ຕາຍແລ້ວຈະໄປໃສ
ເຮົາຮູ້ແລ້ວວ່າ
ພາຍຫລັງທີ່ມະນຸດຈາກໂລກນີ້ໄປ
ວິນຍານຈິດຂອງເຂົາຈະໄປຢູ່ໃນທີສອງແຫ່ງຄື
ບໍ່ແມ່ນສະຫວັນກໍນາຮົກ
ທີສອງແຫ່ງນີ້ບໍ່ຄືເມືອງຫລືທີ່ຢູ່ອາໄສຕ່າງໆໃນໂລກນີ້
ເມືອງຕ່າງໆໃນໂລກນີ້ເປັນທີ່ເໝາະສຳລັບຊີວິດຝ່າຍຮ່າງກາຍ
ສະຫວັນແລະນາຮົກເປັນທີ່ເໝາະສຳລັບຊີວິດຝ່າຍຈິດວິນຍານ
ຊຶ່ງເຮົາມີຄວາມເປັນຢູ່ທີ່ບໍ່ຄືໃນໂລກນີ້
ແລະບໍ່ມີມື້ສີ້ນສຸດລົງ
ເພາະເຫດວ່າສະຫມອງຂອງມະນຸດເຮົາມີຂອບເຂດຈຳກັດ ຈຶ່ງຈຳເປັນທີ່ພະຄຳພີຕ້ອງໃຊ້ພາສາທີ່ເຮົາຈະເຂົ້າໃຈໄດ້ ເປັນແຕ່ພຽງການວາດພາບໃຫ້ເຮົາຮູ້ວ່າ ສະຫວັນນັ້ນປຽບເໝືອນເມືອງທອງ ທີ່ບໍ່ມີຄວາມໂສກເສົ້າ ບໍ່ມີຄວາມເຈັບປວດຫລືຄວາມຂັດສົນໃດໆ ເປັນທີ່ປະທັບຂອງພະເຈົ້າ ແລະ ເປັນທີ່ສຸກຂະເສີມສຳລັບທຸກຄົນ ທີ່ຮັກພະອົງ ແລະເຊື່ອໃນພະເຢຊູຄຣິດເຈົ້າ ສ່ວນນາຮົກນັ້ນເປັນສະຖານທີ່ໜ້າຢ້ານທີ່ສຸດ ປຽບເໝືອນບຶງໄຟທີ່ໄໝ້ຢູ່ເປັນນິດ ເຮົາບໍ່ອາດຈະຫາຖ້ອຍຄຳໃດໆ ມາບັນລະຍາຍໄດ້ ນາຮົກເປັນທີ່ອາໄສຂອງພະຍາມານແລະທຸກຄົນທີ່ຢູ່ຝ່າຍມັນ
ກ່ອນທີ່ຈະກ່າວເຖິງຄວາມພົ້ນ
ຂໍໃຫ້ເຂົ້າໃຈຄຳວ່າຄວາມພົ້ນເສຍກ່ອນ
ຄຳວ່າຄວາມພົ້ນນັ້ນ
ໝາຍເຖິງການຫລຸດພົ້ນຈາກການພິພາກສາລົງໂທດຂອງພະເຈົ້າ
ບໍ່ຕົກນາຮົກ
ແຕ່ໄປຢູ່ກັບພະເຈົ້າໃນເມືອງສະຫວັນ
ມະນຸດເຮົາຈະເຮັດແນວໃດ
ຈິດວິນຍານຂອງເຮົາຈຶ່ງຈະໄດ້ຮັບການໄຖ່ໃຫ້ພົ້ນຈາກໂທດຂອງຄວາມບາບໄດ້
ບໍ່ມີໃຜຢາກໄດ້ຮັບຄວາມທຸກທໍລະມານໃນບຶງໄຟທີ່ບໍ່ຮູ້ດັບ
ຈຶ່ງເກີດມີການຄົ້ນຄວ້າຮ່ຳຮຽນຫາວິທີແກ້ບາບເຊັ່ນ
ບາງຄົນບອກວ່າ
ການສຶກສາເປັນວິທີແກ້ບາບ
ຍຸກປະຈຸບັນນີ້ເປັນຍຸກຂອງການສຶກສາ
