອກເອົາເຮົາ ແຕ່ຝ່າຍເຮົາໄດ້ເລືອກເອົາພວກທ່ານແລະໄດ້ແຕ່ງ­ຕັ້ງທ່ານທັງ­ຫລາຍ ເພື່ອໃຫ້ໄປເກີດຜົນ ແລະເພື່ອຜົນຂອງພວກທ່ານຈະຕັ້ງຢູ່ຖາ­ວອນ ເພື່ອວ່າເມື່ອທ່ານທັງ­ຫລາຍຈະທູນຂໍສິ່ງໃດຈາກພຣະ­ບິ­ດາໃນນາມຂອງເຮົາ ພຣະ­ອົງກໍຈະຊົງປະ­ທານສິ່ງນັ້ນແກ່ພວກທ່ານ. 17ຂໍ້­ຄວາມເຫລົ່ານີ້ເຮົາກໍບັນ­ຍັດໄວ້ແກ່ທ່ານທັງ­ຫລາຍເພື່ອພວກທ່ານຈະຮັກກັນແລະກັນ.

ຄວາມກຽດຊັງຂອງໂລກ

18“ຖ້າໂລກຫາກກຽດຊັງທ່ານທັງ­ຫລາຍ ກໍຈົ່ງຮູ້ວ່າມັນໄດ້ກຽດຊັງເຮົາກ່ອນແລ້ວ. 19ຖ້າທ່ານທັງ­ຫລາຍເປັນຂອງຝ່າຍໂລກ ໂລກກໍຈະຮັກ­ແພງສິ່ງທີ່ເປັນຂອງມັນ ແຕ່ເພາະທ່ານທັງ­ຫລາຍບໍ່ເປັນຂອງຝ່າຍໂລກ ແລະຝ່າຍເຮົາໄດ້ເລືອກເອົາພວກທ່ານອອກຈາກໂລກ ສັນ­ນັ້ນໂລກຈຶ່ງກຽດຊັງພວກທ່ານ. 20ຈົ່ງລະ­ນຶກເຖິງຄຳທີ່ເຮົາໄດ້ກ່າວແກ່ທ່ານທັງ­ຫລາຍວ່າ ຂ້ອຍໃຊ້ບໍ່­ຫ່ອນໃຫຍ່ກວ່ານາຍຂອງຕົນ ຖ້າເຂົາຂົ່ມ­ເຫງເຮົາ ເຂົາກໍຈະຂົ່ມ­ເຫງທ່ານທັງ­ຫລາຍເໝືອນກັນ ຖ້າເຂົາຖືຮັກ­ສາຂໍ້­ຄວາມຂອງເຮົາ ເຂົາກໍຈະຖືຮັກ­ສາຂໍ້­ຄວາມຂອງພວກທ່ານເໝືອນກັນ. 21ແຕ່ສິ່ງທັງປວງນີ້ເຂົາກໍຈະເຮັດຕໍ່ທ່ານທັງ­ຫລາຍ ເພາະເຫັນ­ແກ່ນາມຂອງເຮົາ ເພາະ­ວ່າເຂົາບໍ່ຮູ້­ຈັກພຣະ­ອົງຜູ້ຊົງໃຊ້ເຮົາມາ. 22ຖ້າເຮົາບໍ່ໄດ້ມາກ່າວແກ່ເຂົາ ເຂົາກໍບໍ່ມີຜິດບາບແຕ່ບັດນີ້ເຂົາບໍ່ມີຂໍ້ແກ້ຕົວໃນເລື່ອງຜິດບາບຂອງຕົນ. 23ຜູ້ທີ່ກຽດຊັງເຮົາກໍກຽດຊັງພຣະ­ບິ­ດາຂອງເຮົາເໝືອນກັນ. 24ຖ້າເຮົາບໍ່ໄດ້ເຮັດກິດ­ຈະ­ການຖ້າມ­ກາງເຂົາ ອັນບໍ່ມີຜູ້ອື່ນໄດ້ເຮັດນັ້ນ ເຂົາກໍຄົງບໍ່ມີຜິດບາບ ແຕ່ບັດນີ້ເຂົາໄດ້ເຫັນ ແລະໄດ້ກຽດຊັງທັງເຮົາ ແລະພຣະ­ບິ­ດາຂອງເຮົາເໝືອນກັນ. 25ທັງນີ້ກໍເພື່ອຈະໄດ້ເປັນຈິງ ຕາມທີ່ຂຽນໄວ້ໃນພຣະ­ບັນ­ຍັດຂອງເຂົາທີ່ວ່າ ‘ເຂົາໄດ້ກຽດຊັງເຮົາໂດຍບໍ່ມີເຫດ’. 26ແຕ່ເມື່ອອົງພຣະ­ຜູ້­ຊ່ອຍຜູ້ທີ່ເຮົານີ້ຈະໃຊ້ມາຈາກພຣະ­ບິ­ດາຫາທ່ານທັງ­ຫລາຍ ຄືພຣະ­ວິນ­ຍານແຫ່ງຄວາມຈິງຊຶ່ງອອກຈາກພຣະ­ບິ­ດາ ໄດ້ສະ­ເດັດມາແລ້ວ ພຣະ­ອົງນັ້ນແຫລະຈະຊົງເປັນພະ­ຍານໃຫ້ແກ່ເຮົາ. 27ສ່ວນທ່ານທັງ­ຫລາຍກໍເປັນພະ­ຍານເໝືອນກັນ ເພາະ­ວ່າພວກທ່ານຢູ່ກັບເຮົາຕັ້ງ­ແຕ່ຕົ້ນມາແລ້ວ.

 

ໂຢຮັນ ບົດທີ 16

1“ຂໍ້­ຄວາມເຫລົ່ານີ້ເຮົາໄດ້ບອກທ່ານທັງ­ຫລາຍແລ້ວ ເພື່ອບໍ່ໃຫ້ພວກທ່ານເກີດຄວາມສະ­ດຸດໃຈ. 2ເຂົາຈະໄລ່ທ່ານທັງ­ຫລາຍອອກຈາກໂຮງທຳມະເທດສະ­ໜາຈະມີເວ­ລາໜຶ່ງເມື່ອບຸກ­ຄົນທີ່ຂ້າພວກທ່ານເສຍຈະຄຶດວ່າ ຕົນເຮັດການນັ້ນເພື່ອບູ­ຊາຕໍ່ພຣະ­ເຈົ້າ. 3ເຂົາຈະເຮັດດັ່ງ­ນັ້ນ ເພາະເຂົາບໍ່ໄດ້ຮູ້­ຈັກພຣະ­ບິ­ດາແລະບໍ່ໄດ້ຮູ້­ຈັກເຮົາ. 4ແຕ່ທີ່ເຮົາໄດ້ບອກສິ່ງເຫລົ່ານີ້ໃຫ້ທ່ານທັງ­ຫລາຍ ກໍເພື່ອວ່າເມື່ອເວ­ລາຂອງເຂົາມາເຖິງແລ້ວ ພວກທ່ານຈະໄດ້ລະ­ນຶກວ່າ ຝ່າຍເຮົາໄດ້ບອກພວກທ່ານໄວ້ແລ້ວ.

ງານຂອງພຣະວິນຍານບໍລິສຸດ

ເຮົາບໍ່ໄດ້ບອກສິ່ງເຫລົ່ານີ້ແກ່ທ່ານທັງ­ຫລາຍຕັ້ງ­ແຕ່ຕົ້ນມາ ເພາະ­ວ່າເຮົາຍັງຢູ່ກັບພວກທ່ານ. 5ແຕ່ບັດນີ້ເຮົາຈວນຈະໄປຫາພຣະ­ອົງຜູ້ຊົງໃຊ້ເຮົາມາ ແລະບໍ່ມີຜູ້ໃດໃນພວກທ່ານຖາມເຮົາວ່າ, ‘ທ່ານຈະໄປໃສ’. 6ແຕ່ເພາະເຮົາໄດ້ບອກສິ່ງເຫລົ່ານີ້ຕໍ່ພວກທ່ານ ໃຈຂອງພວກທ່ານຈຶ່ງເຕັມໄປດ້ວຍຄວາມ­ທຸກ. 7ຢ່າງ­ໃດກໍຕາມເຮົາກໍບອກຄວາມຈິງຕໍ່ທ່ານທັງ­ຫລາຍວ່າ ການທີ່ເຮົາຈາກໄປນັ້ນເປັນປະ­ໂຫຍດແກ່ພວກທ່ານ ເພາະຖ້າເຮົາບໍ່ໄປ ອົງພຣະ­ຜູ້­ຊ່ອຍນັ້ນຈະບໍ່ໄດ້ສະ­ເດັດມາຫາພວກທ່ານ ແຕ່ຖ້າເຮົາໄປແລ້ວ ເຮົາກໍຈະໃຊ້ ພຣະ­ອົງນັ້ນມາຫາພວກທ່ານ. 8ເມື່ອພຣະ­ອົງສະ­ເດັດມາແລ້ວ ພຣະ­ອົງນັ້ນແຫລະຈະຊົງບັນດົນໃຫ້ໂລກຮູ້ແຈ້ງໃນເລື່ອງຄວາມຜິດບາບຄວາມຊອບທຳແລະການພິ­ພາກ­ສາ. 9ໃນເລື່ອງຄວາມຜິດບາບນັ້ນ ຄືເພາະເຂົາບໍ່ວາງ­ໃຈເຊື່ອໃນເຮົາ. 10ໃນເລື່ອງຄວາມຊອບທຳນັ້ນ ຄືເພາະເຮົາໄປຫາພຣະ­ບິ­ດາແລະພວກທ່ານຈະບໍ່ເຫັນເຮົາອີກ. 11ສ່ວນເລື່ອງການພິ­ພາກ­ສານັ້ນ ຄືເພາະຜູ້ປົກ­ຄອງໂລກນີ້ໄດ້ຖືກພິ­ພາກ­ສາແລ້ວ.

12“ເຮົາຍັງມີອີກຫລາຍສິ່ງທີ່ຈະບອກແກ່ທ່ານທັງ­ຫລາຍ ແຕ່ດຽວ­ນີ້ພວກທ່ານບໍ່ອາດຈະທົນໄດ້. 13ແຕ່ເມື່ອພຣະ­ອົງນັ້ນຄືພຣະ­ວິນ­ຍານແຫ່ງຄວາມຈິງຈະສະ­ເດັດມາແລ້ວ ພຣະ­ອົງຈະນຳທ່ານທັງ­ຫລາຍໄປສູ່ຄວາມຈິງທັງໝົດ ເພາະພຣະ­ອົງຈະບໍ່ກ່າວແຕ່ລຳ­ພັງຂອງພຣະ­ອົງເອງ ແຕ່ພຣະ­ອົງຊົງໄດ້ຍິນສິ່ງໃດກໍຈະຊົງກ່າວສິ່ງນັ້ນ ແລະຈະຊົງປະ­ກາດໃຫ້ທ່ານທັງ­ຫລາຍຮູ້ເຖິງສິ່ງເຫລົ່ານີ້ທີ່ຈະເກີດຂຶ້ນ. 14ພຣະ­ອົງຈະຊົງໃຫ້ເຮົາໄດ້ຮັບກຽດ ເພາະ­ວ່າພຣະ­ອົງຈະຊົງເອົາສິ່ງທີ່ເປັນຂອງເຮົາມາປະ­ກາດແກ່ທ່ານທັງ­ຫລາຍ. 15ທຸກ ສິ່ງທີ່ພຣະ­ບິ­ດາຊົງມີຢູ່ນັ້ນກໍເປັນຂອງເຮົາ ເຫດສັນ­ນັ້ນເຮົາຈຶ່ງກ່າວວ່າ ພຣະ­ວິນ­ຍານຊົງເອົາສິ່ງຊຶ່ງເປັນຂອງເຮົານັ້ນມາປະ­ກາດແກ່ທ່ານທັງ­ຫລາຍ.

ຄວາມທຸກໂສກຈະກາຍເປັນຄວາມຊົມຊື່ນຍິນດີ

16“ຍັງໜ້ອຍໜຶ່ງທ່ານທັງ­ຫລາຍຈະບໍ່ເຫັນເຮົາຕໍ່ໄປ ແລະຍັງອີກໜ້ອຍໜຶ່ງພວກທ່ານກໍຈະເຫັນເຮົາ.”

