ໂຄສະນາ

แสดงบทความที่มีป้ายกำกับ general knowledge แสดงบทความทั้งหมด
แสดงบทความที่มีป้ายกำกับ general knowledge แสดงบทความทั้งหมด

วันพฤหัสบดีที่ 27 กรกฎาคม พ.ศ. 2566

ເງີນກີບລາວ( ແຊຣ໌ໃຫ້ລູກຫຼານຳໄດ້ເບີ່ງ )Lao money เงินลาว


ເອົາລົງເພື່ອໃຫ້ລູກຫຼານລຸ້ນຫລັງໄດ້ເບີ່ງ ເງີນກີບລາວ  






























                    
Share:

วันเสาร์ที่ 9 กรกฎาคม พ.ศ. 2565

ນິໃສຄົນທີ່ເກີດໃນ 7 ວັນ

ຄົນທີ່ເກີດວັນ ຈັນ

   ເປັນຄົນມັກຄິດຫຼາຍ ຄິດເລື່່ອຍເປື່ອຍ ແຕ່ໜ້າຕາດີ ຫົວໄວ ໜ້າຮັກ ເປັນຄົນຕະຫຼົກ ບ້າໆບໍໆ ກັບເພື່ອນໄດ້ໝົດຂໍໃຫ້ບອກ ໃຜເຫັນກໍມັກ ຮັກໃຜແລ້ວກໍຮັກຈິງ ຮັກຫຼາຍ ຫ່ວງຫຼາຍ ຮັກແລ້ວບໍ່ນອກໃຈ ໃຜໄດ້ເປັນແຟນ ຖືວ່າໂຊກດີທີ່ສຸດໃນ 3 ໂລກ

 


ຄົນທີ່ເກີດວັນ ອັງຄານ 

   ມີສະເໜ່ ສົດໃສ ຕົງໄປຕົງມາ ບໍ່ເຈົ້າຊູ້ ຂີ້ເລັ່ນ ມັກແກ້ງເພື່ອນ ເປັນຄົນຄິດຫລາຍ ມັກເກັບບັນຫາໄວ້ຄົນດຽວ ຖ້າບໍ່ຢາກລົມກັບໃຜຈະນິ້ງໃສ່ ກັ້ນນ້ຳຕາເກັ່ງ ເລື່ອງຄວາມຮັກທຸ້ມເທສຸດຕົວ ແພ້ຄົນຂີ້ອ້ອນ ໃສ່ໃຈເກັ່ງ ຊັງຄົນຂີ້ຕວະ ແລະ ເຫັນແກ່ຕົວ

 

ຄົນທີ່ເກີດວັນ ພຸດ  

   ຫົວໄວ ໜ້າຕາດີ ສະຫຼາດໄປທຸກເລື່ອງ ໂກດງ່າຍ ຫາຍໄວ ປາກຮ້າຍ ແຕ່ໃຈດີ ເປັນຄົນມັກກວນຕີນ ໜ້າຮັກ ໃຜເຫັນກໍມັກ ເປັນຄົນຮັກຈິງ ຮັກແລ້ວບໍ່ນອກໃຈ ຖ້າໃຜໄດ້ເປັນແຟນ ຮັບຮອງບໍ່ມີວັນເບື່ອ


ຄົນທີ່ເກີດວັນ ພະຫັດ 

   ເວລາຮັກໃຜສັກຄົນ ຈະຈິງຈັງຈິງໃຈກັບຄົນນັ້ນ ເວົ້າຕົງ ເວົ້າແຮງ ຕີສອງໜ້າບໍ່ເປັນ ເປັນຄົນຈິງໃຈ ໃຈດີແຕ່ບໍ່ຄ່ອຍສະແດງອອກ ເປັນຄົນຂີ້ອາຍ ໂກດງ່າຍແຕ່ຫາຍໄວ ຄືຈະເຈົ້າຊູ້ ແຕ່ຮັກໃຜແລ້ວກໍຮັກໝົດໃຈ ຂີ້ເຫງົາ ມັກໃຫ້ຄົນອື່ນສົນໃຈ ຂີ້ປະຊົດ ມັກລອງໃຈຄົນ ເປັນພວກຂີ້ດື້ງຽບໆ

 