ມະນຸດໄດ້ຮັບການສຶກສາຫລາຍກວ່າຄົນໃນສະໄໝກ່ອນໆ
ແຕ່ຄວາມບາບບໍ່ໄດ້ລົດລົງໄປເລີຍ
ຄວາມບາບພັດເພີ່ມເຕີມຂຶ້ນ
ໄປທຸກຫົນທຸກແຫ່ງ
ມີຫລາຍຄົນບອກວ່າ
ຖ້າເຮັດສິ່ງແວດລ້ອມໃຫ້ດີ
ຈະຊ່ວຍມະນຸດ
ບໍ່ໃຫ້ເຮັດສິ່ງຊົ່ວຮ້າຍຕ່າງໆ
ນັ້ນ
ນີ້ກໍບໍ່ຈິງຄືກັນ
ມີຫລາຍປະເທດທີ່ມີຄວາມຈະເລີນທາງດ້ານເສດຖະກິດ
ໃຫ້ຄວາມສະດວກສະບາຍແກ່ປະຊາຊົນດ້ວຍປະການຕ່າງໆ
ແຕ່ກໍບໍ່ໄດ້ເຮັດໃຫ້ມະນຸດລະເວັ້ນຈາກຄວາມຜິດບາບ
ການກະທຳຜິດບາບກໍຍັງມີຢ່າງຊຸກຊຸມເຊັ່ນ
ການຜິດຊາຍຍິງ
ການເຮັດຮ້າຍ
ການຜິດຖຽງກັນ
ການກຽດຊັງກັນ
ການຕົວະ
ແລະການກະທຳຜິດບາບອື່ນໆ
ອຸບປະມາຄືໝູເປັນສັດມັກເປີເປື້ອນ
ເຖິງເຮົາຈະຈັບມັນອາບນ້ຳໃຫ້ສະອາດ
ລ້າງສະບູຢ່າງດີ
ເອົາເສື້ອຜ້າມາໃສ່ໃຫ້ມັນ
ມັນກໍຈະແລ່ນລົງໄປນອນໃນໂຄນຂີ້ຕົມອີກ
ເຮົາຈະປ່ຽນແປງອັນໃດກໍຕາມ
ແຕ່ຖ້າບໍ່ມີການປ່ຽນແປງພາຍໃນຈິດໃຈແລ້ວ
ມະນຸດເຮົາກໍຈະກັບໄປນອນຈົມຢູ່ໃນກອງແຫ່ງຄວາມບາບຢ່າງເດີມຄືເກົ່າ
ບາງຄົນບອກວ່າ
ການຖືຮັກສາສິນຖືຮັກສາບັນຍັດຈະນຳມະນຸດໄປສູ່ຄວາມພົ້ນ
ແຕ່ໃນທີ່ສຸດຈະພົບວ່າ
ເຮົາບໍ່ສາມາດຈະຖືຮັກສາສິນຫລືບັນຍັດໃດໆ
ໄດ້ເລີຍ
ທຳມະຊາດບາບທີ່ຕິດຢູ່ພາຍໃນຕົວເຮົາ
ບໍ່ອາດຮັບເອົາຄວາມປ່ຽນແປງໂດຍຄວາມພະຍາຍາມທີ່ຈະຖືຮັກສາສິນຫລືບັນຍັດໃດໆ
ໄດ້
ຈິດໃຈພາຍໃນຂອງເຮົາຍັງຄົງຕັ້ງຕົວເປັນສັດຕູຕໍ່ພະເຈົ້າຢູ່
ບໍ່ຍອມຫັນກັບມາຫາພະອົງ
ບໍ່ສາມາດປະສານຄວາມສຳພັນກັບພະເຈົ້າໄດ້
ເຮົາຈຶ່ງເຫັນໄດ້ວ່າ
ບໍ່ມີມະນຸດຄົນໃດເປັນຄົນຊອບທຳຕໍ່ພະພັກພະເຈົ້າດ້ວຍການກະທຳດີຂອງຕົນເອງໄດ້
ມະນຸດຈຶ່ງໝົດຫວັງ