17ສາ­ວົກຂອງພຣະ­ອົງລາງຄົນຈຶ່ງຖາມກັນວ່າ, “ທີ່ທ່ານໄດ້ກ່າວຕໍ່ພວກເຮົາວ່າ ‘ຍັງໜ້ອຍໜຶ່ງທ່ານທັງ­ຫລາຍຈະບໍ່ເຫັນເຮົາ ແລະຍັງອີກໜ້ອຍໜຶ່ງພວກທ່ານກໍຈະເຫັນເຮົາ ແລະ ‘ເພາະເຮົາໄປຫາພຣະ­ບິ­ດາ’ ນີ້ໝາຍຄວາມຢ່າງ­ໃດ.” 18ເຂົາຈຶ່ງເວົ້າກັນວ່າ, “ຍັງໜ້ອຍໜຶ່ງ ນັ້ນໝາຍຄວາມວ່າຢ່າງ­ໃດ ພວກເຮົາບໍ່ເຂົ້າ­ໃຈວ່າທ່ານກຳ­ລັງເວົ້າຫຍັງ.”

19ພຣະ­ເຢຊູຊົງຊາບວ່າເຂົາຢາກທູນຖາມພຣະ­ອົງ ພຣະ­ອົງຈຶ່ງຊົງກ່າວກັບເຂົາວ່າ, “ທ່ານທັງ­ຫລາຍຖາມກັນໃນເລື່ອງທີ່ເຮົາກ່າວນັ້ນຫລືວ່າ ‘ຍັງໜ້ອຍໜຶ່ງທ່ານທັງ­ຫລາຍຈະບໍ່ເຫັນເຮົາ’ ແລະ ‘ອີກໜ້ອຍໜຶ່ງພວກທ່ານກໍຈະເຫັນເຮົາ’. 20ເຮົາບອກທ່ານທັງ­ຫລາຍຕາມຄວາມຈິງວ່າ ທ່ານທັງ­ຫລາຍຈະຮ້ອງ­ໄຫ້ຮ່ຳ­ໄຮ ແຕ່ໂລກນີ້ຈະຊົມ­ຊື່ນຍິນ­ດີ ສ່ວນພວກທ່ານຈະມີຄວາມ­ທຸກໂສກ ແຕ່ຄວາມ­ທຸກໂສກຂອງພວກທ່ານນັ້ນຈະກັບ­ກາຍເປັນ­ຄວາມຍິນ­ດີ. 21ເມື່ອຜູ້­ຍິງຈະເກີດລູກ ນາງກໍມີຄວາມ­ທຸກເພາະເຖິງກຳ­ນົດແລ້ວ ແຕ່ເມື່ອເກີດລູກແລ້ວນາງກໍບໍ່ຄຶດເຖິງຄວາມ­ເຈັບປວດນັ້ນອີກ ເພາະມີຄວາມຊົມ­ຊື່ນຍິນ­ດີທີ່ຄົນຜູ້ໜຶ່ງເກີດມາໃນໂລກ. 22ດັ່ງ­ນັ້ນໃນບັດນີ້ທ່ານທັງ­ຫລາຍກໍມີຄວາມ­ທຸກໂສກ ແຕ່ເຮົາຈະເຫັນພວກທ່ານອີກ ແລະໃຈຂອງພວກທ່ານຈະຊົມ­ຊື່ນຍິນ­ດີ ແລະບໍ່ມີຜູ້ໃດຈະເອົາຄວາມຍິນ­ດີນັ້ນອອກໄປຈາກພວກທ່ານໄດ້. 23ໃນວັນນັ້ນທ່ານທັງ­ຫລາຍຈະບໍ່ຖາມເຮົາເຖິງສິ່ງໃດ ເຮົາບອກພວກທ່ານຕາມຄວາມຈິງວ່າ ຖ້າພວກທ່ານຈະຂໍສິ່ງໃດຈາກພຣະ­ບິ­ດາໃນນາມຂອງເຮົາ ພຣະ­ອົງຈະຊົງໂຜດປະ­ທານສິ່ງນັ້ນໃຫ້ແກ່ທ່ານ. 24ມາເຖິງບັດນີ້ທ່ານທັງ­ຫລາຍບໍ່ໄດ້ຂໍສິ່ງໃດໃນນາມຂອງເຮົາ ຈົ່ງຂໍແລ້ວພວກທ່ານຈະໄດ້ຮັບ ເພື່ອຄວາມຍິນ­ດີຂອງພວກທ່ານຈະເຕັມບໍ­ລິ­ບູນ.

ເຮົາໄດ້ຊະນະໂລກແລ້ວ

25“ສິ່ງເຫລົ່ານີ້ເຮົາໄດ້ກ່າວຕໍ່ທ່ານທັງ­ຫລາຍ ເປັນຄຳປຽບ­ທຽບ ເມື່ອເຖິງເວ­ລາໜຶ່ງເຮົາຈະບໍ່ກ່າວເປັນຄຳປຽບ­ທຽບຕໍ່ພວກທ່ານອີກ ແຕ່ຈະບອກໃຫ້ພວກທ່ານຮູ້ເລື່ອງພຣະ­ບິ­ດາໂດຍແຈ່ມແຈ້ງ. 26ໃນວັນນັ້ນທ່ານທັງ­ຫລາຍຈະທູນຂໍໃນນາມຂອງເຮົາ ແລະເຮົາຈະບໍ່ບອກພວກທ່ານວ່າ ເຮົາຈະອ້ອນ­ວອນພຣະ­ບິ­ດາເພື່ອພວກທ່ານ. 27ດ້ວຍວ່າພຣະ­ບິ­ດາເອງກໍຊົງຮັກ­ແພງທ່ານທັງ­ຫລາຍ ເພາະ­ວ່າພວກທ່ານໄດ້ຮັກ­ແພງເຮົາ ແລະໄດ້ເຊື່ອວ່າ ເຮົາອອກມາຈາກພຣະ­ເຈົ້າ. 28ເຮົາໄດ້ອອກມາຈາກພຣະ­ບິ­ດາແລະໄດ້ມາໃນໂລກ ແລ້ວເຮົາຈະຈາກໂລກໄປຫາພຣະ­ບິ­ດາອີກ.”

29ພວກສາ­ວົກຂອງພຣະ­ອົງໄດ້ທູນວ່າ, “ນີ້ແຫລະບັດນີ້ທ່ານກ່າວໂດຍແຈ່ມແຈ້ງ ບໍ່ໄດ້ກ່າວເປັນຄຳປຽບ­ທຽບ. 30ບັດນີ້ພວກຂ້າ­ນ້ອຍຮູ້ແລ້ວວ່າທ່ານຮູ້­ຈັກສັບ­ພະທຸກສິ່ງ ແລະບໍ່ຈຳ­ເປັນທີ່ຜູ້ໃດຈະຖາມທ່ານອີກ ດ້ວຍເຫດນີ້ພວກຂ້າ­ນ້ອຍຈຶ່ງເຊື່ອວ່າທ່ານມາຈາກພຣະ­ເຈົ້າ.”

31ພຣະ­ເຢຊູຊົງຕອບເຂົາວ່າ, “ດຽວ­ນີ້ທ່ານທັງ­ຫລາຍເຊື່ອແລ້ວຫລື. 32ເບິ່ງແມເວ­ລາຈະມາແລະເວ­ລານັ້ນກໍເຖິງແລ້ວ ທີ່ທ່ານທັງ­ຫລາຍຈະຕ້ອງແຕກຊະກັນໄປບ້ານໃຜເຮືອນມັນ ແລະຈະປະເຮົາໄວ້ຜູ້ດຽວແຕ່ຫາກວ່າເຮົາບໍ່ໄດ້ຢູ່ຜູ້ດຽວເພາະພຣະ­ບິ­ດາຊົງສະ­ຖິດຢູ່ກັບເຮົາ. 33ເຮົາໄດ້ບອກເລື່ອງນີ້ແກ່ທ່ານທັງ­ຫລາຍ ເພື່ອພວກທ່ານຈະມີຄວາມສະ­ຫງົບສຸກໃນເຮົາ ໃນໂລກນີ້ພວກທ່ານຈະມີຄວາມ­ທຸກລຳ­ບາກ ແຕ່ຈົ່ງຊື່ນໃຈເທາະ ຝ່າຍເຮົາໄດ້ຊະ­ນະໂລກແລ້ວ.”

 

ໂຢຮັນ ບົດທີ 17

ພຣະເຢຊູຊົງອ້ອນວອນເພື່ອພວກສາວົກ

1ເມື່ອພຣະ­ເຢຊູຊົງກ່າວຖ້ອຍຄຳເຫລົ່ານີ້ແລ້ວ ພຣະ­ອົງກໍຊົງເງີຍພຣະ­ພັກຂຶ້ນເບິ່ງຟ້າໂດຍຊົງກ່າວວ່າ, “ພຣະ­ບິ­ດາເອີຍເຖິງເວ­ລາແລ້ວ ຂໍຊົງໂຜດໃຫ້ພຣະ­ບຸດຂອງພຣະ­ອົງໄດ້ຮັບກຽດ­ຕິ­ຍົດ ເພື່ອພຣະ­ບຸດຈະໄດ້ຖວາຍກຽດ­ຕິ­ຍົດແດ່ພຣະ­ອົງ. 2ເໝືອນດັ່ງພຣະ­ອົງໄດ້ຊົງປະ­ທານໃຫ້ພຣະ­ບຸດມີສິດອຳ­ນາດເໜືອມະ­ນຸດທັງປວງ ເພື່ອໃຫ້ພຣະ­ບຸດປະ­ທານຊີ­ວິດອັນຕະ­ຫລອດໄປເປັນ­ນິດ ແກ່ທຸກຄົນທີ່ພຣະ­ອົງໄດ້ຊົງມອບໃຫ້ແກ່ພຣະ­ບຸດນັ້ນ. 3ນີ້ແຫລະແມ່ນຊີ­ວິດອັນຕະ­ຫລອດໄປເປັນ­ນິດ ຄືທີ່ເຂົາຮູ້­ຈັກພຣະ­ອົງຜູ້ຊົງເປັນພຣະ­ເຈົ້າທ່ຽງແທ້ອົງດຽວແລະຮູ້­ຈັກພຣະ­ເຢຊູ­ຄຣິດທີ່ພຣະ­ອົງຊົງໃຊ້ມາ. 4ຂ້າ­ນ້ອຍໄດ້ຖວາຍກຽດ­ຕິ­ຍົດແດ່ພຣະ­ອົງໃນໂລກ ຂ້າ­ນ້ອຍໄດ້ເຮັດກິດ­ຈະ­ການທີ່ພຣະ­ອົງຊົງໃຫ້ຂ້າ­ນ້ອຍເຮັດນັ້ນສຳ­ເລັດແລ້ວ. 5ບັດນີ້ພຣະ­ບິ­ດາເອີຍຂໍຊົງໂຜດໃຫ້ຂ້າ­ນ້ອຍມີກຽດ­ຕິ­ຍົດຕໍ່ພຣະ­ພັກຂອງພຣະ­ອົງເອງ ຄືກຽດ­ຕິ­ຍົດທີ່ຂ້າ­ນ້ອຍມີກັບພຣະ­ອົງກ່ອນໂລກບໍ່ທັນມີນັ້ນ.

