ໂລກເຮົາເປັນດາວເຄາະດວງຫນຶ່ງ ເຊິ່ງຢູ່ໃນກຸ່ມດຽວກັນກັບດາວເຄາະອື່ນໆທີ່ປິ່ນອ້ອມດວງອາທິດ (ຕາເວັນ) ກຸມດາວເຄາະເຫຼົ່ານີ້ ແລະ ດວງຕາເວັນເອີ້ນວ່າ: ລະບົບສຸລິຍະຈັກກະວານ
1. ດວງຕາເວັນ
ດວງຕາເວັນເປັນດາວລຶກ
ທີ່ເປັນສູນກາງຂອງລະບົບສຸລິຍະ. ດາວເຄາະ ແລະ ດາວຫາງ
ລ້ວນແຕ່ໂຄຈອນຮອບດວງຕາເວັນທັງຫມົດ.
ດວງຕາເວັນເປັນດາວລຶກທີ່ໃຫ້ຄວາມສໍາຄັນທີ່ສຸດຕໍ່ໂລກເຊັ່ນ: ໃຫ້ແສງແດດ,
ແສງສະຫວ່າງໃຫ້ຄວາມອົບອຸ່ນແກສັດ, ມະນຸດ ແລະ
ໃຫ້ພະລັງງານແກພືດ ນອກນັ້ນ
ຍັງເຮັດໃຫ້ໂລກມີພູມອາກາດຫຼາຍປະເພດທັງເອື້ອອໍານວຍຕໍ່ການດໍາລົງຊີວິດຂອງມະນຸດ.
ດວງຕາເວັນປະກອບດ້ວຍຮີໂດຣແຊນ 74%, ເຮລຽມ 25% ແລະ ທາດອື່ນໆໃນປະລິມານເລັກນ້ອຍ.
ດວງຕາເວັນທີ່ພວກເຮົາເຫັນທຸກວັນນີ້ເປັນດາວທີ່ມີຂະຫນາດໃຫຍ່ຫຼາຍ ຖ້າທຽບໃສ່ກັບດາວອື່ນໆ.
ລະບົບສຸລິຍະຈັກກະວານ: ກຸມຂອງດວງຕາເວັນ ແລະ ດາວເຄາະຕ່າງໆ ທີ່ປິ່ນອ້ອມດວງຕາເວັນ.
ດາວລຶກ: ແມນດາວທີ່ສາມາດແລັດສະຫມີອອກໄປຮອບຕົວເອງ.
ດາວເຄາະ: ແມ່ນດາວທີ່ບໍ່ສາມາດແພ່ແສງຮອບຕົນເອງ.
ດາວຫາງ: ເປັນວັດຖຸເທິງຟ້າທີ່ມີແສງ ແລະ
ໂຄຈອນອ້ອມດວງຕາເວັນ.
ແຕ່ຖ້າທຽບໃສ່ຫນ່ວຍໂລກ ເສັ້ນຜ່າກາງຂອງດວງຕາເວັນຍາວກວ່າ
ເສັ້ນຜ່າກາງຂອງຫນ່ວຍໂລກ 109 ເທື່ອ ແລະ
ບໍລິມາດໃຫຍ່ກວ່າບໍລິມາດຂອງຫນ່ວຍໂລກຕັ້ງ 1 300 000 ເທື່ອ,
ແຕ່ພວກເຮົາເບິ່ງດ້ວຍຕາເປົ່າ ເຫັນວ່າ ດວງຕາເວັນນ້ອຍຍ້ອນວ່າ
ມັນຢູ່ໄກຫນ່ວຍໂລກຕັ້ງຫນຶ່ງຮ້ອຍຫ້າສິບລ້ານ ກມ (150 000 000 ກມ)
ດວງຕາເວັນແຜ່ຄວາມຮ້ອນ ແລະ ແສງສະຫວ່າງອອກໄປທົ່ວທຸກທິດ. ຖ້າຫນ່ວຍໂລກບໍ່ໄດ້ຮັບແສງ
ສະຫວາງ ແລະ ຄວາມຮ້ອນນັ້ນຫນ່ວຍໂລກກໍຈະມືດ, ເຢັນກະດ້າງ,
ມວນມະນຸດ, ສັດ ແລະ ພຶກສາຊາດ
ຕ່າງໆກໍຈະຖືກດັບສູນ.
2. ດາວເຄາະ
ອີງຕາມຄໍານິຍາມໃຫມ່ທີ່ໄດ້ຜ່ານກອງປະຊຸມສະຫະພັນດາລາສາດສາກົນຄັ້ງວັນທີ
24
ສິງຫາ ປີ 2006 ດາວເຄາະຫມາຍເຖິງວັດຖຸຮູບມົນກົມເທິງທ້ອງຟ້າທີ່ປິ່ນອ້ອມດວງຕາເວັນ,
ປັດຈຸບັນໃນລະບົບ ສຸລິຍະຈັກກະວານມີດາວເຄາະ ດວງດັ່ງນີ້: 1. ດາວພຸດ (Mercure/Mercury), 2. ດາວພະສຸກ (Venus).