ບໍ່ສາມາດຊ່ວຍຕົວເອງໃຫ້ຫລຸດພົ້ນຈາກຄວາມຜິດບາບຂອງຕົນໄດ້ເລີຍ
ພະເຈົ້າຊົງຊ່ວຍໃຫ້ລອດພົ້ນ
ເຖິງແມ່ນວ່າຄົນເຮົາເປັນຄົນບາບແລະຢູ່ໃນສະພາບໝົດຫວັງ
ແຕ່ພະເຈົ້າຜູ້ຊົງສ້າງເຮົາຂຶ້ນຍັງຊົງຮັກເຮົາຢ່າງຫລວງຫລາຍ
ແລະຊົງປະສົງຈະຊ່ວຍເຮົາໃຫ້ພົ້ນຈາກໂທດແຫ່ງຄວາມບາບ
ພະອົງບໍ່ພໍພະໄທໃນບາບຂອງເຮົາເລີຍ
ແຕ່ບໍ່ຊົງຖິ້ມເຮົາ
ພະອົງຊົງຈັດທາງລອດພົ້ນໄວ້ໃຫ້
ຄວາມພົ້ນນີ້ເປັນໄປໄດ້ແນວໃດແລະມີລັກສະນະແນວໃດ
ຈະຂໍອະທິບາຍດັ່ງຕໍ່ໄປນີ້
ພະເຈົ້າເປັນພະເຈົ້າແຫ່ງຄວາມຮັກ
ພະອົງມີພະປະສົງທີ່ຈະຊ່ວຍມະນຸດໃຫ້ລອດພົ້ນ
ແລະຍົກໂທດຄວາມບາບ
ແຕ່ໃນຂະນະດຽວກັນພະອົງຊົງເປັນພະເຈົ້າແຫ່ງຄວາມຍຸດຕິທຳ
ສະນັ້ນພະອົງກໍຈຳເປັນທີ່ຈະຕ້ອງຈັດການຢ່າງໃດຢ່າງໜຶ່ງຕໍ່ຄວາມບາບຂອງມະນຸດ
ພະອົງຊົງເປັນຜູ້ພິພາກສາ
ຊົງເປັນຜູ້ອອກຄຳຕັດສິນວ່າ
ອັນໃດເປັນບາບ
ແລະອັນໃດເປັນໂທດທີ່ຄູ່ຄວນກັບບາບ
ໃນເມື່ອພະເຈົ້າຊົງມີສິດທິອຳນາດເໜືອຊີວິດມະນຸດທຸກຄົນແລ້ວ
ພະອົງກໍມີສິດເດັດຂາດທີ່ຈະລົງໂທດຫລືຍົກໂທດ
ຕາມທີ່ພະອົງຊົງເຫັນວ່າເໝາະ
ແລະຕາມພະປັນຍາແລະພະເມດຕາຂອງພະອົງ
ແຕ່ເພາະພະອົງບໍ່ພໍພະໄທໃນຄວາມບາບ
ແລະປະສົງຈະຮັກສາຮາກຖານແຫ່ງສິນລະທຳໄວ້
ພະອົງຈຶ່ງບໍ່ຕ້ອງການຈະຍົກບາບຢ່າງງ່າຍໆ
ໂດຍບໍ່ຕ້ອງເສຍຄ່າອັນໃດເລີຍ
ຈຶ່ງຈຳເປັນທີ່ຈະຕ້ອງມີຜູ້ຮັບໂທດແທນມະນຸດ
ເພາະວ່າພະອົງຊົງເປັນຜູ້ຍຸດຕິທຳດັ່ງທີ່ກ່າວມາແລ້ວ
ຄວາມຮັກກັບຄວາມຍຸດຕິທຳ
ສົມມຸດວ່າມີຜູ້ພິພາກສາຄົນໜຶ່ງ
ນັ່ງບັນລັງຕັດສີນຄະດີຄົນທີ່ເຮັດຜິດທີ່ເຂົາຮູ້ຈັກ
ຫລືຜູ້ເຮັດຜິດນັ້ນເປັນຍາດພີ່ນ້ອງທີ່ເຂົາຮັກ
ຖ້າຫາກເຂົາບໍ່ໄດ້ລົງໂທດ
