ທັງໝົດທີ່ກ່າວມານີ້ເຮັດໃຫ້ເຫັນຢ່າງແຈ່ມແຈ້ງວ່າ ມະນຸດທຸກຄົນບໍ່ວ່າຈະເປັນຄົນດີຈັກເທົ່າໃດ ກໍໄດ້ເຮັດຜິດບາບໄປແລ້ວທຸກຍຸກທຸກສະໄໝ ທຸກຫົນທຸກແຫ່ງ “ບໍ່ມີຜູ້ໃດເປັນຄົນຊອບທຳຈັກຄົນ ບໍ່ມີເລີຍ... ທຸກຄົນເຮັດບາບແລະເສື່ອມຈາກພະລັດສະໝີຂອງພະເຈົ້າ” (ໂຣມ 3:10, 23)
ຄົນທີ່ກະທຳຜິດຕໍ່ກົດຫມາຍຂອງບ້ານເມືອງ
ຈະໄດ້ຮັບໂທດຕາມຄວາມຍຸດຕິທຳສັນໃດ ຄົນທີ່ກະທຳຜິດຕໍ່ພະບັນຍັດຂອງພະເຈົ້າກໍຈະໄດ້ຮັບໂທດຕາມຄວາມຍຸດຕິທຳສັນນັ້ນ
ແລ້ວໂທດຂອງຄວາມຜິດບາບນັ້ນກໍຄືຄວາມຕາຍ ດັ່ງນັ້ນຄວາມຕາຍມີສອງຊະນິດ ຄື
ຄວາມຕາຍຝ່າຍເນື້ອໜັງແລະຄວາມຕາຍຝ່າຍຈິດວິນຍານ ທຸກຄົນເຂົ້າໃຈເລື່ອງຄວາມຕາຍຝ່າຍເນື້ອໜັງໄດ້ດີ
ເພາະວ່າທຸກຄົນຕ້ອງຕາຍ ເຄີຍເຫັນຫລາຍຄົນຕາຍ ແລະຢ້ານຄວາມຕາຍ ພະຄຳພີໃຊ້ພາບພົດເລື່ອງຄວາມຕາຍວ່າ
ເປັນສັດຕູຕໍ່ຊີວິດມະນຸດທຸກຄົນ
ເຖິງຢ່າງໃດກໍຕາມທຸກຄົນຕ້ອງຕາຍ
ເພາະເປັນຜົນຢ່າງໜຶ່ງຂອງຄວາມບາບ ແຕ່ຄວາມຕາຍຝ່າຍຈິດວິນຍານນັບວ່າສຳຄັນກວ່າຄວາມຕາຍຝ່າຍເນື້ອໜັງຫລາຍ
ເພາະວ່າຈິດວິນຍານຂອງມະນຸດຈະບໍ່ສູນເສຍໄປ ແຕ່ຈະເປັນຢູ່ຕະຫລອດໄປ ຈິດວິນຍານທີ່ຄວາມບາບຄອບງຳຢູ່
ຈະຕ້ອງໄດ້ຮັບໂທດຕາມຄວາມບາບນັ້ນ
ຄວາມຕາຍຝ່າຍຈິດວິນຍານ
ບໍ່ໄດ້ໝາຍຄວາມວ່າຈິດວິນຍານຈະສີ້ນສຸດລົງ ເຮົາອາດຈະໃຊ້ຄຳຈຳກັດຄວາມຄຳວ່າຄວາມຕາຍວ່າ
ເປັນການຖືກຕັດອອກຈາກຕົ້ນເຫດຊີວິດ ຕົວຢ່າງຄື ການຕັດກິ່ງໄມ້ອອກຈາກລຳຕົ້ນ
ເຖິງວ່າກິ່ງໄມ້ນັ້ນຍັງມີຕົວມີຕົນ ແຕ່ກໍເຫັນວ່າຕາຍເສຍແລ້ວ ເພາະວ່າຖືກຕັດອອກຈາກຕົ້ນເຫດຊີວິດ
ຖ້າຈະຖືເອົາຕົວຢ່າງນີ້ມາອະທິບາຍເລື່ອງຊີວິດຝ່າຍຈິດວິນຍານຈະເຫັນວ່າ
ພະເຈົ້າຊົງເປັນຕົ້ນເຫດຊີວິດ ຄວາມຕາຍຝ່າຍຈິດວິນຍານຈຶ່ງເປັນການຖືກຕັດຂາດຈາກພະເຈົ້າ
ຂາດຈາກຊີວິດອັນຕະຫລອດໄປເປັນນິດ ຊຶ່ງເປັນຊີວິດທີ່ພະອົງຊົງປະສົງໃຫ້ມະນຸດແຕ່ເດີມ
ໃນເມື່ອມະນຸດເປັນຄົນບາບແລະໄດ້ຖືກຕັດຈາກພະເຈົ້າ
ກໍເທົ່າກັບວ່າເຂົາໄດ້ຕາຍຝ່າຍຈິດວິນຍານເສຍແລ້ວທັງໆ ທີ່ເຂົາຍັງດຳລົງຊີວິດຝ່າຍເນື້ອໜັງຢູ່ໃນໂລກນີ້
ແຕ່ວ່າໃນວັນທີເຂົາຈະຕາຍຝ່າຍເນື້ອໜັງ
ຄວາມຕາຍຝ່າຍຈິດວິນຍານຈະມີຜົນຮ້າຍຈາກຄວາມບາບເພີ່ມເຕີມລົງໄປອີກ
ໂດຍທີ່ເຂົາຈະຕ້ອງອອກໄປຮັບຄວາມທຸກທໍລະມານຢູ່ໃນບຶງໄຟນາຮົກຕະຫລອດໄປ
ພຣະເຈົ້າອວຍພອນ
****************************
0 Comments:
แสดงความคิดเห็น