3. ຫນ່ວຍໂລກ (Terre/Earth), 4. ດາວອັງຄານ (Mars),
5.ດາວພະຫັດ (Jupiter), 6, ດາວເສົາ (Saturne/
Saturn), 7. ດາວມະລືຕະຍູ (Uranus), 8, ດາວເກດ
(Neptune), ເພິ່ນໄດ້ຕັດເອົາດາວຍົມ Pluton/ Pluto) ອອກຈາກວົງໂຄຈອນຍ້ອນວ່າ ມັນບໍ່ສາມາດຄວບຄຸມ ແຮງດຶງດູດ ແລະ
ວົງໂຄຈອນຂອງສິ່ງຕ່າງໆ ທີ່ຢູຮອບວົງ ໂຄຈອນຂອງມັນໄດ້ ". ສະເພາະຫນ່ວຍໂລກມີດວງຈັນເປັນບໍລິວານຫມູນອ້ອມ.
II. ຫນ່ວຍໂລກ
ຮູບຮ່າງ ແລະ ຂະຫນາດຂອງຫນ່ວຍໂລກ
ຫນ່ວຍໂລກເປັນຮູບມົນກົມ,
ເຊິ່ງປັດຈຸບັນສາມາດພິສູດໄດ້ຈາກການຖ່າຍຮູບໂລກໃນລັກສະນະຮູບ
ຊົງກົມຈາກນອກໂລກໄດ້. ຄິດໄລ່ສະເລ່ຍເສັ້ນຜ່າກາງຂອງຫນ່ວຍໂລກ ຍາວປະມານ 12 756 ກມ; ລວງຮອບ ຂອງຫນ່ວຍໂລກ 40 076 ກມ, ເນື້ອທີ່ຂອງຫນ່ວຍໂລກ 510 000 000 ກມ .
ເສັ້ນຂະຫນານ ແລະ ເສັ້ນແວງ
ເສັ້ນຂະຫນານແມ່ນເສັ້ນວົງມົນຕ່າງໆ
ທີ່ສົມມຸດອ້ອມຫນ່ວຍ ໂລກຕາມທາງຂວາງ.
ເສັ້ນຂະຫນານເຫຼົ່ານັ້ນມີເສັ້ນລັດສະຫມີຍາວບໍ່ເທົ່າກັນ, ເສັ້ນຂະຫນານທີ່ມີເສັ້ນລັດສະຫມີຍາວກວ່າຫມູ່ນັ້ນ
ແມ່ນເສັ້ນສູນສູດ ເຊິ່ງເປັນເສັ້ນທີ່ແປງຫນ່ວຍໂລກອອກເປັນສອງພາກສ່ວນເທົ່າກັນຄື: ເຟື້ອງ
ໂລກເຫນືອ ແລະ ເຟື້ອງ ໂລກໃຕ້, ຍິ່ງມໍ່ຂົ້ວໂລກເທົ່າໃດ, ວົງເສັ້ນຂະຫນານເຫຼົ່ານັ້ນຈະນ້ອຍເຂົ້າເປັນລໍາດັບ, ສຸດທ້າຍເສັ້ນ
ທີ່ຢູ່ຂົ້ວໂລກເຫຼືອແຕ່ຈຸດດຽວເທົ່ານັ້ນ
ເພິ່ນຮຽກວ່າ ຂົ້ວໂລກ. ໄລຍະຫ່າງລະຫວ່າງສອງຂົ້ວໂລກແມ່ນ 186
(ອົງສາ).
ການແບ່ງໄລຍະຫ່າງຖ້າໄລ່ແຕ່ເສັ້ນສູນສູດຮອດຂົ້ວໂລກເຫນືອ
ຫຼື ຂົ້ວໂລກໃຕ້ແມ່ນມີ 90" ຖ້າເຮົາ
ຂີດເສັ້ນຂະຫນານໃຫ້ມີໄລຍະຫ່າງກັນ 1”, ຈາກເສັ້ນສູນສູດຈົນຮອດຂົ້ວໂລກໃຕ້
ຫຼື ເຫນືອຈະໄດ້ເສັ້ນຂະຫນານ 89 ເສັ້ນ, ແຕ່ວ່າຢູ່ຂົ້ວໂລກແມ່ນຈຸດດຽວເທົ່ານັ້ນ
ແລະ ໄດ້ຜັກເສັ້ນສູນສູດອອກແລ້ວ, ເສັ້ນຂະຫນານ
ຕ່າງໆທີ່ຢູ່ລະຫວ່າງກາງເສັ້ນສູນສູດ ແລະ ຂົ້ວໂລກເຫນືອເອີ້ນວ່າ: ເສັ້ນຂະຫນານເຫນືອ,
ສ່ວນເສັ້ນຂະຫນານ ຕ່າງໆທີ່ຢູ່ລະຫວ່າງເສັ້ນສູນສູດ ແລະ
ຂົ້ວໂລກໃຕ້ເອີ້ນວ່າ: ເສັ້ນຂະຫນານໃຕ້, ເສັ້ນຂະຫນານເຫນືອທີ 23”
27 ເອີ້ນວ່າ: ເສັ້ນອາຍັນເຫນືອ, ເສັ້ນຂະຫນານໃຕ້ທີ
23-27 ເອີ້ນວ່າ: ເສັ້ນອາຍັນໃຕ້, ເສັ້ນອາຍັນແມ່ນ
ເສັ້ນທີ່ແສງຕາເວັນສ່ອງມາຕັ້ງສາກ ຫຼື ຢູ່ຊື່ຫົວພວກເຮົາໃນເວລາທ່ຽງຂອງວັນທີ 22
ມີຖຸນາ ຢູ່ເຟື້ອງ ໂລກເຫນືອ ແລະ ຂອງວັນທີ 22 ທັນວາ
ຢູເຟື້ອງ ໂລກໃຕ້.