ຄົນທີ່ເກີດວັນ ສຸກ 

   ເປັນຄົນມີສະເໜ່ ມີຄວາມສົດໃຈ ບໍ່ເຈົ້າຊູ້ ແລະ ມັກຄິດຫຼາຍທີ່ສຸດ ເພາະບໍ່ກ້າຖາມຄວາມຈິງ ເປັນຄົນກັ້ນນໍ້າຕາເກັ່ງ ຫຼາຍຄັ້ງທີ່..... ແອບຮັອງໃຫ້ຄົນດຽວ ແພ້ຄົນຂີ້ອ້ອນ ເອົາໃຈເກັ່ງ ໃສ່ໃຈເກັ່ງ ແລະ ຊັງຄົນເຫັນແກ່ຕົວທີ່ສຸດ

 

ຄົນທີ່ເກີດ ວັນເສົາ 

   ເປັນຄົນຕົງໆ ໂກດງ່າຍຫາຍໄວ ຮັກຄົນງ່າຍ ແຕ່ຖ້າໄດ້ຮັກແລ້ວຈະຮັກຈົນບໍ່ເພື່ອໃຈ ເຮັດໃຫ້ເວລາຖືກເທຈະເສຍໃຈຫຼາຍ ເປັນຄົນຊຸ່ມຊ່າມມັກແກ້ງແລະກວນຕີນຄົນອື່ນມັກເຮັດໃຫ້ຄົນອື່ນມີຄວາມສຸກແຕ່ເວລາຕົນເອງທຸກກັບບໍ່ເວົ້າອອກໄປ ເກັບຄວາມຮູ້ສຶກໄວ້ຄົນດຽວ


ຄົນທີ່ເກີດວັນ ອາທິດ  

    ນິດໃສຄືເດັກນ້ອຍ ຊື່ສັດ ກ້າໄດ້ກ້າເສຍ ຈິງຈັງກັບຄວາມຮັກ ເວລາຮັກໃຜໃຫ້ໝົດໃຈ ເວົ້າຫຼາຍ ຢາກຮູ້ ຢາກເຫັນ ເປັນຄົນມີສະເໜ່ຕົງໄປຕົງມາແຕ່ມັກຄິດຫຼາຍ ມັກເກັບໄວ້ຄົນດຽວ ເປັນຄົນຍີ້ມແຍ້ມແຈ່ມໃສກັບທຸກສະຖານະການ ເຖິງແມ້ຕົວເອງຈະເປັນທຸກກໍຕາມ

Share:

วันพุธที่ 15 มิถุนายน พ.ศ. 2565

ການປະກາດຕົວແປຣໃນພາສາຊີ (c)

            ການໃຊ້ງານຕົວແປຣໃນພາສາຊີ ຕ້ອງມີການປະກາດຕົວແປຣຫຼືການຕັ້ງຊື່ຕົວແປຣແລະກໍານົດຊະນິດຂອງຕົວແປຈຶ່ງຈະສາມາດນໍາຕົວແປນັ້ນມາໃຊ້ງານໄດ້ ການຕັ້ງຊື່ຕົວແປຣມີຂໍ້ກໍານົດດັ່ງນີ້

1 ຊື່ຕົວແປຣຕົວແລກຕ້ອງຂື້ນຕົ້ນດ້ວຕົວອັກສອນຫຼືເຄື່ອງໝາຍ “-” ດັນໄດ້ເຊັ່ນ run,max, -VR

2 ບໍ່ມີການເວັ້ນວັກແຕ່ສາມາດໃຊ້ເຄື່ອງໝາຍ “-” ດັນໄດ້ເຊັ່ນ: sw-1, stop-motor

3 ຖັດຈາກຕົວແລກແລ້ວຈະເປັນຕົວເລກຫລືເຄື່ອງໝາຍ “-” ດັນໄດ້ເຊັ່ນ: a1, i_sensor,VR-1

4 ອັກສອນຕົວພີມນ້ອຍແລະພີມໃຫຍ່ຖືວ່າແຕກຕ່າງການເຊັ່ນ a1, A1 ເປັນຄົນລະຕົວແປຣ

5 ຫ້າມຕັ້ງຊື່ຊໍ້າກັບຄໍາສະຫງວນໃນພາສາຊີ ເຊັ່ນ: if, do, while, printf, else ອື່ນໆ


 ຕົວຢ່າງການຕັ້ງຊື່ຕົວແປທີ່ຖືກຕ້ອງ

 int a1, max, num;

char c, VR_1, sw1;


ຕົວຢ່າງການຕັ້ງຊື່ຕົວແປທີ່ຜິດ

 int 1a, ma x, 2num;

char else, for, data 1;