6“ຂ້າ­ນ້ອຍໄດ້ສະ­ແດງພຣະ­ນາມຂອງພຣະ­ອົງ ແກ່ຄົນທັງ­ຫລາຍທີ່ພຣະ­ອົງໄດ້ຊົງປະ­ທານໃຫ້ແກ່ຂ້າ­ນ້ອຍຈາກມະ­ນຸດ­ສະ­ໂລກ ຄົນເຫລົ່າ­ນັ້ນເປັນຂອງພຣະ­ອົງແລ້ວ ແລະພຣະ­ອົງໄດ້ຊົງປະ­ທານເຂົາໃຫ້ແກ່ຂ້າ­ນ້ອຍ ແລະເຂົາໄດ້ຖືຮັກ­ສາພຣະ­ທຳຂອງພຣະ­ອົງແລ້ວ. 7ບັດນີ້ເຂົາຊາບແລ້ວວ່າ ທຸກສິ່ງທີ່ພຣະ­ອົງຊົງປະ­ທານໃຫ້ແກ່ຂ້າ­ນ້ອຍນັ້ນມາຈາກພຣະ­ອົງ. 8ເພາະ­ວ່າຖ້ອຍຄຳທັງ­ຫລາຍທີ່ພຣະ­ອົງຊົງປະ­ທານໃຫ້ແກ່ຂ້າ­ນ້ອຍນັ້ນ ຂ້າ­ນ້ອຍໄດ້ໃຫ້ເຂົາແລ້ວ ແລະເຂົາໄດ້ຮັບໄວ້ ແລະເຂົາຮູ້ແນ່ວ່າຂ້າ­ນ້ອຍມາຈາກພຣະ­ອົງທັງເຊື່ອວ່າພຣະ­ອົງໄດ້ຊົງໃຊ້ຂ້າ­ນ້ອຍມາ. 9ຂ້າ­ນ້ອຍອ້ອນ­ວອນເພື່ອເຂົາ ຂ້າ­ນ້ອຍບໍ່ໄດ້ອ້ອນ­ວອນເພື່ອໂລກ ແຕ່ເພື່ອຄົນເຫລົ່າ­ນັ້ນທີ່ພຣະ­ອົງໄດ້ຊົງປະ­ທານແກ່ຂ້າ­ນ້ອຍ ເພາະ­ວ່າເຂົາເປັນຂອງພຣະ­ອົງ. 10ທຸກສິ່ງຊຶ່ງເປັນຂອງຂ້າ­ນ້ອຍກໍເປັນຂອງພຣະ­ອົງ ແລະທຸກສິ່ງຊຶ່ງເປັນຂອງພຣະ­ອົງກໍເປັນຂອງຂ້າ­ນ້ອຍ ແລະຂ້າ­ນ້ອຍມີກຽດ­ຕິ­ຍົດໃນສິ່ງເຫລົ່າ­ນັ້ນ. 11ບັດນີ້ຂ້າ­ນ້ອຍຈະບໍ່ຢູ່ໃນໂລກນີ້ອີກ ແຕ່ເຂົາຍັງຢູ່ໃນໂລກນີ້ ຝ່າຍຂ້າ­ນ້ອຍກຳ­ລັງຈະເມືອຫາພຣະ­ອົງ ໂອພຣະ­ບິ­ດາຜູ້ບໍ­ລິ­ສຸດ ຂໍພຣະ­ອົງຊົງໂຜດພິ­ທັກ­ຮັກ­ສາເຂົາໄວ້ໂດຍພຣະ­ນາມຂອງພຣະ­ອົງ ທີ່ພຣະ­ອົງໄດ້ຊົງປະ­ທານແກ່ຂ້າ­ນ້ອຍນັ້ນ ເພື່ອເຂົາຈະເປັນອັນໜຶ່ງອັນດຽວກັນເໝືອນດັ່ງເຮົາທັງສອງ. 12ເມື່ອຂ້າ­ນ້ອຍຍັງຢູ່ກັບເຂົາ ຂ້າ­ນ້ອຍກໍໄດ້ພິ­ທັກ­ຮັກ­ສາເຂົາໄວ້ ໂດຍພຣະ­ນາມຂອງພຣະ­ອົງທີ່ພຣະ­ອົງໄດ້ຊົງປະ­ທານແກ່ຂ້າ­ນ້ອຍ ຂ້າ­ນ້ອຍໄດ້ປົກປັກຮັກ­ສາເຂົາໄວ້ແລະບໍ່ມີຜູ້ໃດໄດ້ເສຍໄປ ເວັ້ນໄວ້ແຕ່ຜູ້ຖືກຊົງໝາຍໄວ້ສຳ­ລັບຄວາມຈິບ­ຫາຍ ເພື່ອໃຫ້ສຳ­ເລັດໄປຕາມຂໍ້ພຣະ­ທຳ. 13ບັດນີ້ຂ້າ­ນ້ອຍກຳ­ລັງຈະເມືອຫາພຣະ­ອົງ ຂ້າ­ນ້ອຍກ່າວເຖິງສິ່ງເຫລົ່ານີ້ໃນໂລກ ເພື່ອເຂົາຈະໄດ້ຮັບຄວາມຊົມ­ຊື່ນຍິນ­ດີຂອງຂ້າ­ນ້ອຍຢ່າງບໍ­ລິ­ບູນ. 14ຝ່າຍຂ້າ­ນ້ອຍໄດ້ມອບພຣະ­ທຳຂອງພຣະ­ອົງໃຫ້ແກ່ເຂົາແລ້ວ ແລະໂລກນີ້ໄດ້ໄດ້ກຽດຊັງເຂົາເພາະເຂົາບໍ່ຢູ່ຝ່າຍໂລກ ເໝືອນຂ້າ­ນ້ອຍບໍ່ຢູ່ຝ່າຍໂລກນັ້ນ. 15ຂ້າ­ນ້ອຍບໍ່ໄດ້ຂໍພຣະ­ອົງເອົາເຂົາອອກຈາກໂລກນີ້ ແຕ່ໄດ້ຂໍຮັກ­ສາເຂົາໄວ້ໃຫ້ພົ້ນຈາກມານຮ້າຍ.https://laobible.net/inc/Cross.png 16ເຂົາບໍ່ຢູ່ຝ່າຍໂລກເໝືອນດັ່ງຂ້າ­ນ້ອຍນີ້ບໍ່ຢູ່ຝ່າຍໂລກ. 17ຂໍຊົງໂຜດຊຳ­ລະເຂົາໃຫ້ບໍ­ລິ­ສຸດດ້ວຍຄວາມຈິງ ພຣະ­ທຳຂອງພຣະ­ອົງນັ້ນເປັນ­ຄວາມຈິງ. 18ພຣະ­ອົງຊົງໃຊ້ຂ້າ­ນ້ອຍມາໃນໂລກສັນ­ໃດ ຂ້າ­ນ້ອຍກໍໃຊ້ເຂົາໄປໃນໂລກສັນ­ນັ້ນ. 19ຂ້າ­ນ້ອຍຊຳ­ລະຕົວຖວາຍເພາະເຫັນ­ແກ່ເຂົາ ເພື່ອໃຫ້ເຂົາຮັບການຊົງຊຳ­ລະແຕ່ງ­ຕັ້ງໄວ້ດ້ວຍຄວາມຈິງເໝືອນກັນ.

20“ຂ້າ­ນ້ອຍບໍ່ໄດ້ອ້ອນ­ວອນເພື່ອຄົນເຫລົ່ານີ້ພວກດຽວ ແຕ່ເພື່ອຄົນທັງປວງທີ່ວາງ­ໃຈໃນຂ້າ­ນ້ອຍ ເພາະຖ້ອຍຄຳຂອງເຂົາ, 21ເພື່ອເຂົາທັງໝົດຈະເປັນອັນໜຶ່ງອັນດຽວກັນ ດັ່ງທີ່ພຣະ­ອົງຄືພຣະ­ບິ­ດາຊົງສະ­ຖິດໃນຂ້າ­ນ້ອຍ ແລະຂ້າ­ນ້ອຍໃນພຣະ­ອົງ ເພື່ອໃຫ້ເຂົາຢູ່ໃນເຮົາທັງສອງເໝືອນກັນ ເພື່ອໂລກຈະໄດ້ເຊື່ອວ່າແມ່ນພຣະ­ອົງແຫລະຊົງໃຊ້ຂ້າ­ນ້ອຍມາ. 22ແລະກຽດ­ຕິ­ຍົດທີ່ພຣະ­ອົງຊົງປະ­ທານໃຫ້ແກ່ຂ້າ­ນ້ອຍນັ້ນຂ້າ­ນ້ອຍກໍໄດ້ໃຫ້ແກ່ເຂົາ ເພື່ອເຂົາຈະເປັນອັນໜຶ່ງອັນດຽວກັນ ເໝືອນດັ່ງເຮົາທັງສອງເປັນອັນໜຶ່ງອັນດຽວກັນນັ້ນ. 23ຂ້າ­ນ້ອຍຢູ່ໃນເຂົາແລະພຣະ­ອົງຊົງຢູ່ໃນຂ້າ­ນ້ອຍ ເພື່ອເຂົາຈະເປັນອັນໜຶ່ງອັນດຽວກັນຢ່າງສົມ­ບູນ ເພື່ອໂລກຈະໄດ້ຮູ້ວ່າແມ່ນພຣະ­ອົງນັ້ນແຫລະຊົງໃຊ້ຂ້າ­ນ້ອຍມາ ແລະພຣະ­ອົງຊົງຮັກເຂົາເໝືອນດັ່ງທີ່ພຣະ­ອົງຊົງຮັກຂ້າ­ນ້ອຍ.

24“ໂອ ພຣະ­ບິ­ດາເອີຍຊຶ່ງພຣະ­ອົງຊົງປະ­ທານໃຫ້ແກ່ຂ້າ­ນ້ອຍນັ້ນ ຂ້າ­ນ້ອຍກໍປາດ­ຖະ­ໜາຢາກໃຫ້ເຂົາຢູ່ກັບຂ້າ­ນ້ອຍໃນບ່ອນຊຶ່ງຂ້າ­ນ້ອຍຢູ່ນັ້ນເໝືອນກັນ ເພື່ອເຂົາຈະໄດ້ເຫັນສະ­ຫງ່າລາ­ສີຂອງຂ້າ­ນ້ອຍ ຊຶ່ງພຣະ­ອົງຊົງປະ­ທານໃຫ້ແກ່ຂ້າ­ນ້ອຍ ເພາະພຣະ­ອົງຊົງຮັກຂ້າ­ນ້ອຍ ກ່ອນຊົງສ້າງໂລກ. 25ໂອ ພຣະ­ບິ­ດາຜູ້ຍຸດ­ຕິທຳໂລກນີ້ບໍ່ໄດ້ຮູ້­ຈັກ ພຣະ­ອົງແຕ່ຝ່າຍຂ້າ­ນ້ອຍໄດ້ຮູ້­ຈັກພຣະ­ອົງ ແລະຄົນເຫລົ່ານີ້ໄດ້ຮູ້ວ່າແມ່ນພຣະ­ອົງແຫລະຊົງໃຊ້ຂ້າ­ນ້ອຍມາ. 26ຂ້າ­ນ້ອຍໄດ້ເຮັດໃຫ້ເຂົາຮູ້­ຈັກພຣະ­ນາມຂອງພຣະ­ອົງ ແລະຈະເຮັດໃຫ້ເຂົາຮູ້ອີກ ເພື່ອຄວາມຮັກທີ່ພຣະ­ອົງໄດ້ຊົງຮັກຂ້າ­ນ້ອຍຈະຢູ່ໃນເຂົາ ແລະຝ່າຍຂ້າ­ນ້ອຍກໍຢູ່ໃນເຂົາ.”

 

ໂຢຮັນ ບົດທີ 18

ການມອບແລະການຈັບກຸມພຣະເຢຊູ

(ມທ 26:47-56; ມຣກ 14:43-50; ລກ 22:47-53)

1ເມື່ອພຣະ­ເຢຊູຊົງກ່າວຖ້ອຍຄຳເຫລົ່ານີ້ແລ້ວ ພຣະ­ອົງໄດ້ສະ­ເດັດອອກໄປກັບພວກສາ­ວົກຂອງພຣະ­ອົງ ຂ້າມຫ້ວຍກິດ­ໂຣນບ່ອນມີສວນ ພຣະ­ອົງສະ­ເດັດເຂົ້າໄປໃນສວນນັ້ນກັບສາ­ວົກ. 2ຝ່າຍຢູ­ດາຜູ້ທີ່ທໍ­ລະຍົດຕໍ່ພຣະ­ອົງກໍຮູ້­ຈັກບ່ອນນັ້ນເໝືອນກັນ ເພາະ­ວ່າທີ່ນັ້ນ ພຣະ­ເຢຊູໄດ້ປະ­ຊຸມກັນກັບພວກສາ­ວົກຫລາຍເທື່ອແລ້ວ. 3ດັ່ງ­ນັ້ນຢູ­ດາໄດ້ພາພວກທະ­ຫານກັບເຈົ້າໜ້າ­ທີ່ ມາຈາກພວກປະ­ໂລ­ຫິດຕົນໃຫຍ່ແລະພວກຟາ­ຣີ­ຊາຍ ຖືໂຄມຖືກະ­ບອງແລະເຄື່ອງ ອາ­ວຸດເຂົ້າມາໃນທີ່ນັ້ນ.