ແຕ່ປ່ອຍຕົວຄົນຜິດໄປເພາະວ່າຮັກ
ເຮົາອາດຈະຄິດວ່າເຂົາຮັກຄົນນັ້ນແທ້ໆ
ແຕ່ເຂົາເປັນຜູ້ພິພາກສາທີ່ບໍ່ຊື່ສັດ
ບໍ່ຍຸດຕິທຳ
ແລະບໍ່ເຄົາລົບກົດຫມາຍທີ່ທ່ານບໍລິຫານນັ້ນ
ທຳນອງດຽວກັນ
ຖ້າພະເຈົ້າບອກແກ່ຄົນບາບວ່າ
“ເຈົ້າໄດ້ກະທຳຜິດໄປແລ້ວ
ແຕ່ຄວາມຜິດນັ້ນກໍບໍ່ໜັກໜາຫຍັງ
ເອົາ
ລະ
ເຮົາຍົກໂທດໃຫ້ເຈົ້າແລ້ວ
ຕໍ່ໄປຢ່າເຮັດຜິດອີກເດີ້” ຖ້າເປັນເຊັ່ນນັ້ນແລ້ວ
ພະອົງກໍຈະບໍ່ຊົງຄວາມຍຸດຕິທຳອີກຕໍ່ໄປ
ແຕ່ພະເຈົ້າບໍ່ໄດ້ຊົງກະທຳເຊັ່ນນັ້ນ
ພະອົງຜູ້ຊຶ່ງເປັນອົງບໍລິສຸດມາຮັບສະພາບເປັນມະນຸດໂດຍທາງອົງພະເຢຊູຄຣິດເຈົ້າ
ຂະນະດຳລົງຊີວິດເປັນມະນຸດ
ພະເຢຊູດຳລົງຊີວິດຢູ່ຢ່າງດີຮອບຄອບ
ແມ່ນແຕ່ສັດຕູຂອງພະອົງພະຍາຍາມຈັບຜິດພະອົງທັງກາງເວັນແລະກາງຄືນ
ແຕ່ເຂົາກໍບໍ່ສາມາດຫາຄວາມຜິດໃນພະອົງໄດ້ເລີຍ
ພະອົງບໍ່ໄດ້ກະທຳຜິດຫລືກະທຳບາບປະການໃດເລີຍ
ເຖີງປານນັ້ນກໍຕາມພະອົງຍອມໃຫ້ສັດຕູເອົາພະອົງໄປຕອກຄຶງໄວ້ເທິງໄມ້ກາງແຂນ
ເພື່ອເປັນການຮັບໂທດໄຖ່ບາບແທນມະນຸດ
ຜູ້ທີ່ເປັນຕົວແທນມະນຸດຈຳຕ້ອງເປັນມະນຸດແທ້ແລະຕ້ອງເປັນຄົນທີ່ບໍ່ເຄີຍເຮັດຜິດບາບ
ເພາະຖ້າເປັນຜູ້ເຮັດຜິດບາບແລ້ວ
ກໍຢູ່ພາຍໃຕ້ການພິພາກສາຂອງພະເຈົ້າແບບດຽວກັນກັບຄົນອື່ນໆ
ຈຶ່ງເປັນຕົວແທນມະນຸດບໍ່ໄດ້
ພະເຢຊູຜູ້ດຽວທີ່ເປັນມະນຸດບໍລິສຸດ
ຈຶ່ງເປັນຜູ້ຮັບໂທດແທນຄົນເຮົາໄດ້
ພະເຢຊູຜູ້ບໍ່ມີຄວາມບາບ
ຕ້ອງຖືກເຮັດໃຫ້ເປັນຄືຄົນບາບຄົນໜຶ່ງ
ເພື່ອໃຫ້ເຮົາກາຍເປັນຄົນຊອບທຳຕໍ່ພະພັກພະເຈົ້າ
ຫລືຈະເວົ້າອີກວ່າ
ພະເຈົ້າໄດ້ເອົາຄວາມບາບຂອງເຮົາໄປຕັ້ງໄວ້ທີ່ພະເຢຊູ