Share:

วันจันทร์ที่ 13 มิถุนายน พ.ศ. 2565

ລາຄາ Bitcoin ລົງມາຈຸດຕໍ່າສຸດໃຫມ່ແບບຕໍ່ເນື່ອງ ແລະ ເຖິງຈຸດ 20,800 ດອນລາ $ ຢ່າງຮຸນແຮງ ຕະຫລາດຍັງຫາຈຸດບໍ່ເຫັນ

      ລາຄາ  Bitcoin ໃນຊ່ວງນີ້ເຜີຍໃຫ້ເຫັນວ່າມັນຕົກມາເຖິງຈຸດລະດັບ 20,800 ດອນລາ $   ເມື່ອບໍ່ນານມານີ້ ຊື່ງຕອນນີ້ຍັງບໍ່ມີສັນຍານຈະເຖິງຈຸດຂາຂື້ນທີ່ຊັດເຈນ ປະກົດມໃຫ້ເຫັນ

ລາຄາ Bitcoin ຜະເຊິນກັບສະພາວະຂາລົງໃນວັນນີ້ 14/6/2022 ເຮັດໃຫ້ມັນຕົກມາເຖິງຈຸດຕໍ່າລະດັບ 21,000 ດອນລາ $  ຫຼັງຈາກທີ່ມັນພະຍາຍາມຢູ່ເໜືອແນວຕ້ານທີ່ສໍາຄັນທີ່ 23,000 ດອນລາ $  ແຕ່ກໍບໍ່ສໍາເລັດ

ຫາບິດຄອຍຟຣີ  Free bitcoin



    ໃນຊ້ວງ 24  ຊົ່ວໂມງທີ່ຜ່ານມາຈະເຫັນໄດ້ວ່າ Bitcoin  ໄດ້ຫຍໍ້ຕົວລົງໄປເຖິງຈຸດຕໍ່າລະດັບຕໍ່າກ່ວາ 21,000 ດອນລາ $ ຈາກນັ້ນກໍດິດຕົວກັບຂື້ນມາ ເລັກນ້ອຍ ໄຊເວເໜືອລະດັບ 21,000 ດອນລາ $  ແລະ ໃນເວລາທີ່ລາຍງານຂ່າວຢູ່ນີ້ລາຄາ  Bitcoin ກໍຢູ່ລະດັບ 21,300 ດອນລາ $  ອ້າງອິງຈາກເວັບໄຊ TradingView ຊິ່ງອິງລາຄາຈາກເວັບເທຣດ Bitstamp

    ສ່ວນລາຄາ Bitcoin ບົນກະດາດເທຣດໄທ Bitkub ນັ້ນຢູ່ທີ່ 745,000 ບາດ ແລະ ບົນກະດາດເທຣດ SatangPro ນັ້ນຢູ່ທີ່  744,000 ບາດ

Share:

วันอาทิตย์ที่ 12 มิถุนายน พ.ศ. 2565

ຟັງຊັນ Printf(); ໃນພາສາ C

 ຟັງຊັນ printf(); ເປັນຟັງຊັນທີ່ໃຊ້ພີມຫຼືສະແດງຂໍ້ຄວາມອອກທາງຈໍພາບ ຖູກນິຍາມໄວ້ໃນ stdio.h


ຮູບແບບທີ 1

printf(“ຂໍ້ຄວາມ”);

ຕົວຢ່າງ:

printf(“LAOS”);

ຜົນການລັນໂປຣແກຣມ ຈະສະແດງຂໍ້ຄວາມ LAOS ອອກມາທາງຈໍພາບ

 

ຮູບແບບທີ 2

printf(“ຕົວກໍານົດຊະນິດຂໍ້ມູນ”,ຕົວແປ);

ຕົວຢ່າງ:

A= 10;

printf(“%d”,A);

ໝາຍເຖິງ ການນໍາຄ່າຂອງຕົວແປ A ມາສະແດງຜົນໃນຈໍພາບໃນຮູບແບບຈໍານວນເຕັມ ຜົນການລັນໂປຣແກຣມ ຈະສະແດງເລກ 10 ອອກມາທາງຈໍພາບ

ຮູບແບບທີ 3

printf(“ຂໍ້ຄວາມ ຕົວກໍານົດຊະນິດຂໍ້ມູນ”,ຕົວແປ);

ຕົວຢ່າງ:

A= 20;

printf(“Data A = %d”,A);

ຜົນການລັນໂປຣແກຣມ ຈະສະແດງຂໍ້ຄວາມ Data A = 20 ອອກມາທາງຈໍພາບ


***********

ຕົວກໍານົດ ຊະນິດຂໍ້ມູນຂອງພາສາ c

 

Share:

วันเสาร์ที่ 11 มิถุนายน พ.ศ. 2565

วันพฤหัสบดีที่ 9 มิถุนายน พ.ศ. 2565

MVC Framework ແມ່ນຫຍັງ ແລະ ຫຍໍ້ມາຈາກຫຍັງ?