4ຝ່າຍພຣະ­ເຢຊູຊາບທຸກສິ່ງທີ່ຈະເກີດຂຶ້ນກັບພຣະ­ອົງ ຈຶ່ງສະ­ເດັດອອກໄປຊົງຖາມເຂົາວ່າ, “ທ່ານທັງ­ຫລາຍຊອກຫາໃຜ.” 5ເຂົາທູນຕອບພຣະ­ອົງວ່າ, “ມາຫາເຢ­ຊູໄທນາ­ຊາ­ເຣັດ” ພຣະ­ເຢຊູຊົງກ່າວກັບເຂົາວ່າ, “ເຮົານີ້ແຫລະຄືຜູ້ນັ້ນ” ຢູ­ດາຜູ້ທໍ­ລະຍົດຕໍ່ພຣະ­ອົງກໍຢືນຢູ່ກັບຄົນເຫລົ່າ­ນັ້ນ. 6ເມື່ອພຣະ­ອົງຊົງກ່າວຕໍ່ເຂົາວ່າ, “ເຮົານີ້ແຫລະຄືຜູ້ນັ້ນ” ເຂົາໄດ້ຖອຍ­ຫລັງລົ້ມລົງເທິງດິນ. 7ພຣະ­ອົງຈຶ່ງຊົງຖາມເຂົາອີກວ່າ, “ທ່ານທັງ­ຫລາຍຊອກຫາໃຜ” ເຂົາທູນຕອບວ່າ, “ມາຫາເຢ­ຊູໄທນາ­ຊາ­ເຣັດ.” 8ພຣະ­ເຢຊູຊົງຕອບວ່າ, “ເຮົາໄດ້ບອກພວກທ່ານແລ້ວວ່າ ແມ່ນເຮົານີ້ແຫລະ ເຫດສັນ­ນັ້ນຖ້າພວກທ່ານຊອກຫາເຮົາ ຈົ່ງປະໃຫ້ຄົນເຫລົ່ານີ້ໄປເສຍ.” 9ທັງນີ້ກໍເພື່ອໃຫ້ສຳ­ເລັດຕາມຖ້ອຍຄຳທີ່ພຣະ­ອົງຊົງກ່າວວ່າ, “ຄົນເຫລົ່ານີ້ທີ່ພຣະ­ອົງປະ­ທານໃຫ້ແກ່ຂ້າ­ນ້ອຍ ບໍ່ໄດ້ສູນເສຍໄປແມ່ນແຕ່ຄົນດຽວ.”

10ຊີ­ໂມນເປ­ໂຕ ມີດາບຈຶ່ງຖອດອອກມາຟັນຂ້ອຍໃຊ້ຄົນໜຶ່ງຂອງມະ­ຫາປະ­ໂລ­ຫິດ ຖືກຫູເບື້ອງຂວາຂາດ ຂ້າໃຊ້ຄົນນັ້ນຊື່­ວ່າ ມາ­ລະ­ໂຂ. 11ພຣະ­ເຢຊູຊົງກ່າວຕໍ່ເປ­ໂຕວ່າ, “ຈົ່ງເອົາດາບໃສ່ຝັກໄວ້ເສຍ ຈອກທີ່ພຣະ­ບິ­ດາຊົງປະ­ທານໃຫ້ແກ່ເຮົາ ເຮົາຈະບໍ່ດື່ມຫລື.”

ພຣະເຢຊູຊົງຖືກນຳໄປຫາປະໂລຫິດ

(ມທ 26:57-58; ມຣກ 14:53-54; ລກ 22:54)

12ກອງທະ­ຫານກັບນາຍພັນ ພ້ອມດ້ວຍເຈົ້າໜ້າ­ທີ່ຂອງພວກຢິວ ໄດ້ຫຸ້ມຈັບພຣະ­ເຢຊູມັດໄວ້. 13ແລ້ວເຂົາໄດ້ພາພຣະ­ອົງໄປຫາອັນ­ນາກ່ອນ ເພາະອັນ­ນາເປັນພໍ່ເມຍຂອງກາ­ຢະ­ຟາ ຜູ້ຊຶ່ງເປັນມະ­ຫາປະ­ໂລ­ຫິດປະ­ຈຳ­ການໃນປີນັ້ນ. 14ກາ­ຢະ­ຟາຜູ້ນີ້ແຫລະທີ່ແນະ­ນຳພວກຢິວວ່າ ຄວນໃຫ້ຄົນໜຶ່ງຕາຍແທນພົນ­ລະ­ເມືອງທັງໝົດ.

ເປໂຕປະຕິເສດພຣະເຢຊູ

(ມທ 26:69-70; ມຣກ 14:66-68; ລກ 22:55-57)

15ຊີ­ໂມນເປ­ໂຕກັບສາ­ວົກອີກຄົນໜຶ່ງໄດ້ຕາມພຣະ­ເຢຊູໄປ ສາ­ວົກຄົນນັ້ນຮູ້­ຈັກກັນກັບມະ­ຫາປະ­ໂລ­ຫິດ ເຂົາໄດ້ເຂົາໄປກັບພຣະ­ເຢຊູເຖິງເດີ່ນບ້ານຂອງມະ­ຫາປະ­ໂລ­ຫິດ. 16ຝ່າຍເປ­ໂຕຢືນຢູ່ຮີມປະ­ຕູຂ້າງນອກ ສາ­ວົກຄົນນັ້ນທີ່ຮູ້­ຈັກກັນກັບມະ­ຫາປະ­ໂລ­ຫິດ ໄດ້ອອກໄປເວົ້າກັບຜູ້­ຍິງທີ່ເຝົ້າປະ­ຕູ ແລ້ວກໍພາເປ­ໂຕເຂົ້າໄປ. 17ມີຍິງໃຊ້ທີ່ເຝົ້າປະ­ຕູໄດ້ຖາມເປ­ໂຕວ່າ, “ໂຕກໍເປັນສາ­ວົກຂອງຄົນນັ້ນເໝືອນກັນຕີ້” ເປ­ໂຕຕອບວ່າ, “ບໍ່ແມ່ນດອກ.” 18ພວກຂ້ອຍໃຊ້ກັບພວກຍາມກໍຢືນຢູ່ທີ່ນັ້ນ ເອົາຖ່ານມາດັ່ງໄຟເພາະ­ວ່າ ອາ­ກາດໜາວ ຈຶ່ງພາ­ກັນຢືນຝີງໄຟຢູ່ ແລະເປ­ໂຕກໍຢືນຝີງໄຟນຳເຂົາເໝືອນກັນ.

ມະຫາປະໂລຫິດສອບຖາມພຣະເຢຊູ

(ມທ 26:59-66; ມຣກ 14:55-64; ລກ 22:66-71)

19ຝ່າຍມະ­ຫາປະ­ໂລ­ຫິດຈຶ່ງທູນຖາມພຣະ­ເຢຊູເຖິງພວກສາ­ວົກຂອງພຣະ­ອົງແລະເຖິງຄຳສັ່ງ­ສອນຂອງພຣະ­ອົງ. 20ພຣະ­ເຢຊູຊົງຕອບທ່ານວ່າ, “ເຮົານີ້ໄດ້ກ່າວໃຫ້ໂລກຟັງຢ່າງເປີດ­ເຜີຍ ເຮົາໄດ້ສັ່ງ­ສອນສະ­ເໝີໃນໂຮງທຳມະເທດສະ­ໜາ ແລະໃນບໍ­ລິ­ເວນພຣະ­ວິ­ຫານທີ່ພວກຢິວທັງໝົດຊຸມ­ນຸມກັນ ເຮົາບໍ່ໄດ້ກ່າວສິ່ງໄດ້ໃນທີ່ລັບ­ລີ້. 21ທ່ານຖາມເຮົາເຮັດຫຍັງ ຈົ່ງຖາມຄົນທັງ­ຫລາຍທີ່ໄດ້ຟັງເຮົາວ່າ ເຮົາໄດ້ເວົ້າອັນໃດກັບເຂົາ ຄົນເຫລົ່ານີ້ແຫລະໄດ້ຮູ້ອັນທີ່ເຮົາໄດ້ເວົ້ານັ້ນ.” 22ເມື່ອພຣະ­ອົງຊົງກ່າວດັ່ງ­ນັ້ນແລ້ວ ເຈົ້າໜ້າ­ທີ່ຄົນໜຶ່ງທີ່ຢືນຢູ່ທີ່ນັ້ນໄດ້ຕົບພຣະ­ພັກພຣະ­ເຢຊູແລ້ວກ່າວວ່າ, “ເຈົ້າຕອບມະ­ຫາປະ­ໂລ­ຫິດຢ່າງນັ້ນຫລື.” 23ພຣະ­ເຢຊູຊົງຕອບວ່າ, “ຖ້າເຮົາເວົ້າຜິດ ຈົ່ງເປັນພະ­ຍານໃນການຜິດນັ້ນ ແຕ່ຖ້າເຮົາເວົ້າຖືກ ທ່ານຕົບເຮົາເຮັດຫຍັງ”. 24ອັນ­ນາຈຶ່ງໃຫ້ພາພຣະ­ເຢຊູທີ່ຊົງຖືກມັດຢູ່ນັ້ນໄປຫາກາ­ຢະ­ຟາ ຜູ້ເປັນມະ­ຫາປະ­ໂລ­ຫິດປະ­ຈຳ­ການ.

ເປໂຕປະຕິເສດພຣະເຢຊູອີກ

(ມທ 26:71-75; ມຣກ 14:69-72; ລກ 22:58-62)

25ຂະ­ນະນັ້ນຊີ­ໂມນເປ­ໂຕກຳ­ລັງຢືນຝີງໄຟຢູ່ ຄົນເຫລົ່າ­ນັ້ນຖາມເປ­ໂຕວ່າ, “ໂຕກໍເປັນສາ­ວົກຂອງຄົນນັ້ນເໝືອນກັນບໍ່ແມ່ນຫລື” ເປ­ໂຕຕອບປະ­ຕິ­ເສດວ່າ, “ບໍ່ແມ່ນດອກ.” 26ຂ້ອຍໃຊ້ຄົນໜຶ່ງຂອງມະ­ຫາປະ­ໂລ­ຫິດ ຊຶ່ງເປັນພີ່­ນ້ອງກັບເປ­ໂຕຟັນຫູຂາດນັ້ນ ກໍໄດ້ຖາມວ່າ, “ຂ້ອຍໄດ້ເຫັນເຈົ້າກັບຄົນນັ້ນໃນສວນບໍ່ແມ່ນຫລື.” 27ເປ­ໂຕຈຶ່ງຕອບປະ­ຕິ­ເສດອີກ ແລະທັນ­ໃດນັ້ນໄກ່ກໍຂັນ

ພຣະເຢຊູຊົງຖືກນຳໄປຫາປີລາດ

(ມທ 27:1-2; 11-14; ມຣກ 15:1-5; ລກ 23:1-5)

28ເຂົາກໍໄດ້ນຳພຣະ­ເຢຊູອອກຈາກເຮືອນຂອງກາ­ຢະ­ຟາໄປຍັງສານໄປຣ­ໂຕ­ຣຽນເປັນເວ­ລາແຕ່ເຊົ້າ ສ່ວນພວກຢິວບໍ່ໄດ້ເຂົ້າໄປໃນສານນັ້ນ ເພາະຢ້ານວ່າຈະບໍ່ສະ­ອາດເພື່ອຈະກິນປັດ­ສະ­ຄາໄດ້. 29ດັ່ງ­ນັ້ນປີ­ລາດຈຶ່ງອອກມາຫາເຂົາແລະຖາມວ່າ, “ພວກທ່ານມີເລື່ອງອັນໄດ້ມາຟ້ອງຄົນນີ້.” 30ເຂົາຕອບວ່າ, “ຖ້າຄົນນີ້ບໍ່ເປັນຜູ້ຮ້າຍພວກຂ້າ­ນ້ອຍກໍຄົງຈະບໍ່ໄດ້ມອບໃຫ້ທ່ານ.”

31ປີ­ລາດຈຶ່ງກ່າວແກ່ເຂົາວ່າ, “ພວກທ່ານຈົ່ງເອົາຄົນນີ້ໄປຊຳ­ລະຕັດສີນຕາມກົດ­ໝາຍຂອງພວກທ່ານເສຍ” ພວກຢິວຈຶ່ງຮຽນວ່າ, “ຕາມກົດ­ໝາຍພວກຂ້າ­ນ້ອຍບໍ່ມີສິດຈະປະ­ຫານຊີ­ວິດຜູ້ໃດຜູ້ໜຶ່ງ.” 32ທັງນີ້ເພື່ອໃຫ້ສຳ­ເລັດຕາມຖ້ອຍຄຳຂອງພຣະ­ເຢຊູ ຊຶ່ງຊົງກ່າວໄວ້ເພື່ອສະ­ແດງວ່າ ພຣະ­ອົງຊົງສິ້ນພຣະ­ຊົນດ້ວຍວິ­ທີໃດ.

33ປີ­ລາດຈຶ່ງເຂົ້າໄປໃນສານໄປຣ­ໂຕ­ຣຽນອີກ ແລະເອີ້ນພຣະ­ເຢຊູມາ ແລ້ວທູນຖາມວ່າ, “ເຈົ້າເປັນກະ­ສັດຂອງຊາດຢິວຫລື.” 34ພຣະ­ເຢຊູຊົງຕອບວ່າ, “ທ່ານຖາມຢ່າງນັ້ນແຕ່ລຳ­ພັງແຕ່ໂຕທ່ານເອງຫລື ຫລືວ່າຄົນອື່ນບອກທ່ານເຖິງເລື່ອງເຮົາ.” 35ປີ­ລາດທູນຕອບວ່າ, “ສ່ວນຂ້ອຍບໍ່ແມ່ນຊາດຢິວ ຊົນຊາດຂອງເຈົ້າເອງແລະພວກປະ­ໂລ­ຫິດຕົນໃຫຍ່ໄດ້ມອບເຈົ້າໄວ້ໃຫ້ຂ້ອຍ ເຈົ້າໄດ້ເຮັດອັນໃດ.”