ເສັ້ນແວງ
ເສັ້ນແວງແມ່ນເສັ້ນສົມມຸດທີ່ເນັ່ງແຕ່ຂົ້ວໂລກເຫນືອຫາຂົ້ວໂລກໃຕ້,
ຖ້າເຮົາຂີດເສັ້ນຫ່າງກັນ1” (ອົງສາ)
ເຮົາຈະໄດ້ເສັ້ນແວງອ້ອມໂລກທັງຫມົດ 360 ເສັ້ນ, ໃນນັ້ນ ມີເສັ້ນແວງຕາເວັນອອກ 180 ເສັ້ນ, ເສັ້ນແວງ ຕາເວັນຕົກ 180 ເສັ້ນ, ເສັ້ນເຫຼົ່ານັ້ນເທົ່າກັນ ແລະ ມາຈຸກັນຢູ່ສອງຂົ້ວໂລກ
ເພິ່ນໄດ້ກໍານົດເອົາເສັ້ນແວງທີ່ຜ່ານສະຖານີດາລາສາດຄຣິນວິດ
(Greenwich)
(ຢູ່ລອນດອນ ນະຄອນຫຼວງຂອງປະເທດອັງກິດ, ເປັນເສັ້ນແວງເຂົ້າ
(ເສັ້ນແວງ 0° “ສູນອົງສາ ), ແຕ່ລະເສັ້ນແວງ
ໄດ້ຫມາຍຈໍານວນອົງສາ ເພື່ອບອກໄລຍະຫ່າງລະຫວ່າງມັນກັບເສັ້ນແວງເຄົ້າ.
ຈໍານວນອົງສາທີ່ຫມາຍ ຢູ່ເສັ້ນແວງເອີ້ນວ່າ: ອົງສາແວງ, ຈໍານວນອົງສາທີ່ໄດ້ບອກແຈ້ງໄລຍະຫ່າງຂອງເສັ້ນແວງຕ່າງໆ
ຢູ່ທາງເບື້ອງຕາເວັນຕົກ ຂອງເສັ້ນແວງເຄົ້າເອີ້ນວ່າ: ອົງສາແວງຕາເວັນຕົກ, ຈໍານວນອົງສາແວງ
ຂົ້ວໂລກ
ສອງສົ້ນຂອງແກນໂລກ ຫຼື ເພົາ ໂລກເອີ້ນວ່າ:
ຂົ້ວໂລກ. ຫນ່ວຍໂລກມີສອງຂົ້ວໂລກຄື: ຂົ້ວໂລກເຫນືອ ແລະ ຂົ້ວໂລກໃຕ້
ເມື່ອຫນ່ວຍໂລກປິ່ນອ້ອມຕົນມັນເອງ, ສອງຈຸດຂົ້ວໂລກຍັງຢູ່ຄົງທີ່,
ສ່ວນຈຸດຕ່າງໆຢູ່ຫນ້າ
ໂລກກໍເຄື່ອນຍ້າຍຕາມວົງມົນໃນໄລຍະວັນຫນຶ່ງໄດ້ຮອບຫນຶ່ງ.
ການກໍານົດຈຸດພິກັດດ້ານພູມສາດ
ເພື່ອຢາກຮູ້ຕໍາແຫນ່ງທີ່ຕັ້ງຂອງສະຖານທີ່ຕ່າງໆເທິງຫນ້າໂລກນັ້ນເພິ່ນໄດ້ກໍານົດໃຫ້ເທິງພື້ນຜິວໂລກ
ມີເສັ້ນສົມມຸດ 2 ລະບົບຄື: ລະບົບອົງສາຂະຫນານ ແລະ
ລະບົບອົງສາແວງ. ເສັ້ນສົມມຸດທັງສອງ ລະບົບຈະຕັດກັນ ແລະ
ແຕ່ລະຈຸດທີ່ຕັດກັນແມ່ນຈຸດພິກັດດ້ານພູມສາດ ເຊິ່ງໃຊ້ກໍານົດຕໍາແຫນ່ງສະຖານທີ່
ຕ່າງໆເທິງພື້ນຜິວໂລກ.
************
0 Comments:
แสดงความคิดเห็น