 

    MVC ເປັນຕົວຫຍໍ້ຂອງຄໍາວ່າ Model View Controller  ໃຊ້ເອີ້ນຮູບແບບການພັດທະນາຊອບແວຣ໌ທີ່ມີໂຄງສ້າງ ຊື່ງແບ່ງອອກມາເປັນ 3 ສ່ວນຫຼັກ ຕາມຫຼັກ ຕາມຕົວຫຍໍ້ຂອງຊື່ ຮູບແບບການພັດທະນາຊອບແວຣ໌ແບບ  MVC ຖູກນໍາໄປໃຊ້ໃນຂັ້ນຕອນການພັດທະນາຫລາກຫລາຍພາສາ



ເພາະ  MVC ເປັນພຽງຫຼັກການອອກແບບໂປຣແກຣມ ( Design Pattern ) ຮູບແບບໜື່ງເທົ່ານັ້ນ ຊື່ງເປັນທີ່ນິຍົມຫຼາຍ ໃນການນໍາມາພັດທະນາແອັບພິເຄຊັນຊອບແວຣ໌ແຕ່ລະແຟດຟອມ ແລະ ປະຫຍຸກໃຊ້ໃນອີກຫລາຍໆດ້ານ

ສ່ວນຂອງ Model (M)

   model ຄືສ່ວນຂອງການເກັບລວບລວມຂໍ້ມູນນັ້ນໆ ຈະຖືກຈັດເກັບໃນຮູບແບບໃດກໍຕາມ ໃນຖານຂໍ້ມູນແບບເປັນ  Object Class ຫຼື ທີ່ນິຍົມເອີ້ນກັນວ່າ VO ( Value Object ) ຫຼື ເກັບເປັນໄຟຂໍ້ມູນເລີຍເມື່ອຂໍ້ມູນຖູກໂຫລດເຂົ້າມາຈາກທີ່ຕ່າງໆ ແລະ ເຂົ້າມາຍັງສ່ວນຂອງໂມເດີນ ຕົວໂມເດີນຈະທໍາການຈັດການກະກຽມຂໍ້ມູນໃຫ້ເປັນຮູບແບບທີ່ເໝາະສົມ ເພື່ອການຮ້ອງຂໍມູນຂຈາກສ່ວນຂອງ Controller

 

ສ່ວນຂອງ View (V)

view ຄືສ່ວນຂອງການສະແດງຜົນ ຫຼື ສ່ວນທີ່ຈະປະຕິສໍາພັນກັບຜູ້ໃຊ້ງານ ( User Interface ) ໜ້າທີ່ຂອງ view ໃນການຂຽນໂປຣແກຣມແບບ MVC  ຄືຄອຍຮັບຄໍາສັ່ງຈາກສ່ວນຂອງ Controller ແລະ End User ເລີ້ມແລກເລີຍຕົວວິວອາດຈະໄດ້ຮັບຄໍາສັ່ງຈາກ Controller ໃຫ້ສະແດງໜ້າຜົນຂອງ Home  ແລະເມື່ອຜູ້ໃຊ້ງານໜ້າເວັບກົດປຸ່ມສັ່ງຊື້ View ຈະສົ່ງ
ຂໍ້ມູນໄປໃຫ້ Controller ເພື່ອປະມວນຜົນແລະສະແດງບາງຢ່າງຈາກ Action ນັ້ນ