36ພຣະ­ເຢຊູຊົງຕອບວ່າ, “ລາ­ຊະອຳ­ນາດຂອງເຮົາບໍ່ເປັນແຕ່ໂລກນີ້ ຖ້າລາ­ຊະອຳ­ນາດຂອງເຮົາເປັນແຕ່ໂລກນີ້ ຜູ້ຮັບໃຊ້ຂອງເຮົາຄົງຈະໄດ້ຕໍ່­ສູ້ ບໍ່ໃຫ້ເຮົາຖືກມອບໄວ້ແກ່ພວກຢິວ ແຕ່ບັດນີ້ລາ­ຊະອຳ­ນາດຂອງເຮົາບໍ່ເປັນແຕ່ໂລກນີ້.” 37ປີ­ລາດຈຶ່ງທູນພຣະ­ອົງວ່າ, “ຖ້າດັ່ງ­ນັ້ນເຈົ້າເປັນກະ­ສັດຕີ້” ພຣະ­ເຢຊູຊົງຕອບວ່າ, “ທ່ານເວົ້າແລ້ວວ່າເຮົາເປັນກະ­ສັດຝ່າຍເຮົາເກີດມາ ແລະເຂົ້າມາໃນໂລກນີ້ກໍເພາະເຫດນີ້ແຫລະ ຄືເພື່ອຈະເປັນພະ­ຍານເຖິງຄວາມຈິງ ທຸກ ຄົນທີ່­ຢູ່ຝ່າຍຄວາມຈິງຍ່ອມຟັງ­ສຽງຂອງເຮົາ.” 38ປີ­ລາດທູນຖາມວ່າ, “ຄວາມຈິງນັ້ນຄືອັນໄດ້.”

ພຣະເຢຊູຊົງຖືກພິພາກສາໃຫ້ສິ້ນພຣະຊົນ

(ມທ 27:15-31; ມຣກ 15:6-20; ລກ 23:13-25)

ເມື່ອປີ­ລາດຖາມດັ່ງ­ນີ້ແລ້ວທ່ານກໍອອກໄປຫາພວກຢິວອີກ ແລະບອກເຂົາວ່າ, “ຝ່າຍເຮົາບໍ່ເຫັນຜິດໃນໃນຜູ້ນີ້ຈັກປະ­ການ. 39ແຕ່ພວກທ່ານມີທຳ­ນຽມໃຫ້ເຮົາປ່ອຍຄົນໜຶ່ງໃຫ້ພວກທ່ານໃນເທດ­ສະ­ການປັດ­ສະ­ຄາ ພວກທ່ານຢາກໃຫ້ເຮົາປ່ອຍກະ­ສັດຂອງຊາດຢິວໃຫ້ແກ່ວພວກທ່ານຫລື.” 40ຄົນທັງ­ຫລາຍຈຶ່ງຮ້ອງຂຶ້ນອີກວ່າ, “ຢ່າປ່ອຍຄົນນີ້ແຕ່ຈົ່ງປ່ອຍບາ­ຣາ­ບາ” ສ່ວນບາ­ຣາ­ບານັ້ນເປັນໂຈນ.

 

ໂຢຮັນ ບົດທີ 19

1ແລ້ວປີ­ລາດຈຶ່ງເອົາພຣະ­ເຢຊູໄປໃຫ້ເຂົາຂ້ຽນ. 2ແລະພວກທະ­ຫານໄດ້ເອົາເຄືອໜາມມາຖັກເປັນໂຄ້ງແທນພວງ­ມາ­ໄລສຸບໃສ່ພຣະ­ສຽນຂອງພຣະ­ອົງ ພ້ອມທັງເອົາເສື້ອຄຸມສີ­ມ່ວງອ່ອນມານຸ່ງໃຫ້ພຣະ­ອົງ. 3ແລະເຂົາໄດ້ຫຍັບເຂົ້າມາຫາພຣະ­ອົງທູນວ່າ, “ກະ­ສັດຂອງຊາດຢິວເອີຍຈົ່ງຊົງພຣະ­ຈະ­ເລີນເທີນ” ແລະເຂົາກໍຕົບພຣະ­ພັກພຣະ­ອົງ.

4ປີ­ລາດໄດ້ອອກໄປອີກແລະກ່າວຕໍ່ເຂົາວ່າ, “ເບິ່ງແມເຮົາພາຄົນນີ້ອອກມາຫາທ່ານທັງ­ຫລາຍ ເພື່ອໃຫ້ພວກທ່ານຮູ້ວ່າເຮົາບໍ່ເຫັນຄວາມຜິດໃນຜູ້ນີ້ຈັກປະ­ການ.” 5ພຣະ­ເຢຊູຈຶ່ງສະ­ເດັດອອກມາຊົງພວງ­ມາ­ໄລທີ່ເຮັດດ້ວຍເຄືອໜາມນັ້ນ ແລະຊົງເສື້ອຄຸມສີ­ມ່ວງອ່ອນ ປີ­ລາດຈຶ່ງກ່າວແກ່ເຂົາວ່າ, “ເບິ່ງຄົນນີ້ແມ.” 6ເມື່ອພວກປະ­ໂລ­ຫິດຕົນໃຫຍ່ແລະພວກເຈົ້າໜ້າ­ທີ່ໄດ້ເຫັນພຣະ­ອົງເຂົາກໍຮ້ອງຂຶ້ນວ່າ, “ຄຶງໄວ້ທີ່ໄມ້ກາງແຂນ ຄຶງໄວ້ທີ່ໄມ້ກາງແຂນ” ປີ­ລາດຈຶ່ງກ່າວຕໍ່ເຂົາວ່າ, “ພວກເຈົ້າຈົ່ງເອົາໄປຄຶງໄວ້ ເພາະຝ່າຍເຮົາບໍ່ເຫັນຄວາມຜິດໃນຜູ້ນີ້.” 7ພວກຢິວໄດ້ຕອບວ່າ “ພວກເຮົາມີກົດ­ໝາຍ ແລະຕາມກົດ­ໝາຍນັ້ນຄົນນີ້ຄວນຕາຍເພາະມັນຕັ້ງຕົວເປັນພຣະ­ບຸດຂອງພຣະ­ເຈົ້າ.”

8ເມື່ອປິລາດໄດ້ຍິນດັ່ງ­ນັ້ນແລ້ວທ່ານກໍຕົກ­ໃຈຫລາຍຂຶ້ນ. 9ທ່ານຈຶ່ງເຂົ້າໄປໃນສານໄປຣ­ໂຕ­ຣຽນອີກ ແລ້ວທູນຖາມພຣະ­ເຢຊູວ່າ, “ເຈົ້າມາແຕ່ໃສ” ແຕ່ພຣະ­ເຢຊູບໍ່ໄດ້ຕອບປະ­ການໃດ. 10ປີ­ລາດຈຶ່ງທູນພຣະ­ອົງວ່າ,” “ເຈົ້າບໍ່ເວົ້າກັບເຮົາຫລື ເຈົ້າບໍ່ຮູ້ຫລືວ່າເຮົາມີສິດອຳ­ນາດຈະປ່ອຍເຈົ້າ ແລະມີສິດອຳ­ນາດຄຶງເຈົ້າໄວ້ທີ່ໄມ້ກາງແຂນ.” 11ພຣະ­ເຢຊູຊົງຕອບທ່ານວ່າ, “ທ່ານຈະບໍ່ມີສິດອຳ­ນາດເໜືອເຮົາຈັກປະ­ການ ເວັ້ນແຕ່ອຳ­ນາດນັ້ນຈະຊົງປະ­ທານແຕ່ທັງເທິງໃຫ້ແກ່ທ່ານ ເຫດສັນ­ນັ້ນຜູ້ທີ່ມອບເຮົາໄວ້ກັບທ່ານກໍມີຄວາມຜິດບາບຫລາຍກວ່າທ່ານ.”

12ເນື່ອງຈາກຂໍ້ນີ້ປີ­ລາດຈຶ່ງຊອກຫາໂອ­ກາດທີ່ຈະປ່ອຍພຣະ­ອົງເສຍ ແຕ່ພວກຢິວຮ້ອງສຽງດັງຂຶ້ນວ່າ, “ຖ້າທ່ານປ່ອຍຄົນນີ້ທ່ານກໍບໍ່ເປັນມິດຂອງ ກາຍ­ຊາ ທຸກຄົນທີ່ຕັ້ງຕົວເປັນກະ­ສັດກໍປະ­ກົດຕົວຕໍ່­ສູ້ກາຍ­ຊາ.” 13ເມື່ອປິລາດໄດ້ຍິນດັ່ງ­ນັ້ນທ່ານຈຶ່ງພາພຣະ­ເຢຊູອອກມາ ແລ້ວນັ່ງບັນ­ລັງພິ­ພາກ­ສາໃນບ່ອນທີ່ເອີ້ນວ່າເດີ່ນປູຫີນ ພາ­ສາເຮັບ­ເຣີເອີ້ນວ່າ ຄັບ­ບາ­ທາ. 14ວັນນັ້ນເປັນວັນຈັດແຈງປັດ­ສະ­ຄາ ເວ­ລາປະ­ມານທ່ຽງວັນ ທ່ານໄດ້ກ່າວກັບພວກຢິວວ່າ “ນີ້ຄືກະ­ສັດຂອງພວກທ່ານ.”

15ຝ່າຍເຂົາໄດ້ຮ້ອງສຽງດັງຂຶ້ນວ່າ, “ເອົາມັນໄປເສຍເອົາມັນໄປເສຍ ຄຶງມັນໄວ້ທີ່ໄມ້ກາງແຂນເສຍ” ປີ­ລາດຈຶ່ງຖາມເຂົາວ່າ. “ພວກທ່ານຈະໃຫ້ເຮົາຄຶງກະ­ສັດຂອງພວກທ່ານທີ່ໄມ້ກາງແຂນຫລື” ພວກປະ­ໂລ­ຫິດຕົນໃຫຍ່ຕອບວ່າ, “ເວັ້ນແຕ່ກາຍ­ຊາແລ້ວພວກເຮົາບໍ່ມີກະ­ສັດ.” 16ແລ້ວປີ­ລາດຈຶ່ງມອບພຣະ­ອົງໃຫ້ເຂົາ ເພື່ອເອົາໄປຄຶງໄວ້ທີ່ໄມ້ກາງແຂນ.

ການຄຶງທີ່ໄມ້ກາງແຂນ

(ມທ 27:32-44; ມຣກ 15:21-32; ລກ 23:26-43)

17ເຂົາຈຶ່ງຄຸມເອົາພຣະ­ເຢຊູອອກໄປ. ແລະພຣະ­ອົງຊົງແບກເອົາໄມ້ກາງແຂນຂອງພຣະ­ອົງ ສະ­ເດັດໄປເຖິງບ່ອນທີ່ເອີ້ນວ່າກະ­ໂຫລກ­ຫົວ (ພາ­ສາເຮັບ­ເຣີເອີ້ນວ່າໂຄລະ­ໂຄ­ທາ). 18ທີ່ນັ້ນເຂົາໄດ້ຄຶງພຣະ­ອົງໄວ້ທີ່ໄມ້ກາງແຂນກັບອີກສອງຄົນ ຄົນລະຂ້າງແລະພຣະ­ເຢຊູຊົງຢູ່ກາງ. 19ປີ­ລາດໃຫ້ຂຽນປ້າຍຕິດໄວ້ທີ່ໄມ້ກາງແຂນອ່ານວ່າ, “ເຢ­ຊູໄທນາ­ຊາ­ເຣັດ ກະ­ສັດຂອງຊາດຢິວ.” 20ຄົນຢິວຫລາຍຄົນໄດ້ອ່ານປ້າຍນັ້ນ ເພາະບ່ອນທີ່ເຂົາຄຶງພຣະ­ເຢຊູນັ້ນຢູ່ໃກ້ກຸງ ແລະປ້າຍນັ້ນເຂົາໄດ້ຂຽນເປັນພາ­ສາເຮັບ­ເຣີພາ­ສາໂຣມແລະພາ­ສາກຣີກ. 21ແລ້ວພວກປະ­ໂລ­ຫິດຕົນໃຫຍ່ຂອງຊາດຢິວ ຈຶ່ງຮຽນປີ­ລາດວ່າ, “ຂໍຢ່າຂຽນວ່າ ‘ກະ­ສັດຂອງຊາດຢິວ’ ແຕ່ຂຽນວ່າ ‘ຄົນນີ້ບອກວ່າ ເຮົາເປັນກະ­ສັດຂອງຊາດຢິວ’.” 22ປີ­ລາດຕອບວ່າ, “ສິ່ງທີ່ເຮົາຂຽນແລ້ວກໍແລ້ວ­ໄປ.”