ແລະໄດ້ເອົາຄວາມຊອບທຳຄວາມບໍລິສຸດຂອງພະເຢຊູມາຕັ້ງໄວ້ທີ່ເຮົາ
ການຕາຍຂອງພະເຢຊູເປັນທາງທີ່ພະເຈົ້າຊົງລົງໂທດຄວາມບາບຢ່າງຍຸດຕິທຳ
ເພື່ອຈະໄດ້ຊົງຍົກໂທດຄວາມບາບໄວ້ໂດຍທາງຄວາມຮັກ
ທັງໝົດນີ້ອາດສະຫລຸບໄດ້
ໂດຍອ້າງເຖິງຂໍ້ພະຄຳພີສອງຂໍ້ຄື
“ພະເຈົ້າໄດ້ຊົງກະທຳໃຫ້ພະຄຣິດ
ຜູ້ຊົງບໍ່ມີຄວາມຜິດບາບນັ້ນ
ໄດ້ເຂົ້າສ່ວນກັບຄວາມຜິດບາບຂອງເຂົາ
ເພື່ອພວກເຮົາຈະໄດ້ເຂົ້າສ່ວນ
ໃນຄວາມຊອບທັມຂອງພະເຈົ້າ
ໂດຍທາງພະອົງ.” (2 ໂກຣິນໂທ
5:21) “ໃນພະກາຍຂອງພະອົງເອງ
ພະອົງໄດ້ຊົງຮັບແບກບາບຂອງພວກເຮົາໄປເຖິງຕົ້ນໄມ້ນັ້ນ
ເພື່ອພວກເຮົາຈະໄດ້ຕາຍເສຍຝ່າຍການບາບແລະມີຊີວິດຝ່າຍຄວາມຊອບທັມ
ດ້ວຍບາດແຜຂອງພະອົງ
ທ່ານທັງຫລາຍກໍດີປົກກະຕິແລ້ວ” (1 ເປໂຕ
2:24)
ບາງຄົນອາດຈະສົງໄສວ່າ
ເປັນການບໍ່ຍຸດຕິທຳທີ່ຜູ້ບໍລິສຸດຄືພະເຢຊູຈະຕ້ອງຕາຍແທນຄົນບາບ
ຂໍຕອບວ່າ
ການທີ່ພະເຢຊູຊົງຕາຍເພື່ອເຮົານັ້ນ
ກໍບໍ່ແມ່ນເພາະຖືກບັງຄັບແຕ່ຢ່າງໃດ
ແຕ່ເພາະລິດເດດແຫ່ງຄວາມຮັກທີ່ຊົງມີຕໍ່ເຮົາ
ພະອົງຊົງພໍພະໄທຕາຍເພື່ອເຮົາ
ພະເຈົ້າ
(ຄືພະບິດາ)
ແລະພະເຢຊູ
(ຄືພະບຸດ) ມີຄວາມສຳພັນເປັນພະເຈົ້າອົງດຽວກັນ
ເຫດສະນັ້ນການມໍລະນະພາບຂອງພະເຢຊູເພື່ອຄົນບາບ
ກໍເທົ່າກັບພະເຈົ້າເອງເປັນຜູ້ທົນທຸກທໍລະມານເພື່ອເຮົາ
ພະເຈົ້າບໍ່ໄດ້ຈັບຜູ້ອື່ນມາບັງຄັບໃຫ້ຕາຍເພື່ອເປັນການຮັບໂທດຈາກພະອົງ
ແຕ່ພະອົງເອງພໍພະໄທທີ່ຈະຮັບໂທດແທນເຮົາ
ເພື່ອວ່າເຮົາຜູ້ເປັນຄົນບາບຈະບໍ່ຖືກລົງໂທດຈົນເຖິງຂະໜາດຕ້ອງພິນາດຈິບຫາຍໄປຫມົດ
ທ່ານເຄີຍໄດ້ຍິນຄວາມຈິງສີ່ປະການຫຼືຍັງ
****************
0 Comments:
แสดงความคิดเห็น