ສ່ວນຂອງ Controller (C)

   controller  ຄືສ່ວນຂອງການເລີ່ມທໍາງານ ແລະ ຮັບຄໍາສັ່ງ ໂດຍທີ່ຄໍາສັ່ງນັ້ນຈະເກີດຂື້ນໃນສ່ວນການຕິດຕໍ່ກັບຜູ້ໃຊ້ງານຄື view ເມື່ອຜູ້ໃຊ້ງານທໍາການ  Interactive ກັບ  UI view  ຈະເກີດເຫດການຫຼືຂໍ້ມູນບາງຢ່າງຂື້ນ ຕົວວິວຈະສົ່ງຂໍ້ມູນນັ້ນມາຍັງcontroller ຕົວ controller ຈະທໍາການປະມວນຜົນໂດຍບາງຄໍາສັ່ງອາດຈະຕ້ອງໄປຕິດຕໍ່ກັບ model ກ່ອນເພື່ອທໍາການປະມວນຜົນຂໍ້ມູນຢ່າງຖູກຕ້ອງຮຽບຮ້ອຍແລ້ວກໍຈະສົ່ງໄປຍັງ  view ເພື່ອສະແດງຜົນຕາມທີ່ end user ຮ້ອງຂໍມາ Controller ຈະທໍາໜ້າທີ່ເປັນຕົວກາງລະຫວ່າງ Model ແລະ View  ໃຫ້ທໍາງານຮ່ວມກັນຢ່າງມີປະສິດທິພາບແລະຕົງກັບຄວາມຕ້ອງການຂອງ  End User ຫຼາຍທີ່ສຸດ

*****************

 BUY BOOK ONLINE

Share:

วันพุธที่ 8 มิถุนายน พ.ศ. 2565

ຄໍາສັບພາສາອັງກິດ 10 ວິທີ ບອກວ່າຝັນດີກ່ອນເຂົ້ານອນ

 

ຝັນດີພາສາອັງກິດ good night ຊຶ່ງເປັນຄຳເວົ້າກ່ອນເຂົ້ານອນທີ່ເຮົາຮູ້ຈັກກັນດີ ແຕ່ນອກຈາກນີ້ແລ້ວ ຍັງມີອີກຫລາຍຄໍາອີກ ທີ່ຍັງສາມາດໃຊ້ທົນແທນຄຳວ່າ  Good night ໄດ້ ຊື່ງຈະວ່າໄປແລ້ວ ຄວາມໝາຍກໍຄ້າຍໆກັນນັ້ນແຫລະ ຊຶ່ງເປັນການອວຍພອນເພື່ອບອກໃຫ້ນອນຫລັບຝັນດີ




ນີ້ຄື 10 ວິທີເພື່ອບອກວ່າຝັນດີກ່ອນເຂົ້ານອນ


1. Night! ຫຍໍ້ມາຈາກ Good night ນັ້້ນເອງ          ຝັນດີ

2. Good night!                                                  ຝັນດີ

3. Nighty night!: ຄວາມໝາຍຄ້າຍກັບ Goodnight       ຝັນດີ

4. Sweet dream!  ຝັນຫວານ ຄວາມໝາຍຄື       ຂໍໃຫ້ຝັນດີ ຫຼື ຝັນຫວານ

5. Dream of me!          ຝັນເຖິງຂ້ອຍນໍາເດີ

6. Time to ride the rainbow to dreamland!     ໄດ້ເວລາ ໄປຂີ່ສາຍລຸ້ງໃນດິນແດນໃນຝັນແລ້ວ

7. Sleep well!    ໃຫ້ນອນຫລັບດີ

9. Sleep tight!     ໃຫ້ນອນຫລັບຝັນດີ (ຫລັບສະນິດ)

10. Good night and sleep tight.   ຝັນດີ ແລະຂໍໃຫ້ຫລັບຝັນດີ


ການບອກວ່າຝັນດີ ພາສາອັງກິດກໍມີຫລາຍສໍານວນໃຫ້ເລືອກ ແຕ່ເວລາໃຊ້ແຕ່ຄ້າຍໆກັນ ຫຼືຈະໃຊ້ວັນລະອັນເພື່ອສະຫລັບກັນໄປກໍໄດ້ ເພື່ອເປັນການຝືກຮຽນຫລືເພື່ອໃຫ້ຈື່ຈຳໃຫ້ມັນລຶ້ງເຄີຍ ຫລາຍໆເພື່ອເປັນການດີ


 

Share:

Firebase ແມ່ນຫຍັງ? ກ່ຽວຫຍັງກັບ Backend ແລະ ແຟດຟອມ ຄົບວົງຈອນສໍາຫຼັບນັກພັດທະນາແອບ

       ປັດຈຸບັນ ທຸລະກິດໄດ້ນໍາລະບົບຕ່າງໆ ເຂົ້າມາຊ່ວຍໃນການທໍາງານ ເມື່ອກ່ອນຈະໃຊ້ແຮງງານມະນຸດໃນການຄອບຄຸມ ແລະ ປະຫວັດເກືອບທັງໝົດ ການນໍາລະບົບເທັກໂນໂລຍີທີ່ທັນສະໄໝເຂົ້າມາຊ່ວຍດໍາເນີນທຸລະກິດ ສາມາດລົດຄວາມສ່ຽງໃນການທໍາງານ ການຄິດວິເຄາະ ທີ່ແມ້ນຍໍາ ແລະ ຄວາມໄວ ຫຼື ແມ້ແຕ່ການຂາຍຂອງ ການຕິດຕໍາສື່ສານ ການເກັບຂໍ້ມູນຈໍານວນຫຼາຍໆ ແລະ ການໃຫ້ບໍລິການຕ່າງໆ ເທີງໜ້າເວັບໃຊ ທັງໝົດນີ່ເປັນການໃຊ້ເທັກໂນໂລຍີທີ່ທັນສະໄໝເຂົ້າມາເພີ່ມຄວາມສະດວກ Google ໄດ້ຊື້ໂປຣເຈັກຊື່ວ່າ Firebase ບໍລິການ backend ແລະ ແຟດຟອມ ຄົບວົງຈອນສໍາຫລັບນັກພັດທະນາແອບ Firebase ຄືບໍລິການ backend ແລະ ແຟດຟອມ ຄົບວົງຈອນສໍາຫຼັບນັກພັດທະນາແອບ ແລະ ໂປຣແກຣມປະຍຸກເທິງເວັບແຟດຟອມທີ່ມີເຄື່ອງມືແລະໂຄງສ້າງຟື້ນຖານທີ່ໄດ້ຮັບການອອກແບບມາເພື່ອຊ່ວຍໃຫ້ນັກພັດທະນາສາມາດສ້າງແອບບພິເຄຊັນທີ່ມີຄຸນນະພາບສູງ Firebase ຖຶກສ້າງຂື້ນຈາກຄຸນສົມບັດເສີມວ່ານັກພັດທະນາສາມາດຜະສົມແລະຈັບຄູ່ເພື່ອໃຫ້ພໍດີກັບຄວາມຕ້ອງການຂອງຕົນ ບໍລິສັດ ກໍ່ຕັ້ງຂື້ນໃນປີ 2011 ໂດຍແອນຄຣູແລະເຈມສ໌ ເທມປລີນ ສິນຄ້າເລີ້ມຕົ້ນ Firebase  ເປັນຖານຂໍ້ມູນເຮືຍນໄທນ໌ຊື່ງມີ API  ທີ່ຊ່ວຍໃຫ້ນັກພັດທະນາໃນການຈັດເກັບແລະຊິ້ງຂໍ້ມູນ Google Firebase 2.0 Google ຊື່ງໄດ້ຊື້ Firebase  ແລະ ມີການພັດທະນາໃຫ້ສາມາດ ຈາກການບໍລິການ backend  ເກັບຂໍ້ມູນຢ່າງດຽວ ມາເປັນແຟດຟອມ ຄົບວົງຈອນສໍາຫຼັບນັກພັດທະນາແອບ ຮອງຮັບ IOS, ANDROID , Web) ຮອງຮັບບໍລິການເກືອບທຸກຢ່າງທີ່ນັກພັດທະນາແອບຕ້ອງໃຊ້ງານ

 


  Firebase Analytics  ບໍລິການວິເຄາະຂໍ້ມູນ ດຶງເທັກໂນໂລຍີມາຈາກ Google Analytics ແຖມຍັງເປີດໃຫ້ໃຊ້ຟຣີແບບບໍ່ຈໍາກັດປະລິມານຂໍ້ມູນໃດໆລະບົບສົ່ງຂໍ້ຄວາມແຈ້ງເຕືອນ  Google Cloud Messaging (GCM) ປ່ຽນຊື່ມາເປັນ Firebase Cloud Messaging (FCM)  ໃຊ້ງານຟຣີບໍ່ຈໍາກັດປະລິມານຂໍ້ຄວາມ Google ບອກວ່າຕອນນີ້ FCM  ໃຫ້ບໍລິການຂໍ້ຄວາມແຈ້ງເຕືອນ 1,7 ແສນລ້ານຂໍ້ຄວາມຕໍ່ວັນ