23ເມື່ອພວກທະ­ຫານໄດ້ຄຶງພຣະ­ເຢຊູໄວ້ແລ້ວ ເຂົາໄດ້ເອົາເຄື່ອງຊົງຂອງພຣະ­ອົງມາແບ່ງເປັນສີ່ພູດ ແລ້ວກໍປັນກັນຜູ້ລະພູດ ແລະຍັງເອົາສະ­ຫລອງຊັ້ນໃນພຣະ­ອົງຊຶ່ງບໍ່ມີດູກ ແຕ່ແລ້ວດ້ວຍຜ້າທີ່ຕ່ຳທັງຜືນ. 24ເຂົາຈຶ່ງເວົ້າກັນວ່າ, “ພວກເຮົາຢ່າຈີກປັນກັນເທາະ ແຕ່ໃຫ້ຈົກສະ­ຫລາກເອົາ ເພື່ອຈະໄດ້ຮູ້ວ່າເປັນຂອງຜູ້ໃດ” ທັງນີ້ເພື່ອໃຫ້ສຳ­ເລັດຕາມພຣະ­ຄຳພີທີ່ຂຽນ ໄວ້ວ່າ, “ເສື້ອຜ້າຂອງຂ້າພຣະ­ອົງເຂົາໄດ້ແບ່ງ­ປັນກັນສ່ວນເສື້ອຂອງພຣະ­ອົງນັ້ນເຂົາກໍຈົກສະ­ຫລາກກັນ.”

25ພວກທະ­ຫານໄດ້ເຮັດດັ່ງ­ນັ້ນ ຝ່າຍມານດາແລະນ້າ­ສາວຂອງພຣະ­ອົງ ກັບນາງມາ­ຣິ­ອາເມຍຂອງກະ­ໂລ­ປາແລະນາງມາ­ຣິ­ອາໄທມັກດາລາກໍຢືນຢູ່ໃກ້ໄມ້ກາງແຂນຂອງພຣະ­ເຢຊູ. 26ເມື່ອພຣະ­ເຢຊູຊົງເຫັນມານດາຂອງພຣະ­ອົງແລະສາ­ວົກທີ່ພຣະ­ອົງຊົງຮັກຢືນຢູ່ໃກ້ ພຣະ­ອົງຈຶ່ງຊົງກ່າວກັບມານດາວ່າ, “ນາງເອີຍນີ້ແຫລະລູກຊາຍຂອງນາງ.” 27ແລ້ວພຣະ­ອົງຊົງກ່າວກັບສາ­ວົກຜູ້ນັ້ນວ່າ, “ນີ້ແຫລະມານດາຂອງທ່ານ” ຕັ້ງ­ແຕ່ເວ­ລານັ້ນມາ ສາ­ວົກຄົນນັ້ນກໍຮັບເອົານາງມາຢູ່ໃນເຮືອນຂອງຕົນ.

ພຣະເຢຊູຊົງສິ້ນພຣະຊົນ

(ມທ 27:45-56; ມຣກ 15:33-41; ລກ 23:44-49)

28ຫລັງຈາກນັ້ນພຣະ­ເຢຊູຊົງຊາບວ່າທຸກສິ່ງສຳ­ເລັດແລ້ວ ເພື່ອໃຫ້ສຳ­ເລັດຕາມພຣະ­ຄຳພີພຣະ­ອົງຈຶ່ງຊົງກ່າວວ່າ, “ເຮົາຢາກນ້ຳ.” 29ທີ່ນັ້ນມີອ່າງເຕັມເຫລົ້າແວງສົ້ມ ພວກທະ­ຫານຈຶ່ງເອົາຟອງ­ນ້ຳຈຸ່ມເອົາເຫລົ້າແວງສົ້ມ ສຽບໃສ່ປາຍໄມ້ຫູສົບຍື່ນໃສ່ພຣະ­ໂອດຂອງພຣະ­ອົງ. 30ເມື່ອພຣະ­ເຢຊູຊົງຮັບເຫລົ້າແວງສົ້ມແລ້ວພຣະ­ອົງກໍຊົງກ່າວວ່າ, “ສຳ­ເລັດແລ້ວ” ແລະເມື່ອຊົງກົ້ມພຣະ­ສຽນລົງ ພຣະ­ອົງຊົງມອບຈິດວິນຍານໄວ້.

ເຂົາແທງທີ່ຂ້າງພຣະເຢຊູ

31ສັນ­ນັ້ນພວກຢິວຈຶ່ງຂໍນຳປິລາດໃຫ້ຫັກກະ­ດູກຂາຂອງຜູ້ທີ່ຖືກຄຶງໄວ້ນັ້ນ ແລະໃຫ້ເອົາສົບໄປເສຍ ທັງນີ້ກໍເພາະເປັນວັນຈັດແຈງແລະເຂົາບໍ່ຢາກໃຫ້ສົບນັ້ນຄ້າງຢູ່ທີ່ໄມ້ກາງແຂນໃນວັນຊະ­ບາ­ໂຕ (ເພາະວັນຊະ­ບາ­ໂຕນັ້ນເປັນວັນໃຫຍ່). 32ດັ່ງ­ນັ້ນພວກທະ­ຫານຈຶ່ງທຸບຂາຜູ້ທີໜຶ່ງ ແລະຜູ້ທີສອງຊຶ່ງຖືກຄຶງໄວ້ພ້ອມ. 33ແຕ່ເມື່ອເຂົາມາເຖິງພຣະ­ເຢຊູ ແລະເຫັນວ່າພຣະ­ອົງສິ້ນພຣະ­ຊົນແລ້ວ ເຂົາຈຶ່ງບໍ່ໄດ້ຫັກຂາຂອງພຣະ­ອົງ. 34ສ່ວນທະ­ຫານຄົນໜຶ່ງໄດ້ເອົາຫອກແທງທີ່ຂ້າງຂອງພຣະ­ອົງ ແລະໂລ­ຫິດກັບນ້ຳກໍໄຫລອອກທັນ­ທີ. 35ຜູ້ທີ່ໄດ້ເຫັນກໍເປັນພະ­ຍານ ຄຳພະ­ຍານຂອງຜູ້ນັ້ນກໍເປັນຈິງ (ແລະພຣະ­ອົງນັ້ນຊົງຊາບວ່າ ຜູ້ນັ້ນເວົ້າຄວາມຈິງ) ເພື່ອທ່ານທັງ­ຫລາຍຈະໄດ້ເຊື່ອເໝືອນກັນ. 36ເພາະສິ່ງເຫລົ່ານີ້ເກີດຂຶ້ນເພື່ອໃຫ້ສຳ­ເລັດ ຕາມຂໍ້ພຣະ­ຄຳພີທີ່ວ່າ “ກະ­ດູກຂອງທ່ານຈະບໍ່ຖືກຫັກເສຍຈັກເຫລັ້ມ.” 37ແລະມີຂໍ້ພຣະ­ຄຳພີອີກຂໍ້ໜຶ່ງທີ່ວ່າ, “ເຂົາຈະມອງເບິ່ງທ່ານຜູ້ທີ່ເຂົາໄດ້ແທງ.”

ການວາງພຣະສົບໃສ່ອຸບໂມງ

(ມທ 27:57-61; ມຣກ 15:42-47; ລກ 23:50-56)

38ຫລັງຈາກນີ້ໂຢ­ເຊັບໄທ­ບ້ານອາ­ຣີ­ມາ­ທາຍ ຊຶ່ງເປັນລູກ­ສິດລັບ ຂອງພຣະ­ເຢຊູເພາະທ່ານຢ້ານພວກຢິວ ກໍໄດ້ຂໍພຣະ­ສົບພຣະ­ເຢຊູຈາກປີ­ລາດ ແລະປິລາດກໍຍອມໃຫ້ ໂຢ­ເຊັບຈຶ່ງມາອັນເຊີນພຣະ­ສົບຂອງພຣະ­ອົງໄປ. 39ຝ່າຍນີ­ໂກ­ເດມຜູ້ໄດ້ມາຫາພຣະ­ເຢຊູເວ­ລາກາງ­ຄືນແຕ່ຫົວ­ທີນັ້ນກໍມາເໝືອນກັນ ທ່ານໄດ້ເອົາເຄື່ອງຫອມປະ­ສົມນຳມາ ຄືຢາງໄມ້ກັບຫາງແຂ້ ໜັກປະ­ມານສາມສິບກີ­ໂລ. 40ເມື່ອອັນເຊີນພຣະ­ສົບຂອງພຣະ­ເຢຊູລົງມາ ເຂົາເອົາຜ້າປ່ານກັບເຄື່ອງຫອມພັນພຣະ­ສົບນັ້ນຕາມທຳ­ນຽມມ້ຽນສົບຂອງຊາດຢິວ. 41ອັນໜຶ່ງໃນບ່ອນພຣະ­ອົງຊົງຖືກຄຶງໄວ້ນັ້ນມີສວນໜຶ່ງ ໃນສວນນັ້ນມີອຸບໂມງໃໝ່ທີ່ຍັງບໍ່ໄດ້ວາງສົບຜູ້ໃດຈັກເທື່ອ. 42ດັ່ງ­ນັ້ນເນື່ອງຈາກວ່າວັນນັ້ນເປັນວັນຈັດແຈງຂອງຊາດຢິວ ແລະເນື່ອງຈາກ ວ່າອຸບໂມງນັ້ນຢູ່ໃກ້ ເຂົາຈຶ່ງບັນ­ຈຸພຣະ­ສົບຂອງພຣະ­ເຢຊູໄວ້ທີ່ນັ້ນ.

 

ໂຢຮັນ ບົດທີ 20

ການຄືນພຣະຊົນ

(ມທ 28:1-10; ມຣກ 16:1-8; ລກ 24:1-12)

1ວັນຕົ້ນສັບ­ປະ­ດານັ້ນເວ­ລາເຊົ້າຍັງມືດຢູ່ ມາ­ຣິ­ອາໄທມັກດາລາໄດ້ມາເຖິງອຸບໂມງ ແລະນາງໄດ້ເຫັນກ້ອນຫີນຖືກຍ້າຍອອກຈາກ ປາກອຸບໂມງແລ້ວ. 2ນາງຈຶ່ງແລ່ນໄປຫາຊີ­ໂມນເປ­ໂຕແລະສາ­ວົກຜູ້ອື່ນທີ່ພຣະ­ເຢຊູຊົງຮັກ­ແພງນັ້ນ ແລ້ວເວົ້າກັບເຂົາວ່າ, “ເຂົາໄດ້ເອົາສົບຂອງພຣະ­ອາ­ຈານອອກຈາກອຸບໂມງແລ້ວ ແລະພວກເຮົາບໍ່ຮູ້­ຈັກວ່າເຂົາເອົາໄປໄວ້ທີ່ໃດ.” 3ເປ­ໂຕກັບສາ­ວົກຄົນອື່ນນັ້ນຈຶ່ງພາ­ກັນອອກມາເຖິງອຸບໂມງ. 4ເຂົາທັງສອງພ້ອມກັນແລ່ນມາ ແຕ່ສາ­ວົກອື່ນນັ້ນໄດ້ແລ່ນໄວກວ່າເປ­ໂຕຈຶ່ງມາເຖິງອຸບໂມງກ່ອນ. 5ເມື່ອກົ້ມລົງເພິ່ນໄດ້ເຫັນຜ້າປ່ານກອງຢູ່ແຕ່ບໍ່ໄດ້ເຂົ້າໄປທັງໃນ. 6ສ່ວນຊີ­ໂມນເປ­ໂຕທີ່ຕາມຫລັງມານັ້ນ ກໍຮອດເໝືອນກັນ ແລ້ວໄດ້ເຂົ້າໄປໃນອຸໂມງແລະໄດ້ເຫັນຜ້າປ່ານກອງຢູ່. 7ແລະຜ້າປົກພຣະ­ສຽນຂອງພຣະ­ອົງບໍ່ໄດ້ກອງຢູ່ກັບຜ້າອື່ນ ແຕ່ພັບໄວ້ຕ່າງ­ຫາກ. 8ແລ້ວສາ­ວົກຜູ້ອື່ນທີ່ມາເຖິງກ່ອນນັ້ນກໍໄດ້ເຂົາໄປເໝືອນກັນ ກໍໄດ້ເຫັນແລະເຊື່ອ. 9ເພາະ­ວ່າຂະ­ນະນັ້ນເຂົາຍັງບໍ່ໄດ້ເຂົ້າ­ໃຈຂໍ້ພຣະ­ຄຳພີທີ່ຂຽນໄວ້ວ່າ ພຣະ­ອົງຈະຕ້ອງຄືນມາຈາກຄວາມຕາຍ.