Firebase Storage  ບໍລິການພື້ນທີ່ເກັບຂໍ້ມູນ ເອົາໄວ້ເກັບພາບ ວິດີໂອ ຫຼືໄຟຂະໜາດໃຫຍ່ຈາກແອບບຂອງຜູ້ໃຊ້ ສ້າງຢູ່ເທີງ Google Cloud Storage

Firebase Remote Config  ຕົວຊ່ວອັບເດດຕອນຟີກຂອງແອັບ ສໍາຫຼັບປັບແຕ່ງຄ່າຕ່າງໆ ໃນແອັບຈາກລະຍະໄກ (ເຊັ່ນເກມ ທີ່ຢາກປັບສົມດຸນຂອງເກມຕະຫຼອດເວລາ ) ສາມາດໃຊ້ຮ່ວມກັບ Firebase Analytics  ເພື່ອກໍາໜົດຜູ້ໃຊ້ງານແຍກເປັນກຸ່ມໆ ໄດ້

Firebase Crash Reporting ຕົວລາຍງານການແຄັດຊ໌ຂອງແອັບ ຮອງຮັບທັງ  iOS ແລະ Android

ບໍລິການທົດສອບແອບເທິງຮາດແວຮ໌ຈິງ  Cloud Test Lab ທີ່ເປີດຕົວເມື່ອປີທີ່ແລ້ວ ປ່ຽນຊື່ມາເປັນ Firebase Test Lab for Android

Firebase Notifications  ເປັນຄອນໂຊຣນສໍາຫຼັບນັກພັດທະນາ ເພື່ອຍິງຂໍ້ຄວາມຜ່ານ FCM  ໄປຍັງຜູ້ໃຊ້ ສໍາຫຼັບໂປຣໂມດ ຫຼື ກະຕຸ້ນໃຫ້ຜູ້ໃຊ້ກັບມາເປີດແອບຂອງເຮົາ ( ເຊັ່ນ ແຈກຂອງໃນເກມ )

Firebase Dynamic Links ບໍລິການ URL ກາງທີ່ສາມາດຊີ້ທາງໄປຍັງເພຈຕ່າງໆ ແປຣຜັນຕາມອຸປະກອນຫຼື ຄຸນສົມພັດຂອງຜູ້ໃຊ້ ( ເຊັ່ນ ແຕ່ລະປະເທດກົດລິ້ງດຽວກັນ ເຂົ້າຄົນລະເພຈກັນ)

Firebase Invites  ລະບົບເຊີນເພື່ອນມາໃຊ້ແອັບ ມີຟິເຈີ້ຣ໌ referral ຄົນຊວນໄດ້ສີດທີ່ປະໂຍດຊ໌

Firebase App Indexing ປ່ຽນຊື່ມາຈາກ Google App Indexing ທີ່ຊ່ວຍໃຫ້ Google Search ຄົ້ນພົບເນື້ອຫາພາຍໃນແອບ

 

   ສະຫຼຸບບົດຄວາມທັງໝົດ Firebase ) ຊຶ່ງເປັນ Backend  ແລະ ແຟດຟອມ ທີ່ຄອບຄຸມທຸກການບໍລິການສາມາດ ຍັງສາມາດ ຍັງສາມາດໃຊ້ງານໄດ້ຟຣີ ບໍລິການເກືອບທຸກຕົວຂອງ  Firebase  ໃຊ້ງານໄດ້ຟຣີແບບບໍ່ຈໍາກັດປະລິມານ ຍົກເວັ້ນບໍລິການ 4 ຕົວຄື  Test Lab, Storage, Realtime Database, Hosting, ທີ່ຄິດຄ່າເງິນແຕ່ກໍມີແພັກເກັດລຸ້ນຟຣີທີ່ມີໂຄຕ້າຫຼາກຫຼາຍສໍາລັບການໃຊ້ງານທົ່ວໆໄປ


****************

ຮ້ານປື້ມອອນໄລນ໌

Share:

Hybrid HDD

 

Hybrid HDD

ແມ່ນຮາດດິດແບບລູກປະສົມ ລະຫວ່າງ SSD ແລະ HHD 



       ໂດຍຂໍ້ມູນສ່ວນໃຫຍ່ຈະເກັບໄວ້ທີ່ຈານໜູນແມ່ເຫຼັກ ແຕ່ຂໍ້ມູນຂອງລະບົບທີ່ເອີ້ນວ່າ Cache ຫຼືໄຟທີ່ເຮົາຕ້ອງໄດ້ໃຊ້ຕະຫຼອດ ມັນຈະຖືກຍ້າຍໄປເກັບໄວ້ໃນ Flash Memory ໂດຍອັດຕະໂນມັດ ເພື່ອການເປີດໃຫ້ງານທີ່ໄວຂື້ນ ແລະ ມີຄວາມໄວຮອບໃນປະຈຸບັນຕາມມາດຕະຖານແມ່ນ 7200 Rpm ເຊັ່ນວ່າ Hdd 500GB 7200Rpm + 24GB SSD