10ແລ້ວສາ­ວົກທັງສອງນັ້ນກໍກັບໄປຍັງບ້ານຂອງຕົນ.

ພຣະເຢຊູຊົງປະກົດແກ່ມາຣິອາມັກດາລາ

(ມທ 28:9-10; ມຣກ 16:9-10)

11ຝ່າຍມາ­ຣິ­ອາຢືນຮ້ອງ­ໄຫ້ຢູ່ນອກອຸບໂມງ ຂະ­ນະທີ່ຍັງຮ້ອງ­ໄຫ້ຢູ່ນາງໄດ້ກົ້ມຫລຽວໄປທາງອຸບໂມງ. 12ແລະນາງໄດ້ເຫັນເທ­ວະ­ດາສອງຕົນນັ່ງຢູ່ບ່ອນທີ່ເຂົາວາງພຣະ­ສົບຂອງພຣະ­ເຢຊູ ຕົນໜຶ່ງຢູ່ເບື້ອງພຣະ­ສຽນ ຕົນໜຶ່ງຢູ່ເບື້ອງພຣະ­ບາດ. 13ເທ­ວະ­ດາທັງສອງນັ້ນໄດ້ຖາມນາງວ່າ, “ນາງເອີຍເຈົ້າຮ້ອງ­ໄຫ້ເຮັດຫຍັງ” ນາງຈຶ່ງຕອບວ່າ, “ເພາະເຂົາໄດ້ເອົາພຣະ­ສົບຂອງພຣະ­ອາ­ຈານຂອງຂ້າ­ນ້ອຍໄປແລ້ວ ແລະຂ້າ­ນ້ອຍບໍ່ຮູ້ວ່າເຂົາເອົາໄປວາງໄວ້ບ່ອນໃດ.” 14ເມື່ອເວົ້າດັ່ງ­ນັ້ນແລ້ວນາງໄດ້ຫລຽວຫລັງມາເຫັນພຣະ­ເຢຊູຢືນຢູ່ ແຕ່ບໍ່ຮູ້ວ່າແມ່ນພຣະ­ເຢຊູ.

15ພຣະ­ເຢຊູຊົງຖາມນາງວ່າ, “ນາງເອີຍເຈົ້າຮ້ອງ­ໄຫ້ເຮັດຫຍັງ ເຈົ້າຊອກຫາຜູ້ໃດ” ນາງຄຶດວ່າແມ່ນຄົນເຝົ້າສວນ ຈຶ່ງຕອບວ່າ, “ນາຍເອີຍຖ້າແມ່ນທ່ານໄດ້ເອົາສົບເພິ່ນໄປ ຂໍບອກຂ້າ­ນ້ອຍວ່າທ່ານໄດ້ເອົາໄປວາງໄວ້ທີ່ໃດແລະຂ້າ­ນ້ອຍຈະໄປຍົກເອົາເສຍ” 16ພຣະ­ເຢຊູຊົງກ່າວກັບນາງວ່າ, “ມາ­ຣິ­ອາເອີຍ” ມາ­ຣິ­ອາກໍຕ່າວໜ້າມາທູນພຣະ­ອົງເປັນພາ­ສາເຮັບ­ເຣີວ່າ, “ຣັບ­ໂບ­ນີ” (ທີ່ແປວ່າ “ພຣະ­ອາ­ຈານເອີຍ). 17ພຣະ­ເຢຊູຊົງກ່າວກັບມາ­ຣິ­ອາວ່າ, “ຢ່າຊູ່ໜ່ວງດຶງເຮົາ ເພາະເຮົາຍັງບໍ່ໄດ້ຂຶ້ນໄປຫາພຣະ­ບິ­ດາຂອງເຮົາ ແຕ່ເຈົ້າຈົ່ງໄປຫາພີ່­ນ້ອງຂອງເຮົາແລະບອກເຂົາວ່າ ‘ເຮົາຈະຂຶ້ນເມືອຫາພຣະ­ບິ­ດາຂອງເຮົາແລະພຣະ­ບິ­ດາຂອງພວກທ່ານ ຈະເມືອຫາພຣະ­ເຈົ້າຂອງເຮົາແລະພຣະ­ເຈົ້າຂອງພວກທ່ານ.” 18ນາງມາ­ຣິ­ອາມັກດາລາຈຶ່ງໄປບອກຂ່າວນີ້ແກ່ພວກສາ­ວົກວ່າ, “ຂ້າ­ນ້ອຍໄດ້ເຫັນອົງພຣະ­ຜູ້­ເປັນ­ເຈົ້າແລ້ວ” ແລະໄດ້ບອກເຂົາວ່າ ພຣະ­ອົງໄດ້ກ່າວຄຳເຫລົ່ານີ້ແກ່ຕົນ.

ພຣະເຢຊູຊົງປະກົດແກ່ພວກສາວົກ

(ມທ 28:16-20; ມຣກ 16:14-18; ລກ 24:36-49)

19ຄ່ຳວັນນັ້ນເປັນວັນຕົ້ນສັບ­ປະ­ດາ ເມື່ອສາ­ວົກອັດປະ­ຕູທີ່ເຂົາຢູ່ນັ້ນເພາະຢ້ານພວກຢິວ ພຣະ­ເຢຊູໄດ້ສະ­ເດັດເຂົ້າມາຢູ່ຖ້າມ­ກາງເຂົາ ແລ້ວຊົງກ່າວວ່າ, “ສັນ­ຕິສຸກຈົ່ງມີແກ່ທ່ານທັງ­ຫລາຍ.” 20ເມື່ອພຣະ­ອົງຊົງກ່າວດັ່ງ­ນັ້ນແລ້ວ ພຣະ­ອົງກໍສະ­ແດງພຣະ­ຫັດແລະຂ້າງຂອງ ພຣະ­ອົງໃຫ້ເຂົາເບິ່ງ ເມື່ອພວກສາ­ວົກໄດ້ເຫັນອົງພຣະ­ຜູ້­ເປັນ­ເຈົ້າແລ້ວກໍເກີດຄວາມຊົມ­ຊື່ນຍິນ­ດີ. 21ພຣະ­ເຢຊູຊົງກ່າວກັບເຂົາອີກວ່າ, “ສັນ­ຕິສຸກຈົ່ງຢູ່ກັບທ່ານທັງ­ຫລາຍ ພຣະ­ບິ­ດາໄດ້ໃຊ້ເຮົາມາຢ່າງ­ໃດ ຝ່າຍເຮົາກໍໃຊ້ທ່ານທັງໄປຢ່າງນັ້ນ.” 22ເມື່ອຊົງກ່າວຢ່າງນັ້ນ­ແລ້ວ ພຣະ­ອົງຊົງລະ­ບາຍລົມອອກຈາກພຣະ­ໂອດໃສ່ເຂົາ ໂດຍບອກວ່າ, “ທ່ານທັງ­ຫລາຍຈົ່ງຮັບເອົາພຣະ­ວິນ­ຍານ­ບໍ­ລິ­ສຸດ. 23ຖ້າທ່ານທັງ­ຫລາຍຈະຍົກເອົາຜິດບາບຂອງຜູ້ໃດ ຄວາມບາບຂອງຜູ້ນັ້ນພຣະ­ເຈົ້າໄດ້ຊົງຍົກເສຍແລ້ວ ແລະຖ້າທ່ານທັງ­ຫລາຍກັກຄວາມຜິດບາບໃຫ້ຢູ່ກັບຜູ້ໃດ ພຣະ­ເຈົ້າໄດ້ຊົງກັກຄວາມຜິດບາບໃຫ້ຢູ່ກັບຜູ້ນັ້ນ­ແລ້ວ.”

ໂທມາບໍ່ເຊື່ອ

24ຝ່າຍໂທ­ມາທີ່ເອີ້ນກັນວ່າ ແຝດ ຊຶ່ງເປັນສາ­ວົກຜູ້ໜຶ່ງໃນສິບສອງຄົນນັ້ນ ບໍ່ໄດ້ຢູ່ກັບເຂົາເມື່ອພຣະ­ເຢຊູສະ­ເດັດມານັ້ນ. 25ສາ­ວົກອື່ນຈຶ່ງບອກໂທ­ມາວ່າ, “ເຮົາໄດ້ເຫັນອົງພຣະ­ຜູ້­ເປັນ­ເຈົ້າແລ້ວ” ແຕ່ໂທ­ມາຕອບເຂົາເຫລົ່າ­ນັ້ນວ່າ, “ຖ້າຂ້ອຍບໍ່ເຫັນຮອຍຕະ­ປູທີ່ຝ່າພຣະ­ຫັດແລະບໍ່ໄດ້ເອົານິ້ວມືຂອງຂ້ອຍແປະໃສ່ຮອຍຕະ­ປູນັ້ນແລະບໍ່ໄດ້ເອົາມືຂອງຂ້ອຍແປະໃສ່ຂ້າງເພິ່ນແລ້ວ ຂ້ອຍຈະບໍ່ເຊື່ອ.”

26ຄັນລ່ວງໄປໄດ້ແປດວັນແລ້ວພວກສາ­ວົກຂອງພຣະ­ອົງກໍຢູ່ກັນທີ່ເຮືອນນັ້ນອີກແລະໂທ­ມາກໍຢູ່ກັບເຂົາ ສ່ວນປະ­ຕູກໍອັດໄວ້ ແຕ່ພຣະ­ເຢຊູກໍໄດ້ສະ­ເດັດເຂົ້າມາຢືນຢູ່ຖ້າມ­ກາງເຂົາ ແລ້ວຊົງກ່າວວ່າ, “ສັນ­ຕິສຸກຈົ່ງມີຢູ່ກັບທ່ານທັງ­ຫລາຍ.” 27ແລະພຣະ­ອົງຊົງກ່າວກັບໂທ­ມາວ່າ, “ຈົ່ງເດ່ນິ້ວມືຂອງທ່ານມາລູບເບິ່ງຝາມືຂອງເຮົາ ຈົ່ງເດ່ມືຂອງທ່ານມາໃສ່ຂ້າງຂອງເຮົາ ຢ່າຂາດຄວາມເຊື່ອແຕ່ຈົ່ງເຊື່ອ.” 28ໂທ­ມາທູນຕອບວ່າ, “ອົງພຣະ­ຜູ້­ເປັນ­ເຈົ້າຂອງຂ້າພຣະ­ອົງ ແລະພຣະ­ເຈົ້າຂອງຂ້າ­ພະ­ອົງ.” 29ພຣະ­ເຢຊູຊົງກ່າວກັບໂທ­ມາວ່າ, “ເພາະໄດ້ເຫັນເຮົາທ່ານຈຶ່ງເຊື່ອຫລື ຜູ້ທີ່ບໍ່ເຫັນເຮົາແຕ່ໄດ້ເຊື່ອກໍເປັນສຸກ.”

ຈຸດປະສົງຂອງໜັງສືນີ້

30ອັນໜຶ່ງພຣະ­ເຢຊູໄດ້ຊົງເຮັດໝາຍສຳ­ຄັນອື່ນ ອີກຫລາຍປະ­ການ ຕໍ່­ໜ້າພວກສາ­ວົກເຫລົ່າ­ນັ້ນ ຊຶ່ງບໍ່ໄດ້ຈົດໄວ້ໃນໜັງ­ສືເຫລັ້ມນີ້. 31ແຕ່ທີ່ໄດ້ຈົດເຫດ­ການເຫລົ່ານີ້ໄວ້ ກໍເພື່ອທ່ານທັງ­ຫລາຍຈະໄດ້ເຊື່ອວ່າ ພຣະ­ເຢຊູຊົງເປັນພຣະ­ຄຣິດພຣະ­ບຸດຂອງພຣະ­ເຈົ້າ ແລະເມື່ອມີຄວາມເຊື່ອແລ້ວທ່ານ ກໍມີຊີ­ວິດໂດຍພຣະ­ນາມຂອງພຣະ­ອົງ.