 ************

ສະປອນເຊີເດີນີ້ ກົດໃຫ້ແນ່ 555

Share:

วันอังคารที่ 7 มิถุนายน พ.ศ. 2565

IDE Hard disk

 

IDE Hard disk

ແມ່ນ ຮາດດິດ ລຸ້ນເກົ່າທີ່ມີການໃຊ້ງານມາເປັນເວລາດົນນານແລ້ວ 



ແຕ່ໃນປັດຈຸບັນຍັງພໍຈະຫາໃຊ້ມາໃຊ້ງານໄດ້ຢູ່ ເຊີ່ງມີຄວາມຈຸຕັ້ງແຕ່ 160-500 GB, ມີຄວາມໄວຮອບມາດຕະຖານ ແມ່ນ 7200 Rpm ແລະ ໃຊ້ສາຍ IDE 80 ເສັ້ນ ແຕ່ຕ້ອງປັບ JUMPER ໃຫ້ເປັນ MASTER ຫຼື Slave


 ************

ສະປອນເຊີເດີນີ້ ກົດໃຫ້ແນ່ 555

Share:

SSD Hard disk

 

SSD Hard disk

ເປັນການໃຊ້ Chip ໜ່ວຍຄວາມຈໍາເກັບຂໍ້ມູນແທນຈາກແມ່ເຫຼັກຄືຮາດດິດທົ່ວໄປ 


       ການເຮັດວຽກແມ່ນຄືລະບົບດ-ວກັນກັບ Flashdriver ທີ່ເຮົາໃຊ້ໃນປະຈຸບັນນີ້ ມີສ່ວນປະກອບທີ່ສາຄັນ 02 ຢ່າງຄື chip ໜ່ວຍຄວາມຈໍາ ແລະ chip controller ສໍາຫຼັບຄອບຄຸມການເຮັດວຽກຂອງ SSD ຮາດດິດລຸ້ນນີ້ແມ່ນສາມາດເຂົ້າເຖິງຂໍ້ມູນໄດ້ໄວກ່ວາຮາດດິດລຸ້ນອື່ນໆ ໃນປະຈຸບັນມີຄວາມໄວໃນການອ່ານຂໍ້ມູນເຖິງ 560 MB/s ແລະຂຽນແມ່ນ 530 MB/s ເຊີ່່ງມີຄວາມໃວທີ່ສຸດໃນຍຸກປະຈຸບັນນີ້ ( ໃນອານາຄົດ hard disk ລຸ້ນນີ້ຈະມາແທນທີ່ Hard disk ທັງໝົດທີ່ໃຊ້ງານໃນປະຈຸບັນ

 ************

ສະປອນເຊີເດີນີ້ ກົດໃຫ້ແນ່ 555

Share:

Hard disk Sata

 

Hard disk Sata


ເປີດໂຕຄັ້ງທໍາອິດໃນວັນທີ 26/06/2545 ໃນງານ 
PC EXPO IN NEW YOUK

ແມ່ນຊະນິດໃຫມ່ໃຊ້ປະຈຸບັນ ທີ່ມາແທນທັງ IDE ແລະ SCSI ເຊິ່ງມີອັດຕາການສົ່ງຂໍ້ມູນທຽບເທົ່າກັບຊະນິດ SCSI ສະດວກເພາະບໍ່ຕ້ອງປັບ JUMPER ໃຫ້ຫຍຸ້ງຍາກຄືກັບຊະນິດ IDE ແລະ ຄວາມໃວຮອບໃນປະຈຸບັນນີ້ແມ່ນ 7200 Rpm ແລະ 10000pm


 ************

ສະປອນເຊີເດີນີ້ ກົດໃຫ້ແນ່ 555



 

Share:

proinfinity.fun

pipeflare.io

xfaucet.org

neygain

overline.network

rollercoin


faucetsfly

freebitco.in

freebnbcoin.com

earnbitmoon.club

Earnbitmoon - ultimate faucet !
Copyright © ITLAOS | kai kh & a m |kham 4.0