 

ໂຢຮັນ ບົດທີ 21

ພຣະເຢຊູຊົງປະກົດແກ່ສາວົກເຈັດຄົນ

1ຕໍ່ມາພຣະ­ເຢຊູໄດ້ຊົງສະ­ແດງພຣະ­ອົງແກ່ພວກສາ­ວົກອີກທີ່ທະ­ເລຕີ­ເບ­ເຣຍພຣະ­ອົງຊົງສະ­ແດງພຣະ­ອົງຢ່າງນີ້ຄື. 2ພວກທີ່­ຢູ່ພ້ອມກັນມີຊີ­ໂມນເປ­ໂຕໂທ­ມາທີ່ເອີ້ນວ່າແຝດນະ­ທາ­ນາ­ເອັນໄທ­ບ້ານກາ­ນາແຂວງຄາ­ລີ­ເລລູກຊາຍທັງສອງຂອງເຊ­ເບ­ດາຍ ແລະສາ­ວົກຂອງພຣະ­ອົງອີກສອງຄົນ. 3ຊີ­ໂມນເປ­ໂຕບອກເຂົາວ່າ, “ຂ້ອຍຈະໄປຫາປາ” ຝ່າຍເຂົາຈຶ່ງຕອບວ່າ, “ພວກເຮົາຈະໄປນຳເຈົ້າດ້ວຍ” ແລ້ວເຂົາກໍອອກໄປລົງເຮືອ ແຕ່ໃນຄືນນັ້ນເຂົາບໍ່ໄດ້ປາຈັກໂຕ.

4ເມື່ອກຳ­ລັງຮຸ່ງເຊົ້າພຣະ­ເຢຊູປະ­ທັບຢືນຢູ່ທີ່ຝັ່ງ ແຕ່ພວກສາ­ວົກບໍ່ຮູ້ວ່າແມ່ນພຣະ­ເຢຊູ. 5ພຣະ­ອົງຊົງຖາມເຂົາວ່າ, “ລູກເອີຍພວກເຈົ້າມີຂອງກິນບໍ່” ເຂົາທູນຕອບວ່າ, “ບໍ່ມີ” 6ພຣະ­ອົງຊົງກ່າວກັບເຂົາວ່າ “ຈົ່ງຖິ້ມມອງລົງເບື້ອງຂວາເຮືອແລ້ວຈະໄດ້ປາ” ເຂົາຈຶ່ງຖິ້ມມອງລົງແລະຖືກປາຫລາຍ ຈົນດຶງຂຶ້ນບໍ່ໄດ້ເພາະເຫລືອແຮງ.

7ສາ­ວົກທີ່ພຣະ­ເຢຊູຊົງຮັກໄດ້ບອກເປ­ໂຕວ່າ, “ແມ່ນອົງພຣະ­ຜູ້­ເປັນ­ເຈົ້າແຫລະ” ເມື່ອຊີ­ໂມນເປ­ໂຕໄດ້ຍິນວ່າເປັນອົງພຣະ­ຜູ້­ເປັນ­ເຈົ້າທ່ານໄດ້ຈັບເອົາເສື້ອມານຸ່ງເພາະເປືອຍໂຕຢູ່ ແລ້ວກໍໂຕນລົງນ້ຳ. 8ແຕ່ພວກສາ­ວົກອື່ນ ນັ້ນໄດ້ເອົາເຮືອນ້ອຍລາກມອງທີ່ຖືກປາມາ ເພາະເຂົາບໍ່ຢູ່ໄກຈາກຝັ່ງ ໄກປະ­ມານສອງຮ້ອຍສອກເທົ່ານັ້ນ.

9ເມື່ອເຂົາຂຶ້ນຝັ່ງແລ້ວກໍເຫັນຖ່ານຕິດໄຟຢູ່ ພ້ອມທັງມີປາແລະເຂົ້າ­ຈີ່ຂາງຢູ່. 10ພຣະ­ເຢຊູຊົງບອກເຂົາວ່າ, “ປາທີ່ພວກເຈົ້າຫາໄດ້ມື້ກີ້ນີ້ຈົ່ງເອົາມາບາງໂຕ.” 11ຊີ­ໂມນເປ­ໂຕຈຶ່ງເຂົ້າໃນເຮືອດຶງມອງຂຶ້ນຝັ່ງ ແລະມີປາໃຫຍ່ເຕັມຢູ່ຈຳ­ນວນ 153 ໂຕ ເຖິງວ່າມີປາຫລາຍປານນັ້ນມອງກໍບໍ່ຂາດ. 12ພຣະ­ເຢຊູຊົງບອກເຂົາວ່າ, “ພາ­ກັນມາປັ້ນເຂົ້າເທາະ” ໃນພວກສາ­ວົກບໍ່ມີໃຜກ້າຖາມພຣະ­ອົງວ່າ, “ທ່ານຄືໃຜ” ເພາະເຂົາຮູ້ຢູ່ວ່າຜູ້ນີ້ແຫລະເປັນອົງພຣະ­ຜູ້­ເປັນ­ເຈົ້າ. 13ພຣະ­ເຢຊູຊົງເຂົ້າມາຈັບເອົາເຂົ້າ­ຈີ່ແຈກໃຫ້ເຂົາ ແລະເອົາປາແຈກໃຫ້ເໝືອນກັນ. 14ນີ້ເປັນເທື່ອທີສາມທີ່ພຣະ­ເຢຊູຊົງສະ­ແດງພຣະ­ອົງແກ່ພວກສາ­ວົກ ຫລັງຈາກທີ່ພຣະ­ອົງຖືກຊົງບັນ­ດານໃຫ້ເປັນຄືນມາຈາກຕາຍແລ້ວ.

ຈົ່ງລ້ຽງແກະຂອງເຮົາ”

15ເມື່ອເຂົາປັ້ນເຂົ້າແລ້ວພຣະ­ເຢຊູຊົງກ່າວກັບຊີ­ໂມນເປ­ໂຕວ່າ, “ຊີ­ໂມນລູກໂຢ­ຮັນເອີຍເຈົ້າຮັກເຮົາຫລາຍກວ່າເຫລົ່ານີ້ຫລື”https://laobible.net/inc/Cross.png ເປ­ໂຕທູນວ່າ “ໂດຍພຣະ­ອົງເຈົ້າເອີຍພຣະ­ອົງຊົງຊາບວ່າຂ້າພຣະ­ອົງຮັກ­ແພງພຣະ­ອົງ”https://laobible.net/inc/Cross.png ພຣະ­ອົງຊົງສັ່ງເປ­ໂຕວ່າ, “ຈົ່ງລ້ຽງແກະໜຸ່ມຂອງເຮົາເນີ.” 16ພຣະ­ອົງຊົງກ່າວກັບເປ­ໂຕເປັນເທື່ອທີສອງວ່າ, “ຊີ­ໂມນລູກໂຢ­ຮັນເອີຍເຈົ້າຮັກເຮົາຫລື” ເປ­ໂຕທູນຕອບວ່າ, “ໂດຍພຣະ­ອົງເຈົ້າເອີຍພຣະ­ອົງຊົງຊາບວ່າຂ້າພຣະ­ອົງຮັກ­ແພງພຣະ­ອົງ” ພຣະ­ອົງຊົງສັ່ງທ່ານວ່າ, “ຈົ່ງລ້ຽງຮັກ­ສາແກະຂອງເຮົາເນີ.” 17ພຣະ­ອົງຊົງກ່າວກັບເປ­ໂຕເປັນເທື່ອທີສາມວ່າ, “ຊີ­ໂມນລູກໂຢ­ຮັນເອີຍເຈົ້າຮັກ­ແພງເຮົາຫລື”https://laobible.net/inc/Cross.png ເປ­ໂຕກໍເປັນທຸກໃຈທີ່ພຣະ­ອົງຊົງຖາມທ່ານເທື່ອທີສາມວ່າ, “ເຈົ້າຮັກ­ແພງເຮົາຫລື”https://laobible.net/inc/Cross.png ເປ­ໂຕຈິ່ງທູນຕອບວ່າ, “ພຣະ­ອົງເຈົ້າເອີຍພຣະ­ອົງຊົງຊາບທຸກສິ່ງ ພຣະ­ອົງຊົງຊາບວ່າຂ້າພຣະ­ອົງຮັກ­ແພງພຣະ­ອົງ”ພຣະ­ເຢຊູຊົງສັ່ງທ່ານວ່າ, “ຈົ່ງລ້ຽງແກະຂອງເຮົາເນີ. 18ເຮົາບອກແກ່ເຈົ້າຕາມຄວາມຈິງວ່າ ເມື່ອເຈົ້າຍັງໜຸ່ມເຈົ້າເຄີຍຄາດແອວຂອງເຈົ້າເອງ ແລະທຽວໄປມາໃສໄດ້ຕາມ­ໃຈເຈົ້າມັກ ແຕ່ເມື່ອເຈົ້າເຖົ້າແລ້ວເຈົ້າຈະຢຽດມືຂອງເຈົ້າອອກ ແລະຄົນອື່ນຈະຄາດແອວໃຫ້ແລະພາໄປບ່ອນເຈົ້າບໍ່ຢາກໄປ.” 19(ທີ່ພຣະ­ອົງຊົງກ່າວດັ່ງ­ນີ້ກໍໝາຍຄວາມວ່າ ເປ­ໂຕຈະຖວາຍກຽດ­ຕິ­ຍົດແດ່ພຣະ­ເຈົ້າດ້ວຍການຕາຍຢ່າງ­ໃດ) ຄັນພຣະ­ອົງຊົງກ່າວດັ່ງ­ນີ້ແລ້ວຈຶ່ງຊົງສັ່ງເປ­ໂຕວ່າ, “ເຈົ້າຈົ່ງຕາມເຮົາມາ.”

ສາວົກທີ່ພຣະອົງຊົງຮັກ

20ເປ­ໂຕຫລຽວຫລັງເຫັນສາ­ວົກຜູ້ທີ່ພຣະ­ເຢຊູຊົງຮັກກຳ­ລັງຕາມມາ ຄືຜູ້ທີ່ເນີ້ງກາຍລົງອີງພຣະ­ຊວງຂອງພຣະ­ອົງເມື່ອຮັບປະ­ທານອາ­ຫານແລງນັ້ນ ແລະທູນຖາມວ່າ, “ນາຍເຈົ້າເອີຍຜູ້ທີ່ຈະມອບທ່ານໄວ້ຄືຜູ້ໃດ.” 21ເມື່ອເປ­ໂຕເຫັນສາ­ວົກຜູ້ນັ້ນ­ແລ້ວຈຶ່ງທູນຖາມພຣະ­ເຢຊູວ່າ, “ພຣະ­ອົງເຈົ້າເອີຍຜູ້ນີ້ເດຈະເປັນຢ່າງ­ໃດ.” 22ພຣະ­ເຢຊູຊົງຕອບວ່າ, “ຖ້າເຮົາມີ­ໃຈຢາກໃຫ້ຜູ້ນີ້ຍືນຢູ່ຈົນເຖິງເຮົາມານັ້ນຈະເປັນທຸ­ລະອັນໃດກັບເຈົ້າໜໍ ສ່ວນເຈົ້າຈົ່ງຕາມເຮົາມາ.” 23ເຫດສັນ­ນັ້ນຄຳທີ່ວ່າສາ­ວົກຜູ້ນັ້ນຈະບໍ່ຕາຍ ຈຶ່ງຊ່າ­ລືໄປໃນຖ້າມ­ກາງຂອງພວກພີ່­ນ້ອງ ແຕ່ພຣະ­ເຢຊູບໍ່ໄດ້ຊົງກ່າວວ່າສາ­ວົກຜູ້ນັ້ນຈະບໍ່ຕາຍ ແຕ່ຊົງກ່າວວ່າ, “ຖ້າເຮົາມີ­ໃຈຢາກໃຫ້ຜູ້ນີ້ຍືນຢູ່ຈົນເຖິງເຮົາມານັ້ນ ຈະເປັນທຸ­ລະອັນໃດກັບເຈົ້າໜໍ.”

24ແມ່ນສາ­ວົກຜູ້ນີ້ແຫລະທີ່ເປັນພະ­ຍານເຖິງເຫດ­ການເຫລົ່ານີ້ ແລະເປັນຜູ້ທີ່ບັນ­ທຶກສິ່ງເຫລົ່ານີ້ໄວ້ ແລະພວກເຮົາຮູ້ວ່າຄຳພະ­ຍານຂອງຜູ້ນີ້ເປັນ­ຄວາມຈິງ. 25ຍັງມີອີກຫລາຍສິ່ງທີ່ພຣະ­ເຢຊູຊົງກະ­ທຳ ຖ້າຈະຂຽນໄວ້ຕາມລຳ­ດັບທຸກປະ­ການ ຂ້າ­ພະ­ເຈົ້າຄາດວ່າໝົດທັງໂລກກໍບໍ່ມີບ່ອນພໍໄວ້ໜັງ­ສືທີ່ຈະຂຽນນັ້ນ.

 

 

Share:

proinfinity.fun

pipeflare.io

xfaucet.org

neygain

overline.network

rollercoin


faucetsfly

freebitco.in

freebnbcoin.com

earnbitmoon.club

Earnbitmoon - ultimate faucet !
Copyright © ITLAOS | kai kh & a m |kham 4.0